ອ. ອ. ພະຍັນຊະນະ ຕົວທີ 25 ເປັນພວກອັກສອນກາງ ໃຊ້ປະສົມເປັນສະຫຼະໄດ້.

ອະກະຕັນຍູ (ນ.) (ປ.) ຜູ້ບໍ່ຮູ້ຄຸນ ທີ່ຜູ້ອື່ນທໍາແກ່ຕົນ.

ອະຄິຕິ (ນ.) (ປ.) ຄວາມລໍາອຽດ, ຄວາມຮັກພິ່ງ, ຄວນຮັກບັງຊັງບ່ຽງ ມີ 4 ຢ່າງ ສັນທາຄະຕິ ລໍາອຽງຍ້ອນຮັກ.ໂທສາຄະຕິ ລໍາອຽງຍ້ອນຄຽດ, ຊັງ. ໂມຫາຄະຕິ ລໍາອຽງຍ້ອນໂງ່, ບໍ່ຮູ້. ພະຍາຄະຕິ ລໍາອຽງຍ້ອນຢ້ານ.

ອະສູນ (ນ.) (ປ.) ຍັກ.

ອະສົງໄຂ 1 (ນ.) ຊື່ມາດຕານັບຈໍານວນຫຼາຍທີ່ສຸດ ຄື ໂກດ ກໍາລັງ 20.

ອະສົງໄຂ 2 (ວ.) ນັບບໍ່ຖ້ວນ, ນັບບໍ່ໄດ້, ຫຼາຍທີ່ສຸດ.

ອະດີດ . (ປ.) ເວລາລ່ວງໄປແລ້ວ, ເວລາທີ່ຜ່ານໄປແລ້ວ.

ອະທໍາ ວ.​ (ປ.) ບໍ່ເປັນທໍາ, ບໍ່ຍຸດຕິທໍາ, ​ຊົ່ວບໍ່ທ່ຽງທໍາ.

ອະທິບໍດີ (ນ.) (ປ).​ ຜູ້ເປັນໃຫຍ່,​ຜູ້ປົກຄອງ, ​ຫົວໜ້າ, ຕໍາ​ແໜ່​ງພະນັກງານຜູ້ເປັນຫົວ ໜ້າໃນກົມໜຶ່ງໆ.

ອະທິປະໄຕ (ນ.)​ ອໍານາດສູງສຸດຂອງລັດທີ່ຈະໃຊ້ບັງຄັບບັນຊາພາຍໃນອານາເຂດ ຂອງຕົນ,​ ຄວາມຍິ່ງໃຫຍ່.

ອະນາຄົດ (ນ.)​ (ປ).​ ພາຍໜ້າ, ຄາວໜ້າ, ສະ​ໄໝຕໍ່ໄປ.

ອະນາໄມ (ວ.)​ (ປ.) ບໍ່ດີ, ບໍ່ອະເສີດ, ບໍ່ຈະເລີນ.

ອະນຸ 1.​ ເປັນຄຳປະກອບໜ້າຄຳ ທີ່ມາຈາກປາລີ ຫຼື ສັນສະກຣິດ ໝາຍຄວາມ ວ່າ ນ້ອຍ,​ ລຸນ, ຫຼັງ, ຕາມ, ນໍາ, ເນື່ອງໆ.

ອະນຸ 2 (ນ.) ມາດຕາແທກ 36 ປະລະມານູເປັນ 1 ອະນຸ, ອະນູ .

ອະນຸ 3 (ວ.)​ນ້ອຍ,​ ລະອຽດ.

ອະນຸຍາດ (ກ.)​ ຍິນຍອມ,​ ຍອມໃຫ້, ຕົກລົງ.

ອາລົມ (ນ.)​ (ປ.) ​ເຄື່ອງ​ໜ່ວງ​ໜ່ຽວ​ຈິດ​ໃຈ ດັ່ງຮູບ, ກິ່ນ,​ລົດ, ຄວາມ​ຄຶດ, ຄວາມ​ຮູ້ ​ເມື່ອ, ນິດ​ໄສ​ໃຈຄໍ ​ເຊັ່ນ ​ເປັນ​ຄົນ​ອາລົມ​ດີ, ​ເປັນ​ຄົນ​ມີ​ອາລົມ​ຮ້ອນ.

ອາໄສ 1 (ນ.)​ (ປ.) ບ່ອນຢູ່,​ບ່ອນ​ເຊົາ.

ອາໄລ 2 (ກ.) ​ ຫ່ວງ​​ໃຍ,​ ຫ່ວງ​ຫາ,​ ລະນຶກ​ຄິດ​​ເຖິງ​ດ້ວຍ​ຄວາມ​ເສຍດາຍ.

ອາວຸໂສ (ວ.) (ປ.) ​ແກ່​ກວ່າ, ມີ​ອາຍຸ ​ເຊັ່ນ ມີ​ອາຍຸ​ການ​ແກ່​ກວ່າ ​ໃນ​ໜ້າ​ທີ່​ການ​ງານ.

ອາວຸດ 1 (ນ.) (ປ.) ​ເຄື່ອງ​ປະຫານ ​ໃຊ້​ໃນ​ການ​ທໍາຮ້າຍ ປ້ອງ​ກັນ ຫຼື ຕໍ່ສູ້.

ອາວຸດ 2 (ນ.) (ປ.) ສິ່ງ​ທີ່​ມີ​ລັກສະນະ​ຄ້າຍຄື ອາວຸດ ​ເຊັ່ນ ​ໃຊ້​ປັນຍາ​ເປັນ​ອາວຸດ.

ອາຫານ (ນ.) (ປ.) (ສ.) ຂອງ​ກິນ, ​ເຄື່ອງ​ຄໍ້າຊູ​ຊີວິດ, ​ເຄື່ອງ​ລ້ຽງ​ຊີວິດ.

ອີ່ 2 (ນ.)​ ​ເປັນ​ຄໍາລູກ​ເຕົ້າ ​ເອີ້ນ​ພໍ່​ແມ່ ດ້ວຍຄວາມ​ຮັກ ​ແລະ ​ເຄົາລົບ​ວ່າ ອີ່​ພໍ່, ອີ່​ແມ່.

ອີ່ 3 (ນ.) ນາງ​ເປັນ​ຄໍາຢູ່​ໜ້າ​ນາມ​ເພດ​ຍິງ.

ອີ່ 4 (ນ.) ຊື່​ການຫຼິ້ນຂອງ​ເດັກນ້ອຍ​ຊະນິດ​ໜຶ່ງ ​ເອີ້ນວ່າ ຫຼິ້ນໝາກ​ອີ່.

ອີ່ໂປ້ (ນ.) ຜ້າທີ່​ຕ່ຳ​ດ້ວຍຝ້າຍ ຫຼື ​​ໄໝ​ເສັ້ນ​ໃຫຍ່​ເປັນຕາ ​ເອີ້ນ​ວ່າ ​ແພ​ອີ່​ໂປ້.

