ມ. ມ. ພະຍັນຊະນະຕົວທີ 20 ເປັນພວກອັກສອນຕ່ຳ ແລະ ໃຊ້ເປັນຕົວສະກົດໃນແມ່ກົມ.

ມະເສງ (ນ.) ຊື່ປີທີ 6 ຂອງຮອບ 12 ປີ ມີເຄື່ອງໝາຍເປັນຮູບງູ.

ມະຕິ (ນ.) (ປ.) ຄວາມຄຶດ, ຄວາມເຫັນ, ຄວາມຮູ້.

ມະນີ (ນ.) (ປ.) ແກ້ວຫີນມີລາຄາສູງ, ແກ້ວມີລາຄາແພງ

ມະນີກາບ (ນ.) ມ້າປະເສີດມີປີກ ເຫາະເຫີນເດີນອາກາດໄດ້ ມີກ່າວໄວ້ໃນວັນນະຄະດີ ລາວຫຼາຍເລື່ອງ ເຊັ່ນ ກາລະເກດ, ໂສວັດ, ລິນທອງ.

ມະນຸດ (ນ.) (ປ. ສ.) ຄົນ, ສັດທີ່ມີໃຈສູງ, ສັດທີ່ຮູ້ຈັກໃຊ້ເຫດຜົນ.

ມະໂນ (ນ.) ໃນ

ມະໂນລາ (ນ.) ນາງເອກ ຫຼື ຕົວລະຄອນເອກຍິງໃນເລື່ອງ ສີທົນ ເອີ້ນ ນາງມະໂນລາ.

ມະແມ (ນ.) ຊື່ປີທີ່ 8 ຂອງຮອບ 12 ປີ ມີເຄື່ອງໝາຍຮູບແບ້.

ມະເມຍ (ນ.) ຊື່ປີທີ 7 ຂອງຮອບ 12 ປີ ມີເຄື່ອງໝາຍເປັນຮູບມ້າ.

ມະໂລງ (ນ.) ຊື່ປີທີ່ 5 ຂອງຮອບ 12 ປີ ມີເຄື່ອງໝາຍເປັນຮູບງູໃຫຍ່.

ມະຫະກໍາ (ນ.) (ປ.) ການສະຫຼອງ, ການບູຊາ.

ມະຫັດສະຈັນ (ວ.) (ປ.) ແປກປະຫຼາດຫຼາຍ, ໜ້າງຶດງໍ້ຫຼາຍ.

ມະຫາ 1 (ນ.) ນາມະຍົດ ທີ່ໃຊ້ນໍາໜ້າພິກຂຸ ຫຼື ສາມະເນນ ທີ່ສອບເສັງໄດ້ຕັ້ງແຕ່ປະໂຍກສາມຂຶ້ນໄປ.

ມະຫາ 2 (ວ.) ໃຫຍ່, ຍິ່ງໃຫຍ່.

ມະຫາໄຊ (ນ.) (ປ.) ເປັນຊື່ຂອງລືກທາງໂຫລາສາດ ແລະ ເວລາສຈະທໍາພິທີ ກ່ຽວແກ່ການອອກທັບ ຫຼື ມຸທາພິເສກ ເລືອກເອົາລືກນີ້

ມະເຫສີ 1 (ນ.) (ປ.) ຜູ້ສະແຫວງຫາສີລາທິຄຸນ ອັນຍິ່ງໃຫຍ່, ລືສີໃຫຍ່, ພະພຸດທະເຈົ້າ.

ມະເຫສີ 2 (ນ.) (ສ.) ພະຊາຍາ ຫຼື ເມຍພະເຈົ້າແຜ່ນດິນ

ມະໂຫລານ (ວ.) (ປ.) ຍິ່ງໃຫຍ່ ກວ້າງໃຫຍ່.

ມະເຮັງ (ນ.) ຊື່ໂລກແນວໜຶ່ງ ເມື່ອເກີດຂຶ້ນ ຮັກສາໃຫ້ຫາຍຍາກ ເຊັ່ນ ມະເຮັງໃນເຕົ້ານົມ ໃນມົດລູກ ໃນລໍາໄສ້ ໃນຕັບໃນປອດ.

ມາຄະບູຊາ (ນ.) (ປ.) ຊື່ການເຮັດບຸນໃນມື້ເພັງ ເດືອນສາມ ອັນເປັນມື້ພະພຸດທະເຈົ້າປະຊຸມສົງ ແລະ ປົງອາຍຸສັງຂານ.

ມາລະຍາດ (ນ.) (ປ.) ກິລິຍາວາ ຈາທີ່ສະແດງອອກມາໃຫ້ເຫັນ ຢ່າງສຸພາບຮຽບຮ້ອຍ.

ມີ້ (ນ.) ຊື່ຕົ້ນໄມ້ມີໝາກແນວໜຶ່ງ ໝາກໃຫຍ່ເປັນໜາມ ນວນທາງໃນມີບົວ ເອີ້ນ ໝາກມີ້ ມີຫຼາຍແນວ ເຊັ່ນ ໝາກມີ້ຝ້າຍ, ໝາກມີ້ໜັງ, ໝາກມີ້ນໍ້າເຜີ້ງ.

ມີນາ 1 (ນ.) ຊື່ດາວລືກລາສີທີ່ 12 ເອີ້ນວ່າ ລາສີມິນ.

ມີນາ 2 (ນ.) ຊື່ເດືອນທີ່ 13 ຕາມສຸລິຍະຄະຕິ ຖ້າຈັນທະລະຄະຕິ ເປັນເດືອນທີ່ 4.

