ຊ. ຊະດາ (ນ.) ຜົມເກົ້າ ຫຼື ເກົ້າຜົມແບບບູຮານ, ວ່ອມ ຫຼື ຫງ່ອມ

ຊະນະ (ກ.) ຜາບແພ້, ການຜາບຂ້າເສິກ ສັດຕູ ເອີ້ນຊະນະ

ຊະວາ 1 (ນ.) ຊື່ດອນໃຫຍ່ດອນໜຶ່ງ ​ເຊິ່ງ​ເປັນ​ທີ່​ຕັ້ງ​ເມືອງ​ຫຼວງຂອງ​ປະ​ເທດ​ແອ​ງ​ໂດ​ນິຊີ ​ເອີ້ນດອນ​ຊະວາ ຫຼື ດອນ​ສຸ​ມາດຕາ

ຊະວາ 2 (ນ.) ຊື່​ປີ່​ແນວໜຶ່ງ ​ເອີ້ນປີ່​ຊະວາ

ຊະວາ 3 (ນ.) ຊື່​ນະຄອນຫຼວງບູຮານ​ຂອງ​ລາວ​ດຽວນີ້​ເອີ້ນ ນະຄອນຫຼວງພະ​ບາງ, ​ເດີມ​ຊື່​ຊະວາ ຫຼື ຊວ​າ

ຊາ 1 (ນ.) ​ໄມ້​ພຸ່ມ​ຈໍາພວກໜຶ່ງ ມີ​ສອງ​ສະແນວຄື​​ ຊາ​ຕົ້ມກິນ​ນໍ້າ ​ແລະ ຊາສູບ

ຊາ ຫຼື ກັນຊາ 2 (ນ.) ຊື່​ພັນ​ໄມ້​ພຸ່ມ​ໃບ​ນ້ອຍ​ແຫຼມ ​ໃຊ້​ເຮັດ​ຢາ​ປຸງ​ອາຫານ ​ແລະ ສູບຕາງ​ສູບຢາ ​ເປັນ​ຢາ​ເສບ​ຕິດ​ໃຫ້​ໂທດ​ຄົນ​ຕິດ​ຊາ​ມີ​ອາການ​ມືນ​ງົງ ຄື​ຄົນ​ເປັນ​ບ້າ, ຖ້າ​ໄດ້​ສູບ​ກິນ​ຫຍັງ​ກໍ່​ແຊບ ຖ້າ​ບໍ່​​ໄດ້​ສູບ​ຈະ​ເກີດ​ແງ້ນ​

ຊາ 3 (ນ.) ຕໍາແໜ່ງສະມະນະ​ສັກ ຂັ້ນທີ່​ສອງຕໍ່ຈາກ​ຂັ້ນສໍາ​​ເດັດ ​ເອີ້ນ​ເຈົ້າຫົວຊາ, ຄູບາ​ຊາ, ອາຈານ​ຊາ

ຊາ 4 (ວ.) ບໍ່ກ້ຽງ, ບໍ່ມື່ນ, ​ແຂງ, ກ້າ

ຊາ 5 (ນ.) ຕໍາ​ແໜ່ງບັນດາສັກ​ຝ່າຍ​ຕໍາຫຼວດ ຫຼື ຜູ້ກວດ​ລາຊະການ​ຕາມ​ແບບ​ບູຮານ

ຊາ 6 (ວ.) ອາການ​ທີ່​ອະ​ໄວ​ຍະ​ວະ ສ່ວນ​ໃດ ສ່ວນ​ໜຶ່ງຂອງ​ຮ່າງກາຍ ​ເກີດ​ມືນ​ຊາ

ຊາ 7 (ວ.) ດີ, ​ເກັ່ງ, ຊື່​ດັງ

ຊາ 8 (ກ.) ​ເອົາ​ໃຈ​ໃສ່, ວ່າ​ກ່າວ, ບອກສອນ, ກໍາກັບ ​ເຊັ່ນ ​ເອົາ​ຫົວ​​ໃສ່​ໃຈ​ຊາ​ດີ

ຊາ 9 (ວ.)​ ຄຽດ​ໃຫ້, ບໍ່ພໍ​ໃຈ, ຄິດ​ເຈັບ​ໃຈ​ໃຫ້

ຊ້າ 1 (ນ.) ​ເຄື່ອງ​ສານ​ສໍາລັບ​ໃສ່​ຂອງ​ມີຫຼາຍຢ່າງ

ຊ້າ 2 (ນ.)​ ​ເຊື້ອ​ແນວ, ພັນ

ຊ້າ 3 (ນ.) ​ເປືອກ ຫຼື ກາບ​ເຫັດ​ເຜາະ ທີ່​ແຫ້ງ​ກະ​ແດ້ງ​ຍ້ອນ​ແກ່ ​ແລະ ບໍ່ມີ​ໃຜ​ເກັບ​ເອົາ​ໄປ​ກິນ ​ເອີ້ນ ຊ້າ​ເຜາະ​​ເຫັດ​ເຜາະ

ຊ້າ 4 (ກ.) ບໍ່​ໄວ, ບໍ່ຟ້າວ, ​ໂງ່

ຊ້າ 5. ຊາກ​ສົບ, ຊາກ​ຄົນ​ຕາຍ

ຊໍ 1 (ນ.) ​ເຄື່ອງ​ເສບ​ຈໍາພວກໜຶ່ງ ມີ​ສາຍ​ໃຫ້​ເກີດ​ສຽງດັງ ​ເອີ້ນຊໍ

ຊົ່ວ 1 (ນ.) ​ໄລຍະ, ​ເວລາ, ຄາວ, ຄັ້ງ ​ເຊັ່ນ​ເວລາ​ພໍ່​ເກີ​ດ ​ເອີ້ນຊົ່ວ​ພໍ່, ​ເວລາ​ລູກ​ເກີດ ​ເອີ້ນຊົ່ວ​ລູກ, ​ເວລາ​ຫຼານ​ເກີດ ​ເອີ້ນຊົ່ວ​ຫຼານ

ຊົ່ວ 2 (ວ.) ບໍ່ດີ, ​ເສຍ, ​ໃຊ້​ບໍ່​ໄດ້, ບາບ ​ເຊັ່ນຄົນ​ບໍ່ດີ ​ເອີ້ນຄົນ​ຊົ່ວ ຫຼືຄົນ​ມັກ​ທໍາ​ຄວາມ​ຊົ່ວ ​ເອີ້ນຄົນ​ຊົ່ວ

ຊົ່ວ 3 (ນ.) ຕະຫຼອດ, ສິ້ນ, ຕະຫຼອດວັນ ​ເອີ້ນຊົ່ວ​ວັນ, ຕະຫຼອດຄືນ ​ເອີ້ນຊົ່ວ​ຄືນ, ຕະຫຼອດ​ເດື​ອນ ​ເອີ້ນຊົ່ວ​ເດືອນ, ຕະຫຼອດປີ ​ເອີ້ນຊົ່ວ​ປີ, ຕະຫຼອດການ ​ເອີ້ນຊົ່ວ​ການ, ຕະຫຼອດອາ​ຍຸ ​ເອີ້ນຊົ່ວ​ອາ​ຍຸ

ໄຊ 1 (ນ.) ​ເຄື່ອງ​ໃສ່​ເອົາ​ປາ ຫຼືສັດ​ນ້ອຍໆສານ​ດ້ວຍ​ຕອກ​ໄມ້​ໄຜ່ ຫຼືລວດ​ຮູບ​ກົມ​ຍາວ​ມີ​ງາ ​ໃຫ້​ສັດ​ເຂົ້າ ​ແລ້ວ​ອອກບໍ່​ໄດ້

ໄຊ 2 (ນ.) ຊື່​ຫຍ້າ​ແນວໜຶ່ງ ​ໃບ​ຍາວ ​ແລະ ​ແຫຼມຄົມ ​ເອີ້ນຫຍ້າ​ໄຊ

ໄຊ 3 (ນ.) ຊື່​ດາວ​ລືກ​ທະ​ມິດ​ຖາ ​ເອີ້ນດາວ​ໄຊ

ໄຊ 4 (ກ.) ການ​ປົວ​ພະຍາດ​ແນວໜຶ່ງ ຂອງໝໍບູຮານ ຄື​ໃຊ້​ວິທີ​ຈົ່ມ​ມົນ​ໃສ່ໝາກ ຫຼືພູ​ແລ້ວ​ເປົ່າ​ຄົນ​ເຈັບ ​ເຊັ່ນ​ເຈັບ​ຕາ​ແດງ​, ການ​ຈົ່ມ​ມົນ​​ໃສ່ໝາກ ຫຼືພູນັ້ນ ​ເອີ້ນ​ໄຊໝາກ, ​ໄຊ​ພູ

ໄຊ 5 (ກ.) ​ເມົາ ຫຼືປ່ວງ ​ເພາະ​ຄວາມ​ເຈັບ ​ເຊັ່ນ​ເສືອ​ຖືກ​ຍິງ​ເຈັບ ​ເອີ້ນ​ເສືອ​ໄຊ, ຄວາຍ​ຊົນ​ກັນ​ເຈັບ ​ເອີ້ນຄວາມ​ໄຊ, ​ໄຊ​ຕາຍ

​​ໄຊ 6 (ກ.) ​ເຈາະ, ສັບ ​ເຊັ່ນ​ແມງ​ພູ່​ເຈາະ​ດອກ​ໄມ້ ​ເອີ້ນ​ໄຊ

ໄຊ 7 (ນ.) ຄວາມ​ຜາບ​ແພ້, ຄວາມ​ຊະນະ

ຊັກ 1 (ກ.) ອາການ​ດີ້ນງໍ​ຈັງ​ຂອງ​ຄົນ ຫຼືສັດ​ເວລາ​ເຈັບ​ເນື່ອງ​ຈາກ​ເສັ້ນ​ເອັນ ​ເອີ້ນຊັກ

ຊັກ 2 (ກ.) ດຶງ​ຊາກ​ມາ​ໂດຍ​ແຮງ, ​ແກ່​ມາ​ໂດຍ​ແຮງ, ຊວນ ​ເຊັ່ນ​ຊັກ​ຊວນ, ນໍາ​ເອົາ​ມາ ​

ຊັກ 3 (ກ.) ສຸ, ຕົບ, ລ້າງ​ເຄື່ອງ​ນຸ່ງ​ຫົ່ມ​ໃຫ້​ສະອາດ ​ເອີ້ນຊັກ, ​ເຊັ່ນ​ຊັກ​ເສື້ອ, ຊັກ​ຜ້າ

