ສ. ສະ 1 (ກ.) ຫວິດ​ນໍ້າ, ຕັກ​ນໍ້າອອກ​ແຕ່​ບ່ອນ​ໃດ ບ່ອນ​ໜຶ່ງ​ໃຫ້​ບົກ ​ເຊັ່ນ ​ສະ​ປາ.

ສະ 2 (ກ.) ຊໍາລະ, ລ້າງ​ໃຫ້​ສະອາດ, ລ້າງຜົມ​ໃຫ້​ສະອາດ ຮຽກ​ສະ​ຜົມ

ສະ 3 (ກ.) ຍົກ​ໃຫ້, ທານ​ໃຫ້, ສະຫະ, ປະ​ວາງ, ບໍ່​ຫວງ​ແຫນ.

ສະ 4 (ນ.) (ປ.) ບວກ, ໜອງ ທີ່​ຄົນ​ຂຸດ​ໄວ້​ສໍາລັບ​ໃຊ້​ນໍ້າ, ລອຍ​ນໍ້າ ​ແລະ ສໍາລັບ​ການ​ແຂ່ງຂັນ​ກິລາລອຍນໍ້າ.

ສະກັດ 1 (ກ.) ກັ້ນກາງ, ຕັນ, ຂັດຂວາງ, ປິດ​ລ້ອມ ​ເຊັ່ນ: ລີ້​ສະກັດ ລັດ​ທາງ, ຕົກ​ສະກັດ ອ້ອມ​ສັດຕູ, ສະກັດ​ຂ້າ​ເສິກ, ສະກັດ​ຈັບ, ສະກັດ​ທາງ, ສະກັດ​ໜ້າ.

ສະກັດ 2 (ກ.) ຕັດ, ​ເຈາະ ຫຼື ສິ່ວວັດຖຸ​ເນື້ອ​ແຂງ​ຕ່າງໆ ​ເຊັ່ນ: ສະກັດ​ໄມ້, ສະກັດ​ຫີນ, ສະກັດ​ເຫຼັກ.

ສະກົດ 1 (ກ.) ຂົ່ມ​ໄວ້ ບັງຄັບ​ໄວ້​ດ້ວຍ​ອໍານາດ​ຈິດຕານຸພາບ ຫຼື ມົນ, ລັດ​ເບິ່ງ​ນໍາ​ໄປ​ເບິ່ງ​ໃກ້ໆ ​ແຕ່​ບໍ່​ໃຫ້​ເຫັນ​ຕົວ ດັ່ງ​ສະກົດ​ຮອຍ​ຕາມ ຂະ​ໂມ​ຍລັກຄວາຍ.

ສະກົດ 2 (ກ.) ​ເອົາ​ພະຍັນຊະນະ​ປະກອບ​ເຂົ້າທ້າຍ​ພະຍາງ ສໍາລັບ​ໃຫ້​ບັງຄັບ​ສະຫຼະ​ທີ່​ຢູ່​ທາງ​ໜ້າ ຕົວ​ພະຍັນຊະນະ​ທີ່ຢູ່​ທາງ ຫຼັງ​ນີ້ ​ເອີ້ນ​ຕົວ​ສະກົດ.

ສະດວກ (ວ.) ບໍ່​ຂັດຂ້ອງ, ບໍ່​ມີ​ສິ່ງ​ກີດຂວາງ

ສະດຸ້ງ 1 (ນ.) ​ເຄື່ອງມື​ຫາ​ປາ ສານ​ດ້ວຍ​ເສັ້ນປ່ານ ຫຼື ​ເສັ້ນນິລົງ ​ເປັນ​ຮູບ​ສີ່​ແຈ ມີ​ຂາ​ສຸບ​ໃສ່​ທັງ​ສີ່​ແຈ ​ແລະ ມີ​ຄັນ​ສໍາລັບ​ຍົກ.

ສະດຸ້ງ 2 (ກ.) ຕື່ນ, ຕົກ​ໃຈ, ຕື່ນ​ຕົກ​ໃຈ​ໝົດ​ແຮງ.

ສະເດັດ 1 (ກ.) ​ໄປ, ຍ້າຍ​ຈາກ​ທີ່ ຄໍານີ້​ໃຊ້​ເປັນ​ລາຊາ​ສັບ ສໍາລັບ​ພະ​ເຈົ້າ​ແຜ່ນດິນ, ພະພຸດທະ​ເຈົ້າ.

ສະເດັດ 2 (ກ.) ປັ້ນ ຫຼື ​ເຮັດ​ໃຫ້​ນໍ້າ​ໄຫຼ​ອອກ​ຈົນ​ໝົ​ດບໍ່​ໃຫ້​ຍັງ​ຍ້ອຍ​ຕໍ່​ໄປ​ອີກ, ບໍ່​ມີນໍ້າຄາ​ຢູ່.

ສະເດັດ 3 (ກ.) ​ແລ້ວ, ສໍາ​ເລັດ​ເສັດ​ສິ້ນ

ສະຕະ (ນ.) ຈໍານວນ 100, ສະຕະ​ກະ ໝວດ 100

ສະຕະວັດ (ນ.) (ປ.) ຂວບຮ້ອຍ​ປີ

ສະຕິ (ນ.) (ສ.) ​ເມຍ​ຜູ້​ມີ​ຄວາມ​ບໍລິສຸດ​ສັດ​ຊື່​ຕໍ່​ຜົວ, ​ແມ່ຍິງ, ຜູ້ຍິງ.

ສະແຕມ (ນ.) (ຝ.) ດວງ​ກາ​ໄປສະນີ​ເຊິ່ງມີ​ລາຄາ​ຕ່າງໆ ສໍາລັບ​ຕິດ​ຊອງ​ຈົດໝາຍ​ສົ່ງ ​ໄປມາ​ຫາ​ກັນ.

ສະຖານ (ນ.) (ສ.) ບ່ອນຢູ່, ທີ່​ຕັ້ງ.

ສະຖານີ (ນ.) (ສ.) ບ່ອນ​ຈອດ​ລົດ, ບ່ອນ​ເຮັດ​ການ​ເຊັ່ນ ສະຖານີ​ລົດ​ໄຟ, ສະຖານີ​ລົດ​ສົ່ງ, ສະຖານີ​ວິທະຍຸ​ກະສາຍ​ສຽງ.

ສະຖາປະນາ (ນ.) (ສ.) ການ​ສ້າງຕັ້ງຂຶ້ນ, ການ​ແຕ່ງຕັ້ງ

ສະຖາປະນິກ (ນ.) (ສ.) ວິສະວະກອນ​ອອກ​ແບບ​ກໍ່ສ້າງ​ໃນ​ທາງ​ສະ​ໂປັດຕະຍະ​ກໍາ, ນັກ​ອອກ​ແບບ​ກໍ່ສ້າງ​ເຮືອນ ​ແລະ ສິ່ງ​ກໍ່ສ້າງ​ຕ່າງ​ໆ.

ສະຖິຕິ (ນ.) (ສ.) ຫຼັກ​ຖານ​ຂໍ້​ມູນ​ທີ່​ລວບ​ລວມ​ໄວ້​ເປັນ​ຕົວ​ເລກ​ທາງ​ການ, ຍອດ​ສໍາມະ​ໂນ, ​ຍອດ​ບັນຊີ.

ສະທ້ອນ (ກ.) ອາການ​ເຕັ້ນຂຶ້ນ-ລົງ​ໄວໆ, ​ເຮັດ​ໃຫ້​ເຕັ້ນຂຶ້ນລົງ

ສະໄນ (ນ.) ​ເຄື່ອງ​ເປົ່າ​ຊະນິດ​ໜຶ່ງ​ເຮັດ​ດ້ວຍ​ເຂົາ​ຄວາຍ ​ເຈາະ​ຮູ​ທີ່​ປາຍ​ເຂົາ ​ໃສ່​ລີ້ນ​ເງິນ ຫຼື ລີ້ນ​ທອງ. ສະ​ໄນ​ນີ້​ສຽງ​ດັງ​ມ່ວນ ​ແລະ ດັງ​ໄກ ​ໃຊ້​ເປົ່າ​ໃນ​ເວລາຂີ່​ຊ້າງ ຫຼື ​ກັບ​ມາ​​ແຕ່​ບ່ອນໄປ​ຄ້ອງ​ຊ້າງ

ສະໂນ (ນ.) ຊື່​ພັນ​ໄມ້​ຊະນິດ​ໜຶ່ງ ​ເກີດ​ໃນ​ນໍ້າ ດອກ​ສີ​ເຫຼືອງ ລໍາຕົ້ນ​ເປັນ​ຈາວ ​ແລະ ມີນໍ້າໜັກ​ເບົາ​ຫຼາຍ ​ໃຊ້​ເປັນ​ທອຍ​ເບັດ, ​ປ້ອງ​ກະຊັງ ຫຼື ຂ້ອງ.

ສະນາກ 1 (ນ.) ຊື່​ມີດ​ຊະນິດ​ໜຶ່ງ ມີ​ຂາ​ສອງ​ຂາ ​ໃຊ້​ສໍາລັບ​ໜີບ​ໝາກ, ສີສຽດເອີ້ນມີດ​ສະນາກ.

ສະນາກ 2 (ນ.) ຊື່​ປາ​ຊະນິດ​ໜຶ່ງ ​ເກັດ​ນ້ອຍ​ກ້າງ​ຫຼາຍ ຄາງ​ເຍື້​ນອອກ​ມາ ​ໂຕ​ໃຫຍ່ ​ແລະ ປາກ​ເປັນ​ຮູບ​ຄື​ມີດ​ສະນາກ.

ສະບູ 1 (ນ.) ປືນ​ໃຫຍ່​ແບບ​ບູຮານ

ສະບູ 2 (ນ.) ສິ່ງ​ທີ່​ຜະລິດ​ຂຶ້ນ​ເພື່ອ​ໃຊ້​ຖູ​ຕົນ​ຕົວ​ໃນ​ເວລາ​ອາບນໍ້າ ຫຼື ຊັກ​ຟອກ​ເຄື່ອງນຸ່ງ​ຫົ່ມ, ​ຜ້າ​ແພ ​ໃຫ້​ສະອາດ

ສະບຽງ (ນ.) ​ເຂົ້າຖົງ, ອາຫານ​ທີ່​ທ້ອນ​ແຮ​ໄວ້ ສໍາລັບ​ຍາມ​ຂາດ​ແຄນ, ອາຫານ​ສໍາລັບ​ກິນ​ໃນ​ເວລາ​ເດີນທາງ.

ສະບາຍ (ວ.) (ສ.) ຢູ່ດີມີ​ແຮງ, ​ເຂັ້ມ​ແຂງ, ​​ແຂງ​ແຮງ, ມີ​ຄວາມສຸກ​ສໍາລານ

ສະພາ (ນ.) (ປ.) ທີ່​ປະຊຸມ, ອົງການ ຫຼື ສະຖານ​ທີ່​ປະຊຸມ

ສະພາບ (ນ.) (ປ.) ຄວາມ​ເປັນ​ເອງຕາມ​ທໍາ​ມະ​ຊາດ​ຂອງ​ມັນ, ລັກສະນະ​ໃນ​ຕົວ​ເອງ, ພາວະ, ທໍາ​ມະ​ຊາດ

ສະມາຄົມ 1 (ນ.) (ປ.) ອົງການ​ຈັດຕັ້ງ​ເຕົ້າ​ໂຮມ​ເອົາ​ບຸກຄົນ​ຫຼາຍ​ຄົນ ມາ​ຮ່ວມ​ກັນ ດ້ວຍ​ມີ​ຈຸດປະສົງ ​ເພື່ອ​ປະ​ໂຫຍ​ດບາງ​ປະການ ​ໃຫ້​ແກ່​ກຸ່ມ​ຄົນ ​ແລະ ສັງຄົມ.

