ກອງກໍ່ສ້າງຮາກຖານ ເຂດ 1 ປາກກະດິງ ຈັດຕັ້ງເຊື່ອມຊືມບັນດານິຕິກຳຂອງລັດ

   

ຕອນເຊົ້າວັນທີ 6 ຕຸລາ 2020 ພະນັກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ ເຂດ I ເມືອງປາກກະດິງ ແຂວງບໍລິຄຳໄຊ ຈັດຕັ້ງເຜີຍແຜ່ເຊື່ອມຊືມເອກະສານ ແລະ ນິຕິກຳຕ່າງໆ ຢູ່ບ້ານໃຫຍ່ໂພນຈະເລີນ ເມືອງປາກກະດິງ. ກອງປະຊຸມໄດ້ຈັດຂື້ນຢູ່ 2 ຈຸດ ຄື: ຈຸດທີ 1 ສະໂມສອນຄຸ້ມໂພນສີ ເປັນກຽດເຂົ້າຮ່ວມຂອງທ່ານໂຄສາຈານ ແສນທະວີໄຊ ຮອງເລຂາພັກເມືອງປາກກະດິງ. ຈຸດທີ 2 ສະໂມສອນຄຸ້ມໂພນງາມ ເປັນກຽດເຂົ້າຮ່ວມຂອງທ່ານ ພັທ ສາຍພອນ ແດງພະຈັນ ຄະນະກອງບັນຊາການ ປກສ ເມືອງປາກກະດິງ.

ກອງປະຊຸມໄດ້ຜ່ານມະຕິຕົກລົງຂອງຄະປະຈຳພັກເມືອງປາກກະດິງ ເລກທີ 114/ຄປຈ.ມປດ ລົງວັນທີ 19 ພຶດສະພາ 2020 ວ່າດ້ວຍການແຕ່ງຕັ້ງພະນັກງານລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ ປະຈຳປີ 2020, ເຜີຍແຜ່, ເຊື່ອມຊືມ ມະຕິກອງປະຊຸມໃຫຍ່ອົງຄະນະພັກເມືອງປາກກະດິງ ສະໄໝທີ VII ແລະ ແຜນພັດທະນາເສດຖະກິດສັງຄົມຂອງເມືອງ, ລັດຖະທຳມະນູນ ແລະ ກົດໝາຍອາຍາ ບາງໝວດ-ບາງມາດຕາ ເພື່ອໃຫ້ພໍ່ແມ່ປະຊາຊົນຮັບຮູ້ ແລະ ເຂົ້າໃຈເລິກເຊີ່ງ ຕໍ່ແນວທາງນະໂຍບາຍຂອງພັກ-ກົດໝາຍຂອງລັດ ທີ່ວາງອອກໃນແຕ່ລະໄລຍະ, ແນໃສ່ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ໂດຍສະເພາະແມ່ນບັນຫາ 4 ເຖື່ອນ ຄື: ຄົນເຖື່ອນ, ລົດເຖື່ອນ, ຄ້າຂາຍເຖື່ອນ, ອາວຸດເຖື່ອນ ໃຫ້ຖືກແກ້ໄຂນັບມື້ຫຼຸດໜ້ອຍຖອຍລົງ ແລະ ໝົດໄປ. ປະຕິບັດແຜນພັດທະນາເສດຖະກິດ-ສັງຄົົມຂອງເມືອງ ແລະ ບ້ານ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດເປັນຮູບປະທຳ ລວມທັງການຈັດຕັ້ງປະຕິບັດ 4 ເນື້ອໃນ 4 ຄາດໝາຍຂອງວຽກງານສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.

About admin11