ອຶ 1 (ນ.) ໝາກ​ພັນ​ໄມ້​ເຄືອ​ຊະນິດ​ໜຶ່ງ ໝາກ​ເປັນ​ໜ່ວຍ​ແປ່​ມ ​ໃບ​ຍອດ ​ແລະ ດອກ ​ໃຊ້​ແກງ​ກິນ​ໄດ້, ໝາກ​ໃຊ້​ເຮັດ​ຂອງຫວານ​ຕ່າງໆ.

ອຶ 2 (ວ.) ສະ​ແດງ​ອາການ​ເຈັບ​ປວດ ຫຼື ຄາງ​ອອກມາ.

ອຸ 1 (ນ.)​ ໝໍ້​ໃຫຍ່, ​ໝໍ້​ດິນ​ໃຊ້​ໃສ່​​ເຫຼົ້າ.

ອຸ 2 (ກ.) ຕົ້ມສຸກດ້ວຍ​ນໍ້າໜ້ອຍໆ,​ ການ​ເຮັດ​ອາຫານ​ໂດຍ​ວິທີ​ໃສ່​ນໍ້າໜ້ອຍ ​ແລ້ວ ຄ້າງ​ໃສ່​ໄຟ​ໃຫ້​ສຸກ.

ອຸ 3 (ວ.)​ສຸກ​ດີ.

ອຸດົມ 1 (ວ.) (ປ.) ສູງ​ສຸດ, ຍິ່ງ​ເລີດ,​ ຫຼາກ​ຫຼາຍ.

ອຸດົມ 2 (ນ.) ລະດັບ​ຊັ້ນການ​ສຶກສາ ສາຍ​ສາມັນ​ທີ່​ສູງ​ກວ່າ ລະດັບ​ມັດທະ​ຍົມ.

ອຸດົມການ (ນ.) (ປ.) ອຸດົມ​ຄະຕິ​ອັນ​ສູງ​ສິ່ງ​ທີ່​ຈູງ​ໃຈ ຫຼື ກະ​ຕຸ້ນ​ໃຈ​ມະນຸດ ​ໃຫ້​ພະຍາ ຍາມ​ບັນລຸ​ເຖິງ.

ອຸດົມຄະຕິ (ນ.) (ປ.) ຈິນຕະນາການ​ທີ່​ຖື​ວ່າ ​ເປັນ​ມາດຖານ​ແຫ່ງ​ຄວາມ​ດີ​, ຄວາມ ງາມ ​ແລະ ຄວາມ​ຈິງ ທີ່​ມະນຸດ​ຖືວ່າ​ເປັນ​ເປົ້າໝາຍ​ແຫ່ງ​ຊີວິດ​ຂອງ​ຕົນ.

ອຸດອນ (ນ.) (ປ.) ທິດ​​ເໜືອ, ຝ່າຍ​​ເໜືອ,​ ຂ້າງ​ຊ້າຍ.

ອຸຕຸນິຍົມວິທະຍາ (ນ.) (ປ.) ວິຊາ​ວ່າ​ດ້ວຍ​ເລື່ອງ​ລາວ​ຂອງ​ບັນຍາກາດ.

ອຸທະກະສາດ (ນ.)​ (ສ.) ວິຊາ​ວ່າ​ດ້ວຍ​ນໍ້າບົນ​ຜິວ​ພື້ນ​ໂລກ ກ່ຽວ​ກັບ​ການ​ວັດ ຫຼື ການ​ສໍາ​ຫຼວດ​ແຜນ​ທີ່​ທະ​ເລ ໂດຍ​ມີ​ຄວາມມຸ່ງ​ໝາຍ​ສະ​ເພາະ ​ເພື່ອ​ການ​ເດີນ​ເຮືອ,​ ອຸ​ທົກ​ກະສາ​ດ.

ອຸທະກະໄພ (ນ.) (ປ.) ​ໄພ​ອັນຕະລາຍ​ທີ່​ເກີດ​ຈາກ​ນໍ້າຖ້ວມ,​ ອຸ​ທົກ​ກະ​ໄພ.

ອຸທິຍານ (ນ.) (ປ.) (ສ.) ສວນ​ເປັນ​ທີ່​ເບີກບານ​ສໍາລານ​ໃຈ.

ອຸທິດ (ກ.) (ປ.) ​ແຜ່​ສ່ວນ​ກຸສົນ​ຜົນ​ບຸນ​ໃຫ້​ແກ່​ຜູ້​ຕາຍ​ຕາມ​ປະ​ເພນີ, ການ​ທໍາ ຫຼື ສ້າງ​ໃຫ້​ໂດຍ​ສະ​ເພາະ​ເຈາະ​ຈົງ.

ອຸທອນ 1 (ນ.) (ປ.) ຊື່​ສານ ຕໍ່​ຈາກ​ສານ​ຊັ້ນຕົ້ນ ​ເອີ້​ນ ສານ​ອຸທອນ.

ອຸທອນ 2 (ກ.) (ປ.) ຍື່ນ​ຄໍາຮ້ອງ​ຂໍ​ໃຫ້​ຕັດສິນ​​ໃໝ່​ໃນ​ສານ​ສູງ, ຍື່ນ​ຄໍາຮ້ອງ​ຄັດຄ້ານ ຕໍ່​ສານ​ອຸທອນ, ຂໍ​ຮ້ອງ​​ໃຫ້​ພິຈາລະນາ​ຄືນ​​ໃໝ່,​ ຮື້​ອອກ​ເຮັດ​​ໃໝ່.

ອຸທອນ 3 (ນ.) (ປ.) (ສ.) ທ້​​ອງ.

ອຸບັດເຫດ (ນ.) (ປ.) ​ເຫດ​ທີ່​ເກີດ​ຂຶ້ນ​ໂດຍ​ບໍ່​ຄາດ​ຄິດ, ຄວາມ​ບັງ​ເອີນ​ເປັນ.

ອຸບາດ 1 (ນ.) (ປ.) ຄວາມ​ອັບປີ​ຈັງ​ໄຮ, ຄວາມ​ບໍ່​ເປັນ​ສີ​ລິ​ມຸງຄຸນ.

ອຸບາດ 2 (ວ.) (ປ.) ​ໂພດ, ​ເຫຼືອ, ບໍ່​ດີ, ​ເກີນ​ໂພດ.

ອຸປະກອນ (ນ.) (ປ.) (ສ.) ​ເຄື່ອງມື, ​ເຄື່ອງ​ໃຊ້, ​ເຄື່ອງ​ຊ່ວຍ​ແຮ​ງ, ​ເຄື່ອງ​ປະກອບ ​ເຊັ່ນ ​ເຄື່ອງ​ອຸປະກອນ​ໄຟຟ້າ, ​ເຄື່ອງອຸປະກອນ​ລົດ​ຕ່າງໆ.

