ກະ (ກ.)  ກໍານົດ, ໝາຍ, ຄາດຄະເນ, ປະມານການກະທໍາ ທີ່ຕ້ອງກໍານົດວັນ, ເວລາແລະຈໍານວນເອີ້ນກະ

ກະຈະ 1 (ວ.) ແຈ່ມແຈ້ງ, ຊັດເຈນ, ຂາວຜ່ອງ, ລາຍຊັດເຈນ ເອີ້ນລາຍກະຈະ, ຂາວຜ່ອງ ເອີ້ນ ຂາວກະຈະ

ກະຈາ (ວ.) ເຄິ່ງໆ, ກາງໆ ເຊັ່ນ: ໝາກແຕງທີ່ເຄິ່ງສຸກເຄິ່ງດິບ ເອີ້ນໝາກແຕງກະຈາ, ເຄິ່ງຊາວນາເຄິ່ງຂຸນນາງ ເອີ້ນ ຂຸນກະຈາ

ກະແຈະ 1 (ນ.) ແປ້ງ, ຝຸ່ນຂະໝິ້ນ, ຝຸ່ນແກ່ນຈັນ ສິ່ງເຫຼົ່ານີ້ ຄົນບູຮານເຮັດໄວ້ ເພື່ອ ທາໂຕທາໜ້າ ຖ້າເຮັດດ້ວຍຝຸ່ນແກ່ນຈັນ ເອີ້ນ ກະແຈະຈັນ.

ກະແຈ 1 (ນ.) ຫຼີ້ມ, ໄລກອນປະຕູເຮືອນ ຄົນບູຮານເຮັດໄລປະຕູດ້ວຍໄມ້ ເອີ້ນ ຫຼີ້ມປະຕູ, ໄລປະຕູ, ກອນປະຕູ.

ກະເຈົາ (ນ.) ຊື່ປໍຊະນິດໜຶ່ງ ເອີ້ນປໍກະເຈົາ ໃຊ້ເປືອກເຮັດເຊືອກ ຫຼື ວັດຖຸທີ່ຈໍາເປັນ.

ກະຈົກ 1 (ນ.) ກະຈົກເງົາ, ກະຈົກສໍາລັບແຍງເງົາ ໜ້າກະຈົກແວ່ນແຍງ

ກະຈັງ 1 (ນ.) ລວດລາຍຊະນິດໜຶ່ງ ສໍາລັບຕິດໂລງສົບ ເອີ້ນລາຍກະຈັງ ລາຍວັນແລ່ນ, ວັນລີແລ່ນ

ກະຈາຍ 3 (ກ.)  ຢາຍອອກ, ຫວ່ານຊະອອກ, ແຈກອອກ.

ກະຈອນ 1 (ນ.) ເຄື່ອງປະດັບຫູຂອງຜູ້ສາວ ເຮັດດ້ວຍເງິນ, ຄໍາ ເອີ້ນ ກະຈອນ ມີ 2 ຊະນິດ ຄື: ກະຈອນຈູມ ແລະ ກະຈອນຍອຍ.

ກະຈັບ (ນ.) ຊື່ຜັກຊະນິດໜຶ່ງ ມີສອງແນວ ຄື: ກະຈັບນ້ອຍ ແລະ ກະຈັບໃຫຍ່ ໃບແລະໝາກ ໃຊ້ກິນເປັນອາຫານໄດ້. ກະຈັບ (ນ.) ຊື່ຜັກຊະນິດໜຶ່ງ ມີສອງແນວ ຄື: ກະຈັບນ້ອຍ ແລະ ກະຈັບໃຫຍ່ ໃບແລະໝາກ ໃຊ້ກິນເປັນອາຫານໄດ້.

ກະຈັບປີ່ (ນ.) ພິນສີ່ສາຍ, ຊຸງ

ກະໂຈມ 1 (ນ.) ໝວກ ທີ່ເຮັດດ້ວຍຜ້າ ໃຊ້ສໍາລັບ ໃສ່ຫົວເດັກນ້ອຍ ເພື່ອປ້ອງກັນ ແດດລົມ ເອີ້ນ ກະໂຈມຫົວ ວ່ອມ.

ກະໂຈມ 2 (ນ.) ໝວກສໍາລັບປະດັບຫົວ ໃຊ້ເປັນເຄື່ອງຍົດຂອງພະເຈົ້າຊີວິດສະໄໝ ສັກດີນາ ຫຼື ເຈົ້ານາຍຜູ້ໃຫຍ່ ຫຼື ພວກລິເກລະຄອນເອີ້ນກະໂຈມ

ກະຈຽວ (ນ.) ຊື່ພືດຊະນິດໜຶ່ງ ດອກເປັນຊໍ່ຄື ດອກຫວ້ານ ມັກເກີດໃນປ່າໂລ່ງທີ່ມີດິນຊຸ່ມ ໃຊ້ດອກລວກກິນກັບປົ່ນໄດ້ ເອີ້ນດອກກະຈຽວ

ກະສາ 1 (ນ.) ຊື່ນົກຊະນິດໜຶ່ງ ຫາກິນປາຕາມ ຫາດຊາຍ ຮູບຮ່າງຄືນົກຍາງ ແຕ່ໂຕ ໃຫຍ່ກວ່າ ເອີ້ນ ນົກກະສາ.

ກະສິກໍາ (ນ.) ການເຮັດໄຮ່ໄຖນາ ຫຼື ຜົນຜະລິດ ທີ່ໄດ້ຈາກການທໍາໄຮ່ໄຖນາ

ກະແສ 1 (ນ.) ສາຍນໍ້າ, ສາຍນໍ້າ ເອີ້ນ ກະແສນໍ້າ, ກະແສສິນ

ກະສວຍ (ນ.) ເຄື່ອງໃສ່ຫຼອດ ສໍາລັບຕໍ່າຫູກ, ຮູບຄືເຮືອ ກ້ານສວຍ

ກະສັດ (ນ.) (ປ. ສ.) ພະເຈົ້າແຜ່ນດິນ.

ກະເສດ 1 (ນ.) (ປ. ສ.) ທີ່ດິນທົ່ງນາ, ໄຮ່ນາ, ເຂດສໍາລັບເຮັດນາ ເອີ້ນ ເຂດກະເສດ.

ກະເສດ 2 (ນ.) ຜັກແນວໜຶ່ງ ເກີດຢູ່ນໍ້າ, ເປັນເຄື່ອໃບເໝືອນໃບກະຖິນ ລົດແຊບ.

ກະສຽນ 2 (ວ.) ສູນໄປ, ໝົດໄປ ເຊັ່ນ ໝົດກະສຽນອາຍຸລັດຖະການ

ກະສຽນ 2 (ວ.) ສູນໄປ, ໝົດໄປ ເຊັ່ນ ໝົດກະສຽນອາຍຸລັດຖະການ

ກະຊະ (ນ.) ໄມ້ໄຜ່ປ່າຊະນິດໜຶ່ງ ມັກເກີດຢູ່ ຕີນພູບ່ອນຊຸ່ມ ຫຼື ຕາມແຄມນໍ້າ.

ກະໂຊ້ 1 (ນ.) ເຄື່ອງໃຊ້ຂອງຊາວນາຊະນິດໜຶ່ງ ສານດ້ວຍໄມ້ໄຜ່ ເອີ້ນ ກະໂຊ້ສະນໍ້າ.

ກະຊັງ 1 (ນ.) ເຄື່ອງມືສໍາລັບຂັງປາ ເຮັດດ້ວຍໄມ້ໄຜ່ ເຫຼົ່າກົມໆ ແລ້ວຖັກດ້ວຍເຊືອກໃຊ້ຂັງປາໃນນໍ້າ ຫຼື ເຮັດດ້ວຍໄມ້ແປ້ນ ເອີ້ນ ກະຊັງຂັງປາ.

ກະຊວງ (ນ.) ສະຖານທີ່ເຮັດການ ຂອງລັດຖະບານ ອັນເປັນບ່ອນໂຮມກິດຈະການ ຂອງປະເທດສ່ວນໜຶ່ງໆ ສູງກວ່າທະບວງຂຶ້ນໄປມີຫົວໜ້າເປັນລັດຖະມົນຕີ

ກະຊອນ 1 (ນ.) ເຄື່ອງຕອງນໍ້າ ສານດ້ວຍໄມ້ໄຜ່ກົ້ນແຫຼມ ແລະ ກົ້ນຍາວ ໃຊ້ຕອງນໍ້າ ກະທິ ນໍ້າປາແດກ ນໍ້າໝໍນ້ອຍ ຢານາງ ທີ່ຄັ້ນແລ້ວ.

