ລ. ລ. ພະຍັນຊະນະ ຕົວ​ທີ 22 ​ເປັນ​ພວກ​ອັກສອນ​ຕໍ່າ ​ໃຊ້​ເປັນ​ຕົວ​ສະກົດ​ບໍ່​ໄດ້ .

ລະກາ (ນ.) ຊື່​ປີ​ທີ 10 ມີ​ເຄື່ອງໝາຍ​ຮູບ​ໄກ່.

ລະດູ 1 (ນ.) (ສ) ສ່ວນ​ຂອງ​ປີ​ທີ່​ແບ່ງ​ອອກ​ເປັນ​ສາມ​ລະ​ດູ ຕາມ​ລັກສະນະ​ຂອງ​ອາກາດ ລະດູ​ລະ 4 ​ເດືອນ ຄື ລະດູຝົນ, ລະດູໜາວ, ລະດູ​ຮ້ອນ, ຍາມ, ສະ​ໄໝ

ລະດູ 2 (ນ.) ​ເລືອດ​ທີ່​ອອກ​ປະຈໍາ​ເດືອນ​ຂອງ​ສະຕິ ຫຼື ຂອງ​ແມ່ຍິງມີ 2 ຄື ສີ​ແດງ ​ແລະ ສີຂາວ, ສີ​ແດງ ​ເປັນ​ເລືອດ​ປະຈໍາ​ເດືອນ​ທີ່​ອອກ​ຕາມ​ປົກກະຕິ, ສີຂາວ ​ເປັນ​ເລືອດ ປະຈໍາ​ເດືອນ​ທີ່​ອອກ ​ເພາະ​ເປັນ​ພະຍາດ​ລົງ​ຂາວ.

ລະແດ 1 (ນ.) ຊົນ​ເຜົ່າ​ລາວ​ເທິງ ​ເຜົ່າ​ໜຶ່ງ​ໃນ​ເຜົ່າ​ພັນ​ຊະວາ ມະລະ​ຢູ ຢູ່ທາງ​ເຂດ​ພູ​ບໍລິ​ເວນ​ໃນ​ປະ​ເທດ​ລາວ.

ລະຄັງ (ນ.) ​ເຄື່ອງ​ຕີ​ສັນຍານ ຫຼື ​ເວລາ, ຫຼໍ່​ດ້ວຍ​ທອງ​ເຫຼືອງ ຮູບ​ຄື​ໝາກກະດິງ ​ແຕ່ ​ໃຫຍ່​ກວ່າ​ກະດິງ​ຫຼາຍ.

ລະຄອນ (ນ.) ການສະ​ແດງ ຫຼື ຫຼິ້ນຈໍາພວກ​ໜຶ່ງ ​ເຊິ່ງຫຼິ້ນ​ເປັນ​ເລື່ອງ​ຕ່າງໆ ມີຫຼາຍ ຊະນິດ​ເຊັ່ນ: ລະຄອນ​ລໍາ, ລະຄອນ​ເວົ້າ, ລະຄອນ​ຕະຫຼົກ, ລະຄອນ​ລີງ, ລະຄອນສັດ.

ລະໂງກ (ນ.) ຊື່​ເຫັດ​ຈໍາພວກ​ໜຶ່ງ ດອກ​ໃຫຍ່​ສີຂາວ​ກໍ່​ມີ​ ສີເຫຼືອງກໍ່​ມີ ​ໃຊ້ກິນ​ເປັນ​ອາຫານ.

ລະດັບ (ນ.) ພື້ນ​ຮາບ​ສະ​ເໝີ​ກັນ​ຕະຫຼອດ, ​ເຄື່ອງ​ວັດ​ແທກ​ຄວາມ​ສະ​ເໝີ​ຂອງ​ພື້ນ.

ລະດົມ (ກ.) ຮ້ອງ​ຮຽກ​ໃຫ້​ມາ​ເຕົ້າ​ໂຮມ​ຊ່ອຍກັນ, ຮຽກຮ້ອງ​ໃຫ້​ມາ​ໂຮມ​ພ້ອມໆ​ກັນ​ໂດຍ ດ່ວນ.

ລະນາດ (ນ.) ​ເຄື່ອງ​ເສບ​ຊະນິດ​ໜຶ່ງ ​ເອົາ​ໄມ້​ເຮັດ​ເປັນ​ລູກ​ຮ້ອຍ​ຕິດ​ກັນ ​ແຂວນ​ໃສ່​ຮາງ​ຍາວ ​ໃຊ້​ຄ້ອນ​ໜັງ​ຕີ.

ລະບາຍ (ກ.) ສົ່ງ​ອອກ​ໄປ​ເທື່ອ​ນ້ອຍ ​ເຊັ່ນ ລະບາຍ​ສິນຄ້າ, ລະບາຍ​ນໍ້າ, ລະບາຍ​ຄວາມ ທຸກ; ຖ່າຍ​ອອກ ​ເຊັ່ນ ລະບາຍ​ທ້ອງ ລະບາຍ​ອາກາດ.

ລະບາດ 1 (ກ.) ພັດ​ອອກ​ຈາກ​ໝູ່, ກະຈັດກະຈາຍ, ​ແພ່​ໄປ.

ລະເບີດ (ກ.) ​ແຕກ​ຊະ​ອອກ, ​ເຮັດ​ໃຫ້​ແຕກ​ຊະ​ອອກ.

ລະບົບ 1 (ນ.) ລະບຽບ​ກ່ຽວ​ກັບ​ການ​ໂຮມ​ເອົາ​ສິ່ງ​ຕ່າງໆ ​ເຊິ່ງມີ​ລັກສະນະ​ສັບສົນ ​ໃຫ້​​ເຂົ້າລໍາດັບ​ປະສານ​ກັນ ​ເປັນອັນ​ດຽວ​ຕາມ​ຫຼັກ​ເຫດຜົນ​ທາງ​ວິຊາ​ການ.

ລະບົບ 2 (ນ.) ປາກົດການ​ທາງ​ທໍາ​ມະ​ຊາດ ​ເຊິ່ງມີ​ສ່ວນ​ສໍາພັນ​ປະສານ​ເຂົ້າກັບ ​ໂດຍ​ກໍາ ນົດລວມ​ເປັນອັນ​ໜຶ່ງ​ອັນ​ດຽວ​ກັນ.

ລະບອບ (ນ.) ​ແບບຢ່າງ, ທໍາ​ນຽມ, ລະບຽບ​ການ​ປົກຄອງ.

ລະບຽບ 1 (ນ.) ​ແບບ​ແຜນ​ທີ່​ວາງ​ໄວ້​ເປັນ​ແນວທາງ​ປະຕິບັດ ຫຼື ດໍາ​ເນີນ​ການ.

ລະບຽບ 2 (ວ.) ຖືກ​ລໍາດັບ, ​ເປັນ​ແຖວ​ເປັນ​ແນວ​ດີ, ມີ​ລັກສະນະ​ຮຽບຮ້ອຍ.

ລະມຸດ (ນ.) ຊື່ໝາກໄມ້ຊະນິດໜຶ່ງ ໜ່ວຍຄືໝາກພອກ ລົດຫວານ.

ລະເມີດ (ກ.) ລ່ວງເກີນ, ຂັດຂີນຕໍ່ລະບຽບວິໄນ, ເຮັດຜິດກົດລະບຽບ.

ລະວ້າ (ນ.) ຊື່ຊົນຊາດຊາວພູດອຍເຜົ່າໜຶ່ງໃນສະກູນມອນ

ລະວັງ (ກ.) ຮັກສາ, ຕັ້ງສະຕິໄວ້ໃຫ້ດີໃນເວລາເວົ້າ ຫຼື ເຮັດ.

