
ໃນວັນທີ 13 ກັນຍາ 2022 ຢູ່ຫ້ອງປະຊຸມພະແນກ ຖວທ ແຂວງ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານສຳຄັນ ຂອງພັກ ແລະ ລັດ ໂດຍໃຫ້ກຽດເຜີຍແຜ່ ທ່ານ ສົນທອງ ວີບຸນກວາງ ຫົວໜ້າພະແນກ ຖວທ ແຂວງ, ມີພະນັກງານ ລັດຖະກອນພາຍໃນພະແນກ ເຂົ້າຮ່ວມ.

ກອງປະຊຸມ ບັນດາຜູ້ເຂົ້າຮ່ວມ ໄດ້ຮັບຟັງເອກະສານ ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໝທີ XI, ມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 8 ສະໄໝທີ VII, ດໍາລັດ ສະບັບເລກທີ 205/ລບ, ລົງວັນທີ 22 ກໍລະກົດ 2022 ວ່າດ້ວຍການປະຍັດ ແລະ ຕ້ານການຟຸມເຟືອຍ, ເຊິ່ງການປະຍັດແມ່ນ ການຫຼຸດຜ່ອນຄ່າສິ້ນເປືອງໃນການນຳໃຊ້ງົບປະມານຂອງລັດ, ແຫຼ່ງທຶນ, ຊັບສິນ, ແຮງງານ, ເວລາ, ຊັບພະຍາກອນທຳມະຊາດ, ພະລັງງານ ແລະ ອື່ນໆ ທີ່ມີຢູ່ຢ່າງຈຳກັດ ໃຫ້ມີປະສິດທິຜົນສູງສຸດ ໂດຍການນຳໃຊ້ຊັບພະຍາກອນດັ່ງກ່າວ ດ້ວຍແຫຼ່ງທຶນທີ່ເທົ່າເກົ່າ ຫຼື ໜ້ອຍກວ່າເກົ່າ ແຕ່ໄດ້ຮັບຜົນຕອບແທນຫຼາຍ ແລະ ດີກວ່າເກົ່າ, ການຕ້ານການຟຸມເຟືອຍ ແມ່ນການປູກຈິດສໍານຶກໃນການສ້າງແຜນ, ປະຕິບັດລາຍຈ່າຍງົບປະມານຂອງລັດ, ທຶນ ແລະ ຊັບສິນ, ແຮງງານ, ເວລາ, ຊັບພະຍາກອນທຳມະຊາດ, ພະລັງງານ ແລະ ອື່ນໆ ເພື່ອຫຼີກລ່ຽງ ການໃຊ້ຈ່າຍບໍ່ມີເຫດຜົນ ແລະ ບໍ່ສ້າງຄວາມອັບປະໂຫຍດໃຫ້ລັດ ແລະ ສັງຄົມ, ທັງນີ້ກໍ່ເພື່ອເຮັດໃຫ້ພະນັກງານຫຼັກແຫຼ່ງທົ່ວພະແນກ ຖວທ ແຂວງ ໃຫ້ເຂົ້າໃຈເລິກເຊີ່ງ ຕໍ່ 3 ເອກະສານດັ່ງກ່າວ ໂດຍເນັ້ນເຖິງຄວາມໝາຍຄວາມສຳຄັນ ແລະ ຄວາມຈໍາເປັນຂອງເນື້ອໃນເອກະສານ ເພື່ອນຳໄປຈັດຕັ້ງປະຕິບັດໃຫ້ປະກົດເປັນຈິງ.









Users Today : 335
Users Yesterday : 1356
This Month : 34222
This Year : 390135
Total Users : 1149587
Who's Online : 8