ກອງທຶນ 1 ດວງໃຈ ມອບອຸປະກອນການສະແດງມູນຄ່າ 18 ລ້ານກ່ວາກີບ ຊຸກຍູ້ສູນວັດທະນະທຳເດັກ

ເພື່ອເປັນການຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງບໍລິຄຳໄຊ ທີ່ຈະໄດ້ຈັດຂຶ້ນໃນມໍ່ໆນີ້ ໃນວັນທີ 15 ກັນຍາ 2020 ກອງທຶນໜຶ່ງດວງໃຈບໍລິຄຳໄຊຊ່ວຍເຫຼືອສັງຄົມ ນຳໂດຍທ່ານ ນາງ ແອງ ໄຊສົງຄາມ ປະທານກອງທຶນ ພ້ອມຄະນະ ໄດ້ນຳເອົາອຸປະກອນປະກອບໃນການສະແດງສີລະປະ ມາມອບໃຫ້ສູນວັດທະນະທຳເດັກ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ໂດຍກ່າວຮັບຂອງ ທ່ານ ບົວສອນ ບຸດຊາວດອນ ຮອງຫົວໜ້າພະແນກ ຖວທ ແຂວງ ມີຄະນະກອງທຶນໜຶ່ງດວງໃຈບໍລິຄຳໄຊຊ່ວຍເຫຼືອສັງຄົມ, ຄະນະສູນວັດທະນະທຳເດັກ ແລະ ພາກສ່ວນທີ່ກ່ຽວຂ້ອງ ຕະຫຼອດຮອດຫຼານນ້ອຍທີ່ມາຮ່ວມເຄື່ອນໄຫວກິດຈະກຳພາຍໃນສູນ ເຂົ້າຮ່ວມ.

ເຄື່ອງທີ່ນຳມາມອບໃນຄັ້ງນີ້ ປະກອບມີຊຸດເຜົ່າເມີ້ຍ 5 ຊຸດ, ຊຸດລາວລຸ່ມຍິງ 30 ຊຸດ, ຊຸດລາວລຸ່ມຊາຍ 10 ຊຸດ, ເສື້ອລາວລຸ່ມຊາຍ 4 ຜືນ, ແພສຳລັບຕັດຊຸດໄທດຳ 5 ຊຸດ, ເຄື່ອງປະດັບສີຄຳ 10 ຊຸດ ແລະ ເສື້ອກອງທຶນໜຶ່ງດວງໃຈ 100 ຜືນ ລວມມູນຄ່າທັງໝົດ 18.500.000 ກີບ. ນີ້ກໍ່ເພື່ອເປັນການຍົກລະດັບອີກບາດກ້າວໜຶ່ງ ໃນການສະແດງຂອງຫຼານນ້ອຍເຂົ້າໃນເທດສະການ ແລະ ວັນສຳຄັນຕ່າງໆຂອງຊາດ, ຂອງພັກ ໃຫ້ມີຫຼາກຫຼາຍສີສັນ ເຊິ່ງໄລຍະຜ່ານມາທາງສູນວັດທະນະທຳເດັກແຂວງ ໄດ້ມີຜົນງານຫຼາຍດ້ານປະກອບສ່ວນເຂົ້າໃນການຮັບໃຊ້ງານທີ່ສຳຄັນຂອງແຂວງ ເປັນຕົ້ນແມ່ນການສະແດງສິລະປະ, ວັນນະຄະດີ, ຮ້ອງເພງ, ບົດຟ້ອນຕ່າງໆ ທີ່ຕິດພັນກັບການໂຄສະນາມູນເຊື້ອໃນວັນສຳຄັນຂອງຊາດ, ຂອງພັກ ແລະ ທັງເປັນການເຜີຍແຜ່ວັດທະນາທຳອັນດີງາມຂອງຊາດ, ຂອງເຊົາເຜົ່າ, ວິຖີຊີວິດ, ການດຳລົງຊີວິດຂອງປະຊາຊົນໃນແຕ່ລະທ້ອງຖິ່ນ ໃຫ້ສັງຄົມໄດ້ຮັບຮູ້ເຂົ້າໃຈເປັນຢ່າງດີ.

About admins14