ລະຫັດ (ນ.) (ປ.) ຄວາມລັບ, ເຫດລັບ, ຄວາມເລິກລັບ

ລະຫວ່າງ (ນ.) ສ່ວນກາງ, ຍ່ານ, ໄລຍະແຕ່ບ່ອນໜຶ່ງໄປຫາບ່ອນໜຶ່ງ, ເວລາທີ່ພວມເປັນ ໄປຢູ່.

ລະອອງ (ນ.) ຝຸ່ນ, ຜົງ, ທຸລີ, ຝຸ່ນລະອຽດ

ລາ 1 (ກ.) ບອກວ່າຈະຈາກໄປ

ລາ 2 (ວ.) ບໍ່ກອມເຂົ້າ, ຕາກອອກ, ເວອອກຈາກກັນ ເຊັ່ນ ເຂົາຄວາຍລາ.

ລາ 3 (ນ.) ດາບ, ບູຮານ ເອີ້ນດາບວ່າລາ

ລາ 4 (ນ.) ຊື່ສັດລາກແກ່ຊະນິດໜຶ່ງ ຮູບຮ່າງຄ້າຍຄືມ້າ ແຕ່ຫູຍາວໂຕນ້ອຍ ຫາງເປັນ ພວງທີ່ປາຍ.

ລ່າ (ກ.) ທ່ຽວຕິດຕາມຫາເພື່ອຂ້າ ຫຼື ຍິງ ເຊັ່ນລ່າສັດ.

ລ້າ (ວ.) ເມື່ອຍ, ອ່ອນແອ, ໝົດແຮງ

ລາສະດອນ (ນ.) (ສ) ພົນລະເມືອງຂອງປະເທດ

ລາສີ (ນ.) (ປ.) ກອງ, ໝູ່, ລັກສະນະດີງາມ, ມາດຕາແທກຈັກກະລາສີ ຄືສາມສິບອົງສາເປັນ 1 ລາສີ ເດືອນທາງສຸລິຍະຄະດີ.

ລາຊາ (ນ.) (ປ.) ພະ​ເຈົ້າ​ແຜ່ນດິນ, ​ເຈົ້າມະຫາ​ຊີວິດ, ພະ​ຍາ.

ລາຊະສີ (ນ.) (ປ.) ພະຍາສິງ, ມອມໃຫຍ່

ລາຊະທູດ (ນ.) (ປ.) ຜູ້ນໍາ​ພະ​ລາຊະສານ ຂອງ​ພະ​ເຈົ້າ​ແຜ່ນດິນ​ໄປ​ປະ​ເທດ​ອື່ນ​, ຕໍາ​ແໜ່​ງ ຜູ້ຕາງໜ້າ​ລັດຖະບານ ຮອງ​ຈາກ​ເອກ​ອັກຄະລາຊະທູດ (​ໃນ​ສະ​ໄໝ​ກ່ອນ).

ລາຊະວັງ (ນ.) ຫໍ​ໂຮງ​ຫໍຜາສາດ​ຂອງ​ພະ​ເຈົ້າມະຫາ​ຊີວິດ ​ແລະ ພະ​ບໍລົມ​ວົງສາ​ນຸວົງ.

ລາມະກຽນ (ນ.) (ສ) ຊື່​ວັນນະຄະດີ​ລາວ ​ເລື່ອງ​ພະ​ລັກ​ພະ​ລາມ, ຊື່​ໜັງສື​ວັນນະ ຄ​ະດີ ທີ່ ກ່າວ​ເຖິງ ພະ​ລາມ​ ສູ້ຮົບກັບ​ຍັກ​ທົດ​ສະກັນ.

ລາຫູ 2 (ນ.) (ປ.) ໃນຕໍາລາໂຫລາສາດ ຖືວ່າເປັນເທວະດາພະເຄາະ ອົງທີ 8 ມີອາພອນ ແລະ ພາຫະນະສີດໍາ.

ລິຂະສິດ (ນ.) (ປ.) ສິດທິທາງວັນນະກໍາ ແລະ ສິລະປະກໍາ ເຊິ່ງຜູ້ເປັນເຈົ້າຂອງຜົນງານ ຫຼື ບົດປະພັນ ໄດ້ ຮັບການຄຸ້ມຄອງຕາມກົດໝາຍ.

ລີ່ຜີ (ນ.) ຊື່ແກ້ງຫີນທີ່ໃຫຍ່ທີ່ສຸດ ໃນລໍາແມ່ນໍ້າຂອງ ຢູ່ແຂວງຈໍາປາສັກ ມີລັກສະນະ ເໝືອນລີ່ ຄືປາກກວ້າງກົ້ນແຄບຄົນບໍ່ໄດ້ ສ້າງທໍາຊາດເປັນຜູ້ສ້າງ.

ລື້ (ນ.) ຊື່ລາວເຜົ່າໜຶ່ງ ຢູ່ທາງພາກເໜືອຂອງລາວ ແລະ ຢູ່ທາງພາກໃຕ້ຂອງປະເທດຈີນ ທີ່ຕິດຕໍ່ກັບປະເທດລາວ.

ລຸ 1 (ກ.) ເຖິງ, ລ່ວງ, ທັ່ງຂໍ້ໄມ້ໃຫ້ຊອດ ເຊັ່ນ ລຸປ້ອງໄມ້, ໄດ້, ບັນລຸຈຸດປະສົງ ກໍ່ວ່າ.

ລຸ 2 (ວ.) ໂຊກດີ, ມີລາບ ເຊັ່ນ ລ້ຽງລູກດີ ເອີ້ນວ່າ ລ້ຽງລຸກລຸ, ຄ້າຂາຍດີມີຜົນກຳໄລດີ ເອີ້ນວ່າ ຄ້າລຸ.

ລຸ 3 (ກ.) ຊຸ​ອອກ, ຖ່າຍ​ອອກ, ທັ່ງ​ອອກ, ​ເອົາ​ຂອງ​ເກົ່າ ຫຼື ຂອງ​ທີ່​ບໍ່​ຕ້ອງການ​ອອກ​ໃຫ້ໝົດ.

ເລຂາຄະນິດ (ນ.) (ສ) ຄະນິດສາດ​ຂະ​ແໜງ​ໜຶ່ງ​ທີ່​ວ່າ​ດ້ວຍ​ການຈໍາ​ແນ​ກປະ​ເພດ, ສົມບັດ ​ແລະ ​ໂຄງ​ສ້າງ​ຂອງ​ບັນດາ​ຈຸດທີ່​ຮຽງ​ກັນ​ຢ່າງ​ມີ​ລະບຽບ ຕາມ​ກົດ​ເກນ​ທີ່​ກໍານົດ​​ໃຫ້​ເປັນ​ຮູບ ຊົງ​ຕ່າງໆ ​ເຊັ່ນ ​ເສັ້ນຊື່, ວົງ​ກົມ, ຮູບສາມ​ລ່ຽມ ຮູບ​ກວຍ.

ເລຂາທິການ (ນ.) (ປ.) ຜູ້​ເປັນ​ຫົວໜ້າ ຜູ້​ເປັນ​ຫົວໜ້າ​ຮັບຜິດຊອບ​ວຽກ​ງານ​ກ່ຽວກັບ​ເອກະ ສານ ທີ່​ໄດ້ ​ສິດ​ເດັດຂາດ ຂອງ​ສະມາຄົມ​ເຊັ່ນ ​ເລຂາທິການພັກ, ​ເລຂາທິການ​ສະຫະພັນ​ນັກ​ສຶກສາ.

ເລຂານຸການ (ນ.) (ປ.) ຜູ້​ມີໜ້າ​ທີ່​ກ່ຽວຂ້ອງ​ກັບ​ເອກະສານ ຫຼື ໜັງສື​ທາງ​ການ​ຕ່າງໆ​ທັງ ຂາ​ອອກ-ຂາ​ເຂົ້າ ປະຈໍາ​ຫ້ອງການ​​ອື່ນໆ; ຜູ້​ເຮັດ​ໜ້າ​ທີ່​ຊ່ວຍ​ວຽກ​ງານທາງ​ດ້ານ​ເອກະສານ ​ແລະ ໜັງສືທາງ​ການ​ຕ່າງໆ ​ໃຫ້​ແກ່​ຫົວໜ້າ. 

