ກອງທຶນໜຶ່ງດວງໃຈ ສະຫຼຸບຜົນງານຂະບວນການຮັບຕ້ອນກອງປະຊຸມ 3 ຂັ້ນ ຂອງອົງຄະນະພັກແຂວງ ຄັ້ງທີ VII

ກອງປະຊຸມ ສະຫຼຸບຜົນງານການເຄື່ອນໄຫວວຽກງານ ກອງທຶນໜຶ່ງດວງໃຈບໍລິຄຳໄຊ ຊ່ວຍເຫຼືອສັງຄົມ ໃນການກະກຽມໃຫ້ແກ້ກອງປະຊຸມ 3 ຂັ້ນ ຂອງອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VII ໄດ້ຈັດຂຶ້ນໃນວັນທີ 26 ກຸມພາ 2021 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ, ມີຄະນະປະທານ ແລະ ສະມາຊິກພາຍໃນກອງທຶນໜຶ່ງດວງໃຈ ພ້ອມດ້ວຍແຂກທີ່ຖືກເຊີນ ເຂົ້າຮ່ວມ.

ເພື່ອເປັນການກະກຽມໃຫ້ແກ້ກອງປະຊຸມ 3 ຂັ້ນ ຂອງອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VII ກອງທຶນໜຶ່ງດວງໃຈບໍລິຄຳໄຊຊ່ວຍເຫຼືອສັງຄົມ ໄດ້ຈັດຂະບວນການປະດັບປະດາຈາກດອກໄມ້ປະດິດ ໄດ້ເລີ່ມຕົ້ນແຕ່ວັນທີ 26 ມີຖຸນາ ຫາວັນທີ 30 ສິງຫາ 2020 ໄດ້ທັງໝົດ 25.800 ດອກ, ໂດຍແມ່ນການປະກອບສ່ວນຊ່ວຍເຫຼືອຕຸກນ້ຳດື່ມນ້ອຍ ຈາກບັນດາພະແນກການ, ຫ້ອງການ, ບໍລິສັດ ແລະ ຫ້າງຮ້ານຕ່າງໆ, ຫຼັງຈາກນັ້ນ ສະມາຊິກກອງທຶນ ແລະ ພາກສ່ວນຕ່າງໆໃນສັງຄົມ ໄດ້ປະດັບປະດາຕາມຈຸດສຳຄັນຕ່າງໆ ຄື: ຢູ່ທາງຂ້າງ ອະນຸສາວະລີ ທ່ານ ສີສົມພອນ ລໍວັນໄຊ ສ້າງເປັນຕົວໜັງສື “ຊົມເຊີຍກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VII”, ທາງໜ້າຂອງອະນຸສາວະລີ ປະດັບເປັນຮູບທຸງຊາດ-ທຸງພັກ ໃນເນື້ອທີ 4×6 ແມັດ, ເອ້ຢ້ອງດ້ານໜ້າອານຸສອນສະຖານທ່ານ ປະທານ ໄກສອນ ພົມວິຫານ ແລະ ປະດັບປະດາອ້ອມຫຼັກເສົາທຸງ ລຽບຕາມທາງເທດສະບານແຂວງ 11 ຈຸດ.

ໃນກອງປະຊຸມ ຍັງໄດ້ຮັບຟັງການຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງບໍລິຄຳໄຊ ວ່າດ້ວຍການຍ້ອງຍໍສັນລະເສີນໃຫ້ແກ່ກົມກອງ ແລະ ບຸກຄົນທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນເຂົ້າໃນຂະບວນການ ຂ່ຳນັບຮັບຕ້ອນກອງປະຊຸມ 3 ຂັ້ນ ຂອງອົງຄະນະພັກແຂວງບໍລິຄຳໄຊ ປະກອບດ້ວຍ: ໃບຍ້ອງຍໍ ຈຳນວນ 161 ກົມກອງ ແລະ 2.632 ທ່ານ, ໃບຊົມເຊີຍ 40 ກົມກອງ ແລະ 2.624 ທ່ານ. ໂດຍໃນພິທີຄັ້ງນີ້ ໄດ້ມອບໃບຍອງຍໍ ໃຫ້ແກ່ 34 ທ່ານ ແລະ ໃບຊົມເຊີຍ 30 ທ່ານ.

About admins14