ທ. ທະນະ (ນ.) ເງິນຄໍາ, ເຂົ້າຂອງ, ຊັບສິນ

ທະນາຄານ (ນ.) ບ່ອນທໍາການຄ້າເງິນ, ເຮືອນມ້ຽນເງິນ, ເຮືອນໃສ່ເງິນ

ທະນານັດ (ນ.) ການສົ່ງເງິນທາງໄປສະນີ, ຜູ້ສົ່ງມອບເງິນໃຫ້ທີ່ທໍາການໄປສະນີແຫ່ງໜຶ່ງ ແລ້ວໄປສະນີແຫ່ງໜຶ່ງຈ່າຍເງິນໃຫ້

ທະນາຍ (ນ.) ຜູ້ຕາງໜ້າ, ຜູ້ແກ້ ຫຼືໂຈດຕາງ

ທະນີ 1 (ນ.) ສັດປ່າແນວໜຶ່ງ ຕົວຄ້າຍຄືລີງຂາຍາວ ຂົນດໍາ ໜ້າດໍາ ມັກແຂວນ ແລະກວ່າງໄປຕາມຕົ້ນໄມ້ ​ເອີ້ນ ຊະນີ

ທະນູ 1. ທະນູ, ໜ້າທະນູ, ໜ້າທື້ນ, ຊື່ອາວຸດແນວໜຶ່ງຂອງຄົນບູຮານ ສໍາລັບໃຊ້ຍິງຂ້າເສິກ ຫຼືສັດຕ່າງໆ ມີແມ່ທະນູ, ຄັນທະນູລູກທະນູ

ທະນູ 2 (ນ.) ຊື່ດາວລືກອະນຸລາດ ຫຼືດາວຫ່າວ, ເດືອນອ້າຍ

ທະນູ 3 (ນ.) ເຄື່ອງຕິດຫົວວ່າວແນວໜຶ່ງມີຄັນຄ້າຍຄືທະນູ ໃບທະນູໃຊ້ຫວາຍ, ໃບລານ, ໃບຕານ ຜູກປາຍທັງສອງຂ້າງດ້ວຍເຊືອກໄໝ ໃສ່ ຕິດຫົວວ່າວ ເມື່ອລົມພັດທະນູຈະມີສຽງດັງມ່ວນ ເອີ້ນທະນູວ່າວ

ທະນູ 4 (ນ.) ຮູບງົວທີ່ປັ້ນດ້ວຍຂີ້ເຜິ້ງ ຫຼືຫຼໍ່ຫຼອມດ້ວຍທອງ, ເງິນ, ຄໍາ ແລ້ວເສກຄາຖາໃສ່ ເພື່ອໃຫ້ໄປທໍາຮ້າຍຜີປອບ ຫຼື ຄົນເປັນປອບ ເອີ້ນງົວທະນູ

ທະນູ 4 (ນ.) ຮູບງົວທີ່ປັ້ນດ້ວຍຂີ້ເຜິ້ງ ຫຼືຫຼໍ່ຫຼອມດ້ວຍທອງ, ເງິນ, ຄໍາ ແລ້ວເສກຄາຖາໃສ່ ເພື່ອໃຫ້ໄປທໍາຮ້າຍຜີປອບ ຫຼື ຄົນເປັນປອບ ເອີ້ນງົວທະນູ

ທະນູ 6 (ນ.) ທະນູທີ່ມີຄັນ ສາຍ ແລະລູກແຕ່ບໍ່ມີແມ່ທະນູ ເວລາຈະຍິງໃຊ້ມື ຈັບສາຍກົ່ງຍິງໄປ ທະນູແນວນີ້ ເອີ້ນທະນູໜ້າຈ້າງ

ທະບຽນ (ນ.) ບັນຊີຈົດຊື່ ແລະ ຈໍານວນຄົນ, ສັດ ແລະ ສິ່ງຂອງຕ່າງໆ

ທະເລ (ນ.) ແມ່ນໍ້າກວ້າງໃຫຍ່, ທີ່ເປັນເດີ່ນກວ້າງໃຫຍ່

ທະວີບ (ນ.) ເກາະ, ດອນ, ສ່ວນໃຫຍ່ຂອງແຜ່ນດິນໃນໂລກ; ທະວີບ ບູຮານແຍກເປັນສີ່ຄື: ຊຸມພູທະວີບ, ອຸດອນກຸລຸທະວີບ, ບຸບພະວິເທຫະທະວີບ, ອະມະລະໂຄຍານີທະວີບ; ປັດຈຸບັນແບ່ງເປັນຫ້າ ຄື: ທະວີບອາຊີ, ທະວີບເອີຣົບ, ທະວີບອັບຟຣິກກາ, ທະວີບອະເມຣິກາ, ທະວີບໂອເຊອານີ

ທະຫານ (ນ.) ນັກຮົບ, ຜູ້ຮັບໜ້າທີ່ປ້ອງກັນປະເທດຊາດ, ຜູ້ມີໜ້າທີ່ໃນເລື່ອງ ການຮົບ

ທາ 1 (ກ.) ໄລ້, ລູບໄລ້, ເອົາຂອງຕ່າງໆລູບໃສ່, ເຮັດໃຫ້ຕິດແປດກັນ ເຊັ່ນ: ເອົາດິນໜຽວແກບ ແລະ ດິນຈອມປວກ ມາສົມເຂົ້າກັນແລ້ວເອົາໄປທາຍຸ້ງ ສໍາລັບໃສ່ເຂົ້າເປືອກ

