ກອງບັນຊາການ ປກສ ແຂວງບໍລິຄຳໄຊ ຈັດພິທີມອບ-ຮັບໜ້າທີ່ ພະນັກງານນຳພາ – ບັນຊາ

ໃນລະຫວ່າງວັນທີ່ 08-09 ກັນຍາ 2021 ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ໄດ້ຈັດພິທີມອບ-ຮັບໜ້າທີ່ລະຫວ່າງຫົວໜ້າ ແລະ ຮອງຫົວໜ້າຜູ້ເກົ່າ-ຜູ້ໃໝ່ ຢູ່ບັນດາຫ້ອງ ຄື: ຫ້ອງຕຳຫຼວດ, ຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ຫ້ອງ 504 ໃຫ້ກຽດເຂົ້າຮ່ວມໂດຍທ່ານ ພັອ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ, ມີຄະນະພັກກອງບັນຊາການ ປກສ ແຂວງ, ຄະນະຫ້ອງການເມືອງ, ຄະນະຫ້ອງກ່ຽວຂ້ອງ, ພະນັກງານພາຍໃນຫ້ອງເຂົ້າຮ່ວມ.

ໃນພິທີໄດ້ມອບ-ຮັບໜ້າທີ່ ລະຫວ່າງທ່ານ ພັທ ອານົງ ພະບາດໄຊ ຫົວໜ້າຫ້ອງຕຳຫຼວດຜູ້ເກົ່າ ກັບ ທ່ານ ພັນໂທ ຄຳແພງ ນຳພາວັນ ຮອງຫົວໜ້າກອງບັນຊາການ ຫົວໜ້າຫ້ອງຕຳຫຼວດຜູ້ໃໝ່, ທ່ານພັນຕີ ຄຳພິທັກ ທິບພະໄກສອນ ຮັກສາການຫົວໜ້າຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຖານ ກັບ ທ່ານ ພັທ ອານົງ ພະບາດໄຊ ຫົວໜ້າຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຖານ ຜູ້ໃໝ່, ທ່ານ ພັນໂທ ທະນູສັກ ສີວົງດາວ ຫົວໜ້າຫ້ອງ 504 ຜູ້ເກົ່າ ກັບ ທ່ານ ພັນໂທ ບຸນມີໄຊ ຈັນທະວົງ ຫົວໜ້າຫ້ອງ 504 ຜູ້ໃໝ່.

ໃນພິທີ ໄດ້ລົງນາມເຊັນບົດບັນທຶກມອບ-ຮັບໜ້າທີ່ຢ່າງເປັນທາງການໂດຍຊ່ອງໜ້າຄະນະພັກ, ຄະນະບັນຊາ, ແຂກ ຖືກເຊີນ ແລະ ພະນັກງານ-ນັກຮົບເຂົ້າຮ່ວມເປັນສັກຂີພະຍານ.

ຕອນທ້າຍ ຄະນະພັກກອງບັນຊາການ ປກສ ແຂວງ ກໍ່ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນໍາ ເຊິ່ງທ່ານໄດ້ເນັ້ນໜັກໃຫ້ບັນດາຫົວໜ້າຜູ້ເກົ່າ ແລະ ຜູ້ໃໝ່ ທີ່ຖືກແຕ່ງຕັ້ງ ຈົ່ງເຊື່ອໝັ້ນການນໍາພາຂອງພັກ-ລັດ, ເພີ່ມທະວິວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບພາຍໃນກົມກອງຂອງຕົນຢ່າງເປັນປົກກະຕິຕໍ່ເນື່ອງ, ເອົາໃຈໃສ່ປັບປຸງວິທີນໍາພາ-ບັນຊາ, ແບບແຜນວິທີເຮັດວຽກ ໃຫ້ເຂົ້າສູ່ລະບົບ ແລະ ທັນສະໄໝ, ຢ່າງມີວິທະຍາສາດ, ເສີມຂະຫຍາຍມູນເຊື້ອທັດສະນະຫຼັກໝັ້ນຊົນຊັ້ນ, ຄຸນທາດການເມືອງ, ມີຄຸນສົມບັດສີນທໍາປະຕິວັດໃຫ້ໜັກແໜ້ນ ແລະ ເອົາໃຈໃສ່ຊີ້ນໍາ-ນໍາພາ ການປະຕິບັດໜ້າທີ່ວຽກງານໃຫ້ໄດ້ຮັບຜົນສໍາເລັດຢ່າງມີປະສິດທິພາບສູງ.

ພາບ-ຂ່າວ ຮທ ໄຊ ລັດດາ

About admin11