ຢ. ຢ. ພະຍັນຊະນະ ຕົວທີ 21 ເປັນພວກອັກສອນກາງ.

ຢາ 1 (ນ.) ສິ່ງທີ່ໃຊ້ກິນ, ທາ, ສັກ, ເຊັ່ນ ເພື່ອຮັກສາ ຫຼືກັນໂລກ ຫຼື ບໍາລຸງຮ່າງກາຍ.

ຢາ 2 (ກ.) ປົ່ນປົວພະຍາດໃຫ້ດີ, ຮັກສາໃຫ້ເຊົາຮົ່ວ ເຊັ່ນ ເຮັດໃຫ້ເຮືອເຊົາຮົ່ວ ເອີ້ນ ຢາເຮືອ ເຮັດໃຫ້ຄຸເຊົາຮົ່ວເອີ້ນຢາຄຸ.

ຢາ 3 (ນ.) ຕົ້ນໄມ້ແນວໜຶ່ງ ໃບມີລົດເມົາໃຊ້ໃບຊອຍເປັນເສັ້ນ ຕາກແດດໃຫ້ແຫ້ງແລ້ວ ພັນເປັນກອກ ຈູດໄຟດູດ ເອີ້ນຢາດູດ.

ຢາສະຫຼົບ (ນ.) ສານເຄມີທີ່ມຊ້ໃນການແພດ ເພື່ອເຮັດໃຫ້ສະຫຼົບ.

ຢາເສບຕິດ (ນ.) ຢາ ຫຼື ສານເຄມີ ເຊິ່ງເມື່ອກິນ ຫຼື ສີດເຂົ້າສູ່ຮ່າງກາຍຕິດຕໍ່ກັນຊົ່ວ ໄລຍະເວລາໜຶ່ງກໍຈະຕິດກໍ່ໃຫ້ເກີດ ພິດຊໍາເຮື້ອເຮັດໃຫ້ຮ່າງກາຍ ແລະ ຈິດໃຈເສື່ອມໂຊມ ໄດ້ແກ່ຝິ່ນ, ກັນຊາ, ເຮໂຣອິນ, ຢານອນຫຼັບ, ເຫຼົ້າ.

ຢາແດງ (ນ.) ຢາສູບຊະນິດໜຶ່ງຂອງຈີນ ເສັ້ນແດງ; ຮຽກຢາຊະນິດໜຶ່ງທີ່ມີສີແດງສໍາລັບ ໃສ່ບາດແຜ.

ຢານາງ (ນ.) ໄມ້ເຄືອແນວໜຶ່ງ ເອົາໃບມາຍ່ອງ ຫຼື ຕໍາແຊ່ໃສ່ນໍ້າ ແລ້ວເອົານໍ້າໄປແກງ ໃສ່ໜໍ່ໄມ້ ເອີ້ນເຄືອຢານາງ ມີສອງແນວຄື ຢານາງຂາວ ແລະ ຢານາງແດງ.

ຢາເບື່ອ (ນ.) ຢາ ຫຼື ຂອງທີ່ມີພິດ ກິນແລ້ວພາໃຫ້ເກີດອັນຕະລາຍເຖິງຕາຍໄດ້

ຢູ່ກໍາ (ກ.) ອາການ​ທີ່​ຜູ້ຍິງ​ອອກລູກ​​ໃໝ່ ​ແລ້ວ​ນອນ​ພ່າງ​ໄຟ ກິນ ​ແລະ ອາບນໍ້າຮ້ອນ​ເພື່ອ​ຮັກສາ​ຕົນ​ໂຕ.

ຢູ່ກໍາ1 (ກ.) ອາການ​ທີ່​ພິກ​ຂຸ​ຜູ້​ຕ້ອງ​ອາບັດ​ສັງຄາທິ​ເສດ​ແລ້ວໄປ​ປະພຶດຕົນ ​ເພື່ອ​ໃຫ້​ພົ້ນຈາກ​ອາບັດ​ນັ້ນ ດ້ວຍ​ການ​ຢູ່​ປະລິ​ວາ​ສະ​ກໍາ ຄື​ຖືກ​ລົງ​ໂທດ​ໃຫ້​ປະຕິບັດຢ່າງ​ເຄັ່ງ​ຄັດ

ຢໍາ (ວ.) ຄວນ​ຢ້ານ, ຄວນ​ນັບຖື, ຄວນ​ຢໍາ​ເກງ.

ຢິກ (ກ.) ​ເອົາ​ເລັບມື​ສອງ​ເລັບ​ເນັ້ນ​ເຂົ້າຫາ​ກັນ ​ເອີ້ນ​ຢິກ ​ເອົາ​ມື​ເບື້ອງ​ດຽວ​ເນັ້ນລົງ​ໃສ່​ຕຸ່ມ​ຄັນ ຕາມ​ຫຼັງ ​ເອີ້ນ​ຢິກ​ຫຼັງ ​ເວົ້າຢອກ​ກັນ​ເລັກໆ​ນ້ອຍໆ ​ເອີ້ນ​ເວົ້າຢອກ ​ເວົ້າຢິກ, ​ເວົ້າຢິກຢອກ.

