
ໃນພູມີພາກຂອງແຂວງວຽງຈັນ ຕອນໃຕ້ ແລະ ພາກເໜືອຂອງແຂວງຄຳມ່ວນ ອັນປະກອອບດ້ວຍ ເຂດພູພຽງນາກາຍ ມະຫາໄຊ ຍົມມະລາດ ຊຶ່ງເປັນເຂດແຄວ້ນທີ່ມີການຕິດຕໍ່ກັນດ້ວຍສາຍພູພຽງຫີນປູນຍາວຢຽດ ແຕ່ເໜືອຮອດໃຕ້ ຕາມສັນພູຫຼວງ ດ້ານຕາເວັນອອກ ຕິດກັບຊາຍ ແດນຫວຽດນາມ, ພູມີພາກຂອງປະເທດສ່ວນນີ້ເປັນເຂດພູດອຍ ກວມເອົາເນື້ອທີ່ເກືອບທັງໝົດ ມີເຂດທົ່ງພຽງເລາະຕາມແຄມແມ່ນ້ຳຂອງທາງຝັ່ງຊ້າຍ ພຽງໜຶ່ງສ່ວນສາມເທົ່ານັ້ນ. ເຊີ່ງເອີ້ນວ່າແຂວງບໍລິຄຳໄຊ ມີເນື້ອທີ່ 15.977,71 ຕາຕະລາງກິໂລແມັດ ມີຕັ້ງຢູ່ພາກກາງຂອງປະເທດ
- ທາງທິດເໜືອ ຕິດກັບນະຄອນຫຼວງວຽງຈັນ ແຂວງໄຊສົມບູນ,
- ທິດໃຕ້ຕິດກັບແຂວງຄຳມ່ວນ,
- ທິດຕາເວັນອອກ ຕິດກັບແຂວງຊຽງຂວາງ ແລະ ແຂວງເຫງ້ອານ, ແຂວງຮ່າຕິງ ສ ສ ຫວຽດນາມ,
- ທິດຕາເວັນຕົກ ຕິດກັບຈັງຫວັດ ບຶງການ, ໜອງຄາຍ ແລະ ນະຄອນພະນົມ ພາກອິສານ ລາຊາອານາຈັກໄທ ມີແມ່ນ້ຳຂອງຂັ້ນກາງ
ລັກສະນະພື້ນທີ່ດິນຂອງແຂວງເປັນຮູບຍາວຮີຕັດຜ່ານ ຕິດກັບຊາຍແດນລະຫວ່າງຊາດຄື: ທິດຕາເວັນອອກ, ຕິດກັບສາທາລະນະລັດ ສັງຄົມນິຍົມຫວຽດນາມ, ທິດຕາເວັນຕົກ, ຕິດກັບລາຊະອານາຈັກໄທ, ເຊີ່ງເປັນບ່ອນກີ່ວສຸດ ຂອງປະເທດລາວ ມີລວງຍາວກ້ວາງພຽງ 120 ກິໂລແມັດເທົ່ານັ້ນ ມີຄວາມສູງຈາກໜ້ານ້ຳທະເລໂດຍສະເລ່ຍ 500 ແມັດ
- ຊັບພະຍາກອນທຳມະຊາດ:
- » ໄມ້ເນຶ້ອແຂງ ແລະ ໄມ້ລາຄາແພງມີ: ໄມ້ໂລງເລງ, ໄມ້ຂະຍຸງ,ໄມ້ດູ່, ໄມ້ແຕ້, ໄມ້ເກດສະໜາ..
» ສັດປ່າມີ: ຊ້າງ, ເສືອ, ກວາງ, ຟານ, ເສົາຫຼາ, ກະທິງ ແລະ ອື່ນໆ.
- » ພືດພັນທີ່ສາມາດແຕ່ງເປັນຢາມີ: ເຄືອແຫມ, ເປືອກບົງ, ແຄຫອມ ແລະ ອື່ນໆ.
- » ເຄື່ອງປ່າຂອງດົງທີ່ເປັນສີນຄ້າມີ: ໝາກແໜ່ງ, ຂີ້ຊີ,ຫວາຍ, ທູນ, ດອກແຂມ, ເປືອກບົງ, ປໍສາ….
- ບໍ່ແຮ່ມີ: ບໍ່ຄຳ, ບໍ່ກົ່ວ, ບໍ່ອັງຕີມອນ ແລະ ອື່ນໆ.
ເນືອທີ່ດິນໃນແຕ່ລະເມືອງໃນ 7 ເມືອງ.
- ເມືອງປາກຊັນ 654 ກິໂລຕາແມັດ.
- ເມືອງທ່າພະບາດ 2.012 ກິໂລຕາແມັດ.
- ເມືອງປາກກະດິງ 4.210 ກິໂລຕາແມັດ.
- ເມືອງບໍລິຄັນ 3.062 ກິໂລຕາແມັດ.
- ເມືອງຄຳເກີດ 2.761 ກິໂລຕາແມັດ.
- ເມືອງວຽງທອງ 3.958 ກິໂລຕາແມັດ.
