ຜ. ຜະ 1 (ກ.) ຜີກ, ຜີກໂດຍໄວ, ແວອອກຈາກທາງ

ຜະ 2. ໃຊ້ນໍາໜ້າຄຳທີ່ຕັ້ງຕົ້ນດ້ວຍ ຕົວ ຜ, ມີຄວາມໝາຍດັ່ງດຽວກັນ ກັບຄຳທີ່ຢູ່ ຫຼັງເຊັ່ນ ຜະຜີກ, ຜະຜ່ອງ.

ຜະເຊີນ (ກ.) (ຂ.) ປະສົມ, ພົບ, ຊູນ, ຕໍາກັນ.

ຜະເດັດການ (ນ.) ການໃຊ້ອໍານາດບໍລິຫານເດັດຂາດ.

ຜະລິດ (ກ.) (ປ.) ບານອອກ, ອອກໝາກຜົນ, ແຕກປົ່ງ, ເຮັດໃຫ້ແຜ່ຫຼາຍ

ຜະລຶກ (ນ.) ແກ້ວຫີນຢ່າງດີ ແນວໜຶ່ງ ສີຂາວໃສ.

ຜະຫຍາ (ນ.) ປັນຍາ, ຄວາມຮູ້, ຄວາມສະຫຼາດ

ຜະຫຍອງ (ກ.) ເຕັ້ນ, ເຫາະ, ທະຍານ

ຜະອວນ (ນ.) ນ້ອງສາວ, ຜ່ຽນມາຈາກຄຳວ່າ ຜະອວນ ໃຊ້ເປັນຄຳເວົ້າແທນຕົວເຮົາ ເອງ ຫຼື ແທນຄົນທີ່ເຮົາເວົ້ານໍາ ຫຼື ເວົ້າເຖິງ ຈະເປັນອ້າຍ ຫຼື ນ້ອຍຊາຍ ຫຼື ຍິງກໍ່ໄດ້

ຜາ 1 (ນ.) ຫີນ, ພູຫີນທີ່ສູງຊັນ ແລະ ບໍ່ມີຕົ້ນໄມ້

ຜາ 2 (ນ.) ຊື່ຕົ້ນງິ້ວແນວໜຶ່ງ ດອກສີແດງ ມີໜາມ ເອີ້ນງິ້ວຜາ.

ຜາ 3 (ກ.) ສາດເຂົ້າ, ສາດ ເຊັ່ນຝົນສາດ ເອີ້ນຝົນຜາ, ຝົນຝະ.

ຜາສຸກ (ນ.) ຄວາມສໍາລານ, ຄວາມສະບາຍ

ຜາສາດ (ນ.) ປາສາດ, ລາຊະວັງ, ມົນທຽນ ຫໍໂຮງ

ຜ້າສະບົງ (ນ.) ຜ້ານຸ່ງຂອງພິກຂຸສາມະເນນ

ຜ້າອ້ອມ (ນ.) ຜ້າທີ່ປູນອນ ແລະ ຫົ່ມໃຫ້ເດັກນ້ອຍເກີດ​ໃໝ່.

ຜີວ່າ (ສັນ.) ຖ້າວ່າ, ຫາກວ່າ, ແມ່ນວ່າ.

ຜີ (ນ.) ຊາກຄົນຕາຍ, ວິນຍານຂອງຄົນທີ່ຕາຍໄປແລ້ວ ເທວະດາ.

ຜີ 1 (ກ.) ຈອບ, ຄອຍ, ຖ້າ, ປອງ, ປະສົງ.

ຜີ 2 (ສັນ.) ຖ້າ, ຫາກ, ແມ່ນວ່າ.

ຜູ້ 1 (ນ.) ຄົນ ເຊັ່ນ ຜູ້ໃດ, ຄົນໃດ.

ຜູ້ 2 (ວ.) ເປັນຄຳບອກເພດຊາຍ ຂອງສັດ ​ເຊັ່ນໄກ່ຜູ້, ມ້າຜູ້, ເປັດຜູ້, ນົກຜູ້.

ຜູ້ໂດຍສານ (ນ.) ຜູ້ໃຊ້ບໍລິການພາຫະນະເຊັ່ນ: ລົດ ເຮືອ ໂດຍໃຫ້ຄ່າບໍລິການ, ຜູ້ອາໄສໄປນໍາ.

ຜູ້ຕ້ອງຫາ (ນ.) ບຸກຄົນຜູ້ຖືກກ່າວຫາວ່າໄດ້ກະທໍາຄວາມຜິດອາຍາ ແຕ່ຍັງບໍ່ທັນໄດ້ ຖືກຟ້ອງສານ.

