ຫ. ຫ. ພະຍັນຊະນະ ຕົວ​ທີ 24 ​ເປັນ​ພວກ​ອັກສອນ​ສູງ ​ໃຊ້​ເປັນ​ຕົວ​ສະກົດ​ບໍ່​ໄດ້ ​ແຕ່ ຫ ​ໃຊ້​ປະສົມ​ອັກສອນ​ຕໍ່າ 6 ຕົວ ຄື: ງ ຍ ນ ມ ລ ວ ​ເຮັດ​ໃຫ້​ມີ​ສຽງ​ສູງ ​ແລະ ບໍ່​ອອກສຽງ ຕົວ ຫ ​ເຊັ່ນ ຫງ ຫຍ ໝ (ຫມ) ໜ (ຫນ) ຫຼ (ຫລ) ຫວ.

ຫະນຸມານ (ນ.) ຊື່​ພະຍາ​ລີງ​ຈໍາພວກ​ໜຶ່ງ ​ເຊິ່ງ​ເປັນ​ທະຫານ​ເອກ​​ໃນ​ວັນນະ​ຄະດີ​ລາວ​ເລື່ອງ ພະ​ລັກພະ​ລາມ.

ຫາ (ກ.) ຊອກ, ສືບ, ຄົ້ນ, ສະ​ແຫວ​ງ, ພະຍາຍາມ​ໃຫ້​ພໍ້, ​ເຫັນ, ຢາມ ​ເຊັ່ນ ​ໄປຫາ​, ມາຫາ​. ຍັກ​ຍອກ​ເອົາ​ສ່ວນ​ທີ່​ເຫຼືອ ​ເອີ້ນ​ຫາ​ເສດ ຫາ​ເຫຼືອ, ຄອຍ​ຈັບ​ຜິດ​ຜູ້​ອື່ນ ​ເອີ້ນ​ຫາ​ເຫດ.

ຫ່າ (ນ.) ​ເທື່ອ, ຄັ້ງ, ຈໍານວນ​ຝົນຕົກ ​ເທື່ອ​ໜຶ່ງໆ.

ຫິນະຍານ (ນ.) ຊື່​ນິກາຍ​ໜຶ່ງໃນ​ພຸດທະ​ສາສະໜາ ​ເອີ້ນ ນິກາຍ​ຫິນະ​ຍານ​, ​​ເຊິ່ງມີຢູ່​ໃນປະ​ເທດ ​ສີລັງກາ, ​ໄທ, ມຽນມ້າ, ລາວ, ກໍາປູ​ເຈຍ.

ຫິມະ (ນ.) (ປ) ນໍ້າໝອກກ້າມ​ເປັນ​ກ້ອນ.

ຫູ (ນ.) ອະ​ໄວ​ຍະ​ວະຂອງ​ຄົນ ​ແລະ ສັດ ສໍາລັບ​ຟັງສຽງ, ສ່ວນ​ສິ່ງ​ຂອງ​ທີ່​ເຮັດ​ໄວ້ສໍາລັບ​ຫິ້ວ​ເຊັ່ນ ຫູໝໍ້, ຫູກະຕ່າ.

ຫູກະຕ່າຍ (ນ.) ຜ້າ​ຜູກ​ຄໍ ຮູບຄື​ຫູກະຕ່າຍ.

ຫູກວາງ (ນ.) ຊື່​ຕົນ​ໄມ້​ແນວ​ໜຶ່ງ ​ໃບ​ໃຫຍ່ຄື​ຫູກວາງ, ​ໃບ​ໃຊ້​ເຮັດ​ຢາ​ໄດ້, ​ເອີນ​ຕົນຫູກວາງ.

ຫູເສືອ (ນ.) ຊື່​ຜັກ​ແນວ​ໜຶ່ງ ​ໃບ​ຄື​ຫູສືອ ​ເປັນ​ຂົນ ​ແລະ ຜ່ອຍ ມີ​ກິ່ນ​ຂິວ ​ຄົນ​ປູກ​ໃຊ້​ກິນ​ໄດ້ ​ແລະ ​ເອົາ​ໄວ້ເຮັດຢາ​ເຢັນ.

ຫູຊ້າງ 1 (ນ.) ຊື່​ເຂົ້າໜົມ​ແນວ​ໜຶ່ງ ​ເຮັດ​ເປັນ​ແຜ່ນ​ໃຫຍ່​ບາງໆ ຂາງ​ໄຟ​ແຫ້ງ​ແລ້ວ​ກິນ.

ຫູຊ້າງ 2 (ນ.) ຊື່​ໄມ້​ເຄືອ​ແນວ​ໜຶ່ງ ​ໃບ​ມົນ​ຄື​ຫູຊ້າງ ​ເອີ້ນ​ເຄືອ​ຫູຊ້າງ.

ຫູໜວກ (ນ.) ຫູທີ່ເສຍ ຄືຮັບສຽງບໍ່ໄດ້ ຫຼື ບໍ່ໄດ້ຍິນສຽງ.

ຫູໜູ (ນ.) ຊື່ເຫັດແນວໜຶ່ງ ເກີດຕາມຂອນໄມ້ຊຸ່ມ ສີມຸ່ຍ ແລະ ອ່ອນ ເປັນໜັງຄືຫູໜູ ເອີ້ນເຫັດຫູໜູ.

ແຫ (ນ.) ເຄື່ອງຫາປາແນວໜຶ່ງ ໃຊ້ຫວ່ານລົງນໍ້າເພື່ອເອົາປາ ສານດ້ວຍປໍ, ປ່ານ ຫຼື ຝ້າຍ.

