ວ. ວ. ພະຍັນຊະນະ ຕົວ​ທີ 23 ​ເປັນ​ພວກ​ອັກສອນ​ຕໍ່າ ​ເປັນ​ໄດ້ ​ທັງ​ພະຍັນຊະນະ ​ແລະ ຕົວ​ສະກົດ​ໃນ​ແມ່​ກາວ.

ວະຈີ (ນ.) ຄໍາ​ເວົ້າ, ຖ້ອຍ​ຄໍາ, ຄໍາ​ກ່າວ.

ວະຈີວິພາກ (ນ.) (ປ.) ການ​ແຈກ​ຄໍາ​ເວົ້າ, ​ເປັນ​ຊື່​ໄວຍາກອນ​ພາກ​ຖ້ວນ​ສອງ ວ່າ​ດ້ວຍ ການ​ແຈກ​ຄໍາ​ເວົ້າ ອອກ​ເປັນ​ຄໍາ​ນາມ ຄໍາ​ກໍາມະ, ຄໍາ​ກິລິຍາ.

ວະລຸນ 1 (ນ.) (ສ.) ພະ​ພິລຸນ, ​ເທວະ​ດາ​ແຫ່ງ​ນໍ້າ, ​ເທວະ​ດາ​ແຫ່ງ​ຝົນ.

ວະລຸນ 2 (ນ.) ຊື່​ຍັກ​ຕົນ​ໜຶ່ງ ​ໃນ​ວັນນະຄະດີ​ລາວ​ເລື່ອງ ສິນ​ໄຊ.

ວະລີ (ນ.) (ປ.) ​ແຖວ, ຮອຍ, ໝວດ, ໝູ່, ລະບຽບ, ຮອຍ​ຫຍໍ້.

ວາ (ກ.) ອາການ​ຄຶງ​ແຂນ​ຢຽດ​ຊື່​ອອກ​ທັງ​ສອງ​ຂ້າງ, ມາດຕາ​ນັບ​ແບບ​ບູຮານ 4 ສອກ ​ເປັນ​ໜຶ່ງ​ວາ.

ວານິດ (ນ.) (ປ.) ພານິດ, ພໍ່ຄ້າ.

ວາລະ 1 (ນ.) (ປ.) ມື້ໜຶ່ງ, ຄັ້ງ, ຄາວ, ​ເວລາ.

ວາລະ 2 (ນ.) ຫາງ, ຂົນ​ສັດດ ຂົນ​ຫາງ​ສັດ.

ວາສະໜາ (ນ.) (ປ.) (ສ.) ບຸນ​ປາລະມີ, ກຸສົນທີ່ເຮັດໃຫ້ໄດ້ ໜັບລາບຍົດ.

ວິກິດ (ວ.) ທີ່​ເປັນ​ສະພາວະ​ອັນຕະລາຍ​ຮ້າຍ​ແຮງ​ຢູ່​ໃນ​ຂັ້ນຫົວລ້ຽວຫົວ​ຕໍ່ ຫຼື ຂັ້ນ​ແຕກ ຫັກ​ທາງ​ການ​ເມືອງ ຫຼື ​ເສດຖະກິດ.

ວິເຄາະ (ກ.) (ສ.) ຮິ່ນຕອງ, ພິຈາລະນາ, ພິ​ເຄາະ, ​ແຍກ​ອອກ​ເປັນ​ສ່ວນໆ.

ວິໄຈ (ນ.) (ປ.) ການ​ຊອກ​ຄົ້ນ, ການ​ສືບສວນ, ການ​ກວດກາ, ການ​ສະ​ສົມ, ການ​ລວບ ລວມ.

ວິຈານ (ກ.) (ປ.) ຮິ່ນຕອງ, ກວດກາ, ສືບສວນ.

ວິຈິດ 1 (ວ.) (ປ.) ງາມ, ປະຫຼາດ, ງາມຢາດ​ຍ້ອຍ.

