ດ. ດາລາ (ນ.) ດາວ
ດາລາສາດ (ນ.) ໜັງສືກ່າວດ້ວຍເລື່ອງດາວ, ວິຊາ ຫຼືຕໍາລາວ່າດ້ວຍດາວ
ດາວະດິງ (ນ.) ຊື່ເມືອງສະຫວັນຊັ້ນທີສອງເປັນສະຫວັນ ຊັ້ນທີ່ພະອິນສະຖິດຢູ່ (ດາວະດິງ ຫຼືຕາວະຕິງສາ ແປວ່າ 33 ຕາມນິທານກ່າວວ່າ ໃນສະຫວັນຊັ້ນນີ້ ແຮກຕັ້ງຂຶ້ນມີ ເທວະດາ 33 ອົງ ຈິ່ງເອີ້ນ ຕາວະຕິງສາ)
ດີ (ວ.) ງາມ, ຮຽບຮ້ອຍ, ຖືກຕ້ອງ, ຊອບ, ບໍ່ຊົ່ວ, ອາການທີ່ເປັນປົກກະຕິ ເຊັ່ນດີພະຍາດແລ້ວ
ດີກາ (ນ.) ຄຳອະທິບາຍໃຫ້ກວ້າງຂວາງ, ໜັງສືອະທິບາຍເນື້ອຄວາມຂອງຄຳພີເດີມ, ໜັງສືເຊີນຊວນເຮັດບຸນ ແລະ ຂໍແຜ່ເງິນ, ຄຳຮ້ອງທຸກ ທີ່ຍື່ນຕໍ່ພະເຈົ້າແຜ່ນດິນ ຫຼສານສູງສຸດ, ໃບຮັບເງິນ
ເດຊະ (ນ.) ເດດ, ຄວາມຮ້ອນ, ໄຟ, ອໍານາດ
ເດຊາ-ເດໂຊ (ນ.) ຄຳດຽວກັນກັບເດຊະ
ດຸລິຍາງ (ນ.) ເຄື່ອງດີດສີຕີເປົ່າ
ດໍ 1 (ວ.) ໄວ, ໄວກວ່າເວລາທີ່ຄວນເປັນ ເຊັ່ນເດັກປາກໄວ ເອີ້ນເດັກດໍ
ດໍ 2 (ນ.) ຊື່ເຂົ້າແນວໜຶ່ງ ເປັນຮວງໄວກວ່າເຂົ້າອື່ນໆ ເອີ້ນເຂົ້າດໍ
ດໍ 3 (ນ.) ຊື່ໝາກຖົ່ວແນວໜຶ່ງ ເປັນໜ່ວຍໄວ ເອີ້ນວ່າໝາກຖົ່ວດໍ
ດໍ 4 (ນ.) ຊ້າງຜູ້ທີ່ມີງາສັ້ນໆ ພໍພົ້ນປາກ ຫຼືຊ້າງຜູ້ທີ່ບໍ່ມີງາ ເອີ້ນຊ້າງດໍ
ເດຍລະສານ (ນ.) ສັດເວັ້ນຈາກມະນຸດ ເຊັ່ນໝູ, ໝາ, ງົວ, ຄວາຍ ໃຊ້ວ່າ ເດຍລະສານ, ເດລັດສານ ກໍ່ມີ
ເດື່ອ (ນ.) ຊື່ຕົ້ນໄມ້ພວກໜຶ່ງ ໝາກເປັນພວງມີຫຼາຍແນວທີ່ ມີໃບຄາຍ ເອີ້ນເດື່ອປ່ອງ, ແນວຕົ້ນໃຫຍ່ໃບກ້ຽງ ໝາກກິນໄດ້ ເອີ້ນເດື່ອຊຸມພອນ ຫຼືເດື່ອໃຫຍ່, ແນວເປັນພຸ່ມນ້ອຍໆ ເອີ້ນເດື່ອດິນ