ເລຫຼັງ (ກ.) ຂາຍຊື້ໂດຍວິທີຫຼຸດ ຫຼື ລົງລາຄາ ຫຼື ແຖມລາງວັນ.

ໂລກະທັດ (ນ.) (ປ.) (ສ.) ການ​ເບິ່ງ​ໂລກ​ຢ່າງ​ສັດຈະ​ວິພາກ, ທັດສະນະ​ເບິ່ງ​​ໂລກ​ຕາມ​ຄວາມ ​ເປັນ​ຈິງ.

ໂລຄະ (ນ.) (ປ.) ​ໂລກ, ພະຍາດ, ຄວາມ​ເຈັບ​ປວດ.

​​ໂລຄາ (ນ.) (ປ.) ​ໂລກ, ພະຍາດ, ຄວາມ​ເຈັບ​ປວດ.

ໂລຫະ (ນ.) (ປ.) ທາດ​ທີ່​ຫຼອມ​ອອກ​ຈາກ​ແຮ່​ຕ່າງໆ ດັ່ງ​ເຫຼັກ, ທອງ​ແດງ, ຄໍາ.

ໂລຫິດ (ນ.) (ປ.) ​ເລືອດ, ສີ​ແດງ.

ລໍ 1 (ນ.) ຊື່​ບ່າງ​ຈໍາພວກ​ໜຶ່ງ ມີ 2 ຊະນິດ ຄື ບ່ອງ​ນ້ອຍ ​ແລະ ບ່າງ​ໃຫຍ່, ບ່າງ​ໃຫຍ່ ຮຽກ ບ່າງ​ລົ້ວ ລໍ​ລົ້ວ

ລໍ 2 (ວ.) ຕາສ່ອນ ຫຼື ທີ່​ເປັນ​ເມັດ​ຂາວ​ພົ້ນອອກ​ຈາກ​ແກ່ນ​ຕາ ຮຽກ​ຕາລໍ ຖ້າ​ເປັນ​ຫຼາຍ ຈົນ​ໃຫຍ່​ສວດ​ອອກ ​ເອີ້ນ​ຕາ​ໂລ.

ລໍ 3 (ກ.) ຖ້າ, ​ໄປມາ​ຊ້າໆ ​ເພື່ອ​ລໍຖ້າ.

ລໍ 4 (ນ.) ສັດ​ພາຫະນະ​ແນວ​ໜຶ່ງ ຕົວ​ຄື​ມ້າ​ແຕ່​ທາງ​ເປັນ​ພົ້ວ ​ແລະ ຫູ​ໃຫຍ່ ມ້າ​ລໍ, ລວາ.

ລໍ້ລວງ (ກ.) ​ໃຊ້​ກົນອຸບາຍ​ທຸ​ຈະລິດ ຫຼອກ​​ໃຫ້​ຫຼົງ​ເຊື່ອ​ໃນ​ສິ່ງທີ່​ບໍ່​ເປັນ​ຈິງ.

ລໍ້ 2 (ນ.) ພາຫະນະ​ແນວໜຶ່ງ ມີ 2 ຕີນ ຫຼື ສອງ​ດຸມ ຄ້າຍຄື​ກວຽນ ​ແຕ່​ນ້ອຍ​ກວ່າ ​ແລະ ບໍ່​ມີ​ຮ່າງ​ເຮືອນ​ສູງ ​ໃຊ້​ແກ່​ໄມ້.

ລໍ້ 3 (ກ.) ຫັນ​ໄປມາ​ເພື່ອ​ໃຫ້​ກົມ ຫຼື ມົນ, ​ເອົາ​ຂອງ​ແຂ້ນ​ແຕ່​ອ່ອນ ຫັນ​ໄປມາ​ເພື່ອ​ໃຫ້ກົມ ​ເຊັ່ນ ລໍ້​ແປ້ງ ລໍ້​ເຜິ້ງ.

ລໍ້ 4 (ນ.) ຕີນກວຽນ, ຕີນລົດ.

ລົ້ວ 1 (ນ.) ຊື່ບ່າງຊະນິດໃຫຍ່ ຮຽກບ່າງລົ້ວ.

ລົ້ວ 2 (ວ.) ໃຫຍ່, ຍາວ, ທີ່ເປັນຊື່ຜ້າ ຫຼື ແຜ່ນແພຊະນິດໜຶ່ງ ເນື້ອບາງອ່ອນ ແລະ ມື່ນຜືນໃຫຍ່ ແລະ ຍາວ ຮຽກແພລົ້ວ ສະໄບລົ້ວ.

ລົ້ວ 3 (ວ.) ບໍ່ມີລະບຽບ, ບໍ່ຢູ່ໃນລະບຽບກົດໝາຍ, ເຮັດໄປຕາມໃຈ, ເສລີບີຮົ່ວ ເຊັ່ນ ຄົນລົ້ວ, ຄົນເລງ.

ລົ້ວ 4 (ວ.) ບໍ່ກະກຽມ, ບໍ່ຕຽມການ

ໄລ 1 (ກ.) ປະລະ, ປ່ອຍຖິ້ມ, ຮ້າງໄປ

ໄລ 2 (ກ.) ລ້າງຝ້າຍ ຫຼື ໄໝ ທີ່ຍ້ອມແລ້ວໂດຍເອົາຈຸ່ມລົງໃນນໍ້າແກວ່ງໄປມາຮຽກໄລ ຝ້າຍໄລໄໝ, ລ້າງ.

ໄລ 3 (ນ.) ຊື່ປາຝາແນວໜຶ່ງ ມີໄລຢູ່ແຄມກົກຫາງ ຮຽກປາຝາໄລ.

ໄລ 4 (ນ.) ກະແຈ, ຫຼິ້ມທີ່ຄັດໃຫ້ຢູ່, ເດືອຍແຫຼມທີ່ມີຢູ່ກົ້ນສັດລາງພວກ ດັ່ງແມງງອດ.

ໄລ 5 (ນ.) (ສ) ຈັງຫວະ (ສໍາລັບດົນຕີ), ບ່ອນອາໄສ, ເສຍໄປ, ສູນໄປ ສ່ວນຫຼາຍມີ ອຸປະສັກນໍາໜ້າ ເຊັ່ນ ອາໄລ, ບັນໄລ.

ໄລ່ 1 (ນ.) ຊື່ໄມ້ໄຜ່ຊະນິດໜຶ່ງປ້ອງຍາວ ບໍ່ມີໜາມ ໃຊ້ສານພາຊະນະຮັບໃຊ້ຄົວເຮືອນ ໄດ້ ຫຼາຍຢ່າງ, ໜໍ່ໄມ້ໄລ່ ເປັນອາຫານທີ່ແຊບດີຢ່າງໜຶ່ງ

ໄລ່ 2 (ກ.) ບອກໃຫ້ໜີ, ຂັບໜີ້, ໄລ່ໜີ, ໃຊ້ທ່າທີຮ້າຍ ແລະ ນາບຂູ່ໃຫ້ໜີໄປ.

ເລົາ 1 (ວ.) ລໍາຕົວ, ເລົາຄີງ

ເລົາ 2 (ນ.) ຊື່ພັນໄມ້ຊະນິດໜຶ່ງ ດອກສີຂາວ

ເລົາ 3 (ນ.) ກະບອກໄມ້ໄຜ່ທີ່ລົນໄຟ ແລະ ເຈາະ ລ່ວງຂໍ້ ເອີ້ນເລົາບັ້ງໄຟ ກະບອກ ເຫຼັກທີ່ມີຮູຊອດຕະຫຼອດເລົາ ຮຽກເລົາປືນ.

