ຂ. ຂະບົດ 1 (ນ.) ການທໍາຮ້າຍຕໍ່ປະເທດຊາດ, ຄວາມທໍລະຍົດຕໍ່ຊາດ ເອີ້ນ ຂະບົດ, ກະບົດ ຫຼື ປະຕິການ.

ຂະບົດ 2 (ກ.)  ກໍ່ການຂະບົດ ກໍ່ການຮ້າຍ ທໍາລາຍປະເທດຊາດ.

ຂະບວນ (ນ.) ກະບວນ, ການຈັດເປັນແຖວ ເປັນແນວ ຫຼື ເປັນໝວດໝູ່ ເຊັ່ນ ຂະບວນແຫ່, ຂະບວນລົດ, ຂະບວນເຮືອ.

ຂະບວນການ (ນ.) ກຸ່ມບຸກຄົນ ຫຼື ມະຫາຊົນ ທີ່ເຕົ້າໂຮມກັນເຂົ້າ ເພື່ອດໍາເນີນການ ຢ່າງໃດຢ່າງໜຶ່ງ ເຊັ່ນ ຂະບວນການ ກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ.

ຂະຫຍາຍ (ກ.)  ຫຍັບອອກ, ເຮັດໃຫ້ກວ້າງອອກ.

ຂະມຸ (ນ.) ຊື່ຊົນຊາດຊາວພູດອຍເຜົ່າໜຶ່ງ ຢູ່ທາງພາກເໜືອຂອງລາວ ອາດຈະແມ່ນ ເຜົ່າລາວເທິງ ຫຼື ຂອມ ກໍ່ໄດ້ ເອີ້ນ ຊົນເຜົ່າ ຂະມຸ ຫຼື ຂະໝຸ.

ຂະແໜງ 1 (ນ.) ກິ່ງໄມ້ນ້ອຍໆ ຫຼື ງ່າໄມ້ນ້ອຍໆ ເອີ້ນຂະແໜງໄມ້ດ ແໜງໄມ້.

ຂະແໜງ 2 (ວ.) ສົນໃຈ, ເສຍໃຈ.

ຂະແໜງ 3 (ນ.) ສາຂາວິຊາການ, ສາຂາວຽກງານ, ໜ່ວຍງານ, ພະແນກວຽກ ການ.

ກະແໜງການ (ນ.) ພາກສ່ວນໜ່ວຍງານທີ່ສໍາຄັນ, ສາຂາວຽກງານຂອງລັດຖະ ບານ ຂັ້ນຂະແໜງການ.

ຂະໜາດ 2 (ວ.) ຍິ່ງ, ເກີນ, ກາຍ ເຊັ່ນ ແຊບຂະໜາດ ຫວານຂະໜາດ ມັກຂະໜາດ ດັງຂະໜາດ...

ຂະໝິ້ນ 1 (ນ.) ຊື່ຫວ້ານຈໍາພວກໜຶ່ງ ມີຫຼາຍແນວ ບາງແນວ ໃຊ້ຍ້ອມຜ້າ, ບາງແນວເຮັດແປ້ງທາໂຕ, ບາງແນວໃຊ້ເຮັດຢາ ເອີ້ນ ຂະໝິ້ນ, ຂີ້ໝິ້ນ, ເຂົ້າໝິ້ນ ເຊັ່ນ ຂະໝິ້ນດັກແດ້, ຂະໝິ້ນຂຶ້ນ.

ຂະໝິ້ນ 2 (ນ.) ຊື່ຫວ້ານແນວໜຶ່ງ ສີຂາວ ຢ່າງກໍສີຂາວ ໃຊ້ເປັນຫວ້ານຄົງ, ຟັນ, ແທງບໍ່ເຂົ້າ ເອີ້ນຫວ້ານເຂົ້າໝິ້ນຂາວ, ຂີ້ໝິ້ນຂາວ.

ຂະໝິ້ນ 3 (ນ.) ຊື່ພັນໄມ້ເຄືອແນວໜຶ່ງ ສີ ແລະ ກິ່ນຂອງເຄືອຄືກັນກັບສີ ແລະ ກິ່ນຂອງຂະໝິ້ນ ເອີ້ນ ຂະໝິ້ນເຄືອ.

ຂາ 1 (ນ.) ອະໄວຍະວະສ່ວນເບື້ອງລຸ່ມຂອງຮ່າງກາຍ ທີ່ຄໍ້າຮ່າງກາຍໄວ້ ເອີ້ນຂາ ຂາໂກ່ງ ເອີ້ນຂາໂຂ, ຂາໂງ, ຂາໂຂງ, ຂາເຄັດ ເອີ້ນຂາເຄ, ຂາຄົດ ເອີ້ນຂາຈົງ, ຂາທ່ອນບົນເທິງຫົວເຂົາ ຂຶ້ນເມືອ ເອີ້ນ ຂາໂຕ້, ຂາໂປ້, ຂາໂທ້ຍ.

ຂາ 3 (ນ.) ພວກ, ຂ້າງ, ຝ່າຍ ເຊັ່ນ ຂາປະຈໍາ, ຂາໄພ້, ຂາສະໜັບສະໜູນ.

ຂາ 4 (ສ). ເຂົາ, ເພິ່ນ, ບຸລຸດສັບພະນາມ ທີ່ສາມ ເອີ້ນ ຂາ, ຂາເຈົ້າ.

ຂາ 5 (ນ.) ເຄື່ອງມີໃສ່ເອົາປາ ຊະນິດໜຶ່ງ ສານດ້ວຍຕອກໄມ້ໄຜ່ ມີຮູບຊົງຄືຊະນາງສ້ອນປາ ແຕ່ວ່າຈົ່ງປ່ອງໄວ້ທາງກົ້ນມີຝາອັດ ເອົາເຮິະໄຜ່ ຫຼື ເຮິໄມ້ອື່ນໆໃສ່ທາງປາກ ແຊ່ໄວ້ໃນນໍ້າ ຕື່ນເຊົ້າຈຶ່ງແກ່ຂຶ້ນມາ ເອີ້ນ ຂາ.

ຂາລາຍ (ນ.) ຂາທີ່ສັກສີດໍາ ຫຼື ແດງໃສ່ດ້ວຍຮູບລາຍຕ່າງໆ ສ່ວນຫຼາຍ ແມ່ນຮູບໂຕມອມ ຄົນບູຮານຖືວ່າ ຖ້າໄດ້ສັກຂາລາຍແລ້ວ ຍ່ອມມີສະເໜ່ ດຶງດູດຈິດໃຈ ເພດກົງກັນຂ້າມ.

ຂ່າ (ນ.) ຊື່ພັນໄມ້ຈໍາພວກໜຶ່ງ ມີຫົວຢູ່ໃນສະຫຸນຫວ້ານ ໃຊ້ເປັນຢາ ແລະ ເຮັດ ອາຫານໄດ້ ມີຫຼາຍຊະນິດ.

ຂ່າງ 1 (ນ.) ຕົ້ນໄມ້ຊະນິດໜຶ່ງ ໜ່ວຍມົນໆ ແລະ ນ້ອຍ.

ຂ່າງ 2 (ນ.) ເຄື່ອງຫຼິ້ນຂອງເດັກນ້ອຍ ເຮັດດ້ວຍໄມ້ແກ່ນ ເປັນໜ່ວຍກົມ ແຕ່ກົ້ນ ແຫຼມ ໃຊ້ເຊືອກຝັ້ນຄຽນແກວ່ງໄປ ແລະ ທົກຄືນຢ່າງແຮງ ຮຽກໝາກຂ່າງ.

ຂີ 1 (ນ.) ຊື່ໄມ້ໄຜ່ປ່າແນວໜຶ່ງ ເອີ້ນ ໄມ້ໄຜ່ຂີ.

ຂີ 2 (ນ.) ໄມ້ໄຜ່ທີ່ມີໜໍ່ແລ້ວ ລໍາຕົ້ນຕາຍໄປ ເອີ້ນ ໄມ້ໄຜ່ຕາຍຂີ.

ຂ້າ 1 (ນ.) ຄົນລາວບູຮານ ໃຫ້ຊື່ພວກຊາວພູດອຍ ເຜົ່າຕ່າງໆວ່າ ຂ້າ ເຊັ່ນ ຂ້າຈະ ລາຍ, ຂ້າລະແດ, ຂ້າອີນ, ຂ້າຕອງເຫຼືອງ.

ຂ້າ 2 (ນ.) ບ່າວ, ຄົນຮັບໃຊ້ ຄົນທີ່ຍອມຮັບໃຊ້ ຜູ້ອື່ນ ເອີ້ນ ຂ້າະໝັກໃຈ, ພໍ່ແມ່ເປັນ ຂ້າ, ລູກເປັນຂ້າຕາມ ເອີ້ນ ຂ້າໂດຍກໍາເນີດ.