ໄດ້ (ກ.) ເປັນຄໍາກິລິຍາບອກອະດີດ ເຊັ່ນໄດ້ເຮັດ, ໄດ້ທໍາ, ໄດ້ເວົ້າ, ເປັນຄໍາອະນຸຍາດ ເຊັ່ນກິນໄດ້, ນອນໄດ້, ໄປໄດ້, ເປັນຄໍາບອກຄວາມສາມາດ ເຊັ່ນເວົ້າໄດ້ອ່ານໄດ້, ຂຽນໄດ້
ດໍາ 1 (ວ.) ສີທີ່ກົງກົນຂ້າມກັບສີຂາວ ເຊັ່ນສີດໍາ, ສີຄາມ ສີຂະເມົ່າ ແລະ ສີດໍາທົ່ວໄປ ເອີ້ນສີດໍາ
ດໍາ 2 (ວ.) ເດືອນມືດ ເອີ້ນເດືອນດໍາ
ດໍາ 3 (ນ.) ຊື່ມົດແນວໜຶ່ງ ຕົວນ້ອຍໆ ດໍາໆ ຢູ່ຕາມຕົ້ນໄມ້ ເອີ້ນມົດດໍາ
ດໍາ 4 (ກ.) ເອົາຕົ້ນກ້າເໜັບລົງໃນໄຮ່ນາ ທີ່ໄຖ ແລະ ຄາດແລ້ວ ເອີ້ນດໍານາ
ດໍາ 5 (ນ.) ຊື່ໄມ້ເນື້ອແຂງແນວໜຶ່ງ ມີແກ່ນດໍາໃຊ້ເຮັດໂຕະຕັ່ງ ແລະ ເຄື່ອງໃຊ້ອື່ນໆ ເອີ້ນໄມ້ດໍາ
ດໍາ 6 (ນ.) ຊື່ໄມ້ໄຜ່ແນວໜຶ່ງ ມີສີດໍາ ເອີ້ນໄມ້ໄຜ່ດໍາ
ດໍາ 7 (ນ.) ຊື່ໄມ້ແກແນວໜຶ່ງ ຕົ້ນໃຫຍ່ກວ່າໄມ້ແກ ທໍາມະດາແກ່ນດໍາ ເອີ້ນໄມ້ແກດໍາ
ດໍາ 8 (ນ.) ຊື່ໄມ້ງິ້ວແນວໜຶ່ງ ແກ່ນດໍາ ເອີ້ນງິ້ວດໍາ
ດໍາ 9 (ນ.) ຊື່ເສືອແນວໜຶ່ງ ມີສີດໍາ ເອີ້ນເສືອດໍາ
ດໍາ 10 (ກ.) ມຸດລົງໄປໃນນໍ້າ ເອີ້ນດໍານໍ້າ
ດໍາເນີນ (ກ.) ເດີນ, ຍ່າງ, ທໍາໃຫ້ເປັນໄປ, ຈັດການໄປຕາມລະບຽບ, ປະຕິບັດງານ
ດໍາລັດ ກ. ເວົ້າ, ຄໍາສັ່ງຂໍ້ລະບຽບຂອງປະທານປະເທດ, ປະທານສະພາແຫ່ງຊາດ, ລັດຖະມົນຕີໃນທາງລັດຖະການ, ຂໍ້ບັງຄັບຂອງກະຊວງ
ດັກແດ້ 1 (ນ.) ຕົວມ້ອນຢູ່ໃນຝັກຫຼອກເຊິ່ງປ່ຽນແປງເພດມາຈາກຮູບຕົວມ້ອນແລ້ວ ແລະ ພວມຈະກາຍເປັນບີ້ ເອີ້ນດັກແດ້
ດັກແດ້ 2 (ນ.) ຊື່ຫວ້ານແນວໜຶ່ງ ໃນຈຳພວກຂະໝິ້ນຫົວໜ້ອຍໆ ຄ້າຍໂຕດັກແດ້ ເອີ້ນ ຫວ້ານດັກແດ້.