ເຊັກ (ນ.) ​ໃບ​ເບີກ​ເງິນ ຫຼືຖອນ​ເງິນ​ຈາກ​ທະນາຄານ ​​ແຊັກ

ແຊກ 1 (ນ.) ກະຕ່ອງ​ຫວາຍ​ໃຊ້​ສໍາລັບ​ສອດ​ຄານ​ໃນ​ເວລາ​ຫາບ​ເຂົ້າ ​ເອີ້ນ​ແຊກ​ຫາ​ບ​ເຂົ້າ, ກະ​ແຊກ

ແຊກ 2 (ນ.) ​ໄມ້ ຫຼືວັດຖຸ​ເປັນ​ດິ້ວ ​ເອົາ​ຖັກ​ໃຫ້​ຕິດ​ກັນ​ເປັນ​ແຜ່ນ ​ແລ້ວ​ໃຊ້​ມັດ​ປ້ອງ​ກັນ​ຂອງ​ຢູ່​ທາງ​ໃນ ​ເຊັ່ນ​ດາມ​ກະດູກ​ຫັກ​

ແຊກ 3 (ວ.) ສັບປົນ​ເຂົ້າ​ໃນ​ລະຫວ່າງ​ກາງ, ​ແຊກ​ແຊງ ​ເຊັ່ນ​ຄົນ​ນອກ​ເຂົ້າມາກ່ຽວຂ້ອງ ​ເອີ້ນ​ແຊ​ກ

ແຊກ 4 (ວ.) ສີຂາວ ທີ່​ເປັນ​ລາຍ​ສັນ​ໄປ​ຕາມ​ທາງ​ຍາວ ​ເອີ້ນລາຍ​ແຊກ

ຊົກ (ກ.) ຕີ​ດ້ວຍ​ກໍາປັ້ນ, ​ເອົາ​ກໍາປັ້ນຕີ​ໄປ​ຊື່​ທາງໜ້າ

ຊົກມວຍ (ກ.) ການ​ຕີ​ດ້ວຍ​ກໍາປັ້ນ ຢ່າງ​ມີ​ລະບຽບມີ​ກໍາມະການ​ຕັດສິນ ຫຼືດ້ວຍ​ຄວາມ​ສະໝັກ​ໃຈ ຂອງ​ຜູ້​ຕີ​ກັນ​ເອງ

ຊັ່ງ 1 (ນ.) ​ເຄື່ອງ​ເຮັດ​ໃຫ້​ຮູ້ຈັກ​ນໍ້າໜັກ ຫຼື​ໃຫ້​ຮູ້ຈັກ​ຝ່າຍໜັກຝ່າຍ​ເບົາ ​ເອີ້ນຊັ່ງ ຕາຊັ່ງ, ຊິງ

ຊັ່ງ 2 (ນ.) ມາດຕາ​ເງິນ​ຈໍານວນ 80 ບາດ ຫຼືອັດຕາໜັກທໍ່ກັບ​ເງິນ 80 ບາດ

ຊັ່ງ 3 (ກ.) ​ ​ເຮັດ​ໃຫ້​ຮູ້ຈັກ​ນໍ້າໜັກດ້ວຍ​ເຄື່ອງ​ຕ່າງໆ ມີ​ຊິງກິ​ໂລ​​ເອີ້ນຊັ່ງ

ຊັ່ງ 4 (ກ.) ການ​ຕັດສິນ​ໃຈ, ການ​ພິຈາລະນາ​ຄັກ​ແນ່, ການ​ທໍາ​ຄວາມ​ຕົກລົງ​ໃຈ​ວ່າ​ຈະ​ໄປ​ທາງ​ໃດ ຫຼືຈະ​ເຂົ້າຝ່າຍ​ໃດ ​ເອີ້ນຊັ່ງ​ໃຈ, ຕີ​ລາຄາ​ໃຈ

ຊັ່ງຊາ (ກ.) ​ເຮັດ​ໃຫ້​ສະ​ເໝີກັນ, ​ເຮັດ​ໃຫ້​ທໍ່ກັນ, ພິຈາລະ​ນາ​ໃຈ​ໃຫ້​ຄັກ​ແນ່ ​ແລ້ວ​ຈິ່ງ​ຕັດສິນ​​ເຮັດ​ສິ່ງ​ໃດ​ສິ່ງໜຶ່ງລົງ​ໄປ

ຊາງ 1 (ນ.) ຊື່​ໄມ້​ແນວໜຶ່ງ​ໃນ​ຈໍາພວກ​ໄມ້​ໄຜ່, ລໍາ​ໃຫຍ່​ຄື​ໄມ້​ໄຜ່​ບ້ານ ​ແຕ່​ບໍ່ມີໜາມ ​ເອີ້ນ​ໄມ້ຊາງ

ຊາງ 2 (ນ.) ຊື່​ໄມ້​ແນວໜຶ່ງຈໍາພວກ​ໄມ້​ແກ່ນ​ລໍາ​ໃຫຍ່ ໜາກໜ່ວຍນ້ອຍ​ມົນ ສຸກ​ແລ້ວ​ມີ​ລົດ​ຫວານ​ສຸກ​ແຊບ​ຊ້ອຍ