ສະມາຄົມ 2 (ນ.) ການ​ປະຊຸມ, ການ​ຄົບ​ຄ້າ​ສະມາຄົມ, ການ​ເຂົ້າຮ່ວມ​ຄະນະ ​ແລະ ພັກ​ພວກ.

ສະມາຊິກ (ນ.) (ປ.) ຜູ້​ມີ​ສິດ ຫຼື ມີ​ສ່ວນ​ຮ່ວມ​ໃນ​ອົງການ ຫຼື ສະມາຄົມ​ຕ່າງ​ໆ

ສະໂມສອນ (ນ.) (ປ.) ບ່ອນ​ປະຊຸມ, ​ໂຮງ​ປະຊຸມ​ການ​ເຕົ້າ​ໂຮມ​ກັນ.

ສະມັດຊາ (ນ.) (ປ.) ການ​ປະຊຸມ​ເພື່ອ​ປະ​ໂຫຍ​ດຢ່າງ​ໃດ​ຢ່າງ​ໜຶ່ງ ​ໂດຍ​ຈໍາ​ເພາະ, ທີ່​ປະຊຸມ.

ສະມັດຖະພາບ (ນ.) (ປ.) ຄວາມ​ສາມາດ​ໃນ​ໜ້າ​ທີ່​ວຽກ​ງານ

ສະຫະ (ວ.) (ປ.) ດ້ວຍ​ກັນ, ພ້ອມ, ຮ່ວມ​ກັນ.

ສະຫະປະຊາຊາດ (ນ.) (ປ.) ອົງການ​ລະຫວ່າງ​ປະ​ເທດ ທີ່​ຖືກ​ສ້າງຕັ້ງຂຶ້ນ ພາຍຫຼັງ​ມະຫາ​ສົງຄາມ​ໂລກ​ຄັ້ງທີ 2 ​ເພື່ອ​ຮ່ວມ​ກັນ​ແກ້​ບັນຫາ​ຫຍຸ້ງຍາກ ທາງ​ເສດຖະກິດ, ສັງຄົມ ວັດທະນະທໍາ ​ແລະ ມະນຸດສະທໍາ.

ສະຫະລັດ (ນ.) (ປ.) ລັດ​ຫຼາຍ​ລັດ​ທີ່​ຮ່ວມ​ກັນ​ເຂົ້າພາຍ​ໃຕ້​ລັດຖະທໍາ​ມະນູນ​ດຽວ​ກັນ ​ໂດຍ​ມີ​ລັດຖະບານ​ກາງ​ເປັນ​ຜູ້​ປົກຄອງ

ສະຫງວນ 1 (ກ.) ຮັກສາ​ໄວ້, ຖະໜອມ​, ຫວງ​ຫ້າມ

ສະຫງວນ 2 (ກ.) ພໍ​ໃຈ, ຊອກ​ຄົ້ນສະຫງວນ​ຫາ ວິຊາ​ຄວາມ​ຮູ້

ສະຫຍາມ (ນ.) ຊື່​ປະ​ເທດ​ໄທ ​ແຕ່​ສະ​ໄໝ​ກ່ອນ

ສະໜອງ 1 (ນ.) ​ເຊືອກ​ຝ້າຍ​ຝັ້ນ ສໍາລັບ​ຮ້ອຍ​ໜັງສື​ໃບ​ລານ ຮຽກ​ສາຍສະໜອງ

ສະໜອງ 2 (ກ.) ຕອບ, ຕອບ​ແທນ

ສະໜັບມື (ນ.) ​ເຄື່ອງ​ສຸບ​ໃສ່​ມື​ທັງ 5 ນິ້ວ ​ເຮັດ​ດ້ວຍ​ເຫຼັກ ຫຼື ທອງ ​ເປັນ​ຕຸ່ມ​​ແຫຼມ​ເພື່ອ​ໃຊ້​ເປັນ​ອາວຸດ​ຕໍ່ສູ້​ປ້ອງ​ກັນ​ຕົວ

ສະເໝີ (ວ.) ທໍ່​ກັນ, ພໍ​ປານ​ກັນ, ຮາ​ບພຽງ, ​ເປັນນິດ, ​ເນື່ອງນິດ, ບໍ່​ຂາດ​ສາຍ.

ສະເໝີພາກ (ວ.) (ປ.) ມີ​ສ່ວນ​ທໍ່​ກັນ, ທໍ່​ທຽມ​ກັນ

ສະເໝີພາບ (ວ.) (ປ.) ມີ​ຄວາມ​ທໍ່​ທຽມ​ກັນ, ຄວາມ​ສະ​​ເໝີ​ກັນ ​ເຊັ່ນ ສະ​​ເໝີ​ພາບ ກັນ​ໃນ​ດ້ານ​ສິດ ​ແລະ ສຽງ.

ສະໝໍລະພູມ (ນ.) (ປ.) ສະໜາມຮົບ.

ສະໝຸດ 1 (ນ.) ປຶ້ມຂຽນ, ປຶ້ມສໍາລັບ​ຂຽນ​ໜັງສື

ສະໝຸດ 2 (ນ.) (ສ. ປ.) ທະ​ເລ​ເລິກ; ຮຽກ​ທະ​ເລຂະໜາດ​ໃຫຍ່ ​ເຊິ່ງມີ​ແຜ່ນດິນ​ໂອບ​ລ້ອມ ​ເປັນ​ຕອນໆ ວ່າ ມະຫາ​ສະໝຸດ ​ເຊັ່ນ ​ມະຫາ​ສະໝຸດ​ອິນ​ເດຍ ມະຫາ​ສະໝຸດ​ປາຊີ​ຟິກ

ສະໝອງ 1 (ນ.) ຮຽກ​ສ່ວນ​ທີ່ຢູ່​ພາຍ​ໃນ​ກະ​ໂຫຼກຫົວ ມີ​ລັກສະນະ​ອ່ອນໆ ຫົດ​ເປັນ​ກ້ອນ ​ເປັນ​ບ່ອນ​ໂຮມ​ປະສາດ ​ໃຫ້​ເກີດ​ຄວາມ​ຮູ້ສຶກ, ຮູ້​ເມື່ອ ​ເອີ້​ນ ວ່າມັນ​ສະໝອງ

ສະໝອງ 2 (ນ.) ຄົນ​ທີ່​ມີ​ສະຕິ​ປັນຍາ​ດີ, ມີ​ຄວາມ​ສະຫຼາດ ​ເອີ້ນ ຄົນ​ມີ​ສະໝອງ

ສະຫຼະ (ນ.) (ປ.) ສຽງ ຫຼື ອັກສອນ​ພວກ​ໜຶ່ງ ສໍາລັບ​ປະກອບ​ກັບ ພະຍັນຊະນະ ​ເພື່ອ​ໃຫ້​ພະ​ຍັນ​ຊະນະ​ອອກສຽງ​ໄດ້, ສະຫຼະ​ລາວ​ທັງ​ໝົດ ມີ 28 ຕົວ.

ສະຫຼະ 1 (ກ.) ປ່ອຍ, ຍອມ​ໃຫ້, ຍອມ​ເສຍສະຫຼະ.

ສະຫຼັກ 1 (ນ.) ຫຼິ້ມ, ​ໄລ, ກອນ

ສະຫຼັກ 2 (ກ.) ​ເຮັດ​ໃຫ້​ເປັນ​ລວດລາຍ ​ໂດຍ​ໃຊ້​ສິ່ວ, ປາຍ​ມີດ​ຄົມໆ​ເຈາະ, ​ຂີດ​ຂຽນ​ ເອີ້ນ ສະຫຼັກ

ສະຫຼາກ (ນ.) (ປ. ສ.) ​ເຄື່ອງໝາຍ​ໃຊ້​ໃນ​ການ​ສ່ຽງ​ທວາຍ, ວັດຖຸ​ທີ່​ໃຊ້​ໃນ​ການ​ສ່ຽງ​ໂຊກ

ສະຫຼາກ1 (ນ.) ​ໃບ​ສະຫຼາກ​ທີ່​ມີ​ຊື່​ຜູ້​ທານ​ຫາ ​ແລະ​ ຜູ້​ຈະມາ​ຮັບ​ເອົາ​ຂອງ​ທານ​ໂດຍ​​ເຄນ​ຜ່ານ​ພະ​ສົງ ​​ແລະ​ເຊື່ອ​ວ່າ​ຜູ້​ລ່ວງ​ລັບ​ໄປ​ແລ້ວ​ຮັບ​ຂອງ​ທານ​ເຫຼົ່ານີ້

ສະໂຫຼ້ (ນ.) ຊື່​ຜ້າ​ແນວ​ໜຶ່ງ​ເປັນຕາ​ໃຊ້​ນຸ່ງ ​ເໜັບຕ່ຽວ ຫຼື ບໍ່​ເໜັບຕ່ຽວ​ກໍ່​ໄດ້

ສະຫຼອງ (ກ.) ຍ້ອງຍໍ, ທໍາ​ການ​ຍ້ອງຍໍ, ຍ້ອງຍໍ ອານິສົງ ຂອງ​ບຸນ​ທີ່​ໄດ້​ທໍາ​ແລ້ວ

ສະຫຼຸບ (ກ.) (ປ.) ຫຍໍ້​ເອົາ​ເນື້ອ​ໃນ​ໃຈຄວາມ, ​ໂຮມ​ຄວາມ, ​ໂຮມ​ຂໍ້ຄວາມ

ສະຫຼາມ (ນ.) ຊື່​ປານໍ້າ​ເຄັມ​ພວກ​ໜຶ່ງ ຢູ່​ທະ​ເລ​ບໍ່​ມີ​ເກັດ ມີ​ຫຼາຍ​ຊະນິດ ​ເປັນ​ປາ​ຮ້າຍ​ກິນ​ຄົນ

ສະຫວັດດີການ (ນ.) ສິ່ງ​ທີ່​ອໍານວຍ​ໃຫ້​ຄົນ​ມີ​ຊີວິດ ​ແລະ ສະພາບ​ການ​ທໍາ​ງານ​ທີ່​ດີ ​ແລະ ສະດວກ​ສະບາຍ

ສະຫວັດດີການສັງຄົມ (ນ.) ຂະ​ແໜງການ​ເອື້ອ​ອໍານວຍ ​ແລະ ສົງ​ເຄາະ​ສະຫວັດດີ​ການ ​ໃຫ້​ແກ່​ສັງຄົມ.

ສະຫວັນ (ນ.) ​ເມືອງ​ຟ້າ, ​ໂລກ​ຂອງ​ເທວະ​ດາ, ສີ​ອິດ, ສີ​ມຸ່ຍ ​ເອີ້ນ​ສະຫວັນ ​ເຊັ່ນ ສີສະ​ຫວັນ

ສະຫວັ່ນ 1 (ນ.) ຊື່​ເຫຼັກ​ຊະນິດ​ໜຶ່ງ ສໍາລັບ​ເຈາະ​ໄມ້​ດ້ວຍ​ການ​ຜຸນ​ລົງ ​ເອີ້ນ​ວ່າ​ເຫຼັກສະຫວັ່ນ.

