ຈ. ຈະ 1 (ກ.) ເປັນຄໍາກິລິຍານຸເຄາະ ສໍາລັບຊ່ວຍກິລິຍາອື່ນ ບອກເວລາຂ້າງໜ້າ (ອະນາຄົດ ຕະການ) ດັ່ງຈະກິນ, ຈະນອນ, ຈະໄປ…

ຈະ 2 (ກ.) ບໍ່ກິນກັນ ຄູ່ຂາການພະນັນທີບໍ່ກິນກັນ ເອີ້ນຈະກັນ.

ຈະ 3 (ກ.) ຫານເລກບູຮານ ດັ່ງກ່າວວ່າ ຕົ້ງຈຸນລະສັກກະຫຼາດລົງ ເອົາ 12 ຄູນ 30 ຈະ

ຈະແຈ້ງ (ວ.) ຄັກແນ່, ຊັດເຈນ, ແຈ່ມແຈ້ງ, ສະຫວ່າງ, ການເວົ້າໃຫ້ຄົນຟັງເຂົ້າໃຈ ເອີ້ນ ເວົ້າຈະແຈ້ງ.

ຈະຕຸ (ວ.) ສີ່, ໃຊ້ປະກອບໜ້າຄຳທີ່ມາຈາກພາສາປາລີ.

ຈາຕຸ (ວ.) ສີ່ (ແປງມາຈາກ ຈະຕຸ)

ຈະລາຈົນ (ນ.) (ປ.) (ສ.) ຄວາມວຸ່ນນວາຍໃນບ້ານເມືອງ, ຄວາມປັ່ນປ່ວນໃນບ້ານເມືອງ.

ຈະລາຈອນ (ນ.) (ປ.) ການທີ່ຍວດຍານ ພາຫະນະ ຄົນ ຫຼື ສັດ ພາຫະນະເຄື່ອນ ໄຫວໄປມາຕາມທາງ ຮຽກຈະລາຈອນ. ຜູ້ມີໜ້າທີ່ຮັບຜິດຊອບກ່ຽວກັບວຽກການ ດ້ານນີ້ ເອີ້ນ ຕໍາຫຼວດຈະລາຈອນ.

ຈະເລີນ (ວ.) (ຂ.) ມາກຫຼາຍ, ງອກງາມ.

ຈ່າ (ນ.) ຫົວໜ້າ, ຫົວໂປ່, ຫົວໂຈກ. ຊື່ຍົດທະຫານ ແລະ ຕໍາຫຼວດສູງກວ່າ ນາຍສິບ ແລະ ຕ່ຳກວ່ານາຍຮ້ອຍ ເອີ້ນຈ່າ, ນາຍຈ່າ

ຈາມອນ (ນ.) ແສ້ຂົນຫາງຕົວຈະມອນ ຫຼື ຫາງມ້າ ເຄື່ອງປະດັບກຽດ ຕິຍົດ ຂອງພະເຈົ້າແຜ່ນດິນ ໃນສະໄໝບູຮານ ຄື ຕາລະບັດຍອດແກວກ ເປັນສາມ ແງ່ມ ຄັນຍາວ ສໍາລັບຖືແກວ່ງ ເອີ້ນ ຈາມະລີ, ຈາມອນ, ຈໍາມອນ, ຈໍາພະມອນ.

ຈາລະໄນ (ກ.) ເວົ້າລະອຽດ, ອະທິບາຍວຢ່າງທີ່ຖ້ວນ. ການເວົ້າ ຫຼື ອະທິບາຍ ຂໍ້ຄວາມ ຢ່າງລະອຽດ ເອີ້ນຈາລະໄນ.

ຈາລຶກ (ກ.) ຂຽນ: ຂຽນໃສ່ແຜ່ນຫີນ, ຂຽນໃຫ້ຊອດ.

ຈາຮີດ 1 (ນ.) (ປ.) ປະເພນີທີ່ຖືສືບກັນມາດົນນານ, ທໍານຽມຄວາມປະພຶດດີ ເອີ້ນ ຈາຮີດ, ຮີດ.

ຈາຮີດ 2 (ວ.) ສົມຄວນ, ຖືກຕ້ອງ.

ຈີ້ (ກ.) ຈໍ້າ, ໃກ້, ເອົາມື ຫຼື ເຄື່ອງໃຊ້ແທນມືຈ້ຳ ຫຼື ແທງໃສ່ບ່ອນໃດບ່ອນໜຶ່ງ ຄື ສ້ວງ ເພື່ອໃຫ້ຕື່ນຕົກໃຈ ເອີ້ນຈີ້ ຫຼື ແຫຍ່.

ຈີວອນ (ນ.) (ປ.) ຜ້ານຸ່ງຫົ່ມຂອງນັກບວດ ໃນພຸດທະສາດສະໜາ ຄໍາວ່າ ຈີວະລະ ຫຼື ຈີວອນນີ້ ໝາຍເອົາຈໍາເພາະຜ້າຜືນຫົ່ມ ຫຼື ຄຸມ. ສ່ວນຜືນນຸ່ງ ເອີ້ນ ຜ້າສະບົງ, ຜືນພາດບ່າ ເອີ້ນ ຜ້າສັງຄາ (ໃນວິໄນສົງ ຜ້າສັງຄານີ້ ໃຊ້ຊ້ອນຫົ່ມເຂົ້າບ້ານໃນຍາມໜາວ).

ຈຸ 1 (ວ.) ເຖິງ, ແປະ, ຈໍາ ເຊັ່ນ ຫົວເຖິງຂື່ ເອີ້ນ ຫົວຈຸຂື່, ມືເຖິງນໍ້າ ເອີ້ນມືຈຸນໍ້າ.

ຈຸ 2 (ນ.) ເຈົ້າ, ຈຸ້ມ, ໝວດ, ພວກ, ໝູ່ ໂຄດ, ວົງ, ເຜົ່າ ດັ່ງຄຳວ່າ ສິບສອງຈຸ ໄປ, ສິບສອງເຈົ້າໄທ.

