ບັນດາທ່ານທີ່ຮັກແພງ,  ໃນສັງຄົມເຮົາໃນແຕ່ລະຍຸກແຕ່ລະສະໄໝຂອງມວນມະນຸດຢູ່ໃນໂລກ  ລ້ວນແຕ່ມີການແກ້ງແຍ້ງແຂ່ງຂັນກັນຄອບຄອງຜົນປະໂຫຍດອັນຊອບທຳ ແລະ ບໍ່ຊອບທຳ ຈື່ງພາໃຫ້ເກີດການເອົາລັດເອົາປຽບຂອງມວນມະນຸດດ້ວຍກັນ ດ້ວຍການຂູດຮີດແຮງງານ, ການໃຊ້ແຮງງານເກີນຂອບເຂດ ຕະຫຼອດຮອດການຈ່າຍຄ່າແຮງງານກໍ່ບໍ່ມີຄວາມຍຸຕິທຳ, ກຳມະກອນຊົນຊັ້ນທຸກຍາກລ້ວນແລ້ວຕ້ອງເປັນລູກທາດ ໃຫ້ແກ່ເຈົ້າທາດ ຫຼື ສັກດີນາຜູ້ຮັ່ງມີ ຈົນກາຍເປັນບໍ່ເກີດແຫ່ງການຕໍ່ສູ້ເພື່ອຮຽກຮ້ອງເອົາຄວາມຍຸຕິທຳ, ຊອບທຳ ຄືນຈາກເຈົ້າທາດທັງຫຼາຍ ອອກເປັນບໍລິເວນກວ້າງ ໂດຍສະເພາະກໍ່ແມ່ນທະວີບເອີຣົບ ແລະ ອາເມລິກາ  ໃນສັດຕະວັດທີ XVII ຫາຕົ້ນສັດຕະວັດ XIX ເຊີ່ງໃນຕອນທ້າຍຂອງລະບອບສັກດີນນາ ຊາວຜູ້ອອກແຮງງານຈຳນວນຫລາຍ ທີ່ຖືກກົດຂີ່ຂູດຮີດແຮງງານຈາກພວກເຈົ້າທີ່ດີນ ຫລື ພວກນາຍຈ້າງ ໄດ້ເລີ່ມຮວມຕົວກັນລຸກຂື້ນຕໍ່ສູ້ ບໍ່ຍອມເປັນທາດຮັບໃຊ້ໃຫ້ພວກນາຍຈ້າງອີກຕໍ່ໄປ ປະກອບກັບການປ່ຽນແປງຂອງສັງຄົມ ຫຼາຍປະເທດໃນທະວີບເອີລົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ ແລະ ສ້າງຕັ້ງລະບອບທືນນິຍົມຂື້ນແທນ ຊາວຜູ້ອອກແຮງງານຈຳນວນຫລາຍຈື່ງໄດ້ອົບພະຍົບເຂົ້າສູ່ຕົວເມືອງ ໄປເປັນລູກຈ້າງໂຮງງານອຸດສາຫະກຳ, ພາຍໃຕ້ການປົກຄອງຂອງພວກນາຍທຶນ, ຊົນຊັ້ນກຳມະກອນຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ ເຮັດວຽກໜັກໂດຍບໍ່ມີເວລາພັກຜ່ອນ ມື້ໜຶ່ງເຮັດວຽກ 14 - 16 ຊົ່ວໂມງ ແຕ່ຄ່າແຮງງານພັດຕ່ຳ, ການປ້ອງກັນສຸຂະພາບ, ຄວາມປອດໄພແຮງງານໃນສະຖານທີ່ເຮັດວຽກບໍ່ດີ ແລະ ບໍ່ເອົາໃຈໃສ່ກ່ຽວກັບສະຫວັດດີການ-ສັງຄົມ,  ດ້ວຍສະພາບການດັ່ງກ່າວ ຈຶ່ງພາໃຫ້ເກີດຂໍ້ຂັດແຍ່ງນັບມື້ນັບຮຸນແຮງ, ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານຈຳເປັນຕ້ອງຕັ້ງເປັນກຸ່ມ, ເປັນຂະບວນລຸກຮື້ຂື້ນຕໍ່ສູ້ກັບຊົນຊັ້ນນາຍທຶນຢູ່ຫຼາຍປະເທດ ຂະບວນຕໍ່ສູ້ຄັ້ງທຳອິດແມ່ນຢູ່ປະເທດອັງກິດ ໃນປີ 1764 ແລະ ຢູ່ເມືອງຫຼວງຊິກາໂກ ຂອງປະເທດອາເມລິກາ ໃນເດືອນພະຈິກ 1884, ມາຮອດວັນທີ 1 ພຶດສະພາ 1886 ເປັນເທື່ອທຳອິດໃນປະເທດອາເມລິກາຢູ່ຕົວເມືອງຊິກາໂກ ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານໄດ້ມີການຊຸມນຸມໃຫຍ່ ປະທ້ວງຕໍ່ສູ້ສົມທົບກັບເນື້ອໃນຖະແຫຼງການ ຮຽກຮ້ອງໃຫ້ນາຍທຶນຕ້ອງປະຕິບັດຕາມການສະເໜີຂອງກຳມະກອນ ວ່າ: “ຕໍ່ໄປນີ້ບໍ່ໃຫ້ກຳມະກອນຜູ້ໃດເຮັດວຽກເກີນ 8 ຊົ່ວໂມງຕໍ່ມື້, 8 ຊົ່ວໂມງພັກຜ່ອນ ແລະ 8 ຊົ່ວໂມງຮ່ຳຮຽນ” ໃນມື້ນັ້ນໄດ້ມີກຳມະກອນນັດຢຸດງານເຖິງ 5 ພັນແຫ່ງ ໃນບັນດາຕົວເມືອງໃຫ່ຍຂອງອາເມລິກາ, ມີຜູ້ເຂົ້າຮ່ວມ 3 ແສນ 4 ໝື່ນກ່ວາຄົນ ອັນເປັນສາເຫດໃຫ້ພວກນາຍທືນທີ່ກຳອຳນາດລັດ ໃນເວລານັ້ນ ໃຊ້ກຳລັງເຂົ້າປາບປາມ ຈົນມີຜູ້ໄດ້ຮັບບາດເຈັບ ລົ້ມຕາຍ ແລະ ຖືກຈັບກຸມເປັນຈຳນວນຫລາຍ.

   ຈາກເຫດການຂອງວັນທີ່ 1 ພຶດສະພາ 1886 ມັນໄດ້ສ້າງກະແສຟອງອັນໃຫ່ຍຫຼວງ ແລະ ແຂງແຮງເຖີງຂະບວນການກຳມະກອນຢູ່ທະວີບເອີລົບ ແລະ ທະວີບອາເມລິກາ ເປັນກຳລັງໃຈໃຫ້ຂະບວນການຕໍ່ສູ້ຂອງກຳມະກອນໂລກ ທັງເປັນບາດກ້າວຂະຫຍາຍຕົວແຫ່ງໄຊຊະນະ, ມາຮອດວັນທີ 14 ກໍລະກົດ 1889 ກອງປະຊຸມພັກກອມມູນິດສາກົນຄັ້ງທີ II ໄດ້ໄຂຂື້ນຢູ່ທີ່ນະຄອນຫຼວງປາຣີ ປະເທດຝະລັ່ງ, ມີຜູ້ແທນເຂົ້າຮ່ວມ 393 ຄົນ ທີ່ມາຈາກ 22 ປະເທດເອີຣົບ, ອາເມລິກາ ແລະ ອາກຊັງຕິນ ທີ່ປະຊຸມໄດ້ພິຈາລະນາບັນຫາທີ່ຊາວຜູ້ອອກແຮງງານພວມປະສົບຢູ່ໃນອາດີດ ກໍ່ຄືປະຈຸບັນ ດັ່ງນີ້:

  1. ຫລຸດເວລາທຳງານລົງ: “ມື້ໜຶ່ງເຮັດວຽກ 8 ຊົ່ວໂມງ ແລະ ກຳນົດເອົາວັນທີ 1 ພຶດສະພາ 1886 ເປັນວັນກຳມະກອນສາກົນ” ແຕ່ນັ້ນມາ ວັນທີ 1 ພຶດສະພາ ຂອງທຸກໆປີ ຈຶ່ງກາຍເປັນວັນບຸນໃຫ່ຍຂອງຊົນຊັ້ນກຳມະກອນທົ່ວໂລກ ຈົນມາຮອດປັດຈຸບັນ.
