ພ.  ພະຍັນຊະນະ ຕົວທີ 18 ເປັນພວກອັກສອນຕ່ຳ.

ພະ 1 (ນ.) (ປ.) ເປັນຄຳໃຊ້ແທນຊື່ ຮຽກ ພິຂຸ, ເປັນຄຳນໍາໜ້ານາມເຈົ້າແຜ່ນດິນ ແລະ ເຈົ້ານາຍໃນລະບອບລາຊາທິປະໄຕ, ໃຊ້ເປັນຄຳນໍາໜ້າຂອງທີ່ນັບຖືວ່າດີ ແລະ ຂອງທີ່ກ່ຽວຂ້ອງກັບເຈົ້າແຜ່ນດິນ ເຊັ່ນ: ພະຫັດ, ມື, ພະເນດຕາ, ພະກັນຫູ.

ພະ 2 ​(ວ.) (ປ.) ປະເສີດ, ດີ.

ພະຍາ (ນ.) ເຈົ້າແຜ່ນດິນ, ຜູ້ເປັນໃຫຍ່, ຜູ້ເປັນຫົວໜ້າ ເຊັ່ນ ພະຍາເວດສັນດອນ ພະຍາສີສົນໄຊ; ສັດທີ່ປັນໃຫຍ່ກວ່າໝູ່ ບູຮານ ເອີ້ນ ພະຍາ ເຊັ່ນ ພະຍາຄຸດ ພະຍານາກ.

ພະຍາບາດ ​(ກ.) (ປ.) ປອງຮ້າຍ, ຄິດແກ້ແຄ້ນ ບໍ່ເຊົາ.

ພະຍາບານ ​(ກ.) (ປ.) ປິ່ນປົວຄົນເຈັບ, ຮັກສາ, ເບິ່ງແຍງ.

ພະຍາຍາມ (ກ.) ພຽນເຮັດ, ຕັ້ງໃຈໃສ່ ບໍ່ຍອມຖອຍ.

ພະຍາງ (ນ.) (ສ.) ສ່ວນໜຶ່ງຂອງຄຳທີ່ມີຫຼາຍສຽງ.

ພະຍາດ (ນ.) (ປ.) ຄວາມເຈັບປ່ວຍ.

ພະຍານ (ນ.) ຜູ້ຮູ້ເຫັນເຫດການ, ຄົນ, ເອກະສານ ຫຼື ສິ່ງຂອງທີ່ອ້າງເປັນຫຼັກ ຖານ, ພິຍານ.

ພະຍຸ 1 (ນ.) (ຂ.) ລົມແຮງ, ລົມແດງ

ພະຍຸ 2 (ນ.) (ຂ.) ໂລກຮ້າຍທີ່ເກີດຂຶ້ນແກ່ຄົນ ແລະ ສັດ ຕາຍເທື່ອລະຫຼາຍໆ.

ພະນັກງານ (ນ.) ເຈົ້າໜ້າທີ່, ລັດຖະກອນ

ພະນັນ (ກ.) ທ້າແຂ່ງ, ເສັງ, ຫຼິ້ນເອົາເງິນ ຫຼື ທຶນຊັບຂອງກັນ ແລະ ກັນດ້ວຍການສ່ຽງໂຊກ ຫຼື ໃຊ້ຄວາມຊໍານານທາງດ້ານສີມື ທ້າກັນໃນທາງໄດ້ທາງ ເສຍ ເຊັ່ນ ຫຼິ້ນໄພ້, ຫຼິ້ນຫວຍ, ຫຼິ້ນໂປ

ພະມ້າ (ນ.) ຄົນຊາດໜຶ່ງຢູ່ທາງຕາເວັນຕົກຂອງປະເທດລາວ ດຽວນີ້ປ່ຽນຈາກ ພະມ້າ ມາເປັນ ມຽນມ້າ, ຊື່ປະເທດຂອງຊົນຊາດນີ້.

ພະລາທິການ (ນ.) (ປ.) ຫົວໜ້າກົມໃນກອງທັບບົກ ມີໜ້າທີ່ໃນການຈັດແຈງ, ຈັດສັນ ບ່ອນພັກເຊົາ ແລະ ຫາເຄື່ອງໃຊ້ໃຫ້ທະຫານ

ພະລີກໍາ (ນ.) (ປ.) ການບູຊາຜີ, ພິທີບູຊາຜີ ຫຼື ໄຫວ້ຜີ “ຄັນຫາກຄຸມຜີໄດ້ ພະລີກໍາ ລ້ຽງແມ່ນ ຜີຫາກຊູຊ່ວຍປ້ອງເອົາຊ້າງເຂົ້າໃສ່ຄອງ”

ພະຫັດ (ນ.) (ສ.) ວັນຖ້ວນ 5 ໃນສັບປະດາ ອີ້ນ ວັນພະຫັດ.

ພາ 1 (ກ.) ນໍາໄປມາ.

ພາ 2 (ນ.) ເຄື່ອງຕັ້ງຖ້ວຍໃສ່ອາຫານກິນ ເອີ້ນວ່າ ພາເຂົ້າ.

ພາ 3 (ນ.) (ປ.) ແສງສະຫວ່າງ, ລັດສະໝີ.

ພາຍຸ (ນ.) (ປ.) ລົມ, ລົມທີ່ພັດແຮງ ເຮັດໃຫ້ ບ້ານເຮືອນຫັກເພ ພິນາດ.

ພ້າ (ນ.) ມີດ, ມີດດວງໃຫຍ່.

ພາສິດ (ນ.) (ປ.) ຄຳເວົ້າ, ຄຳເວົ້າທີ່ມີຄະຕິຄວນຟັງ.

ພາສີ (ນ.) ສ່ວນທີ່ລັດຖະບານເກັບຈາກບຸກຄົນ ອົງການທຸລະກິດການຄ້າ ແລະ ຊັບສິນ ເພື່ອສ້າງສາປະ ເທດ.

ພິການ ​(ວ.) (ປ.) ເສຍອະໄວຍະວະ ມີແຂນຂາ , ເສຍໄປຈາກສະພາບ ເດີມ.

