ລັກສະນະພືດສາດ
ລຳຕົ້ນເປັນລຳຕົ້ນ ຫຼື ເຫງົ້າໃຕ້ດິນ ແລະ ອາດຢູ່ເໜືອດິນເລັກນ້ອຍ. ຮາກເປັນລະບົບຮາກແກ້ວ, ມີຮາກຝອຍແຕກຍ່ອຍອອກຮອບໆ. ໃບແທງອອກຈາກເຫງົ້າທີ່ເປັນລຳຕົ້ນລຽນວຽນຮອບເຫງົ້າແໜ້ນເປັນຈຸກ, ກ້ານໃບມີລັກສະນະສັ້ນ ຍາວ 0.5–1 ຊັງຕີແມັດ. ໃບຮູບໄຂ່-ຂອບຂະໜານ, ກວ້າງ 1–4 ຊັງຕີແມັດ ແລະ ຍາວ 5–35 ຊັງຕີແມັດ.

ປາຍໃບແຫຼມ, ຂອບໃບແຂ້ວເລື້ອຍ, ແຂງກະດ້າງ, ໃບອ່ອນມີສີຂຽວສົດ ເມື່ອແກ່ມີສີຂຽວເຂັ້ມ. ດອກເກີດຢູ່ປາຍຍອດເຄີ່ງກາງຂອງລຳຕົ້ນ, ມີກ້ານດອກແຂງຍາວ 10–30 ຊັງຕີແມັດ, ໃບປະດັບຢູ່ກ້ານດອກ ຮູບຫອກ.

ກາບດອກສີຂຽວ 5 ກາບ, ຮູບຂະໜານແກມຮູບໄຂ່ ຍາວປະມານ 0.5–0.75 ຊັງຕີແມັດ ແລະ ມີກາບດອກ 5–7 ກາບ, ສີຂາວ. ດອກມີດອກຍ່ອຍຈຳນວນຫຼາຍເປັນດອກສົມບູນເພດ, ມີເກສອນເພດຜູ້ 5 ອັນ, ກ້ານຊູເກສອນສີຂາວ, ເກສອນເພດແມ່ເປັນເສັ້ນກົມ 2 ເສັ້ນ, ບໍ່ມີຖານເກສອນ. ໝາກມີຂະໜາດ 1.5 x 0.75 ມີນລີແມັດ, ເມື່ອແກ່ ແລະ ແຫ້ງ ຈະແຕກອອກເປັນ 2 ປ່ຽງ, ແຕ່ລະປ່ຽງຈະມີແກ່ນດ້ານໃນຈຳນວນຫຼາຍ.

ການນຳໃຊ້
ໃບ ແລະ ຊໍ່ດອກ ຮັບປະທານເປັນຜັກສົດ ຫຼື ຊອຍເພື່ອປຸງຣົດຊາດອາຫານ. ທາງດ້ານຢາ ໃບ ຫຼື ລຳຕົ້ນນັ້ນ ຕຳແລ້ວທາ ແກ້ອາການອັກເສບຂອງພິດງູ, ແມງເງົາ, ຂີ້ເຂັບ ແລະ ແມງໄມ້ມີພິດ, ນ້ຳມັນລະເຫີຍທີ່ກັ່ນຈາກກີ່ງ ແລະ ໃບ ຊ່ວຍບຳລຸງຫົວໃຈ ແກ້ເປັນລົມໜ້າມືດຕາລາຍ.

ຂໍ້ມູນຈາກ: www.news.com.la