ວິຈິດ 2 (ກ.) (ສ.) ລວບ​ລວມ, ສັງ​ເກດ, ​ເຫັນ​ແຈ້ງ ຮູ້​ແຈ້ງ.

ວິສະນຸ (ນ.) (ສ.) ພະນາ​ລາຍ.

ວິສະວະກໍາ (ນ.) ຊື່​ເທວະ​ດາ​ຕົນ​ໜຶ່ງ ຜູ້​ຊໍານານ​ໃນ​ການ​ຊ່າງ​ທັງ​ປວງ ວິສະນຸກໍາ, ວິດ​ສະກໍາ, ​ເວດ​ສຸ​ກໍາ, ​ເພັດຊະ​ຫຼຸ​ກໍາ.

ວິສະວະກອນ (ນ.) ຜູ້​ປະກອບ​ການ​ງານ​ວິສະວະກໍາ.

ວິສາຂະ (ນ.) (ປ.) ຊື່​ດາວ​ນັກຂັດຕະລືກ​ທີ່ 16, ຊື່​ເດືອນ​ທີ 6 ຕາມ​ທາງ​ຈັນທະ ຄະຕິ.

ວິສາມັນ (ວ) (ປ.) ບໍ່​ແມ່ນ​ທໍາ​ມະ​ດາ, ຜິດ​ຈາກ​ທໍາ​ມະ​ດາ, ສະ​ເພາະ​ເລື່ອງ ​ເຊັ່ນ ກໍາມະ ການ​ຕັ້ງຂຶ້ນສະ​ເພາະ​ເລື່ອງ.

ວິສາຫະກິດ (ນ.) (ປ.) ການ​ປະກອບ​ກິດຈະການ​ການ​ເຮັດ​ທຸ​ລະ​ກິດ ​ເຊັ່ນ ການ​ຜະຫຼິດ, ການ​ສົ່ງ, ການຈໍາໜ່າຍ.

ວິເສດ 1 (ວ.) (ປ.) ຍອດ​ຍິ່ງ, ຍອດ​ຢ້ຽມ, ດີ​ເລີດ, ລັກສະນະ​ທີ່​ເຮັດ​ໃຫ້​ຫ່າງ​ກັນ.

ວິເສດ 2 (ນ.) (ປ.) ພໍ່ຄົວ​ຫຼວງ.

ວິເສດ 3 (ນ.) (ປ.) ຄໍາ​ທີ່​ແຕ່ງ​ນາມ ​ແລະ ກິລິຍາ​ໃຫ້​ຕ່າງ​ຈາກ​ຄໍາ​ເດີມ ​ເຊັ່ນ ດີ, ຊົ່ວ,​ໄວ,ຊ້າ.

ວິໄສ (ນ.) (ປ.) ຂອບ​ເຂດ, ​ເຂດ, ​ແດນ, ລັກສະນະ​ທີ່​ເປັນ​ຢູ່.

ວິຊາ 1 (ນ.) (ປ.) ຄວາມ​ຮູ້​ທີ່​ໄດ້ ​ດ້ວຍ​ການ​ຮໍ່າຮຽນ ຫຼື ຝຶກ​ຝົນ ​ເຊັ່ນ ວິຊາ​ໜັງສື, ວິ ຊາ​ຊ່າງ​ໄມ້, ວິຊາ​ຊ່າງ​ກໍ່.

ວິຊາ 2 (ນ.) (ປ.) ຄວາມ​ຮູ້​, ຄວາມ​ຮູ້​ແຈ້ງ

ວິຊາການ (ນ.) ວຽກ​ງານ​ທີ່​ກ່ຽວ​ກັບ ວິຊາ​ຄວາມ​ຮູ້​ໂດຍ​ສະ​ເພາະ.

ວີຊາຊີບ (ນ.) ອາຊີບ​ທີ່​ຕ້ອງ​ອາ​ໄສ​ຄວາມຮູ້ຄວາມ​ຊໍານານ.