ເຜາະ 1 (ນ.) ຊື່ເຫັດແນວໜຶ່ງ ດອກມົນເກີດໃນດິນ ມີສອງແນວຄື: ທາງນອກ ເປັນຄືໜັງ ເອີ້ນເຫັດເຜາະໜັງ, ເປືອກຜ່ອຍ ເອີ້ນເຫັດເຜາະຝ້າຍ.

ເຜາະ 3 (ນ.) ຊື່ປາແນວໜຶ່ງ ເປັນປາບໍ່ມີເກັດ ສອງຂ້າງຫູມີງ່ຽງ ຕົວຄ້າຍຄືປາ ປຶ່ງ ແຕ່ຂ້າງຫູທັງສອງບໍ່ດໍາຄືປາປຶ່ງ ແລະ ໂຕນ້ອຍກວ່າປາປຶ່ງ, ປາຢາງ.

ຜໍ່ (ກ.) ເບິ່ງໄປໄກ, ເບິ່ງຢູ່ສູງ, ເບິ່ງ

ໄຜ່ (ນ.) ໄມ້ປ່ອງຈໍາພວກໜຶ່ງ ເປັນກໍລໍາຍາວເປັນປ້ອງໆ ທາງໃນໂກນ ມີຫຼາຍແນວ ເຊັ່ນ ໄມ້ໄຜ່ບ້ານ, ໄມ້ໄຜ່ປ່າ, ໄມ້ໄຜ່ສ້າງໄພ, ໄມ້ໄຜ່ສ້າງຄຳ, ໄມ້ໄຜ່ຫວານ, ໄມ້ໄຜ່ໂຈດ.

ເຜົ່າ (ນ.) ເຊື້ອແນວ, ພົງພັນ.

ຜັກ (ນ.) ພືດພັນທີ່ໃຊ້ເປັນອາຫານ, ເປັນຄຳນໍາໜ້າ ພືດພັນທີ່ໃຊ້ກິນເປັນອາຫານ ມີຫຼາຍແນວ ເຊັ່ນ ຜັກກາດ, ຜັກຊີ, ຜັກບົ່ວ, ຜັກທຽມ.

ຜາກ 1 (ນ.) ຕົ້ນໄມ້ນ້ອຍໆ ທີ່ເກີດຕິດຢູ່ໃນຕົ້ນໄມ້ໃຫຍ່ ແລະ ອາໄສກິນອາຫານ ນໍາຕົ້ນໄມ້ໃຫຍ່ ເອີ້ນ ຜາກ ເຊັ່ນ ຜາກມີ້, ຜາກມ່ວງ, ຜາກຈິກ, ຜາກຮັງ, ຝາກ.

ຜາກ 2 (ນ.) ຊື່ນົກຕົວນ້ອຍໆແນວໜຶ່ງ ເອີ້ນ ນົກຜາກ, ນົກຈິບຜາກ.

ຜາກ 3 (ນ.) ສ່ວນຂອງໜ້າເທິງຄິ້ວຂຶ້ນໄປເອີ້ນໜ້າຜາກ

ຜູກ 1 (ກ.) ມັດ, ຮັດດ້ວຍເຊືອກ, ທໍາໃຫ້ຈ່ອງກັນ ເຊັ່ນ ຜູກເວນ, ຜູກມິດ.

ຜູກ 2 (ນ.) ໜັງສືໃບລານທີ່ຮ້ອຍໃສ່ກັນ ເປັນມັດໆ ເອີ້ນໜັງສືຜູກ, ໜັງສືນິທານເລື່ອງ ໜຶ່ງໆ ກໍ່ເອີ້ນໜັງສືຜູກ.

ຜຽກ 1 (ນ.) ເສັ້ນເຊືອກທີ່ຄຶງໄວ້ຍາວໆ ສໍາລັບຕາກຜ້າ ເອີ້ນຜຽກຕາກຜ້າ

ຜຽກ 2 (ນ.) ເຊືອກ ຫຼື ເຄືອທີ່ຢັງໄວ້ໃນນໍ້າ ແລ້ວເອົາເບັດຜູກໃສ່ຫຼາຍໆຫຼັງ ເພື່ອໃຫ້ປາມາກິນເບັດ ເອີ້ນຜຽກ, ການຢັງຜຽກ ໄວ້ໃນນໍ້າ ເອີ້ນຂ້າມຜຽກ ຫຼື ຖ໊ິ້ມຜຽກ.

ຜຽກ 3 (ນ.) ສາຍບັນທັດ ເຮັດດ້ວຍເຊືອກຕ່າງໆ.

