ຜັກຕີ້ວ ເປັນພືດຢືນຕັ້ນ ທີ່ຄົນເຮົານິຍົມບໍລິໂພກໃບເປັນອາຫານ, ໃຊ້ລຳຕົ້ນ ເປັນຟືນທີ່ໃຊ້ດັງໃນການແຕ່ງກີນ, ໃຊ້ຮາກເປັນຢາບາງຊະນິດ.

    ຕົ້ນຜັກຕີ້ວ ທີ່ເກີດ ແລະ ພົບເຫັນ ສ່ວນຫລາຍຈະມີ 2 ຊະນິດ: ຊະນິດໃບເປັນຂົນ ( ມີລົດຂົມ ບໍ່ສາມາດນຳມາປຸງແຕ່ງເປັນອາຫານໄດ້ ) ແລະ ຊະນິດໃບກ້ຽງ ( ມີລົດສົ້ມຝາດ ສາມາດນຳມາປຸງແຕ່ງເປັນອາຫານໄດ້ ເຊັ່ນ: ໃສ່ແກງປາ ຫລື ກີນກັບອາຫານປະເພດອື່ນໆ ).

     ຕິ້ວສົ້ມ ເປັນຕົ້ນໄມ້ຫຼົ່ນໃບຂະໜາດກາງ ໃນຄວາມສູງລະຫວ່າງ 10-15 ມ ແລະ ໜ້າຕ້າງພຽງເອິກ 10 - 30 ຊມ. ລຳຕົ້ນ ມັກແຕກແໜງຢູ່ທີ່ຖານເຫງົ້າ ແລະ ມີໜາມຍາວຂະໜາດ 15 ຊມ. ເປືອກຂອງມັນມີສີໝົ່ນ – ນໍ້າຕານ ແລະ ສາມາດລອກອອກເປັນຊັ້ນບາງ. ຂ້າງໃນຂອງເປືອກເປັນສີນໍ້າຕານ ພ້ອມທັງມີຢາງໜຽວສີສົ້ມ.

     ໃບຂອງມັນ ມີຂະໜາດ 5 -17.5 x 3-7.5 ຊມ ມີສີມ່ວງອົມແດງ ໃນເວລາຍັງອ່ອນ ສ່ວນກ້ານໃບເປັນສີແດງ. ສຳລັບຕິ້ວແດງ ( ຕີ້ວຂົນ ) ຈະມີຂົນທີ່ກ້ອງໃບ.

   ກ້ານຂອງຊໍ່ດອກ ເປັນສີນນໍ້າຕານອ່ອນປົນແດງ, ເກີດດອກສີມ່ວງ ຫຼື ຂາວເປັນຈຸ້ມ ແຕ່ຫນຶ່ງຫາຫົກຈຸ້ມ ປາຍຊໍ່ດອກພຽງ, ໝາກຂອງມັນເປັນແຄບຊຸນ/ກັບ, ແຫ້ງ, ມີສາມຫ້ອງ ສີແດງອ່ອນປົນເຫຼືອງ ແລະ ມີຂະໜາດ 13-18 x 4-6 ມມ ບັນຈຸມີ 12-17 ແກ່ນ. ຕົ້ນຕິ້ວສົ້ມ ເມື່ອຍັງນ້ອຍລຳຕົ້ນຈະມີໜາມຫຼາຍ.

      ການນຳໃຊ້
   ໃບອ່ອນ ແລະ ດອກອ່ອນ ໃຊ້ກິນດິບກັບລາບ ແລະ ໃສ່ແກງປາ ຊຶ່ງຈະໃຫ້ລົດຊາດຝາດໆສົ້ມໆຄ້າຍຄືລົດຂອງສານຝາດ. ໃບແຫ້ງ, ເປືອກ ແລະ ຮາກ ໃຊ້ຕົ້ມກິນຄືຊາ ເປັນຢາ ແກ້ເຈັບທ້ອງ, ຊ່ວຍລະລາຍອາຫານ, ກິນເຂົ້າບໍ່ແຊບ, ອາການອິດເມື່ອຍຫຼັງຄອດລູກ ແລະ ເປັນໄຂ້ໂຊ ຕົ້ມກິນມື້ໜຶ່ງ 15-30 ກຼາມ ແລະ ມີສັບພະຄຸນເປັນຢາອີກດ້ວຍ.

    ສ່ວນຢາງຈາກເປືອກໃຊ້ທາແກ້ຄັນ, ສຳລັບທາໜັງຕີນທີ່ແຫ້ງແຕກ, ນໍ້າເປືອກ ກິນແກ້ພິການ, ເປືອກ ແລະ ໄມ້ປະສົມນໍ້າມັນໝາກພ້າວທາແກ້ໂລກຜີວໜັງບາງຊະນິດ ແລະ ເນື້ອໄມ້ແມ່ນເໝາະສົມສຳລັບເຜົາເຮັດຖ່ານ.

ຂໍ້ມູນຈາກ: www.news.com.la