ຝ. ຝາ 1 (ນ.) ເຄື່ອງບັງ ຫຼື ແອ້ມເຮືອນ ເອີ້ນ ຝາເຮືອນ, ເຄື່ອງອັດປາກພາຊະນະຕ່າງໆ ເຊັ່ນ ອັດຕິບເຂົ້າ ເອີ້ນ ຝາກະຕິບເຂົ້າ, ອັດກ່ອງເຂົ້າ ເອີ້ນຝາຖ່ອງເຂົ້າ, ອັດປາກໝໍ້ ເອີ້ນ ຝາໝໍ້.

ຝາ 2 (ນ.) ຊື່ປາແນວໜຶ່ງ ໂຕຄ້າຍເຕົ່າ ແຕ່ຕົວແບນກວ່າ ໃມຫຍ່ກວ່າ ຮອບອອງ ມີພິມອ່ອນໆ ຍື່ນອອກມາ ເອີ້ນ ປາຝາອອງ, ປາຝາ.

ຝາໄງ (ນ.) ຝາອັດປາກຈໍາພວກຫອຍທັງຫຼາຍຝາອັດສິ່ງຕ່າງໆ ເຊິ່ງມີລັດສະນະຄື ຝາໄງຫອຍ ເອີ້ນຝາໄງ, ຝາລະໄງ.

ຝາຊີ (ນ.) ເຄື່ອງງວຳແນວໜຶ່ງ ສານດ້ວຍໄມ້ໄຜ່ ຮູບຄືກຸບ ທາດ້ວຍຂີ້ຊີປົນນໍ້າ ມັນຍາງ ຫຼື ນໍ້າກ້ຽງ ສໍາລັບງວຳພາເຂົ້າ ບໍ່ໃຫ້ ແມງວັນຕອມ ຝາລະມີ.

ຝາແຝດ (ນ.) ຝາສອງຝາດຕິດກັນ ໝາຍຄວາມເຖິງສຄົນ ຫຼື ສິ່ງທີ່ເກີດມາຕິດກັນ ຫຼື ເປັນຄູ່ກັນ ຜິດທໍາມະດາ.

ຝ່າ 1. (ນ.) ພື້ນຂອງມື ເອີ້ນຝ່າມື ພື້ນຂອງຕີນ ເອີ້ນ ຝ່າຕີນ

ຝ່າ 2 (ນ.) ຊື່ຕົ້ນໄມ້ປ່າແນວໜຶ່ງ ຕົ້ນ ແລະ ໜ່ວຍຄືໝາກໄຟ ເມັດຂ້າງໃນເປັນສີຊຸມພູ ເປືອກໜ່ວຍສີຂາວ ແລະ ສົ້ມ ເອີ້ນໝາກຝ່າ

ຝ້າ 1 (ນ.) ໄມ້ປ່ອງ ຫຼື ໄມ້ເຮ້ຍ ທີ່ຜ່າແລ້ວສັບເປັນແຜ່ນໆ ໃຊ້ມຸງຫຼັງຄາເຮືອນ ເອີ້ນເຮືອນມຸງຝ້າ.

ຝ້າ 2 (ນ.) ກ້ອນເມກ, ເຝື້ອ, ນໍ້າທີ່ໂຮມກັນເຂົ້າເປັນກຸ່ມ ລອຍຢູ່ບົນອາກາດ ເອີ້ນ ຝ້າ, ຂີ້ຝ້າ.

ຝ້າ 3 (ນ.) ສິ່ງທີ່ເປັນແຜ່ນບາງໆ ປູຢູ່ຕາມໜ້ານໍ້າບ່ອນເປັນເວີນ ເອີ້ນຝ້າ.

ຝ້າ 4 (ນ.) ເພດານ ເອີ້ນຝ້າ

ຝ້າ 5 (ວ.) ມົວ, ໝອງ, ໜ້າທີ່ມີຈຸດດໍາໆດ່າງໆ ເອີ້ນໜ້າເຂົ້າຝ້າ.