ມື 1 (ນ.) ສ່ວນໜຶ່ງຂອງຮ່າງກາຍຂອງຄົນຢູ່ຕໍ່ແຂນ ສໍາລັບຈັບ ເອີ້ນ ມື

ມື້ (ນ.) ເວລາ 24 ຊົ່ວໂມງ ທັງກາງວັນ ແລະ ກາງຄືນ ຫຼື ລະຍະເວລາ 12 ຊົ່ວໂມງ ຂອງກາງວັນ, ເວລາ, ຍາມ, ເທື່ອ.

ເມຂະລາ (ນ.) (ປ. ສ.) ນາງເທບທິດາປະຈໍາສະໝຸດ, ນາງເທບທິດາ ປະຈໍາ ຟ້າ​ເຫຼື້ອມ, ສາຍຮັດແອວແມ່ຍິງ ກໍ່ເອີ້ນ ເມຂະລາ

ເມສາ (ນ.) ແບ້, ໝູ່ດາວລາສີທີ່ໜຶ່ງ ແມ່ນດາວຮູບແບ້ ຄືເດືອນ 5 ໃຊ້ວ່າເມດກໍ່ມີ

ແມ່ 1 (ນ.) ຍິງຜູ້ໃຫ້ກໍາເນີດແກ່ລູກ, ຄຳທີ່ຮ້ອງຍິງຜູ້ໃຫ້ກໍາເນີດຕົນ, ເປັນຄຳຮ້ອງຮຽກຄົນຜູ້ຍິງທົ່ວໄປວ່າ ແມ່ຍິງ.

ແມ່ 2 (ນ.) ເອີ້ນສັດທີ່ມີເພດກົງກັບຕົວຜູ້ວ່າແມ່ເຊັ່ນ ໄກ່ແມ່, ມ້າແມ່, ໝູແມ່

ແມ່ຂາວ (ນ.) ຍິງຜູ້ບວດຖືສິນແປດ ນຸ່ງຂາວ ຫົ່ມຂາວ.

ແມ່ຂັ້ນໄດ (ນ.) ໄມ້ແຂງສອງອັນທີ່ເອົາລູກຂັ້ນໄດ້ສຸບໃສ່ ສໍາລັບກ່າຍຂຶ້ນເຮືອນ.

ແມ່ຄີໄຟ (ນ.) ໄມ້ຂອບເຕົາໄຟ, ໄມ້ປ້ອງຄີໄຟ.

ແມ່ຄຳຮາງ (ນ.) ຜູ້ຍິງທີ່ຫາກິນໃນທາງກາມະຄຸນ.

ແມ່ດອງ (ນ.) ຍິງທີ່ກ່ຽວດອງກັນ ເອີ້ນແມ່ດອງ

ແມ່ຕໍາແຍ (ນ.) ຜູ້ຍິງທີ່ເປັນໝໍ ເອົາຄົນອອກລູກ ໝໍຕໍາແຍ.

ແມ່ທັບ (ນ.) ຫົວໜ້າໃຫຍ່ໃນກອງທະຫານ.

ແມ່ເປັ້ງ (ນ.) ແມ່ມົດແດງໂຂ້ງ ຕົວໃຫຍ່ທີ່ມີປີກບິນໄດ້.

ແມ່ມົດ (ນ.) ຜູ້ຍິງທີ່ເປັນໝໍຜີ, ນາງທຽມ, ແມ່ມ້ອນ.

ແມ່ຮ້າງ (ນ.) ຜູ້ຍິງທີ່ຜົວປະ

ແມ່ໝ້າຍ (ນ.) ຜູ້ຍິງທີ່ຜົວຕາຍຈາກ

ແມ່ອອກ (ນ.) ເປັນຄຳທີ່ພິກຂຸສາມະເນນ ເອີ້ນ ຜູ້ຍິງທົ່ວໄປ ວ່າ ແມ່ອອກ.

ແມ່ແຮງ (ນ.) ເຄື່ອງມືສໍາລັບຍໍຂອງໜັກ

ໂມ 1 (ນ.) ຊື່ຜົນໄມ້ເຄືຈໍາພວກແຕງແນວໜຶ່ງ ໜ່ວຍໃຫຍ່ກວ່າແຕງທໍາມະດາ ເອີ້ນ ແຕງໂມ.

ໂມ 2 (ນ.) ຊື່ຕັກແຕນແນວໜຶ່ງ ຕົວໃຫຍ່ສີຂຽວ ເອີ້ນຕັກແຕນໂມ.

ໂມ 3 (ວ.) ໃຫຍ່, ໂຕ ເຊັ່ນ ດັງໃຫຍ່ ເອີ້ນ ດັງໂມ, ແຕງໃຫຍ່ ເອີ້ນແຕງໂມ, ຕັກແຕນຕົວໃຫຍ່ ເອີ້ນ ຕັກແຕນໂມ, ຄົນໃຫຍ່ ເອີ້ນ ຄົນໂມ.

ໂມ້ 1 (ນ.) ເຄື່ອງບົດແປ້ງແນວໜຶ່ງ ເຮັດດ້ວຍຫີນ.

ໂມ້ 2 (ນ.) ຊື່ຂຽດແນວໜຶ່ງ ຕົວນ້ອຍກວ່າກົບ ເອີ້ນຂຽດໂມ້ ຂຽດຕາໂມ້ ຂຽດອີ່ໂມ້.

ໂມ້ 3 (ນ.) ຊື່ພະດຍາດຢ່າງໜຶ່ງເປັນຕາມເນື້ອໜັງ ມີລັກສະນະເປັນຕຸ່ມເປື່ອຍ ອີກຢ່າງໜຶ່ງ ເປັນຕຸ່ມຕາມພື້ນຕີນ ເອີ້ນ ໜໍ່ໂມ້, ຂີ້ໂມ້.