ອຸປະສັກ (ນ.)​ ສິ່ງ​ກີດຂວາງ​ຄວາມ​ກ້າວໜ້າ​ເຄື່ອງ​ຂັດຂ້ອງ ຫຼື ຂັດຂວາງ.

ອຸປະຖຳ (ນ.) (ປ.) ການຄ້ຳຊູ, ການຄ້ຳຈູ​ນ.

ອຸປະທູດ (ນ.) (ປ.) ຜູ້​ຮັກສາ​ການ​ໃນ​ຕໍາ​ແໜ່ງ ຫຼື ​ແທນ​ຫົວໜ້າ​ທູດ ຫຼື ສະຖານ​ເອກ​ອັກຄະ​ລັດຖະທູດ ຫຼື ຫົວໜ້າ​ຄະນະ​ທູດ,​ ຕໍາ​ແໜ່ງຮອງ​ຈາກ​ລັດຖະທູດ.

ອຸມົງ (ນ.)​ (ປ.) ທາງ​ໃຕ້​ດິນ, ປ່ອງ​ໃນ​ພູ​ເຂົາ.

ອູ 1 (ນ.) ຊື່​ໄກ່​ແນວ​ໜຶ່ງ ຕົວ​ໃຫຍ່​ຫອນ​ນ້ອຍ.

ອູ 2 (ນ.) ຊື່​ແມ່ນໍ້າລໍາ​ໜຶ່ງ ​ໃນ​ປະ​ເທດ​ລາວ ​ໄຫຼ​ຕົກ​ໃສ່​ນໍ້າຂອງ ​​ເໜືອ​ເມືອງ ຫຼວງ​ພະ​ບາງ.

ອູ່ 1 (ນ.) ບ່ອນ​ເຮັດ​ໄວ້​ໃຫ້​ເດັກນ້ອຍ​ເກີດ​​ໃໝ່​ນອນ.

ອູ່ 2 (ນ.) ບ່ອນ​ຢູ່, ບ່ອນ​ແປງ​ລົດ ​ເຊັ່ນ ອູ່​ສ້ອມ​ແປງ​ລົດ​ໃຫຍ່.

ເອກະສັນ (ວ.) (ປ.) ມີ​ຄວາມ​ເຫັນ​ເປັນ​ຢ່າງ​ດຽວ​ກັນ​ໝົດ.

ເອກະສານ (ນ.) (ປ.) ໜັງສື​ທີ່​ເປັນ​ຫຼັກ​ຖານ.

ເອກະຊົນ (ນ)​. (ປ.) ສ່ວນ​ບຸກຄົນ.

ເອກະພາບ (ນ.) (ປ.) ຄວາມເປັນອັນໜຶ່ງ ອັນດຽວກັນ, ຄວາມສອດຄ່ອງ ກົມກຽວກັນ.

ເອກະລັກ (ນ.) (ສ.) ລັກສະນະ​ທີ່​​ເໝືອນ​ກັນ ຫຼື ມີ​ຮ່ວມ​ກັນ.

ເອກະລາດ (ວ.) ​ເປັນ​ອິດສະຫຼະ​ແກ່​ຕົນ, ບໍ່​ຂຶ້ນກັບ​ໃຜ.

ອາລາວັນ (ນ.) (ປ.) ຊື່​ຊ້າງ​ຕົວ​ໜຶ່ງ​ມີ 3 ຫົວ ​ເປັນ​ພາຫະນະ​ຂອງ​ພະ​ອິນ.

ໂອກາດ (ນ.) ​ເວລາ​ທີ່​ເໝາະ​ສົມ, ​ເວລາ​ທີ່​ເໝາະ​ກັບ​ຈັງຫວະ ພໍດີ,​ ຊ່ອງ​ທາງ, ປ່ອງ​ທາງ.

ໂອວາດ (ນ.) (ປ.) ຄໍາແນະນໍາ, ຄໍາສັ່ງສອນ.

ເອາະ 1 (ນ.) ຊື່​ອາຫານ​ຊະນິດ​ໜຶ່ງ ​ເຮັດ​ດ້ວຍ​ຊີ້ນ​ໄກ່, ປາ, ຫອຍ, ປາ​ນ້ອຍ ດ້ວຍ ວິທີ​ຕົ້ມ​ໃສ່​ນໍ້າໜ້ອຍໆ ​ໃສ່​ເຂົ້າ​ເບືອ ​ແລະ ຜັກ​ບາງ​ຊະນິດ ປຸງ​ແຕ່ງ​ໃຫ້​ນົວ ​ເອີ້ນ​ເອາະ.

ເອາະ 2 (ກ.)​ ຕົ້ມ​ໃຫ້​ສຸກ​ດ້ວຍ​ນໍ້າໜ້ອຍໆ.

ອໍ້ 1 (ນ.) ​ຊື່​ໄມ້​ແນວ​ໜຶ່ງ ​ເປັນ​ພວກ​ເລົາ​ມັກ​ເກີດ​ຕາມ​ແຄມ​ນໍ້າ ຕົ້ນຄື​ຕົ້ນ​ເລົາ ຫຼື ຕົ້ນ​ແຂມ.

ອໍ້ 2 (ນ.) ມົນ​ເຮັດ​ໃຫ້​ໃຈ​ປ່ອງ ​ເອີ້ນ ອໍ້​ໃຈ​ປ່ອງ,​ ອໍ້ປ່ອງ.

ອໍລະຫັນ (ນ.) (ປ.) ຜູ້ສໍາ​ເລັດ​ທໍາ​ວິ​ເສດ ​ໃນ​ທາງ​ພຸດທະ​ສາສະໜາ, ຜູ້​ເຖິງນິບພານ, ພະພຸດທະ​ເຈົ້າ.

ອົ່ວ 1 (ນ.) ຊື່​ອາຫານ​ຊະນິດ​ໜຶ່ງ ​ເຮັດ​ຄື​ໝົກ ​ໂດຍ​ເອົາ​ຊີ້ນ​ທີ່​ຟັກ​ແລ້ວ​ຢັດ​ໃສ່​ໄສ້ ຕາກ​ແດດ​ໄວ້ ມີ​ຫຼາຍ​ແນວ ​ເຊັ່ນ ​ໄສ້​ອົ່ວ​ງົວ, ​ໄສ້​ອົ່ວ​ຄວາຍ,​​ ໄສ້ອົ່ວກົບ ​ໄສ້​ອົ່ວ​ໝູ.

ອົ່ວ 2 (ນ.)​​ ເຄື່ອງ​ຮອງ​ເພົາ​ກວຽນ​ຢູ່​ໃນ​ຮູ​ດຸມ​ກວຽນ.

ອົ້ວ 1 (ນ.) ​ຊື່​ດອກ​ໄມ້ຊະນິດ​ໜຶ່ງ​ເປັນ​ກາບ​ຍາວ​ຕົ້ນຄື​ດອກ​ບົວບົກ ​ເກສອນ​ຢ່ອນ​ລົງ ຄື​ລີ້ນ​ຄົນ ​ເອີ້ນ​ດອກ​ນາງ​ອົ້ວ.