ເລົາ 4 (ນ.) ສາຍ, ປ່ອງ, ແປວ ເຊັ່ນ ເລືອດທີ່ໄຫຼຊັດເປັນສາຍ ເອີ້ນ ເລົາເລືອດ.

ເລົາ 5 (ນ.) ຊື່ກວາງຊະນິດໜຶ່ງ ເປັນກວາງຂະໜາດໃຫຍ່ຂົນສີດອກເລົາ ຮຽກກວາງເລົາ.

ເລົ່າ 1 (ວ.) ຄັ້ງ, ຄາວ, ເມື່ອ, ຫົນ ເຊັ່ນ ໄປມາຫຼາຍຫົນເອີ້ນຫຼາຍເລົ່າ.

ເລົ່າ 2 (ວ.) ເລີຍ ເຊັ່ນເລີຍໄປ ເລີຍນອນ ຄາວຽກຫຼາຍເລີຍບໍ່ໄດ້ ມາຫາ

ເລົ່າ 3 (ກ.) ບອກ,ເລົ່າ ເຊັ່ນ ບອກປ່າວໃຫ້ຍາດພີ່ນ້ອງມາຊ່ວຍງານບຸນ ຮຽກເລົ່າພີ່ເລົ່າ ນ້ອງ, ທ່ອງໜັງສື ທ່ອງບົດຮຽນ ຮຽກເລົ່າບົດຮຽນ ຫຼືທ່ອງບົດຮຽນຈົ່ມ ໜັງສື.

ເລົ້າ 1 (ນ.) ຍຸ້ງ, ສາງ ສໍາລັບໃສ່ເຂົ້າເປືອກ ເອີ້ນເລົ້າເຂົ້າ.

ເລົ້າ 2 (ນ.) ບ່ອນຢູ່ຂອງໄກ່ ເອີ້ນເລົ້າໄກ່, ລົກໄກ່.

ເລົ້າ 3 (ກ.) ເລືອກ, ກິນ.

ລໍາ 1 (ນ.) ໜັງສືຜູກ, ໜັງສືໃບລານ ທີ່ຈານ ຫຼື ຂຽນດ້ວຍຕົວທໍາ ຫຼື ຕົວອັກສອນລາວບູຮານ ຮຽກໜັງສືລໍາ ເປັນເລື່ອງລາວ ເຊັ່ນ ລໍາສິນໄຊ, ລໍາກາລະເກດ, ລໍາແຕງອ່ອນ, ລໍາໜ້າຜາກໄກກະດົ້ນ, ລໍາຈໍາປາສີ່ຕົ້ນ.

ລໍາ 2 (ນ.) ຮຽກຊື່ຕົ້ນໄມ້ຕ່າງໆວ່າ ລໍາ ເຊັ່ນ ລໍາກ້ວຍ,ລໍາອ້ອຍ, ລໍາໄມ້ໄຜ່ ຫຼື ລໍາເຮືອ.

ລໍາ 3 (ວ.) ສວຍງາມ ຮຽກລໍາ

ລໍາ 4 (ວ.) ທີ່ມີລົດແຊບນົວ

ລໍາ 5 (ນ.) ຮຽກຊື່ຍັກຕົວໜຶ່ງໆວ່າ ລໍາ

ລໍາ 6 (ນ.) ການຂັບຮ້ອງພື້ນເມືອງ ອັນດັ້ງເດີມຂອງລາວຢ່າງໜຶ່ງ ມີດົນຕີ ຄືແຄນເປັນ ເຄື່ອງປະກອບ ຮຽກລໍາ ມີຫຼາຍຢ່າງຕ່າງໆກັນ ເຊັ່ນ ລໍາສີພັນດອນ, ລໍາສາລະວັນ, ລໍາຄອນສະຫວັນ ແລະ ອື່ນໆ.

ລໍາໄຍ (ນ.) ຊື່ຕົ້ນໄມ້ຊະນິດໜຶ່ງ ໝາກເປັນພົ້ວໜ່ວຍມົນທໍ່ໄຂ່ນົກທາ ລົດຫວານ.

ລໍາລຽງ (ກ.) ຂົນສົ່ງທາງເຮືອໂດຍການແບ່ງພໍທີ່ກໍາລັງຈະເອົາໄປໄດ້, ໃຊ້ພາຫະນະກວຽນ, ລົດຫຼືຄົນ ຂົນສະບຽງອາຫານແລະສໍາພາລະຕ່າງໆໄປສູ່ເຂດພັດທະນາທ້ອງຖິ່ນຫຼືບ່ອນຫ່າງໄກສອກຫຼິກ.

ລັກ (ກ.) ເອົາສິ່ງຂອງຄົນອື່ນໄປ ໂດຍບໍ່ບອກ ແລະ ເຈົ້າຂອງບໍ່ໄດ້ ອະນຸຍາດ, ລີ້, ລີ້ ເຮັດ, ລີ້ທໍາ, ເຮັດໂດຍບໍ່ໃຫ້ຄົນອື່ນຮູ້ ຮຽກວ່າ ລັກເຮັດ.

ລຸກ (ກ.) ຕັ້ງໂຕຂຶ້ນ, ຍ້າຍອອກຈາກບ່ອນ ​ເຊັ່ນ ​ໄຟໄໝ້ລຸກຮຸ່ງຂຶ້ນ.

ລູກກົງ 1 (ນ.) ລູກຕິ່ງ, ລູກຕິ່ງພະນັກເຮືອນ.

ລູກກົງ 2 (ນ.) ດິ້ວໄມ້ ຫຼື ດິ້ວເຫຼັກ ທີ່ຮຽງກັນເປັນແຖວຂອງກົງ ຫຼື ບ່ອນຄຸມຂັງ.

ລູກເຂີຍ (ນ.) ຊາຍເຊິ່ງເປັນຜົວຂອງລູກສາວ.

ລູກຄິດ (ນ.) ເຄື່ອງໄລ່ເລກຂອງຈີນ ເຮັດດ້ວຍໄມ້ແກ່ນຊ່ຽນມົນໆ ຮ້ອຍໃສ່ໄວ້ໃນຮາງ.

ລູກຄອກ 1 (ນ.) ລູກສັດພາຫະນະທີ່ເກີດຈາກແມ່ທີ່ລ້ຽງມາ.

ລູກຄອກ 2 (ນ.) ລູກປາໂດ ປາຄໍ່ ທີ່ຍັງນ້ອຍບໍ່ທັນແຕກໝູ່ ເອີ້ນ ປາລູກຄອກ.

ລູກຊອດ (ນ.) ລູກທີ່ເກີດຈາກພໍ່ແມ່ ເປັນຄົນຕ່າງຊາດກັນ.

ລູກບາດ (ນ.) (ສ) ລູກລ່ຽມ 6 ລ່ຽມ ມີແຕ້ມໃຊ້ໃນການຫຼິ້ນໝາກສະກາ ເອີ້ນລູກສະກາ ຫຼື ລູກບາດສະກາ.

ລູກແຫ (ນ.) ສາຍ​ໂສ້​ກົ່ວ​ທີ່​ຮ້ອຍ​ໄວ້​ຕີນ​ແຫ ​ເພື່ອ​ໃຫ້​ແຫຈົມ​ໄວ.

ເລກ (ນ.) ​​ເຄື່ອງໝາຍ​ຈໍານ​ວນນັບ, ວິຊາ​ຄິດ​ໄລ່ ຫຼື ຄໍານວນ.

ແລກ (ກ.) ປ່ຽນ, ຜ່ຽນ, ​ເອົາ​ຂອງ​ສິ່ງ​ໜຶ່ງ​ໃຫ້​ໄປ ​ເພື່ອ​ໄດ້ ​ຂອງ​ສິ່ງໜຶ່ງ​ມາ, ຊື້​ຂອງ​ດ້ວຍ ຂອງ.

