ພິມ
ໝວດ: ຮູ້ໄວ້ໄດ້ປະໂຫຍດ
ກົດເບິ່ງ: 338

 

ລັກສະນະພືດສາດ
    ເປັນໄມ້ພຸ່ມ ສູງປະມານ 4 ມ ຫຼື ເຄິ່ງໄມ້ເຄືອເກາະກ່າຍໄປຕາມຕົ້ນໄມ້ອື່ນ, ເປືອກດ້ານນອກສີເທົາ, ດ້ານໃນສີຂາວອົມແດງ, ມີເນື້ອໄມ້ແຂງແກ່ນ, ລຳຕົ້ນມີໜາມທຸກພາກສ່ວນ; ຍອດອ່ອນມີສີແດງຄ້ຳ. ໃບ ເປັນໃບປະສົມແບບຂົນນົກສອງຊັ້ນ, ໃບປະສົມຊັ້ນທີ 1 ມີ 5 - 10 ຄູ່, ໃບປະສົມຊັ້ນທີ 2 ມີ 10 - 35 ຄູ່, ກ້ານໃບປະສົມຊັ້ນທີ 1 ຍາວ 6 - 16 ຊມ, ກ້ານໃບປະສົມຊັ້ນທີ 2 ຍາວ 4 - 7 ຊມ, ແຜ່ນໃບຮູບຂອບຂະໜານ, ຂະໜາດ 1 - 2 x 6 - 8 ມມ.

      ດອກ ເປັນຊໍ່ກະຈຸກແໜ້ນອອກຕາມງ່າມໃບຄ້າຍຄືດອກກະຖິນ, ມີສີເຫຼືອງອ່ອນ. ໝາກ ເປັນຝັກ, ຮູບຂອບຂະໜານ, ກ້ວາງ 1.5 - 3 ຊມ, ຍາວ 10 - 15 ຊມ, ຜິວຝັກເປັນຄື້ນ, ເປືອກຝັກອ່ອນສີຂຽວອົມແດງເມື່ອແກ່ຈະເປັນສີນ້ຳຕານເຂັ້ມ.

ການນຳໃຊ້:
     ສົ້ມປ່ອຍ ສ່ວນຫຼາຍເພີ່ນນຳເອົາຍອດອ່ອນມາເປັນສ່ວນປະກອບຂອງແກງຊະນິດຕ່າງໆເຊັ່ນ ແກ້ງເຫັດ, ແກ້ງປາ, ຕົ້ມສົ້ມກົບ ແລະ ອື່ນໆ. ຍອດອ່ອນ ຈະມີລົດຊາດສົ້ມອ່ອນໆ ເພີ່ນຈະບໍ່ໃສ່ຫຼາຍເພາະວ່າມັນຈະສົ້ມໂພດ ແຕ່ສ່ວນອື່ນກໍ່ຍັງໃສ່ເປັນຢາ.

ມີວິທີການນຳໃຊ້ທາງການຢາ: ແກ້ໄອໃຊ້ໝາກແກ່ປີ້ງໃຫ້ເຫຼືອງແຊ່ໃສ່ນ້ຳກິນ, ແກ້ເຈັບທ້ອງ ໃຊ້ຮາກຕົ້ມນ້ຳກິນ, ຂັບນ້ຳຍ່ຽວ ໃຊ້ໃບອ່ອນມາຕົ້ມນ້ຳ ແລະ ຜະສົມນ້ຳເຜີ້ງກິນ, ເຮັດໃຫ້ຜູ້ຍິງອອກລູກງ່າຍ ໂດຍຄົນບູຮານເຊື່ອວ່າໃຊ້ໝາກສົ້ມປ່ອຍ 3 - 7 ຂໍ້ ຕົ້ມນ້ຳອາບຕອນແລງ ແລະ ມັກອາບກ່ອນກຳນົດອອກລູກ 2-3 ວັນ ແຕ່ບໍ່ໃຫ້ອາບຫຼາຍເພາະຈະເຮັດໃຫ້ຮູ້ສຶກຮ້ອນ. ນອກຈາກນີ້ ໃບສົ້ມປ່ອຍຍັງເປັນເຄື່ອງປຸງເພີ່ມລົດຊາດອາຫານໃຫ້ມີລົດສົ້ມໄດ້ ແລະ ໝາກຍັງນຳໃຊ້ໃນພິທີກຳທາງສາດສະໜາ.

ການປູກຂະຫຍາຍພັນ: ສົ້ມປ່ອຍເປັນໄມ້ທີ່ພົບໃນທຳມະຊາດຕາມປ່າດິບແລ້ງ, ປ່າເຫລົ່າ ການຂະຫຍາຍພັນສົ້ມປ່ອຍເຮັດໄດ້ 2 ວິທີ ຄື: ຕັດຊຳ ແລະ ກ້າແກ່ນ.

ຂໍ້ມູນຈາກ: http://news.com.la