ກອງບັນຊາການ ປກສ ແຂວງ ບໍລິຄຳໄຊ ສຳເລັດບັ້ນດຳເນີນຊີວິດການເມືອງກໍ່ສ້າງ ແລະ ກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2020

ວັນທີ 07 ທັນວາ 2020 ນີ້ ທົ່ວຄະນະບໍລິຫານພັກ ກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ໄດ້ສະຫຼຸບຜົນສຳເລັດ ບັ້ນດຳເນີນຊິວິດການເມືອງກໍ່ສ້າງ ແລະ ກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2020. ພາຍໃຕ້ການເປັນປະທານຂອງ ສະຫາຍ ພັນເອກ ກົງຈັນ ໄຊປັນຍາ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກ ຫົວໜ້າກອງບັນຊາການ ປກສແຂວງບໍລິຄຳໄຊ, ມີຄະນະພັກກອງບັນຊາການ, ເລຂາຄະນະພັກຮາກຖານ, ໜ່ວຍພັກຮາກຖານ, ພະນັກງານສະມາຊິກພັກອ້ອມຂ້າງ ເຂົ້າຮ່ວມ.

ສະຫາຍ ພັນໂທ ຄຳແພງ ນຳພາວັນ ປະທານກວດກາພັກ, ຮອງຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ຂື້ນຜ່ານບົດສະຫຼຸບຜົນສຳເລັດບັ້ນດຳເນີນຊີວິດການເມືອງກໍ່ສ້າງ ແລະ ກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈຳປີ 2020, ທົ່ວຄະນະບໍລິຫານງານພັກກອງບັນຊາການ ປກສ ແຂວງບໍລິຄຳໄຊມີ 34 ໜ່ວຍພັກ, ມີ 07 ຄະນະພັກຮາກຖານ ແລະ ມີ 03 ໜ່ວຍພັກຮາກຖານ, ມີສະມາຊີກພັກທັງໝົດ 669 ສະຫາຍ, ຍິງ 135 ສະຫາຍ. ພ້ອມທັງຍົກໃຫ້ເຫັນສະພາບການເຄື່ອນໄຫວດ້ານຕ່າງໆເຊັ່ນ: ບາດກ້າວກະກຽມ, ບາດກ້າວດຳເນີນກອງປະຊຸມ, ບາງສະພາບທີ່ພົ້ນເດັ່ນຂອງສະຫາຍສະມາຊິກພັກ-ມະຫາຊົນ ແລະ ບາງດ້ານທີ່ຕັ້ງໜ້າ, ບາງດ້ານຄົງຄ້າງທີ່ຈະຕ້ອງໄດ້ເອົາໃຈໃສ່ປັບປຸງແກ້ໄຂ.

ໃນການກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2020 ນີ້ ໄດ້ດຳເນີນຢ່າງພາວະວິໃສ, ຜ່ານການສຳຫຼວດກວດກາຈັດແບ່ງປະເພດ ມີສະມາຊິກພັກແຂງ 641 ສະຫາຍ, ຍິງ 133 ສະຫາຍ, ປະເພດກາງ 10 ສະຫາຍ, ຍິງ 02 ສະຫາຍ, ບໍ່ໄດ້ຈັດປະເພດ 12 ສະຫາຍ ( ສາເຫດຍົກຍ້າຍມາຢູ່ໃໝ່).

ໃນຕອນທ້າຍຂອງກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ພັນເອກ ກົງຈັນ ໄຊປັນຍາ ເຊິ່ງໄດ້ກ່າວສະແດງຄຳຍ້ອງຍໍຊົມເຊີຍຜົນສຳເລັດບັ້ນດຳເນີນຊີວິດການເມືອງກໍ່ສ້າງ ແລະ ກວດກາໜ່ວຍພັກປອດໃສ, ເຂັ້ມແຂງ ,ໜັກແໜ້ນປະຈຳປີ 2020 ຂອງຄະນະບໍລິຫານງານພັກ ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ແລະ ໄດ້ຍົກໃຫ້ເຫັນສະພາບພາກພື້ນທີ່ມີການຜັນແປໄປຢ່າງສັບສົນ, ກົນອຸບາຍຂອງກຸ່ມຄົນບໍ່ດີທີ່ຫວັງມ້າງເພທຳລາຍ, ໃສ່ຮ້າຍປ້າຍສີ, ບິດເບືອນແນວທາງນະໂຍບາຍຂອງພັກ-ລັດເຮົາ, ການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ໄດ້ເນັ້ນໜັກໃຫ້ຄະນະພັກ, ຄະນະບັນຊາທຸກຂັ້ນ ຈົ່ງເອົາໃຈໃສ່ເຮັດວຽກງານສຶກສາອົບຮົມນຳພາແນວຄິດໃຫ້ແກ່ສະມາຊິກພັກ, ພະນັກງານ-ນັກຮົບຢ່າງເປັນປົກກະຕິຕໍ່ເນື່ອງ, ຍົກສູງສະຕິເປັນເຈົ້າຂອງປະເທດຊາດ, ເປັນເຈົ້າຕົນເອງ, ສະກັດກັ້ນ ແລະ ແກ້ໄຂທຸກເລ່ລ່ຽມກົນອຸບາຍຫັນປ່ຽນຂອງສັດຕູ, ເພີ່ມທະວີປັງປຸງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ໃຫ້ນັບມື້ນັບເຂັ້ມແຂງ ແລະ ກ້າວຂື້ນຢ່າງບໍ່ຢຸດຢັ້ງ, ເອົາໃຈໃສ່ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນກຳລັງໃຫ້ໝົດໄປເທື່ອລະກ້າວ.

About admin11