ທາ 2 (ນ.) ຊື່ນົກແນວໜຶ່ງ ຂົນລາຍຂັນສຽງຫອງ ເອີ້ນນົກທາ, ນົກກະທາ

ທາ 3 (ນ.) ຊື່ເຫັດແນວໜຶ່ງ ດອກນ້ອຍເກີດຕາມດິນ ເອີ້ນເຫັດທາ

ທາ 4 (ນ.) ເກືອທີ່ປົນຢູ່ຕາມດິນ ເວລາຢາກໄດ້ເກືອ ເພິ່ນກວດເອົາດິນໄປ ແຊ່ນໍ້າ ເມື່ອນໍ້າໃສແລ້ວ ເອົາຕົ້ມເປັນເກືອ ເອີ້ນເກືອທາ

ທາ 5 (ນ.) ດິນທີ່ມີເກືອປົນ ເອີ້ນດິນທາ, ດິນຂີ້ທາ

ທ່າ 1 (ນ.) ຝັ່ງນໍ້າ​ສໍາລັບ​ຂຶ້ນລົງ ​ເອີ້ນທ່າ​ນໍ້າ​ສໍາລັບ​ຈອດ​ເຮືອ ​ເອີ້ນທ່າ​ເຮືອ

ທ່າ 2 (ນ.) ​ແບບ​ແຜນ, ວາດຊົງ​ເຊັ່ນ​ວ່າ: ​ເຮັດບໍ່​ເຂົ້າທ່າ, ​ເຮັດບໍ່ຖືກ​ທ່າ, ບໍ່ຖືກ​ວາດ

ທຸ (ວ.) ຊົ່ວ, ຍາກ, ​ໃຊ້​ເປັນ​ຄໍານໍາໜ້າສັບ​ອື່ນ ມີ​ຄວາມໝາຍ​ໄປ​ໃນ​ທາງ​ທີ່​ຊົ່ວ ຫຼືລໍາບາກ, ຍາກ ​ເຊັ່ນ: ທຸສິນ ສິນ​ຊົ່ວ, ທຸ​ຈະລິດ ຄວາມ​ປະພຶດ​ຊົ່ວ, ທຸ​ຊະນາ ​ຄົນ​ຊົ່ວ, ທຸ​ທໍາ ທໍາ​ຊົ່ວ, ທຸປັນຍາ ປັນຍາ​ຊົ່ວ

ທຸ 1 (ວ.) ຊົ່ວ, ຍາກ, ​ໃຊ້​ເປັນ​ຄໍານໍາໜ້າສັບ​ອື່ນ ມີ​ຄວາມໝາຍ​ໄປ​ໃນ​ທາງ​ທີ່​ຊົ່ວ ຫຼືລໍາບາກ, ຍາກ ເຊັ່ນ ທຸປັນຍາ ປັນຍາ​ຊົ່ວ; ທຸ​ສັບ​ນີ້​ແປງ​ເປັນ​ທໍລະກໍ່​ໄດ້ ​ເຊັ່ນ ທຸລະ​ຊົນ, ທໍລະ​ພິດ, ທໍລະ​ຍົດ

ທຸລະ 1 (ນ.) ວຽກ, ການ​ງານ​ທຸ​ລະໃນ​ພຸດທະສາສະໜາມີ​ສອງຄື: ຄັນຖະທຸລະແລະວິປັດສະນາ​ທຸລະ; ຄັນຖະທຸລະ​ໄດ້​ແກ່​ການຮ່ຳຮຽນ ພະ​ທໍາ​ຄໍາສອນຂອງ​ພະພຸດທະ​ເຈົ້າ, ວິປັດສະນາ​ທຸລະ​ໄດ້​ແກ່​ການ​ປະຕິບັດ​ທາງ​ໃຈ​ໃຫ້ຮູ້​ແຈ້ງ

ທຸລະ 2 (ວ.) ​ແປງ​ມາ​ຈາກ ທຸ ​ແປ​ວ່າ ຊົ່ວ, ຍາກ, ລໍາບາກ

ທູ (ນ.) ຊື່​ປາທະ​ເລ​ແນວໜຶ່ງ ​ເປັນ​ປາ​ເກັດ​ແລບໆ ​ເອີ້ນປະທູ

ທູຕານຸທູດ (ນ.) ທູດ​ຜູ້​ນ້ອຍ​ໃຫຍ່, ພວກ​ທູດ, ບັນດາ​ທູດ, ຄະນະ​ທູດ

ເທສະໜາ (ກ.) ​ເທດ, ສະ​ແດງ, ສະ​ແດງ​ທໍາ, ສະ​ແດງ​ທໍາ​ສັ່ງສອນ ​ໃນ​ທາງ​ສາດສະໜາ

ເທວະ (ນ.) ​ເທວະ​ດາ, ຜູ້​ປະ​ເສີດ

ເທວາ (ນ.) ​ເທວະ​ດາ

ເທວະດາ (ນ.) ໝູ່​ເທບ, ຊາວ​ສະຫວັນ, ​ເທວະ​ດາ​ແຍກ​ເປັນ​ສາມ​ຈໍາພວກ ຄື: 1. ພະ​ເຈົ້າຊີວິດ ​ແລະ ອັກຄະມະ​ເຫ​ສີ ​ເອີ້ນສົມມຸດ​ຕິ​ເທວະ​ດາ, ຜູ້​ເກີດ​ໃນ​ສະຫວັນ ​ເອີ້ນອຸ​ປັດ​ຕິ​ເທວະ​ດາ, ພະ​ອະ​ລິຍະ​ບຸກຄົນ ​ເອີ້ນວິສຸດ​ທິ​ເທວະ​ດາ

ໂທ 1 (ນ.) ຊື່​ອັກສອນ​ພວກ​ວັນ​ນະ​ຍຸດ ຮູບນີ້ x້ ​ເອີ້ນວ່າ​ໄມ້​ໂທ, ຄໍາທີ່​ປະກອບ​ດ້ວຍ​ວັນນະຍຸດ x້ ​ເອີ້ນວ່າ ຄໍາໂທ