- ເມືອງໄຊຈຳພອນ 1.947 ກິໂລຕາແມັດ.
- » ເມືອງທົ່ງພຽງ: ເມືອງປາກຊັນ,ເມືອງທ່າພະບາດ ແລະ ເມືອງປາກກະດິງ ມີ
- » ເມືອງເຄິ່ງພູ ແລະ ເຄິ່ງທົ່ງພຽງ: ເມືອງບໍລິຄັນ
- » ເມືອງເຂດພູດອຍ: ເມືອງຄຳເກີດ, ເມືອງວຽງທອງ ແລະ ເມືອງໄຊຈຳພອນ
ທ່ານແຮງດ້ານການພັດທະນາ
ແຂວງບໍລິຄຳໄຊ ໄດ້ຕັ້ງໜ້າຂຸດຄົ້ນບັນດາທ່າແຮງຂອງແຂວງ ເຂົ້າໃນການພັດທະນາ ຕາມມະຕິ ແລະ ແຜນການທີ່ໄດ້ກໍານົດໄວ້ ເຮັດໃຫ້ເສດຖະກິດຂະຫຍາຍຕົວຕໍ່ເນື່ອງ. ໃນປະຈຸບັນລະດັບການຂະຫຍາຍຕົວດ້ານເສດຖະກິດ 8,9%, ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸ 3.543 ຕື້ກີບ, ສະເລ່ຍໃສ່ພົນລະເມືອງ 1.621ໂດລາ,ໂຄງປະກອບເສດຖະກິດຕາມຂະແໜງການ: ຂະແໜງກະສິກໍາ-ປ່າໄມ້ ກວມ 42,19%, ອຸດສາຫະກໍາ 29,81% ແລະ ການບໍລິການ 28% ຂອງGDP; ການລົງທຶນບັນລຸ 997,12 ຕື້ກີບ ເທົ່າກັບ 28,14% ຂອງGDP,ພື້ນຖານໂຄງລ່າງໄດ້ຮັບການພັດທະນາມີເສັ້ນທາງລົດເຂົ້າເຖິງບ້ານກວມ 100% ແລະ ທຽວໄດ້ 2 ລະດູ ກວມ 86,6%; ໄດ້ຂະຫຍາຍຕາໜ່າງໄຟຟ້າອອກສູ່ຊົນນະບົດ ປະຈຸບັນຊົມໃຊ້ໄຟຟ້າຖາວອນ 93,93% ລະບົບໂທລະຄົມ-ສື່ສານ ມີຜູ້ຊົມໃຊ້ໂທລະສັບທັງໝົດ 225.536 ເລກໝາຍ ສະເລ່ຍ83/100 ຄົນ ແລະ ມີສັນຍານ ກວມ 97,3% ຂອງຈໍານວນບ້ານໃນທົ່ວແຂວງ,ການນໍາໃຊ້ລະບົບນໍ້າປະປາຂອງບັນດາບ້ານໃນເທດສະບານເມືອງ ກວມ 71,43%, ມູນຄ່າການສົ່ງອອກ 57,05 ລ້ານໂດລາ, ນໍາເຂົ້າ 62,92 ລ້ານໂດລາ.ມີສະຖານທີ່ທ່ອງທ່ຽວ76 ແຫ່ງ ໃນນັ້ນ ແຫຼ່ງທ່ອງທ່ຽວທໍາມະຊາດ 63 ແຫ່ງ, ວັດທະນະທໍາ 10 ແຫ່ງ ແລະ ປະຫວັດສາດ 3 ແຫ່ງ,ໂຮງແຮມ 31 ແຫ່ງ, ເຮືອນພັກ 72 ແຫ່ງ ແລະ ຮ້ານອາຫານ 137 ຮ້ານ,ມີນັກທ່ອງທ່ຽວເຂົ້າມາປະມານ130.000 ຄົນຕໍ່ປີ
ທົ່ວແຂວງມີຄອບຄົວພົ້ນທຸກແລ້ວ 43.883 ຄອບຄົວ ກວມ 93,43%, ບ້ານພົ້ນທຸກມີ 262 ບ້ານ ກວມ 88,21%, ຄອບຄົວພັດ ທະນາ 39.524 ຄອບຄົວ ກວມ 84,12%, ບ້ານພັດທະນາ 188 ບ້ານ ກວມ 63,29%; ສ້າງບ້ານໃຫຍ່ໃຫ້ເປັນຕົວເມືອງນ້ອຍ 5 ບ້ານ ຄື: ບ້ານຜາເມືອງ, ຈອມທອງ, ກໍໄຮ, ທົ່ງນາມີ ແລະ ວຽງຄໍາ ໃນນີ້ ໄດ້ປະກາດບ້ານຜາເມືອງ ເມືອງບໍລິຄັນ ແລະ ບ້ານວຽງຄໍາ ເມືອງປາກກະດິງ ກາຍເປັນບ້ານໃຫຍ່ ມີສີສັນຕົວເມືອງນ້ອຍໃນຊົນນະບົດ.