ໂລກ 1 (ນ.) (ປ.) ຄວາມ​ເຈັບ​ໄຂ້, ຄວາມ​ເປັນ​ພະຍາດ.

ໂລກ 2 (ນ.) (ປ.) ​ແຜ່ນດິນ, ຄົນ ​ແລະ ສັດ​ໃນ​ແຜ່ນດິນ.

ລອກ (ກ.) ຈີກ​ເອົາ​ເປືອກ ຫຼື ໜັງ​ອອກ​ເປັນ​ແຜ່ນໆ.

ເລິກ (ວ.) ຢັ່ງ​ລົງ​ໄປ​ໄດ້ ​ໄກ, ດັ້ນ​ເຂົ້າ​ໄປ​ຂ້າງ​ໃນ​ໄດ້ ​ຫຼາຍ, ບໍ່​ຕື້ນ, ຍາກ​ທີ່​ຈະ​ເຂົ້າ​ໃຈ​ໄດ້

ເລືອກ (ກ.) ຈັດ​ອອກ, ຄັດຈ້ອນ, ​ເອົາ​ແຕ່​ສ່ວນ​ທີ່​ຕ້ອງການ

ລວກ (ກ.) ​ໄຟ​ທີ່​ລຸກ​ເປັນ​ແປວ​ກະທົບ​ໃສ່​ຄົນ ຫຼື ສິ່ງ​ອື່ນ​ໆ, ນໍ້າທີ່​ຟົດ​ເດືອດ​ບຸດໆ ຂວ້ຳລົງ​ໃສ່ ​ເອີ້ນ​ລວກ

ລັງ 1 (ກ.) ຂັນ​ຂີນ, ​ເອົາ​ຕາມ​ໃຈ​ໂຕ, ດື້​ດ້ານ, ຂັດຂວາງ

ລັງ 2 (ນ.) ຊື່​ດອນ ​ແລະ ປະ​ເທດ​ໜຶ່ງ ຢູ່​ທາງ​ທິດ​ໃຕ້ ຂອງ​ປະ​ເທດ​ອິນ​ເດຍ, ປັດຈຸບັນ ຮຽກ ປະ​ເທດ​ສີ​ລັງກາ.

ລັງສີ (ນ.) (ປ.) ​ແສງ, ​ແສງ​ສະຫວ່າງ.

ລາງ 1 (ນ.) ​ເຄື່ອງ​ສັນຍານ​ບອກ​ເຫດ​ດີ ຫຼື ຮ້າຍ

ລາງ 2 (ນ.) ປາງ​ກ່ອນ, ​ເວລາ​ລ່ວງ​ມາ​ແລ້ວ, ຄັ້ງ, ຂະນະ ບາງ​ເທື່ອ

ລາງ 3. ຂະໜົບທໍານຽມ​ປະ​ເພນີ ຮຽກ​ວ່າ ລາງ

ລ້າງ (ກ.) ​ເຮັດ​ໃຫ້​ສະອາດ​ດ້ວຍ​ນໍ້າ, ​ເຮັດ​ໃຫ້​ສິ່ງ​ທີ່​ບໍ່​ດີ​ໝົດ​ໄປ.

ເລງ (ນ.) ນັກເລງ, ຄົນຊົ່ວ, ຄົນບໍ່ເປັນຫຼັກ ເຊັ່ນ ນັກເລງເຫຼົ້າ

ແລ່ງ (ກ.) ຜ່າໃຫ້ແຕກເຄິ່ງ ເຊັ່ນ ຜ່າໄມ້ແກ່ນຫຼ້ອນໃຫ້ແຕກອອກເປັນປ່ຽງ ເອີ້ນແລ່ງໄມ້.

ແລ້ງ 1 (ວ.) ແຫ້ງ, ບໍ່ມີ, ນອນດຽວບໍ່ມີຄູ່.

ແລ້ງ 2 (ນ.) ລະດູບໍ່ມີຝົນ, ລະດູຮ້ອນ.

ລົງ 1 (ກ.) ຈາກທີ່ສູງ ລົງສູ່ບ່ອນຕໍ່າ ເຊັ່ນ ລົງຈາກເຮືອນສູ່ພື້ນດິນ

ລົງ 2 (ກ.) ໃສ່ ເຊັ່ນ ລົງເງິນ ໃສ່ເງິນ.

ລົງ 3 (ກ.) ຂຽນ ເຊັ່ນ ລົງທະບຽນ, ລົງເລກ.

ລົງ 4 (ກ.) ຍິນຍອມ, ຕັ້ງໃຈເຫັນດີ ເຊັ່ນມະຕິ, ລົງຄວາມເຫັນ.

ລົງ 5 (ກ.) ເຊີນຜີເຂົ້າສິງ ດັ່ງລົງຜີຟ້າ.

ລົງ 6 (ກ.) ຂີ້ຊຸ, ຖອກທ້ອງ ຮຽກລົງທ້ອງ.

ລົງຄີງ (ກ.) ການເປັນລະດູ, ປະຈໍາເດືອນຂອງຜູ້ຍິງ.

ລຽງຜາ (ນ.) ສັດປ່າຊະນິດໜຶ່ງ ໂຕຄືແບ້ເຂົາບິດ ມັກຢູ່ຕາມພູຜາ, ເຍືອງຜາ ຫຼື ເຍືອງ.

ເລື່ອງ (ນ.) ຄວາມ, ຂໍ້ຄວາມ, ໃຈຄວາມ, ເຫດການ.

ລວງ 1 (ນ.) ຝາເຜືອກສໍາລັບກັ້ນລັດເອົາປາຮຽກ ລວງຕ້ອນ, ລວງລີ່, ບອກໄລຍະສັ້ນ ຍາວ, ໜັກ, ເບົາ, ຫຍາບ, ລະອຽດຮຽກລວງ

ລວງ 2 (ນ.) ນາງເງືອກ, ນາງນາກ ເອີ້ນວ່າ ນາງລວງ

ລວງ 3 (ກ.) ຫຼອກລໍ້, ຍົວະເຍົ້າໃຫ້ເສຍຄົນຕົວະໄປໃນທາງບໍ່ດີ

ລ່ວງ (ກ.) ເລີຍ, ເກີນ, ພົ້ນ

ລາຍ 1 (ນ.) ເສັ້ນແຕ້ມ, ເສັ້ນຂຽນ, ເສັ້ນແຕ້ມ ຫຼື ຄວັດໃຫ້ເປັນຮູບຕ່າງໆ, ທ່າທ່າງ ວາດຊົງ, ສີມື.

ລາຍ 2 (ວ.) ເປັນສັ້ນໆ ສວນສອດໄປມາ.

ລາຍ 3 (ນ.) ຈໍານວນ, ສ່ວນໂຮມ, ຈໍານວນທີ່ຖົວໃສ່ກັນ ເຊັ່ນ ຂາຍສິນຄ້າຂາເຂົ້າລາຍ ລະທໍ່ນັ້ນ.

ລາຍ 4 (ນ.) ນໍ້າທີ່ໄຫຼອອກຈາກປາກ ເປັນນໍ້າຍ້ອຍອາຫານ ເອີ້ນວ່າ ນໍ້າລາຍ.

ລ່ອຍ (ກ.) ອາການເສັ້ນເອັນຕາຍ ຫຼື ອ່ອນໝົດກໍາລັງ, ເມື່ອຍ.

ເລື່ອຍ 1 (ນ.) ເຄື່ອງມືສໍາລັບຕັດ ເຮັດດ້ວຍເຫຼັກກ້າມີຄົມເປັນແຂ້ວໆ.

ເລື່ອຍ 2 (ກ.) ຕັດດ້ວຍເລື່ອຍ ເຊັ່ນ ເລື່ອຍໄມ້, ເລື່ອຍແປ້ນປູເຮືອນ.