ຈຸ 3 (ກ.) ຊຸກເຂົ້າໄປ, ແດກເຂົ້າໄປ, ທັ່ງເຂົ້າໄປ ເຊັ່ນເອົາດົ້ນຟືນຊຸກເຂົ້າໄຟ ເອີ້ນ ເອົາດົ້ນຟືນຈຸໄຟ.

ຈຸລິນທີ (ນ.) (ປ.) ສິ່ງທີ່ມີຊີວິດຂະໜາດນ້ອຍ ທີ່ສຸດ ເບິ່ງດ້ວຍຕາເປົ່າບໍ່ເຫັນ ຕ້ອງໃຊ້ ກ້ອງຈຸນລະທັດຈິ່ງເຫັນ, ຈຸລິນຊີ.

ເຈດີ (ນ.) (ປ.) ສິ່ງທີ່ກໍ່ດ້ວຍດິນຈີ ຫຼື ຫີນ ເປັນຍອດແຫຼມ ບັນຈຸສິ່ງສັກສິດ ຫຼື ສິ່ງທີ່ນັບຖື ມີກະດູກພະພຸດທະເຈົ້າໄວ້ພາຍໃນເອີ້ນເຈດີ, ລາວເຮົາສ່ວນຫຼາຍ ເອີ້ນ ທາດ.

ເຈຕະນາ 1 (ກ.) (ປ. ສ.) ຕັ້ງໃຈ, ຈົງໃຈ, ມຸ່ງໝາຍ.

ເຈຕະນາ 2 (ນ.) ຄວາມຕັ້ງໃຈ, ຄວາມມຸ່ງໝາຍ.

ເຈລະນາ (ກ.) (ສ.) ເວົ້າ, ເວົ້າຈາກັນ ເປັນທາງການ.

ແຈ (ນ.) ມູມ, ບ່ອນເປັນລ່ຽມ, ບ່ອນສອກຫຼີກ, ຂອກ ເຊັ່ນ ມູມບ້ານ ເອີ້ນ ແຈ້ ບ້ານ, ມູມວັດ ເອີ້ນແຈວັດ, ມູມຮົ້ວ ເອີ້ນ ແຈຮົ້ວ.

ແຈ້ (ນ.) ຊື່ຕົນຮູບຮ່າງນ້ອຍ ແລະ ເຕ້ຍ ເອີ້ນຄົນແຈ້.

ຈໍ 1 (ນ.) ໝາ, ປີທີ່ 11 ໃນຮອບສິບສອງປີ ເອີ້ນ ປີຈໍ.

ຈໍ 2 (ກ.) ຊຸມ, ໂຮມ, ຕອມ, ເຈາະກິນ.

ຈໍ 3 (ນ.) ແຜ່ນຜ້າທີ່ກາງໄວ້ໃຫ້ເຫັນຮູບເງົາທີ່ສົ່ງອອກຈາກຟິມຮູບ ເຊິ່ງໄດ້ຖ່າຍຮູບ ໃສ່ໃນນັ້ນແລ້ວ ເອີ້ນຈໍຜ້າ.

ຈໍ່ 1 (ນ.) ພາຊະນະທີ່ສານດ້ວຍໄມ້ໄຜ່ ຄ້າຍຄືກະດົ້ງ ແຕ່ໃຫຍ່ກວ່າ ສານຕາຫ່າງໆ ມີໄສ້ຂົດ ໃຊ້ເປັນບ່ອນໃຫ້ມ້ອນທາວໃຍ ເອີ້ນຈໍ່ມ້ອນ.

ຈໍ່ 2 (ກ.) ປົ່ງ, ປົ່ງອອກນ້ອຍໆ, ຈີ, ເລີ່ມມີໃບ, ພວມມີດອກ ເຊັ່ນ ດອກໄມ້ກໍາລັງ ປົ່ງ ເອີ້ນ ດອກໄມ້ຈໍ່.

ເຈຍ 1 (ນ.) ສັດແນວໜຶ່ງ ໜ້າຄືໜູ, ມີຫູ ແລະ ມີປີກ ປີກເປັນແຜ່ນຄືໜັງ ເອີ້ນເຈຍ.

ເຈ້ຍ (ນ.) ເຍື່ອໄມ້ເອົາມາເຮັດເປັນແຜ່ນບາງໆ ສໍາລັບຂຽນໜັງສື ຫຼື ຫໍ່ຂອງ ເອີ້ນເຈ້ຍ, ກະດາດ.

ເຈຍລະໄນ 1 (ກ.) ການຜັດເພັດ ຫຼື ແກ້ວ ໃຫ້ເປັນລ່ຽມກ້ຽງ.

ເຈຍລະໄນ 2 (ກ.) ເວົ້າຊີ້ແຈງຢ່າງລະອຽດອະທິບາຍລະອຽດ ເວົ້າໃຫ້ກ້ຽງ ບໍ່ປິດ ບໍ່ບັງ.

ຈົວ (ນ.) ສາມະເນນ, ຜູ້ຊາຍທີ່ບວດໃນກວລາອາຍຸຍັງບໍ່ທັນເຖິງຊາວປີ ຮັກສາສິນສິບປະ ຕະບັດຮີດຄອງ ຄືພະພິຂຸ ນຸ່ງເຫຼືອງ ຫົ່ມເຫຼືອງ ເອີ້ນ ຈົວ.

ໃຈ 1 (ນ.) ສິ່ງທີ່ທໍາໜ້າທີ່ຮູ້ສຶກ, ນຶກ, ຄຶດ ເອີ້ນໃຈ.

ໃຈ 2 (ນ.) ສ່ວນສໍາຄັນ ຫຼື ສູນກາງຂອງສິ່ງຕ່າງໆ, ແກ່ນສ່ວນທີ່ຢູ່ກາງ ເອີ້ນໃຈ.