ອົ້ວ 2 (ນ.)​ຊື່​ຕົວ​ລະຄອນ​ເອກ​ຍິງ ​ໃນ​ເລື່ອງ​ຂູ​ລູນາງ​ອົ້ວ,​ ວັນນະຄະດີ​ທີ່​ມີ​ຊື່​ສຽງ ​ໂດ່​ງ ດັ່ງ​ເລື່ອງ​ໜຶ່ງ​ຂອງ​ລາວ ​ໃນ​ສະ​​ໄໝ​ບູຮານ

ໄອ (ກ.) ອາການ​ທີ່​ປອດ​ສົ່ງ​ລົມ​ແຫຍ້​ຂຶ້ນມາ​ໂດຍ​ແຮງ ຈົນ​​ເຮັດ​ໃຫ້​ເກີດ​ສຽງດັງ​ອອກ ທາງ​ຮູ​ຄໍ ​ແລະ ປາກ ​ເປັນ​ໄລຍະ.

ໄອ່ (ນ.) ຊື່​ມະ​ເຫ​ສີ​ຂອງ​ທ້າວ​ຜາ​ແດງ ​ໃນ​ເລື່ອງ​ຜາ​ແດງ​ນາ​ໄອ່ ວັນນະຄະດີ​ລາວ​ບູ ຮານ​ທີ່​ລື​ຊື່​ເລື່ອງ​ໜຶ່ງ.

ໄອສະຄຣີມ (ນ.) (ອ.) ຂອງ​ກິນ​ເຮັດ​ດ້ວຍ​ຂອງຫວານ ປະສົມ​ກະທິ ຫຼື ນໍ້າ ​ແລ້ວ ​ເຮັດ​ໃຫ້​ຂຸ້ນ​ດ້ວຍ​ຄວາມ​ເຢັນ.

ໄອຍະການ (ນ.) (ປ.) ຊື່​ຕໍາ​ແໜ່ງ ​ແລະ ​ເຈົ້າໜ້າ​ທີ່​ພວກ​ໜຶ່ງ ​ໃນ​ກະຊວງ​ຍຸຕິ​ທໍາ ມີໜ້າ​ທີ່​ຟ້ອງ​ຄວາມ​ຂອງ​ແຜ່ນດິນ ຫຼື ຂອງ​ລັດຖະບານ, ​ຜູ້​ຈັດການ​ຟ້ອງ​ແທນ ລັດຖະບານ.

ເອົາ (ກ.) ຖື​ໄວ້,​ ຮັບ​ໄວ້, ຕ້ອງການ ​ເຊັ່ນ ​ເອົາ​ບຸນ, ​ເອົາ​ເມຍ.

​ເອົາ​ໃຈ (ກ.)​ຕາມ​ໃຈ,​​ ​ເຮັດ​ບໍ່​ໃຫ້​ຂັດ​​ໃຈ.

ອັກ 1 (ນ.) ​ເຄື່ອງ​ກ້ຽວ​ເອົາ​ເສັ້ນ​​ໄໝ ຫຼື ຝ້າຍ​ຮູບ​ກົມ​ຍາວ ມີ​ຮູ​ສອດ​ໃສ່​ໄມ້​ເປັນ ຄອນ​ຮຽກ​ວ່າ ​ໄມ້​ຄອນອັກ ​ແລ້​ວຈັບ​ປິ່ນ​ກ້ຽວ​ເອົາ​ເສັ້ນຝ້າຍ ຫຼື ​​ໄໝ.

ອັກ 2 (ກ.) ລີ້, ລີ້​ຢູ່,​ ອັດ, ​ເຊື່ອງ, ​ເຊື່ອງ​ຂອງ​ກິນ​ໄວ້​ກິນ​ຄົນ​ດຽວ.

ອັກຂະຫຼະ (ນ.) (ປ.) ​ໂຕ​ໜັງສື,​ ຄຳ, ສຽງ,​ ພະຍັນຊະນະ.

ອັກຄະ (ວ.) ​ເລີດ, ດີ​ເລີດ, ຍອດ.

ອັກຄີ (ນ.) (ປ.) (ສ.) ​ໄຟ.

ອັກສອນ (ນ.) ຕົວ​ໜັງສື, ວິຊາ​ໜັງສື, ໜັງສື​ລາວ ມີ 2 ຊະນິດ ຄື ອັກສອນ​ລາວ ​ແລະ ອັກສອນ​ທໍາ.

ອັກສອນສາດ (ນ.) (ສ.) ວິຊາ​ໜັງສື​ທີ່​ເນັ້ນໜັກ​ໄປ​ໃນ​ທາງ​ພາສາ ​ແລະ ວັນນະຄະດີ.

ເອກ (ວ.) ໜຶ່ງ, ຍອດ​ຢ້ຽມ, ​ເປັນ​ຈອມ,​ນະຄອນຫຼວງ ຫຼື ​ເມືອງ​ໃຫຍ່ ​ເອີ້ນ ​ເມືອງ​ເອກ, ຍິງ​ທີ່​ຍອດ​ຢ້ຽມ ​ເອີ້ນ​ນາງ​ເອກ.

ແອກ (ນ.) ສ່ວນ​ຂອງ​ກວຽນ​ເປັນ​ໄມ້​ຂວາງ​ໃສ່ ​ເທິງ​ຄໍ​ງົວ ສ່ວນ​ຂອງ​ເຄື່ອງ​ໄຖ​ນາ ​ເປັນ​ໄມ້​ກ້ອມໆ ​ແລະ ​ໂງ​ຄື​ແຂນ​ສອກ ​ໃສ່​ເທິງ​ຄໍ​ຄວາຍ.

ອົກ (ນ.) ອະ​ໄວ​ຍະ​ວະ​ສ່ວນ​ທາງ​ໜ້າ ຕັ້ງ​ແຕ່​ຕໍ່​ຄໍ​ລົງ​ມາ​ເຖິງ​ທ້ອງ, ສິ່ງ​ທີ່​ມີ​ລັກສະນະ​ຄ້າຍຄື​ອົກ, ​ເອິກ.

ອົກ​​ໄກ່ (ນ.) ​ໄມ້​ເຄື່ອງ​ເຮືອນ​ທີ່​ພາດ​ຢູ່​ຈອມ​ດັ້ງ ​ແລະ ສະຍົວ ​ເອີ້ນ​ໄມ້​ອົກ​ໄກ່ ​ໄມ້​ແປ ບົນ.

ອອກ 1 (ກ.) ຍ້າຍ​ອອກ​ຈາກ​ພາຍ​ໃນ​ມາ​ພາຍ​ນອກ ຄື ຈາກ​ຫ້ອງ ຫຼື ບ່ອນ​ບັງ​ມາ​ໃຫ້​ເຫັນ ຫຼື ​ໃຫ້​ເກີດ​ຂຶ້ນ, ປົ່ງ ດັ່ງ​ອອກ​ໜໍ່, ​ເຜີຍ​ແຜ່ ຫຼື ຕັ້ງ​ແຕ່ງ​ຂຶ້ນ ດັ່ງ​ອອກ​ກົດ ໝາຍ.

