ກອງຈະລາຈອນເມືອງບໍລິຄັນ ລົງເຜີຍແຜ່ກົດລະບຽບການສັນຈອນຕາມທ້ອງຖະໜົນຫຼວງ

ໃນຕອນເຊົ້າຂອງວັນທີ່ 23 ຕຸລາ 2020 ກອງຈະລາຈອນ ປກສ ເມືອງບໍລິຄັນ ແຂວງບໍລິຄຳໄຊ, ໄດ້ລົງເຜີຍແຜ່ກົດລະບຽບການສັນຈອນຕາມທ້ອງຖະໜົນຫຼວງໃຫ້ນ້ອງນັກຮຽນ ໂຮງຮຽນ ມໍສໍ ນາກູນ ເມືອງບໍລິຄັນ ແຂວງບໍລິຄຳໄຊ, ນຳພາໂດຍທ່ານ ພັທ ສີຕານ ວິໄລສຸກສະໄຫວ, ຮອງຫົວໜ້າພະແນກຕຳຫຼວດ, ທັງເປັນຜູ້ຊີ້ນຳ ວຽກງານກອງຈະລາຈອນ ປກສ ເມືອງ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ແດງແກ້ວ ພັນທະວີ ຮອງອໍານວຍການໂຮງຮຽນ ມໍສໍ ນາກູນ ພ້ອມດ້ວຍຄູ, ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.

ທ່ານ ຮ.ອ ຄຳໃສ ວິໄລວັນ ຫົວໜ້າກອງຈະລາຈອນ ປກສ ເມືອງບໍລິຄັນ ໄດ້ຍົກໃຫ້ເຫັນສະພາບການສັນຈອນ ແລະ ຜົນຮ້າຍທີ່ເກີດຂື້ນຈາກການເກີດອຸບັດຕິເຫດ ຍ້ອນຄວາມປະມາດ, ຂາດສະຕິຂອງບັນດານັກຂັບຂີ່ທີ່ລະເມີດການສັນຈອນ, ດື່ມສີ່ງມືນເມົາແລ້ວຂັບຂີ່, ຈອດລົດບ່ອນທີ່ມີປ້າຍຫ້າມ, ລ່ວງໄຟແດງ, ບໍ່ປ່ອຍສິດໃຫ້ກັນ, ສັນຈອນຜິດຊ່ອງທາງ ພ້ອມທັງໃຫ້ຮູ້ກ່ຽວກັບການສັນຈອນຕ່າງໆ ຕາມທ້ອງຖະໜົນຫຼວງໃຫ້ຖືກຕາມລະບຽບການສັນຈອນຢ່າງເຂັ້ມງວດ.

ທັງນີ້ ກໍ່ເພື່ອເປັນການປູກຈິດສຳນຶກຄວາມປອດໄພ ແລະ ທັດສະນະຄະຕິໃນການຂັບຂີ່ທີ່ຖຶກຕ້ອງ ໃຫ້ນ້ອງໆນັກຮຽນໄດ້ຮັບຮູ້ ແລະ ເຂົ້າໃຈ ເປັນຕົ້ນແມ່ນ: ປ້າຍຫ້າມ, ປ້າຍເຕືອນ ເຄື່ອງໝາຍການສັນຈອນຕ່າງໆ.

ທິມງານ ຍັງໄດ້ຜ່ານດຳລັດສະບັບປັບປຸງໃໝ່ເລກທີ່ 188/ນຍ, ວ່າດ້ວຍການປັບໄໝຜູ້ລະເມີດການສັນຈອນ ແລະ ສາຍ ວິດີໂອ ຮູບພາບລະຄອນສັ້ນກ່ຽວກັບການເກີດອຸບັດຕິເຫດຕາມທ້ອງຖະໜົນຫຼວງ ເພື່ອເຮັດໃຫ້ນັກຮຽນ ແລະ ຜູ້ໃຊ້ລົດໃຊ້ຖະໜົນໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ລະບຽບການສັນຈອນຕາມທ້ອງຖະໜົນຢ່າງເລີກເຊີ່ງ ເພື່ອເຮັດໃຫ້ບັນຫາອຸບັດຕິເຫດຕາມທ້ອງຖະໜົນຫຼວງໃຫ້ຫຼຸດໜ້ອຍຖອຍລົງ.

ຕອນທ້າຍຍັງໄດ້ສ້າງກິດຈະກຳໃຫ້ນ້ອງນັກຮຽນ ມໍສໍ ນາກູນ ເພື່ອຕອບຄຳຖາມກ່ຽວກັບກົດລະບຽບການຈອນ ເພື່ອຕອບຮັບເອົາຂອງຂັວນ ເປັນຕົ້ນແມ່ນປື້ມຂຽນ ແລະ ບິກ ເພື່ອປະກອບສ່ວນເຂົ້າໃນການສຶກສາຕື່ມອີກ.

About admins16