
ໃນວັນທີ 24 ກຸມພາ 2022 ຢູ່ທີ່ຫ້ອງປະຊຸມຫ້ອງການສາທາລະນະສຸກ ເມືອງວຽງທອງ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມປືກສາຫາລື ການສ້າງສວນອະນຸລັກຊີວະນາໆພັນ ທີ່ເປັນຢາແຫ່ງໃໝ່ ( ເຂດຕາດກູ້ ) ໂດຍການເຂົ້າຮ່ວມຂອງທ່ານ ບົວພັນ ອີນຄຳມະວົງ ຮອງເຈົ້າເມືອງວຽງທອງ, ທ່ານ ປອ ດຣ ທອງສະຫວັນ ແສງກົງດາລາ ຮອງຫົວໜ້າສະຖາບັນການແພດ ແລະ ຢາພື້ນເມືອງ, ທ່ານ ຈັນທອນ ຄູຫາເທບ ຮອງຄະນະພະແນກສາທາລະນະສຸກແຂວງ, ມີຫົວໜ້າ, ຄະນະຫ້ອງການ ແລະ ວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ມະໂນລັກ ວັນທານຸວົງ ຫົວໜ້າພະແນກບໍລິຫານ, ສະຖາບັນ ໄດ້ລາຍງານຄວາມເປັນມາ, ສະພາບເງື່ອນໄຂຄວາມເປັນໄປໄດ້ ແລະ ການກະກຽມພື້ນທີ່ຈະສ້າງເປັນສວນອະນຸລັກຊີວະນາໆພັນທີ່ເປັນຢາ ໃນທົ່ວປະເທດ ແລະ ອະທິບາຍຂັ້ນຕອນ, ວິທີການຈັດຕັ້ງປະຕິບັດ, ກົດລະບຽບ, ຂໍ້ຫ້າມຕ່າງໆ, ພ້ອມນັ້ນ ກໍ່ໄດ້ລາຍງານຫຍໍ້ຄວາມເປັນມາສະພາບເງື່ອນໄຂ, ການກະກຽມທີ່ຈະສ້າງເປັນສວນອະນຸລັກຊີວະນາໆພັນທີ່ເປັນຢາ ຂອງເມືອງວຽງທອງ ຢູ່ບ້ານເມືອງມ່ວນ (ເຂດຕາດກູ້) ມີເນື້ອທີ່ 24,03 ເຮັກຕ່າ ຊື່ງກວມເອົາພື້ນທີ່ເຂດປ່າປ້ອງກັນ ທິດເໜືອຕິດກັບພູຫີນເຫຼັກ, ທິດໃຕ້ຕິດກັບທາງຊອຍ, ທິດຕາເວັນອອກຕິດກັບທາງ 1D, ທິດຕາເວັນຕົກຕິດກັບຫ້ວຍກູ້.
ກອງປະຊຸມ ໄດ້ມີການຜັດປ່ຽນກັນຂື້ນປະກອບຄຳຄິດເຫັນໃສ່ຕໍ່ກັບການກຳນົດ, ລະບຽບການຕ່າງໆເພື່ອໃຫ້ສອດຄອງໃນການປະຕິບັດ ແລະ ໂອກາດນີ້ ທາງສະຖາບັນກໍ່ໄດ້ມອບເງິນຈຳນວນ 5 ລ້ານກີບ ໃຫ້ຫ້ອງການສາທາເມືອງ ເພື່ອປະກອບສ່ວນເຮັດປ້າຍໄປຕິດໃສ່ສວນ.









Users Today : 1196
Users Yesterday : 1310
This Month : 17077
This Year : 372990
Total Users : 1132442
Who's Online : 9