ງ. ງາ 1. ອະໄວຍະວະຄ້າຍຄືແຂ້ວ ທີ່ປົ່ງອອກຈາກປາກຊ້າງຜູ້ ເອີ້ນງາຊ້າງ.

ງາ 2 (ນ.) ສ່ວນໜຶ່ງຂອງເຄື່ອງຈັບສັດນໍ້າ ຖັກໃຫ້ທາງປາກກວ້າງ ທາງກົ້ນແຄບ ເພື່ອໃຫ້ປາເຂົ້າໄປ ແລ້ວອອກບໍ່ໄດ້ ເອີ້ນງາ ເຊັ່ນ ງາຂ້ອງ, ງາລອບ, ງາໄຊ.

ງາ 3 (ນ.) ຕົ້ນໄມ້ພຸ່ມແນວໜຶ່ງ ໝາກເປັນເມັດນ້ອຍໆ ຊະນິດເມັດສີຂາວ ເອີ້ນ ງາຂາວ ຫຼື ງາດ່ອນ, ຊະນິດເມັດສີດໍາ ເອີ້ນງາດໍາ. ງາເປັນພືດເສດຖະກິດ ສ້າງ ລາຍໄດ້ໃຫ້ແກ່ຜູ້ປູກ. ນໍ້າມັນງາມີຄຸນຄ່າ ແລະ ນໍາໃຊ້ປະໂຫຍດໄດ້ຫຼາຍຢ່າງ.

ງູ (ນ.) ຊື່ສັດເລືອຄານ ບໍ່ມີຕີນ ໂຕຍາວໄປດ້ວຍເອິກ ຫຼື ບາງບ່ອນ ວ່າໄປດ້ວຍຫາງ ເອີ້ນ ງູ, ງູແບ່ງເປັນສອງຈໍາພວກ ຄື ພວກງູມີພິດ ແລະ ບໍ່ມີພິດ.

ງູ 2 (ນ.) ຊື່ຫວ້ານແນວໜຶ່ງ ເອີ້ນຫວ້ານງູ ໃຊ້ຕໍາປະສົມ​ເຫຼົ້າ ໂພະປາກບາດ ທີ່ງູກັດ ເຮັດໃຫ້ພິດງູຫາຍໄປຢ່າງໄວວາ

ງູກິນຫາງ (ນ.) ຊື່ການຫຼິ້ນແນວໜຶ່ງ ຂອງເດັກນ້ອຍ, ເດັກນ້ອຍຢືນຈັບແອວກັນ ເປັນແຖວຍາວ ສົມມຸດຜູ້ຢູ່ຫົວເປັນຫົວງູ ຜູ້ຢູ່ທ້າຍເປັນຫາງງູ, ຜູ້ຢູ່ຫົວຈັບຜູ້ຢູ່ທ້າຍ ຖ້າຈັບຜູ້ຢູ່ທ້າຍໄດ້ໝົດທຸກຄົນ ຖືວ່າແພ້.

ໂງ 1 (ວ.) ຄົດ, ບໍ່ຊື່, ໂຄ້ງ, ຕ່າວ ເຊັ່ນ ແຂນຄົດ ເອີ້ນແຂນໂງ, ທາງໂຄ້ງ ເອີ້ນ ທາງໂງ.

ໂງ 2 (ກ.) ໂງກັບ, ຫວນກັບ, ອ້ອມ, ລ້ຽວ ຍ່າງໄປແລ້ວກັບ ເອີ້ນ ໂງ, ຍ່າງອ້ອມ ເອີ້ນໂງ, ຍົກຫົວຂຶ້ນ ເອີ້ນ ໂງຫົວ.

ໂງ່ (ວ.) ບໍ່ສະຫຼາດ, ບໍ່ຊື່, ຄົນບໍ່ສະຫຼາດ ເອີ້ນ ຄົນໂງ່.

ເງາະ 1 (ນ.) ຊື່ຕົ້ນໄມ້ແນວໜຶ່ງ ເກີດຕາມປ່າໜ່ວຍມີລົດຫວານ ເປືອກຂອງໜ່ວຍເປັນຂົນຄືໝາກຊາຕີ ເອີ້ນ ໝາກເງາະ.

