ກອງບັນຊາການ ປກສ ເມືອງບໍລິຄັນ ເປີດຝຶກອົບຮົມ, ບຳລຸງວິຊາສະເພາະໃຫ້ກຳລັງ ປກສ ບ້ານ ກຸ່ມ ບ້ານ ບໍ່.

ວັນທີ 7 ມີຖຸນາ 2022 ຢູ່ສະໂມສອນ ບ້ານ ບໍ່  ເມືອງບໍລິຄັນ ແຂວງບໍລິຄໍາໄຊ  ໄດ້ຈັດພິທີຝຶກອົບຮົມ, ບຳລຸງວຽກງານວິຊາສະເພາະ, ສິດ ແລະ ໜ້າທີ່ ໃຫ້ແກ່ ປກສ  ບ້ານ, ປກສ ກຸ່ມ ບ້ານບໍ່, ໂດຍການເປັນປະທ່ານຂອງທ່ານ ພັນໂທ  ແກ້ວສຸວັນ       ວັນນະແຝງ ຫົວໜ້າກອງບັນຊາການ ປກສ ເມືອງບໍລິຄັນ, ມີ ປກສ ບ້ານ 05 ບ້ານ ຄື: ບ້ານບໍ່, ບ້ານໂພນໄຊ, ບ້ານໂພນສົງ, ບ້ານໂພນແຍງ ແລະ ບ້ານ ນາຫັນ ເຂົ້າຮ່ວມ.

ໃນພິທີ ໄດ້ຜ່ານຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບ ເລກທີ 27/ນຍ, ລົງວັນທີ 05 ຕຸລາ 2011 ວ່າດ້ວຍການເພີ່ມທະວີວຽກງານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ,  ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 702/ປກສ, ລົງວັນທີ 02 ເມສາ 2021 ວ່າດ້ວຍການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ແລະ ເອກະສານສຳຄັນທີ່ກ່ໜວພັນອຶ່ນໆ ເຊິ່ງໄດ້ເຮັດໃຫ້ນັກສໍາມະນາກອນໃນກໍາລັງ ປກສ ກຸ່ມບ້ານ, ປກສ ບ້ານມີຄວາມເຂັ້ມແຂງທາງດ້ານການຈັດຕັ້ງ, ມີຄວາມຮູ້ຄວາມສາມາດ, ມີຄວາມຊໍານິຊໍານານທາງດ້ານວຽກງານວິຊາສະເພາະ, ຮັບຮູ້ເຂົ້າໃຈຢ່າງຢ່າງເລິກເຊິ່ງຕໍ່ຂໍ້ກໍານົດ, ກົດລະບຽບ, ແນວທາງນະໂຍບາຍຂອງພັກ – ລະບຽບກົດໝາຍຂອງລັດ ກໍ່ຄືແນວທາງປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ແລະ ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດວຽກງານຕົວຈິງ.

ການຝືກອົບຮົມໃນຄັ້ງນີ້ ກໍເພື່ອເຮັດໃຫ້ ປກສ ກຸ່ມບ້ານ, ປກສ ບ້ານ ຮັບຮູ້ເຂົ້າໃຈ ຕໍ່ພາລະບົດບາດ, ສິດ ແລະ ໜ້າທີ່,  ຄຸ້ມຄອງການເຂົ້າ – ອອກຂອງຄົນພາຍໃນບ້ານ, ສາມາດເກັບກໍາສະຖິຕິ ຄົນເພີ່ມ, ຄົນຫຼຸດ, ຄົນມາພັກເຊົາ, ຄົນເສຍຊີວິດ, ກໍາໄດ້ບັນດາເປົ້າໝາຍທີ່ມີການເຄື່ອນໄຫວກໍ່ຄວາມບໍ່ສະຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍພາຍໃນບ້ານ.

ຕອນທ້າຍ ຍັງໄດ້ຮັບຟັງ ຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳຈາກ ທ່ານ ພັນໂທ ແກ້ວສຸວັນ ວັນນະແຝງ ເຊິ່ງທ່ານໄດ້ເນັ້ນໜັກໃຫ້ຄະນະບັນຊາທຸກຂັ້ນ,     ກໍາລັງ ປກສ ກຸ່ມບ້ານ – ປກສ ບ້ານ ແລະ ການຈັດຕັ້ງບ້ານ ຈົ່ງພ້ອມກັນນໍາເອົາຂໍ້ກໍານົດ, ກົດລະບຽບ, ແນວທາງນະໂຍບາຍຂອງພັກ – ລະບຽບກົດໝາຍຂອງລັດ ກໍ່ຄືແນວທາງປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ໄປຈັດຕັ້ງເຜີຍແຜ່ເຊື່ອມຊຶມໃຫ້ແກ່ພໍ່ແມ່ປະຊາຊົນ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ກາຍເປັນວຽກງານທົ່ວປວງຊົນຮອບດ້ານ, ພ້ອມກັນນໍາເອົາບົດຮຽນທີ່ໄດ້ຝຶກອົບຮົມໃນຄັ້ງນີ້ ນໍາໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງສອດຄ່ອງກັບສະພາບຕົວຈິງ ໃນຂົງເຂດວຽກງານທີ່ຕົນຮັບຜິດຊອບໃຫ້ໄດ້ຮັບຜົນສໍາເລັດຢ່າງມີປະສິດທິຜົນສູງ, ແນ່ໃສ່ເຮັດໃຫ້ຮາກຖານບ້ານມີຄວາມສະຫງົບປອດໄພ ມີຄວາມເປັນລະບຽບຮຽບຮ້ອຍດີຂື້ນເລື້ອຍໆ.

 

 

 

       

 

About admin11