ຄ. ຄະດີ (ນ). (ປ.) ເລື່ອງ, ຂໍ້ຄວາມ, ເລື່ອງກ່ຽວກັບໂລກ ເອີ້ນ ຄະດີໂລກ, ເລື່ອງກ່ຽວກັບທໍາເອີ້ນຄະດີທໍາ, ເລື່ອງກ່ຽວກັບບູຮານ ເອີ້ນ ບູຮານຄະດີ

ຄະຕິ (ນ). (ປ.) ທາງ, ເລື່ອງ, ເຫດ.

ຄະນະ (ນ). (ປ.) ໝູ່, ພວກ, ຝູງ.

ຄະນະນາ 1 (ນ). (ປ.) ການນັບ, ການຄຶດເລກ.

ຄະນະນາ 2 (ກ). ນັບ, ຄໍານວນເລກ, ຄິດເລກ.

ຄະນິງ 1 (ກ). ຄຶດ, ຄຶດຮອດ, ຄຶດເຖິງ, ການຄຶດເຖິງ ເອີ້ນ ຄະນິ.

ຄະນິງ 2 (ນ). ຊື່ພັນໄມ້ແນວໜຶ່ງ ຕົ້ນຄ້າຍຕົ້ນໝາກໂກ ຫຼື ຕົ້ນພໝາກພັບ, ໝາກສຸກ ມີລົດຫວານ ເອີ້ນ ຕົ້ນຄະນິງ.

ຄະນິດ (ນ). (ປ.) ການນັບ, ການຄໍານວນ, ການຕວງ, ວິຊາເລກ.

ຄະນິດສາດ (ສ.) ຕຳລາເລກ, ຕຳລາຄໍານວນ ເອີ້ນ ຄະນິດສາດ, ວິຊາເລກ.

ຄະແນນ (ນ). ແຕ້ມໝາຍ, ເຄື່ອງໝາຍຂອງການນັບ, ການໃຊ້ຕົວເລກ ຫຼື ສິ່ງຂອງເປັນເຄື່ອງໝາຍໃນການນັບ ເອີ້ນ ຄະແນນ.

ຄ່າ 1 (ນ). ລາຄາ, ຄຸນປະໂຫຍດຂອງສິ່ງໃດສິ່ງໜຶ່ງ ເອີ້ນຄ່າ ເຊັ່ນ ຄ່າເສື້ອ, ຄ່າຜ້າ, ຄ່ານາ.

ຄ່າ 2 (ວ). ທໍ່, ມີສ່ວນຍາວທໍ່ກັນ, ມີສ່ວນສັ້ນ ຫຼື ຍາວພຽງກັນ ເອີ້ນ ຄ່າກັນ, ທໍ່ກັນ, ເຊັ່ນ ຍາວຄ່າວາ, ຍາວຄ່າສອກ.

ຄາ 1 (ນ). ຫຍ້າຄາ, ຊື່ຫຍ້າແນວໜຶ່ງ ຄ້າຍຫຍ້າແຝກ ໃບຄັນຄາຍ ແລະ ແຂງເອົາມາໄພມຸງເຮືອນໄດ້.

ຄາ 2 (ນ). ເຄື່ອງຈ່ອງຈໍາສໍາລັບໃສ່ຄໍຜູ້ທໍາຄວາມຜິດ ຫຼື ນັກໂທດ

ຄາ 3 (ນ). ຊື່ແມງນ້ອຍໆ ແນວໜຶ່ງ ໂຕຍາວມີຕີນຫຼາຍ ຄ້າຍຄືບົ້ງກື, ແມງຄາແສງ ມີແສງຮຸ່ງຍາມກາງຄືນ, ແມງຄາດໍາ ບໍ່ມີແສງ.

ຄາ 4 (ກ). ຕິດ, ຂັດ, ຂ້ອງ, ເຮັດວຽກບໍ່ແລ້ວ ເອີ້ນ ຄາວຽກ, ໃຊ້ໜິ້ບໍ່ໝົດ ເອີ້ນຄາໜີ້, ກ້າງຕິດຄໍ ເອີ້ນ ກ້າງຄາຄໍ.

ຄາ 5 (ບຸ). ເປັນຄໍານໍາໜ້ານາມ ແປວ່າ ພາກ, ຈາກໄປ.

ຄ້າ 1 (ກ). ການທໍາການຊື້ ແລະ ຂາຍ, ເອີ້ນ ຄ້າ ຫຼື ຊື້ ແລະ ຂາຍ ເອີ້ນ ຄ້າຂາຍ.

ຄ້າ 2 (ນ). ການຊື້ ແລະ ການຂາຍ ເອີ້ນຄ້າ.

ຄ້າ 3 (ນ). ພືດແນວໜຶ່ງຈໍາພວກຫຍ້າ ຕົ້ນຄືຕົ້ນຂ່າບ້ານ ມັກເກີດຕາມທາມ ເອີ້ນ ຕົ້ນຄ້າ, ສາດທີ່ສານ ຫຼື ເຮັດດ້ວຍຄ້າ ໝັ້ນ, ອ່ອນ ແລະ ເຢັນດີ.

ຄາຕະກໍາ (ນ). (ປ.) ການຂ້າຕາຍ.

ຄາລົມ (ນ). ຄໍາເວົ້າ, ໂວຫານ, ສີປາກ, ຜູ້ມີຄວາມເວົ້າດີເວົ້າໃຫ້ຄົນເຊື່ອໄດ້ ເອີ້ນ ຄົນເວົ້າມີຄາລົມດີ.

ຄາລະວະ (ນ). (ປ.) ຄວາມໂຄລົບ, ຄວາມນັບຖື.

ຄີ 1 (ນ). ແຝງຫຼັງຂອງປາ, ຈົງປາ.

ຄີ 2 (ນ). ເຄື່ອງຫຼິ້ນແນວໜຶ່ງ ເປັນໜ່ວຍມົນໆ ເຮັດດ້ວຍໄມ້ ຫຼື ສິ່ງອື່ນ ແລະ ໃຊ້ຕີດ້ວຍຄ້ອນເສງກັນ.

ຄີໄຟ (ນ). ບ່ອນສໍາລັບຕັ້ງກ້ອນເສົ້າ ເພື່ອດັງໄຟເຮັດອາຫານຕ່າງໆ.

ຄື (ສັນ). ​ເໝືອນ, ໄດ້ແກ່, ເປັນດັ່ງ, ສິ່ງທີ່ຄ້າຍຄືກັນ ເອີ້ນຄືກັນ.

ຄູ (ກ.)  ສຽງຮ້ອງຖີ່ໆ ຂອງນົກເຂົາ, ໃນເວລາມັນຮ້ອງຫາຄູ່ ເອີ້ນນົກເຂົາຄູ

ຄູ່ (ນ.) ສິ່ງທີ່ມີມາເປັນຄູ່ກັນພ້ອມກັບຕັ້ງໂລກ ເຊັ່ນ ຊາຍກັບຍິງ, ພະອາທິດກັບພະຈັນ, ດີກັບຊົ່ວ, ມີກັບທຸກ, ໜາວກັບຮ້ອນ, ຂາວກັບດໍາ, ໃຫຍ່ກັບນ້ອຍ… ເອີ້ນຄູ.

ຄູ້ (ກ.)  ຂົດເຂົ້າ, ພັບເຂົ້າ, ພັບແຂນ ເອີ້ນ ຄູ້ແຂນ, ພັບຂາ ເອີ້ນ ຄູ້ຂາ.

ຄູ່ 2 (ວ.) ບໍ່ຄີກ, ຄົບຖ້ວນ

ເຄຫະ (ນ.) (ປ.) ເຮືອນ, ບ່ອນຢູ່, ສັບນີ້ໃຊ້ເປັນເຄຫັງ, ເຄເຫ, ເຄຫະ ເຄຫາ ກໍ່ໄດ້ ໃນເວລາແຕ່ງກອນ.

ແຄ 1 (ນ.) ຊື່ຕົ້ນໄມ້ແນວໜຶ່ງ ໃຊ້ດອກ ແລະ ໝາກ ເປັນອາຫານ ມີຫຼາຍ ແນວ ຄື: ແຄຂາວ, ແຕແດງ, ແຄຝອຍ, ແຄອ້າວ ຫຼື ແຄລ້າວ.

ແຄ 2 (ນ.) ​ເຫຼົ້າສາໂທ, ກ້ອງໜຶ່ງ ເອີ້ນ ແຄ, ​ເຫຼົ້າແຄ.

ແຄ 3 (ນ.) ຮ່ອມ, ທາງທີ່ຄັບແຄບ ເອີ້ນແຄ ເຊັ່ນ ຂອກແຄແຈຮົ້ວ.

ແຄ 4 (ກ.)  ນໍ້າທີ່ຂຶ້ນເຕັມຝັ່ງມີຟອງ ເອີ້ນ ນໍ້າແຄ.

ແຄ່ມ້ອນ (ນ.) ຮ້ານບ່ອນຄ້າງດົ້ງມ້ອນ ຫຼື ບ່ອນເອົາດົ້ງມ້ອນຄ້າງໄວ້ ຈົນກວ່າມ້ອນສຸກ.

ແຄ່ຫີ້ງ (ນ.) ຮ້ານບ່ອນຄ້າງ ຫຼື ວາງຖ້ວຍຊາມ ຢູ່ຊື່ເຕົາໄຟ.

ໂຄຈອນ 1 (ນ.) (ປ.) ທາງໄປແຫ່ງງົວ, ການເດີນທາງ, ທົ່ງບ່ອນເຮັດວຽກ, ບ່ອນອາໄສ, ອາລົມທີ່ມາຖືກຕ້ອງທາງໃຈ, ການເດີນແຫ່ງດາວນົບພະເຄາະ.

ໂຄຈອນ 2 (ນ.) (ປ.) ການເດີນແບບງົວ, ຄືເດີນໄປບໍ່ມີຈຸດໝາຍປາຍທາງ ເອີ້ນ ໂຄຈອນ

ໂຄສະ (ນ.) (ປ.) ສຽງກ້ອງ, ສຽງດັງ, ສຽງສະໜັ່ນ.

ໂຄດົມ (ນ.) (ປ.) ຊື່ພະພຸດທະເຈົ້າອົງທີສີ່ ໃນພັດທະກັບນີ້ ທີ່ເປັນພະເຈົ້າ ຂອງພຸດທະສາສະໜາ ເອີ້ນຕາມໂຄດ ຕາມວົງວ່າ ພະໂຄດົມ ຫຼື ໂຄຕະມະໂຄດ.

ເຄາະ 1 (ກ.)  ເອົາມື ຫຼື ຂອງອື່ນໆ ຕີຄ່ອຍໆ.

ເຄາະ 2 (ນ.) (ປ.) ການຈັບ, ການຮັບ, ຜູ້ຈັບຄືພະລາຫູ, ຄວາມຈັງໄຮ, ຄວາມ ຊົ່ວຮ້າຍ ທີ່ມາເຖິງຕົວ ເອີ້ນ ເຄາະ.

ຄໍ້ (ນ.) ຊື່ຕົ້ນໄມ້ຈໍາພວກໜຶ່ງ ມີສາມແນວຄື: ຄໍ້ຂຽວ, ຄໍ້ສົ້ມ ​ແລະ ຄໍ້ແລນ.

ຄໍ້ຂຽວ (ນ.) ຕົ້ນ ແລະ ໃບຄືຕົ້ນຕານ ໝາກເປັນແຊງ ໜ່ວຍນ້ອຍມົນ ນວນຫຸ້ມໃນ ສຸກແລ້ວ ເປືອກຫຸ້ມໜ່ວຍ ສີແຫຼ້ ນວນກິນແຊບ ​ແລະ ລົດມັນ.

ຄໍ້ສົ້ມ (ນ.) ເປັນຕົ້ນໄມ້ໃຫຍ່ໃບໃຫຍ່ ໝາກເປັນພົ້ວ ໜ່ວຍນ້ອຍ ກວ່າເປືອກ ໜ່ວຍຂຽວ ນວນໃນມີລົດສົ້ມ ກິນສົ້ມດີ.

ຄໍ້ແລນ (ນ.) ຕົ້ນ ແລະ ໃບ ຄືຄໍ້ສົ້ມ ແຕ່ໜ່ວຍໃຫຍ່ກວ່າຄໍ້ສົ້ມ ນວນໃນມີລົດມັນຫຼາຍ ແຕ່ກິນແລ້ວເມົາ.

ຄໍ (ນ.) ອະໄວຍະວະ ບ່ອນຫົວກັບຕົນຕົວຕໍ່ກັນ ເອີ້ນຄໍ.

ເຄືອ 1 (ນ.) ເຊື້ອສາຍ, ພົງພັນ ເອີ້ນ ເຄືອ ເຊັ່ນ ເຄືອພີ່ ເຄືອນ້ອງ ເຄືອຍາດ….

ເຄືອ 2 (ນ.) ພັນພືດຈໍາພວກທີ່ເປັນເສັ້ນຍາວ, ບໍ່ເປັນຕົ້ນ, ບໍ່ເປັນລໍາ ທາວໄປຕາມປ່າ ຫຼື ກ້ຽວຂຶ້ນຕາມຕົ້ນໄມ້ ເອີ້ນເຄືອ ​ເຊັ່ນ ເຄືອຊູດ, ເຄືອເຂືອງ, ເຄືອເຂົາດິນ, ເຄືອຕາປາ, ເຄືອຫູນ.

ເຄືອ 3 (ວ.) ສຽງຄົນເປັນຫວັດລົງຄໍ ຫຼື ສຽງ ໄກ່ຂັນຍາວໆ ເອີ້ນສຽງເຄືອ.

ໄຄ 1 (ນ.) ຊື່ເຫັດແນວໜຶ່ງເກີດຕາມປ່າ ຫຼື ຈອມປວກ, ຈອມໂພນ ດອກສີ ຂາວ ກິ່ນຫອມ ຫຼັງ​ເໝືອນສີຂີ້ໄຄ ຂຽວໜ້ອຍໜຶ່ງ ເອີ້ນ ເຫັດໄຄ.