ສາ 1 (ນ.) ຊື່​ງູ​ຊະນິດ​ໜຶ່ງ ຕົວ​ໃຫຍ່​ສົມຄວນມີ​ລາຍ​ແຊກ​ຢາ​ວຍາມ​ຕາມ​ຕົວ ​ເອີ້ນ​ວ່າ ງູ​ສາ

ສາ 2 (ນ.) ໝາ

ສາ 3 (ນ.) ຊື່​ພັນ​ໄມ້​ຊະນິດ​ໜຶ່ງ ​ໃຊ້​ເປືອກ​ເຮັດ​ເຈ້ຍ ​ເອີ້ນ​ເຈ້ຍສາ

ສາ 4 (ວ.) ​ເປັນ​ຄໍາ​ຕໍ່​ທ້າຍ​ຄໍາ​ເວົ້າ ຫຼື ຄໍາ​ສັ່ງ​ເຊັ່ນ: ​ເຊົາ​ສາ, ຢ່າ​ສາ

ສ່າ (ນ.) ​ເມັດ​ຜື່ນ​ແດງໆ ທີ່​ເກີດ​ຂຶ້ນຕາມ​ຮ່າງກາຍ ກ່ອນ​ຈະ​ໄຂ້ ​ເອີ້ນ​ວ່າ ສ່າ​ໄຂ້, ​ເປັນເມັດນ້ອຍໆແລະ​ແຜ່ນ​ລອຍ​ຢູ່​ໜ້າ ນໍ້າ​​ເຫຼົ້າ​ໂທ ​ເອີ້ນ​ວ່າ ສ່າ​​ເຫຼົ້າ

ສາກົນ 1 (ວ.) (ປ. ສ.) ທົ່ວ​ໄປ, ທັງ​ໝົດ, ​ເປັນ​ທີ່​ນິຍົມ​ທົ່ວ​ໄປ. ​ໃຊ້​ແທນ​ຄໍາວ່າ ລະຫວ່າງ​ປະ​ເທດ

ສາກົນ 2 (ນ.) ສິ່ງ​ທີ່​ເປັນອັນ​ນິຍົມ​ທົ່ວ​ໄປ​ໃນ​ໂລກ ຫຼື ສິ່ງ​ທີ່​ຖືກ​ຮັບຮອງ​ເອົາ​ຈາກ​ທົ່ວ​ໂລກວ່າ​ເປັນ​ສິ່ງ​ຍອດ​ຍິ່ງ ​ແລະ ດີ​ເລີດ

ສາທະລະນະ (ວ.) (ປ.) ທົ່ວ​ໄປ, ບໍ່​ຈໍາກັດ

ສາມັກຄີ (ນ.) (ປ.) ຄວາມ​ພ້ອມພຽງ​ກັນ, ຄວາມ​ຖືກຕ້ອງ​ປອງ​ດອງ​ກັນ

ສາລິກາ (ນ.) (ປ.) ຊື່​ນົກ​ຊະນິດ​ໜຶ່ງ ຄ້າຍຄື​ນົກອ້ຽງ ຂົນ​ດໍາ​ສົບ​ເຫຼືອງ ສຽງ​ມ່ວນ​ຮຽນ​ປາກ​ຄວາມ​ຄົນ​ກໍ​ເປັນ, ນົກ​ສັງກາ, ​ແສງ​ກາ.

ສາເຫດ (ນ.) (ປ.) ຕົ້ນ​ເຫດ, ກົກ​ຮາກ​ຂອງ ບັນຫາ

ສີ 1 (ນ.) ​ເຄື່ອງ​ສີ​ເຂົ້າ​ເປືອກ ​ໃຫ້​ເປັນ​ເຂົ້າສານ ​ໂຮງສີ ຫຼື ​ເຄື່ອງ​ສີ​ເຂົ້າ

ສີ 2 (ນ.) (ປ.) ຄວາມ​ດີ, ຄວາມ​ຮຸ່ງ​ເຮືອງ, ຄວາມ​ຈະ​ເລີ​ນ

ສີ 3 (ນ.) ລັກສະນະ​ຂອງ​ແສງ​ສະຫວ່າງ​ຜາກົດ​ແກ່​ຕາ​ໃຫ້​ເຫັນ​ເປັນ​ຂາວ, ດໍາ, ​ແດງ

ສີ 4 (ກ.) ຖູ, ຖູ​ໄປມາ

ສີ 5 (ນ.) ປີ​ມະ​ໂລງ ​ເອີ້ນ ປີ​ສີ ​ເຊິ່ງນັບ​ເປັນ​ປີ​ທີຖ້ວນ 5

ສີດາ 1 (ນ.) ຊື່​ຕົ້ນ​ໄມ້​ຈໍາພວກ​ໜຶ່ງ ມີ 2 ​ແນວ​ຄື: ສີດາ​ບ້ານ​ມີ​ໝາກກິນ​ເປັນ​ອາຫານ​ໄດ້, ສີດາ​ປ່າ ບໍ່​ມີ​ໝາກ

ສີດາ 2 (ນ.) ຊື່​ນົກ​ແນວ​ໜຶ່ງ ຂົນ​ສີ​ໝົ່ນ​ປີກ​ສ້ວຍ​ຍາວ ຕົວ​ຂະໜາດ​ນົກ​ເຂົາ ຫາ​ກິນ​ຕາມ​ຫາດ

ສີດາ 3 (ວ.) ໜາວ, ​ເຢັນ

ສີທາດ (ນ.) (ສ.) ນາມ​ຂອງ​ພະພຸດທະ​ເຈົາ ​ໂຄຕະມະ ​ແຕ່​ເມື່ອ​ຍັງ​ບໍ່​ທັນ​ບວດ

ສີຫະ (ນ.) (ປ.) ສິງ, ມອນ

ສື່ 1 (ກ.) ທໍາ​ການ​ຕິດ​ຕໍ່​ໃຫ້​ເຖິງ​ກັນ

ສື່ 2 (ນ.) ຜູ້​ທໍາ​ການ​ບອກ​ກ່າວ​ໃຫ້​ສອງ​ຝ່າຍ​ເຂົ້າ​ໃຈ​ກັນ ຕິດ​ຕໍ່​ກັນ​ໄດ້

ສື່ສານ 1 (ກ.) ນໍາ​ໜັງສື ຫຼື ຄວາມ​ເວົ້າຝ່າຍ​ໜຶ່ງ ​ໄປ​ສົ່ງ​ໃຫ້​ອີກ​ຝ່າຍ​ໜຶ່ງ, ປ້ອນ​ຂ່າວ ຫຼື ສົ່ງ​ຂ່າວ​ໂດຍ​ຜ່ານ​ສື່​ມວນ​ຊົນ​ຕ່າງໆ

ສື່ສານ 2 (ນ.) ການ​ທໍາ​ການ​ຕິດ​ຕໍ່ ​ໃຫ້​ຕິດ​ຈອດຮອດ​ເຖິງ​ກັນ, ການ​ດຶງ​ເຂົ້າຫາ​ກັນເພື່ອ​ໃຫ້​ຮູ້ຈັກ​ກັນ

ສື່ສານມວນຊົນ (ນ.) ການ​ຕິດ​ຕໍ່​ສື່ສານ ສູ່​ມະຫາຊົນ ​ໂດຍ​ອາ​ໄສ​ເຄື່ອງມື ຫຼື ສື່​ກາງ​ຕ່າງໆ ​ເຊັ່ນ ໜັງສືພິມ, ວິທະຍຸ, ​ໂທລະພາບ ​ແລະ ອື່ນໆ

ສຸຂະພາບ (ນ.) (ປ.) ຄວາມ​ສະບາຍ, ຄວາມ​ບໍ່​ມີ​ໂລກ

ສຸຄະຕິ (ນ.) (ປ.) ທາງ​ດີ, ທາງ​ສະຫວັນ, ທາງ​ທີ່​ນໍາ​ໄປ​ສູ່​ທີ່​ມີ​ຄວາມສຸກ

ສຸພາສິດ (ນ.) (ປ.) ຄໍາເວົ້າ ທີ່​ເປັນ​ຄະຕິ, ຄໍາເວົ້າດີ

ສຸມຸນທາ 1 (ນ.) ຊື່​ນາງ​ສຸ​ມຸນທາ ນ້ອງ​ສາວ​ຂອງ​ພະຍາ​ກຸດ​ສະ​ລາດ ​ເຈົ້າ​ເມືອງ ນະຄອນ​ເປັງ​ຈານ ​ໃນ​ວັນນະຄະດີ​ລາວ​ເລື່ອງ​ສິນ​ໄຊ

ສຸມຸນທາ 2 (ນ.) ຊື່​ດອກ​ໄມ້​ທີ່​ເກີດ​ຈາກ​ພັນ​ໄມ້​ຊະນິດ​ໜຶ່ງດວງ​ດອກມີ​ສີ​ເຫຼືອງນວນ​ກິ່ນ​ຫອມ​ຫວນ

ສຸວັນນະພູມ 1 (ນ.) (ປ.) ​ແຜ່ນ​ດິນ​ຄໍາ

ສຸວັນນະພູມ 2 (ນ.) ດິນ​ແດນ​​ແຫຼມ​ທອງ ​ເຊິ່ງມີ​ອານາ​ບໍລິ​ເວນ​ກວມ​ເອົາ​ລາວ, ​ໄທ, ມຽນມ້າ, ກໍາປູ​ເຈຍ, ຫວຽດນາມ, ມາ​ເລ​ເຊຍ ​ແລະ ສິງ​ກະ​ໂປ

ສູ່ (ກ.) ​ໄປ​ຫາ, ​ໄປ​ຢາມ, ​ໄປ​ສູ່

ສູ້ 1 (ນ.) ສັດ​ສີ່​ຕີນ​ແນວ​ໜຶ່ງ ຕົວ​ຄື​ແຮດ ມີ​ນໍ​ຄື​ກັນ ​ແຕ່​ມີ​ນໍ​ດຽວ ທັງ​ເປັນຕາໆ ຄື​ໜັງ​ແຂ້

ສູ້ 2 (ກ.) ຕໍ່ຕ້ານ, ​ເອົາ​ຊະນະ, ບໍ່​ຍອມ​ຖອຍ

ສູ້ 3 (ວ.) ຫ້າວ, ດີ​ໃຈ, ຊື່ນ​ໃຈ

ເສນາທິການ (ນ.) (ປ.) ຕໍາ​ແໜ່​ງຜູ້​ວາງ​ແຜນ​ກອງທັບ ວາງ​ແຜນການ​ຮົບ ກຽມ​ສະ​ເໜີ​ແມ່ທັບ ຫຼື ຜູ້​ບັນຊາ​ການ​ສູງ​ສຸດ.

