ການແຂ່ງຂັນກິລາບານສົ່ງຫາດຊາຍ ໃນງານມະຫາກຳກິລາທົ່ວແຂວງຄັ້ງທີ 4 ທີ່ເມືອງປາກຊັນເປັນເຈົ້າພາບ ໃນຄັ້ງນີ້ ມີການຊິງຫຼຽນຄຳ 2 ປະເພດ ມີທີມເຂົ້າຮ່ວມແຂ່ງຂັນທັງໝົດ 11 ທີມ, ຍິງ 5 ທີມ. ປະເພດຊາຍ: ຫຼຽນຄຳ ໄດ້ແກ່ທີມ ພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ຫຼຽນເງິນ ໄດ້ແກ່ ວິທະຍາໄລຄອມບີຊ ແລະ ຫຼຽນທອງ ໄດ້ແກ່ທີມ ທະຫານແຂວງ; ປະເພດຍິງມີ: ຫຼຽນຄຳ ໄດ້ແກ່ທີມ ເມືອງປາກຊັນ, ຫຼຽນເງິນ ໄດ້ແກ່ທີມ ວິທະຍາໄລກະສິກຳ-ປ່າໄມ້ ແລະ ຫຼຽນທອງ ໄດ້ແກ່ທີມ ທະຫານແຂວງ.