ສະມາດໂຟນ ຫຼື ໂທລະສັບມືຖື ເປັນສິ່ງຈຳເປັນໃນການຕິດຕໍ່ສື່ສານ ແລະ ເປັນອະໄວຍະວະສ່ວນທີ 33 ຂອງຄົນເຮົາທີ່ຂາດບໍ່ໄດ້ ເຊິ່ງບາງກຸ່ມຍັງມີພຶດຕິກຳຢູ່ກັບການຫຼິ້ນໂທລະສັບຢູ່ຕະຫຼອດເວລາ ເຊິ່ງອາດສ່ຽງເປັນ “Nomophobia” ຫຼື “ອາການຕິດໂທລະສັບມືຖື” ຈົນບໍ່ສາມາດປາສະຈາກມັນໄດ້ ເຊິ່ງພຶດຕິກຳເຫຼົ່ານີ້ຈະສົ່ງຜົນກະທົບຕໍ່ສຸຂະພາບໂດຍກົງ, ສະນັ້ນ, ຄວນປ່ຽນພຶດຕິກຳ ໂດຍຫາກິດຈະກຳອື່ນທົດແທນການຫຼິ້ນໂທລະສັບ.

     ແພດຜູ້ຊ່ຽວຊານກ່າວວ່າ: ອາການຕິດໂທລະສັບມືຖື ຈະສົ່ງຜົນຕໍ່ການຄົບຄ້າສາມາຄົມກັບຄົນອ້ອມຂ້າງ ແລະ ສັງຄົມ ໂດຍສະເພາະດ້ານສຸຂະພາບເຊັ່ນ: ນິ້ວມືລ໊ອກ ເຊິ່ງເກີດຈາກການຈິ້ມ, ສະໄລ ໜ້າຈໍເປັນເວລາດົນ, ມີອາການທາງສາຍຕາເຊັ່ນ: ສາຍຕາລ້າ, ຕາມົວ, ຕາແຫ້ງ ເຊິ່ງເກີດຈາກການຈ້ອງໜ້າຈໍ ທີ່ມີແສງແຮງເກີນໄປ ແລະ ອາດສົ່ງຜົນໃຫ້ວຸ້ນໃນຕາເສື່ອມ, ຈໍປະສາດຕາເສື່ອມ. ປວດເມື່ອຍຄໍ, ບ່າໄຫຼ ຈາກການກົ້ມໜ້າ, ກົ່ງຕົວລົງ ສົ່ງຜົນໃຫ້ເລືອດໄຫຼວຽນບໍ່ສະດວກ, ຫາກຫຼິ້ນເປັນເວລາດົນໆອາດຈະມີການເຈັບຫົວ ລວມໄປເຖິງໝອນຮອງກະດູກເສື່ອມສະພາບກ່ອນໄວອັນຄວນ. ເກີດໂຣກອ້ວນ ແມ່ນວ່າພຶດຕິກຳຈະບໍ່ໄດ້ສົ່ງຜົນໂດຍກົງ ແຕ່ການນັ່ງບ່ອນເກົ່າໂດຍບໍ່ຍອມລຸກຍ່າງໄປໃສ ກໍ່ເປັນອີກປັດໄຈທີ່ພາໃຫ້ເກີດໂຣກອ້ວນ ແລະ ໂຣກຮ້າຍອື່ນໆໄດ້.

ຕໍ່ກັບພຶດຕິກຳດັ່ງກ່າວ ແພດຜູ້ຊ່ຽວຊານຈາກສະຖາບັນສຸຂະພາບຈິດ ແລະ ໄວລຸ້ນຣາດນະຄະຣິນ, ກົມສຸຂະພາບຈິດ ປະເທດໄທກ່າວວ່າ: (Nomophobia) ຫຍໍ້ມາຈາກ ຄໍາວ່າ “no mobile phone phobia” ເປັນສັບທີ່ໜ່ວຍງານວິໄຈທາງການຕະຫຼາດໃຫຍ່ (YouGov) ບັນຍັດຂຶ້ນມາເມື່ອປີ 2010 ທີ່ໃຊ້ເອີ້ນອາການທີ່ເກີດຈາກການຢ້ານກົວ, ວິຕົກກັງວົນ ເມື່ອຂາດໂທລະສັບ ເຊິ່ງພົບເຫັນຫຼາຍທີ່ສຸດປະມານ 70% ໃນກຸ່ມໄວລຸ້ນອາຍຸປະມານ 18-24 ປີ, ຮອງລົງມາແມ່ນກຸ່ມໄວເຮັດວຽກອາຍຸປະມານ 25-34 ປີ ແລະ ກຸ່ມໄວອາຍຸໃກ້ກະສຽນ 55 ປີ ຂຶ້ນໄປຕາມລຳດັບ.

ຢ່າງໃດກໍ່ຕາມ ແນວທາງການປ່ຽນແປງພຶດຕິກຳໃຊ້ໂທລະສັບມືຖືດ້ວຍຕົນເອງ ມີຫຼາຍວິທີເຊັ່ນ: ແບ່ງເວລາໃນການໃຊ້ໂຊຊ້ຽວມີເດຍໃນແຕ່ລະວັນ, ກໍານົດສະຖານນະການທີ່ບໍ່ຫຼິ້ນໂທລະສັບເປັນຕົ້ນ: ການຍ່າງ, ການກິນ, ການນອນ, ຂັບລົດ, ຮຽນ, ເຮັດວຽກ ຫຼື ແມ່ນແຕ່ຢູ່ໃນຫ້ອງນໍ້າ ແລະ ຄວນຫາກິດຈະກຳງານອະດິເລກເຮັດທົດແທນເຊັ່ນ: ຫຼິ້ນກິລາ, ເຮັດກິດຈະກຳຜ່ອນຄາຍໃນຄອບຄົວ ເພື່ອທົດແທນການໃຊ້ອຸປະກອນສື່ສານທຸກຊະນິດ

ຂໍ້ມູນຈາກ: news.com.la