ເສລີ (ວ.) (ປ.) ມີ​ສິດ​ທີ່​ຈະ​ເຮັດ ຫຼື ​ເວົ້າ​ໄດ້​ໂດຍ​ບໍ່​ລະ​ເມີດ​ສິດ​ຂອງ​ຜູ້​ອື່ນ

ເສລີພາບ (ນ.) (ປ.) ຄວາມ​ມີ​ອິດສະຫຼະ, ອິດສະຫຼະພາບ

ໂສ້ 1 (ນ.) ຄົນ​ລາວ​ພວກ​ໜຶ່ງ ຢູ່​ຕໍ່​ແດນ​ປະ​ເທດ​ມຽນມ້າ ​ເອີ້ນ​ວ່າ ລາວ​ໂສ້

ໂສ້ 2 (ນ.) ​ເຫຼັກ ຫຼື ລວດ ທີ່​ເຮັດ​ເປັນ​ບ້ວງ​ສອດ​ເກາະ​ກັນ​ໄປສໍາລັບ​​ໃຊ້​ແທນ​ເຊືອກ ​ເຊັ່ນ ​ໂສ້​ຊ້າງ, ​ໂສ້​ໃສ່​ຄົນ

ໂສເພນີ (ນ.) (ປ.) ຍິງ​ຄ້າ​ປະ​ເວ​ນີ, ນາງ​ງາມ​ເມືອງ, ​ແມ່ຄໍາຮາງ

ສໍ 1 (ນ.) ຊື່​ໝາກມ່ວງ​ແນວ​ໜຶ່ງ ​ເອີ້ນ​ວ່າ ໝາກ​ມ່ວງ​ກະສໍ

​ເສຍ (ກ.) ຫາຍ​ໄປ, ບໍ່​ເຫັນ, ຂາດ, ​ໃຊ້​ບໍ່​ໄດ້, ​ໝົດ​ເປືອງ

ສໍ້ 1 (ກ.) ຖາມ​ໂຈດ, ​ເຈາະ​ຈີ້ມ ກິໆ​ກີໆ

ສໍ້ 2 (ກ.) ​ໂລບ​ເອົາ, ລັກ​ເອົາ​ຂອງ​ຄົນ​ອື່ນ

ເສືອ 1 (ນ.) ສັດປ່າ​ສີ່​ຕີນ​ຮູບ​ຮ່າງ​ຄ້າຍຄື​ແມວ​ເປັນ​ສັດ​ຮ້າຍ ກິນ​ສັດ​ອື່ນ​ເປັນ​ອາຫານ

ເສືອ 2 (ນ.) ຊື່​ປາ​ແນວ​ໜຶ່ງ ​ເກັດ​ສີ​ມຸມ ​ແລະ ມີ​ລາຍ​ຄື​ລາຍ​ເສືອ ​ເອີ້ນ ປາ​ເສືອ

ເສືອກິນໝູ (ນ.) ການ​ຫຼິ້ນຢ່າງ​ໜຶ່ງ ຂີດ​ເປັນຕາ 16 ຕາ ສົມມຸດ​ໃຫ້​ມີ​ເສືອ 4 ຕົວ ໝູ 12 ຕົວ ​ແລ້ວ​ຍ້າຍ​ກິນ​ກັນ

ເສື້ອ 1 (ນ.) ​ເຄື່ອງ​ນຸ່ງ​ສຸບ​ໃສ່​ຕົວ​ຕົວ​ສ່ວນ​ເທິງ ​ເຮັດ​ດ້ວຍ​ຝ້າຍ ຫຼື ​ໄໝ ມີ​ຊື່​ເອີ້ນ​ຫຼາຍ​ຢ່າງ​ຕ່າງ​ກັນ​ໄປ ຕາມ​ຊະນິດ​ຂອງ​ມັນ

ເສື້ອ 2 (ນ.) ​ເທວະ​ດາ, ຍັກ, ຜີ

ໄສ 1 (ນ.) ​ເອີ້ນ​ລູກ​ຊາຍ​ຄົນ​ທີ່ 7 ຂອງ​ຂຸນ​ບູລົມ​ວ່າ ​ໄສ ​ເຊັ່ນ ​ໄສ​ຜົງ

ໄສ 2 (ກ.) ​ໄລ່​ໜີ, ສົ່ງ​ໄປ, ​ໄລ່​ໄປ

ໄສ 3 (ກ.) ຍູ້​ໄປ, ​ໄຖ​ໄປ​ຂ້າງ​ໜ້າ

ໄສຍະສາດ (ນ.) (ສ.) ຄໍາ​ພີ ຫຼື ວິຊາ​ວ່າ​ດ້ວຍ​ມົນ​ຄາຖາ​ຂອງ​ຄົນ​ບູຮານ

ເສົາ 1 (ນ.)​ໄມ້​ແກ່ນ​ທີ່​ໃຊ້​ຝັງ ຫຼື ຕັ້ງ​ເປັນ​ຫຼັກ ຫຼື ເປັນ​ເຄື່ອງ​ຄ້ຳຮອງ​ຮັບ​ເຄື່ອງເທິງ ​ເຊັ່ນ​ເສົາ​ເຮືອນ.

ເສົາ 2 (ນ.) (ປ.) ຊື່​ວັນ​ຖ້ວນ​ເຈັດ​ຂອງ​ສັບປະດາ, ຊື່​ດາວ​ນົບ​ພະ​ເຄາະ​ໜ່ວຍ​ທີ 7

ເສົາ 3 (ນ.) ຊື່​ມັນ​ແນວ​ໜຶ່ງ​ຫົວ​ໃຫຍ່​ຍາວ​ລົງ​ໄປ​ເອີ້​ນມັນ​ເສົາ ຫຼື ມັນ​ຂາ​ຊ້າງ

ສັກ 1 (ນ.) ຕົ້ນ​ໄມ້​ຊະນິດ​ໜຶ່ງ ​ເປັນ​ໄມ້​ເນື້ອ​ແຂງ ມີ​ລາຄາ​ແພງ ​ໃຊ້​ປະ​ໂຫຍ​ດ​ໄດ້​ຫຼາຍ​ຢ່າງ

ສັກ 2 (ນ.) (ສ.) ຍົດ, ຊັ້ນ, ອໍານາດ

ສັກ 3 (ກ.) ​ເອົາ​ເຫຼັກ​​ແຫຼມ ຫຼື ມີ​ຄົມ​ແທງ​ລົງ​ເພື່ອ​ໃຫ້​ເຂົ້າ ຫຼື ຕັ້ງຢູ່

ສັກ 4 (ກ.) ​ເອົາ​ເຫຼັກ​ປາຍ​​ແຫຼມ ຈຸ່ມ​ນໍ້າມຶກ​ສີດໍາ ສັກ​ລົງ​ໄປ​ໃນ​ຕົວ​ຄົນ ຮຽກ​ສັກ​ລາຍ ສັກ​ທີ່​ແຂນ ຮຽກ​ສັກ​ແຂນ​ລາຍ ສັກ​ທີ່​ຂາ ຮຽກ​ສັກ​ຂາລາຍ

ສັກກະລິນ (ນ.) (ສ.) ພະ​ອິນ​ຜູ້​ເປັນ​ໃຫຍ່, ຊື່​ພະ​ເຈົ້າ​ແຜ່ນດິນ ອານາຈັກ​ລາວ​ລ້ານ​ຊ້າງ ພະ​ອົງ​ໜຶ່ງ

ສັກກະຫຼາດ (ນ.) (ປ.) ປີ​ແຕ່ລະ​ປີ ​ເອີ້ນ​ວ່າ ສັງກາດ ຫຼື ສັກກະຫຼາດ

ສັກດີນາ (ນ.) ອໍານາດ​ປົກຄອງ, ຖານະ​ຊັ້ນອໍານາດ​ຂອງ​ຂ້າລາຊະການ ​ໃນ​ສະ​ໄໝບູຮານ

ສາກ 1 (ນ.) ​ເຄື່ອງມື​ສໍາລັບ​ຕໍາ ຄູ່​ກັບ​ຄົກ

ສາກ 2 (ກ.) ​ແຈກ​ໄພ້ ຢາຍ​ໄພ້

ສາກ 3 (ວ.) ມ່າຍ, ອວດ

ສາກ 4 (ນ.) (ປ.) ປີ້, ບັດ, ຕາປູ, ຫຼີ້ມ, ​ໃບ​ໄມ້, ​ແກນ​ທາງ​ໃນ, ​ໃບ​ສ່ຽງ​ທວາຍ

ສາກ 5 (ນ.) ການ​ຫຼິ້ນຢ່າງ​ໜຶ່ງ ​ເອີ້ນ​ວ່າ ​ເຕັ້ນສາກ

ສາກ 6 (ນ.) ຜ້າ​ບັງ ຫຼື ກັ້ງ​ໃນ​ເວລາ​ສະ​ແດງ​ລະຄອນ

ສາກ 7 (ນ.) ​ເຄື່ອງ​ສໍາລັບ​ແທກ​ແຈ ​ເຊິ່ງມີ 90 ອົງສາ, ​ແຈ​ທີ່​ກາງ​ໄດ້ 90 ອົງສາ ຮຽກ​ວ່າ ​ແຈ​ສາກ (ບູຮານ​ຮຽກ​ວ່າ ​ໄມ້​ຄາງຄວາຍ).

ສຸກ 1 (ກ.) ໝາກ​ໄມ້​​ສຸກ ​ເຊັ່ນ​ໝາກຂຽບ​ສຸກ, ໝາກ​ນັດ​ສຸກ

ສຸກ 2 (ກ.) ຂອງ​ທີ່​ຮ້ອນ​ດ້ວຍ​ໄຟ ຈົນ​ກິນ​ໄດ້, ​ໂພງ, ​ໄໝ້

ສຸກ 3 (ນ.) ຊື່​ພະຍາດ​ແນວ​ໜຶ່ງ ​ເປັນ​ຕຸ່ມ​ໂພງ​ຂຶ້ນຕາມ​ຕົ​ນ​ໂຕ ​ເອີ້ນ​ໝາກ​ສຸກ

ສຸກ 4 (ນ.) ວັນ​ຖ້ວນ​ຫົກ​ຂອງ​ສັບປະດາ ຄື: ວັນ​ສຸກ, ດາວ​ນົບພະ​ເຄາະ​ໜ່ວຍ​ທີ່​ຫົກ

ສຸກ 5 (ວ.) ຂາວ, ສະຫວ່າງ, ສ່ອງ​ໄສ

ສຸກ 6 (ນ.) (ປ.) ຄວາມ​ສະບາຍ, ຄວາມ​ສະດວກ, ຄວາມ​ມ່ວນ​ຊື່ນ​ເບີກບານ

ສອກຫຼີກ (ນ.) ບ່ອນ​ຫ່າງ​ໄກ​ລັບ​ບັງ, ບ່ອນ​ການ​ຄົມມະນາຄົມ​ໄປ​ບໍ່​ຮອດ​ບໍ່​ເຖິງ, ບ່ອນ​ທີ່​ຫ່າງ​ໄກ​ຈາກ​ຄວາມ​ຈະ​ເລີ​ນ

ເສິກ (ນ.) ສົງຄາມ, ການ​ຂ້າ​ຟັນ​ກັນ​ດ້ວຍ​ອາວຸດ​ຍຸດ​ໂທ​ປະກອນ ​ເພື່ອ​ຜົນ​ປະ​ໂຫຍ​ດທາງ​ເສດຖະກິດ​ການ​ເມືອງ

ສັງກະສີ (ນ.) ຊື່​ໂລຫະ​ແນວ​ໜຶ່ງ ຜະລິດ​ອອກ​ເປັນ​ແຜ່ນ ຢຽບ​ເປັນ​ຮ່ອງ​ໃຊ້​ສໍາລັບ​ມຸງ​ຫຼັງຄາ​ເຮືອນ

ສັງຂານ 1 (ນ.) (ປ.) ຮ່າງກາຍ​ຕົວ​ຕົນ​ຂອງ​ຄົນ ​ແລະ ສັດ, ສິ່ງ​ທີ່​ປະກອບ​ສ້າງ​ຂຶ້ນ​ເປັນ​ຮ່າງກາຍ ​ແລະ ຈິດ​ໃຈ ​ເອີ້ນ​ວ່າ ສັງຂານ

ສັງຂານ 2 (ນ.) ວັນ​ຂຶ້ນປີ​​ໃໝ່

ສັງຄະສາ (ນ.) ຜູ້​ຊາຍ​ຄົນ​ທໍາ​ອິດ ທີ່​ເກີດ​ມາ​ໃນ​ໂລກ​ນີ້ ​ເອີ້ນ​ປູ່​ສັງຄະ​ສາ ຫຼື ສັງກະສາ.

ສັງຄະສີ (ນ.) ຜູ້ຍິງ​ຄົນ​ທໍາ​ອິດ​ທີ່​ເກີດ​ຂຶ້ນມາ​ໃນ​ໂລກ​ນີ້ ຮຽກ​ກຍ່າ​ສັງຄະ​ສີ ຫຼື ສັງກະສີ.