ໂທ 2 (ວ.) ສອງ, ຊັ້ນສອງ, ​ເຊັ່ນ ການຈັດ​ອັນ​ດັບ​ບຸກຄົນ​ເປັນ​ຊັ້ນ ຊັ້ນ​ໂທ​ເປັນ​ຊັ້ນສອງ ຊັ້ນ​ເອກ​ເປັນ​ຊັ້ນໜຶ່ງ ຊັ້ນຕີ​ເປັນ​ຊັ້ນສາມ

ໂທ 3 (ນ.) ຊື່​ເຫຼົ້າທີ່​ບໍ່ທັນຕົ້ມກັ່ນ ​ເອີ້ນ​ເຫຼົ້າ​ໂທ ຫຼື​ເຫຼົ້າສາ​ໂທ

ໂທ 4 (ອຸ.) ​ເປັນ​ຄໍາເວົ້າອອກ ​ເພື່ອ​ທ້ວງ ຫຼືສະ​ແດງ​ຄວາມ​ຕື່ນ​ຕົກ​ໃຈ ຫຼືປະຫຼາດ​ໃຈ ​ເຊັ່ນ: ປ້າ​ໂທ ປ້າ​ທາຍ ກູ​ຕາຍ​ຫ່ານີ້

ທໍລະມານ 1 (ກ.) ຂົ່ມ, ປາບ, ​ເຝິກ​ແອບ, ທໍາ​ໃຫ້​ລໍາ​ບາກ, ທໍາ​ໃຫ້​ເຈັບ​ປວດ

ທໍລະມານ 2 (ກ.) ຍັງ​ມີ​ຊີວິດ​ຢູ່

ທໍລະນີ 1 (ນ.) ​ໂລກ, ​ແຜ່ນດິນ

ທໍລະນີ 2 (ນ.) ​ໄມ້​ແມ່​ປະຕູ​ດ້ານ​ລຸ່ມ, ​ໄມ້ຕີນ​ໂລງ

ທໍລະນີ 3 (ນ.) ​ເທບພະ​ເຈົ້າຜູ້ຮັກສາ​ແຜ່ນດິນ ​ເອີ້ນນາງ​ທໍລະນີ

ທໍລະນີວິທະຍາ (ນ.) ວິຊາ​​ຄວາມຮູ້ກ່ຽວກັບ​ປະຫວັດ​ໂຄງສ້າງ ​ແລະ ສະພາບ​ຂອງ​ໂລກ ຫຼືຄວາມຮູ້ກ່ຽວກັບ​ລັກສະນະ​ຂອງ​ດິນ ​ແລະ ຂອງ​ຢູ່​ໃນ​ດິນ

ໄທ 1 (ນ.) ຄົນ, ພວກ, ໝູ່, ​ເຫຼົ່າ, ຊາວ ​ເຊັ່ນ: ​ໄທ​ບ້ານ, ​ໄທ​ເມືອງ

ໄທ 2 (ນ.) ຊື່​ປະ​ເທດ ​ແລະ ຄົນ​ຊາດໜຶ່ງມີ​ຊາຍ​ແດນ​ຕິດ​ກັບປະ​ເທດ​ລາວ ທາງ​ດ້ານ​ຕາ​ເວັນ​ຕົກ ​ເອີ້ນປະ​ເທດ​ໄທ, ຄົນ​ໄທ

ໄທ 3 (ນ.) ຜູ້​ເປັນ​​ໃຫຍ່, ຜູ້​ປະ​ເສີດ, ​ເທວະ​ດາ ​ເຊັ່ນ: ບາ​ໄທ, ​ເທບພະ​ໄທ

ເທົາ 1 (ນ.) ພືດ​ແນວໜຶ່ງ ​ເກີດ​ໃນ​ນໍ້າ ​ເປັນ​ເສັ້ນ​ແລບ ຄ້າຍຄື​ເສັ້ນຜົມ​ສີຂຽວ ​ໃຊ້​ກິນ​ເປັນ​ອາຫານ​ໄດ້

ເທົາ 2 (ວ.) ລັກສະນະ​ຂອງ​ສີໝົ່ນໆ ຫຼືສີໝອກ ຫຼືສີຂີ້​ເທົາ ​ເອີ້ນສີ​ເທົາ

ທໍາ (ນ.) ຄຸນ​ຄວາມ​ດີ, ຄວາມ​ຊອບ, ຄວາມ​ຖືກຕ້ອງ, ຄຳ​ສັ່ງສອນ​ໃນ​ພຸດທະສາສະໜາ, ມັກ, ຜົນ, ນິພານ, ຄວາມຮູ້​ໃນ​ສັດຈະທໍາ​ບຸນ​ກຸສົນ, ຄວາມ​ຊອບ​ທໍາ, ຄວາມ​ເປັນ​ທໍາ​ຄວາມ​ຍຸດ​ຕິ​ທໍາ ຄວາມ​ຍຸດຕິ​ທໍາ, ​ເຫດ, ຜົນ, ຄວາມ​ຖືກ

ທໍາ 2 (ກ.) ​ເຮັດ, ສ້າງ, ​ແປງ, ຈັດ​ແຈງ ປະກອບ, ຜະລິດ​ຂຶ້ນ, ກໍ່ຂຶ້ນ ​ເຊັ່ນ: ກະສິກໍາ ທໍາ​ໄຮ່ ທໍານາ ລ້ຽງສັດ ຫັດຖະກໍາ​

ທໍານອງ (ນ.) ຮີດ, ຄອງ, ປະ​ເພນີ, ທໍານຽມ

ທໍາມະ (ນ.) ຄຸນ​ຄວາມ​ດີ, ຄວາມ​ຊອບ, ຄວາມ​ສຸ​ຈະລິດ, ຄວາມ​ຖືກຕ້ອງ, ຄຳ​ສັ່ງສອນ​ໃນ​ພຸດທະສາສະໜາ, ສິ່ງ​ທີ່​ມີ​ລັກສະນະ​ກົງກັນຂ້າມ​ກັບ​ອະທໍາ