ຂ້າ 3 (ສ). ໝາຍເຖິງໂຕຜູ້ເວົ້າ ເອີ້ນຂ້າ, ຂ້າເຈົ້າ, ຂ້ານ້ອຍ, ຜູ້ຂ້າ.

ຂ້າ 4 (ກ.)  ເຮັດໃຫ້ຝ້າຍໜຽວ ແລະ ແຂງດ້ວຍການຕົ້ມໃສ່ນໍ້າເຂົ້າ ເອີ້ນ ຂ້າຝ້າຍ.

ຂີປະນາວຸດ (ນ.) (ປ.) ອາວຸດເຊິ່ງຖືກສົ່ງອອກ ໄປຈາກໜ້າດິນ ເພື່ອໃຊ້ຖະຫຼົ່ມ ທໍາລາຍ ໃນເສິກສົງຄາມ ໂດຍມີການບັງຄັບວິຖີ ໃນຕົວມັນເອງ ເພື່ອນໍາໄປສູ່ເປົ້າ ໝາຍ. ຂີປະນາວຸດນີ້ ມີຫຼາຍຊະນິດ ເຊັ່ນ ຂີປະນາວຸດ ຂ້າມທະວີບ, ຂີປະນາວຸດ ນໍາວິຖີ.

ຂີ້ 2 (ນ). ເສດຫຼື ສິ່ງຂອງທີ່ບໍ່ມີກິ່ນເໜັນ ແຕ່ນິຍົມເອີ້ນຂີ້ ເຊັ່ນ ເສດໄມ້ທີ່ອອກ ຈາກການກົບໄມ້ ເອີ້ນ ຂີ້ກົບ, ຂອນດອກທີ່ໃຊ້ປະສົມນໍ້າມັນ ເຮັດກະບອງ ເອີ້ນ ຂີ້ຂອນດອກ; ເສດໝາກພູໃນຂັນໝາກ ເອີ້ນ ຂີ້ຂັນໝາກ; ເສດໄມ້ເກີດຈາກ ຂວານສັບ ເອີ້ນ ຂີ້ຂວານ.

ຂີ້ກະຍື (ນ). ຫືດ, ຊື່ໂລກແນວໜຶ່ງ ເກີດຈາກສະເຫດຂຶ້ນຫຸ້ມປອດ, ຫາຍໃຈບໍ່ສະ ດວກ, ລົມຫາຍໃຈບໍ່ເຖິງທ້ອງ ເອີ້ນກະຍື, ຂີ້ຄະຍື, ຂີ້ກະຍື.

ຂີ້ເຫຼັກບ້ານ (ນ.) ຊື່ພັນໄມ້ແນວໜຶ່ງ ຕົ້ນໃຫຍ່ ໃບນ້ອຍ ເກີດຕາມບ້ານ ເອີ້ນຂີ້​ເຫຼັກບ້ານ ໃບອ່ອນ ໃຊ້ແກງກິນເປັນອາຫານ ແຊບຫຼາຍ.

ຂີ້ເຫຼັກປ່າ (ນ.) ຊື່ພັນໄມ້ແນວໜຶ່ງ ເກີດໃນປ່າຕົ້ນນ້ອຍໃບໃຫຍ່ ຮາກ, ລໍາ, ໃບ ໃຊ້ເປັນຢາໄດ້ຫຼາຍແນວ

ຂີ້ເຫຼັກສານ (ນ.) ຊື່ພັນໄມ້ແນວໜຶ່ງ ຕົ້ນໃຫຍ່ໃບໃຫຍ່ ໃຊ້ເຮັດຢາໄດ້.

ຂີ້ເຫຼັກໃຫຍ່ (ນ.) ຊື່ພັນໄມ້ແນວໜຶ່ງ ຈໍາພວກຂີ້​ເຫຼັກ ໃຊ້ເຮັດຢາໄດ້.

ຂື່ (ນ.) ໄມ້ເຄື່ອງເທິງຂອງເຮືອນ ສໍາລັບດຶງຫົວເສົາດ້ານຂວາງ ເອີ້ນ ຂື່.

ແຂ້ (ນ.) ສັດສີ່ຕີນແນວໜຶ່ງ ໂຕຄືແລນ ແຕ່ເປັນສັດໃຫຍ່ ເປັນສັດລົງນໍ້າ ຂຶ້ນບົກໂຕໃຫຍ່.

ເຂາະ 1 (ນ.) ເຄື່ອງແຂວນຄໍສັດ ເຮັດດ້ວຍໄມ້ໄຜ່ ໃຊ້ແຂວນຄໍຄວາຍ ເອີ້ນ ເຂາະຄວາຍ, ແຂວນຄໍງົວ ເອີນ ເຂາະງົວ.

ເຂາະ 2 (ນ.) ໄມ້ແກ່ນຮູບສີ່ລ່ຽມຮີ ແຂວນໄວ້ ຕາມບ້ານ ເຈົ້າບ້ານ ເຈົ້າເມືອງສະ​ໄໝ ບູຮານ ຕີປະຊຸມ ໃນເວລາມີວຽກງານ ການເມືອງ ເອີ້ນ ເຂາະ, ກະລໍ.

ເຂາະຂອດ (ວ.) ໝົດກ້ຽງ, ສ້ຽງ, ເກັບເລັມ.

ເຂາະຫຼອດ (ນ.) ເຂາະແຂວນຄໍສັດ ທີ່ເຮັດດ້ວຍໄມ້ແກ່ນ ແລະ ເອົາໝາກຫິ່ງເຮັດລູກໃຫ້ມີສຽງ ດັງມ່ວນ.

ຂໍ 1 (ນ.) ໄມ້ງໍໆສົ້ນໜຶ່ງສໍາລັບຫ້ອຍ, ແຂວນເກາະ.

ຂໍ 2 (ກ.)  ເວົ້າເພື່ອໃຫ້ຜູ້ອື່ນເມດຕາ ແລະ ໃຫ້ສິ່ງທີ່ຕົນຕ້ອງການ.

ຂໍຊ້າງ (ນ.) ເຫຼັກງໍໆ ປາຍແຫຼມ ແລະ ມີດ້າມຍາວ ໃຊ້ສໍາລັບສັບຫົວຊ້າງ.

ຂໍ້ 2 (ນ.) ບັນຫາທີ່ຕັ້ງຂຶ້ນ, ຜູ້ໜຶ່ງເປັນຜູ້ຖາມ, ຜູ້ໜຶ່ງເປັນຜູ້ຕອບ ເອີ້ນ ຂໍ້ບັນຫາ.

ເຂືອ 1 (ນ.) ຊື່ພັນໄມ້ກິນໝາກຂະໜາດນ້ອຍ ຈໍາພວກຜັກແນວໜຶ່ງ ໃຊ້ໝາກ ເປັນອາຫານ ມີຫຼາຍຊະນິດ.

ເຂືອ 2 (ສ). ໝາຍເຖິງບຸກຄົນຜູ້ທີ່ເຮົາເວົ້ານໍາ ຫຼື ໃຊ້ແທນຊື່ຜູ້ທີ່ເຮົາເວົ້ານໍາ ເຊັ່ນ ວ່າເຂືອເຈົ້າ, ພວກເຈົ້າ, ໝູ່ເຈົ້າ.

ເຂືອເຄືອ (ນ.) ໝາກເຫຼັ່ນນ້ອຍຕົ້ນເປັນເຄືອ ໜ່ວຍເປັນພົ້ວ ສຸກແລ້ວມີລົດສົ້ມ.

ເຂືອບ້າ (ນ.) ຕົ້ນໝາກເຂືອທີ່ມີໃບໃຫຍ່ ລໍາຕົ້ນຂາວ ເກີດຕາມສວນແຄມທ່າ ດອກຄືປາກເລີ ກິນແລ້ວເບື່ອ.

ຂົວ (ນ.) ສະພານ, ເຄື່ອງກ່າຍຂ້າມນໍ້າ.

ໄຂ 1 (ນ.) ນໍ້າມັນຂຸ້ນໃນຮ່າງກາຍຄົນ ແລະ ສັດ ເອີ້ນ ໄຂມັນ.

ໄຂ 2 (ນ.) (ປ.) ຄວາມເສື່ອມ, ຄວາມສິ້ນ, ຄວາມສ້ຽງໄປ, ອາຍຸທີ່ລ່ວງເລີຍໄປ ສິ້ນໄປ ເສຍໄປ ເອີ້ນ ອາຍຸໄຂ.

