ກອງບັນຊາການທະຫານເຂດ 4 ເຂົ້າອວຍພອນການນຳແຂວງບໍລິຄຳໄຊ

ໃນວັນທີ 5 ເມສາ 2022 ຢູ່ຫ້ອງຮັບຮອງຂອງແຂວງ ທ່ານ ພົນໂທ ເຈິ່ນຫວໍຊຸ້ງ ຫົວໜ້າການເມືອງ ກອງບັນຊາການທະຫານເຂດ 4 ສສ ຫວຽດນາມ ພ້ອມຄະນະ ໄດ້ເຂົ້າອວຍພອນການນໍາຂອງແຂວງບໍລິຄໍາໄຊ ເນື່ອງໃນໂອກາດປີໃໝ່ລາວ ພສ 2565 ທີ່ໃກ້ຈະມາເຖິງ ໂດຍການຕ້ອນຮັບຂອງ ທ່ານ ປອ ກອງແກ້ວ ໄຊສົງຄາມ ກໍາມະການສູນການພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ.

ໃນໂອກາດນີ້ ທ່ານ ພົນໂທ ເຈິ່ນຫວໍຊຸ້ງ ໄດ້ອວຍພອນໄຊອັນປະເສີດ ຕໍ່ການນຳຂອງແຂວງ ຕະຫຼອດເຖິງພະນັກງານ, ນັກຮົບທຸກທົ່ວໜ້າ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າຊາວແຂວງບໍລິຄຳໄຊ ຈົ່ງມີສຸຂະພາບແຂງແຮງ, ສືບຕໍ່ນຳພາ-ຊີ້ນໍາແຂວງບໍລິຄຳໄຊ ໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

ພ້ອມດຽວກັນນັ້ນ ທັງສອງຝ່າຍ ຍັງໄດ້ຫວນຄືນການພົວພັນຮ່ວມມືກັນໃນໄລຍະຜ່ານມາ ເປັນຕົ້ນແມ່ນສາຍພົວພັນຮ່ວມມືທີ່ແໜ້ນແຟ້ນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນໄລຍະຕໍ່ສູ້ປົດປ່ອຍຊາດ, ວຽກງານການພັດທະນາເສດຖະກິດ-ສັງຄົມ, ການປ້ອງກັນສະກັດກັນ, ຄວບຄຸມພະຍາດໂຄວິດ-19 ແລະ ວຽກງານອື່ນໆ ເຊິ່ງໄດ້ສະແດງເຖິງມູນເຊື້ອອັນດີຂອງສອງຊາດລາວ-ຫວຽດນາມອ້າຍນ້ອງ ທີ່ໄດ້ມີຄວາມສາມັກຄີແບບພິເສດ ແລະ ການພົວພັນຮ່ວມມືຮອບດ້ານ.

ທ່ານເຈົ້າແຂວງບໍລິຄຳໄຊ ໄດ້ຕີລາຄາສູງ ແລະ ສະແດງຄວາມຂອບໃຈ ຕໍ່ຄະນະກອງບັນຊາການທະຫານເຂດ 4 ພ້ອມທັງອວຍພອນໃຫ້ຄວາມສາມັກຄີແບບພິເສດ ແລະ ການພົວພັນຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ຫວຽດນາມ-ລາວ ໃຫ້ມີຄວາມໜັກແໜ້ນໝັ້ນຄົງ ຍືນຍົງທະນົງແກ່ນ ຕະຫຼອດໄປ.

About admins14