ຊາງ 3 (ນ.) ຊື່​ພະຍາດ​ແນວໜຶ່ງມັກ​ເກີດ​ກັບ​ເດັກນ້ອຍ ​ເມື່ອ​ເກີດ​ແລ້ວ​ມີ​ອາການ​ຕ່າງໆ​ເຊັ່ນ ຈ່ອຍ​ຜ່ອມ ຕາ​ເຫຼືອງ, ທ້ອງ​ປຸ້ງກົ້ນລີບ​ ​ເອີ້ນ​ເດັກນ້ອຍ​ເປັນ​ຊາງ

ຊ້າງ (ນ.) ສັດສີ່​ຕີນ​ແນ​ວໜຶ່ງ ​ໂຕ​ໃຫຍ່​ກວ່າ​ສັດ​ສີ່​ຕີນ​ທັງຫຼາຍ ມີ​ງວງ ​ແລະ ງາ ​ເອີ້ນຊ້າງ

ຊ້າງນໍ້າ (ນ.) ຊ້າງ​ແນວໜຶ່ງທີ່​ຢູ່​ໃນ​ນໍ້າ​ຕົວ​ນ້ອຍ​ປະມານ​ທໍ່ຄວາຍ

ຊ້າງນ້ອຍ 1 (ນ.) ​ແມງ​ແນວໜຶ່ງຮູບ​ຄື​ຊ້າງ​ກິນ​ໃບ​ໄມ້ ​ເອີ້ນ​ແມງ​ຊ້າງ​ນ້ອຍ

ຊ້າງນ້ອຍ 2 (ນ.) ຊື່​ດາວ​ລືກໝູ່ໜຶ່ງ ​ເອີ້ນດາວຊ້າງ​ນ້ອຍ

ຊຶງ 1 (ນ.)​ ​ເຄື່ອງ​ສໍາລັບ​ໃຊ້ໜຶ້ງອາຫານ ​ເຮັດ​ດ້ວຍ​ສັງກະສີ​ມີຫຼາຍຊັ້ນ ​ແລະ​ມີຝາອັດ​ລັງ​ຊຶງ

ຊຶງ 2 (ນ.) ຊໍ (ຄຳນີ້​ເປັນ​ພາສາ​ມອນ​ລາວ​ເຮົາ​ແຕ່​ເດີມ​ກໍ່​ເອີ້ນວ່າ​ຊຸງ ໝາຍຄວາມ​ວ່າ​ຊໍ​ ແຕ່​ຫາກ​ເປັນ​ຊໍ​ຢ່າງໜຶ່ງຄ້າຍຄື​ກະ​ຈັບ​ປີ່)

ຊຶງ 3 (ວ.) ອາການ​ຢືນ ຫຼືນັ່ງ​ຄຶດ​ບໍ່ປາກ​ບໍ່ຕີງ ​ເອີ້ນຢືນຊຶງ, ນັ່ງ​ຊຶງ

ແຊງ 1 (ນ.) ຊື່​ພືດ​ຢ່າງໜຶ່ງຈໍາພວກ​ຫຍ້າ​ລໍາ​ແຂງ ຄ້າຍ​ເລົາ ມັກ​ເກີດ​ຕາມ​ບ່ອນ​ນໍ້າ​ຖ້ວມ​ເຖິງ ​ເອີ້ນປ່າ​ແຊງ

ແຊງ 2 (ນ.)​ ຊື່​ຂອງ​ພວກໝາກ​ໄມ້ ຫຼືດອກ​ໄມ້​ທີ່​ມີ​ຂວັ້ນ​ໃຫຍ່​ອັນ​ດຽວກັນ ​ແລ້ວ​ມີ​ຂວັ້ນນ້ອຍ​ຕໍ່ກັບໜ່ວຍ ຫຼືດອກ​ແຍກ​ມາ​ອີກຕ່າງຫາກ ​ເຊັ່ນ​ແຊງໝາກພ້າວ ​ແຊງໝາກຕານ

ແຊງ 3 (ກ.) ຊ່ວງ​ຂື້ນໜ້າ, ​ເຂົ້າມາ​ສັບປົນ​ຢູ່​ໃນ​ຫວ່າງ​ກາງ, ຊິງ​ຂື້ນ​ໄປ​ກ່ອນ

ແຊງ 4 (ວ.) ສັບປົນ, ສັບຫວ່າງ

ແຊງ 5 (ນ.) ຊື່​ນົກ​ແນວໜຶ່ງ​ໂຕ​ໃຫຍ່​ສົບ​ຍາວ​ກິນ​ປາ​ເປັນ​ອາຫານ ​ເອີ້ນນົກ​ຊຸມ​ແຊງ

ແຊງ 6 (ນ.) ລາຍ​ແຜ່ນ​ແພ​ຕ່າງໆ

​ແຊງ 7 (ນ.)​ ​ເຊື້ອ​ແນວ, ພົງພັນ, ​ເຊື້ອສາຍ​, ສາຍ​ພີ່​ສາຍ​ນ້ອງ

ຊອງ 1 (ນ.) ຕຽງ, ຕຽງນອນ ​ເອີ້ນຊອງ

ຊອງ 2 (ນ.) ​ໄມ້​ທີ່​ເປັນ​ງ່າມ, ລະ​ຫວ່າງ​ໄມ້​ສອງ​ອັນ, ງ່າມ, ​ໃບຕອງ​ກ້ວຍ ຫຼືສິ່ງ​ທີ່​ເປັນ​ແຜ່ນ​ບາງໆ ທີ່​ພັບ​ເຂົ້າ​ໃຫ້ກົ້ນ​ແຫຼມປາກ​ເຫີ​ວ ສໍາລັບ​​​ໃສ່​ດອກ​ໄມ້​