ໄຂ 3 (ນ.) ຊື່ເຂົ້າໝິ້ນແນວໜຶ່ງ ຫົວໃຫຍ່ກວ່າເຂົ້າໝິ້ນດັກແດ້ ເອີ້ນ ເຂົ້າໝິ້ນໄຂ.

ໄຂ 4. ບອກ, ກ່າວ, ການບອກກ່າວໃຫ້ຮູ້ ເອີ້ນ ໄຂຂ່າວ.

ໄຂ 5 (ກ.)  ເປີດ, ປືດ, ການເປີດປະຕູ ເອີ້ນ ໄຂປະຕູ.

ໄຂ່ 1 (ນ.) ໜ່ວຍ ຫຼື ເມັດມົນໆ ທີ່ພາຫ້ເກີດເປັນໂຕສັດ ຢູ່ໃນທ້ອງຂອງສັດ ຫຼາຍຈໍາພວກ ເອີ້ນ ໄຂ່ ເຊັ່ນໄຂ່ເປັດ, ໄຂ່ໄກ່, ໄຂ່ນົກ, ໄຂ່ເຫ້ຍ, ໄຂ່ແລນ, ໄຂ່ງູ.

ໄຂ່ດາວ (ນ.) ໄຂ່ທີ່ຈືນບໍ່ໃຫ້ສຸກ ແລະ ບໍ່ຄົນໃຫ້ແຕກ ເອີ້ນໄຂ່ດາວ.

ໄຂ້ (ນ.) ຊື່ພະຍາດຊະນິດໜຶ່ງ ມີອາຫານຮ້ອນໆໜາວໆ ແລະ ເຈັບຫົວ.

ເຂົາ 1 (ສ). ບູລຸດທີສາມທີ່ເຮົາເວົ້າເຖິງ ເຊັ່ນ ເຂົາຜູ້ນັ້ນ, ເຂົາບໍ່ມາ.

ເຂົ້າ 1 (ນ.) ວັດຖຸທີ່ເປັນອາຫານຂອງມະນຸດເປັນເມັດໆ ມີສອງປະເພດ ຄື ເຂົ້າຈ້າວ ແລະ ເຂົ້າໜຽວ.

ເຂົ້າ 2 (ນ.) ປະເພດຂອງເຂົ້າ, ເຂົ້າທີ່ສຸກຊ້າ ເອີ້ນ ເຂົ້າງັນ, ເຂົ້າສຸກໄວ ເອີ້ນ ເຂົ້າດໍ, ເຂົ້າທີ່ສຸກບໍ່ໄວ ແລະ ບໍ່ຊ້າ ເອີ້ນເຂົ້າກາງ.

ເຂົ້າ 3 (ກ.)  ເຂົ້າໄປ, ບໍ່ອອກມາ, ການເຂົ້າໄປ ໃນສະຖານທີ່ ຫຼື ເຂົ້າໄປຫາບຸກຄົນ ເອີ້ນເຂົ້າ.

ເຂົ້າຂົ້ວ (ນ.) ເຂົ້າສານ ທີ່ຂົ້ວໃຫ້ໄໝ້ ດໍາສົມຄວນແລ້ວປົ່ນໃຫ້ມຸ່ນ ສໍາລັບ ໃສ່ລາບ, ໃສ່ກ້ອຍ, ໃສ່ສົ້ມປານ້ອຍ, ໃສ່ໝ້ຳ ຫຼື ໃສ່ແກງໜໍ່ໄມ້ ເອີ້ນ ເຂົ້າຂົ້ວ.

ເຂົ້າໂຄບ (ນ.) ຊື່ເຂົ້າໜົມແນວໜຶ່ງ ເອົາເຂົ້າໜຽວໜຶ້ງຕາກແດດແຫ້ງແລ້ວຈືນ ຫຼື ທອດໃສ່ນໍ້າມັນ ເອີ້ນ ເຂົ້າໂຄບ.

ເຂົ້າຈີ່ 1 (ນ.) ຊື່ພັນໄມ້ພຸ່ມແນວໜຶ່ງ ໜ່ວຍນ້ອຍໆ ສີດໍາໃຊ້ກິນໄດ້ ເອີ້ນ ຕົ້ນເຂົ້າຈີ່.

ເຂົ້າຈີ່ 2 (ນ.) ເຂົ້າໜຽວໜຶ້ງ ປັ້ນເປັນກ້ອນກົມໆ ຫຼື ແປໆເອົາໄມ້ສຽບເຄິ່ງກາງ ໂຮຍເກືອແລ້ວຂາງໄຟໃຫ້ສຸກເຫຼືອງແລ້ວທັບໄຂ່ທາເມື່ອໄຂ່ສຸກແລ້ວເອົາມາກິນ ເອີ້ນເຂົ້າຈີ.

ເຂົ້າຈີ່ 3 (ນ.) ຊື່ບຸນປາງໜຶ່ງ ມີໃນຮີດສິບສອງຂອງລາວ ເຮັດໃນມື້ເດືອນສາມເພັງ ເອີ້ນ ບຸນເຂົ້າຈີ່, ບຸນມາຄະບູຊາ.

ເຂົ້າຈີ່ 4 (ນ.) ເຂົ້າໜົມປັງທີ່ເຮັດດ້ວຍແປ້ງຄັ້ນນວດໃຫ້ເປັນກ້ອນ ແລ້ວເອົາເຂົ້າເຕົາອົບໃນອຸນຫະ ພູມພໍເໝາະພໍດີ ເວລາສຸກ ຈະເປັນສີເຫຼືອງ ເອີ້ນເຂົ້າຈີ່.

ເຂົ້າໃຈ (ກ.)  ຮູ້ຄັກແນ່, ເຫັນແຈ້ງດ້ວຍສະຕິປັນຍາ.

ເຂົ້າປຸ້ນ (ນ.) ອາຫານແນວໜຶ່ງ ເຮັດດ້ວຍແປງເຂົ້າຈ້າວ ເປັນເສັ້ນຍາວໆ ເວລາຈະກິນໄດ້ເອົານໍ້າແກງ ຖອກໃສ່ ເອີ້ນ ເຂົ້າປຸ້ນນໍ້າແກງ.

ເຂົ້າໜົມ (ນ.) ເຂົ້າໜົມທີ່ ເຮັດດ້ວຍເຂົ້າ ຫຼື ແປ້ງປະສົມນໍ້າອ້ອຍ ຫຼື ນໍ້າຕານ ມີຊື່ ເອີ້ນຕາມຊະນິດ ຂອງມັນ ແຕ່ເມື່ອເວົ້າລວມແລ້ວ ເອີ້ນ ເຂົ້າໜົມ.

ແຂກ 1 (ນ.) ຄົນບ້ານອື່ນເມືອງອື່ນ ເຊິ່ງມີທຸລະມາຢ້ຽມຢາມ ເອີ້ນ ແຂກ.

ແຂກ 2 (ນ.) ຄົນທີ່ມີເຊື້ອຊາດ ສັນຊາດເປັນແຂກ ເອີ້ນແຂກ ເຊັ່ນ ແຂກອິນເດຍ, ແຂກລັງກາ, ແຂກປາກິດສະຖານ ແຂກເນປານ.

ແຂກ 3 (ນ.) ນົກແນວໜຶ່ງ ຂົວສີຂຽວ ສົບແດງ ເປັນນົກ ທີ່ຫັດປາກສຽງຄົນໄດ້ ເອີ້ນ ນົກແຂກ, ຖ້າໂຕໃຫຍ່ກວ່າໜ້ອຍໜຶ່ງ ເອີ້ນ ນົກແຂກເຕົ້າ.

ແຂກມອນ. ຊື່ເພງດົນຕີຢ່າງໜຶ່ງ ໃນບັນດາ ເພງດົນຕີລາວ.

ແຂກເມືອງ (ນ.) ຄົນຕ່າງປະເທດ ທີ່ມາຕິດຕໍ່ທາງລັດຖະການ ເອີ້ນ ແຂກເມືອງ.

ຂາງ 1 (ນ.) ໄມ້ເຄື່ອງເຮືອນ ເອົາຕິດກັບເສົາສໍາລັບເອົາຕົງພາດແລ້ວປູແປ້ນ.

ຂາງ 2 (ນ.) ເຫຼັກຊະນິດໜຶ່ງ ບໍ່ເຂົ້າຂີ້ໝ້ຽງແຂງ ແຕ່ຜ່ອຍ ໝໍ້ກະທະທີ່ເຮັດດ້ວຍເຫຼັກດັ່ງກ່າວນີ້ ເອີ້ນ ໝໍ້ຂາງ, ໝາກສົບໄຖ ທີ່ເຮັດດ້ວຍເຫຼັກນີ້ ເອີ້ນໝາກສົບໄຖຂາງ.

