ກວດກາພົບ 29 ໂຄງການ ທີ່ບໍ່ໄດ້ຈັດຕັ້ງປະຕິບັດຕາມລະບຽບການ ໃນມູນຄ່າ 10 ຕື້ກີບຂຶ້ນໄປ

ກອງປະຊຸມຕິດຕາມກວດການໂຄງການທີ່ມີມູນຄ່າ 10 ຕື້ກີບຂຶ້ນໄປ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 11 ກໍລະກົດ 2022 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານ ສຸກຄຳເພັດ ເຮືອງບຸດສີ ຮອງປະທານອົງການກວດກາແຫ່ງລັດ, ມີປະທານ, ຮອງປະທານອົງການກວດກາລັດແຂວງ, ກົມກວດກາ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

ໂຄງການລົງທຶນຂອງລັດ ທີ່ມີມູນຄ່າ 10 ຕື້ກີບຂື້ນໄປ ມີທັງໝົດ 53 ໂຄງການ ໃນນັ້ນ: ກວດກາແລ້ວ 31 ໂຄງການ, ໂຄງການທີ່ໄດ້ກວດກາແຕ່ຍັງບໍ່ທັນໄດ້ເຊັນບົດບັນທຶກຜົນການກວດກາ 15 ໂຄງການ ແລະ ໂຄງການທີ່ຍັງບໍ່ໄດ້ກວດການ 07 ໂຄງການ, ກວດກາພົບເຫັນ 29 ໂຄງການ ມີມູນຄ່າທີ່ບໍ່ໄດ້ຈັດຕັ້ງປະຕິບັດ ແລະ ມູນຄ່າໂຄງການໃນໃບປະເມີນລາຄາທີ່ບໍ່ສອດຄ່ອງຕາມລະບຽບການ ຕ້ອງໄດ້ຫັກລົບອອກຈາກມູນຄ່າໂຄງການ ຈຳນວນ 93.173,62 ລ້ານກີບ, ໂຄງການທີ່ມີມູນຄ່າ 10 ຕື້ກີບລົງມາ ຢູ່ພາຍໃນແຂວງບໍລິຄຳໄຊ ມີຈຳນວນທັງໝົດ 192 ໂຄງການໃນນັ້ນ: ມູນຄ່າທີ່ສະພາໄດ້ຮັບຮອງເອົາທັງໝົດ 536.750.47 ລ້ານກີບ, ຜ່ານມາໄດ້ກວດກາແລ້ວ 145 ໂຄງການ, ມູນຄ່າສະພາຮັບຮອງ 385.802,90 ລ້ານກີບ, ມູນຄ່າຕາມສັນຍາ 394.366,54 ລ້ານກີບ, ໜ້າວຽກປະຕິບັດໄດ້ ເທົ່າກັບ 81,34% ເທົ່າກັບມູນຄ່າ 320,758,95 ລ້ານກີບ ຂອງມູນຄ່າສັນຍາ ໃນນັ້ນ ລັດໄດ້ຊຳລະດ້ວຍຮ່ວງງົບປະມານໃຫ້ບໍລິສັດຮັບເໝົາກໍ່ສ້າງ 121,820,34 ລ້ານກີບ, ໄດ້ຊຳລະຮ່ວງອ່ວາຍໜີ້ສາມແຈ 7.940,05 ລ້ານກີບ, ຊຳລະດ້ວຍຮ່ວງພັນທະບັດ 22.545,47 ລ້ານກີບ ແລະ ການຊຳລະຮ່ວງອື່ນໆ 33.068,43 ລ້ານກີບ, ລວມການຊຳລະທັງໝົດ 185.374,29 ລ້ານກີບ.

ຜ່ານການກວດກາເອກະສານຂອງໂຄງການ ແລະ ການຊຳລະສະສາງ ພົບເຫັນໂຄງການທີ່ຈ່າຍເກີນໜ້າວຽກປະຕິບັດໄດ້ ແລະ ໂຄງການທີ່ຄິດໄລ່ບໍ່ຖືກຕາມລະບຽບການຄື: ໂຄງການຈ່າຍເງິນເກີນໜ້າວຽກຂອງມູນຄ່າປະຕິບັດໄດ້ ມີ 2 ໂຄງການ, ໂຄງການຄິດໄລ່ບໍ່ຖືກຕາມລະບຽບການ 9 ໂຄງການ ທີ່ຈະຕ້ອງໄດ້ຫັກລົບທັງໝົດ ຈຳນວນ 3.185,81 ລ້ານກີບ.

ພ້ອມນີ້ ກອງປະຊຸມຍັງໄດ້ພ້ອມກັນປຶກສາຫາລື ໃນການກວດກາໂຄງການລົງທຶນຂອງລັດ ທີ່ມີມູນຄ່າ 10 ຕື້ກີບຂື້ນໄປ ແລະ 10 ຕື້ກີບ ລົງມາ ໃນການລົງກວດກາພາກສະໜາມຕົວຈິງ ໂດຍສະເພາະກວດກາທາງດ້ານຄຸນນະພາບ, ມາດຖານດ້ານ ເຕັກນິກຂອງໂຄງການ, ກວດກາຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ຂອງເຈົ້າຂອງໂຄງການ ເພື່ອເຮັດໃຫ້ວຽກງານໄດ້ຖືກຕ້ອງຕາມລະບຽບ ແລະ ດຳເນີນງານຢ່າງມີປະສິດທິຜົນ.

About admins16