ວິຖີ (ນ.) (ປ.) ທາງ, ຖະໜົນ, ສາຍ, ​ແນວ, ມັກ​ໃຊ້​ປະກອບ​ກັບ​ຄໍາ​ອື່ນ ​ເຊັ່ນ ວິຖີ​ທາງ, ວິຖີ​ຊີວິດ, ບາດ​ວິຖີ.

ວິຕົກ 1 (ນ.) ຄວາມ​ຕຶກ​ຕອງ, ຄວາມ​ຮ້ອນ​ໃຈ, ຄວາມ​ກັງວົນ​ເປັນ​ທຸກ.

ວິຕົກ 2 (ກ.) ຄຶດ, ຕຶກ​ຕອງ​, ກຶກກອງ.

ວິທະຍາ (ນ.) (ສ.) ຄວາມ​ຮູ້.

ວິທະຍຸ (ນ.) (ສ.) ສາຍຟ້າ, ​ແສງ​ໄຟຟ້າ, ກະ​ແສ​ຄື້ນ ​ແມ່​ເຫຼັກ​ໄຟຟ້າ ຊະນິດ​ທີ່​ເຄື່ອນ ​ໄປ​ຕາມ​ອາກາດ ​ໂດຍ​ບໍ່​ຕ້ອງ​ໃຊ້​ສາຍ ​ແລະ ອາດ​ປ່ຽນ​​ເປັນ​ສຽງ ຫຼື ຮູບ​ໄດ້ .

ວິນາທີ (ນ.) ສ່ວນ​ໜຶ່ງ​ໃນ 60 ນາທີ.

ວິນາດສະກໍາ (ນ.) (ສ.) ການ​ລອບ​ທໍາຮ້າຍ ຫຼື ລ້າງຜານ​ຊັບ​ສິນ ​ໂຮງງານ​ອຸດສາຫະກໍາ.

ວິໄນ (ນ.) (ປ.) ຂໍ້​ປະຕິບັດ, ຂໍ້ບັງຄັບ, ລະບຽບອັນ​ດີ, ສິກຂາ​ຍົດ​ຂອງ​ພິກຂຸ.

ວິໄລ 1 (ວ.) ງາມ, ສະອາດຕາ, ເປັນໜ້າເບິ່ງ.

ວິໄລ 2 (ນ.) ຄວາມຈິບຫາຍ, ຄວາມຍ່ອຍຍັບ, ຄວາມຍ່ອຍຍັບ, ການເຮັດໃຫ້ສະ ຫຼາຍ.

ວິວັດທະນາ (ນ.) (ປ.) ຄວາມຈະລີນ.

ວິວາຫະ (ນ.) (ປ.) ການແຕ່ງດອງ, ການສົມລົດ.

ວິຫານ (ນ) (ປ.) ວັດ, ທີ່ຢູ່ຂອງພະສົງ, ບ່ອນປະດິດສະຖານພະພຸດທະຮູບ.

ວີ 1 (ນ.) ເຄື່ອງພັດໃຫ້ມີລົມ ສານດ້ວຍຕອກໄມ້ໄຜ່ ໃບຕານ ຫຼື ໃບລານ ຫຼື ເຮັດດ້ວຍເຈ້ຍ ເອີ້ນວີ.

ວີ 2 (ກ.) ອາການພັດ ຫຼື ກວັດແກວ່ງໃຫ້ເກີດລົມ.

ວີ 3 (ກ.) ເອົາມີຈັບສິ່ງໃດສິ່ງໜຶ່ງ ຖິ້ມໄປໂດຍແຮວ, ຄວ່າງ, ຖິ້ມໄປໂດຍແຮງ ເຊັ່ນ ຄວ່າງຄ້ອນໃສ່ໝາກມ່ວງ ເອີ້ນວີຄ້ອນໃສ່ໝາກມ່ວງ.

ວີ 4 (ນ.) ຊື່ດາວຈໍາພວກໜຶ່ງ ມີແສງ​ເຫຼື້ອມວັບແວບຖີ່ໆ ເອີນດາວວີ.