ໂຫ່ 1 (ກ.) ຮ້ອງໃຫ້ສຽງດັງຂຶ້ນພ້ອມກັນ, ພ້ອມກັນຮ້ອງ ແລະ ໄລ່ ເຊັ່ນໂຫ່ເນື້ອ.

ໂຫ່ 1 (ວ.) ສຽງຄົນຈໍານວນຫຼາຍ ໂຫ່ຮ້ອງໄປ.

ໂຫ່ 2 (ກ.) ໄປລ່າສັດ, ໄປລ່າສັດປ່າ ເຊັ່ນ ກວາງ, ຟານ.

ໂຫ່ 3 (ກ.) ແລ່ນໂຮມກັນໄປມາ, ໂຮມກັນໄປມາຢູ່ບ່ອນດຽວ, ທ້ອນກັນຢູ່ບ່ອນດຽວ.

ເຫາະ (ກ.) ໄປໃນອາກາດ, ລອຍໄປໃນອາກາດດ້ວຍກໍາລັງ ໂດຍບໍ່ໃຊ້ປີກກວັກ.

ຫໍ (ນ.) ເຮືອນມີຫຼັງຄາເປັນຍອດ, ເຮືອນຢູ່ຂອງເຈົ້ານາຍ, ເຮືອນທີ່ໃຊ້ຈໍາເພາະກິດ ຢ່າງໃດຢ່າງໜຶ່ງ ​ເຊັ່ນ ຫໍສົງ, ຫໍລະຄັງ, ຫໍກອງ.

ຫໍ່ 1 (ກ.) ພັບ ຫຼື ຫຸ້ມສິ່ງຂອງ ດ້ວຍໃບໄມ້ດ້ວຍຜ້າ ດ້ວຍເຈ້ຍ ເຊັ່ນ ຫໍ່ຂົ້າໜົມ ຫໍ່ ເຂົ້າຕົ້ມ ຫໍ່ສົ້ມ ຫໍ່ເກືອ.

ຫໍ່ (2). ລັກສະນະນາມ ໃຊ້ຮຽກສິ່ງທີ່ຫຸ້ມດ້ວຍໃບໄມ້ ​ເຊັ່ນ ໜຶ່ງຫໍ່, ສອງຫໍ່.

ຫໍ້ 1 (ນ.) ຊື່ຄົນຊາດຈີນເຜົ່າໜຶ່ງ ຢູ່ໃນແຂວງຢູນານ ຕໍ່ແດນປະເທດລາວ.

ຫໍ້ 2 (ນ.) ຊື່ມັນນວນໜຶ່ງ ເອີ້ນມັນຫໍ້.

ຫໍ້ 3 (ນ.) ຮອຍເລືອດແຂ້ນແລະຊ້ຳຢູ່ໃນຮ່າງກາຍເພາະຖືກຄ້ອນຕີ ເອີ້ນເລືອດຫໍ້ ຫຼື ຫໍ້ເລືອດ.

ຫໍ້ 4 (ກ.) ແລ່ນເຕັມຢຽດ, ແລ່ນຢ່າງໄວທີ່ສຸດ ເຊັ່ນ ມ້າຫໍ້.

ຫໍ້ 5 (ນ.) ຊື່ເຂັມແນວໜຶ່ງ ເອີ້ນເຂັມຫໍ້.

ຫໍຄອຍ (ນ.) ເຮືອນສູງປຸກໄວ້ສໍາລັບເບິ່ງເຫດການຕ່າງໆໃນທີ່ໄກ ເຊັ່ນ ມີຂ້າເສີກມາລົບກວນ ຈະໄດ້ເຫັນແຕ່ໄກ ແລ້ວຕຽມປ້ອງກັນໃຫ້ທັນເວລາ.

ຫໍສະໝຸດ (ນ.) ອາຄານທີ່ມີລະບົບຈັດເກັບຮິບໂຮມຮັກສາປຶ້ມປະເພດຕ່າງໆ ເຊິ່ງອາດລວມ ທັງຕົ້ນສະບັບລາຍມືຂຽນ​ໄມໂກຣຟິມ ເພື່ອໃຊ້ເປັນບ່ອນຄົ້ນຄວ້າ ຫາຄວາມຮູ້.

ຫໍພັກ (ນ.) ເຮືອນ ຫຼື ອາຄານອັນເປັນບ່ອນທີ່ພັກພາອາໄສຂອງນັກຮຽນ ນັກສຶກສາ.

ເຫີ່ (ວ.) ນິຍົມນໍາຫຼາຍ, ຫຼົງໄຫຼນໍາ.

ເຫ້ຍ (ນ.) ສັດສີ່ຕີນແນວໜຶ່ງ ໂຕຄືແລນ ແຕ່ໃຫຍ່ກວ່າແລນ ແລະ ນ້ອຍກວ່າແຂ້ຢູ່ນໍ້າ ແລະ ບົກກໍໄດ້.

ເຫື່ອ (ນ.) ນໍ້າທີ່ໄຫຼຊຶມອອກຕາມຜິວໜັງເມື່ອຖືກຄວາມຮ້ອນ ເອີ້ນເຫື່ອ.

ຫົວ 1 (ກ.) ສະແດງອາການຢາກຫົວ ແລ້ວປ່ອຍສຽງອອກມາ.

ຫົວ 2 (ນ.) ສ່ວນຂອງຮ່າງກາຍ ​ເໜືອຄໍຂຶ້ນໄປເອີນຫົວ ເຊົ່ນ ຫົວງົວ, ຫົວຄວາຍ, ຫົວຄົນ

ຫົວຂໍ້ (ນ.) ກົກເລື່ອງ, ສ່ວນສໍາຄັນຂອງເລື່ອງທີ່ແຍກອອກເປັນສ່ວນໆ ແລະ ວາງ ຫຼື ຂຽນໄວ້ເບື້ອງຕົ້ນເລື່ອງນັ້ນໆ.