ພິກຸນ (ນ.) (ປ.) ຕົ້ນໄມ້ຊະນິດໜຶ່ງ ດອກນ້ອຍ ເປັນຈັກໆ ກິ່ນຫອມເຢັນ ແລະ ຫອມຢູ່ຈົນແຫ້ງ.

ພິຈາລະນາ 2 (ນ.) (ປ. ສ.) ການກວດກາ, ການຕຶກຕວງສ, ການສືບສວນ, ການໃຊ້ປັນຍາໄຕ່ຕອງ ຢ່າງລະອຽດຖີ່ຖ້ວນ.

ພິສູດ 1 ​(ກ.) (ສ.) ຊີ້ແຈງໃຫ້ຮູ້ເຫັນຮູ້ຜົນ, ສະແດງໃຫ້ເຫັນເປັນຈິງ, ບົ່ງຊີ້.

ພິສູດ 2 ​(ວ.) (ປ.) ບໍລິສຸດ, ສະອາດ, ເສາະໃສ, ຂາວ.

ພິສູດ 3 (ນ.) (ປ.) ຄວາມສະອາດ, ຄວາມບໍ່ມົວໝອງ.

ພິທີ (ນ.) (ປ.) ງານທີ່ຈັດຂຶ້ນຕາມລັດທິ ເພື່ອຄວາມສັກສິດ, ແບບ, ທໍານຽມ, ຢ່າງ, ວິທີ.

ພິພາກສາ ​(ກ.) (ສ.) ຕັດສິນຄວາມ ຕັດສິນຄະດີ.

ພິພາດ ​(ກ.) (ປ.) ຜິດຖຽງກັນ, ຂັດແຍ້ງ, ບໍ່ຖືກກັນ.

ພິພິທະພັນ (ນ.) (ປ.) ຂອງຕ່າງໆ ທີ່ໂຮມໄວ້ ເພື່ອປະໂຫຍດໃນການສຶກສາ ເຊັ່ນ ບູຮານວັດຖຸ, ສິລະປະວັດຖຸ.

ພິລິບດາ (ນ.) (ສ.) ມາດຕາແທກທາງແຈໄດ້ແກ່ 1 ໃນ 60 ຂອງລິບດາ.

ພໍ 1 (ກ.) ເຕັມ, ເຕັມຕາມຢາກໄດ້, ສົມຄວນກັບຄວາມຢາກໄດ້, ເໝາະ, ຄວນ ພໍດີ.

ພິລາ 1 (ນ.) ຊື່ຕົ້ນໄມ້ກິນໝາກຊະນິດໜຶ່ງ ຕົ້ນເປັນພຸ່ມໝາກມົນ ເວລາສຸກ ໜ່ວຍແດງອົ່ງຕົ່ງ ທາງໃນມີເມັດລຽນເປັນຊັ້ນໆລົດຫວານ ເອີ້ນ ຕົ້ນພິລາ.

ພິລາ 2 (ນ.) ຊື່ແກ້ວມີສີ​ເຫຼື້ອມຄືເມັດໝາກພິລາ ເອີ້ນ ແກ້ວພິລາ

ພຸ 1 (ນ.) ຊື່ອາວຸດຢ່າງໜຶ່ງ ເຮັດດ້ວຍບັ້ງໄມ້ປ່ອງ ຍາວປະມານ 2 – 3 ວາ ລູກເຮັດດ້ວຍໄມ້ປ່ອງ ຢູ່ທາງກົ້ນລູກພຸນັ້ນ ເອົານຸ່ນພັນເວລາຊິຍິງ ເອົາລູກຍັດເຂົ້າ ຮູບັ້ງພຸແລ້ວໃຊ້ລົມປາກຍິງ.

ພຸ 2 (ນ.) ບ່ອນນໍ້າແຕກປົ້ງຂຶ້ນຢູ່ແກ້ງ, ຢູ່ເວີນຫວັ່ນເປັນຂັນໂຂ ເພາະກໍາລັງຂອງນໍ້າໄຫຼແຮງ ເອີ້ນ ພຸ.

ພຸ 3 (ວ.) ຜົງ ບໍ່ໜຽວຕິດກັນ.

ພຸ 4 (ນ.) ຊື່ບັ້ງໄຟແນວໜຶ່ງ ຈູດໃຫ້ມີສຽງດັງ ແລະ ມີລູກຟົ້ງຂຶ້ນເປັນສີງາມ ເອີ້ນ ບັ້ງໄຟພຸ.

ພູ 1 (ນ.) ດິນ, ແຜ່ນດິນ, ໂລກ.

ພູ 2 (ນ.) ຫີນ ຫຼື ດິນທີ່ສູງຂຶ້ນກວ່າທໍາມະດາຫຼາຍ, ດອຍ, ຜາ.

ພູ 3 (ນ.) ໄມ້ເຄືອຊະນິດໜຶ່ງ ໃຊ້ໃບຄ້ຽວກັບໝາກ.

ເພສັດຊະກໍາ (ນ.) (ປ.) ການປຸງແຕ່ງຢາ, ການຜະສົມຢາ.

ເພດານ (ນ.) (ປ.) ພື້ນທີ່ກັ້ງບັງເບື້ອງເທິງຂອງຫ້ອງເຮືອນ ຫຼື ຂອງເຮືອນ, ພື້ນເບື້ອງເທິງຂອງຜົ້ງປາກ ແຕ່ຟາກແຂ້ວເຂົ້າໄປ.

ແພ 1 (ນ.) ແຜ່ນຜ້າທີ່ຕ່ຳດ້ວຍຝ້າຍ ຫຼື ໄໝໃຊ້ເຮັດເຄື່ອງນຸ່ງຫົ່ມ.

ແພ 2 (ນ.) ໄມ້ທີ່ເອົາຕິດກັນເປັນແຜ່ນ ຫຼາຍໆທ່ອນ ສໍາລັບໃຊ້ເປັນພາຫະນະທາງນໍ້າຕາງເຮືອ.