ວີ 5 (ກ.) ເອົາໄມ້ກະດ້າມຊວ້ານ ຫຼື ສວ່າຍເຂົ້າໜຶ້ງສຸກແລ້ວ ປີ້ນໄປມາ ເພື່ອໃຫ້ ອາຍເຂົ້າ ຫຼື ຢາງເຂົ້າໝົດ.

ວີລະ (ນ.) (ປ.) ຄວາມພຽນ, ຄວາມກ້າຫານ.

ເວ (ວ.) ບໍ່ທ່ຽງ, ບໍ່ຊື່ ເຊັ່ນ ຫົວເຮືອໄປບໍ່ຊື່ເອີ້ນ ຫົວເຮືອເວ.

ເວທະນາ 1 (ນ.) (ປ.) ຄວາມຮູ້ເມື່ອ, ຄວາມຮູ້ຈັກສຸກ ແລະ ທຸກ ເປັນຂັນໜຶ່ງໃນຂັນ 5 ຄື ຮູບ, ເວທະນາ, ສັນຍາ, ສັງຂານ, ວິນຍານ.

ເວທະນາ 2 (ກ.) ອີ່ດູ, ສົງສານ.

ເວລາ (ນ.) (ປ.) ເວນ, ຄວາມພະຍາບາດອາຄາດກັນ, ຄວາມປອງຮ້າຍຕໍ່ກັນ, ບາບ, ຄາວ, ຮອບ.

ເວລາ 1 (ນ.) (ປ.) ຄາວ, ຄັ້ງ, ສະໄໝ, ເທື່ອ, ຊົ່ວໂມງ, ໂອກາດ, ຍາມ, ວັນ, ເດືອນ, ປີ.

ເວຫົນ (ນ.) (ສ.) ຟ້າ, ທ້ອງຟ້າ, ອາກາດ.

ໂວຫານ (ນ.) (ປ.) ການທໍາໃຫ້ສະອາດ, ຄວາມບໍລິສຸດ.

ໂວຫານ 1 (ນ.) ຖ້ອຍຄໍາ, ຄໍາເວົ້າເກີ​ນເຫດຜົນ.

ໂວຫານ 2 (ນ.) (ປ.) ສໍານວນແຕ່ງໜັງສື ຫຼື ເວົ້າຖ້ອຍຄໍາທີ່ເປັນສໍານວນ ເຊັ່ນ ເຫດ ປະຕິພານໂວຫານ.

ວໍ (ນ.) (ປ.) ປະເສີດ, ດີ.

ວໍ້ (ນ.) ຊື່ພະຍາດແນວໜຶ່ງ ເກີດຈາກໝາທີ່ເປັນພະຍາດແນວນີ້ ເອີ້ນໝາວໍ້, ຄົນທີ່ຖືກໝາກວໍ້ກັດຈະຕ້ອງເປັນວໍ້ ແລະ ຫອນເຫົ່າວໍ້ໆ ຄືໝາ ທີ່ສຸດກໍ່ຕາຍ.

ໄວ 1 (ວ.) ບໍ່ຊ້າ, ທັນທີ, ຮີບ, ຄ່ອງແຄ່ວ, ພະລັນ, ທັນທີທັນໃດ.

ໄວ 2 (ນ.) ອາຍຸ, ໄລຍະເວລາຂອງຊີວິດ, ສ່ຳ ເຊັ່ນ ບ່າວສາວສ່ຳນ້ອຍ ຮຽກໄວໜຸ່ມ.

ໄວ້ 1 (ກ.) ຮັກສາ, ແພງ, ໃຫ້ມີຢູ່, ໃຫ້ປະກົດຢູ່, ເຊື່ອງ ​ເຊັ່ນ ​ເກັບມ້ຽນ​ໄວ້.

ໄວ້ 2 (ວ.) ຄໍາປະກອບທ້າຍກິລິຍາໃຫ້ສົມບູນ ເຊັ່ນ ມ້ຽນໄວ້ ຮັກສາໄວ້ ເອົາໄວ້ ປົກໄວ້, ຖ້າປະກອບໜ້າຄໍານາມ ມີຄວາມໝາຍໄປໃນທໍານອງດຽວກັນ ເຊັ່ນ ໄວ້ໃຈ ໄວ້ຕົວ ໄວ້ທຸກ.