ກະຊອນ 2 (ນ.) ຊື່ແມງໄມ້ຊະນິດໜຶ່ງ ເກີດຕາມໜອງນໍ້າ ໃຊ້ຂົ້ວກິນເປັນອາຫານໄດ້ ເອີ້ນ ແມງກະຊອນ ແມງຊອນ

ກະແຍງ 1 (ນ.) ຊື່ປາບໍ່ມີເກັດຊະນິດໜຶ່ງ ເກີດໃນນໍ້າຈືດ ມັກຢູ່ຕາມຫ້ວຍຕາມໜອງ ເອີ້ນປາກະແຍງ, ປາຂະແຍງ ກະແຍງ 2 (ນ.) ຊື່ຜັກຊະນິດໜຶ່ງ ເກີດຕາມທົ່ງນາ ຫຼື ທີ່ຕໍ່າ ມີກິ່ນຫອມ ໃຊ້ແກງໃສ່ໜໍ່ໄມ້ ຫອມດີ ເອີ້ນ ຜັກກະແຍງ ຜັກຂະແຍງ

ກະຍອມ (ນ.) ຊື່ໄມ້ຊະນິດໜຶ່ງ ມີດອກຫອມບານໃນລະດູແລ້ງ ເອີ້ນ ຕົ້ນກະຍອມ, ຂະຍອມ, ຄະຍອມ ຜະຍອມ

ກະດໍ 3 (ນ.) ອະໄວຍະວະເພດຂອງຄົນຊາຍ ແລະ ສັດຕົວຜູ້ ໄລ ຫຼື ເດືອຍ ສໍາລັບສຸບໃສ່ ປ່ອງຮູໃດໜຶ່ງ ເພື່ອເຮັດໃຫ້ວັດຖຸສອງອັນແນບແໜ້ນເຂົ້າໃສ່ກັນ

ກະດູກ 1 (ນ.) ໂຄງຮ່າງກາຍຂອງຄົນ ແລະ ສັດ ທີ່ເປັນສ່ວນແຂງແກ່ນ.

ກະດ້າງ 1 (ນ.) ຊື່ເຫັດຊະນິດໜຶ່ງ ເກີດຕາມຂອນໄມ້ທີ່ແຫ້ງ ເອີ້ນ ເຫັດກະດ້າງ

ກະດ້າງ 2 (ວ.) ແຂງ, ບໍ່ອ່ອນ, ຄົນທີ່ເວົ້າບໍ່ໄດ້ ເອີ້ນ ລີ້ນກະດ້າງ

ກະດິງ 2 (ນ.) ເຄື່ອງໂລຫະ ທີ່ຫຼໍ່ດ້ວຍ​ເຫຼັກທອງແດງ ທອງເຫຼືອ ມີລູກຟັດແຂວນຢູ່ທາງ ໃນລູກນ້ອຍໆ ເອີ້ນ ໝາກກະດິງ ສໍາລັບແຂວນຄໍງົວ ຄໍຄວາຍ ຫຼື ແຂວນໄວ້ ທີ່ຍອດຊໍ່ຟ້າ ຫຼື ໂງ່ສິມ ຫຼື ຍອດຜາສາດລາຊະມົນທຽນ ຂອງ ກະສັດແຕ່ກ່ອນ

ກະດິງ 5 (ນ.) ຊື່ແມ່ນໍ້າສາຍໜຶ່ງ ໄຫຼຕົກນໍ້າຂອງທີ່ໃຕ້ເມືອງປາກຊັນ ແຂວງບໍລິຄໍາໄຊ ເອີ້ນ ນໍ້າກະດິງ.

ກະດົ້ງ 1 (ນ.) ພາຊະນະສານດ້ວຍໄມ້ໄຜ່ຮູບແບບຂອບກົມ ໃຊ້ສໍາລັບຕາກປາ ຕາກສິ່ງຂອງ ຕ່າງໆ ບາງທີ່ໃຊ້ເປັນພາເຂົ້າ ກໍ່ໄດ້.

ກະດົ້ງ 2 (ນ.) ກະດົ້ງຝັດເຂົ້າ ສານດ້ວຍຕິວໄມ້ໄຜ່ ເຮັດໃຫ້ໝັ້ນຄົງ ຂະໜາດທໍ່ກະດົ້ງ ທໍາມະດາ ໃຊ້ສໍາລັບຝັດເຂົ້າ ເອີ້ນ ກະດົ້ງຝັດເຂົ້າ.

ກະໂດງ (ນ.) ເສົາສູງທີ່ຕັ້ງຢູ່ໃນເຮືອໃບ ຫຼື ເຮືອສໍາເພົາ ສໍາລັບຜູກຜ້າໃບ ເພື່ອໃຫ້ເຮືອແລ່ນ ໄປຕາມແຮງລົມ

ກະດາດ (ນ.) ວັດຖຸເປັນແຜ່ນບາງໆ ເຮັດດ້ວຍເປືອກໄມ້ ເຊັ່ນ ເປືອກປໍ, ເຟືອງເຂົ້າມາບົດແລ້ວເຮັດ ຕາມກໍາມະວິທີຂອງຊ່າງ ກາຍມາເປັນແຜ່ນໆຕາມຄວາມຕ້ອງການ, ເຈ້ຍ

ກະດັນ 2 (ນ.) ຊີ້ນ ຫຼື ນວນໝາກໄມ້ ທີ່ເປັນກ້ອນແຂງ.

ກະດັນຂາ (ນ.) ພະຍາດຊະນິດໜຶ່ງ ເປັນກ້ອນແຂງ ຢູ່ແອບແອຂາ ໝາກກະດັນຂາໃຄ່

ກະດັນງາ (ນ.) ຕົ້ນໄມ້ດອກແນວໜຶ່ງ ດອກເປັນກາບສ້ວຍສີເຫຼືອງ ກິ່ນຫອມ ມີ 2 ແນວ ຄື: ກະດັນງາບ້ານ ແລະ ກະດັນງາປ່າ.

ກະດານ (ນ.) ໄມ້ທີ່ຖາກ ຫຼື ເລື່ອຍເປັນແຜ່ນໃຫຍ່ ເອີ້ນ ໄມ້ກະດານ.

ກະດານດໍາ (ນ.) ກະດານທີ່ເຮັດດ້ວຍໄມ້ແປ້ນແຜ່ນໃຫຍ່ໆ ຫຼື ແປ້ນຫຼາຍແຜ່ນມາຕໍ່ກັນ ທາດ້ວຍສີດໍາ ໃຊ້ຂຽນໜັງສື ຫຼື ສອນໜັງສື ເອີ້ນກະດານດໍາ.

ກະໂດນ (ນ.) ໄມ້ແນວໜຶ່ງໃບ ແລະ ເປືອກມີລົດຝາດ ໃບອ່ອນໃຊ້ເປັນອາຫານໄດ້ ຕົ້ນກະ ໂດນ ມີ 3 ຊະນິດ ຄື: 1. ກະໂດນໂຄກ ເປັນຕົ້ນໄມ້ ຂະໜາດໃຫຍ່ ເກີດຕາມໂຄກ 2. ກະໂດນນໍ້າ ເປັນຕົ້ນໄມ້ຂະໜາດນ້ອຍ ມັກເກີດຕາມທາມ ຕາມແຄມຫ້ວຍ ແຄມຮ່ອງ 3.

ກະແດບເດົ້າ (ນ.) ຊື່ນົກນ້ອຍແນວໜຶ່ງຂົນສີຟ້າກ່ານຂາວອອກໝົ່ນມັກຊອກຫາກິນຕາມ ແຄມນໍ້າ ເວລາຢືນ ທໍາອາການເດົ້າງັບໆ.

ກະດອມ (ນ.) ຊື່ພັນໄມ້ຊະນິດໜຶ່ງ ມີລົດຂົມ ມີສາມຊະນິດ ຄື: ກະດອມຕົ້ນ, ກະດອມເຄືອ, ກະດອມພຸ່ມ

ກະດອມຕົ້ນ (ນ.) ຊື່ພັນໄມ້ຊະນິດໜຶ່ງ ໃບເປັນແສກ ດອກເປັນຊໍ່ ມີສີຂາວ ເອີ້ນ ກະດອມຕົ້ນ.

ກະດອມຕົ້ນ (ນ.) ຊື່ພັນໄມ້ຊະນິດໜຶ່ງ ໃບເປັນແສກ ດອກເປັນຊໍ່ ມີສີຂາວ ເອີ້ນ ກະດອມຕົ້ນ.

ກະດອມເຄືອ (ນ.) ຊື່ພັນໄມ້ເຄືອຊະນິດໜຶ່ງ ໃຊ້ເຮັດຢາໄດ້ ເອີ້ນ ກະດອມເຄືອ.

ກະຕໍ້ (ນ.) ເຄື່ອງຫຼິ້ນແນວໜຶ່ງ ເປັນໜ່ວຍມົນໆ ສານດ້ວຍຫວາຍ ຫຼື ວັດຖຸອື່ນ ເອີ້ນ ກະຕໍ້ສໍາລັບເຕະ ຫຼື ຕົບ.

ກະໄຕ 1 (ນ.) ມີດສໍາລັບຕັດຜົມ ໃຊ້ໜີບ ມີຂາສອງຂາ ເອີ້ນມີດຕັດ ມີດແຊມ

ກະໄຕ 1 (ນ.) ມີດສໍາລັບຕັດຜົມ ໃຊ້ໜີບ ມີຂາສອງຂາ ເອີ້ນມີດຕັດ ມີດແຊມ

ກະຕິກ (ນ.) ພາຊະນະສໍາລັບໃສ່ນໍ້າຮ້ອນ ຫຼື ໃສ່ນໍ້າກ້ອນ ມີຮູບ ແລະ ຂະໜາດຕ່າງໆ ກັນ ຕິກນໍ້າ

ກະຕຸດ (ນ.) ແຜ່ນເງິນ, ທອງ ຫຼື ຄໍາ ທີ່ຂຽນຄາຖາໃສ່ແລ້ວພັນເຂົ້າເປັນຄືຫຼອດກົມໆ ຖືວ່າເປັນຂອງສັກສິດ ເຄື່ອງແຄ້ວຂອງຄົງ ເຄື່ອງແຄ້ວຄົງຕາມຄວາມເຊື່ອຂອງລັດທິ ໄສຍະສາດ.