ດາກ 1 (ນ.) ກົ້ນ, ຮູກົ້ນຂອງຄົນ ແລະ ສັດ
ດາກ 2 (ນ.) ດິນໜຽວສີຂາວ ຫຼືສີເຫຼືອງອ່ອນ ປົນຢູ່ໃນໃຕ້ດິນທໍາມະດາ ເອີ້ນດິນດາກ
ດຸກ (ນ.) ຊື່ປາເນື້ອອ່ອນແນວໜຶ່ງ ເປັນປາມື່ນມີງ່ຽງແຫຼມຢູ່ຫູທັງສອງຂ້າງ ມີສາມແນວ ຄືປາດຸກອີ່ອຸຍ, ປາດຸກອີ່ເອັນ, ປາດຸກທະເລ
ດຸກດິກ (ກ.) ກະດຸກກະດິກ, ບໍ່ຢູ່ຊື່ໆ, ຄົນທີ່ມັກຈັບນັ້ນ ບາຍນີ້ ຕໍານັ້ນຕໍານີ້ ເອີ້ນຄົນດຸກດິກ
ດູກ 1 (ນ.) ໂຄງຮ່າງກາຍຂອງຄົນ ແລະ ສັດ, ສ່ວນແຂງທີ່ເປັນຮ່າງກາຍ ຂອງຄົນ ແລະ ສັດ ເອີ້ນດູກ, ກະດູກ
ດູກ 2 (ນ.) ຊື່ຕົ້ນໄມ້ແນວໜຶ່ງ ເອີ້ນໄມ້ດູກ, ມີຫຼາຍຊະນິດ ເຊັ່ນດູກເຂົ້າ, ດູກໃສ, ດູກຫີນ, ດູກອື່ງ
ດູກຜ້າ (ນ.) ຄອງໄໝຫຍິບ ບ່ອນຫຍິບຜ້າໃຫ້ຕິດກັນ ເອີ້ນດູກຜ້າ
ແດກ 1 (ນ.) ປາທີ່ຄົນໃສ່ເກືອ ແລະ ຮໍາ ຊ້ອມແລ້ວໃສ່ໃນໄຫໄວ້ ເວລາແຕ່ງອາຫານ ຈິ່ງຈົກເອົາມາໃສ່ ເອີ້ນປາແດກ
ແດກ 2 (ກ.) ທັ່ງເຂົ້າ, ຍັດເຂົ້າໃຫ້ແໜ້ນ, ທັ່ງ, ແທງ, ຕໍາ, ຈຸກຂຶ້ນໃນທ້ອງ, ກິນຫຼາຍ, ເວົ້າສຽດ, ເວົ້າໃສ່ໃຫ້ສະເທືອນເຖິງອີກຝ່າຍໜຶ່ງ ໂດຍຫວັງໃຫ້ຄຽດ (ເວົ້າແດກໃສ່)
ດອກ 1 (ນ.) ສ່ວນໜຶ່ງຂອງໄມ້ທີ່ປົ່ງອອກຈາກກິ່ງງ່າ ຫຼືຍອດ ເພື່ອສືບແນວ ແລະເປັນໝາກ ເອີ້ນດອກ ເຊັ່ນດອກມີ້, ດອກມ່ວງ, ດອກຈໍາປາ
ດອກ 2 (ນ.) ລາຍຕ່າງໆທີ່ເປັນຮູບຄືຮູບດອກໄມ້ທີ່ຊ່າງແຕ້ມ, ຊ່າງສັບ, ຊ່າງຄວັດ, ເຮັດຂຶ້ນ ເອີ້ນລາຍດອກ
ດອກ 3 (ນ.) ເງິນຄ່າເສຍເວລາຈາກຕົ້ນທຶນເຊິ່ງຜູ້ຢືມຈະຕ້ອງໃຫ້ ເອີ້ນເງິນດອກ, ຂີ້ດອກ ດອກເບ້ຍ
ດອກ 4 (ວ.) ເປັນຄໍາປະກອບທ້າຍປະໂຫຍກຄໍາເວົ້າ ເພື່ອໃຫ້ໄດ້ຄວາມຄັກ ເຊັ່ນບໍ່ແມ່ນດອກ, ບໍ່ໄປດອກ, ບໍ່ກິນດອກ
ດອກ 5 (ວ.) ຂາວ, ດ່ອນ ເຊັ່ນງົວຫາງຂາວ ເອີ້ນງົວຫາງດອກ, ຄົນຜົມຂາວ ເອີ້ນຄົນຫົວດອກ