ໂມຄະ (ວ.) (ປ.) ເປົ່າ, ຫວ່າງ, ບໍ່ມີປະໂຫຍດ, ບໍ່ມີຜົນ.

ໂມໂຫ 1 (ປ.) ຄວາມຄຽດຮ້າຍ, ຄວາມຫຼົງ

ໂມໂຫ 2 (ວ.) (ປ.) ມີໃຈໂຫດຮ້າຍ, ຫຼົງ​ໄຫຼໂງ່ຈ້າ

ເມຍ (ນ.) ຍິງຜູ້ຢູ່ຮ່ວມ ກິນຮ່ວມ ນອນຮ່ວມກັບຜູ້ຊາຍ, ຍິງຜູ້ເປັນຄູ່ສ້າງ ຄູ່ສົມກັບ ຊາຍ.

ໄມ 1 (ກ.) ແກ່ນ, ເປືອງ, ອາໄສກິນນໍາ, ບຽດບັງ ເຊັ່ນບຽດບັງເອົາຂອງຄົນອື່ນ.

ໄມ 2 (ນ.) ຊື່ມາດຕາແທກແບບອັງກິດ ກໍານົດທໍ່ກັບ 1,600 ແມັດ.

ໄມ 3 (ນ.) (ປ. ສ.) ມ້າ

ໄມ 4 (ວ.) (ປ. ສ.) ສໍາເລັດດ້ວຍ, ແລ້ວດວຍ ປະກອບດ້ວຍ ເຊັ່ນ: ທານະໄມບຸນ ສໍາເລັດດ້ວຍການໃຫ້ທານ.

ໄມຕີ (ນ.) (ສ. ປ.) ຄວາມສະໝັກຮັກໄຄ່.

ໄມ້ 1 (ນ.) ສິ່ງທີ່ເກີດຂຶ້ນຈາກດິນ ມີຮາກມີລໍາ ມີງ່າ ມີໃບ ເອີ້ນ ໄມ້, ເປັນຄຳປະກອບໜ້າສິ່ງຂອງບາງອັນ ທີ່ເຮັດດ້ວຍໄມ້ ເຊັ່ນ ໄມ້ພາຍ ໄມ້ຄານ ໄມ້ເທົ້າ, ເປັນຄຳນໍາໜ້າ ບອກປະເພດ ຂອງຕົ້ນໄມ້ ເຊັ່ນ ໄມ້ຍາງ ໄມ້ ແດງ ໄມ້ດູ່.

ໄມ້ 2 (ນ.) ເຄື່ອງໝາຍທີ່ຂຽນກໍານົດຕົວອັກສອນ ສໍາລັບບອກສຽງ.

ເມົາ (ກ.) ມີອາການມຶນມົວ ເສຍສະຕິ ເຊັ່ນ ເມົາ​ເຫຼົ້າ ເມົາຢາ, ເມົາລາບຍົດສັນລະເສີນສຸກ ເອີ້ນ ເມົາມົວ ມົວເມົາ, ມີອາການຫຼົງລືມ ເຊັ່ນເມົາສາວ.

ເມົ່າ (ນ.) ຊື່ແມງຈໍາພວກໜຶ່ງ ເກີດຈາກປວກມີປີກບິນໄດ້ ເອີ້ນ ແມງເມົ່າ.

ມັກ (ກ.) ຮັກ, ແພງ, ພໍໃຈ, ຢາກໄດ້, ຕ້ອງການ

ມຸກ 1 (ວ.) ພີ, ໃຫຍ່, ພີໆຕ່ຳໆ, ເຕີບໂຕ

ມຸກ 2 (ນ.) ຊື່ຫອຍແນວໜຶ່ງ ເອີ້ນຫອຍມຸກ, ຊື່ກ້ວຍແນວໜຶ່ງ ເອີ້ນກ້ວຍມຸກ, ຊື່ເຄື່ອງປະດັບແນວໜຶ່ງ ເອີ້ນສ້ອຍມຸກ, ສ້ອຍໄຂ່ມຸກ.

ມຸກ 3 (ນ.) ແກ້ວສີຕ່າງໆ ສໍາລັບປະດັບຍອດຊໍ່ຟ້າຫຼັງຄາສິມ ຫຼື ຫໍຜາສາດ

ມູກ 1 (ນ.) ນໍ້າເມືອກໆ ​ໄຫຼອອກຈາກຮູດັງ ໃນເວລາເປັນຫວັດ ເອີ້ນ ຂີ້ມູກ, ມູກ ແລະ ເລືອດທີ່ປົນກັນ ໃນເວລາຖ່າຍອຸດຈາລະເມື່ອເປັນໂລກທ້ອງບິດຢ່າງແຮງ ເອີ້ນຂີ້ມູກແກມເລືອດ.

ມູກ 2 (ນ.) ຊື່ຕົ້ນໄມ້ພວກໜຶ່ງ ດອກສີຂາວ ສ່ວນຫຼາຍມັກເກີດຕາມທົ່ງ, ຕົ້ນຕ່ຳ ເກີດເປັນກໍໆ ເອີ້ນ ຕົ້ນມູກ, ຕົ້ນດອກມູກ ມີຫຼາຍຊະນິດ ເຊັ່ນມູກເຈ້ຍ ມູກມັນ ມູກຊ້າງ ມູກຫຼວງ.

ເມກ (ນ.) (ປ.) ອາຍນໍ້າທີ່ໂຮມກັນເປັນກ້ອນເລື່ອນລອຍຢູ່ກາງອາກາດ ເອີ້ນເມກ, ກ້ອນເມກ.