ຫົວຂໍ້ 1 (ນ.) ຕົ້ນເລື່ອງ ຫຼື ໃຈຄວາມສໍາຄັນ ເອີ້ນຫົວຂໍ້

ຫົວໃຈ (ນ.) ອະໄວຍະວະພາຍໃນ ສໍາລັບສູບສີດເລືອດໄປລ້ຽງຮ່າງກາຍ. ສິ່ງທີ່ມີໜ້າທີ່ຮູ້ສຶກ ແລະ ລະນຶກໄດ້, ສ່ວນສໍາຄັນ ຫຼື ໃຈກາງແຫ່ງສິ່ງຕ່າງໆ, ອັກສອນຫຍໍ້ຂອງຂໍ້ຄວາມຕ່າງໆ.

ຫົວທຽນ (ນ.) ສ່ວນ​ປະກອບ​ຂອງ​ເຄື່ອງ​ຍົນ​ເຮັດ​ໃຫ້​ເກີດ​ແສງ​ໄຟຟ້າ ​ເອີ້ນ​ຫົວທຽນ.

ຫົວນົມ (ນ.) ຂອງ​ເຮັດ​ດ້ວຍ​ຢ່າງ ມີຮູບຄ້າຍຫົວນົມ ຫຼື ຫົວ​ຂອງ​ນົມ ສໍາລັບ​ໃຫ້​ລູກນ້ອຍ​ດູດ​ກິນ.

ຫົວພັນ 1 (ນ.) ຕໍາ​ແໜ່​ງນາຍ​ທະຫານ​ບູຮານ​ທໍ່​ກັບ​ນາຍ​ພັນ, ຜູ້​ຊ່ວຍ​ກອງ​ເສນາ​ຫຼວງ​ໃນ​ສະ​​ໄໝບູຮານ.

ຫົວພັນ 2 (ນ.) ຈໍານວນ​ເລກ​ທີ່​ມີ​ແຕ່ 4 ​ໂຕ ​ເຊັ່ນ 1000 ​ເອີ້ນ​ຫົວພັນ.

ຫົວພັນ 3 (ນ.) ຊື່​ແຂວງ​ໜຶ່ງ​ ຢູ່​ທາງ​ພາກ​​ເໜືອ​ຂອງ​ລາວ ​ເອີ້ນ​ແຂວງ​ຫົວພັນ.

ຫົວເມືອງ (ນ.) ​ເມືອງ​ອື່ນ ນອກຈາກ​ເມືອງ​ຫຼວງ, ​ເມືອງ​ໃຫຍ່ ທີ່​ມີ​ເມືອງ​ນ້ອຍ​ຂຶ້ນນໍາ.

ຫົວລ້ຽວຫົວຕໍ່ 1 (ວ.) ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຫຍຸ້ງຍາກ​ສັບສົນ ທີ່​ມີ​ແຕ່​ອັນຕະລາຍ.

ຫົວລ້ຽວຫົວຕໍ່ 2 (ນ.) ​ເຫດການ​ສໍາຄັນ​ທີ່ຢູ່​​ໃນ​ໄລຍະ​ຕໍ່​ກັນ ຖື​ວ່າ​ເປັນ​ຫວ່າງ​ສໍາຄັນ.

ຫົວໜ່ວຍ (ນ.) ຈໍານວນ​ເລກ ທີ່​ມີ​ແຕ່​ໜຶ່ງ​ໂຕ ​ເຊັ່ນ 1, 2, 3, 4.

ໃຫ້ (ກ) ເປັນ​ຄໍາຊ່ວຍ​ກິລິຍາ ບອກ​ຄວາມ​ບັງຄັບ ​ເຊັ່ນ ​ໃຫ້​ເຮັດ​, ໃຫ້​ກິນ, ​ໃຫ້ດື່ມ.

ໃຫ້ 1 (ກ) ມອບ​ອໍານາດ​ໃຫ້​ປົກຄອງ, ​ສະຫຼະ​ຄວາມສຸກ​ສ່ວນ​ຕົນໃຫ້​ແກ່​ຜູ້​ອື່ນ​ເອີ້ນ ສະຫຼະໃຫ້, ຍິນ​ຍອມ​ໃຫ້​ທໍາ​ໃນ​ສິ່ງ​ທີ່​ຄວນ​ທໍາ ​ເອີ້ນ​ອະນຸຍາດ​ໃຫ້.

ໄຫ 1 (ນ.) ພາຊະນະ​​ເຮັດ​ດ້ວຍດິນ​ເຜົາມີ​ຮູບ​ກົມ​ສູງ ກົ້ນຮອມ​ສໍາລັບ​ໃສ່​ນໍ້າ ຫຼື ​ໃສ່​ສິ່ງ​ຂອງ ຕ່າງໆ​ຕາມ​ແຕ່​ຈະ​ໃຊ້ ຖ້າ​ໃສ່​ປາ​ແດກ ​ເອີ້ນ​ໄຫປາ​ແດກ, ​ໃສ່ນໍ້າ​ເອີ້ນ​ໄຫ​ນໍ້າ.

ໄຫ 2 (ນ.) (ປ.) (ສ.) ​ໄລ່ມ້າ ​ໄຫໆ

ໄຫ້ (ກ.) ​ໄຫ້​ຢ້ອນ​ຄວາມ​ຄິດ​ຮອດ, ​ໄຫ້​ດ້ອຍ​ຄວາມ​ດີ​ໃຈ, ​ໄຫ້​ຍ້ອນ​ຄວາມ​ເຈັບ​ປວດ

ເຫົ່າ 1. (ກ.) ອາການຂອງໝາ ເຮັດສຽງໃຫ້ດັງຢ່າງໜຶ່ງ ເມື່ອເຫັນຄົນ ຫຼື ສັດ ເພື່ອໃຫ້ ເຈົ້າຂອງໄດ້ຍິນ.