ດອກ 6 (ວ.) ຊື່ໆ, ລ້າໆ ເຊັ່ນເປັນທິດເປັນຈານບໍ່ສົມສັກສີ ເອີ້ນທິດດາຍດອກ, ກິນເຂົ້າລ້າ ບໍ່ມີອາຫານກັບ ເອີ້ນກິນເຂົ້າດາຍດອກ, ກິນເຂົ້າດີດອກ
ດອກ 7 (ວ.) ຜຸ ເຊັ່ນຂອນດອກ (ໃຊ້ສະເພາະໄມ້ ດັ່ງດຽວກັນກັບໂດກ)
ດັງ 1 (ນ.) ອະໄວຍະວະຂອງຄົນ ແລະ ສັດບ່ອນສໍາລັບຫັນໃຈ (ຫາຍໃຈ) ເອີ້ນດັງ
ດັງ 2 (ກ.) ບັງເກີດສຽງຂຶ້ນ, ກົງກັນຂ້າມກັບມິດ, ສຽງດັງ, ກ້ອງ, ກຶກກ້ອງ
ດັງ 3 (ກ.) ຕິດ, ກໍ່, ຈູດ ເຊັ່ນກໍ່ໄຟ ເອີ້ນດັງໄຟ ຫຼືເຮັດໃຫ້ໄຟໄໝ້ຟືນ
ດາງແຫ (ນ.) ຊື່ງູແນວໜຶ່ງ ເປັນງູດາງແຫ, ຊື່ເຫັດແນວໜຶ່ງ ເປັນເຫັດເບື່ອມີດາງຫ້ອຍຢູ່ໃຕ້ດອກ ເອີ້ນເຫັດດາງແຫ, ຊື່ຜັກແນວໜຶ່ງ ມັກເກີດຢູ່ຕາມຫາດຊາຍຮູບເປັນຜືນຄືດາງແຫຫວ່ານໄວ້ ເອີ້ນຜັກດາງແຫ
ດ້າງ 1 (ນ.) ດາບ, ງ້າວ
ດ້າງ 2 (ນ.) ເຄື່ອງປ້ອງກັນອາວຸດມີຮູບຄືກາບກ້ວຍ ເອີ້ນດ້າງ, ດັ້ງ
ດ້າງ 3 (ນ.) ຊື່ມັນແນວໜຶ່ງ ເປັນມັນທີ່ຄົນປູກ ເອີ້ນມັນດ້າງ, ມັນແກວ
ດ້າງ 4 (ກ.) ແຂງ, ອາການຂອງສິ່ງທີ່ເຄີຍອ່ອນແລ້ວກັບແຂງ ເອີ້ນດ້າງ, ກະດ້າງ
ດິ້ງ (ນ.) ເຄື່ອງສໍາລັບແສ່ວດອກລາຍໃນແຜ່ນແພ ເຮັດດ້ວຍເສັ້ນເງິນ, ຄຳ ຫຼືທອງແດງ
ແດງ 1 (ນ.) ຊື່ແມງຈໍາພວກໜຶ່ງ ມີສີແດງ ເຊັ່ນ ມົດແດງ, ແມງແດງ, ມົດແດງຊາຍ, ມົດແດງໄຟ
ແດງ 2 (ນ.) ຊື່ປາແນວໜຶ່ງ ເປັນປາມື່ນຕົວຄືປານາງ ແຕ່ມີສີແດງເລັກນ້ອຍ ເອີ້ນປານາງແດງ ປາດັງແດງ
ແດງ 3 (ນ.) ເອີ້ນເດັກນ້ອຍເກີດໃໝ່ວ່າລູກແດງ ເອີ້ນເງິນປອມວ່າ ເງິນແດງ
ແດງ 4 (ນ.) ຊື່ຕົ້ນໄມ້ແນວໜຶ່ງ ເປັນຕົ້ນໄມ້ມີແກ່ນຢ່າງດີມີສີແດງເອີ້ນໄມ້ແດງ
ແດງ 5 (ນ.) ຊື່ລົມພາຍຸຊະນິດໜຶ່ງ ຕັ້ງເຄົ້າຂຶ້ນທີ່ທ້ອງຟ້າມີສີແດງ ພັດບ້ານເຮືອນເພພັງພິນາດໄປ ເອີ້ນລົມແດງ