ອອກ 2 (ວ.) ກົງກັນຂ້າມ​ກັບ​ເຂົ້າ, ​ແຍກ​ໃຫ້​ເຫັນ​ຄົນ​ສ່ວນ, ຢາຍ, ​ແບ່ງ​ອອກ, ຫຼູດ​ໄປ​ໄດ້, ພົ້ນ​ໄປ​ໄດ້.

ອອກ 3 (ນ.) ອາ.

ອອກ 4 (ນ.) ຊື່​ນົກ​ຊະນິດ​ໜຶ່ງ ຕົວ​ຂະໜາດ​ນົກຍາງ ມັກ​ກິນ​ປາ ​ເອີ້ນ​ນົກ​ອອກ.

ອອກກໍາ 1 (ກ.) ການ​ທີ່​ແມ່ຍິງ​ຢູ່ກໍາ ຄື​ຢູ່​ໄຟ​ຄົບ​ກໍານົດ​ແລ້ວ​ອອກ ຮຽກ​ວ່າ ອອກກໍາ.

ອອກກໍາ 2 (ກ.) ການທີ່​ພິກຂຸ​ຕ້ອງ​ອາບັດ​ໜັກ ​ແລ້ວ​ບໍ່​ເຂົ້າກໍາ ຮຽກ​ອອກກໍາ ຈະ​ຮ່ວມ​ຊີວິດ​ອຸ​ໂປ​ສົດ​ສັງຄະ​ກໍາ​ບໍ່​ໄດ້ ຕ້ອງ​ເຂົ້າກໍາ​ເສຍ​ກ່ອນ.

ອອກສຽງ (ກ.) ລົງ​ຄະ​ແນນ​ເລືອກ​ຕັ້ງ, ​ເວົ້າສະ​ແດງ​ເຫດຜົນ, ປ່ອນ​ບັດ​​ເອົາ​ຜູ້​ແທນ.

ເອິກ (ນ.) ອົກ, ຊື່​ໄມ້​ພຸ່ມ​ແນວ​ໜຶ່ງ ໜ່ວຍ​ເປັນ​ຂົນ​ສຸກ​ແລ້ວ ສີ​ເຫຼືອງ ​ໃຊ້​ຕໍາ​ສົ້ມ ໝາກຫຸ່ງ ​ເອີ້ນ​ໝາກ​ເອິກ.

ອັງກິດ (ນ.) ຊາວ​ເອີ​ຣົບຊາດ​ໜຶ່ງ ຢູ່​ໃນ​ດອນ​ຕາ​ເວັນ​ຕົກ​ ​ແຫ່ງ​ທະວີບ​ເອີຣົບ ​ເອີ້ນ ອັງກິດ, ພາສາ​ຂອງ​ຊົນຊາດ​ນີ້.

ອັງຄານ (ນ.) (ປ.) ຊື່​ວັນ​ທີ 3 ຂອງ​ສັບປະດາ, ຊື່​ດ່ວພະ​ເຄາະ​ໜ່ວຍ​ທີ 3, ຖ່ານ​ໄຟ, ​ເທົ່າ​ຖ່ານ​ຂອງ​ສົບ​ທີ່​ເຜົາ​ແລ້ວ.

ອື່ງ (ນ.) ສັດ​ສີ່​ຕີນ​ບໍ່​ມີ​ຫາງ ຈໍາພວກ​ກົບ​ເປັນ​ສັດ​ເລືອດ​​ເຢັນ ມີ​ຫຼາຍ​ຊະນິດ ຄື: ອື່ງ ​ເພົ້າ, ອື່ງ​ຢາງ, ອື່ງ​ແດງ.

ອົງ 1 (ນ.) (ປ.) ສ່ວນ​ຂອງ​ຮ່າງກາຍ, ອະ​ໄວ​ຍະ​ວະ, ຕົນ​ໂຕ​ໃນ​ລາຊາ​ສັບ​ໃຊ້​ວ່າ ພະ​ອົງ, ສ່ວນ, ພາກ​ລັກສະນະ.

ອົງ 2 (ນ.) ທ່ານ, ຊື່​ຕໍາ​ແໜ່ງຫວຽດ​ໃຊ້​ຮຽກ​ນໍາ​ໜ້າ​ຫວຽດ ຖ້າ​ຊື່ ສື ວ່າ​ອົງ​ສື, ຊື່​ຕື ວ່າ ອົງ​ຕື.

ອົງຄະ (ນ.) (ປ.) ຕົນ​ໂຕ, ສ່ວນ​ຮ່າງກາຍ.

ອົງການ (ນ.) ສູນ​ກາງຂອງ​ກິດຈະການ​ທີ່​ຄົນ​ຮ່ວມ​ແຮງ ຮ່ວມ​ປັດ​ໄຈ ປະກອບ​ສ້າງ​ຂຶ້ນ​ເປັນ​ໜ່ວຍ​ງານ ຫຼື ຂະ​ແໜງ​ການ ​ເພື່ອ​ດໍາ​ເນີນ​ງານ​ຕາມ​ເປົ້າໝາຍ ​ແລະ ຈຸດປະສົງ​ໃດ​ໜຶ່ງ​ຂອງ​ຕົນ.

ອົງກອນ (ນ.) ການຈັດຕັ້ງໜ່ວຍ​ງານ​ຍ່ອຍ​ຂອງ​ໜ່ວຍ​ງານ​ໃຫຍ່ ທີ່​ເຮັດ​ໜ້າ​ທີ່​ສໍາ ພັນ​ກັນ ຫຼື ຂຶ້ນຕໍ່​ກັນ ​ແລະ ກັນ.

ອົງສາ (ນ.) ໜ່ວນ​ໃນ​ການ​ວັດ ສ່ວນ​ຂອງ​ແຈ​ຄື 90 ອົງສາ ​ເປັນ 1 ມຸມ​ແຈ, ສ່ວນ ຂອງ​ລາສີ ຄື 30 ອົງສາ ​ເປັນ 1 ລາສີ.

ໂອງການ (ນ.) (ປ.) ຄໍາສັກສິດ, ຖ້າ​ເປັນ​ຄໍາສັ່ງ​ອັນ​ສັກສິດ ຂອງ​ພະ​ເຈົ້າ​ແຜ່ນດິນ ຮຽກ​ວ່າ ພະ​ລາຊະ​ໂອງການ.

ອອງ 1 (ນ.) ອອງ​ເຕົ່າ, ສ່ວນ​ແຂງ​ຫຸ້ມ​ໂຕ​ເຕົ່າ ​ເອີ້ນ​ອອງ​ເຕົ່າ, ຫຼັງ​ເຕົ່າ.