ກະຕັນຍູ (ນ.) (ປ.) ຜູ້ຮູ້ຈັກຄຸນຂອງຜູ້ອື່ນ ທີ່ມີຕໍ່ຕົນ ຜູ້ຕອບແທນຄຸນຜູ້ອື່ນ.

ກະຖາງ (ນ.) ພາຊະນະປາກກວ້າງ ຮູບກົມ ເຮັດດ້ວຍດິນໜຽວ ເຜົາໃຫ້ສຸກ ໃຊ້ສໍາລັບປູກ ຕົ້ນໄມ້, ໃສ່ນໍ້າ ແລະ ອື່ນໆ ເອີ້ນ ກະຖາງ, ກະຖັງ

ກະຖິນ 1 (ນ.) ຊື່ພັນໄມ້ຈໍາພວກໜຶ່ງ ມີສອງຊະນິດ ຄື ກະຖິນບ້ານ ແລະ ກະຖິນປ່າ. ກະຖິນບ້ານໃຊ້ດອກ, ໝາກ, ໃບ, ກິນເປັນອາຫານໄດ້ ກະຖິນປ່າ ໃຊ້ໝາກເຮັດຢາໄດ້

ກະຖິນ 2 (ນ.) (ປ.) ຜ້າທີ່ເອົາເຄນພິກຂຸຜູ້ໄດ້ຈໍາວັດສາແລ້ວ, ການເຮັດບຸນດ້ວຍວິທີເອົາຜ້າ (ກະຖິນ, ກັນຖິນ) ໄປເຄນພະສົງ ຕັ້ງແຕ່ເດືອນ 11 ແຮມ 1 ຄໍ່າ ເຖິງເດືອນ 12 ເພັງ.

ກະຖຸນ (ນ.) ເຄື່ອງຍິງສັດ ມີສອງສາຍຜູກກັບສົ້ນງ່າມ ຫຼື ໄມ້ເປັນງ່າມ, ມີຕ່ອງໃສ່ລູກຢູ່ກາງ, ລູກກະຖຸນ ໃຊ້ກ້ອນຫີນມົນໆ ຫຼື ກ້ອນດິນມົນກໍ່ໄດ້.

ກະທະ (ນ.) ຊື່ພາຊະນະຊະນິດໜຶ່ງ ກົ້ມຕື້ນປາກບານ ເຮັດດ້ວຍໂລຫະ ໃຊ້ສໍາລັບຕົ້ມແກງ, ຈືນ, ຖ້າຫຼໍ່ດ້ວຍ​ເຫຼັກໜຽວດີ ໃຊ້ໄດ້ດົນ ຖ້າຫຼໍ່ດ້ວຍ​ເຫຼັກແຂງ ແຕກງ່າຍ ເອີ້ນ ກະທະ ໝໍ້ກະທະ ໝໍ້ຂາງ

ກະທິງ 2 (ນ.) ສັດສີ່ຕີນຈໍາພວກຄ້ຽວເອື້ອງ ຕົວຄືງົວປ່າ ແຕ່ໃຫຍ່ກວ່າງົວປ່າ ຂົນແຂງ ແລະ ຂົນໜ້າຜາກ ສີເຫຼືອງ ເອີ້ນ ງົວກະທິງ.

ກະທິງ 3 (ນ.) ບັ້ງໃສ່ນໍ້າເຮັດດ້ວຍລໍາໄມ້ໄຜ່ບ້ານ ຍາວປະມານເຄິ່ງວາ ເອີ້ນວ່າບັ້ງທິງ

ກະທົງ 1 (ນ.) ພາຊະນະເຮັດດ້ວຍກາບກ້ວຍ ໃຊ້ບູຊາ ມີ 3 ຢ່າງ ຄື: ກະທົງໜ້າງົວ ຮູບສາມລ່ຽມສໍາລັບບູຊາເທວະດາ ຫຼື ຜີທົ່ວໄປ, ກະທົງເກົ້າຫ້ອງຮູບສີ່ລ່ຽວ ສໍາລັບບູຊາພະເຄາະທັງເກົ້າ, ກະທົງສີ່ລ່ຽມສໍາລັບບູຊາ ທ້າວຈະຕຸໂລກກະບານເອີ້ນ ກະທົງ ກະໂທງ

ກະທົງ 3 (ນ.) ພາຊະນະສໍາລັບໃສ່ເຄື່ອງບູຊາ ເຮັດດ້ວຍກ້ານກ້ວຍ ຫຼື ວັດຖຸຕ່າງໆ ສໍາລັບໄຫຼນໍ້າ ປ່ອຍໄປ ເມື່ອວັນອອກພັນສາ

ກະບະ 1 (ນ.) ພາຊະນະໄມ້ກົ້ນແບນ ມີຂອບໃຊ້ເໝືອນຖາດ ອີກອັນໜຶ່ງ ພາຊະນະທີ່ສານ ດ້ວຍໄມ້ໄຜ່ ໃຊ້ໃສ່ເກືອທີ່ຕັກຂຶ້ນຈາກ ກະທະ.

ກະບາ 1 (ນ.) ຊື່ນົກຊະນິດໜຶ່ງ ໂຕໃຫຍ່ເກືອບທໍ່ນົກເຂົາ ສີລາຍ ເປັນນົກຫາກິນກາງຄືນມັກຮ້ອງ ຕອນຕາເວັນຕົກດິນໄໝ່ໆ ຫຼື ພໍມືດຊຸ້ມລ້າວ ເອີ້ນ ນົກກະບາ, ນົກກະບາຕີ​ເຫຼັກ

ກະບາ 1 (ນ.) ຊື່ນົກຊະນິດໜຶ່ງ ໂຕໃຫຍ່ເກືອບທໍ່ນົກເຂົາ ສີລາຍ ເປັນນົກຫາກິນກາງຄືນມັກຮ້ອງ ຕອນຕາເວັນຕົກດິນໄໝ່ໆ ຫຼື ພໍມືດຊຸ້ມລ້າວ ເອີ້ນ ນົກກະບາ, ນົກກະບາຕີ​ເຫຼັກ

ກະບີ່ (ນ.) ດາບຍາວ, ດາບຍາວມີຝັກສໍາລັບໃຊ້ຮົບກັນ ໃນສະໄໝໂບຮານ

ກະບີ້ 1 (ນ.) ຊື່ແມງໄມ້ຈໍາພວກໜຶ່ງ ຈໍາພວກແມງກະເບື້ອ ມີຫຼາຍຊະນິດ ຊະນິດປີກສີ ນໍ້າຕານ, ສີຂາວຈຸດດໍາ, ປີກສີແດງ.

ກະບີ້ 2 (ນ.) ຊື່ແມງຊະນິດໜຶ່ງ ຄົນລ້ຽງເວລາໄຂ່ອອກມາເປັນຕົວນ້ອຍ ກິນໃບມອນ ເປັນ ອາຫານ ເມື່ອມັນເຂົ້າຝັກແລ້ວ ເອົາມາຕົ້ມສາວເອົາໄໝມາຕໍ່າເປັນເສື້ອ-ຜ້າ.

ກະເບື້ອ (ນ.) ຊື່ແມງໄມ້ຈໍາພວກໜຶ່ງ ເກີດຈາກຕົວບົ້ງ ມີຫຼາຍຊະນິດ ເອີ້ນແມງ ກະເບື້ອ

ກະເບື້ອງ 1 (ນ.) ເຟື້ອງໝໍ້ດິນທີ່ແຕກອອກ ແຕ່ຍັງໃຊ້ໄດ້ຢູ່

ກະເບື້ອງ 2 (ນ.) ເຄື່ອງມຸງຫຼັງຄາເຮືອນ, ເຮັດດ້ວຍໄມ້ ເອີ້ນ ກະເບື້ອງໄມ້ ເຮັດດ້ວຍ ດິນເຜົາ ເອີ້ນກະເບື້ອງດິນຂໍ ເຮົາດ້ວຍຊີມັງ ເອີ້ນ ກະເບື້ອງຊີມັງ ເຮັດສໍາລັບປູພື້ນເຮືອນ ເອີ້ນ ກະເບື້ອງປູພື້ນ.

ກະໂປະ 1 (ນ.) ສ່ວນແຂງ ທີ່ຫຸ້ມຊີ້ນໝາກພ້າວ ເອີ້ນກະໂປະໝາກພ້າວ

ກະໂປະ 2 (ນ.) ຊື່ຊົງຜົມແບບໜຶ່ງ ເມື່ອຕັດແລ້ວ ມີລັກສະນະຄ້າຍຄືກະໂປະງວຳຫົວ ເອີ້ນ ຊົງກະໂປະໝາກພ້າວ.

ກະໂປງ (ນ.) ຜ້ານຸ່ງຜູ້ຍິງແບບສາກົນນິຍົມ, ຜູ້ຍິງລາວເຮົາ ນຸ່ງສິ້ນສ່ວນຫຼາຍ, ນຸ່ງກະໂປງມີ ນ້ອຍ.