ໃຈ 3 (ນ.) ຝ້າຍທີ່ປັ່ນເຕັມໄນແລ້ວເອົາອອກໄວ້ ເອີ້ນຝ້າຍໜຶ່ງໃຈ ສິບໃຈເປັນໜຶ່ງປອຍ.

ໃຈ 4 (ກ.) ຕອງ, ເຕິ, ຕົ້ມປາແດກແລ້ວຕອງເອົາແຕ່ນໍ້າ ເອີ້ນໃຈປາແດກ ເຕິປາແດກ.

ເຈົ່າ (ນ.) ຊື່ນົກແນວໜຶ່ງ ຫາກິນປາຕາມຫ້ວຍໜອງ ຂົນປີກສີຂາວ ເວລາບິນຈິ່ງ ເຫັນສີຂາວ ເວລາຈັບຢູ່ເຫັນແຕ່ຂົນປີກສີຮຸຍ.

ເຈົ່າ 1 (ວ.) ນັ່ງເຫງົາ, ຄົນມີລັກສະນະນັ່ງເໝືອນນົກເຈົ່າ ເອີ້ນ ນັ່ງເຈົ່າ.

ເຈົ່າ 2 (ວ.) ດັກຢູ່, ລີ້ຢູ່ ເຄື່ອງເອົາປາ ຫຼື ລອບເຊິ່ງໃສ່ດັກໄວ້ຕາມໜອງ ບ່ອນບໍ່ມີ ນໍ້າໄຫຼເອີ້ນ ລອບເຈົ່າ.

ເຈົ້າ 1 (ສ.) ມຶງ, ສູ, ເປັນຄຳແທນຊື່ຂອງ ຜູ້ເວົ້ານໍາ.

ເຈົ້າ 2 (ນ.) ພະເຈົ້າແຜ່ນດິນ ແລະ ພະບໍລົມວົງສານຸວົງ, ຜູ້ເປັນໃຫຍ່, ຜູ້ເປັນຫົວ ໜ້າ, ຜູ້ປົກຄອງ. ຜູ້ມີອໍານາດທີ່ຈະດົນບັນດານ ໃຫ້ໃຜເປັນອັນໃດກໍ່ໄດ້ ເອີ້ນເຈົ້າ ໃນສະໄໝບູຮານ.

ຈັກ 1. ເປັນຄຳປະກອບກິລິຍາ ບອກອະນາຄົດຕະການ ດັ່ງຈັກກິນ, ຈັກຢູ່, ຈັກໄປ, ຈັກມາ… ເຊິ່ງໝາຍຄວາມຢ່າງດຽວກັນ “ຈະ” ແຕ່ໜັກກວ່າຈະ.

ຈັກ 2 (ວ.) ແຈ້ງ, ຄັກ, ແທ້.

ຈັກ 3 (ກ.) ຮູ້, ຊາບ, ຈໍາໄດ້ ເຊັ່ນ ຈໍາໄດ້ ເອີ້ນ ຮູ້ຈັກ ຮູ້ແຈ້ງ ເອີ້ນຮູ້ຈັກ, ຊາບ ເອີ້ນຮູ້ຈັກ. ຮູ້ຄັກ ເອີ້ນຮູ້ຈັກ, ເປັນຄຳບອກປະຕິເສດ ຫຼື ສົງໄສ ເຊັ່ນ ຮູ້ບໍ່ແຈ້ງ ເອີ້ນ ບໍ່ຮູ້ຈັກ, ບໍ່ຮູ້ຄັກ, ບໍ່ຮູ້ຈັກຄັກ.

ຈັກ 4 (ກ.) ເອົາມີດ ຫຼື ພ້າ ຜ່າໄມ້ໄຜ່ ຫຼື ຫວາຍ ອອກເປັນຕອກ ຫຼື ເປັນເສັ້ນບາງໆ ເອີ້ນຈັກຕອກ ເຊັ່ນ ຈັກຕອກຫວດ ຈັກຕອກກະຕ່າ ຈັກຕອກກະບຸງ ຈັກຕອກລອບ ຈັກຕອກໄຊ.

ຈັກ 5 (ນ.) ອາວຸດເປັນຮູບວົງມົນ ແລະ ມີແຂ້ວ ດັ່ງແຂ້ວເລື່ອຍ, ກົງລົດ, ກົດກວຽນ ຫຼື ສິ່ງທີ່ມີລັກສະນະ ເປັນວົງກົມ ເອີ້ນ ຈັກ, ເຂດແດນທີ່ໃຊ້ອໍານາດ ປົກຄອງ ເອີ້ນ ອານາຈັກ, ເຂດແດນທີ່ໃຊ້ທໍາມະປົກຄອງ ເອີ້ນ ທໍາມະຈັກ ຫຼື ພຸດທະຈັກ.

ຈັກ 6 (ນ.) (ປ.) ເຄື່ອງຍົນ, ເຄື່ອງລົດ, ເຄື່ອງເຮືອ ເອີ້ນຈັນ.

ຈັກ 7 (ນ.) ຕີນກວຽນ ຫຼື ຕີນລົດ (ຕີນລົດແຫ່ງພະອາທິດ ແຫ່ງເວລາ) ວົງມົນ, ແວວຫາງນົກຍູງ, ຮອບປີ, ໝູ່, ພວກ ຈໍານວນທັງໝົດ, ໝູ່ບ້ານ, ຕີນລາຊະລົດ ອັນຫັນໄປອ້ອມ, ລາຊະອານາເຂດທີ່ ເອີ້ນວ່າ ລາຊະອານາຈັກ, ເຂດແດນ, ແຄວ້ນ.

ຈັກຈັ່ນ (ນ.) ຊື່ແມງແນວໜຶ່ງ ປີກເປັນເຈ້ຍບາງໆ ແລະ ອາໄສຈັບຢູ່ຕາມຕົ້ນໄມ້ ແລະ ຮ້ອງໃນລະດູແລ້ງ ລະຫວ່າງ ເດືອນ ສີ່ ເດືອນ ຫ້າ ເອີ້ນ ແມງຈັກຈັ່ນ.