ແດງ 6 (ນ.) ຊື່ໂລກພະຍາດແນວໜຶ່ງ ເກີດຂຶ້ນທີ່ຕາ ເຮັດໃຫ້ຕາແດງ ເອີ້ນໂລກຕາແດງ
ແດງ 7 (ວ.) ສີແນວໜຶ່ງ ເໝືອນເລືອດ ເອີ້ນສີແດງ ຜ້າທີ່ຍ້ອມດ້ວຍສີແດງ ເອີ້ນຜ້າແດງ
ແດງ 8 (ນ.) ເປັນຄໍານໍາໜ້າຍິງທີ່ມີຜົວແລ້ວ ເຊັ່ນ ແດງມາ, ແດງມີ (ຄຳນີ້ຕັດມາຈາກຄໍາວ່າ ອໍາແດງ ຫຼືອາມແດງ)
ດົ້ງ (ນ.) ພາຊະນະສານດ້ວຍຕອກໄມ້ໄຜ່ໃສ່ຂອບມີຄື: ດົ້ງມ້ອນ, ກະດົ້ງຝັດເຂົ້າ, ກະດົ້ງມ້ອນ
ດ່ອງໄໝ (ກ.) ການເອົາເສັ້ນໄໝດິບແຊ່ນໍ້າດັ່ງແລ້ວທຸບ ແລະ ທົບແຮງໆເພື່ອໃຫ້ເສັ້ນໄໝຂາວ ຂ້າໄໝ
ດອງ 1 (ນ.) ສ່ວນແຂງ ທີ່ຫຸ້ມຫຼັງສັດ ບາງພວກເອີ້ນດອງ ເຊັ່ນດອງເຕົ່າ, ດອງປູ ດອງປາຝາ ກະອອງ ຫຼືອອງ
ດອງ 2 (ກ.) ແຊ່ໄວ້ນານ, ແຊ່ ຫຼືໝັກໝາກໄມ້ ຫຼືຜັກໃນນໍ້າສົ້ມ ແລະ ເກືອ ເອີ້ນດອງ
ດອງ 3. (ນ.) ການສົມສູ່ຢູ່ນໍາກັນ ເປັນຜົວເມຍ ໂດຍວິທີການສູ່ຂວັນຜູກແຂນ ເອີ້ນການກິນດອງ, ການກ່ຽວຂ້ອງກັນ, ການຮ່ວມຮັກຮ່ວມແພງກັນ ເອີ້ນປອງດອງກັນ
ເດື່ອງດ້າງ (ນ.) ແປ້ນທີ່ພາດໄວ້ແລ້ວຂຶ້ນຂີ່ໃຫ້ເດື່ອງລົງຂ້າງນັ້ນຂ້າງນີ້ ເອີ້ນແປ້ນເດື່ອງດ້າງ, ຊື່ການຫຼີ້ນໂດຍການຂີ່ແປ້ນຊະນິດນີ້ ເອີ້ນຫຼີ້ນເດື່ອງດ້າງ
ດວງ 1 (ນ.) ຮູບ, ເປັນລັກສະນະນາມ ໃຊ້ເອີ້ນສິ່ງທີ່ເປັນຮູບມົນ, ຮອຍມົນ, ເປັນໜ່ວຍເປັນເຫຼັ້ມ ຫຼືບໍ່ມີຮູບກໍ່ໄດ້ ເຊັ່ນດວງດາວ ດວງຕາ, ດວງໃຈ, ມີດສາມດວງ, ພ້າໜຶ່ງດວງ, ສຽມໜຶ່ງດວງ
ດວງ 2 (ນ.) ເປັນຄໍາເອີ້ນດອກໄມ້ວ່າດວງ ເຊັ່ນດວງຫອມ, ດອກດວງ
ດວງ 3 (ວ.) ຍອດ, ຈອມ, ຜູ້ເປັນຍອດ ຫຼືເປັນຈອມ ເອີ້ນດວງ
ດວງ 4 (ນ.) ສານ, ຈົດໝາຍ, ໜັງສືກ້ານໜຶ່ງ,ໜັງສືສະບັບໜຶ່ງ ເອີ້ນດວງ
ດວງປີ (ນ.) ຍອດເຈດີ, ຍອດທາດ