ຊອງ 3 (ນ.) ​ເຈ້ຍ​ທີ່​ພັບ​ເຂົ້າ​ເປັນ​ຖົງ​ສໍາລັບ​ໃສ່ໜັງສື ຫຼືສິ່ງ​ຂອງ​ນ້ອຍໆ ​ເອີ້ນຊອງໜັງສື

ຊ້ອງ 1 (ນ.) ມວຍ​ຜົມ​ທີ່​ຕັດ​ອອກ ​ແລ້ວ​ມັດ​ໄວ້​ສໍາລັບ​ໃຊ້​ຊ້ອນ​ເກົ້າຜົມ ​ເພື່ອ​ໃຫ້​ເກົ້າ​ໃຫຍ່ ​ແລະ ຍາວ

ຊ້ອງ 2 (ວ.) ຍໍ​ຫົວ ຫຼືມື​ຂື້ນພ້ອມ​ກັນ​ຫຼາຍໆ ​ເຊັ່ນ​ຄົນຫຼາຍຄົນ​ຢືນ ​ເບິ່ງ​ອັນ​ໃດ​ອັນໜຶ່ງ ​ເອີ້ນຢືນ​ເປັນ​ຊ້ອງໆ, ຍໍມື​ຂື້ນຫຼາຍໆ ​ເອີ້ນຍໍມື​ເປັນ​ຊ້ອງໆ

ຊ້ອງ 3 ບຸ. ຕໍ່, ພ້ອມ, ຊື່ ​ເຊັ່ນ​ວ່າ​ມາ​ຊ້ອງໜ້າກັນ​ແລ້ວ

ເຊີ້ງ (ກ.) ຟ້ອນ​ເປັນໝູ່, ອາການ​ຟ້ອນ​ເປັນໝູ່​ໃນ​ປາງ​ບຸນ ​ເຊັ່ນ​ບຸນ​ບັ້ງ​ໄຟ, ບຸນຊ່ວງ​ເຮືອ​ ພ້ອມ​ກັບ​ຂະ​ບວນຟ້ອນ​ນັ້ນໆ

ຊາຍ 1 (ນ.) ​ເພດ​ຜູ້ (​ໃຊ້​ຈໍາ​ເພາະ​ຄົນ), ຄົນ​ຝ່າຍ​ກົງກັນຂ້າມ​ກັບ​ຍິງ

ຊາຍ 2 (ນ.) ດິນ​ເປັນ​ເມັດໆ ບໍ່ຕິດ​ກັນ, ດິນ​ທີ່​ເກີດ​ຈາກ​ຫີນ​ບົດ​ກັນ ​ເອີ້ນດິນຊາຍ ມີ​ສອງ​ແນວ ຄື​ແນວ​ເມັ​ດ​ໃຫຍ່ ​ເອີ້ນຊາຍ​ພວນ, ​ແນວ​ເມັດ​ນ້ອຍ ​ເອີ້ນຊາຍ​ອ່ອນ ຊາຍ​ແລບ

ຊາຍ 3 (ນ.) ສັດ​ສີ່​ຕີນ​ແນວໜຶ່ງ ​ເປັນ​ສັດ​ຄ້ຽວ​ເອື້ອງ ຕົວ​ຂະໜາດຟານ​ຂົນ​ແລບ

ຊວຍ 1 (ນ.) ສິ່ງ​ທີ່​ເປັນ​ແຜ່ນ​ມີ​ເຈ້ຍ ​ແລະ ​ໃບຕອງ​ ​ແລ້ວ​ພັນ​ເຂົ້າ​ໃຫ້​ສ້ວຍ​ຂ້າງໜຶ່ງ ຫຼື​ໃຫ້​ທາງ​ປາຍ​ແຫຼມ ທາງ​ກົກ​ເຫີ​ວ ​ໃຊ້​ໃສ່​ດອກ​ໄມ້ ​ແລະ ທຽນ​ເພື່ອ​ບູຊາ

ຊວຍ 2 (ນ.) ຊື່​ປາໜັງ​ແນວໜຶ່ງ​ໃນ​ຈໍາພວກ​ປາ​ປື່ງ ​ແຕ່​ໂຕ​ໃຫຍ່​ຍາວ​ກວ່າ​ປາ​ປື່ງ ​ເອີ້ນປາຊວຍ, ປາ​ຊວາຍ

ຊວຍ 3 (ວ.) ບໍ່ມີ​ໂຊກ, ​ເຄາະ​ຮ້າຍ

ຊ່ອຍ (ກ.) ​ເຮັດ​, ​ເວົ້າ ຫຼືຄຶດ​ນໍາ​ໂດຍ​ບໍ່​ເອົາ​ຄ່າ​ຈ້າງ​, ຊ່ວຍ

ຊາດ 1 (ນ.) ປະ​ເທດ, ປະຊາຊົນ​ທີ່​ເປັນ​ພົນລະ​ເມືອງ​ຂອງ​ປະ​ເທດ, ກຸ່ມ​ຊົນ​ທີ່​ມີ​ຄວາມ​ຮູ້ສຶກ​ໃນ​ເລື່ອງ​ເຊື້ອຊາດ ສາສະໜາພາສາ ປະຫວັດສາດ​ຄວາມ​ເປັນ​ມາ ຂະໜົບທໍານຽມປະ​ເພນີ ​ແລະ ວັດທະນະທໍາ​ຢ່າງ​ດຽວກັນ ຫຼືຢູ່​ໃນ​ການ​ປົກ​ຄອງ​ຂອງ​ລັດຖະບານ​ດຽວກັນ