ແຈກ (ກ.) ແບ່ງ, ປັນ, ໃຫ້, ຈ່າຍ, ແບ່ງສິ່ງຂອງໃຫ້ແກ່ຍາດພີ່ນ້ອງ ເອີ້ນແຈກ.

ແຈກເຂົ້າ (ນ.) ການເຮັດທານຫາຄົນຕາຍ ເອີ້ນແຈກເຂົ້າ.

ໂຈກ 1 (ນ.) ຈອກຕັກນໍ້າ, ກະໂບກຕັກນໍ້າ ເອີ້ນ ໂຈກ ເຮັດດ້ວຍໄມ້ໄຜ່ ເອີ້ນ ໂຈກໄມ້ໄຜ, ເຮັດດ້ວຍແກ້ວ ເອີ້ນ ໂຈກແກ້ວ ແຕ່ໃຫຍ່ກວ່າຈອກ.

ໂຈກ 2 (ນ.) ຊື່ປາເກັດແນວໜຶ່ງ ຄ້າຍປາຈອກ ແຕ່ໂຕໃຫຍ່ກວ່າ ເອີ້ນ ປາໂຈກ.

ໂຈກ 3 (ນ.) ຫົວໜ້າ, ຫົວໂປ່, ຜູ້ເປັນໃຫຍ່, ຄົນຜູ້ເປັນຫົວໜ້າ ເອີ້ນ ໂຈກ ຫຼື ຫົວໂຈກ.

ໂຈກ 4 (ວ.) ທີ່ຫຼັງ, ຫຼັງສຸດ, ຫຼ້າສຸດ, ທີລຸນໝູ່ ໃຊ້ສໍາລັບ ຫຼິ້ນການພະນັນ, ຜູ້ໃດມີສິດຫຼິ້ນລຸນໝູ່ ເອີ້ນ ໂຈກ ຫຼື ທີ່ໂຈກ.

ຈອກ (ວ.) ສຽງດັງຢ່າງນັ້ນ ເຊັ່ນ ສຽງນໍ້າໄຫຼຄ່ອຍໆ ຈາກທີ່ສູງດັງຈອກ ຫຼື ສຽງ ຖອກນໍ້າ ຈາກກະບອກນ້ອຍໆ ດັງຈອກ, ຖ້າກະໂບກໃຫຍ່ ດັງໂຈກ.

ຈອກ 2 (ນ.) ຊື່ນົກແນວໜຶ່ງ ຕົວນ້ອຍໆ ມັກເຮັດຮັງຢູ່ຕາມເລົ້າ ແລະ ເຮືອນຄົນ ເອີ້ນນົກຈອກ.

ຈອກ 3 (ນ.) ຊື່ໝາປ່າແນວໜຶ່ງ ຂົນຍາວ ຫາງເປັນພົ້ວ ເອີ້ນ ໝາຈອກ, ໝາຈິກຈອກ.

ຈອກ 4. ຊື່ປາແນວໜຶ່ງ ມີເກັດປາກແຫຼມ ຄ້າຍຄືປາໂຈກ ແຕ່ຕົວນ້ອຍກວ່າປາ ໂຈກ ເອີ້ນປາຈອກ.

ຈອກໆ (ວ.) ສຽງດັງຢ່າງນັ້ນ ເຊັ່ນ ສຽງງົວຍ່ຽວດັງຈອກໆ ຫຼື ນໍ້າໄຫຼຈາກກະ ບອກນ້ອຍໆ ດັງຈອກໆ.

ຈິງ 1 (ວ.) ແມ່ນ, ແທ້, ບໍ່ເປັນຢ່າງອື່ນ ເອີ້ນ ຈິງ.

ຈິງ 2 (ນ.) ຊື່ໝາກແຕງແນວໜຶ່ງ ໜ່ວຍມົນມັກປູກຕາມໄຮ່ຕາມສວນ ເອີ້ນໝາກແຕງຈິງ.

ຈອງ 1 (ນ.) ພາຊະນະສໍາລັບຕັກອາຫານ ເຮັດດ້ວຍກະໂປະໝາກພ້າວ ຫຼື ໂລຫະກໍ່ໄດ້ ມີດ້າມ ສໍາລັບຈັບ ເອີ້ນ ຈອງ.

ຈອງ 2 (ນ.) ຊື່ພັນໄມ້ແນວໜຶ່ງ ມີສອງຊະນິດ, ຊະນິດໜຶ່ງໜ່ວຍຄ້າຍໝາກທັນ ບາດສຸກແຫ້ງແລ້ວ ເອົາມາແຊ່ນໍ້າມັນຈະບານອອກ ແລ້ວເອົາມາເຮັດອາຫານ ຄາວຫວານໄດ້, ຊະນິດທີສອງ ໜ່ວຍໃຫຍ່ຄ້າຍໝາກໂປມ ຍາມສຸກມີລົດຫວານ, ເປັນໝາກໄມ້ເສດຖະກິດ ສ່ວນຫຼາຍມີຢູ່ທາງແຂວງຊຽງຂວາງ.

ຈອງ 3 (ວ.) ຄົດ, ງໍ, ແຂນທີ່ງໍ ເອີ້ນແຂນຈອງ ຂາທີ່ງໍ ເອີ້ນຂາຈອງ.

ຈອງ 4 (ກ.) ກໍານົດ, ໝາຍ, ຫວງ, ໝາຍເອົາ, ຖືກໍາມະສິດ ເຊັ່ນ ຈອງໄຮ່, ຈອງນາ, ຈອງປ່າ, ຈອງສວນ.

ຈອງຫອງ (ວ.) ຖືຕົວ, ດື້, ຫົວດື້.

