ຄຳວ່າ ອອກພັນສາ ນັ້ນ ໄດ້ແກ່ການອະນຸຍາດ ໃຫ້ພະພິກຂຸສົງອອກຈາກເຂດຈຳກັດຫຼັງຈາກການເຂົ້າຈຳພັນສາ ຄົບ 3 ເດືອນ ເພື່ອອອກໄປປະຕິບັດໜ້າທີ່ຢູ່ບ່ອນອື່ນໄດ້ ເອີ້ນອີກຢ່າງໜຶ່ງວ່າ ການອອກຈາກລະດູຝົນ. ເມື່ອເຖິງມື້ຂຶ້ນ 14 ຄ່ຳ ຂອງເດືອນ 11 ຊາວພຸດ ທັງຫຼາຍພາກັນຈັດຫາວັດຖຸທານຕ່າງໆມາໄວ້ຖວາຍທານຕາມກຳລັງສັດທາຂອງຕົນ .

 

     ເມື່ອເຖິງມື້ເພັງ 15 ຄ່ຳ ເດືອນ 11 ເວລາ 7 ໂມງເຊົ້າ ຊາວພຸດທັງຫຼາຍກໍ່ມາເຕົ້າໂຮມກັນຖວາຍຂອງທານ ທີ່ໄດ້ກະກຽມໄວ້ ດ້ວຍການຕັກບາດຢູ່ໃນວັດພ້ອມທັງຖວາຍຜ້າຈີວອນ ຫຼື ຜ້າຈຳນຳພັນສາໃຫ້ແກ່ພະພິກຂຸສົງ. ດ່ັງນັ້ນ ວັນນີ້, ມື້ເພັງ 15 ຄ່ຳຂອງເດືອນ 11 ຖືວ່າ ແມ່ນມື້ສະເຫຼີມສະຫຼອງ ການອອກຈາກການຈຳພັນສາຄົບ3 ເດືອນ ຂອງພະພິກຂຸສົງ, ຕາມປະເພນີລາວແຕ່ເກົ່າແລ້ວ ເວລາໃກ້ຈະຮອດວັນບຸນອອກພັນສາ ຊາວບ້ານ ໄດ້ກະກຽມເຮັດໝາກກະໂພກ ແລະ ບັ້ງໄຟດອກ ໂດຍນຳໃຊ້ຂີ້ໝື້ ຂີ້ເຈຍ ມາຕຳປະສົມກັນ ໃຫ້ເປັນເຊື້ອເພີງ ແລະ ນຳມາຫໍ່ດ້ວຍໃບລານແຫ້ງ, ພໍຕົກຄ່ຳມາຂອງມື້ເພັງ ຊາວບ້ານກໍພາກັນມາເຕົ້າໂຮມກັນຢູ່ວັດ ເພື່ອພ້ອມກັນສ້າງເຮືອໄຟໂຄກ, ວຽນທຽນ, ຈູດໝາກກະໂພກ, ຈູດບັ້ງໄຟດອກ ແລະ ໄຕ້ໄຟບູຊາຄຸນ ພະພຸດ ພະທຳ ແລະ ພະສົງ. ນອກຈາກນັ້ນ ແຕ່ລະຄອບຄົວ ຍັງໄດ້ສ້າງເຮືອໄຟໂຄກຢູ່ທີ່ບ້ານເຮືອນຂອງໃຜລາວເພື່ອບູຊາ ຄຸນ ພະພຸດ ພະທຳ ແລະ ພະສົງ.ອີກຢ່າງໜຶ່ງທີ່ຊາວບ້ານໄດ້ກະກຽມ ແມ່ນເຮືອໄຟນ້ຳເຊິ່ງປົກກະຕິແມ່ນສ້າງຂຶ້ນໃນຕອນບ່າຍຂອງມື້ເພັງເອງ, ບາງບ້ານກໍ ເຮັດແບບງ່າຍດາຍ ຈາກທ່ອນກວ້ຍເປັນຕົ້ນຕໍ ເສີມດ້ວຍແຜ່ນໄມ້ນ້ອຍໆ ເປັນຮູບຍາວ ຄ້າຍຮູບເຮືອ ເຊິ່ງເພິ່ນເອົາມັດຢອງໃສ່ແພທ່ອນກວ້ຍ, ຈາກນັ້ນ ເພິ່ນເອົາຕົ້ນກາລະພຶກຕັ້ງໄວ້ ຢູ່ເທິງກາງຂອງແຜ່ນໄມ້ ແລ້ວຈຶ່ງໃຕ້ກະບອງ ລຽນໃສ່ເຮືອໄຟ ເພື່ອໃຫ້ແນມເຫັນແສງໄຟໃນຄືນວັນເພັງ ແລະ ແລ້ວຊາວບ້ານກໍ່ພ້ອມກັນອະທິຖານຕ່າງໆນາໆ ເຊັ່ນວ່າ ຂໍໃຫ້ຊີວິດມີຄວາມສຸກ ປັດສະຈາກໂລກໄພໄຂ້ເຈັບ, ປະສົບຜົນສຳເລັດໃນໜ້າທີ່ການງານ ແລະ ອື່ນໆ ແລ້ວກໍປ່ອຍເຮືອໄຟອອກສູ່ແລວນ້ຳ, ເພິ່ນເອີ້ນຂະບວນການນີ້ວ່າ“ການໄຫຼເຮືອໄຟ”. ອີກບາງບ້ານ ກໍເຮັດດ້ວຍໄມ້ໃຜ່ ມັດເຂົ້າກັນເປັນຮູບຊົງເຮືອໃຫຍ່ມີການກະກຽມຫຼາຍວັນ. ຢູ່ຕາມລຳນ້ຳ ຖ້າວ່າ ຜູ້ໃດຫາກລັດເອົາເຮືອໄຟດັ່ງກ່າວໄດ້ຕົ້ນກາລະພຶກ ກໍຈະເປັນຂອງຜູ້ນັ້ນ ເຊິ່ງເປັນຜູ້ມີໂຊກໄຊເຫຼືອຫຼາຍ, ມີຄວາມເຊື່ອວ່າຄອບຄົວຂອງຜູ້ນັ້ນ ຈະມີຊີວິດທີ່ປັດສະຈາກໂລກໄພ ໄຂ້ເຈັບທັງຫຼາຍທັງປວງໃນປີນັ້ນ. ແຕ່ ຢູ່ໃນຕົວເມືອງໃນປັດຈຸບັນ ໂດຍສະເພາະ ຊາວໜຸ່ມໄດ້ນຳເອົາກະໂທງ ເຮັດດ້ວຍທ່ອນກວ້ຍ ປະດັບປະດາດ້ວຍ ທູບທຽນ ແລະ ດອກໄມ້ ເຊິ່ງແມ່ນຮູບແບບປະຍຸກໃໝ່ ໄປລອຍນ້ຳ ຫຼັງຈາກທີ່ໃຫ້ພະສູດ ແລະ ວຽນທຽນຢູ່ໃນວັດແລ້ວ ພ້ອມທັງ ອະທິຖານຕ່າງໆນາໆ, ເອີ້ນຂະບວນການນີ້ວ່າ“ການລອຍກະໂທງ”. ພໍຮອດມື້ຕໍ່ມາ ມື້ແຮມ 1 ຄ່ຳ ກໍ່ມີການຈັດຊ່ວງເຮືອລະຫວ່າງຊຸມຊົນຕ່າງໆ ແລະ ຄົບງັນກັນຕາມປະເພນີ ຕະຫຼອດທັງຄືນ. ຈຸດປະສົງ ຂອງການຊ່ວງເຮືອ ແລະ ການໄຫຼເຮືອໄຟ ແມ່ນເພື່ອສົມມາຄາລະວະ ພ້ອມທັງບວງສວງຂໍໂຊກຂໍລາບຈາກ ພະຍານາກ ແລະ ເທວະດາ ອົງທີ່ໄດ້ປົກປັກຮັກສາ ແມ່ນ້ຳ ລຳເຊຕະຫຼອດຮອດຫ້ວຍຮ່ອງຄອງບຶງ ບ່ອນທີ່ຊາວພຸດທັງຫຼາຍໄດ້ທຳມາຫາກິນຢ່າງສະຫງົບສຸກແຕ່ບູຮານນະການມາ. ການທີ່ພວກເຮົາຊາວພຸດທັງຫຼາຍ ແຫ່ວຽນທຽນ, ເຮັດເຮືອໄຟໂຄກ ແລະ ໄຕ້ທູບ ໄຕ້ທຽນ… ແມ່ນຖືເອົາຕາມແບບຢ່າງຂອງເທບພະບຸດ ແລະ ເທບພະທິດາທັງຫຼາຍ ທີ່ແຫ່ພະສຳມາສຳພຸດທະເຈົ້າ ເມ່ືອຄັ້ງພະອົງສະເດັດຈາກຊັ້ນດາວະດິງ ຄືໝາຍເຖິງເມືອງສະຫວັນຊັ້ນຟ້າ ລົງມາສູ່ເມືອງມະນຸດ ໃນມື້ແຮມ 1 ຄ່ຳ ເດືອນ 11, ລົງມາຕາມຂັ້ນໄດແກ້ວ, ຂັ້ນໄດຄຳ ແລະ ຂັ້ນໄດເງິນ. ພະອົງສະເດັດ ລົງຕາມຂັ້ນໄດຄຳ, ສ່ວນ ເທບພະບຸດ ເທບພະທິດາ ແລະ ສາວົກທັງຫຼາຍ ແມ່ນ ລົງຕາມຂັ້ນໄດເງິນ ແລະ ຂັ້ນໄດແກ້ວ ທີ່ຕັ້ງຢູ່ສອງຟາກຂ້າງຂອງຂັ້ນໄດຄຳ. ການແຫ່ພະອົງໃນຄັ້ງນັ້ນ ເປັນຂະບວນການແຫ່ ທີ່ຍິ່ງໃຫຍ່ ແລະ ຕະຫຼອດເສັ້ນທາງ ພະອົງມີລັດສະໝີເປັ່ງປະກາຍສະຫວ່າງ ສະໄຫວໄປທົ່ວໂລກເຮັດໃຫ້ເທບພະບຸດ ເທບທິດາ ທີ່ຢູ່ເມືອງສະຫວັນຊັ້ນຟ້າ, ມະນຸດ ທີ່ຢູ່ໃນໂລກຂອງມະນຸດ ແລະ ສັດນະຮົກທຸກປະເພດ ທີ່ຢູ່ຊັ້ນຕ່ຳສຸດ ໄດ້ເຫັນແຈ້ງສະພາບຂອງກັນ ແລະ ກັນໝົດ.

    ດ່ັ່ງນັ້ນ, ພວກເຮົາຊາວພຸດທັງຫຼາຍ ໂດຍຖືເອົາຕາມຄວາມເຊື່ອ ທີ່ມີມາແຕ່ກ່ອນນັ້ນ ມາປະຕິບັດກັນ ຈົນເປັນປະເພນີ ສືບຕໍ່ກັນມາເທົ່າທຸກວັນນີ້ແລ, ດອກໄມ້ທີ່ເພິ່ນມັກນຳໃຊ້ເຂົ້າໃນພິທີບຸນອອກພັນສາ ແມ່ນດອກໄມ້ທີ່ມີສີຂາວ ເປັນສ່ວນຫຼາຍ ດັ່ງດອກພຸດ, ດອກອິນທະຫວາ, ດອກຊ້ອນ ແລະ ສີອື່ນ ເຊັ່ນ: ດອກດາວເຮືອງ ດັ່ງນີ້ເປັນຕົ້ນ ສຳລັບໃສ່ຂັນຫ້າ ຂັນແປດ, ໃສ່ບ້າງ ໃສ່ຊວຍ, ເອ້ໝາກເບັງ, ເອ້ກະໂທງ, ສ່ວນວ່າ ດອກບົວຫຼວງ ແມ່ນເພິ່ນນຳໃຊ້ ບູຊາພະ ແລະ ໃສ່ໃນບາດສະຫວັນເທົ່ານັ້ນ. ພິເສດ ໃນວັນບຸນອອກພັນສາ ຈະມີປະກົດການທາງທຳມະຊາດຕາມແມ່ນ້ຳຂອງ ເຊັ່ນ: ປະກົດການບັ້ງໄຟພະຍານາກ ທີ່ພຸ່ງຂື້ນໜ້ານ້ຳຂອງບາງເຂດ.