ສັງຄົມ (ນ.) (ປ.) ຊຸມ​ຊົນ ຫຼື ໝູ່​ຄົນ​ທີ່​ມີ​ຄວາມ​ສໍາພັນ​ຮ່ວມ​ມື​ກັນ ​ແລະ ມີ​ຈຸ​ດປະສົງ​ຢູ່​ຮ່ວມ​ກັນ, ການ​ຄົບ​ຄ້າ​ສະມາຄົມ​ກັນ

ສັງຄົມສາດ (ນ.) (ປ. ສ.) ສາດ ຫຼື ຕໍາລາ​ວ່າ​ດ້ວຍ​ຄວາມ​ຮູ້​ກ່ຽວກັບ​ສັງຄົມ ​ເຊັ່ນ ປະຫວັດສາດ, ວັນນະຄະດີ, ​ເສດຖະສາດ, ລັດຖະສາດ, ມານຸດ​ສະຍະ​ວິທະຍາ, ຈິດຕະວິທະຍາ​ສັງຄົມ, ສັງຄົມ​ວິທະຍາ.

ສັງຄົມນິຍົມ (ນ.) (ປ.) ລັດທິ​ການ​ເມືອງ, ທິດ​ສະ​ດີ​ເສດຖະກິດ ​ແລະ ການ​ເມືອງ ທີ່​ມີ​ແນວທາງ​ນະ​ໂຍບາຍ​ໃຫ້​ລັດກໍ່​ຄື​ສ່ວນ​ລວມເປັນ​ເຈົ້າຂອງ​ກໍາລັງ​ການ​ຜະລິດ, ພາຫະນະ​ການ​ຜະລິດ, ການຈໍາໜ່າຍ​ແຈກ​ຢາຍ ​ແລະ ການ​ຊົມ​ໃຊ້​ຜົນ​ຜະລິດ.

ສັງສັນ (ກ.) (ສ.) ພົບ​ພໍ້​ສົນທະນາ ທໍາ​ຄວາມ​ລຶ້ງ​ແກວ່ນ ຄຸ້ນ​ເຄີຍ​ກັນ

ສຽງ 1 (ນ.) ສິ່ງ​ທີ່​ໄດ້​ຍິນ​ດ້ວຍ​ຫູ, ຄໍາເວົ້າຂອງ​ຄົນ​ທີ່​ເວົ້າອອກ​ມາ

ສຽງ 2 (ວ.) ບ່ຽງ, ຂ້າງ, ຝ່າຍ ​ເຊັ່ນ ທິດຕາ​ເວັນ ອອກສຽງ​ໃຕ້

ສາງ 1 (ນ.) ​ເຮືອນ​ໃຫຍ່ ​ເປັນ​ບ່ອນ​ເກັບ​ມ້ຽນ​ສະບຽງ​ອາຫານ, ວັດຖຸ​ສິ່ງ​ຂອງ ​ແລະ ສໍາພາລະ​ຕ່າງໆ ​ເອີ້ນ​ວ່າ​ສາງ ​ເຊັ່ນ ສາງ​ນໍ້າມັນ, ສາງ​ເຂົ້າ, ສາງ​ເຄື່ອງ​ອາ​ໄຫຼ່

ສາງ 2 (ນ.) ຊື່​ຜີ​ໃຫຍ່​ຮ້າຍ​ກາດ ​ເອີ້ນ​ວ່າ ຜີ​ສາງ, ​ເສືອ​ໃຫຍ່

ສາງ 3 (ກ.) ​ເອົາ​ວັດຖຸ​ທີ່​ເຮັດ​ໃຫ້​ມີ​ແຂ້ວ​ຄື​ຫວີ​ຂູດ​ສິ່ງ​ທີ່​ເປັນ​ເສັ້ນ ຫຼື ​ເປັນ​ໃບ ​ເພື່ອ​ໃຫ້​ກ້ຽງ​ບໍ່​ໃຫ້​ຫຍຸ້ງ​ເຫ​ຍີ​ງ ​ເຊັ່ນ​ສາງ​ປໍ, ສາງ​ເຟືອງ, ສາງ​ຫຍ້າ

ສາງ 4 (ກ.) ​ເພື່ອ​ເຮັດ​ໃຫ້​ໝໍ້​ດິນ​ປັ້ນ​​ໃໝ່​ສຸກ​ດີ ​ແລະ ​ແຂງ​​ແກ່ນ​ທົນ​ທານ ​ເພິ່ນ​ເອົາ​ໝໍ້​ເຜົາ​ແລ້ວນັ້ນ ​ໄປ​ຕັ້ງ​ໃສ່​ກອງ​ໄຟ​ໃຫ້​ຮ້ອນ​ໄໝ້ຈົນ​ແດງ ​ແລ້ວ​ຈິ່ງ​ຍົກ​ລົງ​ປະ​ໃຫ້​ເຢັນ ຈິ່ງ​ເອົານໍ້າຖອກ​​ໃສ່ ​ເອີ້ນ​ວ່າ ສາງ​ໝໍ້

ສ້າງ 1 (ນ.) ບໍ່​ນໍ້າ, ຂຸມ​ເລິກ​ທີ່​ຄົນ​ຂຸດ ​ເພື່ອ​ເຮັດ​ເປັນ​ບໍ່​ນໍ້າ ຫຼື ບ່ອນ​ຂັງ​ນໍ້າ ​ເອີ້ນ​ວ່າ ສ້າງ

ສ້າງ 2 (ກ.) ​ເຮັດ​ໃຫ້​ມີ​ຂຶ້ນ, ກໍ່​ແປງຂຶ້ນ, ປຸກ​ຂຶ້ນ

ສ້າງ 3 (ນ.) ຂ້າງ, ຂ້າງ​ກອງ

ສິງ 1 (ນ.) ຊື່​ງູ​ຊະນິດ​ໜຶ່ງ ​ເປັນ​ງູ​ບໍ່​ມີ​ພິດ ​ເອີ້ນ​ວ່າ ງູ​ສິງ ມີ 4 ​ແນວ ຄື: ສິງຝ້າຍ, ສິງ​ເສື້ອ, ສິງ​ດົງ ​ແລະ ສິງ​ທອງ

ສິງ 2 (ກ.) ​ກ່ອມ ​ເຊັ່ນ ຜີ​ສິງ, ຜີ​ກ່ອມ; ລໍ້​ທຽນ​ກິ້ງ​ໄປ​ກິ້ງມາ​ໃຫ້​ກົມ​ງາມ ​ເອີ້ນ ສິງ​ທຽນ

ສິງ 3 (ວ.) ງາມ, ກົມ​ງາມ

ສິງ 4 ນ. (ສ.) ລາຊະສີ

ສິງ 5 (ນ.) ຊື່​ດາວ​ຊະນິດ​ໜຶ່ງ ​ເອີ້ນ​ ດາວ​ສິງ

ສິງ 6 (ກ.) ຢູ່, ​ເຂົ້າຢູ່, ຜີ​ເຂົ້າຢູ່​ໃນ​ຄົນ ​ເອີ້ນ ຜີ​ສິງ (​ໄສຍະສາດ​).

ສິງ 7 (ກ.) ລີ້​ຢູ່, ລີ້​ຊ່ອນ

ສິງຫົນ (ນ.) (ສ.) ປະ​ເທດ​ລັງກາ ຄົນ​ສີ​ລັງກາ

ສົງ 1 (ກ.) ນໍາ​ເອົາ​ນໍ້າອົບ​ນໍ້າຫອມ ຫຼື ນໍ້າບໍລິສຸດ​ໄປ​ຫົດ ຫຼື ອາບ​ ​ເຊັ່ນ ສົງພະ, ສົງ​ເຖົ້າສົງ​ແກ່

ສົງ 2 (ກ.) ຍົກ​ຂຶ້ນ, ​ໂຍງ​ຂຶ້ນສູງ ​ເພື່ອ​ໃຫ້​ນໍ້າສະ​ເດັດ

ສົງ 3 (ນ.) (ປ.) ໝູ່​ຄະນະ, ໝູ່​ຂອງ​ພິກຂຸ, ພິກຂຸ​ຕັ້ງ​ແຕ່ 4 ອົງ ຮ່ວມ​ກັນ​ທໍາ​ພິທີກໍາ​ຢ່າງ​ໃດ​ຢ່າງ​ໜຶ່ງ ທາງ​ສາສະໜາ ​ເອີ້ນ ສົງ

ສົງ 4 (ນ.) (ປ.) ຄວາມ​ສົ​ງ​ໄສ

ສົງການ (ນ.) (ສ.) ນັກຂັດຕະລືກ ​ໃນ​ການ​ຂຶ້ນປີ​​ໃໝ່ ຕາມ​ຫຼັກ​ເກນສຸລິຍະ​ຄະຕິ ຂອງ​ລາວ ຄື ວັນ​ທີ 13-14-15 ​ເມສາ, ​ເວລາ​ທີ່​ຕາ​ເວັນ​ໝູນວຽນ​ຂຶ້ນສູ່​ລາສີ​ເມດ ​ເອີ້ນ​ວ່າ ມະຫາສົງການ

ສົງເຄາະ (ນ.) (ສ.) ການ​ຊ່ວຍ​ເຫຼືອ, ການ​ຊວ້ານຊູ​ອຸດ​ໜູນ

ສົ່ງ (ກ.) ຍື່ນ​ໃຫ້, ມອບ​ໃຫ້​ໃສ່​ມື, ຍື່ນ​ໃຫ້​ເຖິງ​ມື​ພາ​​ໄປ​ເຖິງ​ບ່ອນ​ເຖິງ​ທີ່, ສະ​ແດງ​ໄມຕີ​ຈິດ ​ແລະ ຄວາມ​ເອື້ອ​ເຟື້ອຮັກ​ແພງ ​ໃນ​ເມື່ອ​ມີ​ຜູ້​ຈະ​ຈາກ​ໄປ ​ເຊັ່ນ ​ໄປ​ສົ່ງ, ລ້ຽງ​ສົ່ງ

ສົ່ງເສີມ (ກ.) ຊຸກຍູ້, ​ເກື້ອ​ກູ​ນອຸດ​ໜູນ​ດ້ວຍ​ສະຕິ​ປັນຍາ ຫຼື ຊັບ​ສິນ​ເງິນ​ຄໍາເພື່ອ​ເຮັດ​ໃຫ້​ຄົນ ຫຼື ໜ້າ​ທີ່​ວຽກ​ງານ​ດີ​ຂຶ້ນກວ່າ​ເກົ່າ.