ເງາະ 2 (ນ.) ຊື່ຄົນປ່າພວກໜຶ່ງ ຢູ່ໃນແຖບແຫຼມມາລາຢູ ຕົວດໍາ ຜົມຫຍິກ ເອີ້ນ ເງາະ.

ເງາະ 3 (ວ.) ຄົນທີ່ມີຮູບຮ່າງງໍ ເອີ້ນ ເງາະ ເຊັ່ນ ພະທີ່ແຂນງໍ ເອີ້ນ ຍາທ່ານເງາະ ຊາຍທີ່ຂາງໍ ເອີ້ນ ທ້າວເງາະ ຍິງທີ່ມືງໍ ເອີ້ນ ນາງເງາະ.

ເງາະ 4 (ນ.) ຊື່ວັນນະຄະດີບູຮານລາວ ເລື່ອງໜຶ່ງ ວ່າ ເລື່ອງທ້າວເງາະ.            

ເງາະ 5 (ວ.) ບໍ່ຊື່, ຄົດໄປມາ.

ງົວ 1 (ນ.) ສັດພາຫະນະ ຈໍາພວກປະສຸສັດ ແລະ ເປັນສັດຄ້ຽວເອື້ອງ ໃຊ້ສໍາລັບແກ່ກວຽນ ຫຼື ບັນທຸກສິ່ງຂອງ ໃສ່ຕ່າງ ເອີ້ນງົວຕ່າງ, ງົວສໍາຮອງ ໃນເວລາເດີນທາງໄກ ເອີ້ນ ງົວແພວ, ງົວເຖິກ ທີ່ຢູ່ໂຕດຽວ ເອີ້ນ ງົວໂທນ, ງົວປ່າ ເອີ້ນ ງົວບາ ງົວດ່ອນ ເອີ້ນ ງົວພອນ.

ງົວ 2 (ກ.) ຄົນທີ່ຫ້າ, ຕາມພົງສາວະດານລາວ ກ່າວວ່າ ໂອລົດຄົນທີ່ຫ້າ ຂອງຂຸນບູລົມ ຊື່ງົວອິນ ຄຳວ່າງົວນີ້ ແຜງມາຈາກພາສາຈີນວ່າ ໂຫງວ ເຫງົາ.

ເງົາ 1 (ນ.) ຮູບທີ່ແນມເຫັນໄດ້ດ້ວຍຕາ ແຕ່ຈັບຕ້ອງບໍ່ໄດ້, ຮົ່ມ, ຮູບທີ່ເຫັນໃນຂອງ ໃສເຊັ່ນ ແວ່ນ ຫຼື ເຫັນໃນເວລາມີແສງສະຫວ່າງ ເອີ້ນເງົາ.

ເງົາ 2 (ນ.) ຊື່ແມງແນວໜຶ່ງ ໂຕຄືແມງງອດ ແຕ່ໂຕໃຫຍ່ ມີສີດໍາແຫຼ້ ມີໄລຢູ່ປາຍຫາງ ຄືແມງງອດ ເອີ້ນແມງເງົາ.

ເງືອກ 1 (ນ.) ສັດນໍ້າແນວໜຶ່ງ ຕົວຄ້າຍຄືກັນກັບງູ ແຕ່ມີຫອນແດງ. ບູຮານ ເຊື່ອ ວ່າເປັນຜີ ເອີ້ນຜີເງືອກ ແຕ່ຄຳວ່າເງືອກນີ້ ແມ່ນສັດຈໍາພວກດຽວກັບຄຳປາລີ ເອີ້ນ ວ່າ ນາຄະ ນັ້ນເອງ ເງືອກ ຫຼື ນາກ ກໍຄືງູ ຈໍາພວກໜຶ່ງ ທີ່ຢູ່ໃນນໍ້າ.

ເງືອກ 2 (ນ.) ອ່ຽນໄຟຟ້າ, ອ່ຽນຂະໜາດໃຫຍ່ ທີ່ອາໄສຢູ່ໃນຮູຖ້ຳ ພື້ນນໍ້າເລິກ ເປັນສັດ ອັນຕະລາຍ ມີພິດຮ້າຍແຮງ.