ຈ້ອງ 1 (ນ.) ຄັນຮົ່ມຜ້າ, ຄັນຮົ່ມກັນແດດ ເຮັດດ້ວຍຜ້າ ເອີ້ນ ຈ້ອງ, ຄັນຈ້ອງ.

ຈ້ອງ 2 (ກ.) ມອງເບິ່ງ, ຕັ້ງເບິ່ງ, ຄອຍເບິ່ງ, ເບິ່ງຢ່າງບໍ່ພັບຕາ.

ເຈືອງ (ນ.) ຈອມ, ເຈົ້າຄຜູ້ເປັນຍອດເປັນຈອມ, ຜູ້ໃຫຍ່ສູງສຸດ, ຜູ້ເປັນເອກ, ຍອດຢ້ຽມ.

ຈ່າຍ (ກ.) ແຈກ, ແບ່ງ, ໃຊ້, ເອົາອອກ, ສະແດງ, ເວົ້າ ເຊັ່ນ ຈ່າຍກາບເຊີ້ງ, ຈ່າຍຜະຫຍາ ຫຼື ການໃຫ້ສິ່ງຂອງແກ່ຜູ້ຊີ້ ເອີ້ນຈ່າຍ, ເອົາເງິນໃຫ້ແກ່ຜູ້ຂາຍ ເອີ້ນ ຈ່າຍ.

ຈຸດໝາຍ (ນ.) ຈຸດ ຫຼື ເປົ້າໝາຍທີ່ຕ້ອງພະຍາຍາມໄປໃຫ້ເຖິງຈຸດທີ່ຕັ້ງໃຈ ຈະໃຫ້ບັນລຸຜົນ.

ໂຈດ 1 (ນ.) ຊື່ດໄມ້ໄຜ່ແນວໜຶ່ງ ໃນຈໍາພວກໄມ້ປ່ອງ ແຕ່ລໍານ້ອຍ ແລະ ແຂງ ໜໍ່ເຮັດເປັນອາຫານໄດ້ ເອີ້ນໄມ້ໂຈດ ລໍາແກ່ ເອົາມາເຮັດໄມ້ຕາດ ກວາດກາງບ້ານ ຫຼື ເດີ່ນວັດໄດ້ດີ.

ໂຈດ 2 (ກ.) ເລົ່າລື, ເລື່ອງທີ່ເລົ່າລືກັນ ເອີ້ນໂຈດ ໂຈດຂານ.

ໂຈດ 3 (ກ.) (ປ.) ຖາມ, ຟ້ອງ, ເຕືອນ, ທ້ວງ.

ໂຈດ 4 (ນ.) (ປ.) ຜູ້ກ່າວຫາ, ຜູ້ຟ້ອງ, ຄົນຜູ້ຟ້ອງ ເອີ້ນ ໂຈດ, ຜູ້ຖືກຟ້ອງ ເອີ້ນ ຈໍາເລີຍ.

ຈັດຕະວາ 1 (ນ.) (ສ.) ວັນນະຍຸດຕົວທີ່ 4 ມີເຄື່ອງໝາຍຕີນກາຮູບ + ນີ້ ເປັນເຄື່ອງ ຜັນສຽງ.

ຈັດຕະວາ 2 (ວ.) ສີ່.

ຈິດຕະກອນ (ນ.) (ປ.) ຊ່າງແຕ້ມຮູບ, ຊ່າງວາດພາບ.

ຈິດຕະສາດ (ນ.) (ສ.) ວິຊາວ່າດ້ວຍຈິດ, ວິທະຍາສາດຂະແໜງໜຶ່ງ ວ່າດ້ວຍປາກົດການ ພຶດຕິກໍາ ແລະ ຂະບວນການຂອງຈິດ.

ຈັນ 1 (ນ.) (ປ.) ໜ່ວຍເດືອນ, ດວງເດືອນ, ເດືອນອີ່ເກີ້ງ, ໃນຕໍາລາດາວນົບພະເຄາະ ນັບເປັນດາວໜ່ວຍທີ່ສອງ ເອີ້ນວ່າພະຈັນ, ຊື່ວັນທີ່ສອງແຫ່ງວັນທັງເຈັດ ເອີ້ນວ່າ ວັນຈັນ.

ຈັນ 2 (ນ.) ແວດຫາງນົກຍູງ, ກາລະບູນນໍ້າ.

ຈັນ 3 (ນ.) (ປ.) ນໍ້າ​​ເຫຼົ້າ, ​​ເຫຼົ້າ, ລາຊະສັບວ່າ ນໍ້າຈັນ ແປວ່າ ນໍ້າຮ້າຍ ກິນແລ້ວຮ້າຍເລີຍ ເອີ້ນ ນໍ້າຈັນ.

ຈັນ 4 (ນ.) ຊື່ໄມ້ຕົ້ນຈໍາພວກໜຶ່ງ ຢູ່ໃນຈໍາພວກຕົ້ນໝາກພັບ ແລະ ຕົ້ນໝາກ ໂກພຸ່ມໃບງາມ ເອີ້ນຕົ້ນຈັນ.

ຈັນ 5 (ນ.) (ປ.) ຊື່ນະຄອນຫຼວງ ຂອງປະເທດລາວ ເອີ້ນວ່າ ວຽງຈັນ.

ຈັນ 6 (ນ.) (ປ.) ເປັນໄມ້ມິດອກ ແລະ ໝາກ, ດອກ ແລະ ແກ່ນຫອມກໍ່ມີ, ຈັນ ມີຫຼາຍແນວ.

ຈັນທະຄາດ 1 (ນ.) ຊື່ແກ້ວຫີນແນວໜຶ່ງ ສີດໍາຄືນິນ ແຕ່ທາງນອກເປັນຕຸ່ມໆ ບໍ່ກ້ຽງ ເອີ້ນແກ້ວຈັນທະຄາດ ບູຮານຖືວ່າ ເປັນ ແກ້ວຄູນເຮືອນ.