ກະປອມ (ນ.) ສັດສີ່ຕີນແນວໜຶ່ງ ຈໍາພວກໄຕ່ໄມ້ມີຫຼາຍປະເພດ ຄື: ກະປອມຂາງມີຄໍສີດໍາ ແລະ ສີແດງ ໂຕໃຫຍ່ ຂະໜາດໂປ້ມື, ກະປອມກ່າ ຄໍສີຄາມໂຕໃຫຍ່, ຄໍສີແດງ ເອີ້ນ ກະປອມຄໍແດງ, ມີລາຍສີເຫຼືອງ ຍາວຕາມຂ້າງ ເອີ້ນ ກະປອມໄໝ ມີປີກບິນໄດ້ ເອີ້ນ ກະປອມປີກ.

ກະຍັງ (ນ.) ເຄື່ອງໃຊ້, ພາຊະນະສານດ້ວຍຕອກ ຫຼື ຫວາຍ ຮູບຄືກະບຸງ ແຕ່ສູງ ແລະ ມີສາຍພານ ເປັນເຄື່ອງໃຊ້ຂອງປະຊາຊົນເຜົ່າລາວເທິງ.

ກະລາດໍາ (ນ.) ຄົນຊາດແຂກທີ່ຢູ່ໃນທະວີບອາຟຣິກກາ ກະລາດໍາ ມາຈາກຄໍາວ່າກຸລາ. ຄົນລາວສະໄໝກ່ອນ ເອີ້ນຄົນພະມ້າ ວ່າ ກຸລາ.

ກະລໍາພັກ (ນ.) ແກ່ນໄມ້ຫອມຊະນິດໜຶ່ງ ໃຊ້ອົບເສື້ອຜ້າໃຫ້ມີກິ່ນຫອມ ຫຼື ປະສົມຢາ ເອີ້ນ ກະລໍາພັກ, ກໍາພັກ

ກະລຶມ (ນ.) ຫວາຍ, ຫວາຍ​ຊະນິດ​ເຄືອ​ໃຫຍ່ ຮຽກ​ຫວາຍກະລຶມ ຫຼື ຫວາຍກະລຶມ​ບອງ.

ກະວີ (ນ.) ນັກປາດຜູ້​ມີ​ສິລະ​ປະ​ໃນ​ການ​ແຕ່ງ​ກາບ, ກອນ, ​ໂຄງ ​ແຍກ​ເປັນ​ສີ່​ຈໍາພວກຄື ສຸຕະ​ກະວີ ​ແຕ່ງ​ຕາມ​ທີ່​ໄດ້​ສຶກສາ​ຮໍ່າຮຽນ​ມາ, ອັດຖະ​ກະວີ​ແຕ່ງ​ໂດຍຕີ​ຄວາມ​ໝາຍ, ຈິນຕະກະວີ​ແຕ່ງ​ໂດຍ​ຄວາມ​ຮູ້ສຶກ​ນຶກ​ຄິດ, ປະຕິ​ພານະ​ກະວີແຕ່ງ​ໂດຍ​ສະຕິ​ປັນຍາ​ອັນວ່ອງ​ໄວ

ກະໜວນ 1 (ນ.) ຊື່​ພັນ​ໄມ້​ຂະໜາດ​ໃຫຍ່​ຊະ​ນິດ​ໜຶ່ງ ​ໃຊ້​ປູກ​ຄັ່ງ​ໄດ້​ດີ​ທີ່​ສຸດ ​ເອີ້ນ ຕົ້ນຂະ​ໜວນ.

ກະໝັບ (ນ.) ອະ​ໄວ​ຍະ​ວະ​ຂອງ​ຄົນ ​ແລະ ສັດບ່ອນ​ລະຫວ່າງ​ຕາ​ກັບ​ຫູ.

ກະແຫລ່ງ 1 (ນ.) ເຄື່ອງແຂວນຄໍຄວາຍ ຫຼື ງົວເວລາສັ່ນ ຫຼື ເໜັງຕີງມີສຽງດັງ ເຮັດດ້ວຍແຜ່ນ​ເຫຼັກ ຫຼື ແຜ່ນທອງ ຕີທົບເຂົ້າໃສ່ກັນຈົ່ງປ່ອງທາງກາງ ເພື່ອເອົາລູກ ແຂວນທາງໃນ ເອີ້ນ ໝາກກະແຫຼ່ງ.

ກະແຫລ່ງ 2 (ນ.) ເສື້ອຊັ້ນໃນ ຂອງແມ່ຍິງ ຮູບຄືໝາກກະແຫຼ່ງ.

ກະຫຼ່ຽງ (ນ.) ຊື່ຄົນຊາດລາວເຜົ່າໜຶ່ງ ປັດຈຸບັນຢູ່ທາງພາກ​ເໜືອຂອງປະເທດລາວ ເອີ້ນ ກະຫຼ່ຽງ ລາວໂຊ້

ກະຮອກ (ນ.) ສັດສີ່ຕີນແນວໜຶ່ງ ຕົວໃຫຍ່ກວ່າກະແຕ ອາໄສຢູ່ໂກນໄມ້ ມັກໄຕ່ເຕັ້ນຫາກິນຕາມສາຂາງ່າໄມ້ ມີ 3 ຊະນິດຄື : ກະຮອກແດງ, ກະຮອກດ່ອນ, ກະຮອກດໍາ.

ກາ 1 (ນ.) ນົກກາ ຊື່ນົກຊະນິດໜຶ່ງ ສີດໍາສຽງຮ້ອງກາໆ ເອີ້ນກາ

ກາ 3 (ນ.) ຊື່ພາຊະນະສໍາລັບໃສ່ນໍ້າ ມີງວງ ແລະ ຫູ ສໍາລັບຈັບ ເອີ້ນ ການໍ້າ.

ກ້າ 1 (ນ.) ເມັດເຂົ້າເປືອກ ທີ່ເອົາໃສ່ກະທໍໄປໝ່າໄວ້ໃນນໍ້າ ໄດ້ຫຼາຍຄືນ ຈົນໜໍ່ມັນອອກ ແລ້ວຈຶ່ງເອົາໄປຫວ່ານ ໃສ່ໃນຕາກ້າ ເວລາປົ່ງຍາວຂຶ້ນ

ກ້າ 3 (ວ.) ເດັດດ່ຽວ, ແກ່ນແຂງ, ກ້າຫານ, ບໍ່ຢ້ານ, ບໍ່ຫວັ່ນໄຫວ.

ກາກະເລົາ (ນ.) ຕົ້ນໄມ້ແນວໜຶ່ງ ດອກສີມຸ່ຍ ແລະ ເປັນດອກໃນລະດູຝົນ ຕົ້ນ ແລະ ໃບ ຄືຕົ້ນເປືອຍ ເອີ້ນ ຕົ້ນກາກະເລົາ.

ກາສີ (.) ຊື່ເມືອງໜຶ່ງໃນແຂວງວຽງຈັນ.

ກາລະເກດ (ນ.) (ປ.) ຜູ້ມີຜົມດໍາ, ຊື່ໜັງສື ວັນນະຄະດີລາວບູຮານເລື່ອງໜຶ່ງ ເອີ້ນວ່າ ເລື່ອງກາລະເກດ.

ກາເຟ (ນ.) (ຝ.) ຕົ້ນໄມ້ຊະນິດໜຶ່ງ ໃຊ້ໝາກຂອງມັນທີ່ຕາກແຫ້ງດີ ແລະ ຂົ້ວ ແລ້ວບົດໃຫ້ ມຸ່ນ ເອົາມາແຊ່ນໍ້າຮ້ອນກິນ.

ກາຫຼົງ 2 (ນ.) ຕົ້ນຈານ, ຊື່ພັນໄມ້ແນວໜຶ່ງ ໃບມົນ ແລະ ໃຫຍ່ ດອກແດງ, ມີສອງ ແນວຄື ຈານຕົ້ນ ແລະ ຈານເຄືອ.

ກິລິຍາ 2 (ນ.) ອາການສະແດງອອກທາງມາລະຍາດໃນການປາກເວົາ, ຄວາມປະພຶດ, ການກະທໍາ ຕະຫຼອດຮອດທ່າທີ່ວາດຊົງຕ່າງໆຂອງຄົນ.

ກິໂລກຣາມ (ນ.) (ຝ.) ມາດຕາຊັ່ງນໍ້າໜັກ ​ເທົ່າກັບ 1.000 ກຣາມ ຫຼື ທໍ່ກັບ 6 ຮ້ອຍ 6 ບາດ ຂອງຊັ່ງລາວ.

ກິໂລລິດ (ນ.) (ຝ.) ມາດຕາຜອງ ທໍ່ກັບ 1.000 ລິດ.

ກິໂລແມັດ (ນ.) (ຝ.) ມາດຕາແທກຄວາມຍາວ ທໍ່ 1.000 ແມັດ ຫຼື ທໍ່ກັບ 500 ວາຫຼວງ.

ກີ່ 2 (.) ເປັນຄໍາຖາມ ເພື່ອປະສົງໃຫ້ຕອບຈໍານວນ ເຊັ່ນ ກີ່ວັນ, ຈັກກີ່ປີ.

ກື 2 (ນ.) ຈໍານວນນັບຂອງຄົນບູຮານ: 1 ກື ທໍ່ກັບ 100 ລ້ານ ຫຼື 100.000.000.