ເຫົ່າ 2 (ນ.) ງູມີພິດຮາຍຈໍານວນນຶ່ງ ມີຫຼາຍ​ແນວ ເຊັ່ນ ເຫົ່າຄໍຄຳ, ເຫົ່າປອກເຫົ່າຫ້ອມ, ເຫົ່າຟານ, ເຫົ່າຈອງ, ເຫົ່າໝໍ້, ເຫົ່ານໍ້າ.

ເຫົາ (ນ.) ສັດນ້ອຍໆແນວໜຶ່ງ ອາໄສຢູ່ຕາມຫົວຄົນ ຫຼື ຕາມຕົນໂຕຂອງສັດ ມີງົວ ຄວາຍ ໝາ ແມວ ແລະ ກິນເລືອດເປັນອາຫານ ເອີ້ນເຫົາ.

ຫັກ (ກ.) ພັບງໍເຂົ້າ ຫຼື ເຮັດໃຫ້ພັບໃຫ້ງໍ ເພື່ອໃຫ້ຂາດ ຫຼື ຫຼຸດອອກຈາກກັນ, ທົບ ຕ່າວ ຫຼື ທົບຫຼົບໄປຫຼົບມາ ເພື່ອໃຫ້ຂາດ ເຊັ່ນ ຫັກຂາກົບ ຫັກຂາຂຽດ.

ຫູກ (ນ.) ເຄື່ອງຕ່ຳແຜ່ນແພ ທັງຟືມ ແລະ ເສັ້ນ​ໄໝ ຫຼື ເສັ້ນຝ້າຍ.

ຫອກ (ນ.) ເຄື່ອງມືຢ່າງໜຶ່ງເຮັດດ້ວຍ​ເຫຼັກປາຍ​ແຫຼມ ໃສ່ດ້າມຍາວໃຊ້ສໍາລັບແທງ ເອີ້ນ ຫອກໂຈກ, ຫອກຍອຍ.

ຫາງ 1 (ນ.) ສ່ວນສຸດແຫ່ງລໍາຄີງຂອງສັດຕໍ່ຈາກກົ້ນໄປ ເຊັ່ນ ຫາງໜູ ຫາງໝາ ຫາງງົວ ຫາງຄວາຍ

ຫາງ 2 (ນ.) ຂົນແຫ່ງສັດຈໍາພວກນົກທີ່ຢູ່ສ່ວນກົ້ນ ເອີ້ນຫາງ, ສ່ວນຍາວທີ່ຕໍ່ຈາກລໍາຄີງອອກໄປ ເອີ້ນຫາງ ເຊັ່ນ ຫາງບັ້ງໄຟ, ຫາງຕົວໜັງສື, ຫາງ​ຕາ.

ຫາງ ​3 (ນ.) ສ່ວນຍາວທີ່ຕໍ່ຈາກລໍາຄີງອອກໄປ ເອີ້ນຫາງ ເຊັ່ນ ຫາງບັ້ງໄຟ, ຫາງຕົວໜັງສື, ຫາງ​ຕາ.

ຫາງ 4 (ນ.) ຊື່ຂອງຢ່າງໜຶ່ງ ສີແດງ ເປັນຝຸ່ນ ຫຼື ເປັນກ້ອນ ໃຊ້ເຮັດຢາ ຫຼື ທາ ສິ່ງຂອງເອີ້ນນໍ້າຫາງ.

ຫ້າງ 1. ຮ້ານໄມ້ເຮັດຢູ່ຕົ້ນໄມ້ສູງໆ ສໍາລັບຜົກຢູ່ຖ້າຍິງສັດ ຫຼື ຂຶ້ນພັນຕົ້ນໄມ້.

ຫ້າງ 2 (ກ.) ຕັ້ງທ່າ, ຕົກແຕ່ງໄວ້ຖ້າ, ເອົາເຄື່ອງມືແນວມີໄລ ຫຼື ໄກລັ່ນຕັ້ງ ຫຼື ໃສ່ ໄວ້ຖ້າເອົາສັດ ເຊັ່ນ ຫ້າງໜ້າ ຫ້າງແຮ້ວ ຫ້າງຈັ່ນ.

ຫ້າງ 3 (ນ.) ຕຶກຂາຍຂອງມີເສື້ອຜ້າເອີ້ນຫ້າງ ຖ້າຂາຍຂອງທຸກຊະນິດ ເອີ້ນ ຫ້າງສັນພະສິນຄ້າ, ຮ້ານສັບພະສິນຄ້າ.

ຫ້າງ 4 (ກ.) ນັ່ງເອົາຂາຂັດກັນ ເອີ້ນນັ່ງໄຂວ່ຫ້າງ ນອນເອົາຂາຂັດກັນ ເອີ້ນນອນໄຂວ່ ຫ້າງ.

ຫິ່ງ (ນ.) ຊື່ເຄື່ອງແຂວນ ຫຼື ຊັ່ນໃຫ້ມີສຽງດັງເຮັດດ້ວຍທອງເຫຼືອງ ເຮັດເປັນຮູບກົມ ກົມຂ້າງໃນກວ້າງ ມີລູກກິ້ງຢູ່ທາງໃນ ເອີ້ນໝາກຫິ່ງ.

ຫິ່ງຫ້ອຍ (ນ.) ແມງແນວໜຶ່ງ ມີແສງຮຸ່ງຢູ່ກົ້ນໃນເວລາບິນຍາມກາງຄືນ.