ຊາດ 2 (ນ.) ຊື່​ຕົ້ນ​ໄມ້​ແນວໜຶ່ງ ​ເປັນ​ໄມ້​ແກ່ນ​ແຂງ​ຕົ້ນ​ໃຫຍ່​ໃຊ້​ເຮັດ​ເຄື່ອງ​ເຮືອນ​ໄດ້​ດີ ​ເອີ້ນ​ຕົ້ນ​ຊາດ

ຊາດ 3 (ກ.) ຫຼອນຊິດ ຫຼື ຫຼອນຊົນ (​ເປັນ​ອາການ​ຂອງສັດ​ມີ​ເຂົາ ​ເຊັ່ນ​ຄວາມ​ຊາດ​ກັນ​)

ຊາດ 4 (ນ.) ການ​ເກີດ, ການ​ເປັນ​ຂື້ນ, ການ​ເອົາ​ກໍາ​ເນີ​ດ, ພວກ, ໝູ່, ຈຸ້ມ​ເຈື້ອຂອງ​ມະນຸດ​ແຕ່ລະ​ຈຸ້ມ ທີ່​ມີ​ວັດທະນະທໍາ​ເປັນອັນ​ດຽວກັນ, ກໍາ​ເນີ​ດ, ຊະນິດ, ຈໍາພວກ, ຊັ້ນ, ປະ​ເພດ

ຊາດ 5 (ນ.) ທໍາມະ​ດາ, ຊື່ວ່າ, ການ​ເກີດ

ຊອດ 1 (ນ.) ຊື່​ຕົ້ນ​ໄມ້​ແນວໜຶ່ງ ຈໍາພວກ​ໄມ້​ໄຜ່ ຫຼື​ໄມ້ປ່ອງ​ລໍາ​ນ້ອຍ ຕາມ​ລໍາ​ມີ​ຄາຍ​ຫຼາຍ ​ເອີ້ນ​ໄມ້​ຊອດ

ຊອດ 2 (ກ.) ​ເປັນ​ປ່ອງ, ​ເປັນ​ຮູ​ເຖິງ​ກັນ​ທັງ​ສອງ​ຂ້າງ

ຊອດ 3 (ກ.) ​ເຫັນ​ແຈ້ງ, ​ເຫັນ​ແຈ້ງ​ດ້ວຍ​ປັນຍາ

ຊອດ 4 (ວ.) ພົ້ນອອກ, ​ເຖິງ ​ເຊັ່ນບໍ່​ເຫັນ​ຊອດ​ມາ​

ຊອດ 5 (ວ.) ​ເຄິ່ງຊາດ, ​ເຊັ່ນ​ພໍ່ ​ແລະ ​ແມ່ ​ເປັນຄົນ​ລະ​ຊາດ ລູກ​​ເກີດ​ມາ ​ເອີ້ນວ່າ​ລູກຊອດ

ຊອດ 6 (ກ.) ຕະຫຼອດ,​ ​ແຕ່​ຫົວ​ຄ່ຳ​ຮອດ​ແຈ້ງໝາຍຄວາມ​ວ່າ​ຢູ່​ຊອດ​ແຈ້ງ

ຊັ່ນ (ກ.) ​ເຮັດ​ໃຫ້​ຫວັ່ນ, ​ເຮັດ​ໃຫ້​ສະ​ເທືອ​ນ, ​ເຮັດ​ໃຫ້​ເໜັງ​ຕີງ​ໄປມາ

ຊັນນະສູດ (ກ.) ກວດກາ, ພິຈາລະນາ​ຕາມ​ເຫດຜົນ, ສືບສວນ​ເບິ່ງ​ຄັກ​ແນ່​ຕາມ​ສາ​ເຫດ

ຊືນ (ນ.) ​ໂລຫະ​ທາດ​ແນວໜຶ່ງ ມີ​ລັກສະນະ​ອ່ອນ ​ແລະ ຕົ້ມ​ເປື່ອຍ​ງ່າຍ ຄ້າຍຄື​ກັນ​ກັບ​ກົ່ວ

ເຊັນ 1 (ກ.) ສັ່ນ, ສະເໜັ່ນ,​ສັ່ນເພາະຄວາມຕົກໃຈ

ເຊັນ 2 (ນ.) ໄມ້ແປໆຂອງເຄື່ອງເຮືອນໃຊ້ສໍາລັບແນບຝາໄວ້ ເອີ້ນເຊັນຝາ, ໄມ້ຕອກຊັ້ງ ຫຼືຕອກແຂງຂອງຝາແຕະ

ເຊັນ 3 (ກ.) ຂຽນຊື່ຕົນລົງໃນເອກະສານຕ່າງໆດ້ວຍມືຂອງຕົນເອງ ເອີ້ນເຊັນຊື່ ຫຼືລົງລາຍເຊັນ

ຊົນນະບົດ (ນ.) ບ້ານນອກ ບ້ານທີ່ຢູ່ຫ່າງໄກຈາກເມືອງຫຼວງໄປ ເອີ້ນຊົນນະບົດ

ຊົນລະປະທານ (ນ.) ການທົດນໍ້າ ແລະ ລະບາຍນໍ້າ ເພື່ອທໍາການປູກຝັງ

ຊ້ອນ 1 (ນ.) ຊື່ດອກໄມ້ແນວໜຶ່ງ ດອກນ້ອຍສີຂາວ ມີກິ່ນຫອມ ເອີ້ນດອກຊ້ອນ ມີສອງແນວຄືຊ້ອນນ້ອຍ ແລະ ຊ້ອນສະເພົາ