ງ້ອງ 1 (ນ.) ​ເຫຼັກແຫຼມງໍ ມີດ້າມຖື ໃຊ້ແກວ່ງ ຄູດໃນຂີ້ຕົມ ເພື່ອເກາະປາຫຼົດ ເອີ້ນງ້ອງ ເກາະປາຫຼົດ.

ງ້ອງ 2 (ກ.) ​ເຫຼັກມີແຂ້ວເປັນຊີກໆ ຄືແຂ້ວເລື່ອຍ ສໍາລັບໃຊ້ຂູດໝາກພ້າວ ເອີ້ນງ້ອງ ຂູດໝາກພ້າວ, ກະຕ່າຍຂູດໝາກພ້າວ.

ງ້ອງ 3 (ວ.) ງໍ, ຄົດ, ຄົດໄປມາ ເອີ້ນງ້ອງ, ງ້ອງແງ້ງ.

ງ່ຽງ 1 (ນ.) ດູກແຫຼມຂອງປາບາງຊະນິດ ທີ່ຕິດຢູ່ກັບຫູສອງຂ້າງ ຫຼື ງ່ຽງສິ່ງອື່ນ ທີ່ມີລັກສະນະຄ້າຍຄືງ່ຽງປາ ເຊັ່ນ ງ່ຽງເບັດ ເອີ້ນ ງ່ຽງ.

ງ່ຽງ 2 (ນ.) ຕົ້ນໄມ້ແນວໜຶ່ງ ເປັນໄມ້ພຸ່ມລໍາຕົ້ນມີໜາມ ຄືງ່ຽງປາດຸກ ເອີ້ນ ຕົ້ນງ່ຽງດຸກ.

ງ້ຽງ (ນ.) ພາຊະນະສໍາລັບໃຊ້ຖົ່ມນໍ້າໝາກ ນໍ້າລາຍ ເອີ້ນ ງ້ຽງ ກະໂຖນ, ໂຖນ.

ງວງ 1 (ນ.) ສິ່ງທີ່ຍື່ນໂຄ້ງເປັນວົງອອກມາ ເອີ້ນ ງວງ, ຂອງກະຕ່າ ເອີ້ນງວງກະຕ່າ ຫຼື ກະຕ່າງວງ ຂອງຄຸເອີ້ນ ງວງຄຸ, ສິ່ງທີ່ຫ້ອຍເປັນງວງອອກມາ ຈາກຄໍຕານ ຄໍພ້າວ ເອີ້ນງວງຕານ ງວງພ້າວ.

ງວງ 2 (ນ.) ມືຊ້າງ, ສິ່ງທີ່ຢ່ອນອອກມາ ຈາກຫົວໄກ່ ເອີ້ນ ງວງໄກ່ ເຊັ່ນ ໄກ່ງວງ.

ງວງ 3 (ນ.) ງູແນວໜຶ່ງ ມັກຢູ່ໃນນໍ້າ ຕົວອ່ອນບໍ່ມີພິດ ເອີ້ນງູງວງຊ້າງ.

ງາຍ (ນ.) ກິນເຂົ້າຍາມເຊົ້າເວລາເກີນເກົ້າໂມງໄປ ເອີ້ນກິນງາຍແກ່​.

ງອດ (ກ.) ແມງແນວໜຶ່ງ ໂຕຄືແມງເງົາ ແຕ່ນ້ອຍກວ່າ ມີໄລຢູ່ຫາງຄືແມງເງົາ ຕອດປວດຫຼາຍ ເອີ້ນ ແມງງອດ.

ງັນ (ວ.) ອຶກກະທຶກ, ຄຶກໂຄມ, ສຽງອຶກກະທຶກ ເອີ້ນສຽງງັນ ສຽງນັນ, ມີ່ນັນ.