ມອກ (ນ.) ເນື້ອຊັ້ນນອກທີ່ຫຸ້ມແກ່ນໄມ້ຢູ່ຟາກເປືອກເຂົ້າໄປ ຄືມອກ ຢູ່ເຄິ່ງກາງລະຫວ່າງ ແກ່ນກັບເປືອກ ເອີ້ນ ມອກ ໄມ້ມອກ.

ມັ່ງ 1 (ນ.) ສັດສີ່ຕີນ ຈໍາພວກຄ້ຽວເອື້ອງ ເປັນສັດປ່າ ໂຕນ້ອຍກວ່າກວາງ ຄໍຍາວກົ້ນໂປ້ ຂົນສີເຫຼືອງແກ່ ແລະ ມີລາຍຂາວ ເປັນດາວ ຍາວໄປຕາມລໍາຄີງ ມັ່ງເປັນໂຕແມ່ ສ່ວນໂອງເປັນໂຕຜູ້, ລະມັ່ງ.

ມັ່ງ 2 (ວ.) ມີ, ຮັ່ງ, ມີຊັບສົມບັດຫຼາຍ.

ມັງກອນ 1 (ນ.) (ສ.) ສັດຈໍາພວກໜຶ່ງ ໃນນິຍາຍຂອງຈີນ ຮູບຮ່າງຄ້າຍງູ ມີຕີນ ມີເຂົາ ຫຼື ຫອນ ເອີ້ນ ມັງກອນ

ມັງກອນ 2 (ນ.) ຊື່ລາສີທີ່ 10 ໃນ 12 ລາສີ.

ມິ່ງ 1 (ນ.) ຂວັນ, ແນນ, ຂອງດີ, ຂອງເປັນມຸງຄຸນ, ສິ່ງທີ່ໃຫ້ເກີດຄວາມສຸກສະບາຍ, ບຸນທີ່ເຄີຍທໍາໄວ້ ຮ່ວມກັນໃນຊາດກ່ອນ ເຊັ່ນ ສາຍມິ່ງສາຍແນນ.

ມິ່ງ 2 (ກ.) ສະຫຼົບໄປ, ລືມສະຕິໄປ, ຕາຍໄປ.

ມິ່ງ 3 (ວ.) ດີ, ປະເສີດ, ທີ່ຮັກທີ່ແພງທີ່ສຸດ.

ມຶງ (ສ.) ສັບພະນາມ ບູລຸດທີ 2 ເປັນຄຳຜູ້ໃຫຍ່ເວົ້າກັບຜູ້ນ້ອຍ (ເປັນຄຳບໍ່ສຸພາບ ປານໃດ).

ມຸ້ງ (ນ.) ຜ້າທີ່ເຮັດໄວ້ປ້ອງກັນຍຸງ ໃນເວລານອນ, ເຄືອ ຫຼື ປ່າໄມ້ທີ່ສັບສອດກັນ ໄຂວ່ໄປໄຂວ່ມາ

ແມງ 1 (ນ.) ຮອຍເນົ່າ ຫຼື ຮອຍເຈາະບໍ່ປົກກະຕິ ໃນໝາກໄມ້.

ແມງ 2 (ນ.) ເປັນຄຳນໍາໜ້າທີ່ສັດຕົວນ້ອຍໆ ຈໍາພວກບໍ່ມີກະດູກສັນຫຼັງ ສ່ວນຫຼາຍ ມີລໍາຄີງແບ່ງອອກເປັນປອກໆ ມີຂາຕັ້ງແຕ່ 6 ຂາຂຶ້ນໄປ ແລະ ມີປີກ ກໍ່ມີ ບໍ່ມີປີກກໍ່ມີ ເຊັ່ນ ແມງຈີ່ນາຍ ແມງຊອນ ແມງບົ້ງ.

ມົ້ງ (ນ.) ຊື່ຊົນເຜົ່າລາວສູງເຜົ່າໜຶ່ງ ຢູ່ທາງພາກ​ເໜືອຂອງລາວ ຮຽກ ລາວມົ້ງ.

ໂມງ 1 (ນ.) ຊື່ຕົ້ນໄມ້ແນວໜຶ່ງ ຢູ່ຕາມປ່າ ໃບ ແລະ ໝາກ ຄືໝາກມັງຄຸດ ເວລາສຸກສີເຫຼືອງ ລົດສົ້ມ ກິນໄດ້ ເປືອກຕົ້ນແຊ່ປູນຂາວ ເຮັດໃຫ້ປູນແຂງດີ ເອີ້ນ ໝາກໂມງ.

ໂມງ 2 (ນ.) ນາລິກາ, ວັດຕາກໍານົດເວລາທໍ່ກັບ 60 ນາທີ ເປັນ 1 ໂມງ.

ມອງ 1 (ນ.) ເຄື່ອງມືຫາປາຢ່າງໜຶ່ງ ສານດ້ວຍປ່ານ ຫຼື ຝ້າຍ ໃຊ້ກາງລັດເອົາປາ ຫຼື ກວາດເອົາປາ ຫຼື ​ໄຫຼໄປຕາມນໍ້າ.

ມອງ 2 (ນ.) ຄົກຕໍາເຂົ້າ ທີ່ໃຊ້ຕີນຢຽບໃຫ້ເດື່ອງ ເອີ້ນ ຄົກມອງ.

ມອງ 3 (ວ.) ຄົນກະເທືອຍ, ຄົນມີອົງກໍາເນີດຕາຍໃຊ້ປະໂຫຍດບໍ່ໄດ້ ໂດຍເປັນມາແຕ່ກໍາເນີດ ເອີ້ນ ຄົນມອງ.

