ໝາກກະຖີນ ແລະ ໃບອ່ອນຂອງມັນ ນອກຈາກຈະເປັນອາຫານທີ່ໃຊ້ກີນກັບອາຫານປະເພດຕ່າງແລ້ວ ຍັງມີຄຸນຄ່າທາງດ້ານໂພສະນາການ ແລະ ເປັນຢານຳອີກ ເຊັ່ນ: ຮາກໃຊ້ເປັນຢາອາຍຸວັດທະນະ, ເມັດແກ່ມີສານອາຊິດສູງຈຶ່ງຊ່ວຍເສີມສ້າງ ແລະ ບຳລຸງກະດູກ, ຍອດອອ່ນ, ເມັດ ແລະ ດອກ ຊ່ວຍຫຼຸດລະດັບນໍ້າຕານໃນເລືອດ, ຊ່ວຍຮັກສາຄວາມດັນເລືອດສູງ, ອຸດົມດ້ວຍວິຕາມິນເອ ຈິ່ງຊ່ວຍບຳລຸງ ແລະ ຮັກສາຕາໄດ້, ຊ່ວຍບຳລຸງຫົວໃຈ, ຊ່ວຍແກ້ອາການນອນບໍ່ຫຼັບ, ຊ່ວຍໃຫ້ຈະເລີນອາຫານ, ຊ່ວຍແກ້ອາການຮ້ອນໃນກະຫາຍນໍ້າ, ຊ່ວຍແກ້ອາການຖອກທ້ອງ, ເມັດໝາກກະຖິນໃຊ້ເປັນຢາ ຖ່າຍພະຍາດໂຕກົມສຳລັບຜູ້ໃຫຍ່ໃຊ້ໄດ້ຄັ້ງລະ 25–50 ກຣາມ ສ່ວນເດັກນ້ອຍໃຊ້ໄດ້ 5-20 ກຣາມ ໂດຍໃຊ້ ຮັບປະທານໃນຕອນທ້ອງວ່າງຂອງຕອນເຊົ້າປະມານ 3-5 ມື້.

   ນອກຈາກນີ້ແລ້ວ ຫມາກກະຖິນຍັງມີສັບພະຄຸນຢ່າງຫຼວງຫຼາຍ ເປັນຕົ້ນແມ່ນຮາກ ຊ່ວຍຂັບລົມໃນລຳໄສ້, ຊ່ວຍຂັບລະດູຂາວຂອງແມ່ຍິງ, ຊ່ວຍຫຼຸດການເກີດໜິ້ວໃນກະເພາະອາຫານ, ບຳລຸງຕັບ, ບຳລຸງໝາກໄຂ່ຫຼັງເປັນຢາໃຊ້ຫ້າມເລືອດ ເຖິງວ່າຫມາກກະຖິນ ຈະມີປະໂຫຍດແຕ່ກໍມີໂທດໄດ້ເຊັ່ນກັນ ເນື່ອງຈາກໃບຫມາກກະຖິນມີສານທີ່ເປັນພິດຄືສານລິວຊີນີນຫາກສັດກິນໃບກະຖິນ ໃນປະລິມານສູງອາດເຮັດໃຫ້ຂົນລົ່ນ ແລະ ເປັນໝັນໄດ້ ແຕ່ຍັງບໍ່ມີລາຍງານຄວາມເປັນພິດກັບຄົນ ແລະ ຍັງມີລາຍງານວ່າ ໝາກກະຖິນເປັນພືດທີ່ມີຄຸນສົມບັດຊ່ວຍດູດຊັບທາດຊີລີນຽມຈາກດິນມາສະສົມໄວ້ໄດ້ຫຼາຍຈິ່ງອາດເຮັດໃຫ້ເກີດພິດເນື່ອງຈາກທາດນີ້ໄດ້.

ຂໍ້ມູນຈາກ: http://news.com.la