ຂາງ 3 (ກ.)  ອັງ, ເອົາໄວ້ໃກ້ໄຟ, ເອົາເຂົ້າຂຽບມາອັງໄຟ ເອີ້ນຂາງເຂົ້າຂຽບ, ເອົາປາໄປອັງໄຟ ເອີ້ນ ຂາງປາ.

ຂາງບ້ານ (ນ.) ແມ່ບ້ານທີ່ເອົາໃຈໃສ່ໃນວຽກບ້ານການເຮືອນ ເອີ້ນ ຂາງບ້ານ.

ຂາງເມືອງ (ນ.) ພະນັກງານຂັ້ນສູງຂອງລັດ, ທະຫານຜູ້ເກັ່ງກ້າ ບໍ່ຢ້ານກົວຕໍ່ຂ້າເສິກສັດຕູ ໃຈແຂງປານເຫຼັກ ປານຂາງ ເອີ້ນ ຂາງເມືອງ.

ຂີງ (.) ຊື່ພືດຈໍາພວກຫວ້ານແນວໜຶ່ງ ໃຊ້ເຮັດຢາ ແລະ ປຸງເປັນອາຫານ ຂີງມີຫຼາຍຊະນິດ.

ເຂັ້ງ 1 (ນ.) ຊື່ເຂົ້າໜົມແນວໜຶ່ງ ເອີ້ນ ເຂົ້າໜົມເຂັ້ງ.

ເຂັ້ງ 2 (ນ.) ຊື່ພາຊະນະສານດ້ວຍຕິວໄມ້ໄຜ່ໜ່ວຍນ້ອຍ ສໍາລັບຂົນດິນ, ຂົນຊາຍ, ຂົນຫີນ, ໜ່ວຍໃຫຍ່ ສໍາລັບໃສ່ເຄື່ອງຂອງຕ່າງໆ.

ໂຂງ 1 (ນ.) ຊ້າງຫົວໜ້າຝູງ ເອີ້ນຊ້າງໂຂງ.

ໂຂງ 2 (ນ.) ຊື່ເມືອງ ແລະ ດອນແຫ່ງໜຶ່ງ ຢູ່ໃນກາງແມ່ນໍ້າຂອງ ໃນເຂດແດນ ປະເທດລາວພາກໃຕ້ສຸດ ເອີ້ນ ດອນໂຂງ.

ໂຂງ 3 (ວ.) ຄົດ, ໂຄ້ງ, ງໍ, ໂງ, ສິ່ງທີ່ມີລັກສະນະຄົດໂຄ້ງ ເອີ້ນ ໂຂງ ເຊັ່ນ ປະຕູໂຂງ, ຂາກົ່ງເອີ້ນ ເອີ້ນ ຂາໂຂງ.

ຂອງ 1 (ນ.) ຊື່ແມ່ນໍ້າສາຍໜຶ່ງ ແຕ່ກ່ອນໄຫຼຜ່າໃຈກາງ ປະເທດລາວ ຕັ້ງແຕ່ ຫົວຂອງ ຈົນເຖິງຫຼີ່ຜີ. ດຽວນີ້ບາງບ່ອນແບ່ງເຂດປະເທດລາວ ແລະ ພາກອີສານເອີ້ນແມ່ນໍ້າຂອງ.

ຂອງ 2 (ນ.) ເຄື່ອງບໍລິໂພກ ເອີ້ນຂອງກິນ, ເຄື່ອງອຸປະໂພກ ເອີ້ນ ຂອງໃຊ້.

ຂອງ 3 (ນ.) ສິ່ງທີ່ເປັນນາມະທໍາ ບໍ່ມີຕົວຕົນໃຫ້ແນມເຫັນໄດ້ ແຕ່ມີຢູ່ໃນສັງຄົມທົ່ວໄປ ຫຼື ມີຢູ່ໃນຈິດໃຈ ເຊັ່ນ ຄວາມຊົ່ວ, ຄວາມດີ, ຄວາມງາມ, ຄວາມເປັນລະບຽບ, ຄວາມສຸຂຸມ, ຄວາມຫຍາບ, ຄວາມລະອຽດ ສິ່ງເຫຼົ່ານີ້ ເອີ້ນຂອງເປັນຝ່າຍດີ ເອີ້ນ ຂອງດີ ເປັນຝ່າຍຊົ່ວ ເອີ້ນ ຂອງຊົ່ວ.

ຂ້ອງ 1 (ນ.) ເຄື່ອງຈັກສານ ເຮັດດ້ວຍໄມ້ໄຜ່ ສໍາລັບໃສ່ປາ ເອີ້ນ ຂ້ອງ ມີສອງຊະນິດ ຄືຂ້ອງພາຍ ແລະ ຂ້ອງລອຍ.

ຂ້ອງ 2 (ກ.)  ກ່ຽວຂ້ອງ, ຜູກພັນ, ໃຈຜູກພັນ ເອີ້ນ ໃຈຂ້ອງ.

ຂ້ອງໆ (ວ.) ສຽງດັງຢ່າງນັ້ນ ເຊັ່ນ ສຽງໄອຂອງຄົນເປັນຫວັດລົງຄໍ ສຽງໄອດັງຂ້ອງໆ, ຂຸ້ງໆ.

ເຂິງ 1 (ນ.) ເຄື່ອງຈັກສານເຮັດດ້ວຍໄມ້ໄຜ່ໃຊ້ສໍາລັບຮ່ອນຮໍາ ມີຕານ້ອຍໆ ເອີ້ນ ເຂິງຮ່ອນຮໍາ.

ເຂິງ 2 (ກ.)  ວາງແຜນຜັງ ເຊັ່ນ ຈະປຸກເຮືອນຕ້ອງວາງແຜນຜັງ, ແຜນຜັງ ທີ່ທີ່ວາງນີ້ ເອີ້ນ ເຂິງເຮືອນ.

ເຂິງ 3 (ກ.)  ຂ້ຽວເຂັນ, ຈະເຮັດອັນໃດບໍ່ໄຕ່ຕອງ ພິຈາລະນາ ໃຫ້ຮອບຄອບ ກ່ອນສັ່ງໄປຕາມໃຈ ຫຼື ໂດຍອໍານາດຂອງຕົນ ເອີ້ນ ເຂິງຂ້ຽວ.

ເຂິງ 4 (ກ.)  ຮີບຮ້ອນ, ຟ້າວຟັ່ງ.

ເຂິງ 5 (ກ.)  ຂຶງຄຽດ, ໂກດເຄັມ, ຮ້າຍແຮງ

ຂຽງ (ນ.) ໄມ້ສໍາລັບວາງຊີ້ນປາ ເພື່ອປາດຊີ້ນປາດປາ ຫຼື ຟັກເຮັດອາຫານ ເອີ້ນ ຂຽງ.

ຂາຍ (ກ.)  ການແລກຂອງດ້ວຍຂອງ ຫຼື ການແລກຂອງດ້ວຍເງິນຕາ ເອີ້ນ ຂາຍ.

ຂຸ່ຍ (ນ.) ເຄື່ອງດົນຕີແນວໜຶ່ງ ເຮັດດ້ວຍໄມ້ຮວກ ຫຼື ເຂົາຄວາຍ ເຈາະຮູຕາມທາງຍາວ ສໍາລັບ ເອົານິ້ວມືນັບເປົ່າໃຫ້ເປັນເພງ ເອີ້ນ ຂຸ່ຍ.

ເຂີຍ 1 (ນ.) ຜົວຂອງລູກສາວ ເອີ້ນ ລູກເຂີຍ, ຜົວຂອງຫຼານສາວ ເອີ້ນ ຫຼານເຂີຍ

ເຂີຍ 2 (ກ.)  ໄຂ, ເປີດ, ໄຂປະຕູ ເອີ້ນ ເຂີຍປະຕູ (ພາສາທາງລາວເໜືອ) ໄຂໜ້າຕ່າງ ເອີ້ນ ເຂີຍປ່ອງຢ້ຽມ, ປ່ອງອ້ຽມ.

ຂາດ 4 (ກ.)  ອັດຕະຄັດ, ຂັດສົນ, ບໍ່ມີຂອງຊື້ຂອງຂາຍ ເອີ້ນຂາດຕະຫຼາດ, ຂາຍຕໍ່າກວ່າຕົ້ນທຶນ ເອີ້ນຂາດທຶນ, ບໍ່ມີພີ່ບໍ່ມີນ້ອງ ເອີ້ນ ຂາດຄົນ.

ຂິດ 1 (ນ.) ຊື່ຜ້າຕໍ່າຍົກດອກ ຈໍາພວກໜຶ່ງມີຫຼາຍຊະນິດ ມີຊື່ເອີ້ນຕາມດອກທີ່ ຍົກ ເຊັ່ນ ຂິດຕາໄກ່ ຂິດດອກແກ້ວ ຂິດຄົນຂິດຊ້າງ ຂິດມ້າ ຂິດດາວ.