ມອງ 4 (ກ.) ເບິ່ງ, ຈອບເບິ່ງ, ຫຼິງ, ເຫັນ, ຫຼຽວ, ແນມ.

ເມືອງ (ນ.) ໂລກ ດັ່ງເມືອງຄົນ, ເມືອງຟ້າ, ປະເທດ ດັ່ງເມືອງລາວ, ເມືອງຟທ, ເຂດບ່ອນຢູ່ຂອງຄົນຫຼາຍໆ ຫຼັງເຮືອນ ແລະ ຫຼາຍບ້ານ ມີບ່ອນເຮັດການຂອງເຈົ້າເມືອງຕັ້ງຢູ່.

ມ່ວງ 1 (ນ.) ຊື່ຕົ້ນໄມ້ຈໍາພວກໜຶ່ງ ເຊັ່ນ ມີໝາກ ໃຊ້ມາກເປັນອາຫານ ແລະ ມີຫຼາຍຊະນິດ ເຊັ່ນ ມ່ວງບ້ານ, ມ່ວງປ່າ, ມ່ວງຫົວຊ້າງ, ມ່ວງກະສໍ.

ມ່ວງ 2 (ນ.) ສີແຜ່ນແພ ເສື້ອຜ້າຊະນິດໜຶ່ງ ເອີ້ນ ສີມ່ວງ.

ມຸ່ຍ (ວ.) ສີຢ່າງໜຶ່ງ ມີສີ​ແຫຼ້ແກມແດງ ເອີ້ນ ສີມຸ່ຍ, ສີຂາວສີເຫຼືອງ ປົນສີຟ້າ ກໍ່ເອີ້ນ ສີມຸ່ຍ.

ມ້ອຍ 1 (ກ.) ສະຫຼົບໄປ, ຫຼັບໄປໜ້ອຍໜຶ່ງ ຫຼື ອາການຫຼັບໄປຈົນຕາຍ ກໍ່ເອີ້ນມ້ອຍ.

ມ້ອຍ 2 (ນ.) ຊື່ຄົນຫວຽດນາມພວກໜຶ່ງ ຢູ່ຕາມພູ ເອີ້ນຫວຽດມ້ອຍ.

ມອກ (ນ.) ເນື້ອຊັ້ນນອກທີ່ຫຸ້ມແກ່ນໄມ້ຢູ່ຟາກເປືອກເຂົ້າໄປ ຄືມອກ ຢູ່ເຄິ່ງກາງລະຫວ່າງ ແກ່ນກັບເປືອກ ເອີ້ນ ມອກ ໄມ້ມອກ.

ມວຍ 1 (ນ.) ເຄື່ອງສານດ້ວຍຕອກ ຫຼື ບັ້ງໄມ້ຮູບກົມສູງ ໃຊ້ໜຶ້ງເຂົ້າ ເອີ້ນ ມວຍ ໜຶ້ງເຂົ້າ.

ມວຍ 2 (ນ.) ການຊົກກັນດ້ວຍກໍາປັ້ນ ຫຼື ຕີນ ແລະ ໂດຍຕັ້ງໃຈ ທັງສອງຝ່າຍ ເອີ້ນ ຊົກມວຍ, ຕີມວຍ, ຕ່ອຍມວຍ.

ມວຍ 3 (ນ.) ຜົມທີ່ເກົ້າຂຶ້ນເປັນຈຸກ ຢູ່ເທິງຂະໝ່ອມ ເອີ້ນ ມວຍຜົມ, ເກົ້າຜົມ.

ມັດ (ກ.) ຜູກເຂົ້ານໍາກັນ, ຜູກໃຫ້ແໜ້ນ, ລັກສະນະນາມ ເອີ້ນ ຂອງທີ່ຜູກຕິດກັນວ່າ ມັດ ເຊັ່ນ ມັດຟືນ, ມັດເຂົ້າ, ມັກກ້າ.

ມັດຈຸລາດ (ນ.) (ປ.) ເຈົ້າແຫ່ງຄວາມຕາຍ, ພະຍາຍົມ, ຄວາມຕາຍ, ອໍານາດແຫ່ງຄວາມຕາຍ.

ມັດທະຍົມ (ນ.) (ສ.) ກາງ, ປານກາງ, ຜ້າກາງ, ລະຫວ່າງກາງ.

ມາດ 1 (ນ.) ທາດຢ່າງໜຶ່ງ ສີເຫຼືອງກິ່ນ​ເໜັນ ໃຊ້ເຮັດຢາ ຫຼື ປະສົມໝື້ປືນ.

ມາດ 2 (ນ.) (ສ.) ຄຳ

ມາດ 3 (ກ.) ກໍານົດ, ກະ, ປະມານ, ບອກ

ມາດ 4 (ນ.) ຊື່ຕົ້ນໄມ້ແນວໜຶ່ງ ໝາກມີກິ່ນຫອມຂິວ ໃຊ້ປະສົມອາຫານ ເຊັ່ນ ປົ່ນ, ເອາະຫຼາມເອີ້ນໝາກມາດ ຄູ່ກັບ ໝາກແຄ່ນ.

ມາດ 5 (ນ.) (ປ.) ເດືອນ, ໝາກຖົ່ວ.

ມາດຕາ 1 (ນ.) (ສ.) ປະມານ.

ມິດ 1 (ວ.) ງຽບ, ສະຫງັດ, ບໍ່ມີສຽງ.

ມິດ 2 (ນ.) (ປ.) ສ່ຽງ, ສະຫາຍ, ເພື່ອ.