ທໍາມະຊາດ (ນ.) ສິ່ງ​ທີ່​ເກີດ​ເອງ​ຕາມ​ວິ​ໄສ​ຂອງ​ໂລກ ຫຼື​ສິ່ງ​ທີ່​ເກີດ​ມີ ​ແລະ​ເປັນ​ຢູ່​ຕາມ​ທໍາ​ມະ​ດາ​ຂອງ​ສິ່ງ​ນັ້ນ ​ເຊັ່ນ​ຕົ້ນ​ໄມ້, ພູ​ເຂົາ, ​ແມ່​ນໍ້າ​ພ້ອມ​ທັງ​ຄົນ ​ແລະ ສັດ​

ທໍາມະດາ (ນ.) ອາການ​ເປັນ​ໄປ​ແຫ່ງ​ທໍາ​ມະ​ຊາດ ​​ເຊັ່ນ ຈະ​ຕ້ອງ​ກິນ, ຕ້ອງ​ຖ່າຍ, ຕ້ອງ​ສືບ​ພັນ ​ແລະ ຕ້ອງຕາ​ຍ, ສ່ວນສິ່ງ​ທີ່​ບໍ່ມີ​ໃຈ​ກໍ​ເປັນ​ໄປ​ຕາມ​ສະພາບ​ຂອງ​ມັນ

ທັກ (ກ.) ທ້ວງ, ເວົ້າ ຫຼືອອກສຽງໃຫ້ຮູ້ເມື່ອຄີງ ຫຼືໃຫ້ມີສະຕິ

ທັກຂິນ (ນ.) ເບື້ອງຂວາ, ທິດໃຕ້

ທາກ (ນ.) ສັດ​ບໍ່ມີ​ດູກ​ຈໍາພວກໜຶ່ງ ຕົວ​ຄື​ປີງ​ເຂັມ​ແຕ່​ບໍ່ຢູ່​ນໍ້າ ມັກ​ຢູ່​ຕາມ​ປ່າ​ບ່ອນ​ດິນ​ຊຸ່ມ​ເຢັນ ກິນ​ເລືອດ​ເປັນ​ອາຫານ

ທຸກ 1 (ວ.) ໝົດ, ຄົບ, ຖ້ວນ ດັ່ງ​ຄົນ​ໃນ​ບ້ານ​ໄປ​ທຸກ​ຄົນ. ຄໍາວ່າ​ທຸກ ມີ​ຄວາມ​ໃຊ້​ແທນ​ກັນ​ຄື ຄູ່​ແລະຊູ່​ມີ​ຄວາມໝາຍ​ເໝືອນກັນຄື ຖ້ວນ, ຄົບ ​ເຊັ່ນ ທຸກ​ບ້ານ ຄູ່​ບ້ານ ຊູ່​ບ້ານ ທຸ​ກ​ເມືອງ ຄູ່​ເມືອງ, ຊູ່​ເມືອງ ທຸກ​ຢ່າງ ຄູ່​ຢ່າງ ຊູ່​ຢ່າງ

ທຸກ 2 (ນ.) ຄວາມ​ຍາກ, ຄວາມ​ລໍາບາກ, ຄວາມ​ທໍລະມານ, ຄວາມ​ເດືອດຮ້ອນ, ຄວາມ​ຈົນ, ຄວາມ​ຍາກ​ໄຮ້, ທຸກ​ແຍກ​ເປັນ​ສອງຢ່າງ​ຄື ທຸກ​ກາຍ ​ແລະ ທຸກ​ໃຈ

ທອກ (ວ.) ​ເປັນ​ຄໍາເອີ້ນໝາ ​ແລະ ໝູ​ໂຕ​ໃຫຍ່​ທີ່​ສຸດ ​ເຊິ່ງມີ​ໂຕດຽວວ່າໝູທອກ, ໝາທອກ, ລູກໝາທີ່​ເປັນ​ຕົວ​ຜູ້ ​ເຊິ່ງມີ​ແຕ່​ໂຕດຽວ ​ເອີ້ນລູກ​ທອກ

ທາງ (ນ.) ​ແຖວ, ຖະໜົນ, ວິຖີ, ຝ່າຍ, ບ່ອນສໍາລັບ​ໃຊ້​ທຽວ​ໄປມາ ​ເອີ້ນທາງ​ມີ​ທາງບົກ ທາງ​ນໍ້າ ທາງ​ອາກາດ

ທຶງ (ນ.) ຊື່ໜັງສື​ວັນນະຄະດີ​ລາວ​ບູຮານ​ເລື່ອງໜຶ່ງ ຂຽນ​ໃສ່​ໃບ​ລານ​ດ້ວຍ​ອັກສອນ​ທໍາ ​ເອີ້ນ​ເລື່ອງ​ຂຸນ​ທຶງ​, ຂຸນ​ເທືອງ

ທຸງ (ນ.) ​ແຜ່ນ​ຜ້າ​ສີ​ຕ່າງໆ ທີ່​ກຸ່ມ​ຄົນດ ຊຸມ​ຊົນ​ສັງຄົມ ຫຼືປະ​ເທດ​ກໍານົດ​ໃຊ້​ສໍາລັບ​ເປັນ​ເຄື່ອງໝາຍບອກ​ຊາດ ​ເຊັ່ນ​ທຸງ​ຊາດ ທຸງ​ສະພາກາ​ແດງ

ແທ່ງ 1 (ນ.) ​ໂລຫະ ຄື​ເຫຼັກ, ທອງ, ​ເງິນ, ຄຳ ທີ່​ເປັນ​ແທ່ງ​ຕັນ ​ເອີ້ນ​ເຫຼັກ​ແທ່ງ​ ທອງ​ແທ່ງ ຄໍາແທ່ງ, ຕ່ອນຫຼືທ່ອນ