ກື 3 (ນ.) ການນັບເລກແບບບູຮານ ເຊັ່ນ ສິບໜຶ່ງເປັນສິບ ສິບສິບເປັນຮ້ອຍ ສິບຮ້ອຍເປັນພັນ ສິບພັນເປັນໝື່ນ ສິບໝື່ນເປັນແສນ ສິບແສນເປັນລ້ານ ສິບລ້ານເປັນໂກດ ສິບໂກດເປັນກື ກືໜຶ່ງເທົ່າກັບ ໜຶ່ງຮ້ອຍລ້ານ.

ກຸດັງ (ນ.) (ຝ.) ສາງສໍາລັບມ້ຽນເຄື່ອງຂອງ, ເຮືອນສໍາລັບໃສ່ສິ່ງຂອງ.

ກຸຫຼາບ (ນ.) ຊື່ໄມ້ໃຫ້ດອກຈໍາພວກໜຶ່ງ ລໍາຕົ້ນ ແລະ ກິ່ງມີໜາມ ຂອບໃບເປັນຮູບຄ້າຍຄືແຂ້ວເລື່ອຍ ດອກມີສີຕ່າງໆ ກິ່ນຫອມ ມີຫຼາຍຊະນິດ ແລະ ຫຼາຍພັນ.

ກູ້ 1 (ກ.)  ມ້ຽນ, ເອົາຄືນມາໄວ້ດັ່ງເກົ່າເກັບສິ່ງຂອງທີ່ໃຊ້ ຄືນມາໄວ້ບ່ອນເກົ່າ ເອີ້ນ ກູ້.

ກູ້ 2 (ກ.)  ຢືມ ການຢືມສິ່ງຂອງມາກິນມາໃຊ້ ເອີ້ນ ກູ້ເຂົ້າ ກູ້ຂອງ ໂດຍຕ້ອງປະຕິບັດ ຕາມສັນຍາທີ່ຈະໃຊ້ຄືນ.

ເກສອນ (ນ.) (ປ.) ສ່ວນໃນຂອງດອກໄມ້ ທີ່ເປັນຜົງລະອຽດ ເອີ້ນເກສອນ ໄກສອນ ໄກ່ສອນ

ແກ 1 (ນ.) ໄມ້ເຄື່ອງເຮືອນ ເປັນດິ້ວ ພາດຢູ່ເທິງກອນ ສໍາລັບເອົາດິນຂໍເກາະໄວ້.

ແກ 2 (ນ.) ຕົ້ນໄມ້ຊະນິດໜຶ່ງ ລໍາຕົ້ນມີຕຸ່ມ ແລະ ໜາມຫ່າງມັກເກີດຕາມຕີນບ້ານ ຫຼື ແຄມນໍ້າ ໃຊ້ປູກຄັ່ງໄດ້ດີ.

ເກາະ 1 (ນ.) ເຄື່ອງຫຸ້ມໂຕ ສໍາລັບປ້ອງກັນອັນຕະລາຍ ເອີ້ນ ເກາະ.

ເກາະ 2 (ນ.) ແຜ່ນດິນທີ່ມີນໍ້າອ້ອມຮອບ ເອີ້ນ ເກາະ ດອນ ເຊັ່ນ ດອນຈັນ, ດອນຊິງຊູ້ ຫຼື ເຊື່ອງຊູ້, ດອນໄຊ, ດອນໂຂງ…

ເກືອ 1 (ນ.) ນໍ້າເຄັມທີ່ໄດ້ຈາກບໍ່ ເອົາມາຕົ້ມຂ້ຽວໃຫ້ເປັນກ້ອນນ້ອຍໆ ເອີ້ນ ເກືອບໍ່

ເກືອ 2 (ນ.) ນໍ້າເຄັມທີ່ເປັນກ້ອນ ໄດ້ຈາກທະເລ ບໍ່ຕ້ອງຕົ້ມ ເອີ້ນ ເກືອທະເລ, ເກືອໝາກເມັກ

ເກືອ 3 (ກ.)  ລ້ຽງ, ເອົາອາຫານໃຫ້ໝູ່ກິນ ເອີ້ນ ເກືອໝູ່ ເອົາມອນໃຫ້ມ້ອນກິນ ເອີ້ນ ເກືອມ້ອນ

ກົ່ວ (ນ.) ຂີ້ກົ່ວ ຊື່ແຮ່ທາດຊະນິດໜຶ່ງ ສີຂາວ ມີລັກສະນະອ່ອນ ເປື່ອຍງ່າຍ ໃຊ້ເຮັດ ລູກແຫ ລູກມອງ ເອີ້ນ ກົ່ວ, ຂີ້ກົ່ວ

ໄກ່ (ນ.) ສັດຈໍາພວກມີປີກ ມີຫຼາຍແນວ ເຊັ່ນ ໄກ່ແກ້ວ

ກໍາແພງ 1 (ນ.) ເຄື່ອງລ້ອມ, ເຄື່ອງກັນ, ເຄື່ອງຕັນ ທີ່ກໍ່ດ້ວຍດິນຈີ່ ຫຼື ຫີນ ສໍາລັບ ລ້ອມບ້ານ ເອີ້ນ ກໍາແພງບ້ານ, ລ້ອມວັດ ເອີ້ນກໍາແພງວັດ, ລ້ອມເມືອງ ເອີ້ນ ກໍາແພງເມືອງ

ກະມະການ (ນ.) ບຸກຄົນທີ່ໄດ້ຮັບເລືອກ ຫຼື ແຕ່ງຕັ້ງໃຫ້ເປັນຜູ້ມີອໍານາດໜ້າທີ່ ໃນການທໍາງານ ຂອງລັດ, ຂອງບໍລິສັດ, ຫ້າງຮ້ານ ຫຼື ການສາທາລະນະກຸສົນ ເອີ້ນ ກໍາມະການ.

ກໍາມະສິດ (ນ.) (ປ.ສ.) ຄວາມເປັນເຈົ້າຂອງຊັບສິນ.

ກໍາມະພັນ (ນ.) ລັກສະນະນິດໄສ ຕະຫຼອດຮອດພະຍາດ ຫຼື ຄວາມວິກົນວິການ ບາງຢ່າງ ທີ່ລູກຫຼານສືບທອດມາຈາກພໍ່ແມ່, ໃຊ້ວ່າ ພັນທຸກໍາ.

ກໍາມາຊີບ (ນ.) (ປ.) ຊົນຊັ້ນກໍາມະກອນ ຫຼື ຊາວຜູ້ອອກແຮງງານ ຜູ້ຫາລ້ຽງຊີບ ດ້ວຍຄ່າຈ້າງແຮງງານ.

ກໍາໄລ 1 (ນ.) ຜົນທີ່ໄດ້ເກີນຕົ້ນທຶນ ເຊັ່ນ: ຊື້ມາໜຶ່ງກີບ ຂາຍໄປໄດ້ເກີນໜຶ່ງກີບ ເອີ້ນ ກໍາໄລ.

ກໍາລັງ 1 (ນ.) ແຮງ, ແຮງກາຍ ເອີ້ນ ກໍາລັງກາຍ, ແຮງໃຈ ເອີ້ນ ກໍາລັງໃຈ, ແຮງປັນຍາ ເອີ້ນກໍາລັງປັນຍາ. ເຫື່ອແຮງ, ໄພ່ພົນ, ພົນຮົບ, ກອງທັບ

ກາກ 1 (ນ.) ຊື່ໂລກຜິວໜັງຊະນິດໜຶ່ງ ເກີດຈາກເຊື້ອລາ ມີອາການຄັນ ມີສອງຊະນິດ ຄື ກາກທໍາມະດາ ແລະ ກາກຊົວ; ກາກ ທໍາມະດາ ເປັນຕຸ່ມຂຶ້ນຕາມ ຮ່າງກາຍທົ່ວໄປ ຂຶ້ນເປັນວົງຄືວົງເດືອນ. ກາກຊົວ ຂຶ້ນເປັນປຸຍ ຄືປຸຍນຸ່ນ ຫຼື ຄືຄວາຍດ່ອນ ເອີ້ນ ຂີ້ກາກຊົວ.

ກາກ 2 (ນ.) ເຂົ້າເປືອກທີ່ປົນຢູ່ໃນເຂົ້າສານການຝັດ ແລ້ວໄຊ້ເອົາເຂົ້າສານ ແລ້ວເຫຼືອເຂົ້າເປືອກ ເອີ້ນ ເຂົ້າກາກ.

ກືກ 1 (ນ.) ຄົນໃບ້, ຄົນປາກບໍ່ເປັນ ແຕ່ຫູໄດ້ຍິນ ຮູ້ຄໍາເວົ້າຂອງຄົນອື່ນ, ອີກຈໍາພວກ ໜຶ່ງເວົ້າບໍ່ໄດ້ຫູກໍ່ໜວກ ຄົນສອງຈໍາພວກນີ້ ເອີ້ນ ຄົນກືກ ປາກກືກ, ເມື່ອຕ້ອງການຫຍັງ ກໍ່ໃຊ້ມືແທນປາກ.

ກົກ 3 (ນ.) ເຫງົ້າ, ໂຄນ, ເຫງົ້າໂຄນ ເອີ້ນກົກ ເຊັ່ນ ເຫງົ້າແຂນ, ເຫງົ້າຂາ, ໂຄນແຂນ, ໂຄນຂາ ເອີ້ນກົກແຂນ, ກົກຂາ.