ແພ 3 (ວ.) ເປັນແຜ່ນ, ເປັນໝູ່ ແຜ່ກວ້າງອອກ.

ແພ້ (ກ.) ຊະນະ, ຜາບໄດ້, ສູ້ໄດ້

ໂພ (ນ.) (ປ.) ຕົ້ນໄມ້ທີ່ພະພຸດທະເຈົ້ານັ່ງຢູ່ໃຕ້ຮົ່ມ ແລ້ວໄດ້ຕັດສະຮູ້ເປັນພະພຸດ ທະເຈົ້າ ເອີ້ນວ່າ ຕົ້ນປ່າແປ້ງ.

ໂພຊະນະ (ນ.) (ປ.) ອາຫານ, ການກິນ, ເຄື່ອງກິນ.

ໂພທິສັດ (ນ.) (ປ.) ຜູ້ທີ່ຈະໄດ້ຕັດສະຮູ້ເປັນ ພະພຸດທະເຈົ້າ.

ເພາະ 1 (ນ.) ພາຊະນະສານຮູບມົນ ສໍາລັບຜອງເຂົ້າ ຫຼື ດິນ.

ເພາະ 2 (ກ.) ໂຮມ, ໂມທະນາ, ຕື່ມໃສ່ດ້ວຍ ເຈຕະນາຢາກໄດ້ບຸນ, ເອົາຂອງໄປຊ່ອຍ ໃນການເຮັດບຸນ.

ເພາະ 3 (ສັນ.) ດ້ວຍ, ເຫດ, ນໍາ, ເພື່ອ.

ເພາະ 4 (ວ.) ມ່ວນ, ສຽງມ່ວນ.

ພໍ 1 (ກ.) ເຕັມ, ເຕັມຕາມຢາກໄດ້, ສົມຄວນກັບຄວາມຢາກໄດ້, ເໝາະ, ຄວນ ພໍດີ.

ພໍ 2 (ວ.) ເມື່ອ, ຍາກເມື່ອ.

ພໍ່ (ນ.) ຊາຍຜູ້ໃຫ້ກໍາເນີດແກ່ລູກ, ຜູ້ເປັນໃຫຍ່, ຫົວໜ້າ

ເພຍ (ນ.) ນາມບັນດາສັກຕ່ຳກວ່າ ພະຍາ ແລະ ສູງກວ່າແສນ.

ເພ້ຍ 1 (ນ.) ຂີ້ອ່ອນຂອງສັດ ແລະ ຄົນ.

ເພ້ຍ 2 (ນ.) ແມງສັດຕູພື້ນພວກໜຶ່ງ ທີ່ກິນໃບຜັກ ຫຼື ໄມ້ຕ່າງໆ ເຮັດໃຫ້ຜັກເສຍຫາຍ.

ເພ້ຍ 3 (ນ.) ຊື່ປາຊະນິດໜຶ່ງ ເປັນປາມີເກັດສີມຸມໆ ຕົວຄືປາຂາວ ແຕ່ໃຫຍ່.

ພົ້ວ (ນ.) ວ ຂອງທີ່ເປັນພວງຢ່ອນລົງ, ປຸ້ມ ຫຼື ພວງດອກໄມ້, ໝາກໄມ້ທີ່ຢ່ອນລົງ.

ພົວພັນ (ກ.) ກ່ຽວຂ້ອງ, ກ້ຽວກອດ, ກ່ຽວພັນ ເຖິງກັນ.

ໄພ 1 (ກ.) ເວົ້າຄຳນ້ອຍໃສ່ຫູ, ເວົ້າຊັບໃສ່ຫູ, ເວົ້າຊິ່ມ ຫຼື ສ່ຳໃສ່ຫູ.

ໄພ 2 (ນ.) ຮອຍນໍ້າຟົດຂຶ້ນເປັນຄອງ ໃນເວລາປາແລ່ນຢູ່ລອບ, ໄຊ ຫຼື ໃນແຫ.

ໄພ 3 (ນ.) ລັກສະນະນາມ ຮຽກແຜ່ນຫຍ້າ ທີ່ຖັກໃສ່ດິ້ວຍາວຂະໜາດວາ ສໍາລັບມຸງ ຫຼັງຄາວ່າ ຫຍ້າໄພໜຶ່ງ ສອງໄພ.

ໄພ 4 (ກ.) ຖັກຫຍ້າໃສ່ໄມ້ກ້ານຫຍ້າ ເອີ້ນວ່າ ໄພຫຍ້າ.

ໄພ 5 (ນ.) ມາດຕາເງິນບູຮານ ເຮັດດ້ວຍທອງແດງ 1 ໄພ ມີ 2 ອັດ 2 ໄພ ເປັນ 1 ເຟື້ອງ 2 ເຟື້ອງເປັນ 1 ສະຫຼຶງ ແລະ 4 ສະຫຼຶງ ເປັນ 1 ບາດ.

ໄພ 6 (ນ.) ຈໍານວນເສັ້ນໄໝ ຫຼື ຝ່າຍທີ່ເປຍແລ້ວເຮັດເປັນປອຍໄວ້ ໃນປອຍໜຶ່ງໆ ແບ່ງອອກເປັນຍອນໄວ້ ຮຽກວ່າໄພໜຶ່ງສອງໄພ.

ໄພ 7 (ກ.) ແບ່ງປອຍຝ້າຍ ຫຼື ໄຂເປັນໄພໂດຍເອົາເສັ້ນໄໝ ຫຼື ຝ້າຍສອດຂັ້ນ ໄວ້ເປັນຍອນ.

ໄພ 8 (ກ.) ສານໄຊດ້ວຍຕອກເສັ້ນກົມໆ ສອງ ຫຼື ສາມເສັ້ນ ໄຂວ່ກັນ ກ້ຽວວຽນໄປໃຫ້ເປັນປອກ.

ໄພ້ 1 (ນ.) ແຜ່ນເຈ້ຍບາງໆ ແລະ ນ້ອຍມີແຕ້ມໝາຍເປັນເຄື່ອງຫຼິ້ນການພະນັນ ມີຫຼາຍຢ່າງ.