ຝີ (ນ.) ພະຍາດພວກໜຶ່ງ ເປັນຕຸ່ມຂຶ້ນແລ້ວມີໜອງ ມີຫຼາຍຢ່າງ ຄື: ຝີຂີ້ກະຊີ່ ເປັນຕຸ່ມນ້ອຍໆ, ຝີປະອາກ ເປັນຕຸ່ມໃຫຍ່, ຝີຫົວເຝືອນ ເປັນຕຸ່ມໃຫຍ່ມີຫຼາຍຮູ ຝີຫົວໂປນ, ຝີໝາກມ່ວງ ມັກເປັນຢູ່ແອບແອຂາ, ຝີປອດອ່ຽນ ເປັນບາດຊອດ ຂຶ້ນຕາມຮ່າງກາຍ ຝີຫົວອ່ຽນ.

ເຝີ (ນ.) (ຫວ.) ຊື່ອາຫານແນວໜຶ່ງ ເຮັດດ້ວຍແປ້ງ ເປັນເສັ້ນ; ຊື່ອາຫານແນວໜຶ່ງ ເຮັດດ້ວຍແປ້ງ ເປັນເສັ້ນ; ເຄື່ອງປຸງທີ່ເຮັດດ້ວຍນໍ້າຕົ້ມຊີ້ງົວ, ໝູ ຫຼື ເປັນໄກ່, ມີທັງລູກຊີ້ນ ແລະ ສິ່ງປະສົມອື່ນໆ ເອີ້ນ ເຫຍື່ອເຝີ.

ເຝືອ 1 (ນ.) ເຄື່ອງມີສໍາລັບຄົ້ນເຄືຫູກ ໃນການຕ່ຳແຫ່ນແພ ເອີ້ນ ຫຼັກເຝືອ.

ເຝືອ 2 (ກ.) ເອົາເຊືອກ ຫຼື ເສັ້ນຝ້າຍສອດສັບກັນ ໄປມາໃຫ້ເປັນລວດລາຍຕ່າງໆໆ ເອີ້ນ ເຝືອ

ເຝືອ 3 (ກ.) ພົວພັນ, ກ້ຽວ, ກອດ, ສັບສອດ, ຝັ້ນເຂົ້າກັນ ເອີ້ນ ເຝືອ

ຝັກ 1 (ນ.) ປອກທີ່ຫຸ້ມດວງມີດ, ຫອກ, ດາບ, ເລົາປືນຕອນກົກ ເອີ້ນ ຝັກ ເຊັ່ນ ຝັກມີ ຝັກຫອກ ຝັກດາບ.

ຝັກ 2 (ນ.) ເປືອກທີ່ຫຸ້ມຫໍ່ ນວນ ຫຼື ແກ່ນໝາກໄມ້ ລາງແນວທີ່ເປັນໜ່ວຍຍາວ ເຊັ່ນຝັນໝາກຖົ່ວ, ຝັກເຂົ້າໂພດ, ຝັກໝາກຂາມ, ຝັກໝາກແຄ.

ຝັກ 3. ລັກສະນະນາມ ເອີ້ນ ໝາກໄມ້ທີ່ມີ ລັກສະນະຍາວ ແລະ ເປືອກເປັນດັ່ງ ນັ້ນວ່າ ຝັກ ເຊັ່ນໝາກຂາມສາມຝັກ ໝາກຖົ່ວສາມຝັກ.

ຝັກຫຼອກ (ນ.) ຮັງຂອງໂຕມ້ອນ, ໃຍຂອງມ້ອນ ທີ່ຍັງບໍ່ໄດ້ສາວອອກເປັນເສັ້ນໄໝ.

ຝາກ 1 (ກ.) ມອບໃຫ້ ນໍາເອົາໄປໃຫ້ຜູ້ອື່ນ ເອີ້ນ ຝາກໄປ.

ຝາກ 2 (ກ.) ໃຫ້ເບິ່ງແຍງຖ້າ ເຊັ່ນ ເອົາເຄື່ອງໄປຝາກໝູ່ເພື່ອນ ຜູ້ຮັກແພງຊົ່ວຄາວ ເອີ້ນ ຝາກໄວ້.