ລັດຖະສາດ (ນ.) (ສ) ວິຊາວ່າດ້ວຍການປົກຄອງປະເທດ.

ລັດຖະບານ (ນ.) (ປ.) ອົງການປົກຄອງປະເທດ, ອົງການບໍລິຫານປະເທດ.

ລັດຖະມຸນຕີ (ນ.) (ປ.) ຜູ້ຮັບຜິດຊອບການປົກຄອງປະເທດ: ຜູ້ຮັບຜິດຊອບ ກະຊວງ ຂອງກົງຈັກປົກຄອງຂອງລັດຖະບານ, ຜູ້ເປິກສາການບໍລິຫານປະເທດ.

ລັດທິ (ນ.) (ປ.) ສາສະໜາ ຫຼື ປະເພນີທີ່ນັບຖືສືບຕໍ່ກັນມາ.

ລິດ (ນ.) ຊື່ມາດຕາຜອງຂອງແຫຼວ ຕາມວິທີເມຕຣິກ.

ລົດ 1 (ກ.) ນ້ອຍລົງ, ຕໍ່າລົງ ເຊັ່ນ ລົດລາຄາເຂົ້າ.

ລົດ 2 (ກ.) ຄົ່ນ, ແຂນ ຫຼື ຂາຄົ່ນຍ້ອນລົ້ມ ຫຼື ຕົກກົກໄມ້ ແຕ່ບໍ່ເຖິງຂັ້ນກະດູກຫັກ ເອີ້ອນຂາລົດ ຫຼື ແຂນລົດ ຖ້າເປັນເປັນແອວ ກໍ່ວ່າແອວລົດ.

ລົດ 3 (ກ.) ປົງ, ວາງ, ປົງເຄື່ອງ.

ລົດ 4 (ນ.) ຍານພາຫະນະ ສໍາລັບຂີ່ໄປມາເຊັ່ນ ລົດຖີບ, ລົດໂອໂຕ, ລົດເກ໋ງ.

ລວດ 1 (ນ.) ​ໂລຫະ​ທີ່​ເຮັດ​ເປັນ​ເສັ້ນກົມໆ ​ແລະ ຍາວໆ.

ລວດ 2 (ນ.) ລາຍ​ຕ່າງໆ, ລາຍ​ແຕ້ມ ຫຼື ຄວັດ​ແກະທີ່​ຖື​ວ່າ​ງາມຍ່ອມ​ປະກອບ​ດ້ວຍ​ຄຸນ​ລັກສະນະ 2 ຢ່າງ ຄື ລວມກໍ່​ໃຫ້​ງາມ, ລາຍ​ກໍ່​ໃຫ້​ງາມ.

ລວດ 3 (ວ.) ຄາວ, ​ເມື່ອ, ຍາມ, ​ໄລຍະ ​ເຊັ່ນ ນອນ​ລວດ​ດຽວ, ​ເຮັດ​ລວດ​ດຽວ​, ຕາຍລວດ​ດຽວ.

ລວດ 4 (ກ.) ​ເລີຍ​ໄປ, ​​ລວດ​ໄປ, ​ເລີຍ​ກິນ ​ເອີ້ນ​ລວດ​ກິນ, ​ເລີຍ​ນອນ ​ເອີ້ນ ລວດ​ນອນ.

ລວດລາຍ (ນ.) ທ່າ​ທາງ, ລາຍ​ຕ່າງໆ.

ລັນ (ນ.) ​ເຄື່ອງ​ໃສ່​ເອົາ​ອ່ຽນ ​ເຮັດ​ດ້ວຍ​ບັ້ງ​ໄມ້​ໄຜ່​ ມີ​ງາ​ຢູ່​ທາງ​ປາກ ​ແລະ​ກ່ອນຈະ​ໃສ່ລົງ​ໃນ​ໜອງ ​ເພິ່ນ​ເອົາ​ເຫຍື່ອ​​ໃສ່ເຊັ່ນ ປູ​ຕໍາ​, ຂີ້ກະ​ເດືອນ, ປາຊິວ​​.

ລັ່ນ 1 (ກ.) ​ເຮັດ​ໃຫ້​ດັງ, ດັງ ​ເຊັ່ນ​ຟ້າ​ລັ່ນ, ຍິງ, ​ເຮັດ​ໃຫ້​ຫຼຸດ, ດັ່ງ​ລັ່ນ​ໄກ​ປືນ, ລັ່ນ​ໄກ​ໜ້າ.

ລັ່ນ 2 (ກ.) ​ເວົ້າ, ​ເວົາຮັບ​ຄໍາ ຫຼື ​ໃຫ້​ສັນຍາ​ຢ່າງ​ໃດ​ຢ່າງ​ໜຶ່ງ ກັບ​ຜູ້​ອື່ນ ​ເອີ້ນ​ລັ່ນວາຈາ, ລັ່ນ​ຄວາ​ມ.

ລານ 1 (ນ.) ຊື່​ຕົ້ນ​​ໄມ້​ຊະນິດ​ໜຶ່ງ ຄື​ຕົ້ນຕານ ​ແຕ່​ໃບ​ລານ​ຍາວ​ກວ່າ ຄົນ​ລາວ​ບູຮານ ​ເພິ່ນ​ເອົາ​ມາຕັດ​ແຕ່ງ​ໃຫ້​ພໍດີ​ພໍງາມ ສໍາລັບ​ຂຽນ ຫຼື ຈານ​ໜັງສື​ໃສ່ ​ເອີ້ນ​ວ່າ ໜັງ​ສື​ໃບລານ.

ລານ 2 (ນ.) ຮຽກ​ແຜ່ນ​ເຫຼັກ​ບາງໆ ​ແລະ ຍາວ​ມີ​ລັກສະນະ​ຄື​ໃບ​ລານ ​ແຕ່​ແຂງ ​ເຊິ່ງ ຫັນ​ເຂົ້າ ​ແລະ ຢືດອອກ​ເປັນ​ກໍາລັງ​ຍູ້​ໃຫ້​ຈັກ​ຫັນ ​ເຊັ່ນ​ລານ​ໂມງ.

ລານ 3 (ວ.) ​ເອີ້ນ​ສີ​ເຫຼືອງ ທີ່​ເປັນ​ສີ​ຄື​ດັ່ງ​ສີ​ໃບ​ລານວ່າ ສີ​ລານ.

ລານ 4 (ນ.) ​ເດີ່ນ​ແປນ ​ແລະ ຮາບ​ພຽງ​ດີ, ດິນ​ບ່ອນ​ເສຍ​ຫຍ້າ​ໃຫ້​ແຜນ ​ແລະ ລວາດ ດ້ວຍ​ຂີ້​ຄວາຍ ​ແລ້ວ​ປະ​ໃຫ້​ແຫ້ງ ​ໃຊ້​ສໍາລັບ​ຟາດ​ເຂົ້າ ຫຼື ຕີ​ເຂົ້າ.

ລານ 5 (ນ.) ​ເດີ່ນ​ຫີນ​ລາດ​ທີ່​ມີໜ້າ​ພຽງ​ຮາບ​ງາມ ​ເອີ້ນ​ລານ​ຫີນ ຫຼື ພະ​ລານ​ຫີນ.

ລານ 6 (ນ.) ​ເຄື່ອງ​ໃສ່​ເອົາ​ປາ​ຊະນິດ​ໜຶ່ງ​ສານ​ດ້ວຍ​ໄມ້​ໄຜ່ມີ​ງາ ​ເອົາ​ຂີ້​ຮໍາ​ໃສ່​ແລ້ວ​ຊໍາໄວ້​ໃນ​ນໍ້າ ປາສ້ອຍ ປາຂາວ​ມັກ​ເຂົ້າ​ເທື່ອ​ລະ​ຫຼາຍໆ.