ໄພ້ 2 (ນ.) ເມຍຂອງລູກຊາຍ ຮຽກລູກໃພ້.

ໄພ້ 3 (ນ.) ເອົາມືເຊື່ອຄືນຫຼັງລັກເຊື່ອງໃຫ້.

ເພົາ 1 (ນ.) (ຂ.) ຕັກ.

ເພົາ 2 (ນ.) ຕີນແຫ ຕີນມອງ ບ່ອນມັດຂຶ້ນເປັນຖດົງ ເພື່ອໃຫ້ປາຄາຢູ່.

ເພົາ 3 (ນ.) ຊື່ມັນຊະນິດໜຶ່ງ ຫົວປ້ອມໆ ສີຂາວປູກຢູ່ຫາດຊາຍ ຫຼື ບ່ອນດິນຕົມແກມຊາຍ ທີ່ມີເນື້ອຫຼົມ ຫົວມັນເພົາກິນດິບໄດ້ ມີລບົດຫວານຈາງໆ.

ເພົາ 4. ແກນໄມ້ກົມ ຫຼື ເຫຼັກ ເປັນເລົາກົມ ທີ່ສຸບຮູດຸມລົດ ຫຼື ກວຽນ ຫຼື ເຄື່ອງທີ່ຕ້ອງການໃຫ້ຫັນລ່ຽນ.

ພັກ 1 (ກ.) ເຊົາເມື່ອຍ, ເຊົາຊົ່ວຄາວ, ຢຸດຊົ່ວຄາວ, ເຊົາມີແຮງ.

ພັກ 2 (ນ.) ບ່ອນເປັນຊັ້ນ ຫຼຸດກັນລົງ ດັ່ງລູກຂັ້ນໄດ.

ພັກ 3 (ນ.) (ປ.) ພວກ, ໝູ່.

ພັກ 4 (ສ.) ໜ້າ (ລາຊາສັບໃຊ້ວ່າພະພັກ).

ພັກ 5 ​(ກ.) (ສ.) ຖອຍຄືນ, ດາວນົບພະເຄາະ ເດີນຖອຍຄືນລາສີເກົ່າ ຮຽກວ່າ ພັກ.

ພາກ 1 (ກ.) ແຍກອອກຈາກກັນ, ຈາກກັນ.

ພາກ 2 (ນ.) (ປ.) ສ່ວນ, ຂ້າງ, ຝ່າຍ, ເທື່ອ, ຄາວ.

ພາກ 3 (ນ.) ໂລກແຜ່ຜາຍແນວໜຶ່ງ ມັກເກີດແກ່ສັດຈໍາພວກ ງົວ, ຄວາຍ, ເປັດ ດໄກ່, ເປັນແລ້ວຕາຍດັບວອດວາຍ ຖ້າສັກຢາກັນບໍ່ທັນ.

ພາກ 4 ​(ກ.) (ປ.) ເວົ້າ, ປາກ.

ພຶກສາສາດ (ນ.) (ສ.) ວິຊາວ່າດ້ວຍເລື່ອງ ຕົ້ນໄມ້ຕ່າງໆ.

ພົກ 1 (ນ.) ຫົວຜ້າ ຫຼື ສີ້ນນຸ່ງ ບ່ອນເໜັບແອວ ທາງໜ້າຊື່ສາຍບື ເຮັດເປັນຖົງ ນ້ອຍໃສ່ຂອງ, ຫໍ່ຜ້າ.

ພົກ 2 (ກ.) ຫໍ່ດ້ວຍຜ້າ, ເຮັດເປັນຫໍ່ດ້ວຍຜ້າ.

ພັງ 1 (ນ.) ຊ້າງແມ່ ເອີ້ນຊ້າງພັງ

ພັງ 2 (ກ.) ທະລາຍລົງ, ແຕກລົງຈາກກັນ, ຫັກ

ພັງພອນ (ນ.) ສັດສີ່ຕີນຊະນິດໜຶ່ງ ຄ້າຍຄືກະຮອກ ແຕ່ໃຫຍ່ກວ່າ ຂົນສີເຫຼືອງ ມັກກິນໄກ່ ແລະ ເປັນສັດຕູກັບງູເຫົ່າ

ພາງ 1 (ນ.) ໄມ້ປ່ອງຊະນິດໜຶ່ງ ລໍາຍາວເປັນປ້ອງຫ່າງ ບໍ່ມີໜາມ ເກີດເປັນກໍ.

ພາງ 2 (ວ.) ຊາມຊາ, ຊົ່ວຄາວ

ພາງ 3 (ວ.) ພຽງ, ເທົ່າ

ພາງ 4 (ວ.) ຕົວະ, ລ່າຍ, ຫຼອກລວງ.

ເພັງ ​(ວ.) (ຂ.) ເຕັມ, ວັນ 15 ຄ່ຳ, ກາງເດືອນຈັນທະລະຄະຕິ

ເພງ (ນ.) ທໍານອງຂັບລໍາວາດໜຶ່ງ, ທໍານອງດົນຕີແບບໜຶ່ງ, ວາດ ຫຼື ລາຍດົນ ຕີ, ກະບວນວິທີຟ້ອນລາຍດາບ ລາຍງ້າວ ຫຼື ທວນ, ຊື່ການຂັບຮ້ອງແບບຕ່າງໆ.

ແພງ 1 (ກ.) ສະຫງວນ, ຫວງ, ຮັກ, ຫວງແຫນ

ແພງ 2 (ວ.) ມີຄ່າຫຼາຍ.

ແພງ 3 (ນ.) ຊື່ພັນໄມ້ຊະນິດໜຶ່ງ ໃບຮີມີຂອບເປັນຄືແຂ້ວເລື່ອຍ ໝາກຂອງມັນເປັນອາຫານສັດປ່າ.