ເຜືອກ 1 (ນ.) ພືດມີຫົວແນວໜຶ່ງ ຕົ້ນ ແລະ ໃບຄືບອນ ໃຊ້ຫົວເປັນອາຫານ.

ເຜືອກ 2 (ນ.) ໄມ້ໄຜ່ເຫຼົາກົມໆ ຖັກຕິດກັນໃຫ້ເປັນແຜ່ນຍາວ ສໍາລັບຕັນບໍ່ໃຫ້ປາ ໄປມາໄດ້ ເອີ້ນ ເຜືອກ.

ເຜືອກ 3 (ວ.) ຂາວ, ດ່ອນ ໃຊ້ສໍາລັບຊ້າງຂາວ ເອີ້ນຊ້າງເຜືອກ.

ຜັງເມືອງ (ນ.) ແຜນຜັງຂອງເມືອງ, ແຜນທີ່ຂອງເມືອງ.

ຜາງ 1 (ນ.) ເຄື່ອງຊັ່ງນໍ້າໜັກຂະໜາດນ້ອຍ, ຊີງຂະໜາດນ້ອຍ, ເຕັງ, ຜາງຍອຍ.

ຜາງ 2 (ນ.) ຊື່ຕົ້ນໄມ້ແນວໜຶ່ງ ຕົ້ນຂະໜາດໃຫຍ່ ໝາກກົມ ສຸກແລ້ວສີເຫຼືອງ ງາມ ລົດສົ້ມກໍ່ມີ, ລົດຫວານກໍ່ມີ ເປັນຄູ່ກັບໝາກຜຸ ເອີ້ນ ໝາກຜາງ

ຜາງ 3 (ນ.) ຜິວ, ສີເນື້ອອັນສວຍງາມ (ໃຊ້ຕໍ່ຄຳວ່າຜິວ ​ເຊັ່ນ ຜິວຜາງໜ້າ).

ແຜງ 1 (ນ.) ສິ່ງທີ່ມີລັກສະນະແຂງ​ເໝືອນແປງສີຟັນ ຫຼື ຟອຍພັດແຂ້ວ ເອີ້ນແຜງແຝງ

ແຜງ 2 (ກ.) ສະແດງ, ເຮັດໃຫ້ຜາກົດ ​ເຊັ່ນແຜງລິດ, ຍິງດັ່ງແຜງສອນ, ຜ່ຽນ, ປ່ຽນ ດັ່ງແຜງອັກສອນ.

ແຜງ 3 (ກ.) ຜ່ຽນ ຫຼື ປ່ຽນອັກສອນ ໃນການສ້າງສັບລາວ ຈາກພາສາປາລີ ຫຼື ສັນສະກຣິດ.

ໂຜ້ງ (ນ.) ບ່ອນເປັນໝ້ອງກວ້າງ, ໂກນເປັນໝ້ອງບໍລິເວນ, ເຂດ, ແດນ.

ຜອງ 1 (ວ.) ຈົນ, ຮອດ, ເຖິງ ເຊັ່ນ ຄອງຖ້າຈົນເຖິງກັບມາ ເອີ້ນຜອງ

ຜອງ 2 (ວ.) ທັງໝົດ, ທັງສິ້ນ

ຜອງ 3 (ກ.) ຕັກ, ຕວງ, ຕັກໃຫ້ໄດ້ສ່ວນ, ຕັກເອົາຂອງໃຫ້ໄດ້ສ່ວນທໍ່ກັນ, ການ ຕັກ ຫຼື ຕວງສິ່ງຂອງດ້ວຍເຄື່ອງຕວງ ເອີ້ນ ຜອງ ເຊັ່ນ ຜອງ​ເຫຼົ່າ ຜອງຢາ ຜອງປາແດກ.

ຜອງ 4 (ສັນ.) ຈົນ, ຮອດ, ເຖິງ

ເຜີ້ງ 1 (ນ.) ແມງຈໍາພວກໜຶ່ງ ມີປີກບິນໄດ້ ມີໄລຢູ່ກົ້ນ ເອົາລະອອງໄກສອນດອກໄມ້ ເຮັດນໍ້າຫວານ ເອີ້ນ ນໍ້າເຜີ້ງ.

ເຜີ້ງ 2 (ນ.) ໄມ້ມີດອກພວກໜຶ່ງ ເກີດຕາມຕົ້ນໄມ້ໃຫຍ່ ເອີ້ນດອກເຜີ້ງ, ຕົ້ນດອກເຜີ້ງ.

ເຜີ້ງ 3 (ນ.) ຂີ້ຂອງເຜີ້ງທີ່ປັ້ນເອົານໍ້າຫວານອອກແລ້ວ ເອີ້ນຂີ້ເຜີ້ງ ໃຊ້ສໍາລັບສີທຽນ ແລະ ອື່ນໆ.

