ກອງກໍ່ສ້າງຮາກຖານການເມືອງເຂດຈຸດສຸມບ້ານໂພນຂາມ ເຜີຍແຜ່ເຊື່ອມຊື່ມເອກກະສານຜົນຮ້າຍຂອງຢາເສບຕິດໃຫ້ບັນດາກຸ່ມເປົ້າໝາຍ

ຕອນເຊົ້າຂອງວັນທີ 08 ກັນຍາ 2021 ກອງກໍ່ສ້າງຮາກຖານການເມືອງຈຸດສຸມ ບ້ານໂພນຂາມ ເມືອງບໍລິຄັນ ແຂວງ ບໍລິຄໍາໄຊ, ໄດ້ເປີດກອງປະຊຸມເຜີຍແຜ່ ເອກກະສານຜົນຮ້າຍຂອງຢາເສບຕິດ ໃຫ້ກັບບັນດາກຸ່ມເປົ້າໝາຍ ໂດຍການເປັນປະທານ ຂອງທ່ານ ພັທ ໄມພອນ ລາດສະຈັນດາ ຮອງຫົວໜ້າກອງບັນຊາການ ປກສ ເມືອງບໍລິຄັນ ທັງເປັນຄະນະຮັບຜິດຊອບກອງກໍ່ສ້າງຮາກຖານການເມືອງຈຸດສຸມ ບ້ານໂພນຂາມ, ມີບັນດາພະນັກງານກອງກໍ່ສ້າງຮາກຖານ, ອຳນາດການປົກຄອງບ້ານ, ຕະຫຼອດຮອດປະຊາຊົນພາຍໃນບ້ານ ເຂົ້າຮ່ວມ.

ໃນພິທີ ຄະນະຮັບຜິດຊອບ ໄດ້ອະທິບາຍກ່ຽວກັບຜົນຮ້າຍຂອງຢາເສບຕິດປະເພດຕ່າງໆ ລ້ວນແຕ່ເປັນພິດໄພ, ມີຄວາມເປັນອັນຕະລາຍຕໍ່ມວນມະນຸດ ແລະ ເປັນການກົດໜ່ວງຖ່ວງດຶງ ການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ ແລະ ບໍ່ເກີດຂອງຄວາມບໍ່ສະຫງົບ ມາສູ່ຊີວິດຄອບຄົວ ແລະ ບຸກຄົນທີ່ຕົກເປັນທາດຂອງຢາເສບຕິດ.

ຈຸດປະສົງ ກໍ່ເພື່ອເປັນການປູກຈິດສຳນຶກໃຫ້ທຸກຊັ້ນຄົນໃນສັງຄົມ, ໂດຍສະເພາະແມ່ນໄວໜຸ່ມ, ຊາວໜຸ່ມ, ເຍົາວະຊົນ, ນັກຮຽນ, ນັກສຶກສາ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ໃຫ້ຮັບຮູ້ເຂົ້າໃຈ ເຖິງຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດປະເພດຕ່າງໆ ເພື່ອບໍ່ໃຫ້ລູກຫຼານຂອງຕົນຕົກເປັນທາດຂອງຢາເສບຕິດ.

ທ່ານ ຍັງໄດ້ກ່າວບາງຕອນອີກວ່າ: ຢາເສບຕິດແມ່ນແກ່ນສານກະຕຸ້ນ ຫຼື ສານລະງັບປະສາດ ທີ່ໄດ້ມາຈາກສານເສບຕິດປະເພດຕ່າງໆ ບຸກຄົນໃດຫາກເສບຢາເສບຕິດເຂົ້າສູ່ຮ່າງກາຍ ຈະເຮັດໃຫ້ສຸຂະພາບຊຸດໂຊມ, ເກີດອາການປະສາດຫຼອນ, ລະບົບສະໝອງຖືກທຳລາຍເປັນບ້າເສຍຈິດ, ມັກໃຊ້ຄວາມຮຸນແຮງ, ເຮັດໃຫ້ຄອບຄົວບໍ່ມີຄວາມສະຫງົບ, ເສື່ອມເສຍຊື່ສຽງວົງຕະກູນ ແລະ ພາໃຫ້ເກີດມີປະກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມ ເຊັ່ນ: ເກີດອາດຊະຍາກຳ, ຂົ່ມຂືນທໍາຊໍາເລົາ, ປຸ້ນຈີ້, ຊີງຊັບ, ຂ້າເຈົ້າເອົາຂອງ, ທຳຮ້າຍຮ່າງກາຍ, ຂີ້ລັກງັດແງະ ແລະ ອື່ນໆ.

ພ້ອມນັ້ນ ຍັງໄດ້ຮັບຟັງບົດແນະນໍາລະບຽບການ ເງື່ອນໄຂ ການປະກອບເອກະສານ ຂໍຝາກດັດສ້າງ ຢູ່ ປກສ ເມືອງບໍລິຄັນ, ຝາກດັດສ້າງຢູ່ ປກສ ແຂວງ ແລະ ໄປບຳບັດຢູ່ສູນບໍາບັດຜູ້ຕິດຢາເສບຕິດໜອງດົງ ແຂວງບໍລິຄຳໄຊ ເພື່ອໃຫ້ພໍ່ແມ່ປະຊາຊົນ ກໍ່ຄືຜູ້ປົກຄອງ ທີ່ມີຈຸດປະສົງ ຢາກນຳລູກຫລານຂອງຕົນ ໄປຝາກດັດສ້າງ ຫລື ໄປບຳບັດຜູ້ຕິດເສບຢາເສບຕິດ ໄດ້ຮັບຮູ້.

ໃນໂອກາດດັ່ງກ່າວ ທ່ານ ພັນໂທ ໄມພອນ ລາດສະຈັນດາ ຍັງໄດ້ເນັ້ນໜັກໃຫ້ອໍານາດການປົກຄອງທຸກຂັ້ນ ແລະ ພໍ່ແມ່ຜູ້ປົກຄອງທຸກຄົນ ຈົ່ງພ້ອມກັນເອົາໃຈໃສ່ສຶກສາອົບຮົມລູກຫຼານຂອງຕົນ, ໃຫ້ເຄົາລົບປະຕິບັດລະບຽບກົດໝາຍຢ່າງເຂັ້ມງວດ ບໍ່ໃຫ້ໄປພົວພັນຄ້າ-ຂາຍ ຫຼື ເສບຢາເສບຕິດຢ່າງເດັດຂາດ, ຮຽກຮ້ອງມາຍັງບັນດາກຸ່ມເປົ້າໝາຍ ຈົ່ງພ້ອມກັນຢຸດເຊົາຈາກການມົ້ວສຸມຢາເສບຕິດທຸກຊະນິດ, ເອົາໃຈໃສ່ປັບປຸງປ່ຽນແປງພຶດຕິກໍາ ກັບກາຍມາເປັນຄົນທີ່ດີຂອງຄອບຄົວ, ເປັນພົນລະເມືອງດີຂອງສັງຄົມ, ຕໍ່ກັບຜູ້ທີ່ບໍ່ສາມາດຢຸດເຊົາໄດ້ ແມ່ນໃຫ້ພໍ່ແມ່ຜູ້ປົກຄອງ ປະກອບເອກະສານ ເພື່ອນໍາສົ່ງຕົວເຂົາເຈົ້າໄປຮັບການບໍາບັດຟື້ນຟູຢ່າງຖືກຕ້ອງ, ເພື່ອໃຫ້ເຂົາເຈົ້າກັບກາຍມາເປັນຄົນດີໃນຕໍ່ໜ້າ.

About admin11