ງັນ 1 (ກ.) ໂຮມກັນເພື່ອຫຼິ້ນມ່ວນ, ເຮັດໃຫ້ມ່ວນ, ສະຫຼອງ, ສົມໂພດ, ຢູ່ຊຸມເພື່ອຄວາມມ່ວນ ໃນປາງບຸນຕ່າງໆ ເອີ້ນງັນ ເຊັ່ນ ງັນບຸນກະຖິ່ນດ ບຸນພະເວດ, ງັນເຮືອນດີ ໃນເມື່ອມີຄົນຕາຍ, ງັນກໍາ ໃນເມື່ອມີຄົນອອກລູກ…

ງັນ 2 (ວ.) ນານ, ຊ້າ, ດົນ.

ງັນ 3 (ນ.) ຊື່ພັນເຂົ້າແນວໜຶ່ງ ຖອກຊ້າ ກວ່າໝູ່ ເອີ້ນ ເຂົ້າງັນ.

ງັນ 4 (ວ.) ບໍ່ໃຫຍ່ໄວ, ບໍ່ຈະເລີນໄວເທົ່າທີ່ຄວນ, ຢຸດຊະງັກ ເຊັ່ນ ເຂົ້າຮັດແລ້ງ ບໍ່ຖອກໄວ ເອີ້ນ ເຂົ້າງັນ.

ງັນກໍາ (ກ.) ໄປມ່ວນຊື່ນຊຸມແຊວໃນເວລາຜູ້ຍິງອອກລູກໃໝ່.

ງັນເຮືອນດີ (ກ.) ໄປອົບອຸ່ນ, ໄປຢູ່ເປັນເພື່ອນ ໃນເວລາມີຄົນຕາຍ.

ງານ 1 (ນ.) ໜ້າທີ່, ວຽກທີ່ຕ້ອງເຮັດ ຫຼື ກິດຈະການທີ່ຕ້ອງທໍາ ກິດຈະການທີ່ເປັນໜ້າທີ່ ເອີ້ນ ງານ, ງານແຍກອອກເປັນສາມຄື ງານເຮັດ ຫຼື ງານທໍາ, ງານເວົ້າ, ງານນຶກ ຫຼື ຄິດ, ວຽກ.

ງານ 2 (ນ.) ມາດຕາວັດແທກພື້ນທີ່ໜຶ່ງງານ ທໍ່ກັບ ໜຶ່ງຮ້ອຍຕາລາງວາ.

ງານ 3 (ກ.) ເກະກະ, ຮະຮານ, ຂົ່ມເຫັງຄົນແກ້ງເຮັດໃຫ້ຜູ້ອື່ນຜິດໃຈ ເອີ້ນ ຄົນພາງານ, ພາໂລ.

ແງ້ນ (ວ.) ແອ່ນຂຶ້ນ, ກັບຄືນ, ແອ່ນ, ງ້ອນໄຖແຫງນ ເອີ້ນ ງ້ອນໄຖແງ້ນ, ວາທີ່ຢຽດ ອອກສຸດຂີດ ຈົນເກືອບໄປທາງຫຼັງ ເອີ້ນ ວາແງ້ນ, ຂາແຫງນເອີ້ນ ຂາແງ້ນ.

ເງິນ (ນ.) ແຮ່ບໍລິສຸດສີຂາວ ເນື້ອອ່ອນໜຽວ ແຕ່ກ່ອນໃຊ້ເປັນວັດຖຸ ທີ່ໃຊ້ໜີ້ໄດ້ຕາມກົດໝາຍ, ເປັນວັດຖຸທີ່ໃຊ້ຕີລາຄາໃນການຊື້ຂາຍ ແລະ ໃຊ້ເຮັດເຄື່ອງເອ້ຕ່າງໆ ເຊັ່ນ ເຮັດຂັນ, ເຮັດຕຸ້ມຫູ, ສາຍສ້ອຍ, ສາຍແອວ ດຽວນີ້ໃຊ້ເຈ້ຍທະນະບັດແທນເງິນສົດ.

ເງິນເດືອນ (ນ.) ເງິນຄ່າຈ້າງທີ່ຈ່າຍເປັນລາຍເດືອນ ເອີ້ນ ເງິນເດືອນ.

