ກອງບັນຊາການປ້ອງກັນຄວາມສະຫງົບ ເມືອງ ທ່າພະບາດ ປັບປຸງ – ແຕ່ງຕັ້ງພະນັກງານຫລັກແຫລ່ງນຳພາ

ກອງປະຊຸມປັບປຸງກົງຈັກການຈັດຕັ້ງ ກອງບັນຊາການປ້ອງກັນຄວາມສະຫງົບ ເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນ ໃນວັນທີ 21 ກໍລະກົດ 2022 ຢູ່ຫ້ອງປະຊຸມກອງບັນຊາການ ປກສ ເມືອງ, ເປັນປະທານໂດຍ ທ່ານ ພັທ ເຄນວອນ ຄະນະພັກ ຮອງກອງບັນຊາການ ປກສ ແຂວງ ແລະ ທ່ານ ດວງໄຊ ຈັນທະວັງໂສ ຫົວໜ້າກອງບັນຊາການ ປກສ ເມືອງ ທ່າພະບາດ, ມີຄະນະພັກຂັ້ນແຂວງ, ເມືອງ, ພະນັກງານຫຼັກແຫຼ່ງ ຂອງກໍາລັງ ປກສ ເມືອງ ເຂົ້າຮ່ວມ.

ໃນກອງປະຊຸມໄດ້ຮັບຟັງການຜ່ານຂໍ້ຕົກລົງປັບປຸງກົງຈັກການຈັດຕັ້ງ ເລກທີ 3197/ປກສ, ຂບຊ ລົງວັນທີ 18 ກໍລະກົດ 2022 ວ່າດ້ວຍການແຕ່ງຕັ້ງຂັ້ນພະແນກ, ປກສ ກຸ່ມບ້ານ, ບັນດາໜ່ວຍງານ ຂອງກອງບັນຊາການ ປກສ ເມືອງ ທ່າພະບາດ ຫົວໜ້າກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ຕົກລົງ: ແຕ່ງຕັ້ງ ສະຫາຍ ພັຕ ບຸນທະວົງ ວິພັນຊໍາ ເປັນຫົວໜ້າພະແນກຫ້ອງການ, ສະຫາຍ ພັຕ ໄຊຍະພອນ ແສນຈັນທະວົງ ເປັນຮອງ, ແຕ່ງຕັ້ງ ສະຫາຍ ພັທ ຄໍາຜາຍ ໄຊຊະນະ ເປັນຫົວໜ້າພະແນກຕໍາຫຼວດ, ສະຫາຍ ພັຕ ພອນວິໄລ ມະນີວັນ ແລະ ສະຫາຍ ຮອ ແບ່ງໄຊ ໄຊສົງຄາມ ເປັນຮອງ, ແຕ່ງຕັ້ງ ສະຫາຍ ພັທ ວັນໄຊ ຊິງຊ່ຽວ ເປັນຫົວໜ້າພະແນກພະລາທິການ, ແຕ່ງຕັ້ງ ສະຫາຍ ພັທ ແສງສະຫວ່າງ ສຸລິຍາວົງ ແລະ ສະຫາຍ ຮອ ອໍາໄພ ເພັດວັນນາ ເປັນຮອງພະແນກ 504, ສະຫາຍ ພັຕ ນາງ ສຸດສະດາ ສີຫາລາດ ເປັນຮອງ ພະແນກຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ.

ນອກນັ້ນ ຍັງໄດ້ແຕ່ງຕັ້ງຫົວໜ້າຫ້ອງການ, ຮອງຫ້ອງການປ້ອງກັນຄວາມສະຫງົບ ບໍລິການປະຊາຊົນກຸ່ມປາກທວາຍ ແລະ ກຸ່ມບ້ານພະບາດ ແລະ ແຕ່ງຕັ້ງຫົວໜ້າໜ່ວຍງານ, ຮອງໜ່ວຍງານຂອງກອງບັນຊາການ ປກສ ເມືອງ.

About admins14