ຂິດ 2 (ກ.)  ງັດຂຶ້ນ, ງ້າງຂຶ້ນ.

ຂິດ 3. ອາການລົ້ມຫົວຂິດຫົວຂວ້ຳ ເອີ້ນ ລົ້ມຂິດ, ລົ້ມຫົວຂິດ ຫົວຂວ້ຳ.

ຂີດ (ກ.)  ເຮັດໃຫ້ເປັນຮອຍເສັ້ນ ຫຼື ສາຍດ້ວຍປາກກາ ສໍດໍາ ສໍຂາວ ຫຼື ຂອງມີຄົມຕ່າງໆ ເຊັ່ນ ຂີດເສັ້ນສາມລ່ຽມ, ສີ່ລ່ຽມ, ຂີດລວດລາຍ.

ຂີດຂັ້ນ 1 (ນ.) ຂັ້ນ, ຂອບເຂດ, ການກໍານົດໃຫ້ແນ່ນອນລົງໄປ ເອີ້ນ ຂີດຂັ້ນ ເຊັ່ນ ເຂດບ້ານ, ເຂດເມືອງ, ເຂດວັດ.

ຂີດຂັ້ນ 2 (ກ.)  ກໍານົດເຂດ, ກໍານົດຫຼັກໝາຍແບ່ງປັນລົງໄປ.

ຂູດ 1 (ກ.)   ຄູດດ້ວຍສິ່ງຂອງມີຄົມ ເຊັ່ນ ເອົາມີດຂູດຕິວໄມ້ໄຜ່ ເອີ້ນ ຂູດຕິວໄມ້ໄຜ່ ເອົາງ້ອງຂູດໝາກພ້າວ ເອີ້ນຂູດໝາກພ້າວ.

ຂູດ 2 (ກ.)  ແຖຜົມ, ແຖຜົມກ່ອນຈະບວດ ເອີ້ນ ຂູດຜົມ, ຂູດເກົ້າ ແຖຫົວ.

ຂຽດ (ນ.) ສັດສີ່ຕີນບໍ່ມີຫາງ ຈໍາພວກໂດດເຕັ້ນ ເປັນສັດເລືອດເຢັນ ຮູບຮ່າງຄ້າຍຄື ກົບ ແຕ່ຕົວນ້ອຍກວ່າ.

ຂັນ 1 (ນ.) (ປ.) ໝວດ, ໝູ່, ກອງ, ໃນຮ່າງກາຍຂອງຄົນເຮົາ ມີຂັນຫ້າ ຄື: ຮູ ປະຂັນກອງຮູບ, ເວທະນາຂັນ ກອງເວທະນາ, ສັນຍາຂັນ ກອງສັນຍາ, ສັງຂາລະຂັນ ກອງສັງຂານ, ວິນຍານະຂັນ ກອງວິນຍານ.

ຂັນ 2 (ນ.) ດາບດ້າມສັ້ນ, ຊື່ດາບແນວໜຶ່ງ ມີຄົມສອງຂ້າງ ທາງກາງທັງສອງຂ້າງ ເປັນສັນນ້ອຍໆ ຄ້າຍຄືຫອກ ເອີ້ນຂັນ, ຂັນໄຊ, ພະຂັນ, ພະຂັນໄຊ.

ຂັນ 3 (ນ.) ພານ, ພານສໍາລັບໃສ່ເຄື່ອງບູຊາ ມີເຂົ້າຕອກດອກໄມ້ທູບທຽມ ຈັດ 5 ຄູ່ ເອີ້ນຂັນຫ້າ, 8 ຄູ່ ເອີ້ນ ຂັນແປດ.

ຂັນ 4 (ນ.) ພາຊະນະສໍາລັບຕັກນໍ້າກິນ, ນໍ້າໃຊ້ ເຮັດດ້ວຍເງິນ, ດ້ວຍທອງ, ດ້ວຍຄໍາ ເອີ້ນຂັນເງິນ ຂັນທອງ ຂັນຄໍາ.

ຂັນ 5 (ນ.) ພານໝາກ ພານສໍາລັບໃສ່ໝາກພູຫວ້ານຢາ ເອີ້ນຂັນໝາກ, ຂັນສະຫຼາ.

ຂັນ 6 (ນ.) ໄທຂັນ, ເພັດຊະຄາດ, ຜູ້ມີໜ້າທີ່ປະຫານຊີວິດ ຄົນທໍາຄວາມຜິດຕໍ່ບ້ານເມືອງ ບູຮານເອີ້ນ ໄທຂັນ.

ຂັນ 7 (ກ.)  ຕໍ່ສູ້, ອາສາ, ການຮັບລ້ຽງເກືອ ເອີ້ນຂັນອາສາ, ການຮັບປ້ອງກັນປະເທດຊາດບ້ານເມືອງ ເອີ້ນຂັນອາສາ.

ຂັນ 8 (ກ.)  ວົນ, ວຽນ, ນໍ້າໄຫຼວົນຕາໄກ່ ເອີ້ນນໍ້າຂັນ.

ຂັນ 10 (ກ.)  ບອກເວລາ, ການບອກເວລາ ຂອງໄກ່ຂັນ.

ຂັນ 11 (ກ.)  ສັ່ງລາ, ການສັ່ງລາ ເປັນທໍານຽມຂອງຄົນ ຫຼື ສັດ ໂດຍສະເພາະ ສັດກ່ອນຈະຈາກກັນໄປ ຈະຂັນສັ່ງລາກ່ອນ.

ຂັນ 12 (ນ.) ໂຕກ, ກະໂຕກ ຊື່ພາຊະນະທີ່ສານດ້ວຍໄມ້ໄຜ່ມີຂາສີ່ຂາ ຫຼື ໄມ້ແກ່ນ ຄຶງໃຫ້ກົມໃຫ້ມົນມີຂອບ ເອີ້ນ ຂັນໂຕກ, ກະໂຕກ ໃຊ້ເປັນພາຊະນະສໍາລັບຕັ້ງ ຖ້ວຍອາຫານ.

ຂັນ 13 (ນ.) ຊື່ເງິນບູຮານ ເຊິ່ງເອີ້ນວ່າ ເງິນຂັນ ຂັນໜຶ່ງໜັກ 25 ບາດ.

ຂັ້ນໄດ (ນ.) ເຄື່ອງກ່າຍຂຶ້ນເຮືອນ ເຮັດດ້ວຍໄມ້ແກ່ນ ຫຼື ກໍ່ດ້ວຍດິນຈີ່ ມີແມ່ຂັ້ນໄດ ແລະ ລູກຂັ້ນໄດ ຫຼື ບ່ອນເປັນຖ້ານໆ ສໍາລັບຢຽບຂຶ້ນລົງ.

ຂານ 1 (ກ.)  ກ່າວ

ຂານ 2 (ກ.)  ຮ້ອງຕອບ ເມື່ອມີຜູ້ເອີ້ນ.

ຂານ 3 (ນ.) (ຂ.) ເສືອ, ຊື່ປີທີສາມແຫ່ງປີນັກສັດ ເອີ້ນ ປີຂານ.

ຂານ 4 (ວ.) ສົມ, ເໝາະ ເຊັ່ນ ສີຂານກັນດີ.

ຂີນ 1 (ກ.)  ຂືນ, ຝືນ.

ຂີນ 2 (ກ.)  ຂັດ.

ຂີນ 3 (ກ.)  ຂັດຂືນ.

ຂື່ນ 1 (ວ.) ລົດຝາດ, ເຝື່ອນ, ບໍ່ເປັນຕາຢາກ ເອີ້ນ ລົດຂື່ນ.

ຂື່ນ 2 (ນ.) ຊື່ໝາກເຂືອແນວໜຶ່ງ ມີລົດຂື່ນ ເອີ້ນ ໝາກເຂືອຂື່ນ.

ຂຶ້ນ 3 (ກ.)   ກົ່ງໜ້າໝາຍຈະຍິງ ເອີ້ນ ຂຶ້ນໜ້າ.

ຂຶ້ນ 4 (ກ.)  ກ້າກໍາລັງປົ່ງ ເອີ້ນ ກ້າກໍາລັງຂຶ້ນ, ກ້າພວມຂຶ້ນ.

ຂຶ້ນ 5 (ກ.)  ຕັ້ງໃຈຮຽນໜັງສື ເອີ້ນ ຂຶ້ນໃຈຮຽນໜັງສື.

ຂຶ້ນ 6 (ກ.)  ນໍາເຄື່ອງສັກກາລະ ມີດອກໄມ້ທູບທຽນມາຍົກຄູເພື່ອຮຽນ ສິລະປະສາດ ເອີ້ນຂຶ້ນຄູ, ຂຶ້ນຄາຍ.