ໂຢກ (ວ.) ສູງ, ລັກສະນະ​ຂອງ​ຂາ​ຍາວ ​ເອີ້​ນ ຂາ​ໂຢກ.

ຢວກ (ນ.) ສ່ວນ​ພາຍ​ໃນ ຫຼື ​ແກນ​ຂອງຕົ້ນກ້ວຍ.

ຢວກ 2 (ວ.) ຂາວ ​ເຊັ່ນ ຂາ​ຂາວ​ຄື​ຢວກ.

ຢັ່ງ (ກ.) ​ແທກ​ເບິ່ງ​ຄວາມ​ເລິກ ​ເຊັ່ນ​ຢັ່ງ​ເບິ່ງ​ນໍ້າລອງ​ເບິ່ງ​ຄວາມ​ຄິດ​ໃນ​ໃຈ ​ເຊັ່ນ​ຢັ່ງ​ໃຈ.

ຢັ້ງຢືນ (ກ.) ຮັບຮອງ​ເປັນ​ຫຼັກ​ຖານ​ໃຫ້, ຮັບ​ເປັນ​ພິຍານ​ໃຫ້, ອອກ​ໜັງສື ຫຼື ລົງ​ລາຍ ​ເຊັນ​ຄ້ຳປະກັນ​ໃຫ້.

ຢາງ 1 (ນ.) ຂອງ​ແຫຼວ ​ແລະ ໜຽວທີ່​ໄຫຼ​ອອກຈາກ​ຕົ້ນ​ໄມ້ ​ເອີ້ນ​ຢາງ​ໄມ້​ເອີ້ນ​ສິ່ງຕ່າງໆ​ທີ່​ເຮັດ​ຈາກ​ຢາງພາລາ ເຊັ່ນຢາງ​ລົດ, ຢາງລຶບ ​ແລະ ອື່ນໆ.

ຢ້າງ (ກ.) ​ເອົາ​ຊິ້ນ ຫຼື ປາ​ໃສ່​ຫິ້ງຂາງ​ເທິງ​​ໄຟ​ໃຫ້​ແຫ້ງ ​ເອີ້ນ​ຢ້າງຊິ້ນ ຢ້າງ​ປາອັງ​.

ຢ້າງຊີ້ນ (ນ.) ​ແມງ​ແນວ​ໜຶ່ງ​ຕົວ​ດໍາໆ ມີ​ລາຍ​ແຊກ​ສີ​ເຫຼືອງ ​ເຮັດ​ໃຍ​ຢູ່​ຕາມ​ຕົ້ນ​ໄມ້ ​ເອີ້ນ​ແມງ​ຢ້າງ​ຊີ້ນ.

ແຢ່ງ (ນ.) ບ່ອນ​ນັ່ງ​ທີ່​ເຮັດ​ໃສ່​ຫຼັງ​ຊ້າງ ​ເອີ້ນ​ແຢ່ງຊ້າງ.

ແຢ່ງ 1 (ກ.) ອາການ​ຍ່າງ​ເຢ່ງ​ຕີນ ​ເອີ້ນ​​ແຢ່ງ​ຕີນ, ພະພຸດທະ​ຮູບ ຫຼື ພະນາ​ລາຍ​ຢືນ​ແຢ່ງ ຕີນ​ດຽວ ​ເອີ້ນ ພະ​ຄໍາ​ແພງ​ຂາ​ແຍ່ງ.

ຢ່ອງຢໍ້ (ນ.) ທ່າ​ນັ່ງ​ແບບ​ໜຶ່ງ ນັ່ງ​ບໍ່​ໃຫ້ກົ້ນຈຸ​ພື້ນ ​ເອີ້ນ​ນັ່ງ​ຢ່ອງ​ຢໍ້.

ຢຸດ 1 (ກ.) ​ເຊົາ, ພັກ, ຢູ່ກັບ​ບ່ອນ.

ຢຸດ 2 (ກ.) ​ເອົາ​ຫຍ້າ ຫຼື ​ເຄື່ອງ​ມຸງ ອັດຕາ​ມບ່ອນ​ຮົ່ວ ​ເທິງ​ຫຼັງຄາ​ເຮືອນ​ ​ເອີ້ນ​ຢຸດ ​ເຮືອນ.

ໂຢດ (ກ.) ຍ້ອຍ​ຂາດ​ລົງ, ອາການ​ຂອງ​ແຫຼວ ຫຼື ​ເປັນ​ປຸ້ມ​ເປັນ​ໂງ່ນ ຂາດ​ຫຼຸດ​ລົງເອີ້ນ​ໂຢດ ​ເຊັ່ນ​ຮວງ​ເຜິ້ງ​ເວລາ​ຜູ້​ອາດ​ຂວັ້ນຮັງບ່ອນ​ຫົວນໍ້າ​ເອົາ​ຄຸ​ໂຕ່ງ​ບໍ່​ດີ ມັນ​ຈະ​ຂາດ​ໂຢດ​ປົວະ​ລົງ​ດິນ.

