
ໃນວັນທີ 24 ພະຈິກ 2022 ທ່ານ ສີຈັນ ສີໂພຄຳ ຜູ້ຈັດການຮ້ານບັນເທິງໄວຫວານຮາດບິດ ປາກຊັນ ແຂວງບໍລິຄຳໄຊ ໄດ້ນໍາເອົາເຄື່ອງກິລາ ຈໍານວນ 20 ຊຸດ ລວມມູນຄ່າ 1.200.000 ກີບ ມາມອບໃຫ້ພະແນກຕໍາຫຼວດທ່ອງທ່ຽວ ປກສ ແຂວງ ບໍລິຄໍາໄຊ, ເພື່ອເປັນການປະກອບສ່ວນ ເຂົ້າໃນສ້າງຂະບວນການຂໍ່ານັບຮັບຕ້ອນວັນຊາດທີ 2 ທັນວາ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 47 ປີ ( 2 ທັນວາ 1975 – 2 ທັນວາ 2022) ໃຫ້ເປັນຂະບວນການຟົດຟືນກວ້າງຂວາງ ເບີກບານມ່ວນຊື່ນ ເຕັມໄປດວ້ຍຄວາມໝາຍຄວາມສຳຄັນຢ່າງເລິກເຊິງ, ກ່າວຮັບໂດຍທ່ານ ພັນໂທ ສົມບູນ ວົງນະລາດ ຫົວໜ້າພະແນກຕໍາຫຼວດທ່ອງທ່ຽວ ຫ້ອງສັນຕິບານ ປກສ ແຂວງ, ມີນາຍຕໍາຫຼວດພາຍໃນພະເເນກ ແລະ ພາກສ່ວນກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພະຍານ.
ໂອກາດນີ້ ທ່ານ ພັນໂທ ສົມບູນ ວົງນະລາດ ຫົວໜ້າພະແນກຕໍາຫຼວດທ່ອງທ່ຽວ ກໍ່ໄດ້ສະເເດງຄວາມຂອບໃຈມາຍັງ ຮ້ານບັນເທິງໄວຫວານຮາດບິດ ປາກຊັນ ທີ່ໄດ້ໃຫ້ການອຸປະຖໍາໃນຄັ້ງນີ້ ພວກເຮົາຈະນໍາໃຊ້ໃຫ້ເກີດ ຜົນປະໂຫຍດສູງສຸດ.









Users Today : 331
Users Yesterday : 1356
This Month : 34218
This Year : 390131
Total Users : 1149583
Who's Online : 11