ມິດຕະພາບ (ນ.) (ສ.) ຄວາມເປັນເພື່ອນຮັກ.

ມີດ (ນ.) ເຄື່ອງມືທໍາດ້ວຍເຫຼັກ ມີຄົມ ໃຊ້ສໍາລັບຟັນ, ຜ່າ, ຈັກ, ເຫຼົາ ເປັນຕົນ ເອີ້ນ ມີດມີຫຼາຍຢ່າງ ມີດສໍາລັບແຖຫົວ ເອີ້ນມີດແຖ, ມີດມີຝັກ ໃຊ້ແລ້ວພັບໄວ້ ເອີ້ນ ມີດພັບ.

ມີດຕັດ (ນ.) ມີດສອງດວງມີກຽວຫັນຕິດກັນໃຊ້ຕັດຜົມ ຫຼື ຕັດຜ້າ.

ເມັດ 1 (ນ.) ສ່ວນພາຍໃນຂອງໝາກໄມ້ ທີ່ນ້ອຍດັ່ງເມັດເຂົ້າ ເມັດຖົ່ວ.

ເມັດ 2 (ນ.) ຕຸ່ມ, ກ້ອນນ້ອຍ ດັ່ງເມັດຝົນ, ຮອຍຈ້ຳມົນໆ ດັ່ງຈ້ຳເມັດ.

ມົດ 1 (ນ.) ສັດຂະໜາດນ້ອຍ ທີ່ໂຮມກັນຢູ່ຕາມດິນ ຫຼື ຕາມຕົ້ນໄມ້ ມີຫຼາຍ ແນວເຊັ່ນ ມົດແດງ, ມົດດໍາ, ມົດງ່າມ, ມົດຄັນ, ມົດໄຮ.

ມົດ 2 (ນ.) ຮອບປີຖ້ວນແປດໃນ 12 ປີ ເອີ້ນປີມົດ ກົງກັບປີມະແມ.

ມົດ 3 (ນ.) ໝໍມົດ, ໝໍຜີ ເອີ້ນ ໝໍມົດ, ຖ້າເປັນແມ່ຍິງ ເອີ້ນ ແມ່ມົດ, ຖ້າເປັນຊາຍ ຮຽກພໍ່ມົດ.

ມອດ 1 (ກ.) ດັບ, ໝົດແຮງ, ໝົດຄວາມຮ້ອນ, ຕາຍ

ມອດ 2 (ນ.) ສັດແນວໜຶ່ງ ຈໍາພວກມົດຕົວນ້ອຍ ປີກແຂງຫົວແຂງ ມັກກັດກິນໄມ້ ເປັນອາຫານ.

ມອດ 3 (ນ.) ຮອຍລາຍໆ ຢູ່ຕາມໜ້າ ເປັນເມັດຫຼຸບລົງ ດັ່ງຮອຍມອດເຈາະໄມ້ ເອີ້ນວ່າ ໜ້າມອດ ເກີດຈາກ ພະຍາດໝາກສຸກ ໝາກໃສ.

ມັນ 1 (ນ.) ຊື່ພືດ ຈໍາພວກໜຶ່ງ ເປັນຕົນກໍ່ມີ ເປັນເຄືອກໍ່ມີ ໃຊ້ຫົວ ແລະ ຮາກເປັນອາຫານ ມີຫຼາຍແນວ ຄື: ມັນແກວ, ມັນຕົ້ນດ ມັນອ້ອນ, ມັນອີ່ມູ້, ມັນທຽນ, ມັນນົກ, ນັນນໍ້າ, ມັນເພີ່ມ, ມັນພ້າວ, ມັນມືເສືອ, ມັນຮຶບ ແລະ ອື່ນໆ

ມັນ 2 (ວ.) ລົດຊາດຢ່າງໜຶ່ງ ເຊັ່ນ ລົດໝາກພ້າວຫ້າວ ເອີ້ນ ລົດມັນ ​ເຊັ່ນ ໝາກພ້າວຫ້າວຍິ່ງແກ່ຍິ່ງມັນ.

ມັນ 3 (ວ.) ເປັນເງົາ, ໃສ, ​ເຫຼື້ອມ ເຊັ່ນ ​ເຫຼື້ອມ ເຊັ່ນ ​ເຫຼື້ອມເປັນມັນ.

ມັນ 4 (ກ.) ພາຢາກໃຫ້ເຮັດ, ພາຢາກໃຫ້ທໍາຕໍໄປ, ມ່ວນ, ພາຢາກໃຫ້ເວົ້າ ເຊັ່ນ ເຮັດພວມມັນ ເວົ້າພວມມັນ.

ມັນ 5 (ນ.) ວັດຖຸຈໍາພວກໜຶ່ງ ທີ່ໄດ້ຈາກຕົ້ນໄມ້ ເຊັ່ນ ຕົ້ນຕະແບງ ຕົ້ນຊາດ ຕົ້ນກຸງ ຕົ້ນຍາງ ເອີ້ນ ນໍ້າມັນຍາງ, ນໍ້າມັນທີ່ໄດ້ຈາກໝາກໄມ້ ຈາກສັດ ເຊັ່ນ ໝູ ປາ ເອີ້ນ ນໍ້າມັນ, ນໍ້າມັນທີ່ຢູ່ໃນກະໂບງຫົວ ເອີ້ນມັນສະໝອງ ຫຼື ຂະໜອງ.