ແພ່ງ 1 (ກ.) ຕັດແບ່ງກັນ, ແບ່ງ​ເຫຼົ້າ, ຜອງ​ເຫຼົາໃຫ້ກັນກິນ

ແພ່ງ 2 (ວ.) ລົ້ນ, ເຕັມ ເຊັ່ນ ແພ່ງໆນໍ້າ

ແພ່ງ 3 (ນ.) ກົດໝາຍປະເພນີແບບແຜນ

ພົງ 1 (ນ.) ປ່າດົງ.

ພົງ 2 (ນ.) (ປ.) ເຊື້ອແຊງ, ພີ່ນ້ອງ, ສະກຸນຄົນທີ່ເກີດໃນເຊື້ອສາຍດຽວກັນ.

ພົງສາວະດານ (ນ.) (ປ.) ເລື່ອງລາວຂອງເຫດການກ່ຽວກັບປະເທດ ຫຼື ພະມະຫາກະສັດຂອງ ປະເທດຊາດນັ້ນໆ.

ໂພງ 1 (ນ.) ຊື່ຜີຈໍາພວກໜຶ່ງ ຖືວ່າກິນຂອງດິບ ແລະ ມີແສງຮຸ່ງອອກຈາກຮູດັງ ໃນເວລາອອກຫາກິນຍາມກາງຄືນ, ຮຽກ ແມວຂະໜາດໃຫຍ່ ທີ່ມັກກິນໄກ່ດິບ, ຊີ້ນດິບ ປາດິບ ວ່າເປັນແມວໂພງ.

ໂພງ 2 (ນ.) ຊື່ປາມີເກັດຊະນິດໜຶ່ງ ໂຕຄືປາຂາວ ແຕ່ໃຫຍ່ ແລະ ມີພິດເມົາ.

ໂພງ 3 (ວ.) ໃຄ່ຂຶ້ນ, ພອງຂຶ້ນ, ພະຍາດຊະນິດໜຶ່ງ ທີ່ເຮັດໃຫ້ໃຄ່ໂພງຂຶ້ນທົ່ວໂຕ ຮຽກເປັນໃຄ່ ເປັນໂພງ.

ໂພງກິນເຫຼັກ (ນ.) ໂລຫະທາດແນວໜຶ່ງ ມີກໍາລັງດູດເອົາເຫຼັກໄດ້, ແມ່ເຫຼັກ.

ພວງ 1 (ນ.) ແຮ່ເຫຼັກ, ຈ່ານ

ພວງ 2 (ນ.) ຫຼັງຄາມຸງເຮືອ, ກວຽນ ຫຼື ລົດເຊັ່ນ ເຮືອພວງ, ພວງກວຽນ, ພວງລົດ

ພວງ 3 (ນ.) ພົ້ວ, ພົ້ວໝາກໄມ້ ຫຼື ດອກໄມ້.

ພວງ 4 (ວ.) ຕິດຕໍ່ກັນເປັນປຸ້ມ.

ພວງມາລາ (ນ.) ຮວາດດອກໄມ້, ດອກໄມ້ທີ່ຮ້ອຍໃສ່ກັນແລ້ວຜູກເປັນວົງ ສໍາລັບໄວ້ອາໄລສົບຄົນຕາຍ.

ພວງມາໄລ 1 (ນ.) ຮວາດດອກໄມ້ທີ່ຮ້ອຍເປັນວົງເພື່ອມອບໃຫ້ແກ່ຜູ້ນໍາ, ແຂກຜູ້ມີກຽດ ຫຼື ມອບໃຫ້ແກ່ຄົນຮັກ.

ພວງມາໄລ 2 (ນ.) ເຄື່ອງຈັບຖືທ້າຍກໍາປັ່ນ, ຍົນ ຫຼື ລົດ ມີຮູບຄືວົງມົນ ຂອງພວງດອກໄມ້.

ພາຍ 1 (ນ.) ຊ້າງຜູ້ທ່ີ່ມີງາ ຮຽກຊ້າງພາຍ.

ພາຍ 2 (ນ.) ເຄື່ອງມືສໍາລັບຄຸ້ຍນໍ້າໃຫ້ເຮືອໄປ ຮຽກໄມ້ພາຍ, ຜັກຊະນິດໜຶ່ງໃບຄືໃບໄມ້ພາຍ ມີລົດຂົມ ເອີ້ນ ຜັກພາຍ.

ພາຍ 3 (ກ.) ຄວັດນໍ້າ ຄຸ້ຍນໍ້າ ຫຼືກວ້ານນໍ້າໃຫ້ເຮືອໄປ, ເອົາງວງເອົາສາຍ ຫຼື ຮວງພາຊະນະຕ່າງໆ ເຊັ່ນ ກະຕ່າ, ກະບຸງໃສ່ບ່າພາຍໄປ

ພາຍ 4 (ນ.) ລົມ, ພະພາຍ

ພາຍ 5 (ນ.) ບ່ອນ, ແຫ່ງ ເຊັ່ນ ທຸກພາຍ, ຂ້າງ, ຝ່າຍ, ເວລາ ເຊັ່ນ ພາຍນອກ, ພາຍໃນ, ພາຍໜ້າ, ພາຍລຸນ.

ພາຍ 6 (ນ.) ຜີຈໍາພວກໜຶ່ງ ຕາມຄະຕິບູຮານ ຖືວ່າເກີດຈາກຄົນຕາຍກຸມ, ຜີຊະນິດນີ້ ມັກວົນວຽນໄປມາຕາມປ່າຊ້າ ເວລາໄປມີອາການ​ເໝືອນລົມພັດ.

ພັດ 1 (ກ.) ພາກ, ຈາກໄປ, ຫຼົງກັນ.

ພັດ 2 (ກ.) ເປົ່າ, ວີ ເຊັ່ນ ລົມພັດໄມ້

ພັດ 3 (ກ.) ເໜັງເຊືອດພັດໄຖ ຫຼື ເຊືອກລ່າມຄວາຍ ເພື່ອໃຫ້ຕີໃສ່ຂ້າງຄວາຍ ງົວ ເຮັດໃຫ້ຄວາຍໄປ ໂດຍບໍ່ແມ່ນດຶງ ຫຼື ຈູງເອີ້ນ ພັດງົວ ພັດຄວາຍ.

