ກອງຄຸ້ມຄອງປ່າສະຫງວນແຫ່ງຊາດນ້ຳກະດິງ ເຄື່ອນໄຫວໂຄສະນາ ປູກຈິດສຳນຶກໃຫ້ກັບພໍ່ແມ່ປະຊາຊົນມີສ່ວນຮ່ວມໃນການປົກປັກຮັກສາ ຊັບພະຍາກອນທຳມະຊາດ

ໃນລະຫວ່າງວັນທີ 31 ມີນາ ຫາ 01 ເມສາ 2022 ນີ້, ກອງຄຸ້ມຄອງປ່າສະຫງວນແຫ່ງຊາດນ້ຳກະດິງ ນຳໂດຍທ່ານ ສະໝິງ ແສງພະຈັນ ຮອງຫົວຫນ້າກຸ່ມວຽກງານໂຄສະນາ-ເຜີຍແຜ່ ແລະ ບັງຄັບໃຊ້ກົດຫມາຍກອງຄຸ້ມຄອງປ່າສະຫງວນແຫ່ງຊາດນ້ຳກະດິງ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວໂຄສະນາ ປູກຈິດສຳນຶກໃຫ້ກັບພໍ່ແມ່ປະຊາຊົນ ບ້ານທີ່ຕິດກັບປ່າສະຫງວນແຫ່ງຊາດນ້ຳກະດິງ ໂດຍສະເພາະແມ່ນ: ບ້ານຫາດຊາຍຄຳ, ບ້ານໂພນໄຊ, ບ້ານດອນໄຊ, ບ້ານປາກປາງ ແລະ ບ້ານປາກຊຸນ.

ເພື່ອປູກຈິດສຳນຶກໃຫ້ພໍ່ແມ່ປະຊາຊົນຮັບຮູ້ ແລະ ເຂົ້າໃຈເລິກເຊິ່ງ ກ່ຽວກັບຄຸນປະໂຫຍດ ແລະ ຄວາມສຳຄັນຂອງພັນພຶດ, ພັນໄມ້, ພັນສັດນ້ຳ – ສັດປ່າທີ່ໃກ້ສູນພັນ ແລະ ຄວາມຈຳເປັນໃນການມີສ່ວນຮ່ວມຂອງພໍ່ແມ່ປະຊາຊົນທີ່ຕ້ອງໄດ້ຄຸ້ມຄອງ ແລະ ປົກປັກຮັກສາຊັບພະຍາກອນທຳມະຊາດ, ໃນເຂດປ່າສະຫງວນແຫ່ງຊາດນ້ຳກະດິງ ແນໃສ່ໃຫ້ທຳມະຊາດມີຄວາມສົມບູນ, ມີຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ, ຮັກສາຄວາມສົມດູນທາງດ້ານລະບົບນິເວດວິທະຍາ, ການສືບພັນທາງດ້ານຊີວະວິທະຍາຕາມທຳມະຊາດ ຂອງພັນພືດ, ພັນໄມ້ ແລະ ພັນສັດນ້ຳ-ສັດປ່າ ໃຫ້ມີການຂະຫຍາຍຕົວ ແລະ ຢູ່ຄູ່ກັບມະນຸດເຮົາຕະຫຼອດໄປ.

ການລົງເຄື່ອນໄຫວຄັ້ງນີ້, ໄດ້ໂຄສະນາ-ເຜີຍແຜ່ ລະບຽບກົດໝາຍ ແລະ ນິຕິກຳຕ່າງໆ ທີ່ກ່ຽວຂ້ອງກັບການຄຸ້ມຄອງ ແລະ ປົກປັກຮັກສາ ສັດນ້ຳ-ສັດປ່າ ໃນເຂດປ່າສະຫງວນແຫ່ງຊາດນ້ຳກະດິງ ແລະ ມີກິດຈະກຳໃຫ້ພໍ່ແມ່ປະຊາຊົນຮ່ວມຫຼີ້ນເກມ, ສະແດງລະຄອນ ແລະ ຖາມ-ຕອບຄຳຖາມ ທີ່ກ່ຽວຂ້ອງກັບການອະນຸລັກຊັບພະຍາກອນທຳມະຊາດ ໂດຍສະເພາະແມ່ນມາດຕະການຕໍ່ຜູ້ລະເມີດ.

ຍັງສ່ອງແສງໃຫ້ຮູ້ເຖີງຄຸນປະໂຫຍດ-ຜົນດີຂອງປ່າໄມ້ທີ່ສົມບູນ, ຜົນຮ້າຍຂອງປ່າໄມ້ທີ່ຖືກທຳລາຍ ລວມທັງເຄື່ອງມືຕັດໄມ້-ອຸປະກອນລ່າສັດທີ່ຫວງຫ້າມ ແລະ ຜິດກົດໝາຍ.

ພ້ອມທັງໄດ້ມອບປື້ມກົດໝາຍວ່າດ້ວຍປ່າໄມ້ ( ສະບັບປັບປຸງ ) ແລະ ຂໍ້ຕົກລົງຂອງເຈົ້າເມືອງປາກກະດິງ ວ່າດ້ວຍລະບຽບ-ການຄຸ້ມຄອງພັນພືດ, ພັນໄມ້, ພັນສັດນ້ຳ-ສັດປ່າ ໃນເຂດປ່າສະຫງວນແຫ່ງຊາດນ້ຳກະດິງ ມອບໃຫ້ການຈັດຕັ້ງ 5 ບ້ານດັ່ງກ່າວນັ້ນ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານອານຸລັກໃຫ້ໄດ້ຮັບຜົນດີຂື້ນເລື້ອຍໆ.

 

About admin11