ບຸນຫໍ່ເຂົ້າປະດັບດິນແມ່ນເດືອນ 9 ດັບ, ເພິ່ນເຮັດບຸນອຸທິດສ່ວນບຸນກຸສົນໄປໃຫ້ດວງວິນຍານຂອງຜູ້ທີ່ໄດ້ລ່ວງລັບໄປແລ້ວ, ຕາມຄວາມເຊື່ອຂອງຄົນບູຮານແລ້ວ ວ່າ ຕອນເຊົ້າມືດຂອງວັນນີ້ ພະຍາຍົມພິບານໄດ້ປ່ອຍສັດນາຮົກອອກມາຮັບຜົນທານທີ່ຍາດພີ່ນ້ອງສົ່ງໄປ. ສະນັ້ນ, ເຮົາຈຶ່ງນິຍົມເອົາຫໍ່ເຂົ້າປາອາຫານ, ໝາກໄມ້ໄປຢາຍໄວ້ຢູ່ແຄມວັດ, ແຄມທາງ, ແຄມເຮືອນ, ແຄມປ່າ, ຫົວໄຮ່ປາຍນາ, ໄວ້ຕາມດິນແຕ່ເຊົ້າ  ຈຶ່ງເອີ້ນວ່າ  " ເຂົ້າປະດັບດິນ ".

     ຕົ້ນເຫດຂອງການເຮັດບຸນນີ້ ປາງກ່ອນ ມີຍາດພີ່ນ້ອງພະຍາພິມພິສານພະເຈົ້າແຜ່ນດິນເມືອງລາຊະຄຶ ປະເທດອິນເດຍສະໄໝພຸດທະການ ພາກັນເຮັດສັງຄະທານໄປເຄນພະສົງ, ໃນຂະນະແຕ່ງອາຫານນັ້ນ ພວກເດັກນ້ອຍລູກຫຼານພາກັນໄຫ້ແອ່ວກິນ, ພໍ່ແມ່ອົດບໍ່ໄດ້ກໍຢິບບາຍໃຫ້ເດັກພວກນັ້ນເຊິ່ງນັບວ່າ ກິນກ່ອນສົງ ຫຼື ກິນຂອງສົງ.

     ເມື່ອຕາຍໄປແລ້ວ ກໍໄປຕົກນາຮົກອະເວຈີ, ຄັນພົ້ນຈາກນາຮົກກໍມາເກີດເປັນເຜດ, ມາວັນໜຶ່ງພະຍາພິມພິສານຖວາຍທານແກ່ພະສົງ ອັນມີພຣະພຸດທະເຈົ້າເປັນປະມຸກ, ແຕ່ບໍ່ໄດ້ອຸທິດສ່ວນບຸນກຸສົນໄປຫາພວກເຜດເຫຼົ່ານັ້ນ, ພໍຕົກກາງຄືນມາ ພະຍາພິມພິສານນອນຝັນ ຍິນສຽງພວກເຜດມາຮ້ອງ, ມາເຄາະຝາເຮືອນໝົດຄືນຈົນນອນບໍ່ຫຼັບ.

     ເມື່ອຕື່ນເຊົ້າມາ, ພະຍາພິມພິສານຈຶ່ງໄດ້ສະເດັດເຂົ້າເຝົ້າພຣະພຸດທະເຈົ້າ ຢູ່ວັດເວລຸວັນ, ຈາກນັ້ນ ພຣະພຸດທະເຈົ້າຈຶ່ງແຈ້ງສາເຫດ ແລະ ເທດສະໜາສັ່ງສອນໃຫ້ພະຍາພິມພິສານຈົ່ງໃຫ້ທານເຂົ້າ ໂພຊະນາອາຫານໄປເຖິງຍາດຕິກາວົງສາພວກເຜດເຫຼົ່ານັ້ນກໍຈະໄດ້ຮັບຜົນ ແລະ ພົ້ນຈາກຄວາມທຸກທໍລະມານ. ການເຮັດບຸນນີ້ ນອກຈາກເລື່ອງເລົ່ານີ້ ຍັງມີເລື່ອງອື່ນໆເຊັ່ນ: ຕາມໜັງສືເທສະໜາ ບຸນຫໍ່ເຂົ້າປະດັບດິນ ເປັນປະເພນີສືບເນື່ອງມາຈາກສາສະໜາພຣາມ ຕາມປະກົດຢູ່ໃນລາຊາດົກເລື່ອງ (ມັດຖະກຸນທະລີ) ກ່ອນຄັ້ງພຸດທະການ.