ຊ້ອນ 2 (ກ.) ທຽມ, ຊອນ, ເຕັງກັນເປັນຊັ້ນໆ

ຊ້ອນ 3 (ວ.)​ ເປັນແຫຼບໆ

ຊ້ອນ 4 (ນ.) ເຄື່ອງມືຫາປາແນວໜຶ່ງ ສານດ້ວຍປ່ານ, ປໍ ຫຼືຝ້າຍມີຕາຄ້າຍແຫ ມີຄັນຖື

ຊ້ອນ 5 (ນ.) ບ່ວງຢ່າງໜຶ່ງມີດ້າມຍາວ ເອີ້ນບ່ວງຊ້ອນ

ຊ້ອນ 6 (ວ.) ຄຽງຄູ່, ການນອນຄຽງຄູ່ແບບຊາຍໜຸ່ມ ຍິງສາວ ເອີ້ນນອນຊ້ອນ

ຊັບ 1 (ກ.) ຊຶມ, ຈູບໃຫ້ຊຶມເຂົ້າ

ຊັບ 2 (ນ.) ດິນບ່ອນນໍ້າຊຶມອອກ, ເຈ້ຍສໍາລັບຈູບເອົານໍ້າມຶກ ເພື່ອບໍ່ໃຫ້ໂຕໜັງສືເປື້ອນ ເອີ້ນເຈ້ຍຊັບ, ເຈ້ຍກະດາດຊັບ

ຊັບ 3 (ກ.) ເງິນຄໍາເຂົ້າຂອງ,​ ສົມບັດ

ຊັບ 4 (ກ.) ເວົ້າຄ່ອຍໆໃກ້ຫູ, ຊັບໃສ່ຫູ,​ ຊິ່ມໃສ່ຫູ

ຊັບພະຍາກອນ (ນ.) ບໍ່ເກີດແຫ່ງຊັບສົມບັດທຸກຢ່າງຂອງຊາດ ຂອງປະຊາຊົນ

ຊີບພະຈອນ (ນ.) ເສັ້ນເລືອດທີ່ແລ່ນຢູ່ທົ່ວຮ່າງຄີງ

ຊຸບ 1 (ກ.) ​ ເຮັດໃຫ້ເປັນຂຶ້ນ, ເຮັດໃຫ້ມີຊີວິດຄືນ ເຊັ່ນຊຸບຄົນຕາຍໃຫ້ເປັນຄືນ ຊຸບລ້ຽງໃຫ້ຢູ່ດີກິນດີຂຶ້ນ

ຊຸບ 2 (ກ.) ເຮັດໃຫ້ກ້າໃຫ້ແຂງ ເຊັ່ນຊຸບພ້າໃຫ້ກ້າໃຫ້ແຂງ

ຊຸບ 3 (ກ.) ແຊ່, ຈຸ່ມ ເຊັ່ນ ຈຸ່ມ ຫຼືແຊ່ວັດຖຸສິ່ງຂອງໃດສິ່ງຂອງໜຶ່ງ ລົງໃນນໍ້າຢາ

ຊຸບ 4 (ນ.) ຊື່ອາຫານຢ່າງໜຶ່ງ ເປັນອາຫານແຂ້ນຄ້າຍລາບ ຫຼືກ້ອຍ, ຖ້າເຮັດດ້ວຍຜັກ ເອີ້ນຊຸບຜັກ, ເຮັດດ້ວຍຊີ້ນ ເອີ້ນຊຸບຊີ້ນ

ຊຸມແຊງ (ນ.) ຊື່ນົກແນວໜຶ່ງ ຕົວໃຫຍ່ທໍ່ແຮ້ງແຕ່ສູງກວ່າແຮ້ງ ຂົນສີດໍາ ຫົວລ້ານ ເອີ້ນນົກຊຸມ ນົກກະຊຸມ

ຊຸມນຸມ 1 (ນ.) ພວກ, ກອງ, ໝູ່ມະຫາຊົນທີ່ເຕົ້າໂຮມກັນຢູ່ຢ່າງໜາແໜ້ນ ເອີ້ນຊຸມນຸມ ຫຼືຊຸມຊົນ

ຊຸມນຸມ 2 (ກ.) ໂຮມກັນ, ປະຊຸມ, ປະຊຸມກັນ, ປະສຸມຊຸມນຸມ

ແຊມ 1 (ນ.) ມີດສໍາລັບໜີບ ຫຼື ຕັດຜົມ (ຫຼວງພະບາງ ເອີ້ນມີດແຊມ)

ແຊມ 2 (ກ.) ສຽບ ຫຼືເໜັບເຂົ້າຕື່ມ, ແຖມ ເຊັ່ນ ເອົາໃບໄມ້ແຊມໂຕ ເພື່ອບັງຕາສັດຕູ

ແຊມ 3 (ວ.) ຫຼາຍເກີນສ່ວນ, ໜັກຫຼາຍ, ເຫຼືອກຳລັງເກືອບເອົາໄວ້ບໍ່ໄດ້ ເຊັ່ນເຮືອໃສ່ເຄື່ອງໜັກຫຼາຍ ເອີ້ນເຮືອແຊມ ຄົນໄຂ້ໜັກ ເອີ້ນໄຂ້ແຊມ ເປັນຕົ້ນ.

