ກອງບັນຊາການ ປກສ ແຂວງ ລົງເຊື່ອມຊືມມະຕິກົມການເມືອງສູນກາງພັກ ຢູ່ 3 ກອງບັນຊາການ ປກສ ເມືອງພູດອຍ

ໃນລະຫວ່າງວັນທີ 6-8 ກໍລະກົດ 2021 ທ່ານ ພັທ ຄໍາແພງ ນໍາພາວັນ ປະທານກວດກາພັກ, ຮອງຫົວໜ້າກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ , ພ້ອມດ້ວຍຄະນະຮັບຜິດຊອບຂັ້ນແຂວງ ໄດ້ລົງເຄື່ອນໄຫວເຜີຍແຜ່ຜັນຂະຫາຍມະຕິ 111,112/ກມສພ ໃຫ້ແກ່ກອງບັນຊາການ ປກສ ເມືອງ ວຽງທອງ, ປກສ ເມືອງຄຳເກີດ ແລະ ປກສ ເມືອງ ໄຊຈຳພອນ ມີຄະນະພັກກອງບັນຊາການ ປກສ ເມືອງ, ພະນັກງານ-ນັກຮົບເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ເຜີຍແຜ່ ແລະ ຜັນຂະຫຍາຍ ມະຕິ 111/ກມສພ ລົງວັນທີ 22 ພຶດສະພາ 2020 ວ່າດ້ວຍການເພີ່ມທະວີວຽກງານປ້ອງກັນຄວາມສະຫງົບ ໃນສະພາບໃຫມ່ ແລະ ມະຕິເລກທີ 112/ກມສພ ລົງວັນທີ 02 ມີຖຸນາ 2020 ວ່າດ້ວຍການຍົກສູງຄຸນນະພາບການດໍາເນີນຄະດີຕາມຂະບວນຍຸຕິທໍາ, ເຊີ່ງໄດ້ຍົກໃຫ້ເຫັນບັນຫາທີ່ສໍາຄັນເຊັ່ນ: ທັດສະນະຂອງພັກ ຕໍ່ວຽກງານປ້ອງກັນຄວາມສະຫງົບ ເປັນວຽກງານຍຸດທະສາດສຳຄັນຕົ້ນຕໍ ຂອງພັກ-ລັດ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ມີລັກສະຕັດສິນ ຕໍ່ການຄົງຕົວ ແລະ ຂະຫຍາຍຕົວ ຂອງປະເທດຊາດ ພາຍໃຕ້ການນຳພາໂດຍກົງ, ເດັດຂາດ ແລະ ຮອບດ້ານຂອງພັກປະຊາຊົນປະຕິວັດລາວ, ຮັບປະກັນສະຖຽນລະພາບ ແລະ ຄວາມໝັ້ນຄົງທາງດ້ານການເມືອງ, ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພທາງສັງຄົມ.

 ໂດຍສຸມໃສ່ສ້າງກໍາລັງປ້ອງກັນຄວາມສະຫງົບແຂວງ, ນະຄອນຫຼວງ ໃຫ້ເປັນຫົວໜ່ວຍຍຸດທະສາດຊີ້ນໍາ-ບັນຊາ, ມີແບບແຜນທັນສະໄໝ, ສ້າງກຳລັງປ້ອງກັນຄວາມສະຫງົບເມືອງ, ເທດສະບານ, ນະຄອນ ເປັນເຈົ້າການສ້າງແຜນການປ້ອງກັນຄວາມສະຫງົບເຂັ້ມແຂງຮອບດ້ານ ແລະ ສ້າງກຳລັງປ້ອງກັນຄວາມສະຫງົບບ້ານ ເຮັດວຽກງານປ້ອງກັນຄວາມສະຫງົບ ຢູ່ຮາກຖານ ຕາມທິດສ້າງບ້ານ ແລະ ຄອບຄົວປ້ອງກັນຄວາມສະຫງົບດີ, ຄົ້ນຄວ້າສ້າງພາກສ່ວນການຈັດຕັ້ງ ແລະ ກຳລັງປ້ອງກັນຄວາມສະຫງົບດ້ານເສດຖະກິດໃນກົງຈັກ ຂອງກະຊວງປ້ອງກັນຄວາມສະຫງົບ ເພື່ອເປັນເສນາທິການໃຫ້ແກ່ພັກ, ລັດຖະບານ ໃນການປ້ອງກັນຄວາມສະຫງົບທາງດ້ານເສດຖະກິດໃນເງື່ອນໄຂເປີດກວ້າງການພົວພັນຮ່ວມມື, ການເຊື່ອມໂຍງກັບສາກົນ, ຊອກຮູ້ ແລະ ຕໍ່ສູ້ຕ້ານກົນອຸບາຍ, ເລ່ລ່ຽມ ຂອງສັດຕູ ແລະ ກຸ່ມຄົນບໍ່ດີ ສວຍໃຊ້ເສດຖະກິດທຳລາຍຄວາມສະຫງົບ, ຄວາມໝັ້ນຄົງ ຂອງຊາດ ແລະ ການດຳເນີນຄະດີຕາມຂະບວນຍຸຕິທຳ ແມ່ນການເພີ່ມທະວີການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍລັດຖະທຳມະນູນ ແລະ ກົດໝາຍ ພາຍໃຕ້ການນຳພາຂອງພັກ, ຮັບປະກັນລັກສະນະທາດແທ້ ຂອງລັດປະຊາທິປະໄຕປະຊາຊົນ ທີ່ມາຈາກປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ, ບົນຫຼັກການ ອຳນາດລັດເປັນເອກະພາບ, ມີການແບ່ງວຽກງານໃຫ້ແຕ່ລະອົງການ ຢ່າງຈະແຈ້ງ.

About admin11