ມັນ 6 (ນ.) ສັບພະນາມບຸລຸດທີສາມ ເປັນເອກະພົດ ຄູ່ກັບຄຳວ່າ ເຂົາທີ່ເປັນພະຫູພົດ ເປັນຄຳຜູ້ໃຫຍ່ເວົ້າເຖິງ ຜູ້ນ້ອຍ

ມານ 1 (ນ.) (ປ.) ສິ່ງທີ່ມາຂັດຂວາງບໍ່ໃຫ້ໄດ້ ຄວາມດີທີຕົນປະສົງ, ເທວະດາ ພວກໜຶ່ງ ເອີ້ນພະຍາມານ.

ມານ 2 (ນ.) ໂລກທີ່ເຮັດໃຫ້ທ້ອງໃຄ່ ມີຫຼາຍແນວເຊັ່ນ ມານນໍາ ມານຫີນ ມານເລືອດ, ແນວທີ່ໃຄ່ບວມໄປໝົດຕົວ ເອີ້ນ ມານຮຸ້ງ.

ມານ 3 (ນ.) ເອີ້ນເຂົ້າສາລີ ຫຼື ຝັກສາລີວ່າ ມານ ເຊັ່ນເຂົ້າສາລີສອງມານ ສາມມານ.

ມານ 4 (ນ.) ເຂົ້າກໍາລັງຈະຖອກ ເອີ້ນເຂົ້າມານ.

ມານ 5 (ນ.) ຜູ້ຍິງກໍາລັງ ຫຼື ພວມມີທ້ອງ ຫຼື ມີລູກຢູ່ໃນທ້ອງ ເອີ້ນ ແມ່ມານ

ມ່ານ 1 (ນ.) ຜ້າກັ້ງ, ເຄື່ອງບັງທໍາດ້ວຍຜ້າ ເອີ້ນ ຜ້າມ່ານ.

ມ່ານ 2 (ນ.) ຊົນຊາດພະມ້າ ເອີ້ນ ມ່ານ

ມ່ານ 3 (ນ.) ຊື່ເພງລະນາດຟາດຄ້ອງ ເພງໜຶ່ງ ເອີ້ນ ເພງມ່ານ ຫຼື ຊັກມ່ານ ເປັນເພງເສບ ກ່ອນຈະເປີດສາກສະແດງລະຄອນ ຫຼື ປິດຜ້າມ່ານກັ້ງ.

ມຸນຕີ (ນ.) (ປ.) ທີ່ປຶກສາ, ຜູ້ແນະນໍາຜູ້ປຶກສາລັດຖະການ, ຜູ້ມີຄວາມຄຶດດີດ ຂ້າລັດຖະການຊັ້ນຜູ້ໃຫຍ່.

ມູນ 1 (ບ.) (ປ.) ຮາກ, ເຫງົ້າ, ກົກ, ເຄົ້າ, ທີ່ຕັ້ງເດີມ.

ມູນ 2 (ນ.) (ສ.) ລາຄາ, ຕົ້ນທຶນ ເຊັ່ນສິ່ງຂອງ ທີມີລາຄາ ເອີ້ນ ມູນຄ່າ

ມູນ 3 (ນ.) (ສ.) ສົມບັດເດີມ, ສົມບັດທີ່ໄດ້ຮັບມາຈາກພໍ່ແມ່.

ມູນ 4 (ວ.) ມາກ, ຫຼາຍ.

ມູນ 5 (ນ.) ອຸດຈາລະ, ຂີ ເຊັ່ນ ຂີ້ຄວາຍ ເອີ້ນ ມູນຄວາຍ ຂີ້ງົວ ເອີ້ນ ມູນງົວ, ຂີ້ ຝອຍ ເອີ້ນ ມູນຝອຍ.

ມູນ 6 (ວ.) ຮັ່ງ, ມີ

ເມັນ (ນ.) (ວ.) ເທວະດາ, ສະຫວັນ, ເປັນຄຳຮຽກ ຄົນລາວເມື່ອຍັງຢູ່ນ່ານເຈົາ, ຢູນ່ານໜອງແສວ່າ ພວກແມນ.

ມົນ 1 (ວ.) ກົມໆດ ໂຄ້ງໆ ບໍ່ເປັນລ່ຽມເອີ້ນ ມົນ.

ມົນ 2 (ນ.) ຊື່ຜ້າຜືນນ້ອຍໆ ສໍາລັບໃຊ້ເຊັດໜ້າ ເອີ້ນ ຜ້າມົນ.

ມົນ 3 (ນ.) (ປ.) ຄຳສັກສິດ, ຄຳສໍາລັບລູດ, ຄຳສໍາລັບເສກເປົ່າ.

ມົນທົນ (ນ.) (ປ.) ວົງລ້ອມ, ບໍລິເວນ, ແຂວງ.

ມົນລະພິດ (ນ.) (ປ.) ພິດເກີດຈາກຄວາມມົວໝອງ ຫຼື ຄວາມເປິເປື້ອນພິດຈາກມົນລະພາວະ ກິ່ນອາຍເນົ່າເສຍຂອງທາດເຄມີ ແລະ ຄວັນດໍາ.

ມອນ 1 (ນ.) ຕົ້ນໄມ້ແນວໜຶ່ງ ໃບໃຊ້ເປັນອາຫານ ຂອງຕົວມ້ອນ.

ມອນ 2 (ນ.) ເຄື່ອງຍັດໃສ່ເລົາປືນ ເພື່ອອັດລູກປືນໄວ້ໃຫ້ແໜ້ນ ເອີ້ນ ມອນປືນ.

ມອນ 3 (ນ.) ໄຂ່ເຫຼືອງ (ມອນໄຂ່), ແກນທາງໃນ ແກນກາງ ຫຼື ແກນທີ່ຢູ່ກາງຂອງ ເຄື່ອງຊ່ຽນ ທີ່ຫັນອ້ອມໄປມາ.