ສົ່ງສະການ (ນ.) (ສ.) ການ​ທໍາ​ພິທີ​ປົງ​ສົບ​ ​ເອີ້ນ ສົ່ງສະການ

ໂສ້ງ (ນ.) ​ເຄື່ອງນຸ່ງ​ທີ່​ມີ​ຂາ ມີ​ໂສ້ງ​ຂາ​ສັ້ນ ​ແລະ ​ໂສ້ງ​ຂາ​ຍາວ

ສາຍ 1 (ນ.) ສິ່ງ​ທີ່​ເປັນ​ເສັ້ນຍາວ ​ເຊັ່ນ ສາຍ​ໂທລະສັບ, ສິ່ງ​ທີ່​ມີ​ລັກສະນະ​ຄ້າຍຄື​ກັນ​ເຊັ່ນ: ຖະໜົນ​ຫົນທາງ ສາຍ​ທາງ, ພີ່ນ້ອງ​ສືບ​ສາຍ​ເລືອດ ຈາກ​ວົງ​ຕະກູນ​ ດຽວ​ກັນ ວ່າ ສາຍ​ພີ່​ສາຍ​ນ້ອງ

ສາຍ 2 (ນ.) ສິ່ງ​ເປັນ​ເຄືອ, ​ເສັ້ນ, ​ແຖວ, ​ເຊື້ອ​ວົງ, ​ເຊືອກ, ທາງ

ສາຍ 3 (ນ.) (ປ.) ​ເງົາ, ຮູບ​ເງົາ​ຮົ່ມ​ໄມ້

ສາຍ 4 (ກ.) ສ່ອງ​ແສງ​ອອກ​ໄປ ​ເຊັ່ນ ​ສາຍຮູບ​ເງົາ, ສາຍ​ວິ​ດີ​ໂອ

ສາຍສະໜອງ (ນ.) ​ເຊືອກ​ຝ້າຍຝັ້ນ ທີ່​ໃຊ້​ສໍາລັບ​ຮ້ອຍ​ໜັງສື​ໃບ​ລານ​ໃຫ້​ເຂົ້າກັນ ​ເຮັດ​ເປັນ​ຜູກ ​ເປັນ​ມັດ

ສາຍສິນ ນ. (ປ.) ​ເສັ້ນຝ້າຍ​ມຸງຄຸນ ທີ່​ພະສົງ​ຖື​ໃນ​ເວລາ​ສູດ​ມຸງຄຸນ​ບ້ານ​, ເຮືອນ

ສາຍແນນ (ນ.) ຄູ່ຮັກ ຫຼື ຄູ່​ຜົວ​ເມຍ​ທີ່​ເປັນ​ຄູ່​ສ້າງ​ຄູ່​ຊີວິດ​ກັນ​ມາ​ຫຼາຍ​ພົບ​ຫຼາຍຊາດ ຮຽກ​ວ່າ ສາຍ​ແນນ, ສາຍ​ມິ່ງ ສາຍ​ແນນ, ສາຍ​ບຸບເພ​ສັນນິວາດ

ສາຍລັບ (ນ.) ນັກ​ສືບ, ຜູ້​ເຂົ້າ​ໄປ​ສືບ​ເອົາ​ຄວາມ​ລັບ ຂອງ​ຝ່າຍ​ກົງກັນຂ້າມ

ສ່ວຍ 1 (ນ.) ຊົນ​ເຜົ່າ​ທີ່​ເວົ້າພາສາ​ມອນ​ຂະ​ແມ ເຜົ່າ​ໜຶ່ງ ຢູ່​ທາງ​ພາກ​ໃຕ້​ຂອງ​ລາວ ​ເຊັ່ນ ​ເຂດ​ເມືອງ​ສຸຂຸມາ

ສ່ວຍ 2 (ນ.) ​ເງິນ​ຄໍາທີ່​ປະຊາຊົນ​ເມືອງ​ຂຶ້ນຈະ​ຕ້ອງ​ສົ່ງ​ໄປ​ໃຫ້​ແກ່​ເມືອງ ຫຼື ປະ​ເທດທີ່​ຕົນ​ຂຶ້ນກັບ

ສ່ວຍ 3 (ນ.) ຄົນ​ໃນ​ປະ​ເທດ​ໜຶ່ງ ທີ່​ຕົກ​ເປັນ​ຂ້ອຍ​ຂ້າ​ຂອງ​ປະ​ເທດ​ອື່ນ.

ສ່ວຍ 4 (ກ.) ລ້າງດ້ວຍ​ນໍ້າ​ໃສ​ສະອາດ, ສວ່າຍ

ສັດ 1 (ນ.) ບັ້ງສັ້ນໆ ສໍາລັບ​ຜອງ​ໝື້​ໃສ່​ປືນ.

ສັດ 2 (ນ.) (ປ.) ສິ່ງ​ທີ່​ມີ​ຈິດ​ວິນ​ຍານ​ເໜັງ​ຕີງ ​ໄປມາ​ໄດ້ ​ເຊັ່ນ ສັດ​ເດຍລະສານ

ສັດ 3 (ນ.) (ປ.) ຄວາມ​ຈິງ, ຄວາມ​ຊື່, ຄວາມ​ບໍ່​ຄົດ​ລ້ຽວຫຼອກ​ລວງ

ສັດ 4 (ວ.) ຈິງ, ​ແທ້, ​ແນ່ນອນ, ດີ

ສັດຈະທໍາ (ນ.) (ປ. ສ.) ຄວາມ​ຈິງ​ແທ້ ​ເຊັ່ນ ບັນລຸ​ສັດຈະທໍາ, ​ເຂົ້າ​ເຖິງ​ສັດ​ຈະ​ທໍາ

ສັດຕະວະແພດ (ນ.) (ສ.) ທ່ານໝໍ​ປົວ​ພະຍາດ​ສັດ

ສັດຕູ (ນ.) (ປ.) ຂ້າ​ເສິກ, ຜູ້​ຄິດ​ປອງ​ຮ້າຍ, ຜູ້​ທໍາຮ້າຍ

ສາດ 1 (ນ.) ​ເຄື່​ອງປູນ​ອນ, ນັ່ງ ​ເປັນ​ຜືນ ຕ່ຳ ຫຼື ສານ​ດ້ວຍ​ຜື, ປໍ, ​ກ້ວຍ, ຫຍ້າ, ​ເສັ້ນຕອກ​ໄມ້

ສາດ 2 (ນ.) ຖອກ​ນໍ້າໝົດ​ແຮງ ​ເພື່ອ​ໃຫ້​ຟົ້ງກະຈາຍ​ໄປ​ທາງ​ໜ້າ, ຫວ່ານ​ໄປ​ທາງ​ໜ້າ, ​ໂຍນ​ໃຫ້, ດ່າ​ເຍີ້​ຍ, ​ເວົ້າສຽດ ​ເຊັ່ນ ລໍາ​ສາດ, ລໍາ​ດ່າ, ລໍາ​ເຍີ້​ຍ

ສາດ 3 (ນ.) (ສ.) ຕໍາລາ​ວິຊາ​ການ, ຄວາມ​ຮູ້​ວິຊາ​ການ ​ເຊັ່ນ​: ພູມ​ສາດ ວິຊາ​ວ່າ​ດ້ວຍ​ພື້ນ​ໂລກ ​ແລະ ຊາດ​ຕ່າງໆ ລວມທັງ​ການ​ປົກຄອງ ​ແລະ ​ເສດຖະກິດ

ສາດສະດາ (ນ.) (ສ.) ພະພຸດທະ​ເຈົ້າ, ອາຈານ​ຊັ້ນສູງ​ສຸດ

ສາດສະດາຈານ (ນ.) (ສ.) ຕໍາ​ແໜ່ງອາຈານສອນຜູ້​ມີ​ຄວາມ​ຊໍານິ​ຊໍານານ ຫຼື ຊ່ຽວຊານ​ດ້ານ​ວິຊາ​ສະ​ເພາະ​ໃດໜຶ່ງ

ສາດຕະສິນ (ນ.) (ສ.) ວິຊາ​ອາຄົມ, ຄວາມ​ຮູ້​ວິຊາ​ໃນ​ການ​ໃຊ້​ອາວຸດ​ຕ່າງໆ, ຄວາມ​ຮູ້​ອັນ​ປະ​ເສີດ

ສິດ 1 (ນ.) (ປ.) ລູກສິດ, ນັກຮຽນ, ຜູ້ຍັງຮຽນຢູ່

ສິດ 2 (ກ.) (ປ.) ບອກໃຫ້, ສອນໃຫ້, ສອນວິຊາໃຫ້

ສິດ 3 (ນ.) (ປ.) ອໍານາດອັນຊອບທໍາ, ຄວາມສໍາເລັດ

ສິດທິ (ນ.) (ປ. ສ.) ອໍານາດອັນຊອບທໍາ, ຄວາມສໍາເລັດ

ສູດ 1 (ກ.) ກ່າວ​ຄໍາປາລີ​ຂຶ້ນພ້ອມ​ກັນ ​ແລະ ປ່ອຍ​ສຽງ​ສໍານຽງ​ພໍດີ ຕາມ​ທໍານອງ​ສູດ ​ເຊັ່ນ ​ສູດ​ມົນ, ສູດ​ມຸງຄຸນ​ເຮືອນ.

ສູດ 2 (ນ.) (ປ.) ຂໍ້ຄວາມ​ທີ່​ແຕ່ງ ຫຼື ກໍານົດ​ໄວ້​ສັ້ນໆ ​ເພື່ອ​ເປັນ​ຫຼັກ​ເກ​ນ ຫຼື ​ເປັນ​ແບບ, ຂໍ້​ກົດ​ເຊັ່ນ ສູດ​ຄູນ, ສູດ​ເລກ, ​ແບບຮຽນ, ຕໍາລາ​ຮຽນ, ບົດ​ສຸພາສິດ ​ເອີ້ນ​ວ່າ ພະ​ສູດ ຫຼື ສຸດຕັນຕະ​ປິ​ດົກ

ສູດ 3 (ນ.) ຊື່​ແມງ​ຊະນິດ​ໜຶ່ງ ມັກ​ເຮັດ​ຮັງ​ຢູ່​ຕາມ​ໂກນ​ໄມ້ ຫຼື ຮູ​ດິນ ​ເອີ້ນ ​ແມງ​ຂີ້​ສູດ​ຮັງ​ຂອງ​ມັນ​ໜຽວ ​ເອົາ​ມາ​ໃຊ້​ຕິດ​ເຕົ້າ​ແຄນ.

ສູດ 4 (ນ.) ຊື່​ປານໍາຈືດ​ຊະນິດ​ໜຶ່ງ ມີ​ເກັດ, ມີ​ຈຸດ​ດໍາ​ຢູ່​ກາງ​ລໍາ​ຕົວ ​ແລະ ກໍ່​ມີ​ເສັ້ນ ດໍາ​ຢູ່​ຂອບ​ຫາງ ​ເອີ້ນ ປາສູດ

ສູດ 5 (ກ.) ຮ່ຳຮຽນ ຫຼື ​ເລົ່າ​ຮຽນ​ສຶກສາ ​ເຊັ່ນ​ໄປ​ສູດ ​ໄປ​ຮຽນ​ໜັງສື​ຢູ່​ໃນ​ເມືອງ

ສູດ 6 (ນ.) (ສ.) ຜ້າ​ມ່ານ, ຜ້າກັ້ງ

ເສດຕະສັດ (ນ.) (ປ.) ຮົ່ມຂາວ, ຄັນຮົ່ມຂາວ

ເສດຖະກິດ (ນ.) (ສ.) ວຽກງານກ່ຽວກັບການຜະລິດ, ການຈໍາໜ່າຍຈ່າຍອອກ ແລະ ການບໍລິໂພກ ໃຊ້ສອຍສິ່ງຕ່າງໆຂອງຄົນ

ເສດຖະສາດ (ນ.) (ສ.) ວິຊິວ່າດ້ວຍການຜະລິດ, ການຈໍາໜ່າຍຈ່າຍອອກ ແລະ ການບໍລິໂພກໃຊ້ ສອຍສິ່ງຕ່າງໆ ຂອງຊຸມຊົນ

ສັນ 1 (ນ.) ຊື່ປີທີ່ 9 ຄື ປີວອກ

ສັນ 2 (ນ.) ສິ່ງທີ່ມີລັກສະນະເປັນໂນນຍາວ, ຊີ້ນທີ່ຍາວໄປຕາມກະດູກຫຼັງ ທັງສອງຂ້າງ, ເບື້ອງໜາຂອງມີດ ຫຼື ພ້າທີ່ກົງກັນຂ້າມກັບເບື້ອງຄົມ ເອີ້ນ ສັນມີດ ຫຼື ສັນພ້າ

ສັນ 3 (ກ.) ກິນ (ໃຊ້ສະເພາະສໍາລັບພິກຂຸ)

ສັນ 4 (ສັນ.) ​ເໝືອນ, ຄື: “ກີໂສເສົ້າ ເສຍສີສັນປ່ວຍ”

ສັນ 5 (ນ.) (ປ.) ຊື່ຄຳກອນປະເພດໜຶ່ງ ໃນພາສາປາລີ ແລະ ຄຳນີ້ລາວໃຊ້ເປັນສານ: ກາບ, ກອນ, ໂຄງ, ສານ

ສັນຊາດ (ນ.) (ປ.) ຜູ້ທີ່ຢູ່ໃນຄວາມປົກຄອງຂອງປະເທດຊາດດຽວກັນ, ຜູ້ທີ່ເກີດມາເປັນຊາດໃດ ໜຶ່ງໂດຍກໍາເນີດ ຫຼື ຕັດສັນຊາດຕົນເຂົ້າເປັນສັນຊາດອື່ນ ເພື່ອຖືສັນຊາດອື່ນ.