ໄຄ 2 (ນ.) ເຫື່ອທີ່ແຫ້ງຕິດຢູ່ກັບຜິວໜັງ ເອີ້ນ ຂີ້ໄຄ, ຝຸ່ນໃນນໍ້າ ທີ່ແຂ້ນເຂົ້າ ຕິດຢູ່ກັບ​ໝໍ້ກັບໄຫ ເອີ້ນ ຂີ້ໄຄ​ໝໍ້ ຂີ້ໄຄໄຫ.

ໄຄ 3 (ວ.) ເບົາບາງ, ດີຂຶ້ນ ທຸເລົາ, ເວລາເຈັບໄຂ້ ອາການໄຂ້ທຸເລົາ ເອີ້ນໄຄ, ໄຄແດ່ ໄຄຫຼາຍ.

ເຄົາ 1 (ນ.) ຂົນທີ່ເກີດຕາມແກ້ມ ລາມລົງຮອດຄາງກະໄຕ ເອີ້ນ ເຄົາ.

ເຄົາ 2 (ນ.) ເຊືອກທີ່ໃຊ້ຮ້ອຍດັງງົວຄວາຍ ເອີ້ນເຄົາ ເຊັ່ນ ຮ້ອຍດັງງົວ ເອີ້ນເຄົາງົວ ຮ້ອຍດັງຄວາຍ ເອີ້ນເຄົາຄວາຍ.

ເຄົາ 3 (ນ.) ເຄື່ອງໃຊ້ສອຍບູຮານ ເອີ້ນ ເຄື່ອງເຄົາ.

ເຄົ້າ 1 (ກ.)  ປົນ, ສິ່ງທີ່ສັບປົນກັນ ເອີ້ນເຄົ້າ.

ເຄົ້າ 2 (ນ.) ຊື່ນົກຈໍາພວກໜຶ່ງຫາກິນກາງຄືນຕາໃຫຍ່ ເອີ້ນນົກເຄົ້າ ມີຫຼາຍແນວ ຄື: ນົກເຄົ້າແມວ ຫຼື ນົກເຄົ້າຫູ ມີຂົນເປັນຫູຄືແມວ, ນົກເຄົ້າລານ ຫຼື ນົກເຄົ້າ ຫູກຕົວໃຫຍ່, ນົກເຄົ້າໝາກກອກ ຕົວນ້ອຍ.

ເຄົ້າ 3 (ນ.) ຕົ້ນເດີມ, ກ່ອນ, ກົກຮາກ, ຫົວໜ້າ, ເລີ່ມຕົ້ນ. ຄຳເວົ້າຄຳທໍາ​ອິດ ເອີ້ນ ເຄົ້າ.

ຄົກ 1. ພາຊະນະ ຫຼື ເຄື່ອງມືສໍາລັບຕໍາຂອງຕ່າງໆ ມີຕໍາອາຫານ ເອີ້ນ ຄົກ.

ຄົກ 2. ເຂົ້າໜົມຢ່າງໜຶ່ງ ເຮັດດ້ວຍແປ້ງ ປົນກະທິໝາກພ້າວແລ້ວ ເຮັດໃຫ້ສຸກ ໃນພາຊະນະດິນ ທີ່ປັ້ນເປັນຫຼຸມໆ ຄືຄົກ ເອີ້ນເຂົ້າໜົມຄົກ.

ຄົກ 3 (ນ.) ຄົກສໍາລັບຕຳປົ່ນຕຳແຈ່ວ ເອີ້ນ ຄົກຄົວ.

ຄົກມື (ນ.) ຄົກທີ່ໃຊ້ມືຈັບສາກຕຳເຂົ້າເປືອກ ໃຫ້ເປນເຂົ້າສານ ເອີ້ນ ຄົກມື.

ຄົກມອງ (ນ.) ຄົກທີ່ໃຊ້ຕືນຢຽບໃຫ້ເດື່ອງລົງ ເພື່ອຕຳເຂົ້າເປືອກ ຫຼື ຂອງຈໍານວນ ຫຼາຍເຊັ່ນ ຕຳເຂົ້າປຸ້ນ ເອີ້ນ ຄົກມອງ.

ຄອກ 1 (ນ.) ປາທີ່ເກີດພ້ອມກັນ ແລະ ຢູ່ຮ່ວມກັນເປັນໝູ່ໆ ເອີ້ນປາລູກຄອກ. ງົວ ຄວາຍ ຂອງເຮົາທີ່ອອກລູກ ເອີ້ນ ງົວລູກຄອກ ຄວາຍລູກຄອກ.

ຄອກ 2 (ນ.) ບ່ອນລ້ອມຂງສັດ ຫຼືຜູກສັດໄວ້ ເອີ້ນຄອກ ເຊັ່ນ ຂັງງົວ ເອີ້ນຄອກ ງົວ, ຂັງຄວາຍ ເອີ້ນ ຄອກຄວາຍ, ຂັງໄກ່ ເອີ້ນ ຄອກໄກ່.

ຄັງ 1 (ນ.) ເຮືອນບ່ອນໃສ່ເຂົ້າຂອງ ຫຼື ສະຖານທີ່ມ້ຽນຊັບສົມບັດ ຂອງຫຼວງ ເອີ້ນ ຄັງ, ພະຄັງ.

ຄັງ 2 (ວ.) ມີກໍາລັງຫຼາຍ, ອົດອອມກໍາລັງໄວ້, ມ້າ, ງົວ, ຄວາຍທີ່ຜູກໄວ້, ມັນສະແດງອາການໂດດເຕັ້ນ ເອີ້ນ ມ້າຄັງ, ງົວ, ຄວາຍຄັງ.

ຄັງ 3 (ນ.) ທົ່ງຫຍ້າ, ເດີ່ນຫຍ້າ ບ່ອນລ້ຽງ ງົວຄວາຍ ເອີ້ນ ຄັງ.

ຄັງຄາວ (ນ.) ເຈຍ, ສັດຈໍາພວກນົກພັດມີຫູ, ຈໍາພວກໜູພັດມີປີກ ເອີ້ນ ຄັງຄາວ, ຄ້າງຄາວ, ເຈຍ, ຕົວຂະໜາດກາງ ເອີ້ນເຈຍດັງວີກ ຫຼື ດັງວືກ, ຕົວນ້ອຍ ເອີ້ນ ເຈຍໜູ, ຕົວນ້ອຍຫົວແປມັກຢູ່ຕາມຍອດຕອງອ່ອນ ເອີ້ນ ເຈຍຕອງ.

ຄັ່ງ 1 (ນ.) ແມງແນວໜຶ່ງເຮັດຮັງຢູ່ຕາມງ່າໄມ້ ທີ່ເປືອກມີລົດຫວານ ຈັບຢູ່ຕາມງ່າ ນ້ອຍຮັງແຍງ ແລະ ໜຽວ ນໍ້າ ຫຼື ຢາງຂອງຮັງ ສີແດງຊໍ້າ ໃຊ້ຍ້ອມໄໝ, ຮັງຄັ່ງທີ່ຕົ້ມເອົານໍ້າແດງອອກແລ້ວ ເອີ້ນຂີ້ຄັ່ງ.