ແທ່ງ 2 (ນ.) ຕົ້ນ​ໄມ້​ຊະນິດໜຶ່ງ ມີໜາມຍາວ​ເປັນ​ແທ່ງ​ທົ່ວ​ລໍາຕົ້ນ ໝາກມົນ ​ໃຊ້​ຊັກ​ເຄື່ອງ​​ຕາງ​ສະບູ​ກໍ່​ໄດ້ ​ເອີ້ນຕົ້ນໜາມ​ແທ່ງ

ທອງ 1 (ນ.) ​ໂລຫະ​ສີ​ເຫຼືອງ, ​ແດງ ຫຼື ຄໍາເອີ້ນທອງ​ເຫຼືອງ ທອງ​ແດງ ທອງຄຳ

ທອງ 2 (ນ.) ຊື່​ຕົ້ນ​ໄມ້​ຈໍາພວກໜຶ່ງ ​ເປັນ​ໄມ້ບໍ່ມີ​ແກ່ນ ມີ​ສອງ​ແນວ​ຄື ທອງຫຼາງ ດອກ​ສີ​ແດງ ຕົ້ນບໍ່ມີໜາມ ຕາມ​ຕົ້ນມີໜາມ, ອີກ​ແນວໜຶ່ງ ​ເອີ້ນທອງໜາມ ຕາມ​ຕົ້ນມີໜາມ ​ແຕ່​ບໍ່ມີດ​ອກ

ທອງຂາວ (ນ.) ທາດ​ແທ້​ຢ່າງໜຶ່ງ ສີ​ເຫຼືອງ​ເປັນ​ໂລຫະ​ທາດ ສີຂາວໝົ່ນ ​ໃນ​ຈໍາພວກ​ແມ່​ເຫຼັກຕີ​ເປັນ​​ແ​ຜ່ນ​ໄດ້​ງ່າຍ

ທອງແດງ (ນ.) ທາດ​ແນວໜຶ່ງ ​ເປັນ​ໂລຫະ​ສີ​ແດງ ​ເນື້ອອ່ອນ ຕີ ​ແລະ ຮີດ​ໄດ້​ງ່າຍ

ທອງເຫຼືອງ (ນ.) ທາດ​ປະສົມ​ຢ່າງໜຶ່ງ ​ເປັນ​ໂລຫະ​ສີ​ເຫຼືອງ ປະສົມ​ທອງ​​ແດງ ກັບ​ສີ​ວິລາດ ຫູືສັງກະສີ

ທ້ອງ 1 (ນ.) ສ່ວນ​ຂອງຮ່າງກາຍ ທີ່​ມີ​ໄສ້​ພຸງ ຕັບ​ມ້າມ​ຢູ່​ທາງ​ໃນ ​ເອີ້ນທ້ອງ

ທ້ອງ 2 (ນ.) ພື້ນ​ເຮືອ ຫຼືຂອງ​ເປັນ​ເຫຼັ້ມ, ຢູ່​ສ່ວນ​ກາງ​ທັງ​ສອງ​ຂ້າງ​ໃນ ​ແລະ ຂ້າງ​ນອກ ​ເຊັ່ນ ທ້ອງຟ້າ ທ້ອງ​ຫ້ວຍ

ທ່ຽງ 1 (ນ.) ເຄິ່ງຂອງເວລາກາງເວັນ ແລະ ກາງຄືນ, ກາງວັນ ເອີ້ນທ່ຽງວັນ ກາງຄືນ ເອີ້ນທ່ຽງຄືນ

ທ່ຽງ 2 (ວ.) ຕົງ, ແນ່ນອນ ສິ່ງທີ່ທ່ຽງຕົງ ແລະ ແນ່ນອນ ບູຮານໝາຍເອົາ ພະນິບພານ

ທ່ຽງ 3 (ວ.) ຊັນ, ບໍ່ຫວັ່ນໄຫວ, ບໍ່ເນີ້ງ, ບໍ່ເຂົ້າພຸ້ນເຂົ້າພີ້, ບໍ່ບ່ຽງບໍ່ລ້ຽວ, ຄັດເຄັ່ງຕາມລະບຽບ, ແນ່ນອນ, ໝັ້ນຍືນ

ທ້າຍ (ນ.) ເບື້ອງຫຼັງ ຫຼື ກົ້ນ, ກົງກັນຂ້າມກັບທາງຫົວ, ສົ້ນສຸດ, ທາງດ້າມ, ທາງກົ້ນ, ທາງຫຼັງ, ກອຍເຮືອນ, ເບື້ອງຫຼັງເຮືອນ, ກົງກັນຂ້າມກັບທາງໜ້າ ເອີນທ້າຍ ເຊັ່ນທ້າຍເຮືອ, ທ້າຍແຖວ

ທ້າຍປືນ (ນ.) ສົ້ນຂອງຝັກປືນ ຫຼືສົ້ນສຸດຂອງປືນ ທາງຄ້ຳໃສ່ບ່າ

ທອຍ 1 (ນ.) ຫຼີ້ມແຫຼມໆ ສໍາລັບຕອກຕົ້ນໄມ້ ເພື່ອຢຽບຂຶ້ນຕາງຄັນໄດ ເວລາໄປເອົາເຜິ້ງຕົ້ນ, ເພິ່ນເອີ້ນວ່າ ຕອກທອຍ

ທອຍ 2 (ນ.) ເຄື່ອງມັດໃສ່ສາຍເບັດຕຶກປາໃຫ້ຟູນໍ້າຢູ່ ເພື່ອໝາຍໃຫ້ຮູ້ງ່າຍ ໃນເວລາປາແຫບເບັດ

ທອຍ 3. ແມ່ສື່, ເຊີຍ, ນາຍໜ້າ, ຜູ້ນໍາບອກ

ເທີຍ (ນ.) ຄົນທີ່ບໍ່ຜາກົດວ່າ ເປັນຍິງ ຫຼືຊາຍ, ຄົນທີ່ຖືກຕອນ, ເອີ້ນເທີຍ ຫຼືເທືອຍ, ກະເທີຍ, ກະເທືອຍ