ອອງ 2 (ວ.) ອາການ​ຫຼັງ​ທີ່​ສວດ​ຂຶ້ນ, ສວດ​ຂຶ້ນ ​ເຊັ່ນ ຫຼັງ​ອອງ.

ອອງ 3 (ກ.) ​ເອົາ​ຂອງ​ມັດ​ໃສ່​ຫຼັງ, ​ເອົາ​ແພ​ໂຊນ​ລູກ​ໃສ່​ຫຼັງ ​ເອີ້ນ​ວ່າ ອອງລູກ.

ອ້ອງ (ນ.) ​ເຄື່ອງ​ຮັດ​ຄໍ​ຄວາຍ ຫຼື ງົວ ຕິດ​ກັບ​ແອກ ​ເຮັດ​ດ້ວຍ​ເປືອກ​ໄມ້​ເປືອຍ ຫຼື ອື່ນໆ​ເຈາະ​ຮູ​ໃສ່​ທັງ​ສ​ແງ​ຂ້າງ ​ແລ້ວ​ເອົາ​ເຊືອກ​ຮ້ອຍ​ສອດ​ໃສ່​ກັບ​ແອກ ​ແອກ​ຢູ່​ເທິງ​ຄໍ ອ້ອງ​ຢູ່​ທາງ​ລຸ່ມ ​ໃນ​ເວລາ​ໄຖ​ນາ ຫຼື ຄາດ​ນາ.

ອຽງ (ກ.) ບ່ຽງ, ​ແຄງ​ຂ້າງ​ໜຶ່ງ, ອ່ວາຍ​ລົງ, ບ່າຍ​ລົງ.

ອ້ຽງ (ນ.) ຊື່​ນົກ​ຈໍາພວກ​ໜຶ່ງ ຂົນ​ສີດໍາ​ມີ​ກ່ານ​ຂາວ ມີ 3 ຊະນິດ ຄື: ອ້ຽງ​ໂມ່ງ​ຕົວ ​ໃຫຍ່, ອ້ຽງ​ຂີ້ຕາ​ຄວາຍ ຂົນ​ສີດໍາ​ສົບ​ເຫຼືອງ, ອ້ຽງຫຼອດ ຂົນ​ສີ​ໝົ່ນຕົວ​ນ້ອຍ.

ເອື້ອງ 1 (ນ.) ຊື່​ພົນ​ໄມ້​ຊະນິດ​ໜຶ່ງ ຈໍາພວກ​ຫຍ້າ ຕົ້ນ​ເປັນ​ຂໍ້ດອກ​ສີຂາວ.

ເອື້ອງ 2 (ນ.) ຫຍ້າ ຫຼື ​ໃບ​ໄມ້​ທີ່​ງົວ​ຄວາຍ​ກິນ​ເຂົ້າ​ໄປ ​ໃນ​ເວລາ​ກາງ​ເວັນ ຮອດ​ຍາມ​ກາງຄືນ​ມັນ​ຄາຍ​ອອກ​ມາ​ຄ້ຽວ​​ໃໝ່ ຫຍ້າ ຫຼື ​ໃບ​ໄມ້​ທີ່​ຄ້ຽວ​​ໃໝ່​ນີ້ ​ເອີ້ນ ​ເອື້ອງ ກາ​ນທີ່​ງົວ​ຄວາຍ​ກິນ​ຢ່າງ​ນັ້ນ ​ເອີ້ນ​ຄ້ຽວ​ເອື້ອງ.

ອາຍ 1 (ນ.) ກິ່ນ, ອາຍ, ສິ່ງ​ທີ່​ຖືກ​ຄວາມ​ຮ້ອນ​ແລ້ວ​ມີ​ຄວັນ ຫຼື ກິ່ນ​ກະຈາຍ​ໄປ ​ເອີ້ນ​ອາຍ ​ເຊັ່ນ ອາຍ​ເຂົ້າ ອາຍ​ນໍ້າ ອາຍ​ແດດ.

ອາຍ 2 (ກ.) ຮູ້ສຶກ​ລະອາຍ​ໃຈ, ຮູ້ສຶກ​ຂາຍໜ້າ.

ອ້າຍ (ນ.) ພີ່​ຊາຍ, ຕົ້ນ, ກົກ, ທີ່​ໜຶ່ງ ດັ່ງ​ເດືອນ​ອ້າຍ ​ແມ່ນ​ທີ 1 ຕາມ​ຈັນທະຄະຕິ.

ເອື້ອຍ (ນ.) ພີ່​ຍິງ, ຍິງ​ຜູ້​ເກີດ​ກ່ອນ​ນ້ອງ, ຄູ່​ກັບ​ອ້າ​ຍ ​ເຊິ່ງ​ເປັນ​ພີ່​ຊາຍ ຮຽກ​ເອື້ອຍ.

ອັດ 1 (ກ.) ​ເອົາ​ຝາ ຫຼື ວັດຖຸ​ສິ່ງ​ໃດ​ສິ່ງ​ໜຶ່ງ​ງັບ​ເຂົ້າ ຫຼື ​ໃສ່​ເຂົ້າທີ່​ປາກ​ພາຊະນະ ຕ່າງໆ ຫຼື ບ່ອນ​ທີ່​ເປັນ​ປ່ອງ ​ເປັນ​ແປວ.

ອັດ 2 (ນ.) (ປ.) ​ເງິນ ທອງ​ແດງ​ບູຮານ ​ເຊິ່ງ​ເປັນ​ສ່ວນ​ໜຶ່ງ​ໃນ​ແປດ​ຂອງ​ເງິນ​ເຟື້ອງ ໜຶ່ງ.

ອັດສະຈັນ (ວ.) (ສ.) ປະຫຼາດ, ໜ້າ​ງຶດ​ງໍ້.

ອັດຕະຄັດ (ວ.) ຕິດ​ຂັດ, ຫຍຸ້ງຍາກ, ຄັບ​ແຄບ, ຍາກຈົນ ອຶດ​ຢາກ ຍາກ​ແຄ້ນ.

ອັດຕາ 1 (ນ.) (ປ.) ຕົນ, ​ໂຕ​ເອງ.

ອັດຕາ 2 (ນ.) (ສ.) ​ເງິນ​ເດືອນ ຫຼື ວັດຖຸ​ແລກປ່ຽນ​ທີ່​ມີຄ່າ​ເທົ່າ​ກັບ​ເງິນ​ເດືອນ ຫຼື ຄ່າ​ຈ້າງ​ຂອງ​ພະນັກງານ ຫຼື ກໍາມະກອນ.

ອາດ 1 (ວ.) ມີ​ສີ​ງາມ​ຕາ, ມີ​ສີຂາວ​ສະອາດ.

ອາດ 2 (ວ.) ສາມາດ, ກ້າຫານ.

ອາດ 3 (ກ.) ອວດ, ສະ​ແດງ​ໃຫ້​ຮູ້​ເຫັນ.