ເຜີ້ງ 4 (ນ.) ຊື່ເຫັດຈໍາພວກໜຶ່ງ ໃຊ້ກິນເປັນອາຫານໄດ້ ມີຫຼາຍຊະນິດ ເຊັ່ນ ເຫັດ ເຜີ້ງນ້ອຍ ເຫັດເຜີ້ງໃຫຍ່ ເຫັດເຜີ້ງໄຂ ເຫັດເຜີ້ງແດງ ເຫັດເຜີ້ງແຍ້ ເຫັດເຜີ້ງດາງແຫ.

ຜ້າຍ 1. ເດີນ, ໄປ

ຜ້າຍ 2 (ກ.) ເຫາະ

ຜ້າຍ 3 (ກ.) ແລ່ນ

ຜ້າຍ 3 (ກ.) ແລ່ນ

ຜ່ອຍ (ວ.) ແຕກງ່າຍ, ບໍ່ໜຽວ, ຫັກງ່າຍ.

ໂຜດ 1. ປະ, ລະ, ຖິ້ມ

ໂຜດ 2 (ກ.) ປ່ອຍ, ຖິ້ມ ເຊັ່ນເອົາໝາ ໄປຖິ້ມ ເອີ້ນໂຜດໝາ ເອົາແມວໄປຖິ້ມ ເອີ້ນ ໂຜດແມວ.

ໂຜດ 3 (ກ.) ຂ້າ ເຊັ່ນຂ້າໄກ່ ເອີ້ນ ໂຜດໄກ່ ຂ້າປາ ເອີ້ນ ໂຜດປາ.

ໂຜດ 4 (ກ.) ຮັກ, ອີ່ດູ, ຊ່ອຍເຫຼືອ, ເມດຕາ, ສົງສານ

ຜືນ (ນ.) ແຜ່ນ, ເປັນລັກສະນະນາມຂອງວັດຖຸ ເປັນແຜ່ນບາງ ແລະ ອ່ອນ ດັ່ງເສື້ອຜ້າ ແລະ ສາດ ວ່າຜືນໜຶ່ງ ສອງຜືນ.

ແຜນການ (ນ.) ແຜນປະຕິບັດການ ຕາມທີ່ໄດ້ກໍານົດໄວ້.

ແຜນທີ່ (ນ.) ແບບທີ່ຂຽນຫຍໍ້ ຈາກໜ້າດິນ ບອກພູມປະເທດ ມີແມ່ນໍ້າ ພູເຂົາ ເອີ້ນ ແຜນທີ່.

ແຜນຜັງ (ນ.) ແບບທີ່ຂຽນຫຍໍ້ ຫຼື ກວ້າງຈາກຂອງຈິງຕ່າງໆ ເຊັ່ນ ເຮືອນ, ຕຶກ ເອີ້ນ ແຜນຜັງ.

ແຜ່ນດິນ (ນ.) ໜ້າດິນຂອງໂລກ.

ຜ່ອນຜັນ (ກ.) ຢ່ອນຕາມ, ຄ້ອຍຕາມ, ປະນິ ປະນອມ.

ເຜີນ (ວ.) ຕື້ນໆ, ແປນ, ແຜນ, ເຜີຍ.

ຜຽນ (ນ.) ເທື່ອ, ຖ້ຽວ, ຄາວ, ທີ

ຜ້ຽນ (ວ.) ກ້ຽງ, ແປນ, ໝົດ, ສິ້ນ

ຜາບ (ກ.) ນາບ, ປາບ, ເຮັດໃຫ້ຢ້ານ, ເຮັດໃຫ້ຜ່າຍໜີໄປ

ຜາມ (ນ.) ບ່ອນພັກຊົ່ວຄາວ ເຮັດເປັນຫຼັງຄາພຽງມຸງດ້ວຍຜ້າ, ຫຍ້າ ຫຼື ໃບໄມ້ ບໍ່ຍົກພື້ນ ເອີ້ນ ຜາມ, ຕູບ, ກະຕູບ.

ຜົມໄຟ (ນ.) ຜົມເດີມຂອງເດັກທີ່ເກີດມາແຕ່ ວັນເກີດ, ຜົມສີແດງ.

ຜິວ 1 (ນ.) ໜັງທາງນອກ, ສີ, ສີເນື້ອໜັງ

ຜິວ 2 (ກ.) ເປົ່າລົມດ້ວຍປາກໃຫ້ມີສຽງດັງ

ແຜ້ວ 1 (ກ.) ຖາກ, ຖາງ

ແຜ້ວ 2 (ກ.) ຟັນ, ແທງ