ຈານ 1 (ນ.) ເຫຼັກແຫຼມ ຫຼື ເຂັມ ຕອກເຂົ້າໃນໄມ້ແກ່ ເຊິ່ງເຮັດເໝືອນ ດ້າມປາກກາ ເອົາໄປຝົນໃຫ້ແຫຼມທີ່ສຸດ ໃຊ້ສໍາລັບຂຽນ ໜັງສືໃບລານ ເອີ້ນເຫຼັກຈານ.

ຈານ 2 (ກ.) ການຂຽນໜັງສືໃສ່ໃບລານ ດ້ວຍເຫຼັກຈານ ເອີ້ນ ຈານໜັງສື.

ຈານ 3 (ກ.) ການຂຽນໜັງສືໃສ່ໃບລານດ້ວຍເຫຼັກຈານ ເອີ້ນຈານໜັງສື.

ຈານ 4. ຊື່ພັນໄມ້ແນວໜຶ່ງ ດອກສີແດງງາມ ໃບມົນໃຫຍ່, ດອກມັກບານຍາມເດືອນສາມ ຕໍ່ເດືອນສີ່, ມີສອງຊະນິດ ຄືຈານຕົ້ນ ແລະ ຈານເຄືອ, ຈານເຄືອກ້ຽວຕົ້ນໄມ້ ວຽນຂຶ້ນທາງຊ້າຍ ສະເໝີ ບໍ່ວຽນຂຶ້ນທາງຂວາ.

ຈານ 5 (ກ.) ເຈືອດ້ວຍນໍ້າ, ປົນດ້ວຍນໍ້າ, ປົນນໍ້າ ເຊັ່ນ ເອົາເຂົ້າສຸກ ເຈືອດ້ວຍນໍ້າ ເອີ້ນເຂົ້າຈານນໍ້າ, ປົນນໍ້າແກງ ເອີ້ນ ເຂົ້າຈານແກງ, ປົນນໍ້າປາແດກ ເອີ້ນຈານປາ ແດກ.

ຈານ 6 (ນ.) ພາຊະນະສໍາລັບໃສ່ອາຫານ ມີຮູບແບນ ເອີ້ນຈານ.

ຈິນດາ (ນ.) (ປ.) ຄວາມຄຶດ, ຄວາມເອົາໃຈໃສ່.

ຈິນຕະນາການ (ນ.) (ປ.) ອາການຄຶດ, ຄວາມຄຶດ, ແນວຄິດ.

ຈີນ (ນ.) ຊື່ປະເທດ ແລະ ຊົນຊາດໜຶ່ງ ຢູ່ທາງທິດເໜືອ ປະເທດລາວ ເປັນປະເທດໃຫຍ່ ແລະ ມີພົນລະເມືອງຫຼາຍ ທີ່ສຸດໃນໂລກ ເອີ້ນ ປະເທດຈີນ, ຄົນຈີນ ເຈັ໊ກ.

ຈົນ 1 (ວ.) ທຸກຍາກ, ໄຮ້ສົມບັດ, ໝົດຫົນທາງ, ຄາ, ໄປບໍ່ໄດ້, ຄົນໝົດທາງໄປ ເອີ້ນ ຈົນຕາແຈ, ຄົນທຸກຍາກໄຮ້ຊັບສົມບັດ ເອີ້ນ ຄົນຈົນ.

ຈົນ 2 (ວ.) ໃກ້, ຈໍ້, ສັ້ນ, ຄົນຄໍສັ້ນ ເອີ້ນ ຄົນຄໍຈົນ.

ຈົນ 3 (ກ.) ຍອມຈໍານົນ, ຈົນແຕ້ມ, ຫຼິ້ນການພະນັນຍອມຈໍານົນ ເອີ້ນ ຈົນ.

ຈົນ 4 (ສັນ.) ເຖິງ, ຕາບ, ເທົ່າ, ຮອດ ເປັນຄຳ ຕໍ່ປະໂຫຍກ ເຊັ່ນ “ໄປຈົນຮອດ ເຮັດຈົນແລ້ວ, ຈົນເຖິງ, ຈົນກະທັ່ງ, ເຮັດວຽກໝົດມື້ ເອີ້ນເຮັດຈົນຄ່ຳ.

ໂຈນ 1 (ນ.) (ປ. ສ.) ຜູ້ຂີ້ລັກ, ຜູ້ເປັນຂະໂມຍ, ຜູ້ປຸ້ນ, ຜູ້ຮ້າຍ, ຄົນຂີ້ລັກ.

ໂຈນ 2 (ນ.) (ປ.) ຜ້າເລັກຜ້ານ້ອຍທີ່ພິກຂຸໄດ້ມາ ແລະ ໃຊ້ເປັນຜ້ານຸ່ງຫົ່ມບໍ່ໄດ້ ເອີ້ນ ຜ້າປະລິຂານໂຈນ.

ຈອນ 1 (ກ.) (ປ.) ໄປ, ທ່ຽວໄປ.

ຈອນ 2 (ວ.) ພັດພອຍ, ສະພັດສະພອນ.

ຈອນ 3 (ນ.) ເຄື່ອງໃສ່ຫູ ຫຼື ປະດັບຫູ ເອີ້ນ ຈອນ, ມີສອງຊະນິດທີ່ມີຍອຍ ແລະ ບໍ່ມີຍອຍ.

ຈອນ 4 (ນ.) ເສັ້ນເລືອດທີ່ເຕັ້ນຢູ່ໃນຮ່າງກາຍ ເອີ້ນ ຈອນ ຊີບພະຈອນ.

ຈວນ 1 (ນ.) ຕ້າຍໄມ້ລຽນລໍາ, ຮົ້ວທີ່ລ້ອມດ້ວຍໄມ້ແກ່ລຽງລໍາ ເອີ້ນຈວນ, ຄ້າຍ, ທັບກໍ່ແມ່ນ.

ຈວນ 2 (ນ.). ທີ່ຢູ່ຂອງເຈົ້າເມືອງ ເອີ້ນ ຈວນເຈົ້າເມືອງ.