ດອຍ 1 (ນ.) ພູ, ພູເຂົາ
ດອຍ2 ເອົາຄົນທີ່ຕາຍແລ້ວນອນປິ່ນຫົວໄປທາງຕາເວັນຕົກ ແລ້ວເອົາຜ້າປົກໄວ້ບາງທ້ອງຖິ່ນເອົານອນໄປທາງ ຂວາງ ເຮືອນ
ເດືອຍ 1 (ນ.) ອະໄວຍະວະທີ່ຮຽວແຫຼມ ຂອງໄກ່ ແລະ ນົກບາງຊະນິດ ຕິດຢູ່ທີ່ຕີນດ້ານໃນ ເອີ້ນເດືອຍໄກ່, ເດືອໄກ່
ເດືອຍ 2 (ນ.) ໄລທີ່ພົ້ນອອກ ດັ່ງດຽວກັນກັບເດືອຍໄກ່ ສໍາລັບເອົາຂອງອື່ນສຸບໃສ່ ເອີ້ນເດືອຍ ເຊັ່ນເດືອຍລໍ້, ເດືອຍໄຖ
ເດືອຍ 3 (ນ.) ຊື່ພືດແນວໜຶ່ງ ໝາກມີເປືອກແຂງຕົ້ນຄືຕົ້ນເຂົ້າຂວ້າງ ໝາກເປັນຮວງຄືເຂົ້າ ມີສອງຊະນິດ, ຊະນິດເປືອກແຂງ ເອີ້ນເດືອຍເຂົ້າກິນໄດ້
ດີດ (ວ.)ເອົານິ້ວມື,ໄມ້ເຕາະ, ຕ່ອຍໄປມາ ເຊັ່ນ ດີດພີນ, ດີດຊໍ, ດີດຊຸງ, ມ້າເຕະເອີ້ນມ້າດີດ, ຕັກແຕນເຕັ້ນດີດ
ດີດ 1 (ກ.) ງັດຂຶ້ນ, ງັດໃຫ້ຟາດໄປ, ຕ່ອຍໄປມາດັ່ງດີດພີນ, ດີດຊໍ, ດີດຊຸງ, ມ້າເຕາະ ເອີ້ນມ້າດີດ, ຕັກແຕນເຕັ້ນ ເອີ້ນຕັກແຕນດີດ
ເດັດ 1 (ກ.) ເຮັດໃຫ້ຂາດອອກຈາກກັນ ດ້ວຍເລັບມື
ເດັດ 2 (ວ.) ດີເລີດ, ຍອດ, ກັ່ນ ເຊັ່ນເຫຼົ້າເດັດ
ດ່ານ (ນ.) ເຂດ, ແດນ, ບ່ອນກໍານົດໄວ້ສໍາລັບກວດພາສີ ຫຼືກວດຄົນທຽວໄປມາ, ຖິ່ນທີ່ຢູ່ກໍ່ເອີ້ນດ່ານ ດັ່ງດ່ານຊ້າງ
ດິນ 1 (ນ.) ແຜ່ນດິນ, ໂລກທີ່ມະນຸດ ແລະສັດອາໄສຢູ່ ເອີ້ນພື້ນດິນ, ແຜ່ນດິນ
ດິນ 2 (ນ.) ທາດຢ່າງໜຶ່ງ ໃນຈໍາພວກທາດທັງສີ່ ມີລັກສະນະແຂງ ມີຜົມ, ຂົນ, ເລັບ, ໜັງ, ຊີ້ນເອັນ, ກະດູກ ເຊິ່ງມີໃນຕົວຄົນ ແລະ ສັດ ເອີ້ນທາດດິນ
ດິນ 3 (ນ.) ວັດຖຸທາດຂອງໂລກ ທີ່ໃຊ້ສໍາລັບປູກພືດຜົນຕ່າງໆ ແລະ ເອົາມາທໍາເປັນເຄື່ອງໃຊ້ ເຊັ່ນຖ້ວຍ ໂຖ ໂອ ຊາມ ໝໍ້ ໄຫ ອຸ ແອ່ງດິນ ເອີ້ນສາລະພັດປະໂຫຍດ