ສັນຍະລັກ (ນ.) (ສ.) ລັກສະນະຂອງສິ່ງໃດສິ່ງໜຶ່ງ ທີ່ສັງຄົມຕັ້ງຂຶ້ນກໍານົດຂຶ້ນ ແລະ ນິຍົມກັນໃຫ້ ໃຊ້ເປັນເຄື່ອງໝາຍແທນອັນໃດອັນໜຶ່ງ ເຊັ່ນ ດອກກຸຫຼາບສີແດງເປັນສັນຍະລັກແຫ່ງຄວາມຮັກ

ສັນຍານ 1 (ນ.) (ສ.) ເຄື່ອງໝາຍ, ການເຕືອນ

ສັນຍານ 2 (ວ.) ສະແດງເຄື່ອງໝາຍໃຫ້ເຫັນ ຫຼື ໃຫ້ໄດ້ຍິນ ເປັນຕົ້ນແມ່ນຢູ່ໃນໄລຍະໄກ ເພື່ອໃຫ້ຮູ້ລ່ວງໜ້າ

ສັນຕິພາບ (ນ.) (ປ.) ຄວາມສະຫງົບ, ຄວາມມີສັນຕິສຸກຢ່າງແທ້ຈິງ, ພາວະບໍ່ມີເສິກສົງຄາມ

ສານ 1 (ກ.) ເອົາຕອກ ຫຼື ເຊືອກ ມາສອດຂັດໄຂວ່ກັນໄປມາ ໃຫ້ເປັນແຜ່ນ ຫຼື ເປັນພາຊະນະຕ່າງໆ ເຊັ່ນ ສານກະຕ່າ, ສານກະບຸງ

ສານ 2 (ນ.) (ປ.) ແກ່ນ, ແຂງ, ເນື້ອໃນສໍາຄັນ, ຈົດໝາຍ

ສານ 3 (ນ.) ທາດເບື່ອຈໍາພວກໜຶ່ງ, ພະຍາດທີ່ເປັນກ້ອນ ຫຼື ເປັນເມັດແຂງ ຢູ່ໃນຊີ້ນສັດ ເຊັ່ນ : ສານໝູ, ສານຕັບງົວ

ສານ 4 (ນ.) ຊ້າງ​ໃຫຍ່ ​ເຊັ່ນ​ ຊ້າງ​ສານ

ສານ 5 (ວ.) ໃຫຍ່

ສານ 6 (ນ.) ເຂົ້າທີ່ຕໍາຊ້ອມແລ້ວ ແລະ ຝັດເອົາແກບ ແລະ ຮໍາອອກຈົນໝົດ ເອີ້ນເຂົ້າສານ

ສານ 7 (ນ.) ຈົດໝາຍຮັກທີ່ຜູ້ບ່າວ ແລະ ຜູ້ສາວຂຽນຫາກັນ ເປັນກາບກອນຜະຫຍາ

ສານ 8 (ນ.) ຄຳສັ່ງ, ຄຳສັ່ງສອນ, ໜັງສືທາງການ

ສິນ 1 (ນ.) (ປ.) ຂໍ້ປະຕິບັດສໍາລັບເຝິກກາຍ ແລະ ວາຈາ ໃຫ້ຮຽບຮ້ອຍ, ຄວາມປະພຶດທີ່ດີ

ສິນ 2 (ນ.) (ສ.) ວາດ, ແບບແຜນ, ຄວາມຮູ້

ສິນ 3 (ນ.) ເງິນຄຳ, ຊັບສົມບັດ

ສິນ 4 (ນ.) ໜີ້ ເຊັ່ນ: ໜີ້ສິນ

ສິ້ນ 1 (ນ.) ເຄື່ອງນຸ່ງຂອງຜູ້ຍິງ

ສິ້ນ 2 (ວ.) ສ້ຽງ, ໝົດ

ສູນ 1 (ກ.) ຮ້າຍ, ຄຽດຮ້າຍ, ສະແດງອາການຮ້າຍຂາດ ດ້ວຍການເຕັ້ນຕຶ່ງໆ ຂຶງກ້າມ ຕີວັດຖຸສິ່ງຂອງທີ່ຢູ່ອ້ອມຂ້າງ

ສູນ (ນ.) (ປ.) ຜູ້​ກ້າຫານ, ນັກຮົບ, ຕາ​ເວັນ

ສູນ 2 (ກ.) ການຕົກກ້າໃສ່ບ່ອນບໍ່ມີນໍ້າ, ຕົກກ້າແຫ້ງ ເອີ້ນວ່າ ສູນກ້າ

ສູນ 3 (ນ.) (ສ.) ຕາເວັນ

ສູນ 4 (ວ.) (ສ.) ວ່າງເປົ່າ, ບໍ່ມີ, ເສຍໄປ, ເລກສູນ (0)

ສູນ 5 (ນ.) (ປ.) ຫອກ, ຫຼາວ, ຍອດເຊັ່ນ: ຕີສູນ, ນົບພະສູນ

ສູນ 6 (ນ.) (ປ.) ສຽງ, ສຽງເວົ້າ

ສູນ 7 (ກ.) (ປ.) ເຂົ້າ, ຖື, ກວມກືນ, ອົມ ເຊັ່ນ: ລາຫູສູນຕາເວັນ “ລາຫູເຂົ້າສູນພະຈັນມົວມືດ”.

ສູນຍາກາດ (ນ.) (ປ.) ອາກາດເປົ່າວ່າງ, ບ່ອນບໍ່ມີອາກາດ ຫຼື ອະວະກາດ

ສົນ 1 (ນ.) (ປ.) ມືຊ້າງ, ສາຍປ່າ ໝູ່ໄມ້ໄພສົນ, ປ່າຕຶບດົງໜາ

ສົນ 2 (ວ.) ສັບສອດກັນຢ່າງໝັ້ນໜຽວ ເຊັ່ນໄມ້ສົນ, ສັບສອດກັນຫຍຸ້ງເຫຍີງ ເຊັ່ນ ໄໝຫຍຸ້ງ

ສົນ 3 (ນ.) (ປ.) ໜັງສືຕໍາລາຮຽນ ໄວຍາກອນປາລີ ຜູກໜຶ່ງ ໃນຄຳພີມູລະກັດຈາຍະນະວ່າດ້ວຍຕົວອັກສອນ ແລະ ການຕໍ່ຕົວ ອັກສອນເຂົ້າກັນ

ສົນ 4 (ນ.) ຊື່ພັນໄມ້ຊະນິດໜຶ່ງ ຮຽກວ່າຕົ້ນສົນ

ສົນ 5 (ກ.) ສອດ, ຮ້ອຍ ເຊັ່ນ ເຈາະດັງງົວ ຫຼື ຄວາຍ ແລ້ວເອົາເຊືອກເຄົາ ຮ້ອຍໃສ່ ຮຽກວ່າ ສົນເຄົາຄວາຍ ຫຼື ສົນເຄົາງົວ

ສົນ 6 (ວ.) ໜາທຶບ, ຫຍຸ້ງເຫຍີງ ເຊັ່ນ ໜາມສົນ, ປ່າສົນ

ສົນເຄົາ (ກ.) ເອົາເຊືອກສອດຮ້ອຍດັງຄວາຍ ຫຼື ງົວ ບ່ອນທີ່ເອົາເຫຼັກຊີ ເຈາະເປັນຮູ ແລ້ວກ້ຽວຂຶ້ນມາມັດໄວ້ທີ່ງ່ອນ

ສົນທິ 1 (ນ.) (ປ.) ບ່ອນຕໍ່, ການຕິດຕໍ່ພົວພັນ

ສົນທິ 2 (ນ.) ການເຊື່ອມຕໍ່ຄຳເວົ້າໃຫ້ເຂົ້າກັນ ເອີ້ນວ່າ ສົນທິ

ສົນທິສັນຍາ (ນ.) (ປ.) ສັນຍາຕິດຕໍ່ກັນ ທີ່ເຮັດຂຶ້ນ ແລະ ລົງລາຍເຊັນລະຫວ່າງ ລັດຕໍ່ລັດ, ໜັງສືສັນຍາຕິດຕໍ່ກັນ ລະຫວ່າງ ບໍລິສັດ ກັບບໍລິສັດ ຫຼື ຄົນ ກັບ ຄົນ

ສ້ອນ 1 (ນ.) ເຄື່ອງໃສ່ເອົາປາ ເຮັດຄືໄຊ ແຕ່ບໍ່ມີງາ ປາເຂົ້າໄປຄາຢູ່ກົ້ນ

ສ້ອນ 2 (ກ.) ເອົາສະຫວິງ, ສະນາງ ຫຼື ຂອງອື່ນຊວ້ານເອົາປາ, ກຸ້ງ ຢູ່ໃນນໍ້າ; ເຈາະຈີ້ມຖາມສໍ້ເອົາຄວາມສໍາຄັນ ເອີ້ນ ສ້ອນເອົາຄວາມ

ສ້ອນຂວັນ (ກ.) ການທໍາພິທີ ເອີ້ນເອົາຂວັນຂອງຄົນເຈັບ ດ້ວຍເອົາແພ ຫຼື ສະຫວິງ ສ້ອນເອົາຂວັນ

ສ້ຽນ 1 (ນ.) ໄມ້​ແຫຼມນ້ອຍໆ ທີ່ປັກສຽບຕີນ, ມື, ໄມ້ເປັນ​ແຫຼມ ຕິດຢູ່ກັບໄມ້ທ່ອນ ໃຫຍ່ ຫຼື ຕໍໄມ້ທີ່ແຕກອອກເປັນຊີກເສັ້ນ ແລະ ມີປາຍ​ແຫຼມ ເອີ້ນ ສ້ຽນ

ສ້ຽນ 2 (ນ.) ຜັກແນວໜຶ່ງ ກິ່ນຂິວໃຊ້ຄັ້ນສົ້ມກິນ

ສ້ຽນ 3 (ນ.) ໜັງສື, ຈົດໝາຍ, ໃນຄຳວ່າ ໜັງສ້ຽນ ໜັງສື

ສວນ 1 (ນ.) ບໍລິເວນທີ່ລ້ອມຮົ້ວໄວ້ ສໍາລັບປູກຜັກ ແລະ ໝາກໄມ້ຕ່າງໆ ເຊັ່ນ ສວນພ້າວ, ສວນຕານ, ສວນແຕງ

ສວນ 2 (ນ.) ຍ່າງສວນທາງກັນ, ສັບສົນ

ສວນ 3 (ກ.) (ຂ.) ຫົວ

ສວນ 4 (ກ.) ສືບສວນ, ໄຕ່ສວນ

ສວນສະໜາມ (ນ.) ພິທີທະຫານເດີນຂະບວນ ເພື່ອສະແດງແສນຍານຸພາບ

ສັບປະດາ (ນ.) (ສ.) ເຈັດວັນ

ສັບພະ (ວ.) (ປ.) ທັງໝົດ, ທັງມວນ

ສັບພະນາມ (ນ.) (ປ.) ຄຳແທນຊື່, ຄຳເວົ້າປະເພດໜຶ່ງ ໃນໄວຍາກອນໍາລັບແທນຊື່

ສັບພັນຍູ (ນ.) (ປ.) ພະພຸດທະເຈົ້າຜູ້ຮູ້ແຈ້ງທຸກສິ່ງທຸກຢ່າງ

ສາບ 1 (ນ.) ແມງແນວໜຶ່ງອາໄສຢູ່ຕາມເຮືອນ ເອີ້ນວ່າ ແມງສາບ, ຊື່ຜັກຊະນິດໜຶ່ງ ເປັນເຄືອ ເອີ້ນ ຜັກສາບ