ຄັ່ງ 2 (ວ.) ແຄມ, ​ແໜ້ນ, ອັ່ງ, ຄັບ.

ຄາງ 1 (ນ.) ອະໄວຍະວະຂອງຄົນ ແລະ ສັດ ບ່ອນໃຕ້ສົບເບື້ອງລຸ່ມ ເອີ້ນ ຄາງ.

ຄາງ 2 (ກ.)  ເຮັດສຽງຢ່າງໜຶ່ງ ໃນເວລາເຈັບປວດ ຫຼື ຮ້ອງຄວນຄາງດ້ວຍຄວາມເຈັບປວດ ຫຼື ດ້ວຍຄວາມເສຍໃຈ.

ຄ່າງ 1 (ນ.) ສັດສີ່ຕີນແນວໜຶ່ງ ຈໍາພວກດຽວກັບລີງ ແຕ່ຕົວໃຫຍ່ ແຂນຂາໃຫຍ່ ຫາງຍາວກວ່າລີງ ແຕ່ນິ້ວຫົວແມ່ມືສັ້ນກວ່າລີງ ຂົນສີເທົາ ຫຼື ດໍາ ເອີ້ນ ຄ່າງ.

ຄ່າງ 2 (ນ.) ຊື່ດາວກຸ່ມໜຶ່ງມີສາມໜ່ວຍ ເອີ້ນ ດາວພະລະນີ ໃນຈໍານວນດາວ ລືກ 27 ໜ່ວຍ ພວກເຮົາເອີ້ນດາວຄ່າງ.

ຄ່າງ 3 (ນ.) ຊື່ພັນໄມ້ແນວໜຶ່ງ ໜ່ວຍກົມໃຊ້ຄ້ຽວແທນໝາກໄດ້ ງ່າຂອງມັນ ໃຊ້ເຜົາຖ່ານເຮັດໝື້ປືນ ຫຼື ບັ້ງໄຟໄດ້ ເອີ້ນ ໄມ້ໝາກຄ່າງ.

ຄ່າງໆ (ວ.) ສຽງພັງຢ່າງນັ້ນ ເຊັ່ນ ສຽງໂປງລາງ ເຮັດດ້ວຍ​ເຫຼັກ ໃຊ້ແຂວນຄໍ ຊ້າງ, ສຽງໃນລະຍະໄກ ໄດ້ຍິນດັງຄ່າງໆ.

ຄ້າງ 1 (ນ.) ໄມ້ຫຼັກມີຮາວ ພາດຫຼາຍຮາວ ເຮັດໄວ້ໃຫ້ເຄືດໄມ້ກ້ຽວຂຶ້ນ ເຊັ່ນ ຄ້າງ ໃຫ້ພູກ້ຽວຂຶ້ນ ເອີ້ນ ຄ້າງພູ, ໃຫ້ພິກໄທກ້ຽວຂຶ້ນ ເອີ້ນ ຄ້າງພິກໄທ, ໃຫ້ໝາກບວບກ້ຽວຂຶ້ນ ເອີ້ນ ຄ້າງໝາກບວບ…

ຄ້າງ 2 (ກ.)  ຕິດ, ຄາຢູ່ເທິງ, ວາງຢູ່ຂ້າງເທິງ, ແຮມ, ຮັ້ງ, ຍັງບໍ່ແລ້ວ ເຊັ່ນ ເດືອນຍັງບໍ່ຕົກ ເອີ້ນ ເດືອນຄ້າງ ບັ້ງໄຟຂຶ້ນຄ້າງແລ້ວບໍ່ລົງ ເອີ້ນ ບັ້ງໄຟຕາຍຄາຄ້າງ, ໄປບ້ານອື່ນບໍ່ກັບມານອນບ້ານ ເອີ້ນ ໄປນອນຄ້າງຄືນ ໄປນອນສອງສາມຄືນບໍ່ກັບເອີ້ນໄປແຮມຄືນ…

ຄາງໝູ (ນ.) ຮູບສີ່ລ່ຽມຮີ, ດ້ານກົກກວ້າງ ດ້ານປາຍແຫຼມ, ມີລັກສະນະຄືຄາງ ໝູ ເອີ້ນ ໄມ້ຄາງໝູ.

ຄີງ (ນ.) ຕົວຕົນ, ຮ່າງກາຍ, ຮ່າງກາຍໝົດທັງຮ່າງ ເອີ້ນ ຄີງ ເລົາຄີງ.

ແຄງ 1 (ນ.) ແມງແນວໜຶ່ງ ຢູ່ຕາມໃບໄມ້ ກິ່ນຂິວ ຄືແມງດາ ໂຕນ້ອຍກິນບໍ່ໄດ້ ໂຕໃຫຍ່ແປໆ ປະມານທໍ່ເລັບໂປ້ມື ເອົາມາຂົ້ວ ຕຳປົ່ນກິນແຊບຫຼາຍ ເອີ້ນ ແມງແຄງ.

ແຄງ 2 (ນ.) ຊື່ຫອຍແນວໜຶ່ງ ຢູ່ທະເລ ໜ່ວຍນ້ອຍມົນ ໃຫຍ່ປະມານທໍ່ໂປ້ມື ຫຼື ໃຫຍ່ກວ່າໂປ້ມືເລັກນ້ອຍ ກາບເປັນຕຸ່ມຊາໆ ເອີ້ນ ຫອຍແຄງ.

ແຄງ 3 (ນ.) ແຜ່ນແພຖື, ຜ້າແພຖື, ແພຂາວມ້າ.

ແຄງ 4 (ກ.)  ພິກລົງຂ້າງໜຶ່ງດ ຫງ່ຽງລົງ, ບໍ່ທ່ຽງ, ຍ່າງເອົາຂ້າງໄປ, ເວລາມີຄົນຫຼາຍ ຍ່າງເອົາຂ້າງເຂົ້າ ເພື່ອຫຼີກຄົນເອີ້ນ ແຄງ, ສະແຄງ, ຕະແຄງ, ນອນເອົາຂ້າງແປະສາດ ຫຼື ແປະເສື່ອ ເອີ້ນນອນແຄງ.

ແຄ້ງ 1 (ນ.) ໄມ້ແນວໜຶ່ງຈໍາພວກໄມ້ກໍ ໃບ ແລະ ຕົ້ນ ຄ້າຍຄືຕົ້ນໝາກເຂືອ ແຕ່ໜ່ວຍນ້ອຍເປັນພົ້ວ ຕົ້ນໜຶ່ງມີຫຼາຍພົ້ວ ເອີ້ນ ຕົ້ນໝາກແຄ້ງ ໃຊ້ກິນເປັນອາຫານໄດ້.

ແຄ້ງ 2 (ກ.)  ວົນໄປວົນມາ ເຊັ່ນ ວ່າ ຫັນຢູ່ແຄ້ງໆ, ແຄ້ງກຸ້ງ ແຄ້ງປາ (ສ້ອນປາ, ສ້ອນກຸງ).

ໂຄງ 1 (ນ.) ຮ່າງກາຍ, ຮ່າງກະດູ.