ພັດ 4 (ວ.) ເປັນຄູ່ ເຊັ່ນ ລ້ຽງພັດກັນໄປ.

ພັດຕາຄານ (ນ.) (ປ.) ອາຄານ ຫຼື ຫໍທີ່ຈໍາໜ່າຍອາຫານ ແລະ ເຄື່ອງດື່ມ, ຮ້ານ ອາຫານ.

ພັດທະສີມາ (ນ.) (ປ.) ເຂດສັງຄະກໍາທີ່ພະສົງໄດ້ກໍານົດໄວ້ເປັນຫຼັກຖານ ຕາມວິທີການໃນພະພຸດທານຸຍາດ ເລື່ອງສີມາ.

ພັດທະນາ ​(ກ.) (ປ.) ເຮັດໃຫ້ຈະເລີນ ເຮັດໃຫ້ກ້າວໜ້າ.

ພາດ 1 (ກ.) ກ່າຍໄວ້, ວາງທົບລົງໃສ່ຮາວ ຫຼື ເຊືອກທີ່ຜູກເນັ່ງໄວ້, ກ່າຍ, ກ່າຍເຖິງ ເຊັ່ນ ເວົ້າພາດໃສ່

ພາດ 2 (ກ.) ພະລາດ, ມື່ນ.

ພາດ 3 (ວ.) ຜິດໄປ, ຫຼົງລືມ, ສະຫຼັ້ງພັ້ງພາດ.

ພາດ 4 (ນ.) (ປ.) ໝໍ້, ຖ້ວຍ, ພາເຂົ້າ

ພາດ 5 (ນ.) (ປ. ສ.) ລົມ.

ພາດ 6 (ນ.) (ປ. ສ.) ຄຳເວົ້າ, ຖ້ອຍຄຳ.

ພາດ 7 (ນ.) (ສ.) ເຄື່ອງດົນຕີ, ເຄື່ອງດີດສີຕີເປົ່າ.

ພາດ 8 (ນ.) (ປ. ສ.) ຄວາມບຽດບຽນ, ຄວາມທຸກທໍລະມານ.

ພິດ (ນ.) (ປ.) ສິ່ງເປັນອັນຕະລາຍ ຫຼື ໃຫ້ຄວາມເຈັບໄຂ້ໄດ້ພະຍາດ ແກ່ຮ່າງກາຍ ແລະ ຈິດໃຈ, ຂອງຮ້າຍ, ຄວາມຮ້າຍ, ສິ່ງທີ່ເປັນໄພອັນຕະລາຍ.

ພຶດສະພາ (ນ.) (ສ.) ດາວຮູບງົວ ຊື່ເດືອນທີ 5 ຕາມທາງສຸລິຍະຄະຕິ.

ພືດ (ນ.) (ປ.) ແກ່ນໝາກໄມ້ທີ່ຈະໃຫ້ເກີດເປັນຕົ້ນຕໍ່ໄປ, ແນວຕົ້ນໄມ້ຕ່າງໆ ທີ່ເກີດຕາມ ແຜ່ນດິນ.

ພຸດ 1 (ນ.) ຕົ້ນໄມ້ດອກຊະນິດໜຶ່ງ ດອກສີຂາວ ມີກິ່ນຫອມອ່ອນໆ.

ພຸດ 2 (ນ.) ຊື່ວັນຖ້ວນ 4 ໃນວັນທັງ 7, ຊື່ດາວນົບພະເຄາະໜ່ວຍໜຶ່ງ ເອີ້ນ ດາວພະພຸດ.

ພຸດ 3 ​(ກ.) (ປ.) ຮູ້.

ພຸດ 4 (ນ.) (ປ.) ຜູ້ຕັດສະຮູ້, ການຕັດສະຮູ້ ໝາຍເອົາພະພຸດທະເຈົ້າ.

ພຸດທະການ (ນ.) (ປ.) ສະໄໝເມື່ອພະພຸດທະເຈົ້າຍັງມີຊີວິດຢູ່, ພຸດທະສະໄໝ ຫຼື ສະໄໝພະພຸດທະເຈົ້າ.

ພຸດທະເຈົ້າ (ນ.) ເຈົ້າແຫ່ງຄວາມຮູ້, ພະນາມຂອງພະສາດສະດາ ແຫ່ງພະພຸດທະ ສາສະໜາ ວ່າ ພະພຸດທະເຈົ້າ.

ພຸດທະສັກກະຫຼາດ (ນ.) (ສ.) ປີນັບຕັ້ງແຕ່ພະພຸດທະເຈົ້າ ສະເດັດປະລິນິບພານ.

ພູດ 1 (ນ.) ສ່ວນ, ຝ່າຍ.

ພູດ 2 (ກ.) ພົ່ນນໍ້າອອກຈາກປາກ, ເປົ່ານໍ້າອອກຈາກປາກໂດຍແຮງ.

ພູດ 3 (ກ.) ເວົ້າຈາ

ພູດ 4 (ນ.) (ປ.) ຜີ.

ເພັດ (ນ.) (ສ.) ຊື່ແກ້ວທີ່ແຂງທີ່ສຸດ ແລະ ມີນໍ້າແວວວາວ ຫຼາຍກວ່າແກ້ວອື່ນໆ ໃຊ້ສໍາລັບເຮັດເຄື່ອງປະດັບ ຫຼື ໃຊ້ປະໂຫຍດໃນທາງອຸດສາຫະກໍາ

ເພດ 1 (ນ.) ວາດຊົງ, ກິລິຍາມາລະຍາດ, ທ່າທາງ.

ເພດ 2 (ນ.) (ປ.) ຮູບ, ລັກສະນະທີ່ບອກໃຫ້ຣູ້ວ່າເປັນຍິງ ຫຼື ຊາຍ.

ແພດ 1 (ນ.) (ສ.) ທ່ານໝໍ, ທ່ານໝໍປົວພະຍາດ.

ແພດ 2 (ກ.) ປຽບ, ທຽມ ເອົາແປະກັນໃຫ້ຮູ້ຈັກສ່ວນ.

