ກອງບັນຊາການ ປກສ 07 ຕົວເມືອງ ແຂວງບໍລິຄໍາໄຊ ສະຫຼຸບການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດ

ໃນລະຫວ່າງ ວັນທີ 15 – 20 ພຶດສະພາ 2022, ກອງບັນຊາການ ປກສ 07 ຕົວເມືອງ ທົ່ວແຂວງບໍລິຄໍາໄຊ  ໄດ້ເປີດກອງປະຊຸມສະຫຼຸບ ການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ໂດຍການເປັນປະທານຂອງ ທ່ານ ພັນເອກ ຄໍາແພງ ນໍາພາວັນ ປະທານກວດກາພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ຫົວໜ້າກອງເລຂາຊ່ວຍວຽກການຈັດຕັ້ງປະຕິບັດມາດຕະການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຂັ້ນແຂວງ, ມີທ່ານ ພັນໂທ ພັດທະນາ ວົງຄໍາສີ ຄະນະພັກຮາກຖານ ຮອງຫົວໜ້າຫ້ອງຕໍາຫຼວດ ປກສ ແຂວງ, ຫົວໜ້າຫົວໜ້າກອງບັນຊາການ ປກສ 07 ຕົວເມືອງ, ຄະນະພັກ – ຄະນະກອງບັນຊາການ, ກອງເລຂາວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດ ປກສ ແຂວງ, ຄະນະພະແນກ, ປກສ ກຸ່ມບ້ານ, ພະນັກງານ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມ ບັນດາຄະນະພັກ – ຄະນະກອງບັນຊາການ ປກສ 07 ຕົວເມືອງ ໄດ້ຂື້ນຜ່ານ ບົດສະຫຼຸບ ການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຢູ່ 07 ຕົວເມືອງ ທົ່ວແຂວງບໍລິຄໍາໄຊ, ເຊີ່ງໄດ້ຈັດຕັ້ງປະຕິບັດ ມາແຕ່ວັນທີ 15 ທັນວາ 2021 ຫາ ວັນທີ 20 ພຶດສະພາ 2022, ຄະນະຮັບຜິດຊອບ ໄດ້ນໍາເອົາເອກະສານທີ່ສໍາຄັນລົງເຜີຍແຜ່ເຊື່ອມຊຶມໃຫ້ອໍານາດການຈັດຕັ້ງບ້ານ, ພໍ່ແມ່ຜູ້ປົກຄອງ, ຊາວໜຸ່ມ – ເຍົາວະຊົນ, ນັກຮຽນ – ນັກສຶກສາ ແລະ ບັນດາກຸ່ມເປົ້າໝາຍ ໄດ້ຮັບຮູ້ເຂົ້າໃຈຕໍ່ຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ, ໃນນັ້ນ ມີເອກະສານ ຄໍາສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 02/ກມສພ, ລົງວັນທີ 26 ກັນຍາ 2021 ວ່າດ້ວຍການເພີ່ມທະວີຊີ້ນໍາ – ນໍາພາຂອງຄະນະພັກແຕ່ລະຂັ້ນ ຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ, ມະຕິກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ສະບັບເລກທີ 04/ສພຊ, ລົງວັນທີ 10 ສິງຫາ 2021 ວ່າດ້ວຍການຮັບຮອງເອົາວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ເລີ່ມແຕ່ປີ ( 2021 – 2023 ), ມະຕິຕົກລົງຂອງຄະນະປະຈໍາພັກແຂວງ, ມະຕິຕົກລົງຂອງຄະນະປະຈໍາພັກເມືອງ, ຜ່ານໂຄງການຈັດຕັ້ງປະຕິບັດວາລະແຫ່ງຊາດ ຂອງກອງບັນຊາການ ປກສ 07 ຕົວເມືອງ, ປະມວນກົດໝາຍອາຍາ ໝວດທີ 8 ການກະທໍາຜິດກ່ຽວກັບຢາເສບຕິດ, ກົດໝາຍວ່າດ້ວຍຢາເສບຕິດ, ຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ.

ວຽກງານໂຄສະນາສືກສາອົບຮົມ ໄດ້ລົງໂຄສະນາເຜີຍແຜ່ຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ ຢູ່ບັນດາບ້ານ, ສໍານັກງານອົງການ, ວິທະຍາໄລ ແລະ ໂຮງຮຽນ ໄດ້ 34 ຄັ້ງ, ມີຜູ້ເຂົ້າຮ່ວມຮັບຟັງ 15.302 ຄົນ, ຍິງ 8.551 ຄົນ.

ສ່ວນບາດກ້າວການຈັດຕັ້ງປະຕິບັດ     ໃນທົ່ວແຂວງບໍລິຄໍາໄຊ, ມີ 284 ບ້ານ, ສາມາດຜັນຂະຍາຍໄດ້ສໍາເລັດ 267 ບ້ານ,  ພວມສືບຕໍ່ຈັດຕັ້ງປະຕິບັດ 17 ບ້ານ, ມີເປົ້າໝາຍພົວພັນຢາເສບຕິດ ທັງໝົດ 9.146 ຄົນ, ຍິງ 206 ຄົນ,  ເປົ້າໝາຍຄ້າຂາຍ 943  ຄົນ, ຍິງ 96 ຄົນ, ເປົ້າໝາຍເສບ 8.189  ຄົນ,      ຍິງ  116 ຄົນ, ເປົ້າໝາຍເຂົ້າຮ່ວມໂຄງການທັງໝົດ  7.479 ຄົນ, ຍິງ 162 ຄົນ, ເປົ້າໝາຍທີ່ບໍ່ເຂົ້າຮ່ວມໂຄງການ 1.667 ຄົນ, ຍິງ 44 ຄົນ.