ກົກ 6 (ນ.) ຊື່ນົກແນວໜຶ່ງ ຂົນປີກດໍາດ່າງສົບໃຫຍ່ ບິນສຽງດັງແຮງ ເອີ້ນ ນົກກົກ.

ກອກ 2 (ນ.) ຊື່ພັນໄມ້ຈໍາພວກໜຶ່ງ ເອີ້ນໄມ້ກອກ ມີສອງຊະນິດ ຄື ກອກກິນ ແລະ ກອກກັນ, ກອກກັນ ເອີ້ນ ອ້ອຍຊ້າງ.

ກອກ 3 (ນ.) ອັນ, ມວນ, ກອກຢາເປັນມວນ ເອີ້ນກອກຢາ ຫຼື ມວນ ຢາເປັນກອກ ເອີ້ນ ກອກຢາ.

ກັງຫັນ (ນ.) ໄມ້ ຫຼື ​ເຫຼັກທີ່ເຮັດເປັນຊີກໆ ໝູ່ນໄປ, ຫັນໄປ, ໝູ່ນເອົາລົມ ເພື່ອພັດໃຫ້ເຢັນ ເອີ້ນກັງຫັນລົມ, ໝູ່ນເອົານໍ້າ ເພື່ອເຮັດນາ ເອີ້ນ ກັງຫັນນໍ້າ, ໝາກປິ່ນ, ໝາກຫັນ

ກາງແກ (ນ.) ນົກແນວໜຶ່ງຕົວຄືນົກເຂົາ ນົກສັນຕິພາບ, ນົກຊະນິດນີ້ ສ່ວນຫຼາຍຄົນລ້ຽງ.

ກຸ້ງ 1 (ນ.) ຊື່ສັດນໍ້າແນວໜຶ່ງ ບໍ່ມີກະດູກສັນຫຼັງ ຫາຍໃຈດ້ວຍເຫຼືອກ ໂຕຍາວ ເປືອກຫຸ້ມເປັນປ້ອງໆ ຕົວໃຫຍ່ ເອີ້ນ ກຸ້ງກ້າມ, ກຸ້ງ​ໂຫຼ້, ກຸ້ງໂຂ້ງ

ແກງ 1 (ນ.) ຊື່ອາຫານມີນໍ້າຈໍາພວກໜຶ່ງ ມີຫຼາຍແນວ ແນວທີ່ມີນໍ້າພໍດີ ເອີ້ນແກງ ທໍາມະດາ

ແກ້ງ 2 (ກ.)  ຕັ້ງໃຈເຮັດໃຫ້ຜິດຈາກຄວາມປະສົງເດີມ, ຕັ້ງໃຈເຮັດໃຫ້ຜິດຈາກຄວາມ ປະສົງເດີມ, ຕັ້ງໃຈເຮັດໃຫ້ຜິດໃຈ, ພີຕິ, ເອົາຂອງເຊັດອຸດຈາລະອອກຈາກກົ້ນ ໃນເວລາຖ່າຍແລ້ວ.

ແກ້ງ 1 (ນ.) ຫີນທີ່ຕັ້ງຂວາງ ແປວນໍ້າ, ບ່ອນທີ່ມີກ້ອນຫີນໃຫຍ່ ຕັນທາງນໍ້າໄຫຼ ເອີ້ນແກ້ງ

ກົງ 3 (ນ.) ເຄື່ອງມືສໍາລັບດີດຝ້າຍໃຫ້ຜົງເຮັດດ້ວຍໄມ້ຄ້າຍຄືທະນູ ແລະ ມີສາຍສໍາລັບດີດ ເອີ້ນ ກົງດີດ ອີກຢ່າງໜຶ່ງ ເຮັດດ້ວຍໄມ້ 4 ອັນ ຜູກເຊືອກຈ່ອງໃສ່ກັນ ສໍາລັບເອົາໂຕ່ງຝ້າຍ ຫຼື ໄໝ ໃສ່ແລ້ວປັ່ນອອກ.

ກົງ 4 (ວ.) ຊື່, ຊື່ກັນ, ຊື່ໄປ.

ກົງສຸນ (ນ.) (ຝ.) ເຈົ້າໜ້າທີ່, ພະນັກງານທີ່ລັດຖະບານ ແຕ່ງຕັ້ງໃຫ້ເປັນຜູ້ຮັບຜິດຊອບ ແລະ ປ້ອງກັນສິດທິຂອງ ປະຊາຊົນໃນຊາດ ທີ່ຢູ່ຕ່າງ ແດນ.

ກອງ 1 (ນ.) ພວກ, ໝູ່, ເຫຼົ່າ, ບໍລິຂານ ເຄື່ອງຂອງທີ່ຈັດໄວ້ເພື່ອເຮັດບຸນ ເອີ້ນ ກອງບຸນ ເຊັ່ນ ກອງບວດ, ກອງຫົດ, ກອງກະຖິນ, ກອງອັດຖະ… ເອີ້ນ ກອງ.

ກອງ 5 (ນ.) ເຄື່ອງຕີເຮັດດ້ວຍໄມ້ ມີລັກສະນະກົມ ເຈາະເປັນຮູກວ້າງ ຫຸ້ມດ້ວຍໜັງຫຸ້ມໜ້າດຽວກໍ່ມີ ຫຸ້ມສອງໜ້າກໍ່ມີ ມີທັງໜ່ວຍນ້ອຍໜ່ວຍໃຫຍ່ ສັ້ນ ແລະ ຍາວກໍ່ມີ.

ກອງທັບ 1 (ນ.) ຈໍານວນທະຫານຫຼາຍໆ ກອງພົນ ໂຮມເຂົ້າກັນທົ່ວປະເທດ ເອີ້ນ ກອງທັບ ເຊັ່ນ ກອງທັບປະຊາຊົນລາວ.

ກ້ອງ 2 (ນ.) ໃຕ້, ຂ້າງລ່າງ, ຂ້າງລຸ່ມ ເຊັ່ນ ຂ້າງລຸ່ມເຮືອນ ຫຼື ກ້ອງລ່າງເຮືອນ.

ກ້ຽງ 1 (ນ.) ສົ້ມກ້ຽງ, ສົ້ມຊະນິດໜຶ່ງຜິວກ້ຽງກົມ ໜ່ວຍໃຫຍ່ທໍ່ໝາກສົ້ມໂອ ເມື່ອສຸກສີເຫຼືອງເອີ້ນ ໝາກສົ້ມກ້ຽງ ໝາກກ້ຽງ.

ກ້ຽງ 4. ສະອາດ, ຈົບງາມ, ມື່ນ.

ກາຍ (ວ.) ເລີຍໄປ, ຜ່ານໄປ, ອາການຍ່າງເລີຍໄປ ເອີ້ນກາຍ.

ກອຍ (ກ.)  ຜະສົມ, ປະສົມ ເອົາຂີຊີປົ່ນລະອຽດ ແລ້ວປະສົມນໍ້າມັນຍາງ ເພື່ອທາຄຸ ເອີ້ນ ກອຍຂີ້ຊີ. ເອົາຊີມັງປະສົມກັບຂີ້ຊາຍ ເພື່ອກໍ່ໂບກ ເຮືອນ ເອີ້ນ ກອຍປະທາຍ

ເກີຍ 1 (ນ.) ເຊຍ, ຊານ, ເຊຍເຮືອນ, ຊານເຮືອນ ເອີ້ນເກີຍ.

ເກີຍ 2 (ນ.) ບ່ອນສໍາລັບຂຶ້ນລົງ ລາຊະຍານ ຂອງເຈົ້າຊີວິດ ຫຼື ຂອງເຈົ້ານາຍ ແຕ່ບູຮານ ເອີ້ນ ເກີຍ ເຊັ່ນ ເອົາຊ້າງມາເກີຍ ເອົາມ້າມາເກີຍ.

ກ້ວຍ (ນ.) ຕົ້ນໄມ້ກິນໝາກ ລໍາເປັນໝາກຊ້ອນກັນ ໃບໃຫຍ່ທໍ່ແປ້ນກີ່ ເອີ້ນ ຕົ້ນກ້ວຍ.

ກິດຈະກໍາ 2 (ນ.) (ປ.) ການທີ່ນັກຮຽນ, ນັກສຶກສາ, ສໍາມະນາກອນ ປະຕິບັດການ ຢ່າງໃດຢ່າງໜຶ່ງ ເພື່ອການຮຽນຮູ້.

ກິດສະໜາ (ນ.) (ສ.) ແກ່ນໄມ້ຫອມຊະນິດໜຶ່ງ ສີດໍາໆ.

ກຸດ 1 (ນ.) ໜອງນໍາທີ່ກວ້າງ ແລະ ຍາວ ຕໍ່ມາຕື້ນເຂີນຂາດເປັນຍ່ານໆ ຍ່ານທີ່ຂາດນີ້ເອີ້ນກຸດ ເຊັ່ນ ກຸດຫວ້າ, ກຸດຈານ.

ເກດ 2 (ນ.) (ປ.) ຊື່ດາວພະເຄາະດວງທີ່ເກົ້າ ເອີ້ນ ດາວພະເກດ ໃນຈໍາພວກດາວ ເກົ້າດວງ ຄື ດາວພະອາທິດ, ພະຈັນ, ພະອັງຄານ, ພະພຸດ, ພະປະຫັດ, ພະສຸກ, ພະເສົາ ພະລາຫູ ແລະ ພະເກດ.