ໄວຍາກອນ (ນ.) (ປ.) ວິຊາກ່ຽວດ້ວຍລະບຽບຂອງພາສາ, ການຈັດຄໍາເວົ້າໃຫ້ເປັນລະບຽບ.

ວອກ 1 (ນ.) ລີງ ບູຮານ​ເອີ້ນ​ວອກ.

ວອກ 2 (ນ.) ຊື່​ປີ​ທີ 9 ​ໃນ​ຮອບ 12 ປີ ມີ​ເຄື່ອງໝາຍ​ເປັນຮູບ​ລີງ ​ເອີ້ນ​ປີວ​ອກ.

ວອກ 3 (ວ.) ​ເປັນ​ຮອບ​ຫຼຸບ​ເຂົ້ານ້ອຍໆ ດັ່ງ​ແກ້ມລີງ ​ເອີ້ນ ​ແກ້ມ​ວອກ, ​ແກ້ມ​ໂວບ.

ວຽກ (ນ.) ການ, ງານ, ກິດ​ທຸລະ, ສິ່ງ​ທີ່​ເຮັດ.

ວັງ 1 (ນ.) ​ເຂດ​ແດນ, ທີ່​ຢູ່​ເຮືອນ​ຢູ່​ຂອງ​ພວກ​ເຊື້ອ​ເຈົ້າກະສັດ ​ເອີ້ນ​ວັງ ຖ້າ​ເປັນ​ເຮືອນ​ຢູ່ ຂອງ​ເຈົ້າ​ແຜ່ນດິນ ​ເອີ້ນ ພະ​ບໍລົມ​ມະຫາ​ລາຊະ​ວັງ.

ວັງ 2 (ນ.) ບ່ອນ​ນໍ້າ​ເລິກ ຫຼື ບໍລິ​ເວນ​ນໍ້າ​ເລິກ ​ເອີນ​ວັງນໍ້າ.

ວັງ 3 (ກ.) ລ້ອມ, ອ້ອມ, ຮັກສາ ​ເຊັ່ນ ​ແວດວັງ ຫຼື ​ແວດ​ລະວັງ.

ວັງ 4 (ວ.) ຄົດ, ​ໂຄ້ງ, ລ້ຽວ ສະຖານ​ທີ່​ທີ່​ຄົດ​ໂຄ້ງ​ໄປມາ ​ເອີ້ນ​ວັງ.

ວາງ (ກ.) ປະ, ປ່ອຍ, ສະຫຼະ, ລະຖິ້ມ, ບໍ່​ຈັບ​ໄວ້, ອາການ​ໄປມາ​ໂດຍ​ແຮງ.

ວົງ 1 (ນ.) ຮູບ​ທີ່​ມີ​ເສົ້ນ​ໂຄ້ງ​ເຂົ້າມາ​ຈຸ​ກັນ ​ເອີ້ນ​ວົງ​ກົມ ຖ້າ​ຮີ ຫຼື​ຍາວ ​ເອີ້ນ​ວົງ​ຍາວ.

ວົງ 2 (ກ.) ອ້ອມ, ລ້ອມ.

ວົງ 3 (ນ.) (ປ.) (ສ.) ​ເຊື້ອ​ແນວ​ແຖວພັນ, ​ເຊື້ອ​ເຜົ່າ​ພົງພັນ​.

ວົງ 4 (ນ.) (ສ.) ​ເບັດ, ກຸ້ງ.

ວົງ 5 (ວ.) (ປ.) (ສ.) ຄົດ, ​ໂຄ້ງ, ລ້ຽວ, ຄົດ​ໂກງ.

ວົງ 6 (ນ.) ອາການ​ທີ່​ຄົນ​ນັ່ງ​ໂຄ້ງ ຫຼື ນັ່ງ​ອ້ອມ​ກັນ​ຢູ່ ​ເອີ້ນ​ວົງ ​ເຊັ່ນ ວົງ​ໄພ້, ວົງ​ຖົ່ວ.