ສາມາດມ້າງລາຍຄະດີຢາເສບຕິດ ໄດ້ 132 ເລື່ອງ, ກັກຜູ້ຖືກຫາໄດ້ 168  ຄົນ, ຍິງ 08 ຄົນ, ສາມາດຢຶດຂອງກາງ ປະເພດຢາບ້າ ໄດ້ 76.659 ເມັດ, ຄັນຊາແຫ້ງ 887 ກິໂລກຼາມ, ເຮໂລອິນ 02 ຫຼອດ, ປືນ 25 ກະບອກ, ລົດໃຫ່ຍ 03 ຄັນ, ລົດຈັກ  26 ຄັນ,      ທໍາລາຍສວນຄັນຊາໄດ້ 52  ເຮັກຕ່າ, ສວນຢາຝີ່ນ 10 ສວນ, 5,5 ເຮັກຕ່າ, ຄັນຊາແຫ້ງ 300 ກິໂລກຼາມ.

ໂອກາດດຽວກັນ ຄະນະຮັບຜິດຊອບ ປກສ ແຂວງ ໄດ້ປະກອບຄໍາຄິດຄໍາເຫັນ ແລະ ມີຄໍາເຫັນແລກປ່ຽນ ເຊີ່ງໄດ້ຍົກໃຫ້ເຫັນ ບາດກ້າວ, ຂັ້ນຕອນ, ວິທີແກ້ໄຂ ແລະ ທິດທາງແຜນການທີ່ຕ້ອງໄດ້ສືບຕໍ່  ຜັນຂະຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຢູ່ແຂວງບໍລິຄໍາໄຊ, ພາຍຫຼັງສໍາເລັດຮອບທໍາອິດ ມອບໃຫ້ ປກສ ກຸ່ມ ບ້ານ, ປກສ ບ້ານ ແລະ ອໍານາດການຈັດບ້ານ ຕິດຕາມກວດກາ, ການເຄື່ອນໄຫວບັນດາເປົ້າໝາຍເສບ ຫຼື ຄ້າ – ຂາຍ ທີ່ໄດ້ສ້າງບົດບັນທຶກ ແລະ ຂຽນໃບປະຕິຍານຕົນວ່າຈະຢຸດເຊົາ, ເພື່ອລາຍງານການເຄື່ອນໄຫວຂອງບັນດາເປົ້າໝາຍ ໃຫ້ ປກສ ກຸ່ມ ບ້ານ, ປກສ ເມືອງ ເປັນແຕ່ລະໄລຍະ.

ເມື່ອຜ່ານການຕິດຕາມ, ການເຄື່ອນໄຫວຂອງ ຜູ້ເສບ, ຜູ້ຄ້າ-ຂາຍ. ຫາກບຸກຄົນໃດບໍ່ສາມາດຢຸດເຊົາໄດ້ ແມ່ນແນະນໍາໃຫ້ ນໍາຕົວໄປຝາກດັດສ້າງ ຫຼື ປີ່ນປົວ ຢູ່ສູນປີ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດໜອງດົງ, ສ່ວນບຸກຄົນທີ່ມີການພົວພັນຄ້າ – ຂາຍ ທີ່ໄດ້ຂຽນໃບປະຕິຍານຕົນວ່າຈະຢຸດເຊົາ ແຕ່ພວກຜູ້ກ່ຽວຍັງສືບຕໍ່ເຄື່ອນໄຫວຄ້າຂາຍ ແມ່ນຕ້ອງໄດ້ນໍາຕົວມາສືບສວນ – ສອບສວນ ແລະ ດໍາເນີນຄະດີຕາມລະບຽບກົດໝາຍ.

ຕອນທ້າຍ ຍັງໄດ້ຮັບຟັງຄໍາເຫັນໂອ້ລົມ ຈາກທ່ານ ພັນເອກ ຄໍາແພງ ນໍາພາວັນ ເຊີ່ງທ່ານໄດ້ສະແດງຄໍາຍ້ອງຍໍຊົມເຊີຍ ທີ່ ປກສ 07 ຕົວເມືອງຍາດມາໄດ້, ທ່ານໄດ້ເນັ້ນໜັກໃຫ້ ຄະນະພັກ – ຄະນະບັນຊາ, ພະນັກງານ – ນັກຮົບ ທຸກສະຫາຍ ຈົ່ງສືບຕໍ່ເຮັດວຽກງານໂຄສະນາອົບຮົມ ເພື່ອນໍາເອົາເອກະສານເນື້ອໃນໂຄງການ, ບັນດາລະບຽບກົດໝາຍ, ຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ ລົງເຜີຍແຜ່ໃຫ້ອໍານາດການຈັດຕັ້ງບ້ານ, ພໍ່ແມ່ປະຊາຊົນ,  ຊາວໜຸ່ມ – ໄວໜຸ່ມ, ນັກຮຽນນັກສືກສາ ໄດ້ຮັບຮູ້ເຂົ້າໃຈຕໍ່ຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ, ມີສ່ວນຮ່ວມປະກອບສ່ວນເຂົ້າໃນວຽກງານຕ້ານ, ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ແນ່ໃສ່ເຮັດໃຫ້ບັນຫາຢາເສບຕິດຢູ່ແຂວງບໍລິຄໍາໄຊ ໝົດໄປເທື່ອລະກ້າວ.

 

 

About admin11