ໂຄງ 2 (ນ.) ຄຳໂຄງ, ຄຳກອນແບບໜຶ່ງ, ຄຳເວົ້າທີ່ສໍາຜັດກັນ ຄຳເວົ້າຄ່ອງກັນ, ໂຄງສານ.

ໂຄ່ງ (ນ.) ຊື່ເສືອແນວໜຶ່ງ ເປັນເສືອກແນວໃຫຍ່ໂຕສີເຫຼືອງ ມີລາຍສີດໍາ ພາດແຕ່ຫຼັງເກືອບຮອດທ້ອງ ເອີ້ນ ເສືອໂຄ່ງ.

ຄ້ອງ 1 (ນ.) ເຄື່ອງຕີໃຫ້ມີສຽງດັງ ເພື່ອບອກສັນຍາ ຫຼື ເປັນເຄື່ອງເສບ ເຮັດດ້ວຍທອງເຫຼືອງ ມີຫຼາຍຢ່າງ ຄື: ຄ້ອງມຸ່ງ, ຄ້ອງວົງ.

ຄ້ອງ 2 (ກ.)  ຜູກ, ມັດ, ພັນ, ເອົາເຊືອກເປັນບ້ວງ ສຸບເອົາຄໍສັດ ເອີ້ນ ຄ້ອງ ເຊັ່ນ ເອົາເຊືອກຜູກເອົາຄໍຊ້າງ ເອີ້ນ ຄ້ອງຊ້າງ, ເອົາຜ້າພັນຄໍ ເອີ້ນ ຄ້ອງຄໍ ເອົາເຊືອກ ເປັນບ້ວງ ຫຼື ເປັນວົງຍັກກະປອມ ເອີ້ນ ຄ້ອງກະປ້ອມ.

ເຄື່ອງ (ນ.) ສິ່ງຂອງ, ເຂົ້າຂອງຕ່າງໆ ສໍາລັບ ໃຊ້ສອຍຂອງຄົນ ເອີ້ນ ເຄື່ອງ.

ຄ້າຍ 3 (ກ.)  ບ່າຍ, ເລີຍທ່ຽງໄປແລ້ວ, ຕາເວັນກາຍທ່ຽງໄປແລ້ວ ເອີ້ນ ຕາເວັນຄ້າຍ.

ຄ້າຍ 2 (ວ.) ​ເໝືອນ, ຄື, ໝົດ, ທັງໝົດ ເຊັ່ນ ໝົດທັງຄ້າຍ.

ຄາດ 1 (ນ.) ເຄື່ອງມືຈໍາພວກໜຶ່ງ ມີແຂ້ວເປັນຊີກໆ ຍາວໆ ໃຊ້ສໍາລັບກວາດ ເຮັດດ້ວຍໄມ້, ໃຊ້ຄາດຂີ້ໄຖ ເອີ້ນ ຄາດນາ ໃຊ້ກວາດຂີ້ເຫຍື້ອ ເອີ້ນ ຄາດຂີ້ຝອຍ.

ຄາດ 2 (ນ.) ຊື່ຜັກແນວໜຶ່ງ ມີດອກກົມໆ ຄ້າຍຫົວແຫວນ ລົດຮືນ ໃຊ້ກິນເປັນອາ ຫານໄດ້ ເອີ້ນ ຜັກຄາດ.

ຄາດ 3 (ກ.)  ຕົກແຕ່ງ, ແຕ່ງ ເຊັ່ນ ຄາດເຮືອ, ຄາດຫ້າງ.

ຄາດ 4 (ກ.)  ຊາຕາ, ເຄາະກໍາ ເຊັ່ນ ຄາດຕາຍ, ຄາດໄດ້, ຄາດເສຍ.

ຄິດ 1 (ກ.)  ເອົາເລັບມືເຂ່ຍຕຸ່ມ ຫຼື ເກົາຕຸ່ມ ເພື່ອໃຫ້ເຊົາຄັນ ເອີ້ນ ຄິດ ເຂ່ຍຫຼັງ ເອີ້ນ ຄິດຫຼັງ ເຂ່ຍ ຫຼື ເກົາແຂນ ເອີ້ນ ຄິດແຂນ. ຫຼື ເອົານິ້ວມືຄິດໝູ່ ເພື່ອ ເຕືອນໃຫ້ຕື່ນ ໃນເມື່ອຕ້ອງການຢາກລົມນໍາ.

ຄິດ 2 (ກ.)  ລະນຶກ, ຄະນິງ, ເອົາໃຈໃສ່ຫາ ເອີ້ນ ຄຶດ, ຄິດ.

ຄຶດ (ກ.)  ລະນຶກ, ຄະນິງ, ເອົາໃຈໃສ່ຫາ ເອີ້ນ ຄຶດ, ຄິດ.

ຄຸດ 1 (ນ.) (ປ.) ຊື່ນົກຈໍາພວກໜຶ່ງ ໃນນິຍາຍອິນເດຍ ເປັນນາຍຂອງພວກສັດມີ ປີກ ແລະ ເປັນສັດຕູຂອງນາກ ມີວິມານ ຢູ່ສະສິມພະລີ ຄືຕົ້ນງິ້ວ ພະຍານົກ.

ຄຸດ 2 (ນ.) ສັດ ຫຼື ແຮ່ຕ່າງໆ ແຂ້ວ ຫຼື ເຂົາສັດ ທີ່ຫົດເຂົ້າ ຖືວ່າ ເປັນສຂອງຄໍ້າຄູນ ເອີ້ນ ຄຸດ.

ຄຸດຊະສິດ (ນ.) (ປ.) ພະຍາຊ້າງ, ລາຊະສີ.

ຄັນ 1 (ນ.) ດິນ ຫຼື ຫີນ ທີ່ປ້ານຂວາງນໍ້າໄວ້ ບໍ່ໃຫ້ໄຫຼ ເອີ້ນ ຄັນ ເຊັ່ນຄັນດິນ ປ້ານ ເພື່ອເຮັດນາ ເອີ້ນ ຄັນນາ ຫຼື ຄັນແທນາ, ຄັນຫີນ ທີ່ປ້ານ ເພື່ອໃສ່ໄຊ ເອີ້ນ ຄັນໄຊ, ຄູໄຊ.

ຄັນ 2 (ນ.) ດ້າມເຄື່ອງໃຊ້ຕ່າງໆ ບ່ອນເອົາມືຈັບ ເອີ້ນ ຄັນ ເຊັ່ນຄັ່ນເບັດ, ຄັນຈອງ, ຄັນກະບວຍ, ຄັນແຮ້ວ…

ຄັນ 3 (ວ.) ຍາມ, ເວລາ ເຊັ່ນ ຄັນເມື່ອ…

ຄັນ 4 (ກ.)  ອາການທີ່ເຮັດໃຫ້ຢາກເກົາ ເອີ້ນ ຄັນ ເຊ່ນຄັນຫຼັງ, ຄັນແຂນ…

ຄັນຄາກ 1 (ນ.) ສັດສີ່ຕີນແນວໜຶ່ງ ຕົວຂະໜາດກົບ ໜັງເກນຕຸ່ມຊາໆ ແລະ ມີຢາງຂາວໆ ທີ່ຫຼັງ.