ຈວນ 3 (ວ.) ເກືອບ, ໃກ້ດ ແທບ ເຊັ່ນເວລາໃກ້ຈະແຈ້ງ ເອີ້ນ ຈວນແຈ້ງ, ເວລາໃກ້ຈະຄອດ ເອີ້ນຈວນຄອດ ໃຫ້ຈະຕາຍ ເອີ້ນຈວນຕາຍ.

ຈວນ 4 (ກ.) ພົບເຫັນ ເອີ້ນຈວນພໍ້.

ຈັບ (ກ.) ເອົາມືບາຍ ຫຼື ກໍາສິ່ງໃດສິ່ງໜຶ່ງ ໄວ້ເກາະ, ຕິດ, ຄຸມ, ຖື, ຍຶດໄດ້.

ຈິບ 1 (ນ.) ຊື່ນົກຕົວນ້ອຍໆ ນ້ອຍກວ່ານົກຈາບຮ້ອງຈິບໆ ເອີ້ນ ນົກຈິບ, ນົກກະຈິ.

ຈິບ 2 (ນ.) ເຄື່ອງຫ້າງເອົາປາແນວໜຶ່ງ ເຮັດຂວາງແມ່ນໍ້າ ບ່ອນນໍ້າໄຫຼ ຄ້າຍຄື ຕ້ອນ ມີຫ້າງສໍາລັບນັ່ງດັກປາ ເວລານັ່ງດັກ ໃຫ້ຍາມ ມືຄືນ ເອີ້ນຢູ່ຈິບ.

ຈິບ 3 (ກ.) ເອົາລິ້ນຊີມ, ດູດເທື່ອລະນ້ອຍ ເອີ້ນ ຈິບ ເຊັ່ນ ດື່ມນໍ້າເທື່ອລະໜ້ອຍ ເອີ້ນຈິບ​​ເຫຼົ້າ.

ຈິບ 4 (ວ.) ຮອບ, ຈໍາ ເຊັ່ນ ຕອກໃຫ້ຈໍາ ເອີ້ນ ຕອກໃຫ້ຈິບ, ລ້ອມຮົ້ວຮອບ ເອີ້ນ ລ້ອມຈິບ, ຝູງຄົນອັ່ງອໍຫຼວງຫຼາຍ ​ແໜ້ນອື້ຕື້ໄປໝົດ ເອີ້ນ​ແໜ້ນຈິບ.

ຈຸບ 1 (ກ.) ຄົບ, ຖ້ວນ, ພໍ, ຈັບ, ຈັບມື ເອີ້ນ ຈຸບມື ຂາຍຂອງໄດ້ລາຄາທໍ່ຊື້ມາ ເອີ້ນ ຈຸບທຶນ.

ຈຸບຸ (ວ.) ງາມ, ເຕັມ, ພີ, ລັກສະນະສວດອອກເຊັ່ນ ຄົນໜ້າງາມ ເອີ້ນ ໜ້າງາມ ຈຸບຸ ຄົນໜ້າເຕັມ ເອີ້ນໜ້າເຕັມຈຸບຸ.

ຈຸບ 2 (ກ.) ຍ້ອມ, ຊຸບດ ຊຸບ ຫຼື ຍ້ອມ ເອີ້ນ ຈຸບ ເຊັ່ນຍ້ອມຄາມ ເອີ້ນ ຈຸບຄາມ, ຍ້ອມຄັ່ງ ເອີ້ນ ຈຸບຄັ່ງ, ຍ້ອມໝາກເກືອ ເອີ້ນ ຈຸບໝາກເກືອ, ຍ້ອມເຂ ເອີ້ນ ຈຸບເຂ, ຍ້ອມດັ່ງ ເອີ້ນ ອຸບດັ່ງ.

ຈູບ 1. (ນ.) ຊື່ຫອຍແນວໜຶ່ງ ໜ່ວຍນ້ອຍກົ້ນແຫຼມມີຕາມຫ້ວຍໜອງ ເອີ້ນຫອຍຈູບ ບາງທ້ອງຖິ່ນ ເອີ້ນຫອຍຂົມ.

ຈູບ 2 (ກ.) ດຶງ, ດູດ, ເຊັ່ນ ເວລາປ່ອຍວ່າວ ລົມຈະດູດເອົາວ່າວ ເອີ້ນ ລົມຈູບວ່າວ ຫຼື ວ່າວຈູບລົມ.

ຈູບ 3.  ເອົາປາກດູດສິ່ງໃດສິ່ງໜຶ່ງ ຫຼື ດົມດ້ວຍຄວາມຮັກ ເອີ້ນ ຈູບ, ຈູບຊົມ ດົມຂະໝ່ອມ.

ຈົບ 1 (ນ.) ຮອບ, ຄາວ, ຄັ້ງ ເຊັ່ນ ຫຼິ້ນລໍາເລື່ອງ ຫຼື ລະຄອນຮອບໜຶ່ງ ເອີ້ນ ຈົບໜຶ່ງ.

ຈົບ 2 (ວ.) ດີ, ງາມ, ຄົນຮ່າງກາຍດໍາ ແຕ່ໃຈດີ ເອີ້ນຄົນຈົບ, ຄົນຈົບ ກັບຄົນງາມຕ່າງກັນ ຄົນຈົບ ຄືຄົນປະພຶດດີ ຄົນງາມ ຄືຄົນຮູບຮ່າງຈົບງາມ.

ຈາມ 1.(ນ)  ຊື່ຊົນຊາດແຂກເຜົ່າໜຶ່ງ ເຄີຍຢູ່ໃນດິນແດນພາກໃຕ້ຂອງລາວ ແລະ ຫວຽດນາມ, ທຸກວັນນີ້ກໍ່ຍັງ ພົບເຫັນຢູ່ ເອີ້ນ ພວກຈາມ.