ອາດຕະມາ (ນ.) (ປ.) ຕົນ, ຕົນ​ເອງ, ​ເປັນ​ຄໍາທີ່​ພິກຂຸ​ສາມະ​ເນນ ​ໃຊ້​ເວົ້າ​ແທນ​ຕົນ ​ເອງ​ເວລາ​ເວົ້າກັບ​ຄະຫັດ ຫຼື ພໍ່​ອອກ ​ແມ່ອອກ.

ອິດທິ (ນ.) ລິດ, ຄວາມ​ສໍາ​ເລັດ, ຄວາມ​ຈະ​ເລີ​ນ, ອໍານາດ​ສັກສິດ.

ອິດທິພັນ (ນ.) ກໍາລັງ​ທີ່​ເຮັດ​ໃຫ້​ເກີດ​ຜົນສໍາ​ເລັດ​ອໍານາດ​ການ​ບໍລິຫານ​ບ້ານ​ເມືອງ, ອໍານາດ​ທີ່​ມີ​ຕໍ່​ປະຊາຊົນ, ຄວາມ​ມີ​ຊື່​ສຽງ​ໂດ່​ງດັງ.

ອິດສະຫຼະ (ວ.) (ປ.) ​ເປັນ​ໃຫຍ່, ​ເປັນ​ໃຫຍ່​ແກ່​ຕົນ​ເອງ, ບໍ່​ຂຶ້ນ​ກັບ​ໃຜ, ປົກຄອງ​ຕົນ ​ເອງ.

ອຸດສາຫະກໍາ (ນ.) (ສ.) ການ​ເຮັດ​ສິ່ງ​ຂອງ​ໃຫ້​ເປັນ​ສິນຄ້າ, ການ​ເຮັດ​ດ້ວຍ​ຄວາມ​ດຸ ໝັ່ນ, ການ​ຜະລິດ​ສິນຄ້າ ດ້ວຍ​ການ​ນໍາ​ໃຊ້​ເຄື່ອງ​ຈັກ ​ແລະ ​ເຕັກນິກ​ທັນ​ສະ​​ໄໝ ​ເພື່ອ​ໃຫ້​ໄດ້​ປະລິມານ​ຫຼາຍ ​ແລະ ມີ​ຄຸນ​ນະພາ​ບດີ.

ອຸດສາຫະ (ນ.) (ປ.) ຄວາມ​ພາກ​ພຽນ, ຄວາມ​ດຸໝັ່ນ, ຄວາມ​ອົດທົນ.

ອຸດໜູນ (ກ.) ຊ່ວຍ​ເຫຼືອ, ຄ້ຳຊູ, ອຸປະຖຳ​ຊ່ວຍ​ຊູ​ຍູ້​ໜູນ.

ອູດ 1 (ກ.) ​ເອົາ​ໄຟ ​ແລະ ຄວັນ​ຮົມ​ໃຫ້​ຮ້ອນ ​ເຮັດ​ໃຫ້​ຮ້ອນ ຫຼື ອູດ​ເອົ້າ​ດ້ວຍ​ຄວັນ ​ແລະ ​ໄຟ.

ອູດ 2 (ນ.) (ສ.) ສັດ​ສີ່​ຕີນ​ຊະນິດ​ໜຶ່ງ ຄໍ​ຍາວ​ມີ​ໜອກ ​ເປັນ​ເປົ້າສູງ​ສວກ​ຂຶ້ນກາງ ຫຼັງ​ໃຊ້​ເປັນ​ພາຫະນະ​ຕ່າງ​ສິ່ງ​ຂອງ​ໃນ​ທະ​ເລ​ຊາຍ.

ເອັດ (ວ.) ໜຶ່ງ ​ໃຊ້​ສໍາລັບ​ເລກ​ທີ່​ມີ 1 ຢູ່​ທ້າຍ​ດັ່ງ 11ມ 101ມ 1001 ອ່ານ​ວ່າ ສິບ​ເອັດ, ຮ້ອຍ​ເອັດ, ພັນ​ເອັດ.

ເອດ 1 (ວ.) ສຽງ​ດັງ​ຂອງ​ໄມ້​ໄຜ່​ສີ​ກັນ ຍາມ​ລົມ​ພັດ​ມາ​ແຮງ.

ເອດ 2 (ນ.) (ອ.) ພະຍາດ​ຮ້າຍ​ທີ່​ສູດ​ແຫ່ງ​ຍຸກ​ປັດຈຸບັນ ​ເກີດ​ຂຶ້ນຈາກ​ເຊື້ອ​ວິຣຸດ ​ເຊິ່ງ ​ເຮັດ​ໃຫ້​ຜູ້​ເປັນ​ພະຍາດ​ນີ້ ມີ​ພູມ​ຕ້ານທານ​ຕ່ຳ​ຫາ​ຢາ​ປົວ​ບໍ່​ມີ ຖ້າ​ເປັນ​ແລ້ວ​ກໍ່​ລໍຄອຍ​ແຕ່ ວັນ​ຕາຍ​ເທົ່າ​ນັ້ນ.

ອັນຕະລາຍ (ນ.) (ປ.) ​ເຫດ​ທີ່​ເຮັດ​ໃຫ້​ເສຍ​ຫາຍ ຫຼື ມຸດ​ມອດ​ໄປ.

ອັນທະພານ (ນ.) (ປ.) ຄົນ​ຮ້າຍ, ນັກ​ເລງ ພວກ​ບໍ່​ດີ ຄົນ​ມືດ​ບອດ​ທາງ​ປັນຍາ, ຄົນ ປັນຍາ​ປຶກ.

ອານ 1 (ນ.) ​ເຄື່ອງ​ຮອງ​ນັ່ງ​ເທິງ​ຫຼັງ​ມ້າ ທີ່​ເຮັດ​ດ້ວຍ​ໜັງ ຫຼື ​ເງິນ​ຄໍາແລະ ​ໂລ ຫະກໍ່​ໄດ້.

ອານ 2 (ນ.) ຕົນ​ໂຕ.

ອິນທະນິນ (ນ.) (ປ.) ສີຂຽວ​ດັ່ງ​ພະ​ອິນ, ສີ​ແຫລ້, ຕົ້ນກາກະ​ເລົາ.

ອຸ່ນ 1 (ກ.) ​ເຮັດ​ໃຫ້​ຮ້ອນ ​ເຊັ່ນ ອຸ່ນ​ຂອງ​ກິນ.

ອຸ່ນ 2 (ວ.) ບໍ່​ເຢັນ, ​ເກືອບ​ຮ້ອນ, ບໍ່​ຮ້ອນ​ບໍ່​ໜາວ, ອາກາດ​ພໍດີ​ພໍງາມ, ສະບາຍ.

ອຸນຫະພູມ (ນ.) (ປ.) ຖ້ານ,​ຂັ້ນ, ຂີດ, ຫຼື ອັນ​ດັບ​ຄວາມ​ຮ້ອນ ​ແລະ ​ເຢັນ​ຂອງ​ອາ ກາດ​ເຊິ່ງອາດ​ວັດ​ແທກ​ໄດ້ ດ້ວຍ​ເຄື່ອງມື​ທີ່​ເອີ້ນ​ວ່າ ​ແຕັກ​ໂມ​ແມັດ.