ຂຶ້ນ 7 (ກ.)  ຕົ້ນໄມ້ຮາກຟູຂຶ້ນຈາກດິນ ເອີ້ນ ຂຶ້ນໂຄນ ຮາກໄມ້ຂຶ້ນໂຄນ.

ຂຶ້ນ 8 (ນ.) ຂະໝິ້ນ, ຊື່ຂະໝິ້ນແນວໜຶ່ງ ມີຫົວພົ້ນຂຶນຈາກດິນ ເອີ້ນ ຂະໝິ້ນຂຶ້ນ, ເຂົ້າໝິ້ນຂຶ້ນ, ຂີ້ໝິ້ນຂຶ້ນ.

ຂຸນ (ນ.) ຊື່ບັນດາສັກໃນສະໄໝບູຮານ ຜູ້ທໍາຄຸນງາມຄວາມດີ ໄດ້ຮັບຍົກຍ້ອງຈາກພະເຈົ້າແຜ່ນດິນ ໃຫ້ເປັນຂຸນ.

ເຂັນ 1 (ນ.) (ຂ.) ຄວາມຍາກ, ວາມລໍາບາກ, ລາງຮ້າຍ, ສິ່ງທີ່ນໍາຄວາມຫຍຸ້ງຍາກ ລໍາບາກໃຈມາໃຫ້ ເອີ້ນເຂັນ.

ເຂັນ 2 (ກ.)  ການເຮັດຝ້າຍທີ່ລໍ້ໄວ້ແລ້ວ ໃຫ້ເປັນເສັ້ນ, ການເຮັດເສັ້ນໄໝ ຫຼື ຂອງທີ່ເປັນເສັ້ນຍາວ ໃຫ້ຫັນ ຫຼື ຝັ້ນເຂົ້າກັນ.

ເຂັນ 3 (ກ.)  ປັ່ນ, ປັ່ນຝ້າຍ ເອີ້ນເຂັນຝ້າຍປັ່ນໄໝ ເອີ້ນ ເຂັນໄໝ.

ເຂັນໃຈ (ວ.) ຍາກຈົນ, ທຸກຍາກ, ຄົນທີ່ຫາກິນບໍ່ກຸ້ມປາກກຸ້ມທ້ອງ ເອີ້ນ ຄົນເຂັນໃຈ.

ເຂນ (ນ.) ເຄື່ອງມືຮົບເສິກແນວໜຶ່ງ ຮູບມົນ ຫຼື ກົມ ສໍາລັບປ້ອງກັນ ອາວຸດສາດຕາ.

ແຂນ (ນ.) ອະໄວຍະວະທີ່ຕໍ່ຈາກບ່າ ທັງສອງຂ້າງ ເອີ້ນແຂນ, ແຂນລຸ່ມຂໍ້ສອກ ເອີ້ນ ແຂນໂປ້ງ, ແຂນທີ່ຕໍ່ຂໍ້ມີ ເອີ້ນ ແຂນກິ່ວ, ແຂນທີ່ຄົດ ເອີ້ນ ແຂນຈົງ, ແຂນອ່ອນ ເອີ້ນ ແຂນແພນ.

ແຂນນາງ (ນ.) ໄມ້ເຄື່ອງເຮືອນທີ່ຕໍ່ ຈາກເສົາເດ່ໄປຄໍ້າປ້ານຊາຍໄວ້.

ຂົນ 1 (ນ.) ສິ່ງທີ່ເປັນເສັ້ນ ປົ່ງຂຶ້ນຕາມແຂນຂາ, ໜ້າເອິກ ແລະ ບ່ອນອື່ນໆ ເອີ້ນ ຂົນ.

ຂົນ 2 (ນ.) ຊື່ຫຍ້າແນວໜຶ່ງ ລໍາຕົ້ນຂໍ້ ແລະ ໃບ ເປັນຂົນ ເອີ້ນ ຫຍ້າບົ້ງຂົນ.

ຂົນ 3. ຊື່ແມງບົ້ງແມງແນວໜຶ່ງ ຕາມຕົວມີຂົນ ເອີ້ນ ແມງບົ້ງຂົນ.

ຂົນ 4 (ກ.)  ແບກ, ຫາມໃສ່ລົດບັນທຸກ ຫຼື ເຮັດດ້ວຍວິທີໃດກໍ່ຕາມ ເພື່ອເຄື່ອນຍ້າຍ ສິ່ງຂອງ ເອີ້ນຂົນ ເຊັ່ນ ຂົນເຂົ້າ, ຂົນນໍ້າ, ຂົນໄມ້.

ຂົນຂວາຍ (ກ.)  ຊອກຫາ, ສະແຫວງຫາ, ການຊອກສະແຫວງຫາ ເຂົ້າຂອງເງິນຄໍາ ມາລ້ຽງຄອບຄົວ ເອີ້ນຂົນຂວາຍ.

ຂົນໜູ (ນ.) ຜ້າແພຊະນິດໜຶ່ງ ມີຂົນຍາວ ແລະ ອ່ອນ.

ໂຂນ (ນ.) ການຫຼິ້ນຢ່າງໜຶ່ງ ຄ້າຍລໍາເລື່ອງ ເຊັ່ນ ຫຼິ້ນເລື່ອງພະລັກພະລາມ ຜູ້ຫຼິ້ນເອົາຫົວທ້າວຫົວນາງ ມາສຸບເຂົ້າຫົວຂອງຕົນ ເອີ້ນ ຫຼິ້ນໂຂນ.

ຂອນ (ນ.) ທ່ອນໄມ້, ທ່ອນໄມ້ທີ່ຍັງບໍ່ທັນຜຸ ເອີ້ນຂອນໄມ້.

ຂອນຜີ (ນ.) ຊາກສົບຂອງຄົນທີ່ຕາຍແລ້ວ.

ເຂີນ 1 (ນ.) ຊື່ຄົນເຜົ່າໜຶ່ງຢູ່ທາງພາກເໜືອຂອງລາວເອີ້ນໄທເຂີນ. ເຄື່ອງໃຊ້ທີ່ຄົນພວກນີ້ເຮັດເອີ້ນເຄື່ອງ ເຂີນ.

ເຂີນ 2 (ວ.) ແຫ້ງ, ບົກລົງ, ໜອງທີ່ນໍ້າພວມຈະແຫ້ງ ເອີ້ນໜອງເຂີນນໍ້າ.

ເຂີນ 3 (ວ.) ຂາດ, ຄົນທີ່ບໍ່ມີພໍຢູ່ພໍກິນ ເອີ້ນ ເຂີນຂາດ ຂາດເຂີນ ຜູ້ຍິງນຸ່ງສິ້ນສູງເກີນຫົວເຂົ່າເອີ້ນນຸ່ງ ສິ້ນເຂີນ.

ເຂີນ 4 (ວ.) ກອນທີ່ບໍ່ສໍາຜັດກັນ ເອີ້ນ ກອນເຂີນ

ເຂີນ 5 (ວ.) ນາທີ່ສູງກວ່າລະດັບນໍ້າ ເອີ້ນ ນາເຂີນ

ຂຽນ 1 (ນ.) ຊື່ນົກແນວໜຶ່ງ ຂາ ແລະ ຄໍຍາວ ທີ່ຄໍມີຂົນສີແດງ ເປັນປອກຮອບຄໍ ເອີ້ນ ນົກຂຽນ.

ຂຽນ 2 (ກ.)  ຂີດໃຫ້ເປັນຕົວໜັງສື, ຕົວເລກເປັນຮູບເປັນຮອຍ ເປັນລວດລາຍ ເຊັ່ນ ຂຽນໜັງສື, ຂຽນເລກ.

ຂຽນ 3 (ວ.) ຮູບຮ່າງສວຍງາມ ເໝືອນຮູບທີ່ນາຍຊ່າງຂຽນ ລື ແຕ້ມ.

ເຂື່ອນ 1 (ນ.) ຄັນຄູທີ່ປ້ານດ້ວຍດິນ ຫຼື ຄັນຄູ ຊີມັງເສີມເຫຼັກ ເຮັດໄວ້ປ້ອງກັນບໍ່ ໃຫ້ດິນພັງ ຫຼັກຄໍ້າຫຼັກໝັ້ນຄົງ.

ເຂື່ອນ 2 (ວ.) ໝັ້ນຄົງ.

ເຂື່ອນຂັນ (ວ.) ເປັນເຂື່ອນຕັນໄວ້ ເປັນຕ້າຍ ຫຼື ຮົ້ວຕັນໄວ້.