ມອນ 4 ກ. (ປ.) ຕາຍ.

ມອນ 5 (ນ.) ຊື່ຄົນພວກໜຶ່ງ ຢູ່ໃນປະເທດໄທ ທາງຕາເວັນຕົກ ແລະ ຢູ່ໃນປະເທດ ພະມ້າ ທາງຕາເວັນອອກ ເປັນຄົນ ເຊື້ອຊາດດຽວກັນກັບຊາດຂອມ, ຂະເໝນ.

ມ້ອນ 1 (ນ.) ສັດແນວໜຶ່ງ ໃນຈໍາພວກແມງບົ້ງ ເປັນສັດຄົນລ້ຽງ ລ້ຽງດ້ວຍໃບມອນ ມີໃຍ ໃຊ້ເຮັດແຜ່ນແພ, ໃຍຂອງມ້ອນ ເອີ້ນວ່າ ໄໝ.

ມ້ອນ 2 (ນ.) ນາງຊົງ, ນາງທຽມ ເອີ້ນ ແມ່ມ້ອນ

ມວນ 1 (ວ.) ທັງໝົດ, ທັງປວງ, ທັງສິ້ນ.

ມວນ 2 (ນ.) ລັກສະນະນາມ ຮຽກ ກອກຢາ ກອກໜຶ່ງວ່າ ມວນໜຶ່ງ ສອງມວນ.

ມອບ 1 (ກ.) ເວນໃຫ້, ວາງໃຫ້, ປົງໃຫ້, ຍົກໃຫ້.

ມອບ 2 (ກ.) ເຮັດໃຫ້ຮາບ ໂດຍເອົາໄມ້ມອບຕົນເຂົ້າທີ່ສຸກແລ້ວ ໃຫ້ລົ້ມໄປທາງດຽວກັນ ເອີ້ນ ມອບເຂົ້າ, ເອົາໄມ້ມອບຍັດໃສ່ໃນລູກຄາດ ແລ້ວກວາດ ໜ້າຕາກ້າ ເອີ້ນ ມອບຕາກ້າ.

ມອບ 3 (ນ.) ໄມ້ໄຜ່ເຈາະເປັນຮູ ສໍາລັບໃສ່ ລູກຄາດ ເພື່ອມອບຕາກ້າໃຫ້ພຽງ ໃຫ້ລຽບ ເອີ້ນ ໄມ້ມອບ.

ມິ້ມ (ນ.) ແມງຈໍາພວກໜຶ່ງ ຄືກັນກັບເຜີ້ງ ແຕ່ຕົວນ້ອຍກວ່າເຜີ້ງ ເຮັດຮັງຢ່ອນຢູ່ໃຕ້ງ່າໄມ້ນ້ອຍໆ ຮັງຄືກັນກັບຮັງເຜີ້ງ ແຕ່ຮັງນ້ອຍ ມີນໍ້າຫວານຄືກັນກັບເຜີ້ງ.

ມຸມ 1 (ວ.) ມີສີດໍາປົນແດງ, ສີດັ່ງສີໝາກຕານ ເອີ້ນ ສີມຸມ.

ມຸມ 2 (ວ.) ເປິເປື້ອນ, ຄົນບໍ່ສະອາດ ເອີ້ນ ຄົນມຸມ, ມຸມເມົ້າ.

ມຸມ 3 (ນ.) ແຈ, ບ່ອນສຸດ, ບ່ອນລະຫວ່າງເສັ້ນຊື່ມາຈອດກັນ.

ມຸມ 4 (ນ.) ຊື່ນົກແນວໜຶ່ງ ຕົວຄືນົກເປົ້າ ແຕ່ໃຫຍ່ກວ່າ ແລະ ຂົນສີໝົ່ນ ເອີ້ນ ນົກມຸມ.

ມຸມ 5 (ນ.) ຊື່ແມງແນວໜຶ່ງ ມັກທາວໃຍຢູ່ຕາມເຮືອນຄົນ ແລະ ຢູ່ຕາມປ່າ ມີຂາ 8 ຂາ ອາໄສກິນສັດນ້ອຍໆ ທີ່ມາຕິດໃຍ ເອີ້ນ ແມງມຸມ.

ມອມ 1 (ນ.) ສິງດໍາ, ສິງໂຕດໍາ, ລາຊະສີດໍາ ເອີ້ນມອມ ລາຍທີ່ສັກໃສ່ແຂນ ຫຼື ຂາ ເປັນຮູບສິງໂຕ ເອີ້ນ ລາຍມອມ.

ມອມ 2 (ກ.) ເອົາສີດໍາ ຫຼື ສີຕ່າງໆ ທາໜ້າ ເອີ້ນ ມອນໜ້າ.

ມ້າວ (ນ.) ເຄື່ອງເອ້ແນວໜຶ່ງ ສໍາລັບສຸບໃສ່ ເຫງົ້າແຂນ ເອີ້ນ ມ້າວ, ມ້າວເປັນເຄື່ອງປະດັບຊັ້ນສູງສໍາລັບ ນາງພະຍາມະຫາກະສັດໃຊ້ ຖ້າຄົນທໍາມະດາໃຊ້ ກ້ອງແຂນກ້ອງຂາ ຄືເອົາທອງ ເງິນ ຫຼື ຄຳ ຕີເປັນບ້ວງກົມໆ ສຸບໃສ່ແຂນ ແລະ ຂາ ເຊິ່ງເອີ້ນ ວ່າ ກ້ອງແຂນ ກ້ອງຂາ