
ໃນວັນທີ 27 ກັນຍາ 2022 ທ່ານ ທະນູວັນ ວົງມະນີ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ແຂວງ ບໍລິຄຳໄຊ ພ້ອມດ້ວຍທີມງານຄະນະຊາວບໍລິຫານງານຊາວໜຸ່ມແຂວງ ໄດ້ສົມທົບກັບອົງການແນວລາວສ້າງຊາດ, ສະຫະພັນແມ່ຍິງ, ສະຫະພັນກໍາມະບານ, ສະຫະພັນນັກຮົບເກົ່າແຂວງ ແລະ ທ່ານ ນາງ ນຸດ ຄຸນພະໄຊ ນັກທຸລະກິດໜຸ່ມຍິງແຂວງບໍລິຄໍາໄຊ ລົງມອບເງິນຊ່ວຍເຫຼືອ ໃຫ້ແກ່ ຄອບຄົວ ນາງ ຄໍາໄຂ ສຸລິຂັນ ຢູ່ບ້ານທົ່ງນ້ອຍ ເມືອງປາກຊັນ ແຂວງບໍລິຄໍາໄຊ.

ເຊິ່ງເປັນຄອບຄົວຂາດເຂີນທາງດ້ານກໍາລັງແຮງ ແລະ ດ້ານປັດໃຈໃນການປີ່ນປົວລູກຊາຍ ຊື່ ທ້າວ ຖາວອນ ສຸລິຂັນ ທີ່ເຈັບປ່ວຍມາເປັນເວລາດົນນານແລ້ວ ຈໍານວນ 3.230.000 ກີບ ເພື່ອເປັນຄ່າໃຊ້ຈ່າຍຈໍານວນໜຶ່ງໃນການປີ່ນປົວ ເຊິ່ງຕາງໜ້າກ່າວມອບ ໂດຍທ່ານ ນາງ ເກດແກ້ວ ກົມມະແສງ ຮອງປະທານແນວລາວສ້າງຊາດແຂວງ ແລະ ຕາງໜ້າກ່າວຮັບໂດຍຄະນະພັກບ້ານທົ່ງນ້ອຍ ໃນນາມຕາງໜ້າໃຫ້ຄອບຄົວຜູ້ຂາດເຂີນ.









Users Today : 302
Users Yesterday : 1261
This Month : 1563
This Year : 357476
Total Users : 1116928
Who's Online : 10