ເງິນຕາ (ນ.) ເງິນແທ້ ຫຼື ເຈ້ຍທະນະບັດທີ່ໃຊ້ແທນເງິນ ເຊິ່ງມີກາຂອງລັດຖະບານ ໃຫ້ໃຊ້ໜີ້ໄດ້ຕາມກົດໝາຍ ເອີ້ນ ເງິນຕາ.

ເງິນປາກຜີ (ນ.) ເງິນທີ່ຍາດພີ່ນ້ອງເອົາໃສ່ເຂົ້າໃນປາກຄົນຕາຍ.

ເງິນປອມ (ນ.) ເງິນ ຫຼື ວັດຖຸທີ່ໃຊ້ແທນເງິນ ເຊິ່ງບໍ່ແມ່ນຂອງແທ້ ເອີ້ນເງິນປອມ.

ເງິນເຟີ້ (ນ.) ພາລະທາງເສດຖະກິດທີ່ປະລິມານເງິນໝູນວຽນໃນປະເທດຫຼາຍ ເກີນໄປ ເຮັດໃຫ້ລາຄາສິນຄ້າ ຖີບຕົວຂຶ້ນສູງ ແລະ ເງິນເສື່ອມຄ່າລົງຊັກໄຊ້.

ເງື່ອນ 1 (ນ.) ປາຍຂອງເຊືອກ ຫຼື ສົ້ນບ່ອນສຸດ ຂອງເຊືອກ ເອີ້ນເງື່ອນ, ຖ້ອຍຄໍາທີ່ເປັນບັນຫາຈະຕ້ອງຄິດອ່ານ ຈິ່ງຈະເຂົ້າໃຈ ເອີ້ນ ເງື່ອນ.

ເງື່ອນ 2 (ນ.) ເສດ, ເຫຼືອ, ອາຫານທີ່ກິນບໍ່ໝົດ ເຫຼືອເປັນເສດໄວ້ ເອີ້ນເງື່ອນ ກິນ.

ເງື່ອນ 3 (ວ.) ຄ້າຍຄື, ສະເໝີ, ​ເໝືອນ, ຄົນທີ່ມີຮູບງົດງາມ ຄ້າຍຄືເທວະດາ ເອີ້ນ ເງື່ອນແມນ.

ເງື່ອນໄຂ 1 (ນ.) ຂໍ້ຄວາມທີ່ມີບ່ອນພໍຈະແກ້ໄຂໄດ້ ເອີ້ນເງື່ອນໄຂ.

ເງື່ອນໄຂ 2 (ນ.) ຄວາມອາດເປັນໄປໄດ້, ກາລະໂອກາດ ອັນ​ເໝາະສົມໃນການວາງແຜນ ຫຼື ລົງມືດໍາເນີນການ ຢ່າງໃດຢ່າງໜຶ່ງ.

ງົບ 1 (ນ.) ຈໍານວນເງິນ ຫຼື ສິ່ງຂອງທີ່ຈະໃຊ້ຈ່າຍ ຫຼື ຮັບເຂົ້າມາ ກ່ຽວກັບ ກິດຈະການ ຢ່າງໃດຢ່າງໜຶ່ງ ເອີ້ນ ງົບໃນການຮັບ ເອີ້ນ ງົບຮັບ ໃນການຈ່າຍ ເອີ້ນ ງົບຈ່າຍ.

ງົບ 2 (ກ.) ໂຮມເຂົ້າ ເຊັ່ນ ງົບບັນຊີ ເອີ້ນງົບ.

ງົບປະມານ (ນ.) ຈໍານວນເງິນທີ່ໂຮມແລ້ວ ຫຼື ງົບແລ້ວ ແລະ ກໍານົດການຈ່າຍຢ່າງຈະແຈ້ງ.

ງາມ (ວ.) ຈົບ, ດີ, ເປັນຕາໜ້າຮັກ, ບໍລິສຸດ, ຄົນທີ່ມີລັກສະນະງາມ ໜ້າຮັກ ແລະ ບໍລິສຸດ ເອີ້ນ ຄົນງາມ. ງາມແຕ່ຕົນໂຕ ຈິດໃຈບໍ່ງາມ ເອີ້ນ ງາມແຕ່ຮູບ ຈູບບໍ່ຫອມ ເຂົ້າງາມເພາະນໍ້າມີ.