ຄັນຄາກ 2. ຊື່ຕົນໄມ້ແນວໜຶ່ງ ເປັນຕົ້ນໄມ້ມີດອກ ເອີ້ນ ຕົ້ນຄັນຄາກ.

ຄັນທະລົດ (ນ.) (ປ.) ຊື່ໝາກໄມ້ແນວໜຶ່ງ ໜ່ວຍຄືໝາກຂຽບ ແຕ່ບໍ່ມີຕາຄື ໝາກຂຽບ ເປືອກນອກສຸກແລ້ວ ເປັນສີເຫຼືອງແກ່ ເອີ້ນ ໝາກຄັນທະລົດ.

ຄານ 1 (ນ.) ໄມ້ສໍາລັບຫາບສິ່ງຂອງ ເອີ້ນ ໄມ້ຄານ

ຄານ 2 (ນ.) ໄມ້ ຫຼື ເຫຼັກ ສໍາລັບຮອງຂອງໜັກເອີ້ນຄານ ເຊັ່ນ ເອົາຊີມັງ ແລະ ເຫຼັກຖອກເປັນຂາງເຮືອນ ເອີ້ນ ຖອກຄານ.

ຄານ 3 (ນ.) ຕະຫຼ່ຽງ, ຄານຫາມ, ໄມ້ສໍາລັບຫາມ, ເຈົ້ານາຍແຕ່ກ່ອນ ໄປໃສ່ ເພິ່ນໃຊ້ຄົນຫາມໄປ ເອີ້ນ ຕະຫຼ່ຽງ ຫຼື ຄານ

ຄືນ 1 (ນ.) ເຄື່ອງຫ້າງເອົາສັດຈໍາພວກນົກ ຫຼື ໄກ່ປ່າ ເຮັດດ້ວຍເຊືອກ ແລະ ຫວາຍ, ທາງກົກເຮັດດ້ວຍຫວາຍ ທາງປາຍເຮັດດ້ວຍເຊືອກເປັນບ້ວງ ມັດຕິດກັນຫຼາຍອັນ ຕໍ່ກັນເປັນສາຍ ເອີ້ນ ຄືນ.

ຄືນ 2 (ນ.) ເວລາຕັ້ງແຕ່ຕາເວັນຕົກ ໄປຮອດແຈ້ງ ເອີ້ນຄືນ ຫຼື ກາງຄືນ.

ຄືນ 3 (ກ.)  ກັບມາ, ໄປແລ້ວກັບມາ ເອີ້ນ ຄືນມາ, ຕາຍແລ້ວກັບມີຊີວິດມາອີກ ເອີ້ນ ຕາຍຄືນ.

ຄື້ນ (ນ.) (ທ.) ຟອງ, ກະແສຟອງທີ່ເຄື່ອນໄປເປັນໄລຍະຍາວ ຫຼື ສັ້ນ ບົນຜິວນໍ້າ, ຄື້ນສຽງ.

ຄຸນສົມບັດ (ນ.) (ປ.) ຄວາມດີຍິ່ງ, ບໍລິບູນ ດ້ວຍຄວາມດີ.

ຄຸນນະພາບ (ນ.) (ປ.) ລັກສະນະຄວາມດີ, ລັກສະນະປະຈໍາຕົວຂອງຄົນ ຫຼື ສິ່ງຂອງ.

ຄູນ 1 (ນ.) ຊື່ປາແນວໜຶ່ງບໍ່ມີເກັດ ຕົວຄືປາຄ້າວ ແຕ່ຕົວໃຫຍ່ ແລະ ສັ້ນກວ່າປາຄ້າວ.

ແຄນ 3 (ວ.) ໄຄ, ໄຄແດ່, ແຄນແດ່ບໍ່ຮ້າຍປານໃດ.

ຄູນ 3 (ນ.) ຕົ້ນໄມ້ແນວໜຶ່ງ ດອກເປັນຊໍ່ ເປັນພວງ ສີເຫຼືອງ ງາມຕາ ໝາກເປັນຝັກຍາວ ແກ່ນໃຊ້ຄ້ຽວກັບໝາກ ຫຼື ໃຊ້ຄ້ຽວໝາກໄດ້ ເອີ້ນ ຕົ້ນຄູນ.

ຄູນ 4 (ກ.)  ເອົາກອງກນຂຶ້ນ, ເຮັດໃຫ້ສູງຂຶ້ນ, ເອົາດິນມາຖົມໃຫ້ສູງຂຶ້ນ ເອີ້ນຄູນ ເຊັ່ນ ຄູນຖະໜົນ, ຄູນຄັນແທນາ…

ຄູນ 5 (ກ.)  ທະວີຂຶ້ນ, ເຮັດໃຫ້ຫຼາຍຂຶ້ນ ຕາມສ່ວນ ເຊັ່ນຄູນເລກ.

ແຄນ 3 (ວ.) ໄຄ, ໄຄແດ່, ແຄນແດ່ບໍ່ຮ້າຍປານໃດ.

ຄົນ 1 (ນ.) ມະນຸດ, ສັດທີ່ອອກແຮງງານດ້ວຍຮ່າງກາຍ ແລະ ມັນສະໝອງໄດ້ ເອີ້ນ ສັດມະນຸດ ຫຼື ຄົນ.

ຄົນ 2 (ກ.)  ກວນໃຫ້ທົ່ວ, ສັບປົນກັນ.

ຄົນ 3 (ວ.) ຄົນລະ, ຕ່າງກັນ ເຊັ່ນ ຄົນລະຢ່າງ, ຄົນລະແນວ, ຄົນລະສາຍ.

ຄົ້ນ 1 (ກ.)  ຊອກ, ຊອກຫາ, ສະແຫວງ, ສະແຫວງຫາ, ຄວັດປີ້ນຂຶ້ນ.

ຄົ້ນຫູກ (ກ.)  ຈັດເສັ້ນໄໝ ຫຼື ເສັ້ນຝ້າຍ ທີ່ຈະເຮັດເຄືອຫູກ ໃຫ້ພໍດີກັບປ່ອງຟືມ ເອີ້ນ ຄົ້ນຫູກ.

ຄອນ 1 (ນ.) ໄມ້ບ່ອນນົກຈັບ ເອີ້ນຄອນນົກ, ໄກ່ຈັບ ເອີ້ນ ຄອນໄກ່ ເຊັ່ນໄກ່ນອນຄອນ, ນົກນອນຄອນ.

ຄອນ 2 (ນ.) ແປວນໍ້າເລິກ, ທາງນໍ້າໄຫຼແຮງ ເອີ້ນຄອນນໍ້າ ເຊັ່ນ ຄອນພະເພງ.

ຄອນ 3 (ກ.)  ເອົາໄມ້ ຫຼື ໄມ້ຄານສອດເອົາຂອງຂ້າງດຽວໃສ່ບ່າໄປ ເອີ້ນຄອນ ເຊັ່ນ ສອດເອົາສາຍກະຕ່າໃສ່ແລ້ວ ຄອນໄກເອີ້ນ ຄອນກະຕ່າ.