ຫິ້ງ 1 (ນ.) ຮ້ານສໍາລັບວາງເຄື່ອງສັກກາລະບູຊາ ມີດອກໄມ້ທູບທຽນ ເພື່ອບູຊາສິ່ງທີ່ ໂຄລົບນັບຖື ສານດ້ວຍໄມ້ໄຜ່ ເປັນຕາຫ່າງໆ ຕັ້ງ ຫຼື ແປະໄວ້ທີ່ຫົວນອນ ເອີ້ນຫິງພະ ບູຮານເຮັດໄວ້ເພື່ອບູຊາຜີດ້ຳ.

ຫິ້ງ 2 (ນ.) ຮ້ານຢູ່ເທິງບ່ອນຊື່ເຕົາໄຟ ສານດ້ວຍໄມ້ໄຜ່ ເປັນຮູບສີ່ລ່ຽມ ສໍາລັບມ້ຽນ ຖ້ວຍບ່ວງ ລື ຢ້າງຊິ້ນຢ້າງປາ ເອີ້ນຫິ້ງຢ້າງ ຫຼື ແຄ່ຫິ້ງ.

ຫິ້ງ 3 (ນ.) ຫໍເທວະດາ ຫຼື ຫໍຜີທີ່ປຸກໄວ້ເພື່ອບູຊາຜີພໍ່ຜີແມ່ ຫຼື ປູ່ຍ່າຕານາຍ ເອີ້ນ ຫິ້ງ.

ຫຸ່ງ (ນ.) ຕົ້ນໄມ້ແນວໜຶ່ງມີ​ເປັນໝາກ ​ເວລາບໍ່ທັນສຸກມີຢາງ ໃຊ້ຕໍາສົ້ມ, ສຸກແລ້ວກິນຫວານ ເອີ້ນ ຕົ້ນໝາກຫຸ່ງ.

ຫຸ່ງສາ (ນ.) ຕົນຫຸ່ງແນວໜຶ່ງ ໃບສີແດງໝົ່ນໝາກເປັນຂົນ ຄືໝາກ​ເງາະ ແກ່ນໃນເຮັດນໍ້າມັນໄດ້ ເອີ້ນໝາກຫຸ່ງສາ, ຫຸ່ງເທດ.

ຫູງ 1 (ກ.) ເຮັດເຂົ້າໃຫ້ສຸກໃນໝໍ້ ໂດຍການເອົານໍາໃສ່ ແລ້ວຕົ້ມພໍສົມຄວນ ຈິ່ງເຫຍັ້ນ ນໍ້າອອກ ແລ້ວເອົາໝໍ້ພ່າງໄຟໄວ້ຈົນເຂົ້າສຸກ ເອີ້ນຫູງເຂົ້າ, ນີ້ເປັນວິທີຂອງບູຮານດຽວນີ້ ກະນໍ້າ ແລະ ເຂົ້າພໍດີແລ້ວຄ້າງໄຟໃຫ້ສຸກເລີຍ ບໍ່ຕ້ອງເຫຍັ້ນນໍ້າອອກ.

ຫູງ 2  (ກ.) ຕົ້ມຂອງເປັນກ້ອຣມຫ້ເປື່ອຍ ໂດຍບໍ່ຕ້ອງໃສ່ນໍ້າ ໃຫ້ຂອງນັ້ນເປື່ອຍອອກ ເປັນນໍ້າເອງ ດັ່ງຫູງແກ້ວ ຫຼື ຫູງນວດ.

ຫູງ 3 (ນ.) ຜີຕາຍຫູງ, ຄົນທີ່ຕາຍເພາະຕົກຕົ້ນໄມ້ ຄວາຍຊົນ ຖືກຍິງ ຖືກແທງ ຖືກ ຟ້າຜ່າ ເອີ້ນຄົນຕາຍຫູງ, ຜີຕາຍຫູງ.

ແຫ້ງ (ວ.) ບໍ່ມີນໍ້າ, ບໍ່ຊຸ່ມ, ບໍ່ປຽກ, ບໍ່ສົດ.

ຫົງ (ນ.) ຊື່ນົກຊະນິດໜຶ່ງ ໃນຈໍາພວກຫ່ານໂຕໃຫຍ່, ຄໍຍາວສຽງຮ້ອງມ່ວນ.

ຫ້ອງ 1 (ນ.) ສ້ວມ, ຕອນ, ບ່ອນຂັ້ນໄວ້ເປັນສ່ວນໆ ເອີ້ນຫ້ອງ.

ຫ້ອງ 2 (ນ.) ແດນ, ຂອບເຂດ, ອານາເຂດ.

ເຫືອງ (ນ.) ຊື່ນໍ້າຫວ້ຍສາຍໜຶ່ງ ໃນປະເທດລາວ ເອີ້ນນໍ້າເຫືອງ.

ຫອຍ (ນ.) ສັດບໍ່ມີກະດູກຈໍາພວກໜຶ່ງ ມີເປືອກແຂງຫໍ່ຫຸ້ມຕົວໄວ້ ມັກຢູ່ໃນນໍ້າມີຫຼາຍ ຊະນິດ ເຊັ່ນ ຫອຍກີ້ ຫອຍກວ້າງ ຫອຍໂຂ້ງ ຫອຍປັງ.

ຫວຍ (ນ.) ຊື່ການພະນັນແນວໜຶ່ງ ແຕ່ກ່ອນອອກເປັນຕົວໜັງສື ເອີ້ນຫວຍ ກ, ຂ, ປັດຈຸບັນອອກເປັນຕົວເລກ ເອີ້ນ ຫວຍລັດຖະບານ ຫຼື ຫວຍພັດທະນາ.