ເກດ 3 (ນ.) ຊື່ພັນໄມ້ແນວໜຶ່ງ ໃບມີໜາມ ດອກກໍ່ມີໜາມ ມີສອງຊະນິດ ຄື ເກດຕົ້ນ ເກດພຸ່ມ. ດອກເປັນຝັກ ກີບຍາວສີຂາວ ກິ່ນຫອມ ເອີ້ນ ດອກເກດ.

ກົດ 3 (ນ.) ຊື່ປາຈໍາພວກໜຶ່ງ ມີງ່ຽງບໍ່ມີເກັດ ເອີ້ນປາກົດ ມີຫຼາຍຊະນິດ ຊະນິດສີ ເຫຼືອງປົນຂາວ ເອີ້ນ ປາກົດເຫຼືອງ, ຊະນິດສີດໍາ ເອີ້ນ ປາກົດໝໍ້, ຊະນິດນ້ອຍ ເອີ້ນປາກົດປ່ອງ.

ກົດ 6 (ກ.)  ບັງຄັບ, ຂົ່ມເຫັງ, ກົດຂີ່ຂົ່ມເຫັງ ກົດຂີ່ຂົ່ມເຫັງ ເອີ້ນວ່າ ກົດ.

ກົດໝາຍ (ນ.) ບົດບັນຍັດທີ່ຜູ້ມີອໍານາດ ຫຼື ສະພາແຫ່ງຊາດໄດ້ແຕ່ງຂຶ້ນໄວ້ ເພື່ອໃຊ້ປົກຄອງຄົນພາຍໃນປະເທດ ໃຫ້ໄດ້ຄວາມຍຸດຕິທໍາ ຄວາມເປນັທໍາ ແລະ ຄວາມຊອບທໍາ, ຜູ້ໃດຝ່າຝືນມີໂທດຕາມທີ່ໄດ້ບັນຍັດໄວ້ໃນກົດໝາຍ.

ໂກດ 2 (ນ.) (ປ.) ຈໍານວນນັບທໍ່ກັບສິບລ້ານ (10.000.000).

ໂກດ 3 (ກ.)  ຄຽດ, ຮ້າຍ.

ກຽດຕິຍົດ (ນ.) (ສ.) ຊື່ສຽງ ແລະ ຍົດຖາບັນດາສັກ.

ກັນຊາ (ນ.) ພືດພັນໄມ້ຊະນິດໜຶ່ງ ຕົ້ນນ້ອຍ ໃບແຫຼມເປັນແງ່ມ ດອກຂຽວ ໃຊ້ສູບ ປົນກັບຢາສູບ ເຮັດໃຫ້ມຶນເມົາ. ກັນຊາເປັນຢາເສບຕິດໃຫ້ໂທດ ຕົນຕິດກັນຊາ ເອີ້ນ ໝໍຊາ, ຂີ້ຊາ.

ກັນຍາ 1 (ນ.) (ປ.) ນາງງາມ, ນາງສາວນ້ອຍ.

ກັນເທດ (ນ.) ເຄື່ອງກັນທີ່ແຕ່ງຖວາຍພະເທດ ເວລາເທດແລ້ວ ເອີ້ນກັນເທດ.

ກັນຫາ (ນ.) ຊື່ພະທິດາຂອງພະເວດສັນດອນ ພະນາມວ່າ ກັນຫາ ຄູ່ກັບຊາລີ ເຊິ່ງເປັນພະໂອລົດ.

ກັນຫຼອນ (ນ.) ກັນທີ່ຍາດໂຍມຮ່ວມກັນເປັນເຈົ້າພາບ ແຫ່ໄປຖວາຍພະທີ່ພວມເທດ, ກັນຫຼອນນີ້ ມີຈໍາເພາະແຕ່ໃນເວລາ ເຮັດບຸນພະເວດ.

ການ 1 (ນ.) (ປ.) ວຽກທຸລະ, ໜ້າທີ່, ການງານ, ກິດຈະການ.

ການເມືອງ (ນ.) ວຽກງານກ່ຽວກັບປະເທດຊາດ ເຊັ່ນ ການຈັດແບ່ງອົງປະກອບ ແຫ່ງລັດ ອອກເປັນແຂວງ, ການດໍາເນີນນະໂຍບາຍ, ການບໍລິຫານ, ການປົກຄອງ ແລະ ນະໂຍບາຍການເມືອງພາຍໃນ ແລະ ຕ່າງປະເທດ ພາຍໃຕ້ລັດຖະທໍາມະນູນ ມີຄະນະລັດຖະບານ ເປັນຜູ້ເຮັດໜ້າທີ່ ບໍລິຫານປະເທດຊາດ.

ກິນ ຫຍໍ້າອາຫານແລ້ວກືນລົງໄປໃນທ້ອງ ກືນລົງໄປ, ເຮັດໃຫ້ໝົດໄປ, ປົກຄອງ.

ກິນນະລີ (ນ.) (ປ.) ສັດປະເພດດຽວກັບກິນນອນ ແຕ່ວ່າ ກິນນະລີ ເປັນເພດແມ່ ຄູ່ກັບ ກິນນອນ ນັ້ນເອງ.

ເກັນ (ນ.) ຊື່ພັນໄມ້ແນວໜຶ່ງ ລໍາຕົ້ນມີໜາມຍາວ ແລະ ແຫຼມ, ໝາກໃຫຍ່ທໍ່ໂປ້ ມື ສຸກສີດໍາແຫຼ້ ລົດຫວານ ຝາດໆ ເອີ້ນ ຕົ້ນໝາກເກັນ.

ແກນ 1 (ນ.) ເປືອກແຂງທີ່ຫຸ້ມຂ້າງນອກຂອງໃນໝາກໄມ້ ເຊັ່ນ ໃນໝາກມ່ວງ ເອີ້ນ ແກນໝາກມ່ວງ, ໝາກມ່ວງແກ່ແລ້ວ ເອີ້ນ ໝາກມ່ວງເຂົ້າແກນ.

ແກ່ນ 1 (ນ.) ສ່ວນແຂງຂອງໄມ້ເນື້ອດີ ຖັດຈາກມອກເຂົ້າໄປ ເອີ້ນແກ່ນ ເຊັ່ນ ແກ່ນໄມ້ດູ່, ແກ່ນໄມ້ແຕ້, ແກ່ນໄມ້ຈິກ…

ກົນ 2 (ນ.) (ປ.) ເຄື່ອງຈັກ, ເຄື່ອງທີ່ມີໄລ ສໍາລັບລັ່ນ, ອຸບາຍ, ການຫຼິ້ນກົນ.

ກົ້ນ (ນ.) ສ່ວນເບື້ອງລຸ່ມ ຫຼື ສ່ວນທ້າຍສຸດ ຂອງລໍາຕົວ ເອີ້ນ ກົ້ນ.

ກົ້ນຫອຍ (ນ.) ລາຍເປັນເສັ້ນວຽນຂອດເຂົ້າຄືກົ້ນຫອຍ.

ກອນ 4 (ນ.) ໄມ້ທີ່ພາດເທິງແປເຮືອນ ສໍາລັບມຸງຫຼັງຄາເຮືອນ ເອີ້ນກອນ ເຊັ່ນ ກອນເຮືອນ, ກອນເລົ້າ.

ກອນ 5 (ນ.) ຄໍາປະພັນຊະນິດກະວີນິພົນ ເປັນກອນ 7 ກອນ 9 ກອນ 11 ກອນ.

ກັບ 2 (ນ.) ເຄື່ອງຫ້າງເອົາສັດ ເອີ້ນ ກັບໃຊ້ຫ້າງເອົາໜູ ເອີ້ນກັບຫ້າງໜູ ໃຊ້ຫ້າງ ເອົານົກ ເອີ້ນ ກັບຫ້າງນົກ…

ກັບ 4 (ນ.) ແອບ, ກ່ອງ, ກ່ອງໄມ້ຂີດ ເອີ້ນກັບຂີດແອບສະບູ ເອີ້ນ ກັບສະບູ…

ກັບແກ້ 1 (ນ.) ຊື່ຫຍ້າຊະນິດໜຶ່ງ ມີລັກສະນະຄ້າຍຕີນກັບແກ້ ເອີ້ນ ຫຍ້າກັບແກ້.

ກັບແກ້ 2 (ນ.) ຊື່ເຫັດຊະນິດໜຶ່ງ ມີລັກສະຄ້າຍຕີນກັບແກ້ ໃຊ້ກິນເປັນອາຫານໄດ້ ເອີ້ນ ເຫັດກັບແກ້.

ກາບ 1 (ນ.) ເປືອກຫຸ້ມຊັ້ນນອກ ຂອງຕົ້ນໄມ້ ບາງຊະນິດ ເອີ້ນກາບ ເຊັ່ນ ເປືອກຫຸ້ມ ຕົ້ນກ້ວຍ ເອີ້ນ ກາບກ້ວຍ, ຫຸ້ມໄມ້ໄຜ່ ເອີ້ນ ກາບໄຜ່, ກາບລາງ, ກີບຫຸ້ມດອກບົວ ເອີ້ນກາບບົວ.

ກາບ 3 (ນ.) ຊື່ເຮືອທີ່ເອົາແຜ່ນແປ້ນມາປະກອບກັນເຂົ້າເຮັດເຮືອ ຮຽກວ່າເຮືອກາບ. ແຜ່ນແປ້ນ ທີ່ປູໄວ້ແຄມເຮືອໃຫຍ່ທັງສອງເບື້ອງ ເຮັດເປັນບ່ອນໄຕ່ເລາະແຄມເຮືອ ເອີ້ນວ່າ ກາບເຮືອ.