ວົງກົບ (ນ.) ​ໄມ້​ຂອບ​ປະຕູ ຫຼື ປ່ອງຢ້ຽມ ​ເອີ້ນ​ວົງ​ກົບ.

ວົງສາ (ນ.) (ປ.) ​ເຊື້ອ​ແນວ, ສະກຸນ, ຍາດ​ວົງ.

ວຽງ (ນ.) ​ເມືອງ, ​ເມືອງ​ທີ່​ມີ​ກໍາ​​ແພງອ້ອມ, ກໍາ​ແພງ​ເມືອງ.

ວັດ 1 (ນ.) ທີ່​ຢູ່​ຂອງ​ນັກ​ບວດ ທຸກໆ​ສາສະໜາ ​ເອີ້ນ​ວັດ.

ວັດ 2 (ກ.) ຕີກ້ຽວໄປ.

ວັດ 3 (ນ.) (ປ.) ຂໍ້ປະຕິບັດ, ຮີດຄອງທີ່ຕ້ອງເຮັດທຸກວັນ.

ວັດ 4 (ກ.) ​ແທກ, ​ເຊັ່ນ ວັດ​ແທກ.

ວັດ 5 (ນ.) ຊື່​ພະຍາດ​ແນວ​ໜຶ່ງ ​ເກີດ​ຕາມ​ຜິວໜັງ ​ເປັນ​ຕຸ່ມ​ສຸກ​ໃສ ຄື​ໝາກ​ໃສແຕ່​ບໍ່​ເປັນ​ທົ່ວ​ຕົນ​ຕົວ ​ເກີດ​ເປັນ​ທາງ​ຍາວ​ໄປ​ເກືອບ​ຮອບ​ໂຕ​ເອີ້ນ ວັດ, ​ໂລກ​ວັດ.

ວັດຖຸ (ນ.) (ປ.) ​ເຂົ້າຂອງ, ຂໍ້ຄວາມ, ​ເລື່ອງ.

ວັນທະນະ (ນ.) (ປ.) ການ​ໄຫວ້.

ວັດທະນາ (ນ.) (ປ.) ຄວາມ​ຈະ​ເລີ​ນ, ຄວາມ​ງອກ​ງາມ.

ວາດ 1 (ນ.) ທ່າ​ທາງ, ຊົງ, ກິລິຍາ, ​ແບບຢ່າງ.

ວາດ 2 (ກ.) ພາຍ​​ເຮືອຄວັດ​ນໍ້າ​ເຂົ້າມາ​ຫາ​ຜູ້​ພາຍ​ເອງ​ເພື່ອ​ໃຫ້​ເຮືອ​ເວ​ອອກເອີ້ນວາດ​ເຮືອ.

ວາດ 3 (ກ.) (ປ.) ເວົ້າ.

ວາດ 4 (ນ.) (ປ.) ຄວາມ​ເວົ້າ.

ວາດ 5 (ກ.) ​ແຕ້ມ​ລິງ​ລາຍ ຫຼື ຂຽນ​ຮູບ​ເອີ້ນ​ວາດ​ຮູບ.

ວິດ (ນ.) (ປ.) ບ່ອນ​ຖ່າຍ​ອຸດຈາລະ, ຖານ, ບ່ອນ​ຂີ້, ສ້ວມ​ຖ່າຍ.

ເວດ (ນ.) (ປ.) ມົນ, ຄາຖາ.

ເວດ 1 (ນ.) (ປ.) ໝໍ​ຮັກສາ​ໂລກ, ໝໍ​ປົວ​ພະຍາດ.

ວັນ 1 (ນ.) ​ໄລຍະ​ເວລາ 12 ຊົ່ວ​ໂມງ ຕັ້ງ​ແຕ່​ແຈ້ງຮອດຄໍ່າ, ​ເວລາ​ທີ່​ຍັງ​ເຫັນຕາ​ເວັນ​ຢູ່, ​ເວລາ​ຍັງ​ຄໍ່າ, ຕາ​ເວັນ, ພະ​ອາທິດ.