ລ້ານ 1 (ນ.) ຈໍານວນ​ສິບ​ແສນ ຮຽກ​ລ້ານ.

ລ້ານ 2 (ວ.) ​ແປນ, ​ເປັນ​ເດີ່ນ, ລັກສະນະ​ຂອງ​ຫົວ​ທີ່​ຜົມ​ຫຼົ່ນ ຫຼື ຮ່ວງ​ແລ້ວ​ບໍ່​ປົ່ງ​ຂຶ້ນມາ​ອີກ ຮຽກ​ຫົວລ້ານ.

ລ້ານ 3 (ນ.) ຫີນ​ຜາລ້ານ.

ລ້ານຊ້າງ (ນ.) ຊື່​ຂອງ​ປະ​ເທດລາວ​​ໃນ​ສະ​​ໄໝ​ກ່ອນ​ເອີ້ນ​ປະ​ເທດ​ ຫຼື ອານາຈັກລ້ານ​ຊ້າງ.

ລ້ານນາ (ນ.) ຊື່​ເມືອງ​ໃຫຍ່​ເມືອງ​ໜຶ່ງ ​ໃນ​ສະ​​ໄໝ​ບູຮານ ຮຽກ​ລ້ານ​ນາ ອັນ​ເປັນ​ເມືອງ​ທາງ​ພາກ​​ເໜືອຂອງ​ປະເທດໄທໃນປັດຈຸບັນ.

ລິ່ນ (ນ.) ສັດ​ຊະນິດ​ໜຶ່ງ ມີ 4 ຕີນ ​ເກັດ​ແຂງ​.

ລີ້ນໄກ່ (ນ.) ຊີ້ນ​ໃນ​ລໍາ​ຄໍ ທີ່​ຢ່ອນ​ຈາກ​ເພດານ​ອ່ອນ ສໍາລັບ​ອັດ​ປ່ອງ​ຂຶ້ນ​ຮູດັງ ​ເມື່ອ​ເວລາ ກືນ​ອາຫານ.

ລີ້ນຊັກ (ນ.) ສ່ວນ​ຂອງ​ຕູ້ ​ແລະໂຕະ​ທີ່​ດຶງ​ອອກ​ຊຸກ​ເຂົ້າ​ໄດ້  ​ເພື່ອ​ເກັ​ບມ້ຽນ​ເຈ້ຍ​ສໍ ​ແລະ ​ເຄື່ອງ​ຂຽນອັນ​ຈໍາ​ເປັນ.

ລີ້ນບີ່ 1 (ນ.) ສ່ວນ​ຂອງ​ປີ່ ທີ່​ເຮັດ​ໃຫ້​ເກີດ​ສຽງ​ໃນ​ເວລາ​ເປົ່າ, ບ່ອນ​ສຸດ​ກະດູກ​ໜ້າ​ເອິກ ທີ່​​ແຫຼມ​ລົງ​ມາ​ລະຫວ່າງ ດູກ​ຂ້າງ​ທັງ​ສອງ​ຂ້າງ ມາ​ຈຸ​ກັນ.

ລີ້ນປີ່ 2 (ນ.) ສ່ວນ​ປະກອບ​ຂອງ​ປີ່ ​ເຊິ່ງ​ເຮັດ​ໃຫ້​ເກີດ​ສຽງ​ເວລາ​ເປົ່າ ສອດ​ຕິດ​ຢູ່​ກັບ​ເລົາ​ປີ່​ຮຽກ​ລີ້ນ​ປີ່.

ລີ້ນໄມ້ (ນ.) ຊື່​ພັນ​ໄມ້ຊະນິດ​ໜຶ່ງ ໝາກ​ເປັນ​ຝັກ​ເປ ​​ເໝືອນ​ລີ້ນ​ຄົນ ຍາວ​ປະມານ​ໜຶ່ງ​ສອກ ຮຽກ​ໝາກ​ລີ້ນ​ໄມ້.

ລີ້ນໝາ (ນ.) ​ແມງ​ຊະນິດ​ໜຶ່ງ​ຕົວ​ແປ​ງໆ ສີ ​ແລະ ຮູບ​ຄື​ລິ້ນໝາ ມັກ​ຢູ່​ຕາມ​ກາບກ້ວຍ ກໍ​ກ້ວຍ.

ເລັນ 1 (ກ.) ​ເອົາ​ມື​ສອງ​ນີ້ວ​ຫັນ​ເສັ້ນປ່ານ​ໃຫ້​ຫັນ​ແລ້ວ​ຝັ້ນ​ເຂົ້າກັນ​ດ້ວຍ​ມື​ທັງ​ສອງ​ນັ້ນ​ເອງ.

ເລັນ 2 (ນ.) ຊື່​ບົ້ງຊະນິດ​ໜຶ່ງ ຕົວ​ໃຫຍ່ຂຽວ​ອ່ອນ ​ເອີ້ນ​ບົ້ງ​ເລັນ ຫຼື ບົ້ງກະ​ເລັນ.

ແລນ (ນ.) ສັດ​ສີ່​ຕີນ​ຊະນິດ​ໜຶ່ງ ຕົວ​ຄ້າ​ຍຄື​ແຂ້​ແຕ່​ນ້ອຍ ​ແລະ ຢູ່​ຕາມ​ໂຄກ.

ແລ່ນ (ກ.) ​ໄປ​ໄວ, ​ໄປ​ຢ່າງ​ໄວ, ກົງ​ກັບ​ຂ້າມ​ກັບ​ຍ່າງ.

ລົນ (ກ.) ​ເຮັດ​ໃຫ້​ອ່ອນ​ດ້ວຍ​ໄຟ, ​ແປວ​ໄຟ​ລວກ ​ແລະ ​​ໄໝ້​ພໍ​ດໍາໆ ຮຽກ​ລົນ.

ລົ້ນ 1 (ກ.) ຖ້ວມ, ​ເຕັມ, ມາກ,ຫຼາຍ, ຖ້ວມ​ຈົນ​ເຫຼືອ​ອອກ.

ລົ້ນ 2 (ວ.) ຍິ່ງ, ມາກ​, ຫຼາຍ, ​ເຫຼືອ.

ລອນ 1 (ນ.) ສ່ວນ, ຕ່ອນ, ພູດ, ​ເປັນ​ລັກສະນະ​ນາມ ຮຽກ​ຂອງ​ທີ່​ມີ​ລັກສະນະ​ກົມ​ອ່ອນ ຢູ່​ພາຍ​ໃນ ​ແລະ ມີ​ສ່ວນ​ຂັ້ນກາງ ດັ່ງ​ລອນ​ໝາກງິວ, ລອນ​ຝ້າຍ.

ລອນ 2 (ວ.) ລາງ​ເທື່ອ, ອາດ​ເປັນ​ໄດ້ .

ລອນ 3 (ວ.) ບັງ​ເອີນ, ຜະ​ເອີນ, ທະ​ລອນ.

ເລື່ອນ (ກ.) ຍ້າຍ, ຍ້າຍ​ຈາກ​ບ່ອນ​​ເກົ່າ​ໄປ, ຍ້າຍ​ເວລາ​ທີ່​ໄດ້ ​ກໍານົດ​ໄວ້.

ລວນ 1 (ກ.) ບໍ່​ຮູ້ຈັກ​ຕໍ່າ​ຈັກ​ສູງ, ຕີ​ສະ​​ເໝີ, ລ່ວງ​ເກີນ ລວນ​ລາມ​.

ລວນ 2 (ວ.) ລື້​ງ, ​ເຄີຍ, ລ່ວງ, ບໍ່​ຫຼາຍ​ບໍ່​ຈື່.

ລັບ 1 (ວ.) ບັງ, ຢູ່​ໃນ​ບ່ອນ​ບໍ່​ເຫັນ.