ງົມ (ກ.) ເອົາມືຄຳ ຫາໃນບ່ອນຕາບໍ່ເຫັນ ເອີ້ນ ງົມ.

ງອມ 1 (ກ.) ເມື່ອຍລ້າ, ສຸກແກ່, ແກ່ຫຼາຍ, ສຸກຫຼາຍ ເຊັ່ນ ສຸກຈົນເທັຍ ສຸກຈົນງອມ.

ງອມ 2 (ວ.) ອາການທີ່ປາເມົາແດດ ເພາະນໍ້າບົກ ຫຼື ປາເມົານໍ້າ ເພາະຖືກຄົນ ກວນໃຫ້ຂຸ່ນ ເອີ້ນ ປາງອມ.

ງ້ອມ (ວ.) ຄ້ອມ, ຄ່ອມ, ງາມ.

ງ້າວ (ນ.) ດາບ, ດາບເອີ້ນງ້າວ, ງ້າວມີສອງແນວ ແນວປາຍຕັດ ເອີ້ນງ້າວ ປາຍຕັດ, ແນວປາຍແຫຼມ ເອີ້ນງ້າວປາຍແຫຼມ.

ງິ້ວ 1 (ນ.) ຊື່ຕົ້ນໄມ້ຈຳພວກໜຶ່ງ ເປັນໄມ້ບໍ່ມີແກ່ນ ໜ່ວຍມີນຸ່ມສຳລັບໃຊ້ຍັດເສື່ອ ຍັດໝອນ ງິ້ວມີຫຼາຍແນວ ຄື: ງິ້ວຂາວ, ງິ້ວປ່າ, ງິ້ວຜາ.

ງິ້ວ 2 (ນ.) ການຫຼິ້ນມະໂຫລະສົບ ຢ່າງໜຶ່ງ ຂອງພວກຈີນ ຄ້າຍຄືກັນກັບ ການຫຼິ້ນລະຄອນ ຂອງພວກເຮົາ ເອີ້ນຫຼິ້ນງິ້ວ.

ແງວ 1 (ນ.) ຕົ້ນໄມ້ແນວໜຶ່ງ ໜ່ວຍເປັນພວງ ໜ່ວຍໃຫຍ່ປະມານທໍ່ນິ້ວມື, ສຸກແລ້ວ ເປືອກສີແດງ ເອີ້ນໝາກແງວ

ແງວ 2 (ກ.) ແກວ່ງ, ໃຊ້ສະເພາະແຕ່ການເອົາຂອງໃສ່ຕ່ອງເຊືອກ ແລ້ວແກວ່ງໄປ ເຊັ່ນ ແກວ່ງໂຫວດ ເອີ້ນ ແງວໂຫວດ.

ແງວ 3 (ກ.) ສຽງນົກຍູງຮ້ອງ

ແງວໆ (ວ.) ສຽງດັງຢ່າງນັ້ນ ເຊັ່ນ ສຽງແມວໂຕນ້ອຍໆ ຮ້ອງດັງແງ່ວໆ.

ງ້ຽວ (ນ.) ງູ, ງູ ເອີ້ນງ້ຽວ ດ່ງວ່າ ງູງ້ຽວຂ້ຽວກະປອມ, ຄົນລາວເຜົ່າໜຶ່ງ ເອີ້ນ ລາວງ້ຽວ ຫຼື ລາວແງ້ວ.

ງວາກ (ກ.) ຫຼຽວຄືນ, ແຍກໜ້າເບິ່ງ, ຫຼຽວເບິ່ງ, ແນມໜ້າ ແນມຫຼັງ ເອີ້ນ ງວາກ, ແນມຊ້າຍ ເອີ້ນງວາກຊ້າຍ, ຂວາ ເອີ້ນ ງວາກຂວາ, ແຫງນໜ້າຂຶ້ນ ເອີ້ນ ງວາກເງີຍ.