ເຂື່ອນແຂງ (ວ.) ປ້ອງກັນ, ໝັ້ນຄົງ

ເຂື່ອນໄຟຟ້າ (ນ.) ສິ່ງທີ່ສ້າງຂຶ້ນຂວາງກັ້ນລໍານໍ້າ ເພື່ອປະໂຫຍດໃນທາງຜະລິດກະແສໄຟຟ້າ.

ຂັບ 1 (ກ.) ໄລ່, ບັນຊາ ເຊັ່ນຂັບງົວ, ຂັບຄວາຍ, ຂັບກວຽນ.

ຂັບ 2 (ກ.)  ຮ້ອງ, ລໍາ, ການຮ້ອງລໍາທໍາເພງ ເອີ້ນ ຂັບລໍາ ເຊັ່ນ ຂັບລໍາເໜືອ, ຂັບງື່ມ, ຂັບຊຽງຂວາງ, ຂັບຫຼວງພະບາງ, ລໍາຄອນສະຫວັນ ລໍາມະຫາໄຊ ລໍາສີພັນດອນ.

ຂັບຂ່ວງ (ກ.)  ການຮ້ອງລໍາແບບໜຶ່ງ ເຊັ່ນ ລໍາຜີຟ້າ, ລໍາສ່ຽງເບິ່ງສາຍມິ່ງສາຍແນນ ເອີ້ນ ຂັບຂ່ວງ.

ຂັບເຕີມ 2 (ນ.) ທໍານອງລໍາ ຫຼື ຂັບແບບໜຶ່ງ ຂອງເຜົ່າຊົນລາວທາງພາກເໜືອ.

ຂອບ 1 (ນ.) ເຂດ, ແດນ, ເຂດເມືອງ ເອີ້ນ ຂອບເມືອງ.

ຂອບ 2 (ກ.)  ບອກ, ເລົ່າ, ການບອກໃຫ້ຮູ້ ເອີ້ນ ຂອບ.

ຂອບ 3 (ກ.)  ເຮັດຂອບກະບຸງ ຂອບກະດົ້ງຝັດເຂົ້າໃຫ້ແໜ້ນແກ່ນດ້ວຍການເອົາເສັ້ນຫວາຍ ທີ່ເຫຼົາແລ້ວມາຖັກຂອບ ເພື່ອໃຊ້ໄດ້ນານ ເອີ້ນ ຂອບ, ຂອບກະບຸງ, ຂອບກະຕ່າ, ຂອບກະດົ້ງ

ຂອບ 4 (ວ.) ແຫ້ງຂອບ, ຕົ້ນເຂົ້າທີ່ແຫ້ງ ຈົນຂອບ ເອີ້ນ ເຂົ້າຂອບ.

ຂອບເຂິງ (ກ.)  ວ່າກ່າວ, ສັ່ງສອນເຂີຍໃຫ້ຮູ້ສຶກສໍານຶກຜິດ ແລ້ວຂໍສົມມາຄາລະວະ ຕໍ່ເຈົ້າໂຄດລຸງຕາ ເອີ້ນຂອບເຂິງ.

ຂອງເມືອງ (ນ.) ເຂດແດນເມືອງ, ເຂດນໍ້າແດນດິນຂອງປະເທດ.

ຂອບແຂບ (ວ.) ສຽງດັງຢ່າງນັ້ນ ເຊັ່ນ ສຽງຍ່າງຢຽບໃບຕອງແຫ້ງ ຫຼື ໃບໄມ້ແຫ້ງດັງ ຂອບແຂບ, ສຽງຄ້ຽວເຂົ້າແຫ້ງດັງຂອບແຂບ.

ຂອບໃຈ (ກ.)  ສະແດງຄວາມຮູ້ບຸນຄຸນ ໃນນໍ້າໃຈ ທີ່ມີເມດຕາກະລຸນາ, ກ່າວຕອບແທນ ບຸນຄຸນຜູ້ອື່ນ ດ້ວຍຄວາມເວົ້າ ທີ່ມາຈາກໃຈຈິງ.

ຂຽບໝູ (ນ.) ໜັງໝູທີ່ຈືນເອົານໍ້າມັນອອກແລ້ວ ເອີ້ນຂຽບໝູ.

ຂວບ 1 (ນ.) ຮອບໄລຍະເວລາໜຶ່ງໆ ເອີ້ນຂວບ ເຊັ່ນ ຮອບວັນເອີ້ນຂວບມື້, ຮອບ ເດືອນ ເອີ້ນ ຂວບເດືອນ, ຮອບປີ ເອີ້ນ ຂວບປີ.

ຂວບ 2 (ກ.)  ຈວບ, ເຖິງ, ເຖິງເວລາ ເອີ້ນຂວບເມື່ອ.

ຂາມ 1 (ນ.) ຊື່ພັນໄມ້ຈໍາພວກໜຶ່ງ ເປັນໄມ້ເນື້ອແຂງ ຂະໜາດໃຫຍ່ ມີສອງຊະນິດ ຊະນິດລົດສົ້ມ ເອີ້ນໝາກຂາມສົ້ມ, ຊະນິດລົດຫວານ ເອີ້ນໝາກຂາມຫວານ.

ຂາມ 2 (ກ.)  ຄ້າມ, ຢ້ານ, ເກງ, ກົວ, ການຢ້ານກົວ ລິດທາສັກດານຸພາບ ຫຼື ອໍານາດ ວາສະໜາ ເອີ້ນ ຂາມ.

ຂາມປ້ອມ (ນ.) ຊື່ໝາກຂາມແນວໜຶ່ງ ມັກເກີດຕາມໂຄກ ຕາມທົ່ງ ໝາກມົນໆ ໃຫຍ່ ປະມານທໍ່ໂປ້ມື ໃຊ້ກິນ ແລະ ເຮັດຢາໄດ້ ເອີ້ນ ໝາກຂາມປ້ອມ.

ຂາມເທດ. ຊື່ໝາກຂາມແນວໜຶ່ງ ທີ່ໜາມຝັກສັ້ນ ມັນເກີດຕາມທີ່ຕໍ່າ ກິນບໍ່ໄດ້ ເອີ້ນ ໝາກຂາມແປ.

ຂາມແປ (ນ.) ຊື່ໝາກຂາມແນວໜຶ່ງ ທີ່ໜາມຝັກສັ້ນ ມັນເກີດຕາມທີ່ຕໍ່າ ກິນບໍ່ໄດ້ ເອີ້ນ ໝາກຂາມແປ.

ຂິມ (ນ.) ຊື່ເຄື່ອງດົນຕີຂອງຈີນຊະນິດໜຶ່ງ ປະເພດເຄື່ອງສາຍ ໃຊ້ສໍາລັບຕີ ເອີ້ນຂິມ.

ຂຸ້ມ 2 (ນ.) ເຄື່ອງອາວຸດເສີກ ສະໄໝບູຮານ ລັກສະນະ ຄືຫອກດາບ ແຕ່ດວງໃຫຍ່ ດ້າມຍາວ.

ຂຸ້ມຫຼຸ້ມ (ວ.) ໃຫຍ່ ແລະ ສັ້ນ ເຊັ່ນ ທ່ອນໄມ້ໃຫຍ່ ແລະ ສັ້ນ ເອີ້ນ ສັ້ນຂຸ້ມຫຼຸ້ມ.

ຂຸ້ມໆ (ວ.) ສຽງດັງຢ່າງນັ້ນ ເຊັ່ນ ສຽງຫຍໍ້າ ໝາກແຕງດັງຂຸ້ມ.

ເຂັມ 1 (ນ.) ເຫຼັກແຫຼມ ສໍາລັບໃຊ້ຫຍິບຜ້າ ເຈາະຮູທີ່ກົ້ນ ເອີ້ນ ເຂັມຫຍິບຜ້າ.

ເຂັມ 2 (ນ.) ຊື່ປານ້ອຍແນວໜຶ່ງ ປາກແຫຼມຄືເຂັມ ເອີ້ນ ປາເຂັມ.

ເຂັມ 3 (ນ.) ຊື່ພັນໄມ້ພຸ່ມແນວໜຶ່ງ ມີສອງຊະນິດ, ຊະນິດດອກຂາວ ເອີ້ນ ເຂັມຂາວ, ຊະນິດດອກແດງ ເອີ້ນ ເຂັມແດງ.

ເຂັມ 4 (ນ.) ເສົາໄມ້ແກ່ນ ຫຼື ເສົາຊີມັງປາຍແຫຼມ ສໍາລັບຕອກລົງໃນບ່ອນທີ່ ຈະປຸກເຮືອນ ສະເພາະພື້ນທີ່ເປັນບ່ອນດິນບໍ່ແກ່ນ ເສົານີ້ເອີ້ນ ເສົາເຂັມ.

