
ວັນທີ 29 ກັນຍາ 2022 ຢູ່ຫ້ອງປະຊຸມເບີ 03 ກອງບັນຊາການ ປກສ ແຂວງບໍລິຄໍາໄຊ, ທ່ານ ເຄນສຸກ ໄຊສຸວັນ ເຈົ້າຂອງຮ້ານຂາຍເຄື່ອງຍ່ອຍທົ່ວໄປ ບ້ານທ່າສີ ເມືອງບໍລິຄັນ ແຂວງບໍລິຄຳໄຊ ໄດ້ນຳເອົາເຄື່ອງກິລາ 37 ຊຸດ ລວມມູນຄ່າ 1.850.000 ກີບ ມາມອບໃຫ້ສະໂມສອນບານເຕະກອງບັນຊາການ ປກສ ແຂວງບໍລິຄຳໄຊ ເພື່ອເປັນການປະກອບສ່ວນເຂົ້າໃນການແຂ່ງຂັນກິລາບານເຕະລີກ 2 ແຂວງບໍລິຄຳໄຊ, ກ່າວຮັບໂດຍທ່ານ ພັທ ກອງລະສັກ ສີສຸກລາດ ຮອງຫົວໜ້າຫ້ອງການເມືອງ, ຜູ້ບໍລິຫານສະໂມສອນບານເຕະກອງບັນຊາການ ປກສ ແຂວງ, ໂດຍຊ້ອງໜ້າທ່ານ ພັທ ຄຳໝັ້ນ ໄຂທະວີສຸກ ຫົວໜ້າຫ້ອງການກອງບັນຊາການ ປກສ ແຂວງ ປະທານສະໂມສອນບານເຕະ ປກສ ແຂວງ ແລະ ຄະນະນໍານັກກິລາເຂົ້າຮ່ວມເປັນສັກຂີພະຍານ.

ທ່ານ ພັທ ກອງລະສັກ ສີສຸກລາດ ຜູ້ບໍລິຫານສະໂມສອນບານເຕະກອງບັນຊາການ ປກສ ແຂວງ ຕາງໜ້າໃຫ້ແກ່ຄະນະນໍານັກກິລາບານເຕະ ໄດ້ກ່າວສະແດງຄຳຂອບໃຈ ແລະ ຍ້ອງຍໍຊົມເຊີຍມາຍັງ ທ່ານ ເຄນສຸກ ໄຊສຸວັນ ທີ່ໄດ້ບິແບ່ງທຶນຮອນສ່ວນຕົວ ເພື່ອປະກອບສ່ວນຊຸກຍູ້ເຂົ້າໃນຂະບວນການວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ, ເວົ້າສະເພາະກໍ່ຄືຂະບວນການກິລາບານເຕະ ປກສ ແຂວງໃນຄັ້ງນີ້.









Users Today : 329
Users Yesterday : 1356
This Month : 34216
This Year : 390129
Total Users : 1149581
Who's Online : 12