ແອ່ນ 1 (ກ.) ເຮັດ​ໃຫ້​ສ່ວນ​ກາງ ຫຼື ຫຼັງ​ເດັ້ງຂຶ້ນ ຫຼື ລົງ.

ແອ່ນ 2 (ນ.) ຊື່​ນົກ​ຊະນິດ​ໜຶ່ງ ບໍ່​ຈັບ​ດິນ​ມີ​ປີກ​ສ້ວຍ ບິນ​ໄວ ​ແລະ ​ເຮັດ​ຮັງ​ຢູ່​ດ້ວຍ ນໍ້າລາຍ ຮັງ​ນົກ​ແອ່ນ​ໃຊ້​ເຮັດ​ຢາ ​ແລະ ​ເປັນ​ອາຫານ​ທີ່​ໃຫ້​ຄຸນຄ່າ​ສູງ,​ ນົກ​ແອ່ນ​ແສ່ວ.

ອົ້ນ (ນ.) ຊື່ສັດ​ສີ່​ຕີນ​ຊະນິດ​ໜຶ່ງ ຕົວ​ຄື​ໜູ ​ແຕ່​ໃຫຍ່​ກວ່າ​ໜູ ຕາ​ນ້ອຍ ຢູ່​ໃນ​ຮູ.

ໂອນ (ກ.) ຍ້າຍ ຫຼື ຍົກຍ້າຍ​ເອົາ​ໄປ​ໄວ້​ບ່ອນ​ໜຶ່ງ, ຍອມ​ຍົກ​ໃຫ້ ດັ່ງ​ໂອນ​ກໍາມະສິດ.

ອອນຊອນ (ວ.) ມ່ວນຫຼາຍ, ສວຍ​ງາມ, ໜ້າ​ຮັກ.

ເອີນ (ກ.) ​ເອີ້ນ, ຂານ​ຕອບ.

ອ່ຽນ (ນ.) ຊື່ສັດ​ນໍ້າຊະນິດ​ໜຶ່ງ ຕົວ​ກົມ​ຄື​ງູ​ບໍ່​ມີ​ເກັດ ມັກ​ໝົ້ນຢູ່​ໃນ​ຕົມ ​ແລະ ໜອງໃຫຍ່.

ອວນ 1 (ນ.) ​ເຄື່ອງມື​ຫາ​ປາ​ຢ່າງ​ໜຶ່ງ ສານ​ດ້ວຍ​ເສັ້ນປ່ານ ​ເຮັດ​ເປັນຕາ​ຄື​ແຫ ​ໃຊ້​ມື​ຈັບ​ລ່ອງ​ໄປ​ຕາມ​ນໍ້າ.

ອວນ 2 (ນ.) (ຂ). ນ້ອງ, ນ້ອງ​ຮັກ.

ອວນ 3 (ກ.) ພາ, ນໍາ​ໜ້າ, ພາ​ເຮັດ, ພາ​ໄປ​ອວານ.

ອັບປະສອນ (ນ.) (ປ.) ນາງ​ຟ້າ, ນາງ​ສະຫວັນ.

ອັບປະລັກ (ວ.) (ສ.) ຊົ່ວ, ບໍ່​ດີ, ບໍ່​ງາມ.

ອູບມຸງ (ນ.) ພະທາດ​ກໍ່​ດ້ວຍ​ດິນ​ຈີ່ ​ແລະ ປູນ​ຮູບ​ກົມ​ບໍ່​ມີ​ຍອດ ຂ້າງ​ໃນ​ເປັນ​ໂກນ ຫຼື ຜົ້ງ​ໃຫຍ່ ສໍາລັບ​ບັນຈຸ​ສິ່ງ​ເຄົາ​ລົບ​ສັກກາລະ​ມີ​ພະພຸດທະ​ຮູບ​​ ​ເອີ້ນ ອູບ​ມຸງ.

ອົບຮົມ (ກ.) ສັ່ງສອນ, ​ແອບ ຫຼື ສອນ​ໃຫ້​ເຂົ້າ​ໃຈ​ຈົນ​ຕິດ​ກັບ​ສັນດານ ຫຼື ອຸ​ກະນິດ​ໄສ.

ເອືອບ (ກ.) ​ເອົາ​ເກືອ​ຄັ້ນ​ໃສ່​ແລ້ວ ​ເອົາ​ເຂົ້າສຸກ​ໃສ່​ນໍາ​ເລັກ​ນ້ອຍ ​ແລ້ວ​ຈິ່ງ​ໝັກ​ໄວ້ ​ເຊັ່ນ​ເອືອບ​ປາ ​ເອືອບຊີ້ນ.

ອອມ 1 (ນ.) ພາຊະນະ​ປັ້ນດ້ວຍ​ດິນ​ປາກ​ຮອມ​ໄຫ​ນ້ອຍ ປາກ​ແຄບໆ.

ອອມ 2 (ວ.) ມີ​ປາກ​ຮອມ​ເຂົ້າ.

ອອມ 3 (ກ.) ອົດ, ຖະໜອມ, ​ແພງ.

ອ່າວ 1 (ນ.) ສ່ວນຂອງທະເລ ເປັນເລີງ ຫຼື ເປັນອ່າວເຂົ້າໄປໃນໜ້າແຜ່ນດິນ.

ອ່າວ 2 (ກ.) ຄຶດ, ຄະນິງ.

ອິ້ວ 1 (ນ.) ເຄື່ອງໜີບໃຫ້ໃນໝາກຝ້າຍອອກຈາກປຸຍຝ້າຍ ຫຼື ເຄື່ອງໜີບ ໃຫ້ແປ, ເຄື່ອງໜີບລໍາອ້ອຍ ໃຫ້ນໍ້າຫວານໃນລໍາອ້ອຍໄຫຼອອກ.

ອິ້ວ 2 (ກ.) ໜີບວັດຖຸສິ່ງຂອງໃດໜຶ່ງ ດ້ວຍເຄື່ອງອິ້ວ ຫັນໃຫ້ກ້ຽວເຂົ້າ, ໜີບໃຫ້ ແປ ເຊັ່ນ ອິ້ວປາອີ່ຮື ເປັນຕົ້ນ, ດຶງໃຫ້ຫັນກັບໄປກັບມາ.

ແອວ (ນ.) ສ່ວນຂອງຮ່າງກາຍລະຫວ່າງສ້ວງກັບກະໂພກສ່ວນກາງ ຂອງພາຊະນະ ຫຼື ສິ່ງອື່ນທີ່ມີລັກສະນະ​ເໝືອນແອວ.

ແອ່ວ (ກ.) ໜ່ຽວວອນ, ໄຫ້ໜ່ຽວວອນ, ຄວງຢາກໄດ້.