
ໃນຕອນເຊົ້າຂອງວັນທີ 15 ກໍລະກົດ 2022 ທ່ານ ໄຊຍະກອນ ປັນຍາທອນ ຕາງໜ້າກະຊວງສຶກສາທິການ ແລະ ກິລາ ຜູ້ຮັບຜິດສອບສູນສອບເສັງທົ່ວແຂວງບໍລິຄຳໄຊ ແລະ ທ່ານໂພເພັດກຸນນາວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມສູນສອບເສັງຈົບຊັ້ນມັດທະຍົມຕອນປາຍ ມໍ.7 ຢູ່ເມືອງຄຳເກີດ ໂດຍມີຄະນະກຳມະການຊີ້ນຳລວມການສອບເສັງ ພ້ອມດ້ວຍອຳນວຍການໂຮງຮຽນ ເຂົ້າຮ່ວມ.

ການລົງຕິດຕາມການສອບເສັງຈົບຊັ້ນມັດທະຍົມຕອນປາຍ ມໍ.7 ແມ່ນໄດ້ລົງຕິດຕາມ 2 ສູນທົ່ວເມືອງ ຄື: ສູນສອບເສັງ ມໍສໍ ຊົນເຜົ່າ ແລະ ສູນ ມໍສໍ ນະຄອນໄຊ, ໂອກາດນີ້ ທ່ານຍັງໄດ້ຮັບຟັງການລາຍງານສະພາບລວມຂອງການສອບເສັງທັງສອງສູນ, ການສອບເສັງໃນຄັ້ງນີ້ ແມ່ນມີຄວາມເປັນລະບຽບຮຽບຮ້ອຍດີ, ນັກສອບເສັງມາຕາມໂມງ – ເວລາທີ່ກຳນົດ ແລະ ປະຕິບັດກົດລະບຽບການສອບເສັງໄດ້ດີ.








Users Today : 9
Users Yesterday : 1601
This Month : 29924
This Year : 328609
Total Users : 1088061
Who's Online : 17