ດິນ 4 (ນ.) ດິນທໍາມະຊາດ ເຊັ່ນດິນທີ່ມີທາດເກືອປົນ ສັດປ່າມີເສືອ ແລະ ກວາງ ມັກເລຍກິນ ເອີ້ນດິນປົ່ງ ຫຼືດິນໂປ່ງ
ດິນ 5 (ນ.) ຊື່ງູແນວໜຶ່ງ ຕົວນ້ອຍສີດໍາ ມັກໝົ້ນຢູ່ໃນດິນ ເອີ້ນງູດິນ
ດົນຕີ (ນ.) ເຄື່ອງເສບ, ເຄື່ອງດີດ, ສີ, ຕີ, ເປົ່າ ໃຫ້ມີສຽງມ່ວນ, ລໍາດັບສຽງອັນມ່ວນອອນຊອນ ເອີ້ນດົນຕີ ນົນຕີ
ດອນ 1 (ນ.) ເກາະ ຫຼືທີ່ດິນຢູ່ໃນກາງແມ່ນໍ້າ ເອີ້ນດອນ
ດອນ 2 (ນ.) ບ່ອນເປັນໂນນເປັນໂຄກ, ປ່ານ້ອຍທີ່ມີຢູ່ໃນລະຫວ່າງປ່າໃຫຍ່ ຫຼືປ່າໂຄກ ເອີ້ນດອນ
ດອນ 3 (ນ.) ເຄື່ອງອັດ ຫຼືລໍອັດປາກແກ້ວ ເອີ້ນດອນ, ກະດອນ
ດອນ 4 (ກ.) ຟົ້ງຂຶ້ນ, ເດັນຂຶ້ນ, ກະເດັນຂຶ້ນ
ເດືອນ (ນ.) ດວງຈັນ, ພະຈັນ, ສ່ວນຂອງປີຄືປີໜຶ່ງມີ 12 ເດືອນ ຕາມທາງຈັນທະຄະຕິ
ດ້າມ 1 (ນ.) ຄັນສໍາລັບຖື ຫຼືຈັບ ເພື່ອຂຸດເພື່ອຟັນ ດັ່ງດ້າມມີດ, ດ້າມພ້າ, ດ້າມຈົກ, ດ້າມສຽມ
ດ້າມ 2 (ວ.) ທໍ່, ສະເໝີ, ພໍປານ, ເໝືອນ
ດ້າມ 3 (ວ.) ກະ, ປະມານ, ຂະໜາດ, ດັ່ງຜ້າດ້າມ ແພດ້າມ
ດຸມ 1 (ນ.) ສ່ວນກາງຂອງຕີນກວຽນ ມີຮູສໍາລັບໃສ່ເພົາ ເອີ້ນດຸມກວຽນ
ດຸມ 2 (ນ.) ເຄື່ອງຄັດ ຫຼືເຄື່ອງກັນເສື້ອບໍ່ໃຫ້ອອກຈາກກັນໃນເວລານຸ່ງ, ເປັນເມັດ ເອີ້ນກະດຸມເສື້ອ, ໝາກຕຸ້ມເສື້ອ ໝາກຕິ່ງເສື້ອ
ດາວ 1 (ນ.) ສິ່ງທີ່ເຫັນເປັນໜ່ວຍມີແສງໃນທ້ອງຟ້າຍາມກາງຄືນ ນອກຈາກໜ່ວຍຕາເວັນ ແລະ ໜ່ວຍເດືອນ ເອີ້ນດາວ, ໜ່ວຍໂລກຕ່າງໆ, ແຕ່ໃນທາງໂຫລາສາດ ເອີ້ນຕາເວັນ ແລະ ເດືອນວ່າ ຄືດາວນົບພະເຄາະ
ດາວ 2 (ນ.) ເສືອທີ່ມີລາຍເປັນຈຸດໆ ເໝືອນດາວໃນທ້ອງຟ້າ ເອີ້ນເສືອດາວ
ດາວຫາງ (ນ.) ດາວຄວັນ, ດາວຢ່າງໜຶ່ງມີແສງເປັນທາງຍາວ ເອີ້ນດາວຫາງ, ດາວຄວັນ
ດາວເຮືອງ (ນ.) ຊື່ພັນໄມ້ມີດອກແນວໜຶ່ງດອກສີເຫຼືອງ ໃນເປັນສ້ອຍ ເອີ້ນດອກດາວເຮືອງ