  2. ພິຈາລະນາຄຸ້ມຄອງແຮງງານຂອງເດັກ ແລະ ແມ່ຍິງ ທີ່ມີຊົ່ວໂມງທຳງານຫລາຍກ່ວາຜູ້ຊາຍ ແຕ່ໄດ້ຮັບຄ່າຈ້າງແຮງງານຕ່ຳກ່ວາ.
  3. ພິຈາລະນາສະຫວັດດີການ ແລະ ສີ່ງແວດລ້ອມໃນການທຳງານ ຊື່ງໝາຍເຖີງທີ່ພັກ ນ້ຳສະອາດ ແສງ ສຽງ ແລະ ສະຫວັດດີການອື່ນໆ.
  4. ພິຈາລະນາສິດທິໃນການນັດຢຸດງານ ໂຮມຊຸມນຸມສະແດງກຳລັງ ໂດຍກອງປະຊຸມໄດ້ມີມະຕິໃຫ້ວັນທີ 1 ພຶດສະພາ ຂອງທຸກໆປີ ເປັນພັກ ແຕ່ກຳມະກອນ ແລະ ຊາວຜູ້ອອກແຮງງານໄດ້ຮັບຄ່າຈ້າງປົກກະຕິ.

      ມະຕິກອງປະຊຸມດັ່ງກ່າວ ໄດ້ຖືກປະຕິບັດ ຕັ້ງແຕ່ 1 ພຶດສະພາ 1890 ຈົນເຖີງປະຈຸບັນ ໂດຍຖືວ່າ ວັນດັ່ງກ່າວເປັນວັນສຳຄັນຂອງຊົນຊັ້ນກຳມະຊີບທົ່ວໂລກ ໂດຍເປັນວັນທີ່ກຳມະກອນທົ່ວໂລກຈັດໃຫ້ມີການຊຸມນຸມເດີນຂະບວນ ເພື່ອສະແດງໃຫ້ເຫັນວັດທະນະທຳການຕໍ່ສູ້ ໃຫ້ຫລຸດພົ້ນອອກຈາກການກົດຂີ່ຂູດຮີດ ເພື່ອປະກາດຕົນເປັນອິດສະພາບເສລີ ແລະ ເພື່ອລະນຶກເຖີງໄຊຊະນະຄັ້ງແລກຂອງຊາວຜູ້ອອກແຮງງານທີ່ໄດ້ມາຈາກການຕໍ່ສູ້ຢ່າງພ້ອມພຽງກັນ ຈື່ງເອີ່ນວັນທີ 1 ພຶດສະພາ ຂອງທຸກໆປີວ່າເປັນ “ວັນກຳມະກອນສາກົນ”, ຈາກໝາກຜົນຂອງການຕໍ່ສູ້ນັ້ນ ເຮັດໃຫ້ຊາວກຳມະກອນໃນທົ່ວໂລກ ໄດ້ຮັບສິດໃນລະບົບ 3 ແປດ ຄື: 8 ຊົ່ວໂມງທຳງານ, 8 ຊົ່ງໂມງພັກຜ່ອນ ແລະ 8 ຊົ່ວໂມງສຶກສາຮ່ຳຮຽນ.