ແຊມ 4 (ວ.) ມີສີຂົນສັບປົນກັນ, ມີຜົມ ຫຼືເສັ້ນຜົມຂາວດໍາປົນກັນ ເຊັ່ນຜົມແຊມດອກເລົາ, ມ້າແຊມ, ມ້າສີແຊມ

ຊອມ 1 (ກ.) ສັງເກດ, ຄອຍດັກເບິ່ງ ຫຼືຄອຍຟັງເບິ່ງ, ຈອບມອງ, ພິຈາລະນາ

ຊອມ 2 (ນ.) ກ້ານດອກໄມ້ຫຼາຍໆກ້ານໂຮມກັນຢູ່ໃນຂວັ້ນ ຫຼືຍອດດຽວກັນ ແລະມີດອກພໍເປັນຕຸ່ມ, ຊໍ່ດອກທີ່ຍັງບານ

ຊ້ອມ 1 (ກ.) ຕໍາເຂົ້າກ້ອງໃຫ້ເປັນເຂົ້າສານ ເອີ້ນ ຊ້ອມເຂົ້າ

ຊ້ອມ 2 (ກ.) ເຮັດໃຫ້ຊໍານານ, ເຮັດໃຫ້ຄ່ອງແຄ່ວ ເຊັ່ນຊ້ອມມວຍ, ຊ້ອມຮົບ

ຊ້ອມ 3 (ນ.) ສາກມອງດວງໃຫຍ່ກວ່າ ສໍາລັບຕໍາເຂົ້າກ້ອງໃຫ້ເນເຂົ້າສານ ເອີ້ນສາກຊ້ອມ

ເຊືອມ (ນ.) ຊື່ປາໜັງແນວໜຶ່ງ ເປັນປາເນື້ອອ່ອນ ໂຕນ້ອຍ ເອີ້ນປາເຊືອມ

ເຊືອມ 1 (ວ.) ຂຶ້ນຄໍ, ໜາຂຶ້ນ (ຄວາຍເຖິກ ທີ່ກໍາລັງຂຶ້ນຄໍມັນມີກ້ອນຊີ້ນໜາຂຶ້ນ ຄ້າຍຄືໝອກປາເຊືອມ ເອີ້ນຄໍເຊືອມ)

ເຊື່ອມ (ກ.) ລັກສະນະສິ່ງທີ່ເປັນກ້ອນເປື່ອຍອອກເພາະຖືກຄວາມຮ້ອນ ດັ່ງເຜີ້ງ ຫຼື ກົ່ວ, ເປື່ອຍ, ເສຍໄປ, ຄ່ອຍໝົດໄປ, ບໍ່ຈະເລີນ, ຫຼຸດລົງ, ເສຍຄວາມສັກສິດ, ໝົດຄວາມນັບຖື

ຊາວ 1 (ວ.) ຈໍານວນນັບ ສອງເທື່ອສິບ ຫຼື ເລກ 20

ຊາວ 2 (ກ.) ເຮັດນິ້ວມືຈ່າງໆຊວ້ານເອົາສອງໃນນໍ້າ ຫຼືຂອງແຫຼວ ເຊັ່ນຊາວເອົາແໜ ຊາວເອົາເທົາ

ຊາວ 3 (ກ.) ເອົາມືຊວ້ານໄປເອົາ ຕາບໍ່ເບິ່ງ ຫຼື ເອົາມືຊວ້ານໄປໂດຍຕາບໍ່ເຫັນຮຸ່ງ

ແຊວ 1 (ນ.) ຊື່ນົກແນວໜຶ່ງ ຂົນສີຄໍາ ເອີ້ນນົກແຊວ ໂຕຜູ້ມີຂົນຫາງສອງອັນ ພົ້ນອອກໄປ ເອີ້ນນົກແຊວຫາງກວາກ

ແຊວ 2 (ນ.) ເຄື່ອງພາຍເຮືອນແນວໜຶ່ງ ຄ້າຍຄືໄມ້ພາຍ ແຕ່ໃຫຍ່ກວ່າ ຍາວກວ່າໄມ້ພາຍ, ມັດຕິດກັບຫຼັກແຈ້ວໄວ້ ເອີ້ນໄມ້ແຊວ, ໄມ້ແຈ້ວ

ແຊວ 3 (ກ.) ອາການພາຍເຮືອດ້ວຍໄມ້ແຊວ ຫຼືໄມ້ແຈ້ວ ເອີ້ນແຊວເຮືອ

ແຊວ 4 (ກ.) ເຮັດໃຫ້ມີສຽງດັງຂື້ນ ເອີ້ນດັງແຊວໆ

ແຊວ 5 (ວ.) ສຽງດັງສະໜັ່ນ, ສຽງດັງຟົດຟີ່ມີ່ນັນ

ແຊວ 6 (ນ.) ຊື່ໝາກໄມ້ແນວໜຶ່ງ ຕົ້ນເປັນເຄືອ ໝາກມີລົດສົ້ມຟາດ ມັກເກີດຕາມບຸ່ງ ເອີ້ນໝາກແຊວ