ຫ້ວຍ (ນ.) ສາຍນໍ້ານ້ອຍ ທີ່ໄຫຼຕົກນໍ້າໃຫຍ່ເອີ້ນຫ້ວຍ ຫ້ວຍໃຫຍ່ກວ່າຮ່ອງ ແລະ ນ້ອຍກວ່າແມ່ນໍ້າ.

ຫັດສະດີລີງ (ນ.) (ສ) ຊື່ນົກແນວໜຶ່ງ ມີຮູບຄືຊ້າງ ແລະ ຕົວໃຫຍ່ກວ່າຊ້າງ ເປັນນົກໃນວັນນະຄະດີລາວ ຄຳວ່າຫັດສະ ດີລີງແປວ່າ ມີເພດຄືຊ້າງ.

ຫັດຖະກໍາ (ນ.) (ປ) ການເຮັດດ້ວຍມື, ການຊ່າງຕ່າງໆ ການເຮັດວຽກຢູ່ໃນໂຮງງານ ຫັດຖະກໍາ ເຊັ່ນ ຫັດຖະກໍາຕ່ຳແຜ່ນ, ຫັດຖະກໍາຈັກສານ.

ຫາດ 1 (ນ.) ເດີ່ນດິນຊາຍ ຫຼື ເດີ່ນຫີນທີ່ເຂີນນໍ້າ.

ຫາດ 2 (ນ.) ຊື່ຕົ້ນໄມ້ແນວໜຶ່ງ ເປືອກມີລົດຝາດ ໃຊ້ຄ້ຽວກັບໝາກ ກັບເປືອກສຽດ ແລະ ພູ ໄດ້ ເອີ້ນຕົ້ນຫາດ.

ຫິດ (ນ.) ຊື່ໂລກຕິດຕໍ່ແນວໜຶ່ງ ເປັນຕຸ່ມຕາມຜິວໜັງ ມີອາການຄັນ ແລະ ປວດ ມີ ສອງຊະນິດ ຄື ຫິດຕໍ ແລະ ຫິນເປື່ອຍ.

ຫູດ (ນ.) ຊື່ຕົ້ນ ແລະ ໝາກໄມ້ແນວໜຶ່ງປະເພດໝາກກ້ຽງ ມີລົດສົ້ມໃຊ້ຕົ້ມ ຫຼື ໝົກໄຟສະຫົວໄດ້ ໃບຫອມໃຊ້ໃສ່ເອາະໃສ່ແກງໄດ້.

ເຫັດ (ນ.) ພືດຈຳພວກໜຶ່ງ ມັກເກີດຕາມດິນ ແລະ ຕາມຕົ້ນໄມ້ ເຊັ່ນ ເຫັດບົດ, ເຫັດເຜາະ, ເຫັດເຜິ້ງ ແລະ ອື່ນໆ.

ເຫດ (ນ.) (ປ) ເລື່ອງ, ມູນເຄົ້າ, ເຫດຜົນ, ສິ່ງ ຫຼື ເລື່ອງທີ່ເຮັດໃຫ້ເກີດຜົນ, ເຄື່ອງກໍ່ ເລື່ອງ, ຂໍ້ຄວາມ ວິທີ, ຫົນທາງ, ເລື່ອງທີ່ ເກີດຂຶ້ນ.

ເຫດການ (ນ.) (ປ) ເລື່ອງທີ່ເກີດຂຶ້ນ.

ເຫດຜົນ (ນ.) (ປ) ເຫດ ແລະ ຜົນ ເຫດດີ ຜົນດີ ເຫດຮ້າຍ ຜົນຮ້າຍ.

ຫວດ (ນ.) ພາຊະນະສານດ້ວຍຕອກໄມ້ໄຜ່ປາກກວ້າງກົ້ນຮອມ ໃຊ້ໜຶ້ງເຂົ້າກິນ.

ຫານ 1 (ວ.) ກ້າ, ເກັ່ງ, ສາມາດ.

ຫານ 2 (ນ.) ຊື່ຫຍ້າແນວໜຶ່ງ ຕາມໃບມີສີແດງເປັນຈຸດໆ ເມື່ອຖືກຕົວເຮົາແລ້ວຈະຄັນ ເອີ້ນຫຍ້າບົ້ງຫານ, ຊື່ແມງບົ້ງແນວໜຶ່ງ ມີຂົນເຕັມໂຕ ເມື່ອຂົນຂອງມັນຖືກຕົວເຮົາຈະ ຄັນ ແລະ ເປັນປ່າມຂຶນ ເອີ້ນ ແມງບົ້ງຫານ.

ຫານ 3 ກ. (ປ.) ວິທີຄິດເລກແບບແບ່ງສ່ວນທໍ່ກັນ ເອີ້ນເລກຫານ.

ຫີນ (ນ.) ສີລາ, ທາດແຂງທີ່ປະກອບດ້ວຍແຮ່ຊະນິດດຽວ ຫຼື ຫຼາຍຊະນິດ ລວມຕົວ ກັນຢູ່ຕາມທໍາມະຊາດ ຫຼື ປະກອບເປັນພູຜາ ເອີ້ນຫີນ.

ຫຸ່ນ (ນ.) ຮູບ, ຮູບແບບ, ຮູບທີ່ຖ່າຍຈາກຂອງເດີມ, ຮູບປັ້ນ ຫຼື ຄວັດເປັນເບົ້າໄວ້ຊົ່ວ ຄາວ, ຊື່ການຫຼິ້ນມະໂຫລະສົບທີ່ໃຊ້ຮູບສະແດງເປັນເລື່ອງ.

