
ວັນທີ 13 ມີຖຸນາ 2022 ຢູ່ຫ້ອງປະຊຸມຂອງຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ ເມືອງວຽງທອງ, ແຂວງບໍລະຄໍາໄຊ ໄດ້ຈັດພິທີປະກາດແຕ່ງຕັ້ງຄະນະຫ້ອງການເຕັກໂນໂລຊີ ແລະ ການສື່ສານ ເມືອງວຽງທອງ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ທອງລິດ ສິດທິອໍາພາ ຄະນະປະຈໍາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ, ມີບັນດາພະນັກງານຫ້ອງການທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ໃນພິທີ ໄດ້ຜ່ານຂໍ້ຕົກລົງຂອງເຈົ້າເມືອງວຽງທອງ ວ່າດ້ວຍການແຕ່ງຕັ້ງ ຄະນະຫ້ອງການເຕັກໂນໂລຊີ ແລະ ການສື່ສານ ແລະ ຜ່ານມະຕິຕົກລົງຂອງຄະນະປະຈຳພັກເມືອງ ວ່າດ້ວຍການປົ່ງຕົວແຕ່ງຕັ້ງເລຂາ, ຮອງເລຂາ ໜ່ວຍພັກຫ້ອງການ ເຕັກໂນໂລຊີ ແລະ ການສື່ສານ ເຊີ່ງໄດ້ແຕ່ງຕັ້ງທ່ານ ດ້ວງ ລໍວັນໄຊ ເປັນເລຂາໜ່ວຍພັກ – ເປັນຫົວໜ້າຫ້ອງການ, ທ່ານ ຄຳສ່ຽນ ເໝືອນສິດທິດາ ເປັນຮອງເລຂາໜ່ວຍພັກ ເປັນຜູ້ກວດກາ – ເປັນຮອງຫົວໜ້າຫ້ອງການ, ທ່ານ ຂັນທອງ ອາໂຄດມີ ເປັນ ຮອງຫົວໜ້າຫ້ອງການ.
ທ່ານ ທອງລິດ ສິດທິອໍາພາ ກ່າວວ່າ: ການຊັບປ່ຽນບ່ອນປະຈໍາການ ເປັນວຽກປົກກະຕິຂອງພັກ, ເປັນການປັບປຸງ ເພື່ອແນໃສ່ວຽກ ແລະ ບຸກຄະລາກອນໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນແຕ່ລະໄລຍະ, ການແຕ່ງຕັ້ງການຊັບປ່ຽນໜ້າທີ່ບ່ອນປະຈໍາການ ເປັນການມອບໝາຍໜ້າທີ່ຄວາມຮັບຜິດຊອບບໍ່ວ່າຈະຢູ່ບ່ອນເກົ່າ ຫຼື ບ່ອນໃໝ່ກໍ່ຕ້ອງມີຄວາມຮັບຜິດຊອບໃຫ້ສູງ ເພື່ອຮັບປະກັນເຮັດໜ້າທີ່ການເມືອງ ໃຫ້ມີຄວາມສໍາເລັດຢ່າງຈົບງາມ.








Users Today : 23
Users Yesterday : 1721
This Month : 3196
This Year : 249372
Total Users : 1008824
Who's Online : 8