ລັບ 2 (ວ.) (ສ) ​ໄດ້ ​ແລ້ວ, ​ໃນ​ວິຊາ​ເລກ​ໝາຍ​ເອົາ​ຜົນ​ຂອງ​ເລກ​ຫານ​ວ່າ ​ເລກ​ລັບ ຫຼື ຜົນ​ລັບ.

ລາບ 1 (ນ.) ຊື່​ອາຫານ​ຢ່າງ​ໜຶ່ງ ​ເຮັດດ້ວຍ​ຊີ້ນ ຫຼື ປາ ຟັກ​ໃຫ້​ແຫຼກ ​ໃສ່​ເຂົ້າຂົ້ວ, ​ເຄື່ອງ,​ ຫອມ​, ປາ​ແດກ, ​ແປ້ງ​ນົວ, ຖ້າ​ໃສ່​ເລືອດເອີ້ນ​ລາບ​ເລືອດ, ລາບ​ປາ​ທີ່​ໃສ່​ເຂົ້າຂົ້ວສີດໍາ​ ​ເອີ້ນ​ລາບ​ແຫຼວ.

ລາບ 2 (ນ.) ຂອງ​ທີ່​ໄດ້ ​ມາ ຫຼື ການ​ໄດ້ ​ມາ​ຢ່າງ​ງາມ ​ໂດຍ​ບໍ່​ໄດ້ ​ຄຶດ​ໄວ້ ວ່າ​ຈະ​ໄດ້ , ການ​ໄດ້ , ກໍາ​ໄລ.

ລິບດາ (ນ.) (ສ) ມາດຕາ​ແທກ​ທາງ​ແຈ​ໄດ້ ​ແກ່ ​ເສດ 1 ​ໃນ 60 ອົງສາ.

ລຶບ 1 (ກ.) ​ເຮັດ​ໃຫ້​ໝົດ​ໄປ ດ້ວຍ​ການ​ເຊັດ ຫຼື ຖູ, ຖ້ວມ, ຫັກ​ອອກ, ຊັກ​ອອກ.

ລຶບ 2 (ກ.) ບັງ, ອັດ, ຕັນ ​ເຊັ່ນ​ບັງຕາ​ເວັນ​ຮຽກ​ວ່າ ລຶບ​ຕາ​ເວັນ.

ລຶບພະສູນ (ນ.) ຊື່​ວັນນະກໍາ ປະ​ເພດ​ກະວີ​ທີ່​ເຄັມ​ຄົມ ​ເລິກ​ເຊິ່ງຂອງ​ລາວ​ເລື່ອງ​ໜຶ່ງ​ວ່າ ສານ​ລຶບພະສູນ.

ລຶບລ້າງ (ກ.) ຍົກ​ເລີກ​ຖິ້ມ, ​ເຮັດ​ໃຫ້​ໝົດ​ສ້ຽງ​ໄປ.

ເລັບ (ນ.) ສິ່ງ​ທີ່​ມີ​ລັກສະນະ​ຂອງ​ເກີດ ​ແລະ ປົ່ງ​ອອກ ຢູ່​ປາຍ​ນິ້ວມື ນິ້ວຕີນ​ຂອງ​ຄົນ ​ແລະ ສັດສໍາລັບ​ປ້ອງ​ກັນ​ປາຍ​ນິ້ວ.

ເລັບແມວ (ນ.) ຊື່​ຕົ້ນ​ໄມ້​ເຄືອ​ແນວ​ໜຶ່ງ ຕາມ​ຕົ້ນ ​ແລະ ງ່າ ມີ​ໜາມ​ງໍຄື​ເລັບ​ແມວ ​ເອີ້ນ ຕົ້ນ​ເລັບ​ແມວ.

ລົບ 1 (ກ.) ​ເຮັດ​ໃຫ້​ເສຍ ຫຼື ຫາຍ​ໄປດ້ວຍ​ອາການ​ເຊັດ ຫຼື ຖູ, ຫັກ​ອອກ, ຕັດ​ອອກ.

ລົບ 2 (ວ.) ທີ່​ເປັນ​ໄປ​ໃນ​ທາງ​ຮ້າຍ, ທາງ​ບໍ່​ດີ ຫຼື ທາງ​ທໍາລາຍ ​ເຊັ່ນ ​ເບິ່ງ​ໃນ​ທາງ​ລົບ, ຕີ​ລາຄາ​ໃນ​ທາງ​ລົບ.

ລົບ 3 (ນ.) ​ເອີນ​ເຄື່ອງ​ໝາກ ​ເຊັ່ນ “ - “ ເຄື່ອງໝາຍ​ລົບ.

ລອບ 1 (ນ.) ຊື່​ເຄື່ອງ​ໃສ່​ເອົາ​ປາ​ຊະນິດ​ໜຶ່ງ​ໃຊ້​ດິ້ວ​ໄມ້​ໄຜ່​ຖັກ​ດ້ວຍ​ເຄືອ​ຊູດ​ຂາວ ຫຼື ຊູດ​ແດງ ​ເປັນຕາ​ຫ່າງໆ ມີ​ງາ​ທີ່​ປາກ ຫຼື ທີ່​ຂ້າງ​ຕັ້ງ​ໄວ້ ຫຼື ນອນ​ໄວ້​ບ່ອນ​ທາງນໍ້າ​ໄຫຼ ​ເອີ້ນ​ລອບ.

ລອບ 2 (ກ.) ຫຼົບໜີ, ຫຼົບ​ໜ້າ ຫຼົບ​ຕາ ​ເພື່ອ​ບໍ່​ໃຫ້​ໃຜ​ຮູ້​ເຫັນ ລອບ​ເບິ່ງ, ຈອບ.

ລວບ (ກ.) ໃຊ້ເຫື່ອແຮງ ຈັບເອົາສິ່ງຕ່າງໆເຂົ້າມາໄວ້ໃຫ້ເປັນມັດ ເຊັ່ນ ມັດຫຍ້າ, ໃຫ້ ເປັນຟ່ອນ ເຊັ່ນ ຟ່ອນເຂົ້າທີ່ກ່ຽວແລ້ວໃຫ້ເປັນກອງ ເຊັ່ນ ກອງຟືນ.

ລ່າມ 1 (ກ.) ຜູກຕິດໄວ້ກັບຫຼັກ ດ້ວຍເຊືອກຍາວປະມານ 5 ຫາ 6 ວາ.

ລ່າມ 2 (ວ.) ຢ່ອນລົງປົກຫຼັງຕີນ, ຢ່ອນລົງຊ່າງຊະ.

ລົມ 1 (ນ.) ຊື່ທາດຊະນິດໜຶ່ງ ໃນທາດທັງ 4 ຄື ດິນ ນໍ້າ ໄຟ ແລະ ລົມ, ທາດທີ່ມີ ອາການພັດໄປພັດມາ ຮູ້ສຶກໄດ້ ດ້ວຍກາຍໃຫ້ຮູ້ວ່າ ເຢັນ ຮຽກລົມ.

ລົມ 2 (ນ.) ຊື່ພະຍາດຊະນິດໜຶ່ງ ເຮັດໃຫ້ວິ່ງວຽນ ຈົນເຖິງຂັ້ນເຮັດໃຫ້ສະຫຼົບ ຮຽກ ເປັນລົມ.

ລົມ 3 (ນ.) ຊື່ສັດຊະນິດໜຶ່ງ ຮູບຮ່າງຄ້າຍຄືລີງຫາງສັ້ນ ມັກອອກຫາກິນໃນເວລາກາງ ຄືນ ຮຽກລີງລົມ ເມື່ອເວລາລົມພັດມັນຈະຫ້ອຍ ແລະ ໂຍນຕົວເຕັ້ນໄຕ່ໄປຕາມລົມ.

ລົ້ມ (ກ.) ຕັ້ງຢູ່​ບໍ່​ໄດ້  ​​ເຊັ່ນ ຄົນ​ລົ້ມ, ​ໄມ້​ລົ້ມ.