ເຫັນ (ກ.) ອາການຂອງຕາທີ່ພໍ້ຮູບ ຫຼື ກະທົບຮູບ, ປາກົດແກ່ຕາ, ປາກົດແກ່ໃຈ, ເບິ່ງ ດ້ວຍຕາ, ເຂົ້າໃຈ, ພົບຮູບ, ຄຶດຮູ້.

ຫອນ 1 (ນ.) ເນື້ອທີ່ປົ່ງຂຶ້ນເທິງຫົວໄກ່ ເອີ້ນ ຫອນໄກ່, ຂົນທີ່ປົ່ງຂຶ້ນເທິງຫົວນົກ ເອີ້ນ ຫອນນົກ, ໄມ້ທີ່ຍາວອອກໄປທາງຫົວຂວານ ເອີ້ນ ຫອນຂວານ.

ຫອນ 2 (ນ.) ສັດສີ່ຕີນແນວໜຶ່ງ ຕົວຄືເໝັ້ນ ແຕ່ຂົນນ້ອຍ ແລະ ສັ້ນກວ່າເໝັ້ນ ເອີ້ນຫອນ.

ຫອນ 3 (ກ.) ອາການທີ່ໝາຮ້ອງສຽງຍາວດ້ວຍຄວາມມ່ວນ ຫຼື ຮຽກຫາກັນເອີ້ນ ໝາຫອນ.

ຫາບ 3 (ນ.) ຈໍານວນຂອງພໍຫາບໄດ້ ແຕ່ຫຼາຍກວ່າພໍຄວນ, ລັກສະນະນາມຮຽກຂອງ ທີ່ເປັນຄູ່ພໍຫາບໄດ້ ເຊັ່ນ ຄຸຫາບໜຶ່ງແຊກ ຫາບໜຶ່ງ.

ຫາບ 2 (ກ.) ເອົາຂອງຫ້ອຍປາຍໄມ້ຄານທັງສອງຂ້າງ ແລ້ວແບກກາງໄມ້ຄານ ເອີ້ນ ຫາບ.

ຫີບ 1 (ນ.) ພາຊະນະໃສ່ສິ່ງຂອງຮູບສີ່ລ່ຽມມີຝາອັດ ເຊັ່ນ ຫີບເສື້ອ ຫີບຜ້າ ໂລງໃສ່ ຄົນຕາຍ ກໍ່ເອີ້ນຫີບ. ໄມ້ໄຜ່ຜ່າກາງ ຄາໄວ້ສົ້ນໜຶ່ງ ສໍາລັບປີ້ງປາ ປີ້ງຊີ້ນ ເອີ້ນໄມ້ຫີບ.

ຫີບ 2 (ກ.) ເຮັດປາກໃຫ້ມີສຽງດັງ ຫຼື ສູບລົມເຂົ້າໄປໃນປາກ ເພາະເຜັດ ຫຼື ຮ້ອນ ປາກ ເອີ້ນຫີບ ປີບເອົາສ່ວນທີ່ຕ້ອງການອອກມາ ເອີ້ນຫີບ ບິບເອົາສ່ວນທີ່ຕ້ອງການ ອອກມາ ເອີ້ນຫີບ ເຊັ່ນ ຫີບອ້ອຍ ຫີບຝ້າຍ.

ຫີບສຽງ (ນ.) ເຄື່ອງເຮັດໃຫ້ຈານສຍງປິ່ນ ແລ້ວມີສຽງຮ້ອງລໍາເກີດຂຶ້ນ ເອີ້ນ ຫີບສຽງ.

ເຫັບ 1 (ນ.) ກ້ອນນໍ້າທີ່ຕົກລົງຈາກອາກາດ ໃນເວລາຝົນຕົກ ເອີ້ນໝາກເຫັບ.

ເຫັບ 2 (ນ.) ຊື່ໝາກໄມ້ແນວໜຶ່ງ ຕົ້ນເປັນເຄືອໜ່ວຍຂະໜາດຈອມກ້ອຍ ສຸກແລ້ວ ສີໃສ ຄືກ້ອນໝາກເຫັບ.

ເຫັບ 3 (ນ.) ຊື່ແມງແນວໜຶ່ງ ອາໄສກິນເລືອດຂອງສັດ ແລະ ຄົນ ຕົວນ້ອຍ ຫົວແຂງ ສີໃສໆ ຄືໃນໝາກເຫັບ ເອີ້ນໂຕເຫັບ.

ຫອບ (ກ.) ເອົາສອງມືຊວ້ານເອົາ, ອາການາຍໃຈໄວໆ ເພາະເມື່ອຍ ເອີ້ນຫາຍໃຈຫອບ, ແລ່ນໄວຈົນສຸດກໍາລັງ ເອີ້ນແລ່ນຫອບ.

ຫອບ 1 (ວ.) ຈໍານວນຂອງທີ່ພໍເອົາມືທັງສອງຊວ້ານເອົາໄດ້ ເອີ້ນຂອງພໍຫອບ.

ຫາມ 1 (ນ.) ຊື່ແມງແນວໜຶ່ງ ໂຕ ແລະ ຂາຍາວສີນໍ້າຕານ ຄ້າຍຄືກິ່ງໄມ້ແຫ້ງ ເອີ້ນ ແມງຫາມຜີ ແມງຫາມໂລງ .

ຫາມ 2 (ກ.) ເອົາຂອງຫ້ອຍກາງ ແລ້ວພ້ອມກັນແບກສົ້ນໄມ້ຄົນລະສົ້ນ ເອີ້ນຫາມ.

ຫ້າມ 1 (ກ.) ບໍ່ໃຫ້ເຮັດ, ໃຫ້ເວັ້ນກໍາທໍາດ ບໍ່ໃຫ້ເຮັດຕາມທີ່ເຄີຍເຮັດ ເອີ້ນຫ້າມ ເຊັ່ນ ຢັບຢັ້ງເສິກ ເອີນຫ້າມທັບ, ສັ່ງບໍ່ໃຫ້ເຮັດ ເອີນຫ້າມປາມ ເຮັດໃຫ້ເລືອດຢຸດ ເອີ້ນຫ້າມ ເລືອດ ຫຼື ຕຸດເລືອດ.