ວັນ 2 (ນ.) ປ່າ​ໄມ້, ດົງ.

ວັນ 3. ​ແມງ​ຈໍາພວກ​ໜຶ່ງ ມັກ​ຕອມ​ຂອງ​ບູດ​ເນົ່າ ​ເອີ້ນ ​ແມງວັນ.

ວັນ 4 (ນ.) (ປ.) ບາດ, ຝີ.

ວັນ 5 (ນ.) ມາ​ຈາກ​ວັນນະ ​ແປ​ວ່າ ສີ, ຜິວ, ​ແນວ, ຢ່າງ, ​ເພດ, ໜັງສື.

ວັນ 6 (ນ.) ຊື່​ຂອງ​ວັນ​ທັງ 7 ຄື ວັນທິດ ວັນ​ຈັນ ວັນ​ອັງຄານ ວັນ​ພຸດ ວັນ​ປະ​ຫັດ ວັນສຸກ ວັນ​ເສົາ.

ວັນນະ (ນ.) (ປ.) ສີ, ຜິວ, ຢ່າງ, ໜັງສື.

ວັນສິນນ້ອຍ (ນ.) ວັນ​ຂຶ້ນ 7 ຄໍ່າ 14 ຄໍ່າ ວັນ​ແຮມ 7 ຄໍ່າ 14 ຄໍ່າ ຂອງ​ເດືອນ​ເຕັມ ຫຼື ວັນ​ແຮມ 14 ຄໍ່າ ຂອງ​ເດືອນ​ຂາດ ທັງ 4 ວັນ​ນີ້ ບູຮານ​ຖື​ວ່າ ວັນ​ສິນ​ນ້ອຍ ເຂົາເຈົ້າຈະ​ຕ້ອງ​ປ່ອຍ​ງົວ​ຄວາຍ​ໃຫ້​ໄປ​ຫາ​ກິນ​ຕາມ​ສະບາຍບໍ່​ທໍາ​ໄຮ່​ໄຖ​ນາ

ວັນສິນໃຫຍ່ (ນ.) ວັນ​ຂຶ້ນ 8 ຄໍ່າ 15 ຄໍ່າ ວັນ​ແຮມ 8 ຄໍ່າ 15 ຄໍ່າ ຂອງ​ເດືອນ​ເຕັມ ຫຼື ວັນ​ແຮມ 14 ຄໍ່າ ຂອງ​ເດືອນ​ຂາດ ຊາວ​ພຸດຈະ​ພາກັນ​ເລີກ​ວຽກງານ​ຂອງ​ຕົນມາ​ທໍາບຸນ​ໃຫ້​ທານ ຮັກສາ​ສິນ ພາ​ວະ​ນາ ​ເພື່ອ​ເປັນ​ບຸນ​ກຸ ສົນ.

ວັນນະຄະດີ (ນ.) ໜັງສື​ທີ່​ໄດ້ ​ຮັບ​ຄວາມ​ຍົກ​ຍ້ອງ​ວ່າ​ດີ, ທາງ​ຂອງ​ໜັງສື, ​ເລື່ອງ​ຂອງໜັງສື.

ວັນນະຍຸດ (ນ.) ອັກສອນ​ສໍາລັບ​ບອກສຽງສູງ​ຕໍ່າ ​ໃນ​ພາສາ​ລາວ​ມີ 4 ຮູບ ຄື ​ໄມ້​ເອກ ຮູບ ( x ) ​ໄມ້​ໂທ ຮູບ ( x ) ​ໄມ້ຕີ ຮູບ ( x ) ​ໄມ້ຈັດຕະວາ ຮູບ ( x ).

ວັນນະໂລກ (ນ.) (ປ.) ຝີ​ໃນ​ທ້ອງ, ພະຍາດ​ເກີດ​ໃນ​ປອດ ພາ​ໃຫ້​ຈ່ອຍ​ຜອມ ​ແລະ ​ໄອ.