ຄອນ 4 (ວ.) ບໍ່​ແໜ້ນ, ເໜັງໄປມາໄດ້ ເຊັ່ນ ຝັງຫຼັກບໍ່ແໜ້ນ ເໜັງໄປມາໄດ້ ເອີ້ນ ຫຼັກຄອນ.

ຄອນ 5 (ວ.) ຄອນໆ, ລາງເທື່ອ, ລາງທີ ເຊັ່ນ ຄອນໆລຸກ ຄອນໆນັ່ງ.

ຄ້ອນ (ນ.) ຊື່ເຄື່ອງມືສໍາລັບຕີ ຫຼື ຕອກລົງເຮັດດ້ວຍໄມ້ ຫຼື ​ເຫຼັກ ມີຫຼາຍຢ່າງຕ່າງໆກັນ.

ຄັບ 1 (ນ.) ຊື່ແມງໄມ້ແນວໜຶ່ງ ປີກແຂງສີຂຽວ ກິນໃບໄມ້ ເອີ້ນແມງຄັບ ຂົ້ວກິນ ເປັນອາຫານແຊບ.

ຄັບ 2 (ວ.) ​ແໜ້ນ, ບໍ່ຫຼົມ.

ຄັບ 3 (ນ.) ຄັບທ້ອງ, ລູກໃນທ້ອງ, ສ້ວມນອນ, ຫ້ອງນອນ.

ຄາບ 1 (ນ.) ຄັ້ງ, ທີ, ຫົນ, ເທື່ອ, ເວລາ, ຍາມ, ດັ່ງວ່າ ໃນກາລະຄາບໜຶ່ງ, ກິນເຂົ້າມື້ລະສາມຄາບ.

ຄາບ 2 (ນ.) ຮ່າງກາຍຂອງຄົນ ແລະ ສັດ ທີ່ຕາຍແລ້ວ, ຊາກຂອງສັດບາງຈໍາພວກ ທີ່ມັກລອກອອກ ເຊັ່ນ ຄາບງູ.

ຄາບ 3 (ກ.)  ເອົາປາກຂົບ ຫຼື ກັດສິ່ງໃດສິ່ງໜຶ່ງໄວ້.

ຄຸບ 1 (ກ.)  ຊື່ລາຍແນວໜຶ່ງສານດ້ວຍຕອກໄມ້ໄຜ່ ໂດຍວິທີຂ້ວມຫ້າຍໍສອງ ຂ້ວມສອງຍໍສີ່ ສະຫຼັບກັນໄປເລື້ອຍໆ ເອີ້ນ ລາຍຄຸບ ຝາລາຍຄຸບນີ້ ໃຊ້ແອ້ມເຮືອນ ສະໄໝບູຮານ ແລະ ເຮັດກະດົ້ງຝັດເຂົ້າມາເທົ້າຊູ່ມື້ນີ້.

ຄຸບ 2 (ກ.)  ເອົາມືງຸມເອົາຂອງໂດຍໄວ, ໝາທີ່ໄລ່ກົບ ຫຼື ຂຽດ ເອີ້ນ ໝາຄຸບກົບ ຄຸບຂຽດ.

ຄຸບ 3 (ກ.)  ໂຮມເຂົ້າກັນ, ຄວບເຂົ້າກັນ ເຊັ່ນ ເອົາເສັ້ນໄໝສອງ ຫຼື ສາມເສັ້ນ ເຂັນເຂົ້າໃຫ້ເປັນເສັ້ນດຽວ ເອີ້ນ ຄຸບໄໝ, ເມື່ອເອົາໄປຕ່ຳເປັນແຜ່ນຜ້າແລ້ວ ເອີ້ນ ຜ້າຄວບ.

ຄູບ (ນ.) ກະດູກສັນຫຼັງ ບ່ອນຄໍຕໍ່ ຂອງສັດ ພາຫະນະ.

ຄົບ 1 (ກ.)  ໄປມາຫາສູ່ກັນ, ຮັກແພງກັນ, ຄົບຄ້າ, ຄົບຫາສະມາຄົມກັນ.

ຄົບ 2 (ກ.)  ຈວບ, ພໍ້, ທາງສອງເສັ້ນ ມາຄົບກັນ ເອີ້ນ ທາງຄົບ ຄົນສອງຄົນຍ່າງມາ ຈວບກັນ ເອີ້ນ ມາຄົບກັນ.

ຄົບ 3 (ວ.) ເຕັມຈໍານວນທີ່ກໍານົດໄວ້ ເຊັ່ນ ກວດເບິ່ງຄົບແລ້ວ, ນັບເບິ່ງຄົບກໍານົດ ແລ້ວ.

ຄົບ 4 (ສ.) ຄັ້ງໜຶ່ງ, ຄາວໜຶ່ງ, ຂະນະໜຶ່ງ, ຄັ້ງໜຶ່ງ ເອີ້ນຄົບໜຶ່ງ.

ຄາມ 1 (ນ.) ໄມ້ນ້ອຍໆ ຈໍາພວກຫຍ້າໃບມົນຮີ ໃຊ້ເຮັດສີຟ້າໄດ້, ສີທີ່ທໍາຈາກຕົ້ນຄາມ.

ຄາມ 2 (ນ.) (ປ.) ບ້ານ, ໝູ່ບ້ານ.

ຄາມ 3 (ວ.) ມາກ, ຫຼາຍ, ສິ່ງຂອງມີຫຼາຍ ເອີ້ນຄາມ.

ຄາມ 4 (ວ.) ຈໍາຕົວ, ເວລາຈໍາຕົວຈິ່ງຍອມ.

ຄີມ (ນ.) ຊື່ເຄື່ອງມືແນວໜຶ່ງ ເຮັດດ້ວຍໄມ້ ຫຼື ​ເຫຼັກ ມີຂາສອງຂາຄືມີດຕັດ ແລະ ມີປາກສໍາລັບຄີບເອົາສິ່ງຂອງແທນມື.

ແຄ່ມ (ນ.) ເຄື່ອງສຸບໃສ່ປາກມ້າ ສໍາລັບຜູກ ລ່າມຫຼືຂີ່, ໄຫຍ້ມ້າ, ບັງຫຽນມ້າ ແຄ່ມມ້າ.

ຄົມ 1 (ນ.) ສ່ວນທີ່ບາງທີ່ສຸດ ແຫຼມທີ່ສຸດຂອງອາວຸດ ຫຼື ຂອງໃຊ້ຢ່າງອື່ນ ເອີ້ນ ຄົມ ເຊັ່ນ ຄົມມີດ ຄົມພ້າ ຄົມຂວານ.

ຄົມ 2 (ວ.) ສະຫຼາດ, ຫຼັກແຫຼມ ເອີ້ນຄົມ ເຊັ່ນ ຄົນສະຫຼາດ ເອີ້ນ ຄົນຄົມ, ຄົນມີປັນຍາ ເອີ້ນຄົນຫຼັກແຫຼມ, ຄົນເຊື່ອງຄວາມສະຫຼາດໄວ້ໃນໃຈ ເອີ້ນ ຄົນຄົມໃນຝັກ, ຄົນເຊື່ອງຄວາມງາມໄວ້ພາຍໃນ ເອີ້ນ ຄົນຄົມຂຳ, ຄົນມີແສງຕາແຫຼມ ເອີ້ນ ຄົນຕາຄົມ.

