ກອງບັນຊາການ ປກສ ແຂວງບໍລິຄຳໄຊ ປະກາດຊັບຊ້ອນນາຍ ແລະ ພົນຕຳຫຼວດ ທີ່ສໍາເລັດການສຶກສາຈາກໂຮງຮຽນແຫ່ງຕ່າງໆ

ໃນວັນທີ 17 ຕຸລາ 2022 ຢູ່ຫ້ອງປະຊຸມກອງບັນຊາການປ້ອງກັນຄວາມສະຫງົບ ແຂວບໍລິຄຳໄຊງ ໄດ້ປະກາດຊັບຊ້ອນນາຍ ແລະ ພົນຕໍາຫຼວດ ປະຈຳປີ 2022 ຈົບການສຶກສາລະດັບອານຸປະລິນຍາພາສາຈີນ ຈາກວິທະຍາຄານຕໍາຫຼວດປະຊາຊົນ, ຈົບວິຊາສະເພາະຈາກວິທະຍາຄານສັນຕິບານປະຊາຊົນ, ໂຮງຮຽນ ປກສ ຊັ້ນສູງ ເລກ I ແຂວງອຸດົມໄຊ, ໂຮງຮຽນ ປກສ ຊັ້ນສູງ ເລກ III ແຂວງສະຫວັນນະເຂດ, ໂຮງຮຽນ ປກສ ຊັ້ນສູງ ເລກ IV ແຂວງຈຳປາສັກ ແລະ ໂຮງຮຽນ ປກສ ຊັ້ນຕົ້ນ ເລກ II ແຂວງໄຊຍະບູລີ ໂດຍການເປັນປະທານຂອງ ທ່ານ ພັນໂທ ອວດ ວົງໄຊ ຄະນະພັກກອງບັນຊາການ ເລຂາຄະນະພັກຮາກຖານ ຫົວໜ້າຫ້ອງການເມືອງ, ມີນາຍ ແລະ ພົນຕໍາຫຼວດທີ່ຖືກຊັບຊ້ອນ ເຂົ້າຮ່ວມ.

ໃນພິທີ ໄດ້ຜ່ານຂໍ້ຕົກລົງ 6020/ປກສ.ບຊ ລົງວັນທີ 17 ຕຸລາ 2022 ວ່າດ້ວຍການຊັບຊ້ອນນາຍຕໍາຫຼວດທີ່ສໍາເລັດການສຶກສາຈາກໂຮງຮຽນແຫ່ງຕ່າງໆ ຈຳນວນ 45 ສະຫາຍ, ຍິງ 10 ສະຫາຍ, ໃນນີ້ ຈົບລະດັບຊັ້ນສູງຮຸ່ນທີ III ຈາກໂຮງຮຽນ ປກສ ຊັ້ນສູງ ເລກ III ແຂວງສະຫວັນນະເຂດ ຈໍານວນ 29 ສະຫາຍ, ຍິງ 5 ສະຫາຍ, ຂໍ້ຕົກລົງວ່າດ້ວຍການຊັບຊັ້ນນາຍຕໍາຫຼວດທີ່ຍົກຍ້າຍມາຈາກກົມກອງອື່ນ ຈໍານວນ 01 ສະຫາຍ, ສໍາເລັດການສຶກສາລະດັບອານຸປະລິນຍາ ພາສາຈີນ ຈາກວິທະຍາຄານຕໍາຫຼວດປະຊາຊົນປະ ຈໍານວນ 01 ສະຫາຍ, ການສຶກສາລະດັບຊັ້ນຕົ້ນຮຸ່ນທີ XV ຈາກໂຮງຮຽນ ປກສ ຊັນຕົ້ນ ເລກ II ແຂວງໄຊຍະບູລີ ຈຳນວນ 06 ສະຫາຍ, ຍິງ 03 ສະຫາຍ, ສຳເລັດການສືກສາລະດັບຊັ້ນສູງຮຸ່ນ ທີ່ II ຈາກໂຮງຮຽນ ປກສ ຊັ້ນສູງເລກ I ແຂວງອຸດົມໄຊ ຈຳນວນ 01 ສະຫາຍ, ຍິງ 01 ສະຫາຍ, ສຳເລັດການສຶກສາ ຈາກວິທະຍາຄານສັນຕິບານປະຊາຊົນ ຈຳນວນ 04 ສະຫາຍ, ສຳເລັດການສຶກສາລະດັບຊັ້ນສູງ ຮຸ່ນທີ່ III ຈາກໂຮງຮຽນ ປກສ ຊັ້ນສູງ ເລກ IV ແຂວງຈຳປາສັກ ຈຳນວນ 03 ສະຫາຍ.

ໃນນີ້ ຖືກຊັບຊ້ອນໄປປະຈໍາການຢູ່ ຫ້ອງການກອງບັນຊາການ ປກສ ແຂວງ ຈໍານວນ 01 ສະຫາຍ, ຍິງ 01 ສະຫາຍ, ຫ້ອງການເມືອງ 02 ສະຫາຍ,ຍິງ 1 ສະຫາຍ, ຫ້ອງສັນຕິບານ 01 ສະຫາຍ, ຫ້ອງພະລາທິການ 01 ສະຫາຍ, ຫ້ອງຕຳຫຼວດ 08 ສະຫາຍ, ຍິງ 02 ສະຫາຍ, ຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ 02 ສະຫາຍ, ກອງພັນປ້ອງກັນເຄື່ອນທີ່ 09 ສະຫາຍ, ຍິງ 02 ສະຫາຍ, ຄ້າຍຄຸ້ມຂັງ – ດັດສ້າງ 01 ສະຫາຍ, ໂຮງຮຽນ ປກສ ຊັ້ນຕົ້ນ ເລກ 04 ຈໍານວນ 02 ສະຫາຍ, ປກສ ເມືອງປາກຊັນ 02 ສະຫາຍ, ຍິງ 01 ສະຫາຍ, ປກສ ເມືອງບໍລິຄັນ 02 ສະຫາຍ, ປກສ ເມືອງທ່າພະບາດ 02 ສະຫາຍ, ຍິງ 01 ສະຫາຍ, ປກສ ເມືອງປາກກະດິງ 02 ສະຫາຍ, ປກສ ເມືອງຄໍາເກີດ 04 ສະຫາຍ, ປກສ ເມືອງວຽງທອງ 04 ສະຫາຍ, ຍິງ 01 ສະຫາຍ, ປກສ ເມືອງໄຊຈໍາພອນ 02 ສະຫາຍ.

About admins14