ຢອດ (ກ.) ​ເອົາ​ໃສ່ເທື່ອ​ໜ້ອຍ, ​ໃຫ້​ຍ້ອຍ​ລົງ ຫຼື ​ໄຫຼ​ອອກ​ເທື່ອ​ໜ້ອຍ ​ເຊັ່ນ​ເອົາ​ຢາຢອດຕາ.

ຢືນຢັນ (ກ.) ​ເວົ້າຮັບຮອງ​ແນ່ນອນ, ​ເວົ້າຢູ່​ຄໍາ​ເກົ່າ ​ໂດຍ​ເໜັ້ນໜັກ ​ເວົ້າວ່າ​ຮູ້​ເຫັນ​ຄັກ​ແນ່, ບໍ່​ເວົ້າຫຼົບ​ໄປ​ຫຼົບ​ມາ.

ຢ່ອນ (ກ.) ຍາມ, ບໍ່​ເຄັ່ງ, ຄ່ອຍໆ​ຢ່ອນ​ລົງ​ຈາກ​ທີ່​ສູງ, ຜ່ອນ​ໄປ​ບໍ່​ໃຫ້​ເຄັ່ງ.

ຢ້ອນ 1 (ກ.) ​ເໜັງ​ຂຶ້ນລົງ, ​ເຮັດ​ຂາ ​ແລະ ​ແອວ​ອ່ອນ​ຂຶ້ນລົງ​ຕາມ​ຈັງຫວະ​ດົນຕີ ​ໃນ​ເວລາ ຟ້ອນ

ຢ້ອນ 2 (ກ.) ​ເຮັດ​ໃຫ້​ສູງ​ຂຶ້ນ ​ເຊັ່ນ​ຢ້ອນ​ເສົາ​ເຮືອນ​ໃຫ້​ສູງ​ຂຶ້ນ

ຢິບ 1 (ກ.) ​ເອົາ​ນີ້ວມື​ທັງ​ສອງ​ນີ້ວຄີບ​ເອົາ​ເກືອ​.

ຢິບ 2 (ນ.) ຈໍານວນ​ຂອງ​ທີ່​ເອົາ​ນີ້ວມື​ຢິບ​ເອົາ​ເຊັ່ນ ​ໄດ້ ​ປາ​ບໍ່ພໍ​ຢິບ, ​ເກືອ​ຢິບ​ດຽວ.

ຢຸບ (ກ.) ​ເອົາ​ນີ້ວມື​ຫຼາຍ​ນີ້ວ​ຄີບ​ເອົາ​ສິ່ງ​ຂອງ, ບາຍ ​ເຊັ່ນ​ຢຸບ​ເອົາ​ຢຸບ​ເອົາ ບໍ່​ແນມ​ເບິ່ງ​ໃຜ.

ຢາມ 1 (ກ.) ​ໄປ​ເບິ່ງ​ສິ່ງ​ທີ່​ໃສ່ ຫຼື ຫ້າງ​ໄວ້​ເພື່ອ​ເອົາ​ສັດ ​ເຊັ່ນ ຢາມ​ເບັດ, ຢາມ​ລອບ, ຢາມ​ແຮ້ວ, ຢາມ​ຊິງ.

ຢາມ 2 (ກ.) ​ທົດ​ລອງ​ເບິ່ງ ​ເຊັ່ນ ​ເອົາ​ມື​ຈຸ່ມ​ເບິ່ງ​ນໍ້າຕົ້ມວ່າ​ຮ້ອນ​ແລ້ວ ຫຼື ຍັງ.

ຢາມ 3 (ກ.) ​ ໄປ ຫຼື ມາ ຖາມ​ຂ່າວ​ຄວາມສຸກ​ທຸກ​ກັນ ​ເອີ້ນ​ໄປ​ຢາມ.

ຢ້ຽມ 1 (ກ.) ​ເບິ່ງ, ປ່ອນ​ຫົວ​ອອກ​ເບິ່ງ, ສ່ອງ​ເບິ່ງ​

ຢ້ຽມ 2 (ວ.) ​ໄປມາ​ຖາມ​ຂ່າວ​ກັນ​ ​ເອີ້ນ​ໄປ​ຢ້ຽມ.

ຢ້ຽມ 3 (ນ.) ໜ້າ​ຕ່າງ ​ເອີ້ນ​ປ່ອງຢ້ຽມ​ປ່ອງອ້ຽມ​.

ຢ້ຽມ 4 (ວ.) ຍິ່ງ, ​ເດັ່ນ, ​ເລີດ ຄົນ​ທີ່​ດີ​ເດັ່ນ​ເອີ້ນ​ຄົຍ​ຢ້ຽມ ຍອດ​ຢ້ຽມ.

ຢ້າວ (ນ.) ​ເຮືອນ​ທີ່​ບໍ່​ມີ​ຂື່ ​ໃຊ້​ເສົາ​ແຖ​ວກາງ​ສູງ​ເປັນ​ບ່ອນ​ພາດ​ໄມ້​ອົກ​ໄກ່ ​ເອີ້ນ​ເຮືອນ​ຢ້າວ.