ວັນເພັງ (ນ.) ວັນ​ພະຈັນ​ເຕັມ​ແວງ ​ເອີ້ນ​ວັນ​ເພັງ​ເດືອນ​ໜຶ່ງ ​ມີ​ໜຶ່ງ​ວັນ ຄື​ວັນ​ຂຶ້ນ 15 ຄໍ່າ.

ວັນແຮມ (ນ.) ວັນທີ່ພະຈັນເລີ່ມອັບແສງໄປໂດຍລໍາດັບ ນັບຕັ້ງແຕ່ ແຮມ 1 ຄ່ຳເຖິງ ແຮມ 15 ຄ່ຳ ເອີ້ນ ວັນແຮມ.

ວານ 1 (ນ.) ວັນກ່ອນ ຈາກວັນນີ້ຄືນໄປວັນໜຶ່ງ ເອີ້ນວານ.

ວານ 2 (ກ.) ເວົ້າຂໍໃຫ້ຊ່ວຍ ເຊັ່ນ ວານໄປດໍານາຊ່ວຍ, ວານໄປກ່ຽວເຂົ້າຊ່ວຍ.

ວິນ (ກ.) ຫັນ, ປິ່ນ,ອາການທີ່ຮູ້ເມື່ອ ຢູ່ໃນຫົວເຮັດໃຫ້ຕາລາຍ.

ວຸ່ນວາຍ (ກ.) ເກີດຄວາມບໍ່ສະຫງົບ,ໂກລາຫົນ, ເກີດສັບສົນຫຍຸ້ງຍາກ.

ວຸ້ນ (ນ.) ຂອງຫວານແນວໜຶ່ງ ສີໄສໃຊ້ ເປັນອາຫານ.

ເວັນ (ນ.) ເວລາແຕ່ເຊົ້າເຖິງຄ່ຳ, ເວລາຍັງເຫັນພະອາທິດຢູ່, ພະອາທິດ.

ເວນ 1 (ກ.) ​ເຄນ, ມອບ​ໃຫ້, ​​ເອົາໃຫ້.

ເວນ 2 (ນ.) (ປ.) ຄວາມ​ພະຍາບາດ​ກັນ, ຄວາມ​ປອງ​ຮ້າຍ​ຕໍ່​ກັນ, ບາບ, ຄາວ, ຮອບ.

ເວນ 3 (ນ.) (ປ.) ຄາວ, ຮອບ, ​ເວລາ ການ​ຜັດປ່ຽນ​ກັນ​ເຮັດ​ວຽກ ​ເອີ້ນ ​ເວນ ​ເຊັ່ນ​ ປ່ຽນ​​ເວນ ​ເຂົ້າ​ເວນ ອອກ​ເວນ.

ແວ່ນ 1 (ນ.) ​ເຄື່ອງ​ສ່ອງ​ເບິ່ງ​ຕົນ​ເອງ​ເຮັດ​ດ້ວຍ​ແກ້ວ​ສີຂາວ ທາງ​ຫຼັງ​ທາ​ບາ​.

ແວ່ນ 2 (ນ.) ຊື່ຜັກແນວໜຶ່ງ ເກີດຢູ່ຕາມນໍ້າໃນນາ ຫຼື ນໍ້າໜອງ ໃບນ້ອຍມົນ ເຄືອນ້ອຍ ເອີ້ນຜັກແວ່ນ.

ວອນ 1 (ນ.) ​ແສງ​ຂອງ​ແດດ​ກ້າ ທີ່​ເປັນ​ແສງ​ຍັບໆ ​ເອີ້ນ​ວອນ​ແດດ ຫຼື ​ແດດ​ວອນ.

ວອນ 2 (ກ.) ​ໄຫວ້ວອນ, ຮ້ອງ​ຂໍ​ໃຫ້​ເຮັດ​ຕາມ​ປະສົງ.

ວອນ 3 (ກ.) ກະສັນ.

ວຽນ (ກ.) ວົນ​ໄປມາ, ຫັນ​ອ້ອມ.