ຫ້າມ 2 (ນ.) ຊື່ພະພຸດທະຮູບປາງໜຶ່ງ ເປັນພະຢືນ ມືຊ້າຍຢ່ອນລົງແປະກາຍ ມືຂວາ ແບຕັ້ງຂຶ້ນເດ່ອອກ ເປັນອາການຫ້າມ ເອີ້ນ ພະປາງຫ້າມຍາດ, ຊື່ພະພຸດທະຮູບປາງ ໜຶ່ງ ເປັນພະຢືນ ມືທັງສອງແບຕັ້ງຂຶ້ນ ເດ່ອອກ ເປັນອາການຫ້າມ ເອີ້ນ ພະປາງຫ້າມ ສະໝຸດ.

ຫົມ 1 (ນ.) ຊື່ຜັກແນວໜຶ່ງ ເີດຕາມສວນໃນບ້ານ ມີຫຼາຍແນວ ເຊັ່ນ ແນວມີໜາມ ເອີ້ນຜັກຫົມໜາມ, ແນວໃບໃຫຍ່ ຕົ້ນສູງບໍ່ມີໜາມ ເອີ້ນຜັກຫົມພ້າວ, ແນວໃບນ້ອຍ ຕົ້ນຕ່ຳ ປະມານໜຶ່ງສອກ ເອີ້ນຜັກຫົມຂີ້ໄກ່.

ຫົມ 2 (ນ.) ແມງແນວໜຶ່ງ ກິນໃບຜັກຫົມ ເອີ້ນ ແມງຜັກຫົມ.

ຫົມ 3 (ກ.) ສຸກທົ່ວດີ (ໝາຍເອົາການເຮັດອາຫານກິນ ເຊັ່ນ ຫູງເຂົ້າ).

ຫົມ 4 (ວ.) ກຸ້ມຫົວ, ມົວເມົາ ເຊັ່ນ ມ່ວນຫົມ.

ຫົ່ມ 1 (ກ.) ເອົາຜ້າແພປົກຕົນຕົວ.

ຫົ່ມ 2 (ນ.) ຊື່ຜ້າແພແນວໜາໆ ມີຂົນຜືນໃຫຍ່ ໃຊ້ສໍາລັບຫົ່ມປ້ອງກັນຄວາມໜາວ ເອີ້ນຜ້າຫົ່ມ.

ຫົ່ມ 3 (ກ.) ຄຸ້ມຄອງ, ການຄຸ້ມຄອງປົກປ້ອງ ເອີ້ນຫົ່ມ.

ຫອມ 1 (ວ.) ກິ່ນຢ່າງໜຶ່ງ ກົງກັນກັບກິ່ນ​ເໝັນ ເອີ້ນ ກິ່ນຫອມ.

ຫອມ 2 (ກ.) ຮັກ, ແພງ ະຫງວນ, ຮັກສາ.

ຫອມ 3 (ນ.) ຊື່ກ້ວຍແນວໜຶ່ງ ເອີນກ້ວຍຫອມ, ຊື່ຜັກຈໍານວນໜຶ່ງ ໃຊ້ປະສົມອາ ຫານມີຫຼາຍແນວ ຄື ຫອມກະທຽມ ຫອມບົ່ວ ຫອມຫໍ້, ຫອມຈີນ.

ຫອມ 4 (ກ.) ທະນຸຖະໜອມ.

ຫອມ 5 (ກ.) ນໍາພາ, ເປັນຫົວໜ້າພາໄປພາມາ.

ຫອມ 6 (ກ.) ເຕົ້າໂຮມກໍາລັງ, ເຕົ້າໂຮມພົນ.

ຫ້ອມ 1 (ນ.) ຊື່ຕົ້ນໄມ້ແນວໜຶ່ງ ໃຊ້ເຮັດສີດໍາໄດ້ ເອີ້ນ ຕົ້ນຫ້ອມ.

ຫ້ອມ 2 (ກ.) ໂອບລ້ອມ, ລະວັງຮັກສາ.

ເຫີ່ມ (ວ.) ພໍກະເທີນ, ພໍກະຈາ ເກືອບຈະສຸກ (ສໍາລັບໝາກໄມ້).

ຫາວ 3 (ນ.) ທີ່ແຈ້ງ, ທ້ອງຟ້າ.

ຫາວ 1 (ກ.) ອາການອ້າປາກເຜີຍລົມອອກເມື່ອເວລາຢາກນອນ.

ຫາວ 2 (ວ.) ຍະອອກຈາກກັນ, ເຂີນກັນຢູ່.

ຫິວ (ກ. ຢາກ, ເມື່ອຍ, ອ່ອນ, ລ້າ.

ຫິ້ວ (ກ.) ເອົາມືຈັບສາຍ ຫຼື ງວງແລ້ວພາໄປ ເຊັ່ນ ຫິ້ວກະຕ່າ ຫິ້ວຄຸ, ຈັບໃຫ້ຫ້ອຍແຂວນລົງມາ, ຢາກ, ຫີວເຊັ່ນ ໃຈຫິ້ວຫອດຫິວ.

ແຫ້ວ (ນ.) ພືດ​ແນວ​ໜຶ່ງ ຈໍາພວກ​ຫຍ້າ ມີ​ຫົວ ຫົວ​ຂະໜາດ​ໂປ້​ມື ມີ​ລົດ​ມັນໆ ຫວານໆ.