ຈາມ 2 (ກ.) ອາການທີ່ລົມທັ່ງອອກທາງປາກ ຫຼື ດັງໃນເວລາຖືກກິ່ນຂົ້ວໝາກ ເຜັດແຫ້ງ ຫຼື ເປັນຫວັດ ເອີ້ນ ຈາມ.

ຈີມ (ກ.) ແຊມລົງໃຫ້​ແໜ້ນ, ສຽບແປະເຂົ້າໃຫ້​ແໜ້ນ, ແຫຍ້, ແຊມ, ​ແໜ້ນອັ່ງ, ຄັບຄັ່ງ, ອັ່ງອໍ ເຊັ່ນຄົນຢືນຈີມກັນຢູ່.

ຈຸ້ມ (ນ.) ພວກ, ໝູ່, ໂຄດວົງ ພວກທີ່ເກີດຈາກ ເຊື້ອສາຍດຽວກັນ ຂອງທີ່ໂຮມ ກັນຢູ່ເປັນໝວດເປັນໝູ່, ຈຸ້ມເຈື້ອ.

ຈູມ 1 (ນ.) ສ່ວນທີ່ນູນຂຶ້ນໃນຕອນກາງຂອງຄ້ອງ ເອີ້ນ ຈູມຄ້ອງ.

ຈູມ 2 (ວ.) ບໍ່ບານ, ດອກໄມ້ທີ່ບໍ່ທັນບານ ເອີ້ນ ດອກໄມ້ຈູມ.

ຈົມ (ວ.) ແຈບ, ຄັກແນ່.

ຈົມກົມ 1 (ນ.) ກົມມະລຽນ ອ້ອມຜາສາດ, ອ້ອມສາລາ, ອ້ອມສິມ ຫຼື ທາດ, ກໍາແພງແກ້ວ, ລູກຕິ່ງ ອ້ອມຜາສາດ.

ຈົມກົມ 2 (ນ.) ການເດີນໄປມາຂອງພະພິກຂຸ ຜູ້ເຂົ້າກໍາມະຖານ ໃນເວລານັ່ງມາ ເຫິງແລ້ວ ເພື່ອປ່ຽນອິລິຍາບົດ.

ຈອມ (ນ.) ຍອດ, ປາຍ, ທີ່ສູງສຸດ ຜູ້ເປັນໃຫຍ່, ຜູ້ເປັນຫົວໜ້າ ຜູ້ມີອໍານາດສູງ, ຜູ້ມີສິນ ທໍາປະຈໍາໃຈສູງ.

ຈອມຂວັນ 1 (ນ.) ຍິງທີ່ຮັກສຸດໃຈ ເອີ້ນ ຈອມຂວັນ.

ຈອມຂວັນ 2 (ນ.) ຜົມບ່ອນທີ່ວຽນເປັນກົ້ນຫອຍ ຢູ່ເທິງຫົວ ເອີ້ນ ຈອມຂວັນ.

ຈ່ອມ 1 (ນ.) ອາຫານແນວໜຶ່ງເຮັດດ້ວຍກຸ້ງ ຫຼື ປາຊິວ ເອົາເກືອເອືອບໄວ້ ເວລາຈະກິນ ຈິ່ງເອົາເຄື່ອງແປງ ຄືໝາກເຜັດ ຂີງ ຜັກທຽມ ເຂົ້າຂົ້ວ ສີໄຄ ມາໃສ່ ເອີ້ນ ສົ້ມປາຈ່ອມ, ສົ້ມປານ້ອຍ ແຕ່ບາງທ້ອງຖິ່ນ ເອີ້ນ ປາເຄັມ.

ຈ່ອມ 2. (ກ.) ຈຸ່ມໄວ້, ຈົມໄວ້, ເອົາເບັດສຽບເຫຍື່ອແລ້ວຈຸ່ມໄວ້ ເພື່ອໃຫ້ປາມາກິນເບັດ ເອີ້ນ ຈ່ອມເບັດ.

ຈຸນລະທັດ (ນ.) (ປ.) ກອງຂະຫຍາຍເບິ່ງຂອງນ້ອຍໆ ໃຫ້ເຫັນເປັນຂອງໃຫຍ່.

ຈາວ 1 (ນ.) ສິ່ງທີ່ພາໃຫ້ເກີດໜໍ່ອັນປົ່ງຢູ່ໃນໝາກໄມ້ ດັ່ງຈາວໝາກພ້າວ, ຈາວໝາກຕານ.

ຈາວ 2 (ວ.) ເສຍ, ບໍ່ມີລົດຊາດ ເຊັ່ນ ອ້ອຍເສຍຄຸນ ເອີ້ນອ້ອຍຈາວ ໝາກແຕງ ເສຍຄຸນ ເອີ້ນໝາກແຕງຈາວ.

ຈາວ 3 (ກ.) ກໍາລັງຈະບານ, ພວມຈະບານ ເຊັ່ນ ດອກໄມ້ພວມຈະບານ ເອີ້ນ ດອກໄມ້ພວມຈາວ, ຜູ້ຍິງທີ່ກໍາລັງຈະເປັນສາວ ຂຶ້ນໃໝ່ ເອີ້ນ ສາວຈີຈາວຈໍ່.

ຈາວ 4 (ກ.) ການຫຼິ້ນການພະນັນ ເຊັ່ນ ຫຼິ້ນໄພ້ ເມື່ອແຕ້ມທໍ່ກັນ ເອີ້ນຈາວ ກັນ, ບໍ່ໄດ້ບໍ່ເສຍ.

ແຈ່ວ (ນ.) ຊື່ອາຫານຢ່າງໜຶ່ງ ເຮັດດ້ວຍໝາກເຜັດປົ່ນ ປະສົມນໍ້າປາ ຫຼື ເກືອ ຫຼື ປາແດກ ເອີ້ນ ແຈ່ວ.

ຈວາດ (ກ.) ເຮັດໃຫ້ຕື່ນດ້ວຍສຽງ ເອີ້ນ ຈວາດຈາດ.