ກາບບົວ (ນ.) ຊື່ນົກຊະນິດໜຶ່ງໂຕໃຫຍ່ ສົບໃຫຍ່ຫາກິນຕາມທົ່ງນາ.

ກີບ 2 (ນ.) ມາດຕາເງິນລາວ ເຊິ່ງມີລາຄາ 100 ອັດ ເອີ້ນ ເງິນກີບ.

ກີບ 1 (ນ.) ສ່ວນທີ່ຫຸ້ມຢູ່ຂ້າງນອກ ນ້ອຍ ແລະ ບາງ ເອີ້ນ ກີບ ເຊັ່ນ ກີບດອກໄມ້.

ເກັບ 2 (ກ.)  ເກັບເອົາສິ່ງຂອງທີ່ຊະຊາຍຢູ່ນໍາກາງບ້ານໄປຖິ້ມ ເອີ້ນ ເກັບຖິ້ມ, ເອົາ ຖ້ວຍ, ໂຖ, ໂອ, ຊາມ ທີ່ລ້າງແລ້ວໄປມ້ຽນໄວ້ ເອີ້ນເກັບມ້ຽນ ເກັບກໍາ.

ເກັບຂິດ (ກ.)  ເອົາໄມ້ສອດເສັ້ນເຄືອຫູກຂຶ້ນແລ້ວ ຈຶ່ງເອົາກະສວຍສອດຕໍ່າ ໃຫ້ເປັນລາຍຕ່າງໆ.

ກົບ 2 (ນ.) ສັດສີ່ຕີນຕົວໃຫຍ່ກວ່າຂຽດ ຢູ່ໃນນໍາ ຫຼື ບົກກໍ່ໄດ້ ເປັນສັດປະເພດ ເຄິ່ງນໍ້າ ເຄິ່ງບົກ ເອີ້ນກົບ

ກົບ 3 (ນ.) ເຄື່ອງມືຊ່າງໄມ້ ເຮັດດ້ວຍ​ເຫຼັກ ມີຮາງເຮັດດ້ວຍໄມ້ ສໍາລັບເສາະໄມ້ ໃຫ້ກ້ຽງ ມີຫຼາຍຊະນິດ ເຊັ່ນກົບສັ້ນ, ກົບຍາວ, ກົບຮ່ອງ, ກົບໄຟຟ້າ.

ກົບກິນເດືອນ (ນ.) (ປ.) ການທີ່ເງົາໂລກເຂົ້າບັງ ເດືອນ ຫຼື ພະຈັນ, ຈັນທະຄາດ.

ກອບ 2 (ກ.)  ຕັກ ຫຼື ກໍາດ້ວຍມືທງສອງຂ້າງ ລວມກັນ ເອີ້ນ ກອບ.

ກອບໂກຍ (ກ.)  ຂົນເອົາ, ໂລບເອົາ, ຂີ້ຫຼັກເອົາ, ຫຼັກໂລບເອົາຫຼາຍໆ.

ເກີບ 1 (ນ.) ເຄື່ອງໃສ່ຕີນຂອງຄົນທໍາມະດາ ເອີ້ນເກີບ ຂອງພະລາຊາມະຫາກະສັດ ເອີ້ນ ເກີບແກ້ວ.

ກ້າມ 1 (ກ.)  ແຂງ, ກະດ້າງ ອາກາດແຂງໂຕ ເອີ້ນ ອາກາດກ້າມ ເລືອດຂຸ້ນ ເອີ້ນເລືອດ ກ້າມ.

ກ້າມ  (ວ.) ກໍາລັງຈະແຂງ, ໃກ້ຈະແຂງ, ພວມຈະແຂງ ເຊັ່ນ ຕົ້ມຂີ້ເຜີ້ງ ເວລາ ຂີ້ເຜີ້ງກໍາລັງກ້າມ, ຊີ້ນຢ້າງພໍນໍ້າເຫຼືອງຕົກ ເອີ້ນ ຊີ້ນກ້າມ, ເມກໝອກ ທີ່ລວມ ໂຕກັນເປັນກ້ອນ ເອີ້ນ ເມກກ້າມ.

ກຸມພາ  (ນ.) ຊື່ເດືອນທີ່ 2 ອັນມີດາວຮູບຄົນປັ້ນໝໍ້ ເປັນລາສີທີ່ສິບເອັດ ເຊິ່ງກົງກັບ ເດືອນ 3 ລາວ.

ກຸມພັນ  (ນ.) (ປ.) ຍັກ, ຊື່ຍັກໃຫຍ່ໃນເລື່ອງສິນໄຊ.

ກຸມພັນ  (ນ.) ໝາກໂຕ່ນ.

ກຸ່ມ  (ນ.) ຕົ້ນກຸ່ມ, ຕົ້ນກຸ່ມນໍ້າ, ຊື່ພັນໄມ້ແນວໜຶ່ງ ເກີດຕາມແຄມນໍ້າ ຫຼື ຮິມນໍ້າ ໃບອ່ອນເອົາມາຄັ້ນສົ້ມກິນໄດ້ ເອີ້ນ ສົ້ມຜັກກຸ່ມ.

ກຸ່ມ  (ນ.) ໝວດ, ໝູ່ຄົນທີ່ໂຮມກັນເປັນໝູ່ ເອີ້ນ ກຸ່ມຄົນ, ສັດທີ່ໂຮມກັນເປັນໝູ່ ເອີ້ນ ກຸ່ມສັດ, ຝ້າຍທີ່ມ້ວນເປັນກ້ອນກົມໆ ເອີ້ນ ກຸ່ມຝ້າຍ.

ແກ້ມ  (ນ.) ເນື້ອໜ້າທັງສອງຂ້າງ ລຸ້ມຕາລົງມາ ເອີ້ນ ແກ້ມ.

ກາວ  (ນ.) ຂອງໜຽວທີ່ຂ້ຽວມາຈາກເອັນໜັງຫາບເລັບສັດ ສໍາລັບໃຊ້ຕິດເຈ້ຍ ຫຼື ຕິດສິ່ງຂອງ.

ກາວ  (ນ.) ຊື່ຕົ້ນໄມ້ຊະນິດໜຶ່ງ ເປັນຕົ້ນໄມ້ ຂະໜາດນ້ອຍ ມີ 2 ປະເພດ: 1. ກາວຕົນໃບນ້ອຍມົນ ໃບໃຊ້ທໍ່ເລັບໃຫ້ມີສີແດງໄດ້, 2. ກາວພຸ່ມ ມັກເກີດຕາມເດີ່ນ ເນີນພູ ດອກມີກິ່ນຫອມ

ແກ້ວ  (ນ.) ສ່ວນໃສ່ໆ ຂອງໜ່ວຍຕາ ເອີ້ນ ແກ້ວຕາ ແລະ ເອີ້ນຄົນຜູ້ທີ່ຮັກວ່າ ແກ້ວຕາ.

ແກ້ວ  (ນ.) ຊື່ປາແນວໜຶ່ງຕົວນ້ອຍໆ ສີໃສໃຫຍ່ຂະໜາດປາຊິວ ເອີ້ນປາແກ້ວ.

ແກ້ວຕາ (ນ.) ສ່ວນສໍາຄັນຂອງຕາ ທີ່ພາໃຫ້ເຫັນຮູບຕ່າງໆ ໄດ້, ສ່ວນໃສຂອງໜ່ວຍຕາ.

ແກ້ວນາງຝານ (ນ.) ຫີນແນວໜຶ່ງ ສີຂາວໃສ ແຕ່ບໍ່ແຂງຄືເພັດ.

ກ້ວຫູ (ນ.) ສ່ວນສໍາຄັນຂອງຫູ ທີ່ພາໃຫ້ໄດ້ຍິນສຽງ.

ກ່ຽວ 1 (ນ.) ເຄື່ອງມືສໍາລັບຊາວນາໃຊ້ກ່າວເຂົ້າ ເອີ້ນກ່ຽວ.

ກ່ຽວ 2 (ກ.)  ຕັດ, ຕັດໃຫ້ຂາດ, ເອົາກ່ຽວມາຕັດ ຕົ້ນເຂົ້າທີ່ສຸກແລ້ວໃຫ້ຂາດ ເອີ້ນກ່ຽວເຂົ້າ.

ກ່ຽວດອງ (ກ.)  ຜູກພັນກັນໃນທາງແຕ່ງດອງ, ເປັນຍາດພີ່ນ້ອງກັນໃນທາງແຕ່ງດອງ.

ກວາງ (ນ.) ຊື່ສັດສີ່ຕີນຈໍາພວກໜຶ່ງ ມີເຂົາເປັນງ່າ ເປັນຕິ່ງຄືງ່າໄມ້ ເປັນສັດປ່າກິນ ຫຍ້າ ເອີ້ນ ກວາງ.

ກວຽນ (ນ.) ຊື່ພາຫະນະລາກແກ່ແນວໜຶ່ງໃຊ້ງົວ ຫຼື ຄວາຍ ຫຼື ມ້າແກ່ກໍ່ໄດ້ ໃຊ້ບັນທຸກສິ່ງຂອງ ເອີ້ນກວຽນ.