ຄົມມະນາຄົມ (ນ.) (ປ.) ການໄປ ແລະ ການມາ ຫຼື ການໄປມາ, ການຂົນສົ່ງໂດຍສານໄປມາ ທັງທາງນໍ້າ ແລະ ທາງບົກ.

ໂຄມ 1 (ນ.) ຕາກຽງ, ຕະກຽງ, ເຄື່ອງໄຕ້ໃຫ້ມີແສງສະຫວ່າງ ເອີ້ນ ໂຄມໄຟ ໃຊ້ ຫິ້ວ ຫຼື ແຂວນໄວ້.

ໂຄມ 2 (ກ.)  ຂີ່, ເຕັງຕາມທາງຍາວ, ທັບ, ໄມ້ລົ້ມທັບກັນ ເອີ້ນໄມ້ລົ້ມໂຄມກັນ.

ໂຄມ 3 (ນ.) ລັກສະນະນາມ ເອີ້ນ ເຂົ້າຕົ້ມ ຫໍ່ທີ່ມັດຕິດກັນວ່າໂຄມ ດັ່ງຄຳວ່າ ເຂົ້າ ຕົ້ມໂຄມໜຶ່ງ ຫຼື ໂຄມເຂົ້າຕົ້ມ.

ໂຄມລອຍ (ນ.) ໂຄມເຈ້ຍທີ່ເອົາລົມເຂົ້າ ຫຼື ເອົາໄຟໄຕ້ທາງໃນ ໃຫ້ຕຶງແລ້ວປ່ອຍ ຂຶ້ນ (ແຕ່ກ່ອນ ມັກເຮັດ ຍາມບຸນເຂົ້າພັນສາ ບຸນຫໍ່ເຂົ້າ ບຸນອອກພັນສາ).

ຄາວ (ນ.) ລະຍະ, ໄລຍະ, ເວລາ ເຊັ່ນ ຄາວທາງ, ຄາວມື້.

ຄາວ 2 (ວ.) ກິ່ນຢ່າງໜຶ່ງ ເຊັ່ນ ກິ່ນປາດິບ, ຊີ້ນດິບ ເອີ້ນ ກິ່ນຄາວ.

ຄິວ 1 (ນ.) (ອ.) ໄມ້ສໍາລັບທັ່ງລູກບິນລຽດ ເອີ້ນໄມ້ຄິວ.

ຄິວ 2 (ນ.) (ອ.) ການລຽນແຖວຕາມລໍາດັບ ກ່ອນ ຫຼື ຫຼັງ ເອີ້ນ ຄິວ ເຊັ່ນ ລຽນຄິວຊື້​ເຄື່ອງ, ເຂົ້າຄິວ, ຄິວລົດ.

ຄິວ 3 (ກ.)  ອຶດຢາກ, ຍາກແຄ້ນ, ຫິວຈົນລົ້ມລົງ ເອີ້ນວ່າ ເປັນຊະຄິວເຂົ້າ.

ຄິ້ວ 1 (ນ.) ອະໄວຍະວະບ່ອນເປັນວົງຢູ່ເທິງຕາ.

ຄິ້ວ 2 (ວ.) ແນ່ແທ້, ຖືກຄັກ, ແມ່ນ.

ຄ້ຽວ (ກ.)  ຫຍ້ຳດ້ວຍແຂ້ວ, ເອົາເຄື່ອງກິນຕ່າງໆ ປ່ອນເຂົ້າປາກ ແລ້ວຫຍ້ຳ ເອີ້ນ ຄ້ຽວ ເຊັ່ນ ຄ້ຽວເຂົ້າ, ຄ້ຽວຊີ້ນ…

ຄ້ຽວເອື້ອງ (ກ.)  ອາການທີ່ສັດກິນ ຫຼື ຫຍໍ້າຫຍ້າໃຫ້ແຫຼກ ແລ້ວກືນຄືນ ເອີ້ນ ຄ້ຽວເອື້ອງ.

ຄ້ຽວໝາກ (ກ.)  ເອົາໝາກ (ພູ, ປູນ, ໝາກ, ສີສຽດ… ໂຮມກັນພໍເຕັມປາກ) ປ່ອນໃສ່ປາກ ແລ້ວຫຍ້ຳ ຖົ່ມນໍ້າໝາກອອກເລື້ອຍໆ ເອີ້ນຄ້ຽວໝາກ.

ຄວີ່ 1 (ກ.)  ມາຍອອກ, ຄີ່, ບານ, ດອກໄມ້ບານ ເອີ້ນດອກໄມ້ຄວີ່.

ຄວີ່ 2 (ກ.)  ມາຍອອກ, ເພຊະອອກ, ຜົມທີ່ຂອດໄວ້ແລ້ວຄວີ່ອອກ ເອີ້ນ ເກົ້າຜົມຄວີ່, ຜ້າທີ່ຫຼຸດອອກຈາກແອວ ເອີ້ນ ຜ້າຄວີ່.

ຄວັດ (ກ.)  ເອົາມື ຫຼື ຕີນຄຸ້ຍອອກ.

ຄັວດໆ (ວ.) ອາການດີ້ນຊັກໄປຊັກມາ.

ຄວັນ (ນ.) ສິ່ງທີ່ເປັນສີຂາວ ຫຼື ສີດໍາ ປິວອອກ ຈາກຂອງທີ່ໄຟໄໝ້ ເອີ້ນ ຄວັນໄຟ, ຂີ້ໃຫງ່.

ຄວາມ 1 (ນ.) ຄໍາເວົ້າ, ເນື້ອເລື່ອງ, ຄຳເວົ້າທີ່ເວົ້າອອກມາແຕ່ລະຄຳ ເອີ້ນຄວາມ.

ຄວາມ 2 (ນ.) ຂໍ້ ຄະດີ ທີ່ໂຈດຟ້ອງກັນ, ຄົນວິວາດຜິດຖຽງກັນ ແລ້ວຟ້ອງຮ້ອງກັນ ເອີ້ນ ເປັນຄວາມກັນ. ຄະດີທີ່ຟ້ອງຮ້ອງກັນໃນສານ ເອີ້ນ ເປັນ ຄວາມໃນກວ້ານໃນສານ.

ຄວາມ 3 (ນ.) ຝ້າຍ ຫຼື ໄໝ ໃນເຄືອຫູກ ເວລາຄົ້ນ ໄດ້ສີ່ເສັ້ນ ເປນໜຶ່ງຄວາມ ສີ່ຄວາມ ເປັນໜຶ່ງຫຼົບ.

ຄວາມ 4 (ນ.) ຄຳນໍາໜ້າກິລິຍາ ໃຫ້ເປັນນາມ ດັ່ງຄວາມເປັນ ຄວາມຕາຍ, ຄວາມກິນ, ຄວາມຫຼິ້ນ…