ທັດສະນະ (ກ.) ​ເບິ່ງ, ​ເຫັນ

ເທດສະການ (ນ.) ​ເວລາ​ກໍານົດ​ໄວ້​ເປັນ​ປະ​ເພນີ​ເຮັດ​ບຸນ

ເທດສະບານ (ນ.) ລັດຖະການ​ບໍລິຫານ​ ສ່ວນ​ທ້ອງ​ທີ່, ​ແຂວງ, ກໍາ​ແພງ​ນະ ຄອນ

ທາດ 1 (ນ.) ກະດູກ​ຂອງ​ພະ​ເຈົ້າ, ພະ​ປັດ​ເຈ​ກະ​ພຸດທະ​ເຈົ້າ, ພະ​ສາວົກ​ຜູ້​ເປັນ​ພະ​ອໍລະຫັນ. ສິ່ງ​ທີ່​ເປັນຕົ້ນ​ເດີມ, ສິ່ງ​ທີ່​ເປັນມູນ​ຮາກ, ສິ່ງ​ສໍາຄັນ​ໃນ​ຮ່າງກາຍ ຄື: ດິນ, ນໍ້າ, ​ໄຟ, ລົມ, ​ເຈດີ ທີ່​ກໍ່ກວມ​ດູກ​ຂອງ​ຄົນ​ຕາຍ ທີ່​ເຜົາ​ແລ້ວ

ທາດ 2 (ນ.)​ຜູ້​ຊາຍ​ທີ່​ຍອມ​ຕົວ​ເປັນ​ຄົນ​ຮັບ​ໃຊ້ ​ເອີນທາ​ດ, ຂ້ອຍ​ຂ້າ

ທາດ 4 (ນ.) ​ເຄົ້າສັບ​ຂອງ​ຄໍາບາ​ລີ​ສັນສະກຣິດ ​ເອີ້ນ ທາຕຸ-​ທາດ ​ເຊັ່ນ ທາຕຸ​ມາ​ຈາກ​ທາ​ທາດ, ສາວົກ ມາ​ຈາກ​ສຸທາ​ດ​ໂຈນ ມາ​ຈາກ ຈຸລະ​ທາດ

ທາດຫຼວງ (ນ.) ທາດ​ໃຫຍ່, ​ເຈດີ​ໃຫຍ່

ເທື່ອ 1 (ນ.) ຄັ້ງ, ຄາວ, ທີ, ຫົນ ​ເຊັ່ນ: ຄັ້ງດຽວ ​ເອີ້ນ​ເທື່ອ​ດຽວ

ເທື່ອ 2 (ກ.) ​ເປັນ​ຄໍາກິລິຍາ​ນຸ​ໂຍກປະກອບ​ກັບ​ກິລິຍາ​ບອກ​ອະນາ​ຄົດ​ຕະການ​ເຊັ່ນ: ຢ່າ​ຟ້າວ​ໄປ​ເທື່ອ, ຢ່າ​ຟ້າວ​ກິນ​ເທື່ອ

ທູດ 1 (ນ.) ​ໂລກ​ເຮື້ອນ, ຊື່​​ໂລກ​ແນວໜຶ່ງ ​ເປັນ​ໂລ​ກຜິວໜັງຕິດຕໍ່ກັນ​ໄດ້ ບາງ​ຊະນິດ​ນິ້ວມືນິ້ວຕີນ​ກຸດ ​ເອີ້​ນ​ໂລກ​ກຸດ​ຖັງ

ທູດ 2 (ນ.) ຜູ້ນຳ​ເອົາ​ເລື່ອງ​ ຫຼື​ຂໍ້ຄວາມຂອງ​ຝ່າຍໜຶ່ງ​ໄປ​ແຈ້ງ​ແກ່​ອີກ​ຝ່າຍໜຶ່ງ​ຮູ້, ຜູ້​ຮັບ​ໃຊ້​ໄປ​ເວົ້າ​ແທນ ຫຼືຜູ້​ທີ່​ໄດ້​ຮັບ​ມອບ​ໃຫ້​ເປັນ​ຜູ້​ແທນ​ທາງ​ລັດຖະການ​ແຜ່ນ​ດິນ ​ເອີ້ນທູດ, ຖ້າ​​ເປັນ​ຂອງ​ເຈົ້າຊີວິດ ​ເອີ້ນລາຊະທູດ

ທອດ 1 (ກ.) ທໍາ​ໃຫ້​ເນີ້ງລົງ, ທໍາ​ໃຫ້​ນອນ​ລົງ, ນອນ, ຢຽດລົງ, ວາງ​ລົງ

ທອດ 2 (ນ.) ຕອນ, ທ່ອນ, ​ໄລຍະ, ລະຍະ ​ເຊັ່ນ​ຖ່ຍ​ທອດ​ຕໍ່ກັນ​ໄປ, ນອນ​ທອດ​ດຽວ​ແຈ້ງ

ທ່ານ (ນ.) ​ເປັນ​ຄໍາແທນ​ຊື່ ຜູ້​ທີ່​ເຮົາ​ເວົ້ານໍາ (ບຸລຸດ​ທີ​ສອງ) ​ເປັນ​ຄໍາສຸພາບ ສະ​ແດງອອກ​ເຊິ່ງຄວາມ​ເຄົາ​ນັບຖື ຫຼື ​ໃຊ້​ແທນ​ຊື່​ຜູ້​ທີ່​ເວົ້າ​ເຖິງ (ບຸລຸດ​ທີ​ສາມ) ​ເປັນ​ຄໍານໍາໜ້າ ນາມ​ຜູ້​ມີ​ຍົດ​ສູງ ​ເຊັ່ນທ່ານ​ເ​ຈົ້າ​ເມືອງ, ທ່ານ​ເຈົ້າ​ແຂວງ, ທ່ານ​ພະຍາ