ຝາກ 3 (ນ.) ຂອງຝາກ, ສິ່ງຂອງທີ່ເອົາໄປໃຫ້ດ້ວຍຄວາມຮັກ ແລະ ໂຄລົບ ເອີ້ນ ຂອງຝາກ ຂອງຕ້ອນ.

ຝັງ (ກ.) ເອົາຂອງໃສ່ລົງໃນຂຸມດິນ ແລ້ວເອົາດິນຖົມ

ຝັ່ງ (ນ.) ຕະຫຼິ່ງ, ດິນຂອບນໍ້າ, ດິນບ່ອນຮິມນໍ້າ

ຝາງ (ນ.) ຕົ້ນໄມ້ແນວໜຶ່ງ ຕົ້ນ ແລະ ໃບຄ້າຍຄືຕົ້ນຫາງນົກຍູງ ຫຼື ຕົ້ນຫາງຍູງ ໃບແລບດອກສີແດງ ແກ່ນສີແດງ ໃຊ້ຍ້ອນຜ້າ ແລະ ເຮັດຢາໄດ້

ຝາຍ (ນ.) ຄັນຄູດິນໃຫຍ່ ສໍາລັບປ້ານນໍ້າໄວ້

ຝ້າຍ (ນ.) ຕົ້ນໄມ້ແນວໜຶ່ງ ລໍາຕົ້ນນ້ອຍໝາກກົມ ທາງໃນມີຍອງ ໃຊ້ເຂັນເປັນເສັ້ນຕ່ຳແຜ່ນແພ ເຄື່ອງນຸ່ງຫົ່ມ.

ແຝດ (ນ.) ຄູ່, ສອງອັນຕິດກັນ, ຢາທີ່ຜູ້ຍິງໃຊ້ໃສ່ໃຫ້ຊາຍຮັກ ໃນສະໄໝບູຮານ ຮຽກຢາແຝດ, ແມ່ຍິງຜູ້ເຮັດຢານີ້ ເອີ້ນ ແມ່ແຝດ

ຝົດ 1 (ນ.) ດອກອອກຕົ້ນໄມ້ຕ່າງໆ ທີ່ຫາກໍ່ປົ່ງອອກ ເຊັ່ນ ຝົດໝາກມ່ວງ.

ຝົດ 2 (ນ.) ຕຸ່ມນ້ອຍໆ ແລະ ຖີ່ ເປັນຕາມຮ່າງຄີງຄ້າຍຄືຕຸ່ມດອກໄມ້ ເອີ້ນ ຕຸ່ມຝົດ, ຕຸ່ມຝົດເຫຼືອ.

ຝິ່ນ (ນ.) ຊື່ພັນໄມ້ແນວໜຶ່ງ ເກີດເທິງພູບ່ອນອາກາດໜາວ ຕົ້ນສູງ ຂະໜາດຢາ ສູບ ໝາກມົນໆ ມີຢາງ ຢາງນັ້ນເປັນຢາ ເອີ້ນ ຢາຝິ່ນ.

ຝົນ 1 (ນ.) ນໍ້າທີ່ຕົນລົງມາຈາກກ້ອນເມກ ທີ່ໄຫຼຢູ່ຕາມອາກາດ ເປັນເມັດນ້ອຍໆ ເອີ້ນຝົນ.

ຝົນ 2 (ນ.) ຂວບປີໜຶ່ງ ເອີ້ນຝົນໜຶ່ງ.

ຝົນ 3 (ກ.) ເອົາມີດ ຫຼື ພ້າ ຫຼື ສິ່ງຕ່າງໆ ຖູໃສ່ຫີນ ຫຼື ຂອງຊາໆ ເພື່ອໃຫ້ມີ ຄົມ.

ຝຣັ່ງ (ນ.) (ຝ.) ຄົນເອີຣົບຊາດໜຶ່ງ ມີປະເທດຕັ້ງຢູ່ທິດຕາເວັນຕົກຂອງພາກພື້ນເອິຣົບ, ຊື່ພາສາ ແລະ ປະເທດ ຂອງຊົນຊາດນັ້ນ.