ສາບ 2 (ວ.) ກິ່ນ​ເໝັນ ຄື​ເໝັນແມງສາບ

ສາບ 3 (ກ.) ປ້ອຍເວນ, ສາບແຊ່ງ

ສາບ 4 (ກ.) ເອົາປູນ ຫຼື ຊິມັງທາໂບກເພື່ອອັດຕັນບ່ອນເປັນຮອຍແຕກແຫງ ຫຼື ເປັນຮູວາກ ໃຫ້ດີ ຄືນຄືເກົ່າ

ສາບ 5 (ນ.) ເຂດນໍ້າວັງບຶງກວ້າງໃຫຍ່ ເອີ້ນ ທະເລສາບ

ສືບ 1 (ກ.) ຊອກຫາ, ສະແຫວງຫາ, ຕິດຕາມຫາ

ສືບ 2 (ກ.) ເຮັດໃຫ້ນໍ້າມູກກັບເຂົ້າໄປໃນດັງຄືນອີກ

ສືບ 3 (ກ.) ຕໍ່, ຕິດຕໍ່, ບໍ່ໃຫ້ຂາດກັນ

ສູບ 1 (ນ.) ເຄື່ອງໃຊ້ຢ່າງໜຶ່ງ ສໍາລັບດູດ ຫຼື ເປົ່າຂອງແຫຼວ ເຊັ່ນ ສູບລົມ, ສູບນໍ້າ ຫຼື ດູດນໍ້າ.

ສູບ 2 (ກ.) ສູບເຂົ້າໄປ, ດູດເຂົ້າໄປ, ທັ່ງລົມເຂົ້າ

ສົບ 1 (ນ.) ຮິມປາກທັງສອງ, ປາກ, ປາກນໍ້າ ເຊັ່ນ ສົບຫ້ວຍ, ສົບເຊ

ສົບ 2 (ນ.) (ສ.) ຊາກຄົນຕາຍ, ຂອນຜີ

ສົບ 3 (ກ.) ສຸບ ຫຼື ໃສ່

ສົບ 4 (ກ.) ເປົ່າມົນ, ເສກມົນ

ສົບ 5 (ກ.) ພົບພໍ້, ຈວບ, ປະສົບ

ສ້າມ 1 (ກ.) ສ້ອມແຊມ ເຊັ່ນ ເຮັດເຮືອນຮົ່ວເອົາໄພຫຍ້າມຸງໃສ່ບ່ອນໂປດ ເປ່ເພເສຍ, ເອົາກ້າໄປດໍາຕາມບ່ອນເຂົ້າຫ່າງກັນ ຫຼື ບ່ອນທີ່ຖືກກະປູກັດ, ງົວຄວາຍກັດ.

ສ້າມ 2 (ກ.) ຮ້ອງ, ນົກຮ້ອງ ຮຽກສ້າມ

ສ້າມ 3 (ກ.) ຕີກອງ

ສ້າມ 4 (ກ.) ເວົ້າຈາ, ສົນທະນາ

ສຸ່ມ (ນ.) ເຄື່ອງມືສໍາລັບງວຳເອົາປາ ຖັກ ຫຼື ສານດ້ວຍໄມ້ໄຜ່ເປັນດິ້ວ ຫຼື ເປັນຕອກແຂງຮູບກົມ ປາກກວ້າງ, ກົ້ນແຄບ ເອີ້ນວ່າ ສຸ່ມສັກປາ, ສຸ່ມສໍາລັບຂັງໄກ່ ເອີ້ນ ສຸ່ມໄກ່

ສົມຄວນ (ວ.) ເໝາະສົມດີ, ວນອີຫຼີ, ຄວນຢ່າງຍິ່ງ

ສົມເດັດ 1 (ນ.) ຄຳຍົກຍ້ອງ ໝາຍຄວາມວ່າ ປະເສີດ ຫຼື ຍິ່ງໃຫຍ່, ໃຊ້ປະກອບໜ້າຄຳທີ່ເປັນ ຖານັນດອນສັກ ໂດຍກໍາເນີດ ຫຼື ໂດຍແຕ່ງຕັ້ງ ດັ່ງ ສົມເດັດພະເຈົ້າແຜ່ນດິນ, ສົມເດັດພະສັງ ຄະລາດ.

ສົມເດັດ 2 (ນ.) ພະເຖລະຜູ້ຈະເລີນສະມະຖະ ແລະ ວິປັດສະນາ ໄດ້ບັນລຸທໍາຊັ້ນ ສູງ ຮຽກສົມເດັດ.

ສົມມຸດ 1 (ກ.) (ປ.) ຕົກລົງກັນ, ບັນຍັດຂຶ້ນ, ຕັ້ງຂຶ້ນ

ສົມມຸດ 2 (ນ.) ການຄິດຕັ້ງບັນຫາ, ຕົວຢ່າງ ຫຼື ຫຼັກການໃດໜຶ່ງຂຶ້ນມາ ເພື່ອອຸປະມາປຽບທຽບ ແລະ ໃຫ້ເຫດຜົນຢືນຢັນ ກ່ຽວກັບ ຂໍ້ສະຫຼຸບ ຂອງບັນຫານັ້ນໆ.

ສົມລົດ (ນ.) (ປ.) ການແຕ່ງດອງ ການເອົາຜົວເອົາເມຍ

ສົ້ມ (ວ.) ລົດຢ່າງໜຶ່ງ ກົງກັນຂ້າມກັບຫວານ.

ສົ້ມ 1 (ນ.) ອາຫານປະເພດທີ່ມີລົດສົ້ມ ດັ່ງສົ້ມປາ, ສົ້ມຜັກ.

ສົ້ມ 2 (ນ.) ມົດແນວໜຶ່ງຕົວແດງໆ ມີລົດສົ້ມຮຽກມົດສົ້ມ ຫຼື ມົດແດງ.

ສົ້ມສ້ຽວ (ນ.) ຕົ້ນໄມ້ແນວໜຶ່ງ ໃບມີລົດສົ້ມ ດອກສີ​ແຫຼ້ ໃບໃສ່ຕົ້ມປາ ຫຼື ຊີ້ນ

ສົ້ມປ່ອຍ (ນ.) ໄມ້ເຄືອແນວໜຶ່ງ ໃບເປັນແຫຼບ, ໃບ ແລະ ຍອດມີລົດສົ້ມ ກິນເປັນອາຫານໄດ້

ສົ້ມໂຮງ (ນ.) ຊື່ໄມ້ຊະນິດໜຶ່ງ ເປັນໄມ້ຂະໜາດໃຫຍ່ ແຕ່ແກ່ນບໍ່ແຂງ ໃບສ້ອຍ ໝາກຂອງມັນ ມີລົດເມົາ, ບ້ານທີ່ເອົາຊື່ຂອງຕົ້ນໄມ້ນີ້ໄປຕັ້ງ ເອີ້ນ ບ້ານສົ້ມໂຮງ.

ໂສມ 1 (ນ.) ຮູບ, ຮູບຮ່າງ, ຮ່າງຄີງ

ໂສມ 2 (ນ.) ໄມ້ເຄືອຊະນິດໜຶ່ງ ມີຫົວຄືຫົວຜັກກາດຂາວ ໃຊ້ເຮັດຢາ ອາຍຸວັດທະນະ ໃນຄຳພິພາມ ບູຮານເລົ່າລືກັນວ່າ ເທວະດາເອົາໂສມນີ້ ມາເຮັດນໍ້າເມົາ ສະນັ້ນນໍ້າ​ເຫຼົ້າຈິ່ງເອີ້ນວ່າ ນໍ້າໂສມ.

ໂສມ 3 (ນ.) (ປ. ສ.) ພະຈັນ, ດວງເດືອນ.

ສ້ອມ 1 (ກ.) ຖາກໃຫ້ນ້ອຍເຂົ້າ, ຖາກໃຫ້ນ້ອຍລົງທາງໜຶ່ງ

ສ້ອມ 2 (ນ.) ເຄື່ອງສັກ ຫຼື ແທງເອົາອາຫານໃສ່ປາກ ຄູ່ກັນກັບບ່ວງ ເອີ້ນ ສ້ອມ.

ສ້ວມ (ນ.) ຫ້ອງ, ຫ້ອງບ່ອນຂັ້ນໄວ້, ບ່ອນຢູ່ບ່ອນນອນທີ່ແອ້ມຂັ້ນໄວ້.

ສາວ 1 (ນ.) ເປັນຄຳບອກໝາຍ ເພດຍິງ ໃຊ້ປະກອບໜ້າຊື່ຂອງແມ່ຍິງ ເຊັ່ນ: ສາວແພງ, ສາວເພົາ.

ສາວ 2 (ນ.) ເປັນຄຳເອີ້ນຜູ້ຍິງ ທີ່ມີອາຍຸຕັ້ງແຕ່ 15 ປີຂຶ້ນໄປ ເຊິ່ງຍັງບໍ່ມີຜົວວ່າ ສາວ ຫຼື ຜູ້ສາວ.

ສາວ 3 (ກ.) ດຶງນ້າວເຂົ້າມາບາດຫ່າງໆ ຫຼື ບາດຍາວໆ, ໄສໄປທາງໜ້າ ຊົ່ວໄລຍະແຂນ ເຊັ່ນ ສາວກົບ, ສາວເຊືອກ, ສາວໄໝ, ສາວຫຼອກ, ຍ່າງບາດກວ້າງແລະຟ້າວເອີ້ນວ່າ ສາວບາດຕີນ.

ສາວຫຼອກ (ກ.) ດຶງເສັ້ນໄໝແລບໆ ອອກຈາກຝັກຫຼອກ ເອີ້ນສາວຫຼອກ ສາວໄໝ.

ສິວ (ນ.) ຕຸ່ມນ້ອຍໆ ມີຫົວຄ້າຍຄືຫົວຝີ ເກີດຕາມໜ້າຂອງຄົນ ໂດຍສະເພາະຜູ້ທີ່ ຍັງເປັນບ່າວ ເປັນສາວ.

ສິ່ວ (ນ.) ເຄື່ອງມືຢ່າງໜຶ່ງ ສໍາລັບເຈາະໄມ້ດ້ວຍການເອົາຄ້ອນຕອກລົງ.

ສິ່ວ 1 (ກ.) ເອົາສີ່ວເຈາະໄມ້ ເອີ້ນວ່າ ສີ່ວໄມ້.

ແສ່ວ 1 (ກ.) ບິນເຈີດຂຶ້ນເຈີດລົງໄວໆ.

ແສ່ວ 2 (ກ.) ເອົາເຂັມສອດຮ້ອຍໄປຕາມຮອຍຮູບທີ່ແຕ້ມໄວ້ເທິງຜ້າຂາວ ດ້ວຍຝ້າຍ ຫຼື ໄໝສີຕ່າງໆ ເພື່ອໃຫ້ໄດ້ຮູບ ແລະ ສັນສີສວຍງາມ.

ສຽວສະຫວາດ (ນ.) ຊື່ໜັງສື ແລະ ຄົນໃນວັນນະຄະດີ ເລື່ອງສຽງສະຫວາດ.

ສຽວສະຫວາດ 1 (ວ.) ສະຫຼາດ, ຫຼັກ​ແຫຼມ.