ແພດ 3 (ນ.) ໄມ້ເຄື່ອງກວຽນ ທີ່ຢູ່ສອງຟາກຂ້າງຕີນກວຽນອອກມາ.

ແພດ 4 (ນ.) ຊື່ຫຍ້າແນວໜຶ່ງ ໃບບໍ່ຍາວສີຂຽວງາມ ເອີ້ນ ຫຍ້າແພດ

ພັນ 1 (ວ.) ຈໍານວນທໍ່ ກັບ 10 ຮ້ອຍ

ພັນ 2 (ນ.) ຍົດນາຍທະຫານ ສູງກວ່ານາຍຮ້ອຍ ຮຽກນາຍພັນ.

ພັນ 3 (ກ.) ເອົາສິ່ງເປັນແຜ່ນ ຫຼື ເປັນເສັ້ນພັນເຂົ້າກັນ, ກ້ຽວ, ຝັ້ນ, ຜູກ, ມັດ.

ພັນ 4 (ນ.) (ປ.) ພີ່ນ້ອງດ ຍາດວົງພົງພັນ

ພັນ 5 (ນ.) ຈີບໝາກເອີ້ນພັນໝາກ

ພັນ 6 (ກ.) ຫຼິ້ນການພະນັນ ເຊັ່ນ ໝາກສະກາໂດຍມີສິ່ງຂອງປະກັນ ຮຽກ ຫຼິ້ນການພະນັນ

ພັນຕາ (ນ.) ພະອິນ, ພະອິນທາທິລາດ, ພັນເນດ.

ພັນທະບັດ (ນ.) (ປ.) ເອກະສານອອກໂດຍລັດ ຫຼື ນິຕິບຸກຄົນ ເພື່ອສະແດງການເປັນໜີ້ເງິນກູ້ ຕາມເງື່ອນໄຂ ແລະ ລາຄາທີ່ກໍານົດໄວ້ໃນເອກະສານນັ້ນ.

ພານ 1 ​(ວ.) (ປ.) ໂງ່, ຊົ່ວ, ບໍ່ດີ, ຮ້າຍ

ພານ 2 (ນ.) ຊື່ພາຊະນະຊະນິດໜຶ່ງ ມີຕີນສູງປາກກວ້າງກົ້ນຕື້ນ ແອວເປັນຮູບແອວຂັນ ເອີ້ນວ່າ ພາພານ.

ພານ 3 (ນ.) ພາຊະນະທີ່ຕີ ຫຼື ຫຼໍ່ດ້ວຍຄຳ ເອີ້ນ ພານຄຳ

ພານ 4 (ກ.) ຕໍາ, ຜ່າ, ຜິດ, ກໍ່ໃຫ້ເກີດເຫດ, ພັດ, ປະທະ, ແຕະຕ້ອງ.

ພານ 5 (ນ.) ຄົນຜູ້ມີອາຊີບໃນການຫາລ່າເນື້ອຍິງສັດ ຫຼື ຫາປາ ຮຽກວ່າ ນາຍພານ.

ພານ 6 (ກ.) ພົບ, ປະສົບ, ພໍ້, ເຫັນ.

ພື້ນ 1 (ນ.) ສິ່ງສໍາລັບຮອງຮັບ ຮຽກພື້ນ, ຊັ້ນ, ບ່ອນຮາບ ໜ້າພຽງທາງລຸ່ມ ພື້ນດິນ, ໜ້າດິນ ແຜ່ນດິນ.

ພື້ນ 2 (.) ຕໍານານ, ນິທານ, ໜັງສືເລື່ອງຕ່າງໆ.

ພື້ນ 3 (ນ.) ປະຫວັດຄວາມເປັນມາຂອງຄົນ ແລະ ປະເທດ.

ເພນ (ນ.) (ປ.) ຊື່ກອງຊະນິດໜຶ່ງ ໜ່ວຍໃຫຍ່ຍາວ ຫຸ້ມໜັງທັງສອງໜ້າ ໃຊ້ສໍາລັບ ຕີບອກເວລາຍາວທ່ຽງວັນ, ເວລາທ່ຽງວັນ, ເວລາຄູບາອາຈານ ສັນເຂົ້າຍາມທ່ຽງເອີ້ນວ່າ ສັນເຂົາເພນ.

ແພນ 1 (ນ.) ຕໍາແໜ່ງນາຍທະຫານບູຮານ ສູງກວ່າເມືອງປາກ ເອີ້ນ ເມືອງແພນ (ເມືອງປາກທໍ່ກັບນາຍຮ້ອຍ ເມືອງແພນທໍ່ກັບນາຍພັນ), ພົນທະຫານ.

ແພນ 2 (ນ.) ຫອກ, ບູຮານເອີ້ນຫອກວ່າແພນ.

ແພນ 3 (ກ.) ຟ້ອນ, ແກວ່ງ ເຊັ່ນ ນົກຍູງແພນຫາງ.

ແພນ 4 (ວ.) ອ່ອນງາມ, ອ່ອນຊ້ອຍ, ທີ່ສະແດງທ່າລີລາຟ້ອນແບບອ່ອນຊ້ອຍ ງົດງາມ.

ພົນ 1 (ນ.) (ປ.) ປ່າ ເຊັ່ນ ຈຸລະພົນປ່ານ້ອຍ ມະຫາພົນປ່າໃຫຍ່.

ພົນ 2 (ນ.) (ປ.) ກໍາລັງ, ເຫື່ອແຮງທະຫານ, ຍົດທະຫານ ຊັ້ນສູງກວ່ານາຍພັນ.

ພົນລະເມືອງ (ນ.) ຊາວເມືອງ, ປະຊາຊົນ, ຄົນໃນປະເທດ.

ພອນ 1 (ນ.) ຊື່ປາຊະນິດໜຶ່ງ ເປັນປາເກັດສີຂາວ, ໂຕໃຫຍ່ ເກັດອອກແດງໜ້ອຍໜຶ່ງ ອາໄສຢູ່ ຕາມລໍາແມ່ນໍ້າຂອງ ຮຽກປາພອນ ເປັນປາທີ່ ມີລາຄາແພງ ເພາະຊີ້ນຂອງມັນເຮັດອາຫານແຊບຫຼາຍ.