ເຂັມຄັດ (ນ.) ເຂັມທີ່ບໍ່ປ່ອງ ຫຼື ບໍ່ໄດ້ເຈາະກົ້ນສໍາລັບຄັດເຈ້ຍ.

ເຂັມທິດ (ນ.) ເຄື່ອງເບິ່ງທິດ ມີເຂັມເປັນແມ່ເຫຼັກຊີ້ໄປທາງເໜືອສະເໝີ.

ຂົ່ມຂືນ (ກ.)  ໃຊ້ກໍາລັງ ຫຼື ອໍານາດບັງຄັບໃຫ້ຜູ້ອື່ນເຮັດຕາມໃຈຂອງຕົນ, ໃຊ້ກໍາລັງກຸມແມ່ຍິງ ຫຼື ຜູ້ສາວ ເພື່ອເສບສົມ ເອີ້ນ ຂົ່ມຂືນຊໍາເລົາ ຫຼື ຂົ່ມຂືນທໍາຊໍາເລົາ.

ຂົ່ມ (.)  ຂົ່ມເຫງ, ບັງຄັບ.

ຂົ່ມເຫງ 1 (ນ.) ໄມ້ສອງລໍາສໍາລັບເຕັງປາກຫີບສົບ ທີ່ເອົາຂຶ້ນກອງໄຟ ແລ້ວເອົາເຕັງ ໄວ້ຂ້າງລະລໍາ ແລ້ວຕຽມເຜົາ ເອີ້ນ ໄມ້ຂົ່ມເຫງ.

ຂົ່ມເຫງ 2 (ກ.)  ບັງຄັບຂົ່ມຂູ່ດ ບີບບັງຄັບເກີນອໍານາດ.

ຂອມ 1 (ນ.) ຂະເໝນ ຊົນຊາດໜຶ່ງ ໃນແຫຼມອິນດູຈີນ ເອີ້ນ ຂອມ, ຂະເໝນ, ປັດຈຸບັນ ເອີ້ນ ກໍາປູເຈຍ.

ຂອມ 2 (ກ.)  ຄຸມ, ປົກ, ເອົາຜ້າຄຸມຫົວ ເອີ້ນ ຜ້າຂອມຫົວ.

ຂາວ 1 (ວ.) ສະອາດ, ສົດໃສ, ສີທີ່ມີລັກສະນະ ເໝືອນປຸຍນຸ່ນ ຫຼື ປຸຍຝ້າຍ ເອີ້ນ ສີຂາວ.

ຂາວ 2 (ນ.) ຊື່ປາມີເກັດຊະນິດໜຶ່ງ ເກັດສີຂາວ ຕົວນ້ອຍ ແລະ ແປ ເອີ້ນ ປາຂາວ.

ຂ່າວ 1 (ນ.) ຄໍາກ່າວ, ຄໍາເລົ່າລື, ຄໍາບອກເລົ່າ ການໄປຢາມຖາມສາລະທຸກສຸກກັນ ເອີ້ນຖາມຂ່າວ.

ຂ່າວ 2 (ກ.)  ບອກ, ເລົ່າ, ແຈ້ງໃຫ້ຊາບ ເຊັ່ນວ່າຫາກໄດ້ຮັບຜົນສໍາເລັດ ໃນການປ້ອງກັນ ວິທະຍານິພົນ ຂ້ອຍຈະຂ່າວໃຫ້ເຈົ້າຮູ້ນໍາຕາມທີຫຼັງ.

ຂ່າວສານ 1 (ນ.) ໜັງສືພິມແຈ້ງຂ່າວປະຈໍາວັນສ່ວນຫຼາຍເປັນໃບຂ່າວ ເຊັ່ນ ຂ່າວສານ ປະເທດລາວ.

ຂ່າວສານ 2 (ນ.) ຂໍ້ຄວາມທີ່ສົ່ງມາໃຫ້ຮູ້ເລື່ອງຕ່າງໆ, ຂ່າວຕ່າງໆ ໂດຍຜ່ານໜ້າໜັງສືພິມ, ໂທລະພາບ, ໂທລະພິມ, ວິທະຍຸ.

ຂ້າວ (ນ.) ໄມ້ເຄື່ອງເຮືອນ ທີ່ຢອງຢູ່ເທິງໄມ້ສະຍົວ ເອີ້ນໄມ້ຂ້າວ.

ແຂ້ວ (ນ.) ກະດູກເປັນເຫຼັ້ມໆ ຢູ່ໃນປາກຂອງຄົນ ແລະ ສັດ ສໍາລັບຫຍໍ້າອາຫານ; ເຄື່ອງອື່ນທີ່ເປັນເຫຼັ້ມ ຫຼື ເປັນຊິກ ຄ້າຍຄືແຂ້ວ ໃນປາກກໍ່ເອີ້ນ ແຂ້ວ ເຊັ່ນແຂ້ວຟືມ, ແຂ້ວເລື່ອຍ.

ຂຽວ 1 (ນ.) ສີຂຽວ ນໍ້າສີທີ່ມີສີຂຽວ ເອີ້ນ ນໍ້າສີຂຽວ, ໃບໄມ້ທີ່ມີສີຂຽວ ເອີ້ນ ໃບໄມ້ຂຽວ.

ຂຽວ 2 (ນ.) ຊື່ພູເຂົາສູງ ແນມເຫັນເປັນສີຂຽວ ເອີ້ນເຂົາຂຽວ.

ຂຽວ 3 (ນ.) ຊື່ພູເຂົາສູງຈຸຂອງຟ້າ ແນມເຫັນຟ້າສີຂຽວກໍ່າ ແຕ່ບໍ່ເຫັນຈອມເຂົາ.

ຂຽວ 4 (ກ.)  ໄປມາຢ່າງຟ້າວຟັ່ງ, ໄປມາຢ່າງຮີບຮ້ອນ ເອີ້ນຂຽວ, ຂຽວຄໍ່າຂຽວຄືນ, ຂຽວຄໍ່າຢ່ຳຄືນ.

ຂຽວ 5 (ກ.)  ຕົກກະຕໍາລໍາບາກ, ການບຸກບືນເຮັດວຽກ ໂດຍຕາກຝົນທົນແດດ ເອີ້ນ ຂຽວແດດຂຽວຝົນ.

ຂ້ຽວ 1 (ກ.)  ຕົ້ມໃຫ້ແຂ້ນ ເຊັ່ນ ຕົ້ມນໍ້າກະທິໝາກພ້າວ ໃຫ້ເປັນນໍ້າມັນ ເອີ້ນ ຂ້ຽວ ນໍ້າມັນ, ຕົ້ມຢາໃຫ້ແຂ້ນ ເອີ້ນ ຂ້ຽວຢາ.

ຂ້ຽວ 2 (ກ.)  ບັງຄັບໃຫ້ເຮັດ, ຂູ່ເຂັນໃຫ້ເຮັດ ເອີ້ນ ຂ້ຽວຂອດ.

ຂ້ຽວ 3 (ກ.)  ເລັ່ງລັດ, ບີບຄັ້ນ, ການເລັ່ງລັດໃຫ້ໃຊ້ໃຫ້ແທນ ເອີ້ນ ຂ້ຽວເຂັນ.

ຂວັນ 1 (ນ.) ສິ່ງທີ່ໜ້າຮັກ ທະນຸຖະໜອມ ເອີ້ນຂວັນ ເຊັ່ນລູກຮັກ ເອີ້ນລູກຂວັນ, ເມຍຮັກ ເອີ້ນເມຍຂວັນ, ຜົວຮັກ ເອີ້ນ ຜົວຂວັນ, ເສົາທີ່ຍົກຂຶ້ນກ່ອນ ເອີ້ນ ເສົາຂວັນ.

ຂວັນ 2 (ນ.) ຈິດ, ໃຈ ຫຼື ກໍາລັງໃຈ ເອີ້ນ ຂວັນ

ຂວານ (ນ.) ຊື່ເຄື່ອງມີແນວໜຶ່ງ ທີ່ໃຊ້ຟັນໄມ້ປໍ້າໄມ້ ຖາກໄມ້ ເຮັດດ້ວຍເຫຼັກ ເອີ້ນ ຂວານໃຊ້ສໍາລັບຖາກ ເອີ້ນ ຂວານຖາກ, ໃຊ້ສໍາລັບຟັນໄມ້ນ້ອຍໆ ເອີ້ນ ຂວານຫີໝູ ໃຊ້ສໍາລັບຟັນ ຫຼື ປໍ້າໄມ້ໃຫຍ່ ເອີ້ນຂວານຫອນ… ໝອນແນວໜຶ່ງມີຮູບສາມລ່ຽມຄືຮູບຂວານ ເອີ້ນໝອນຂວານ.