ທຶນ (ນ.) ຂອງ​ເດີມ ຫຼື​ເງິນ​ເດີມ​ທີ່​ມີ​ໄວ້ ຫຼື​ທີ່​ເອົາ​ລົງທຶນ​ຄ້າຂາຍ

ທອນ 2 (ນ.) ຄົນ​ພວກໜຶ່ງ ​ໃນ​ວັນນະຄະດີ​ລາວ ​ເປັນ​ຜູ້​ມີ​ວິຊາ​ກາ​ຍະ​ສິດ ​ເຫາະ​ເຫີ​ນ​ໄດ້, ທິບພະຍາ​ທອນ

ທອນ 3 (ກ.) ຕັດ​ຟັນ​ອອກ​ເທື່ອ​ນ້ອຍ, ຕໍ່ຕາມ​ກັນ​ມາ ​ເຊັ່ນ​ຝົນຕົກ​ທອນ​ກັນ​ລົງ, ປູກ​ທອນ​ໄວ້

ທອນ 4 (ກ.) ​ເອົາ​ສ່ວນ​ໃຫຍ່​ໃຫ້​ໄປ​ແລ້ວ, ​ເອົາ​ສ່ວນ​ຍ່ອຍ​ຄືນ​ມາ ​ເຊັ່ນ ທອນ​ເງິນ

ທຽນ (ນ.) ຂີ້​ເຜິ້ງ ຫຼື​ໄຂ​ທີ່​ສີ ຫຼືຫຼໍ່​ໃສ່​​ໄສ້​ຝ້າຍ​ທາງ​ກາງ ​ເພື່​ອ​ໄຕ້​ໄຟ​ໃຫ້​ລຸກ ຫຼື​ໄຕ້​ບູຊາ ສິ່ງ​ທີ່​ເຄົາລົບ​ນັບຖື ​ເອີ້ນທຽນ ຖ້າ​ເປັນ​ຂີ້​ເຜິ້ງ ​ເອີ້ນທຽນ​ເຜິ້ງ, ຖ້າ​ເປັນ​ໄຂ ​ເອີ້ນທຽນ​ໄຂ

ທວນ 1 (ກ.) ອາວຸດ​ບູຮານ​ແນວໜຶ່ງ ຄື​ຫອກ​ບູຮານ ​ເອີ້ນທວນ

ທວນ 2 (ນ.) ໜ້າຈົ່ວ​ເຮືອນ, ປ່ອງ​ປະຕູ, ທວານ​ເຮືອນ

ທວນ 3 (ນ.) ຊໍ່ດອກ​ໄມ້, ທວນ​ດອກ​ໄມ້

ທວນ 4 (ກ.) ​ໄປ, ມາ, ​ໄປມາຫາສູ່ ​ເອີ້ນທວນ

ທວນ 5 (ກ.) ຈັດ, ຕຽມ, ຈັດຕຽມການ ​ເອີ້ນທວນ

ທວນ 6 (ກ.) ຫົນ​ກັບ, ກັບ​ຄືນ, ຫຼົບ, ຫຼົບຄືນ, ທວນ​ລົມ, ລື້ມຄືນ​ຂອງ​ເກົ່າ

ທວນ 7 (ນ.) ຫຍ້າ ຫຼືຫຼົວ ທີ່​ມັດ​ເປັນ​ມັດ​ຍາວ ສໍາລັບ​ໄຕ້​ໄຟ ​ເອີ້ນທວນ

ທັບ 1 (ນ.) ບ່ອນ​​ເຊົາ, ບ່ອນ​ເຊົາ​ຊົ່ວຄາວ, ກອງ​ທະຫານ​ທີ່​ກໍານົດ​ຫຼາຍກອງ​ພົນ​ໂຮມ​ກັນ

ທັບ 2 (ກ.) ​ເຕັງ​ລົງ, ​ເຕັງ, ຕີ​ໃຫ້​ແຕກ, ຕີ​ລົງ​ໃຫ້​ແຕກ

ທິບ (ວ.) ປະ​ເສີດ, ດີ​ເລີດ

ທິບພະສົມບັດ (ນ.) ສົມ​ບັດ​ອັນ​ເປັນ​ທິບ

ທິບພະລົດ (ນ.) ລົດ​ທິບ, ລົດ​ອາຫານ​ທິບ, ລົດ​ອັນ​ເປັນ​ທິບ, ລົດ​ແຊບ​ທີ່​ສຸດ

ທູບ 1 (ນ.) ​ເຄື່ອງ​ໄຕ້​ບູຊາ ຄູ່​ກັບ​ທຽນ ​ເຮັດ​ດ້ວຍ​ເຈ້ຍ ຫຼື​ໄມ້​ປະສົມ​ເຄື່ອງ​ຫອມ ຕ່າງໆ

ທູບ 2 (ນ.) ຫຼັງຄາ​ທີ່​ເຮັດຕໍ່ຈາກ​ຫຼັງຄາ​ໃຫຍ່ ​ເຊັ່ນ ຫຼັງຄາ​ມຸງ​ຄົກມອງ ​ເອີ້ນທູບ​ມອງ

ທູບ 3 (ນ.) ​ໄມ້​ແມ່​ແຄ່​ກວຽນ ທີ່​ຍື່ນ​ໄປ​ຕິດ​ກັບ​​ແອກ ​ເອີ້ນທູບ​ກວຽນ, ທວກ​ກວຽນ

ເທີບ 1 (ນ.) ຫຼັງຄາ​ມີ​ດ້ານ​ດຽວ ​ເອີ້ນ​ເທີບ, ກະ​ເທີບ

ເທີບ 2 (ວ.) ລັກສະນະ​ຂອງຫຼັງຄາ ທີ່​ເນີນໆ ​ເອີ້ນຫຼັງຄາ​ເທີບ, ລັກ​ສະ​ນະ​ຂອງໜັງຕາ​ທີ່​ຢ່ອນ​ຍານ​ລົງ ​ເອີ້ນຕາ​ເທີບ