ພອນ 2 (ວ.) ຂາວ, ເຜືອກ, ຊ້າງຂາວ ຮຽກຊ້າງພອນ ຫຼື ຊ້າງເຜືອກ, ມ້າຂາວ ຮຽກ ມ້າພອນ

ພອນ 3 (ນ.) ພັງພອນ, ຈອນພອນ.

ເພິ່ນ (ສ.) ປະຖົມບຸລຸດສັບພະນາມ (ຄຳແທນນາມ) ໃຊ້ເວົ້າເຖິງຜູ້ໃຫຍ່ກວ່າ ໃນທາງ ຍົດສັກ ຖ້າໃຫຍ່ກວ່າທາງອາຍຸໃຊ້ວ່າລາວ.

ເພື່ອນ (ນ.) ໝູ່, ຜູ້ທີ່ຢູ່ກິນຮ່ວມກັນ.

ພວນ 1 (ນ.) ລາວເຜົ່າໜຶ່ງ ເອີ້ນລາວພວນ ສ່ວນຫຼາຍຢູ່ແຂວງຊຽງຂວາງ.

ພວນ 2 (ກ.) ປວດຮາກ, ອາການເຈັບທ້ອງຢ່າງໜຶ່ງ ມີອາການຮ້ອນ ແລະ ຈຸກ​ແໜ້ນຂຶ້ນ.

ພາບ 1 (ນ.) (ປ. ສ.) ຄວາມ, ຄວາມມີ, ຄວາມເປັນ, ມັກໃຊ້ປະກອບທ້າຍສັບ ເຊັ່ນ ມໍລະນະພາບ ແປວ່າ ຄວາມຕາຍ, ສັນຕິພາບ ແປວ່າ ຄວາມສະຫງົບສຸກ.

ພາບ 2 (ນ.) (ປ.) ຮູບທີ່ປາກົດເຫັນ, ສິ່ງທີ່ແຕ້ມຂຶ້ນເປັນຮູບ.

ພາບ 3 (ວ.) ພ້ອມ, ພ້ອມກັນ, ເທື່ອດຽວກັນ ເຊັ່ນ ໄປພາບສອງ ມາພາບສີ່.

ພາບພະຍົນ (ນ.) (ປ.) ຮູບສາຍດ້ວຍເຄື່ອງເຮັດໃຫ້ເຫັນເໜັງຕີງໄດ້, ຊິເນມາ.

ພາບລວງຕາ (ນ.) ພາບທີ່ປາກົດໃຫ້ເຫັນຜິດໄປຈາກຄວາມເປັນຈິງ ເຊັ່ນເຫັນແສງ ​ເຫຼື້ອມຂອງແດດ ເປັນນໍ້າ.

ພາມ (ນ.) (ປ.) ຄົນໃນວັນນະທີ່ 1 ຕາມວັນນະຂອງຄົນໃນປະເທດອິນເດຍບູຮານ ຖືເພດຈົ່ງຜົມ ນຸ່ງຂາວ ຫົ່ມຂາວ.

ພິມ 1 (ນ.) (ປ.) ແບບແຜນ, ກົດໝາຍປະເພນີບ້ານເມືອງ.

ພິມ 2 (ນ.) ຮູບ, ຮອຍ, ແບບຮູບ.

ພິມ 3 (ກ.) ຕີ ຫຼື ເນັ້ນຕົວໜັງສືລົງຈັກດີດ ເພື່ອໃຫ້ຮູບໜັງສືຕິດຢູ່ເຈ້ຍ.

ພິມດີດ (ນ.) ເຄື່ອງພິມຊະນິດໜຶ່ງ ໃຊ້ປາຍນິ້ວມືເຄາະບ່ອນດີດອັກສອນ.

ພູມ 1 (ນ.) (ຂ.) ບ້ານເຮືອນ, ບ້ານ.

ພູມ 2 (ນ.) (ປ.) ແຜ່ນດິນ, ພື້ນ, ຊັ້ນ.

ພູມ 3 (ວ.) ສະຫງ່າ, ໂອ່ໂຖງ, ອົງອາດ, ຜ່າເຜີຍ.

ພູມສາດ (ນ.) (ປ. ສ.) ວິຊາທີ່ສຶກສາເຖິງຄວາມສໍາພັນລະຫວ່າງ ສິ່ງແວດລ້ອມທາງທໍາມະຊາດ ກັບສັງຄົມ ທີ່ປາກົດໃນດິນແດນຕ່າງໆ ຂອງໂລກ.

ພູມຕ້ານທານ (ນ.) ສະພາບທີ່ຮ່າງກາຍມີແຮງຕໍ່ຕ້ານເຊື້ອໂລກທີ່ເຂົ້າສູ່ຮ່າງກາຍ ພູມຄຸ້ມກັນ.

ພົມ 1 (ກ.) ເປົ່າດ້ວຍນໍ້າ

ພົມ 2 (ນ.) (ປ. ສ.) ຊື່ພະເປັນເຈົ້າຜູ້ສ້າງໂລກຕາມສາສະໜາພາມ, ເທພະເຈົ້າໃນພົມມະໂລກ ຈໍາພວກມີຣູບ ຮຽກຮູປະພົມ ມີ 16 ຊັ້ນ ຈໍາພວກບໍ່ມີຮູບ ຮຽກ ອະຮູປະພົມມີ 4 ຊັ້ນ ຕາມມະຕິຂອງພະພຸດທະສາສະໜາ.

ພ້າວ (ນ.) ຊື່ໄມ້ມີໝາກຊະນິດໜຶ່ງ ໜ່ວຍມົນທາງໃນມີນໍ້າ ເອີ້ນໝາກພ້າວ, ຊື່ມັນແນວໜຶ່ງ ຫົວມັນໃຫຍ່ ຄືໝາກພ້າວ ເອີ້ນ ມັນພ້າວ.