ທາ 1 (ນ.) ດິນ​ບ່ອນ​ມີ​ນໍ້າ​ຖ້ວມ​ເຖິງ, ດິນ​ສີດໍາ ຢູ່​ຕາມ​​ແຄ​ມນໍ້າ ຫຼື ຕາມ​ຫວ່າງ​ພູ

ທາມ 2 (ນ.) ນາ​ຂຸ່ມ ຫຼື ນາ​ທີ່​ລຸ່ມ​ເຊິ່ງມີ​ຕົມ​ຫຼາຍ ​ເອີ້ນນາທາມ, ນາທາມ​ເປັນ​ນາ​ທີ່​ດີ​ເຂົ້າ​ເປັນໝາກ​ເປັນ​ຮວງ​ດີ

ທາມ 3 (ນ.) ທາມ​ກວຽນ, ​ເຊືອກ​ທາມ, ສາຍຮັດ​ຄໍ​ສັດ​ຕິດ​ກັບ​ແອກ ​ເອີ້ນ​ເຊືອກ​ທາມ

ທາມ 4 (ວ.) ຊົ່ວ, ຮ້າຍ, ຄົນ​ຊົ່ວ ບູຮານ​ເອີ້ນ ຄົນ​ທາມ; ຊົ່ວ​ຊາມ, ຊາມ

ທຽມ 1 (ກ.) ຮຽງ, ​ເອົາ​ມາ​ໃກ້​ໃຫ້​ສະ​ເໝີກັນ, ຄຽງ, ​ໃກ້, ນັ່ງ​ຮຽງກັນ ​ເອີ້ນນັ່ງ​ທຽມກັນ

ທຽມ 2 (ວ.) ທໍ່ກັນ, ສະ​ເໝີກັນ, ​ເທົ່າ​ກັນ

ທຽມ 3 (ນ.) ຜັກຫອມ​ແນວໜຶ່ງ ​ເປັນ​ຫົວ, ຫົວ​ເປັນ​ງີມ ​ເອີ້ນຜັກທຽມ

ທາວ​ 1 (ກ.) ​ເອົາ​ມື ຫຼືຂອງ​ໃຊ້​ແທນ​ມື​ຊວ້ານ​ເອົາ​ຂອງ​ຢູ່​ໃນ​ນໍ້າ​ຂຶ້ນມາ, ​ເອົາ​ມື​ຢິບ​ຕ່ອນ​ຊີ້ນ ຫຼືຕ່ອນ​ປາ ຈາກ​ນໍ້າ​ແກງ​ໃນ​ຖ້ວຍ ​ເອີ້ນທາວ ​ເຊັ່ນ​ທາວ​ຕ່ອນ​ປາ, ທາວ​ຕ່ອນ​ຊີ້ນ

ທາວ 2 (ກ.) ຊັກ​ໃຍ, ມ້ອນ​ຊັກ​ໃຍ ​ເອີ້ນມ້ອນ​ທາວ​ໃຍ, ການ​ຟ້ອນ​ທີ່​ຍົກ​ມື​ຂຶ້ນສູງ ​ເອີ້ນຟ້ອນ​ທາວ​ໃຍ

ທາວ 3 (ກ.) ສືບ​ຫາ, ສະ​ແຫວ​ງຫາ, ສາວ​ຫາ ​ເຊັ່ນຄົນ​ທຸ​ກຍາກ ບໍ່ມີ​ທີ່​ເພິ່ງ​ພາ​ອາ​ໄສ​ຫວນ​ກັບ​ມາ​ຫາ​ຍາດ​ພີ່ນ້ອງ ​ເອີ້ນທາວ​ຫາ, ສືບ​ສາວ​ທາວ​ຫາ

ທາວໃຍ (ກ.) ດຶງ​ສາຍ​ໃຍ​ໃຫ້​ຜ່ານ​ກັນ​ໄປ​ມາ ​ເຊັ່ນ​ມ້ອນ​ທາວ​ໃຍ ​ແມງມຸມ​ທາວ​ໃຍ, ​ເອົາ​ມື​ຊາວ​ໄປມາ

ທ່ຽວ (ວ.) ​ໄວ,​​ ໄປ​ທ່ຽວ ມາ​ທ່ຽວ ຄື​ໄປ​ໄວ​ມາ​ໄວ, ທ່ຽວ​ເທີ້ນ

ທວາຍ 1 (ນ.) ຊື່​ຊົນ​ຊາດໜຶ່ງ​ໃນ​ສາຂາ​ຊາວ​ຍະ​ໄຂ່ ຕະກູນ​ຕີ​ເບ​ດ

ທວາຍ 2 (ນ.) ທວຍ ຫຼື ຊາຍ, ກວາງ​ຊາຍ, ທວາຍ​ຄຳ

ທວາຍ 3 (ກ.) ທາຍ, ທວຍ, ບອກ​ສິ່ງ​ທີ່​ຕາບໍ່​ເຫັນ

ທວາຍ 4 (ກ.) ຈັບ, ບາຍ​ເອົາ, ຈັບ​ເອົາ

ທວາຍ 5 (ກ.) ພັດ, ​ໂບກ

ທວາຍ 6 (ກ.) ຂັບ, ຂີ່, ຂັບ​ຂີ່ ​ເອີນທວາຍ

ທວາຍ 7 (ກ.) ອູ້ມ, ກອດ, ອູ້ມ ຫຼືກອດ ​ເອີ້ນທວາຍ

ທວາຍ 8 (ກ.) ທາ, ລູບ​ໄລ້​ຂອງ​ຫອມ​ທີ່​ຮ່າງກາຍ